ບາງຜົນສໍາເລັດໃນການຈັດຕັ້ງປະຕິບັດນະໂຍບາຍ ຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດປະຕິວັດຊາດປະຊາທິປະໄຕ

ໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍ​ຊາດ, ປົດ​ປ່ອຍ​ປະຊາຊົນລາວ​ບັນດາ​ເຜົ່າ, ພັກ​ໄດ້​ຖື​ເອົາ​ກຳລັງ​ແຮງ​ຂອງ​ນັກຮົບ​ປະຕິ​ວັດ, ພະນັກງານ-ສະມາຊິກ​ພັກ ​ແລະ ປະຊາຊົນ​ລາວ​ບັນດາ​ເຜົ່າ​ທຸກ​ຖ້ວນ​ໜ້າ ​ເປັນ​ກ້ອນ​ກຳລັງ​ອັນ​ໃຫຍ່​ຫຼວງທີ່​ໄດ້​ປະກອບສ່ວນ​ດ້ວຍ​ນໍ້າ​ໃຈ​ເສຍສະຫຼະ​ອັນ​ສູງ​ສົ່ງ, ອຸທິດ​ຊີວິດ, ​ເລືອດ​ເນື້ອ, ​ເຫື່ອ​ແຮງແລະ ສະຕິ​ປັນຍາ​ເຂົ້າ​ໃນ​ຂະ​ບວນການ​ຕໍ່ສູ້​ປົດ​ປ່ອຍ​ຊາດ ຈົນ​ສາມາດ​ສະຖາ​ປະນາ​ເປັນ​ປະ​ເທດສາທາ ລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ລາວ. ສະ​ນັ້ນ ​ເພື່ອ​ເປັນ​ການສະ​ແດງ​ຄວາມກະຕັນຍູ​ຮູ້​ບຸນຄຸນ​ຕໍ່​ຜູ້​ທີ່ມີ​ຜົນງານ ​ແລະ ຄຸນງາມຄວາມ​ດີ​ໃນ​ພາລະກິດການ​ປະຕິວັດຊາດ ປະຊາທິປະ​ໄຕ, ພັກ​ເຮົາ​ຈຶ່ງ​ຖື​ເອົາ​ວຽກ​ງານ​ປະຕິບັດ​ນະ​ໂຍບາຍ​ຕໍ່​ຜູ້​ທີ່ມີ​ຜົນງານ ​ແລະ ຄຸນງາມຄວາມດີ​ໃນ​ພາລະກິດ​ດັ່ງກ່າວ​ ​ເປັນ​ໜ້າ​ທີ່​ການ​ເມືອງສຳຄັນ​ໜຶ່ງຂອງ​ພັກ​ສະ​ເໝີ​ມາ.

​“ການປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດປະຕິວັດຊາດ ປະຊາທິ ປະໄຕ ແມ່ນການໃຫ້ນະໂຍບາຍແກ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີ ດ້ວຍການຫັນສິດນໍາໃຊ້ທີ່ດິນປຸກສ້າງ ແລະ ເຮືອນທີ່ລັດຄຸ້ມຄອງ, ໃຫ້ເງິນອຸດໜູນ, ເງິນອຸດໜູນເທື່ອດຽວ ແລະ ການປຸກສ້າງເຮືອນ…”[1] ໄລຍະຜ່ານມາ ພັກ-ລັດຖະບານເຮົາໄດ້ກໍານົດ ແລະ ປັບປຸງນະໂຍບາຍດ້ານສະຫວັດດີການ, ການ
ຄຸ້ມຄອງ, ຊ່ວຍເຫຼືອທາງດ້ານເສດຖະກິດ, ລວມເຖິງມາດຕະການທາງກົດໝາຍທີ່ກ່ຽວຂ້ອງ ເພື່ອໃຫ້ການເບິ່ງແຍງດູແລຜູ້ມີຄຸນງາມຄວາມດີຕໍ່ພາລະກິດປະຕິວັດເປັນໄປຢ່າງຄົບຖ້ວນ ຮອບດ້ານ, ທົ່ວເຖິງ, ເຂົ້າເຖິງໄດ້ງ່າຍ ແລະ ສອດຄ່ອງກັບສະພາບເສດຖະກິດ-ສັງຄົມທີ່ມີການປ່ຽນແປງຢ່າງໄວ. ນະໂຍບາຍເຫຼົ່ານີ້ ບໍ່ພຽງແຕ່ເຮັດໜ້າທີ່ຕອບແທນບຸນຄຸນແກ່ຜູ້ທີ່ໄດ້ອຸທິດຕົນ ເພື່ອຊາດເທົ່ານັ້ນ, ແຕ່ຍັງເປັນເຄື່ອງມືສໍາຄັນໃນການປູກຝັງຈິດສໍານຶກແຫ່ງຄວາມກະຕັນຍູ, ຄວາມພິລະອາດຫານ, ຄວາມຮັກຊາດ, ຄວາມຈົງຮັກພັກດີຕໍ່ພັກ, ຄວາມເປັນແບບຢ່າງແຫ່ງການເສຍສະຫຼະໃຫ້ແກ່ຄົນຮຸ່ນຫຼັງ. ໃນ​ກອງປະຊຸມໃຫຍ່​ຄັ້ງ​ທີ X ຂອງ​ພັກເຮົາ ​​ໄດ້​ໃຫ້ທັດສະນະວ່າ: “…ສືບ​ຕໍ່​ປະຕິບັດ​ນະ​ໂຍບາຍດ້ານ​ສະຫວັດ​ດີກາ​ນສັງຄົມ​ຢ່າງ​ຕັ້ງໜ້າ ​ເພື່ອສະ​ແດງຄວາມ​ກະຕັນຍູ​ຮູ້​ບຸນຄຸນ​ຕໍ່ພະນັກງານ​ປະຕິວັດອາວຸ​ໂສ, ວີລະ​ຊົນ​ແຫ່ງ​ຊາດ, ນັກຮົບແຂ່ງຂັນ ​ແລະ ພະນັກ ງານ​ບໍານານ, ພະນັກງານເສຍ​ອົງຄະ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ຜູ້​ທີ່​ມີ​ຄຸນງາມຄວາມດີ​ຕໍ່​ປະ​ເທດ​ຊາດໃຫ້​ເໝາະ​ສົມ, ທົ່ວ​ເຖິງ, ຮັບປະກັນ​ຄວາມໂປ່ງໃສ, ຖືກຕ້ອງ ​ແລະ ຍຸ​ຕິ​ທຳ”[2] ກອງປະຊຸມໃຫຍ່​ຄັ້ງ​ທີ XI ຂອງ​ພັກ ກໍ​​ໄດ້ເນັ້ນໜັກຕື່ມວ່າ: “…ຕ້ອງປັບປຸງບູລະນະລະບອບນະໂຍບາຍລວມ ແລະ ເພີ່ມທະວີການປະຕິບັດຕົວຈິງໃນຂົງເຂດສະຫວັດດີການສັງຄົມ ແລະ ສັງຄົມສົງເຄາະ, ນັບທັງການປະຕິບັດຖືກຕ້ອງ, ຄົບຖ້ວນ, ທັນການ ລະບອບນະໂຍບາຍຕໍ່ພະນັກງານບໍານານ, ນັກຮົບເສຍອົງຄະ…[3]” ບົນພື້ນຖານທັດສະນະ, ແນວທາງຂອງພັກທີ່ກ່າວມານັ້ນ ຄະນະພັກ-ຄະນະນໍາກະຊວງແຮງງານ ແລະ ສະຫວັດດີ
ການສັງຄົມ ຍາມໃດກໍໄດ້ເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນ​ຕໍ່ວຽກງານປະຕິບັດ​ນະ​ໂຍບາຍ​ດ້ານ​ສະຫວັດ​ດີກາ​ນສັງຄົມ​​​ຕໍ່ຜູ້ມີຜົນງານ, ຄຸນງາມຄວາມດີໃນພາລະກິດປະຕິວັດຊາດ ປະຊາທິປະໄຕ ດ້ວຍການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈດັ່ງກ່າວມາເປັນແຜນການ, ແຜນງານ, ໂຄງການລະອຽດຂອງຕົນ, ໃນນີ້ ໄດ້ກຳນົດໃນ​ແຜນ​ວຽກ​ຈຸດ​ສຸມ​ທີ 2 ຂອງ​ແຜນ​ພັດ​ທະ​ນາ​ແຮງ​ງານ ແລະ ສະ​ຫວັດ​ດີ​ການ​ສັງ​ຄົມ ຮອດ​ປີ 2025 ​ວ່າ: “ປະ​ຕິ​ບັດ​ນະ​ໂຍ​ບາຍ​ສະ​ແດງ​ຄວາມ​ກະຕັນ​ຍູ​ຮູ້​ບຸນ​ຄຸນ​ຕໍ່​ຜູ້​ມີ​ຜົນ​ງານ ແລະ ຄຸນ​ງາ​ມ​ຄວາມ
ດີ​ໃນ​ພາ​ລະ​ກິດ​ການ​ປະ​ຕິ​ວັດ​ຊາດ ​ປະ​ຊາ​ທິ​ປະ​ໄຕ ຕາມ​ກຸ່ມ​ເປົ້າ​ໝາຍ​ຕ່າງໆ ໂດຍ​ສະ​ເພາະ​ເປົ້າໝາຍ​ບຸ​ລິ​ມະ​ສິດ​ໃຫ້​ສຳ​ເລັດ ໂດຍ​ປັບ​ປຸງ​ຖານ​ຂໍ້​ມູນ​ຂ່າວ​ສານ​ໃຫ້​ເປັນ​ລະ​ບົບ, ມີ​ຄວາມ​ຊັດ​ເຈນ ແລະ ສະ​ໜອງ​ງົບ​ປະ​ມານເຂົ້າ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້ຫຼາຍ​ຂຶ້ນ, ລວມ​ທັງ​ສົ່ງ​ເສີມ​ໃຫ້​ສັງຄົມ​ມີ​ສ່ວນ​ຮ່ວມ​ຢ່າງກວ້າງ​ຂວາງ”[4]. ພ້ອມນັ້ນ ກໍໄດ້ເອົາໃຈໃສ່ປະຕິບັດນະໂຍບາຍ ດ້ວຍຮູບການ​ໃຫ້ນະໂຍບາຍ​ອຸດ​ໜູນທາງດ້ານວັດຖຸ ແລະ ງົບປະມານ ເພື່ອ​ເປັນ​ການ​ປະ​ກອບ​ສ່ວນ​ຊຸກ​ຍູ້, ແກ້​ໄຂ ແລະ ຍົກ​ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ເຂົາ​ເຈົ້າ​ໃຫ້​ນັບ​ມື້​ດີ​ຂຶ້ນ ເປັນ​ຕົ້ນ​ແມ່ນ​ການປະຕິບັດ​ນະໂຍບາຍໃຫ້​ເງິນອຸດໜູນນາມມະຍົດວີລະຊົນແຫ່ງຊາດ, ປະຕິ ບັດນະໂຍບາຍປຸກສ້າງເຮືອນໃຫ້ພະນັກງານເສຍອົງຄະພິເສດ, ສົມ​ທົບ​ເງິນ​ປຸກ​ສ້າງ ​ແລະ ສ້ອມ​ແປງ
​ເຮືອນ, ປະຕິບັດນະໂຍບາຍ​ໃຫ້​ເງິນອຸດໜູນເທື່ອດຽວຕໍ່ຜູ້ເສຍສະຫຼະຊີວິດ​ໃນ​ປາງ​ສົ​ງ​ຄາມ, ປະຕິບັດນະໂຍບາຍ​ໃຫ້ເງິນອຸດໜູນເທື່ອດຽວຕໍ່ຜູ້ທີ່ຍັງມີຊີວິດ, ປະຕິບັດນະໂຍບາຍຕັດເຄື່ອງນຸ່ງໃຫ້ພະນັກງານເສຍອົງຄະ, ປະຕິບັດ​ນະ​ໂຍບາຍ​ບໍລິການ​ຕໍ່​ອົງຄະ​ທຽ​ມ ແລະ ນະໂຍບາຍ​ໃຫ້ເງິນປ່ຽນແທນໂກຕ້າລົດ​.

​“ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດການປະຕິວັດຊາດ ປະຊາທິປະໄຕແມ່ນບຸກຄົນທີ່ຍັງມີຊີວິດ ຫຼື ເສຍສະຫຼະຊີວິດທີ່ໄດ້ອຸທິດເລືອດເນື້ອ, ເຫື່ອແຮງ, ສະຕິປັນຍາ ເຂົ້າໃນພາລະກິດການປະຕິວັດຊາດ ປະຊາທິປະໄຕ ເຊິ່ງເປັນຜູ້ທີ່ມີຄວາມຈົ່ງຮັກພັກດີ, ຕັ້ງຕໍ່ບໍລິສຸດຕໍ່ພັກ-ລັດ ແລະ ປະຊາຊົນ ຢ່າງສະເໝີຕົ້ນສະເໝີປາຍ”[5]. ສະນັ້ນ ເພື່ອເຮັດໃຫ້ການປະຕິບັດນະໂຍບາຍມີຄວາມຖືກຕ້ອງ, ເປັນທຳ, ສອດຄ່ອງ​ກັບ​ຄວາມ​ສາມາດ ​ແລະ ສະພາບ​ຄວາມ​ເປັນ​ຈິງ​ທາງ​ດ້ານ​ເສດຖະກິດ-ສັງຄົມຂອງ​ປະ​ເທດ​ເຮົາ​ໃນ​ໄລຍະໃໝ່ລັດຖະບານ ໄດ້​ເອົາ​ໃຈ​ໃສ່ຄົ້ນຄວ້າ​, ປັບປຸງ​ບັນດານິຕິ​ກຳທີ່ກ່ຽວ​ຂ້ອງ ​ໂດຍ​ສະເພາະ​ແມ່ນໄດ້ປັບປຸງດໍາ
ລັດ​ເລກທີ 272/ລບ ມາເປັນດໍາລັດ​ເລກທີ 57/ລບ, ລົງ​ວັນ​ທີ 27/01/2025 ວ່າ​ດ້ວຍການປະຕິບັດ​ນະ​ໂຍບາຍ​ຕໍ່​ຜູ້​ມີ​ຜົນງານ ​ແລະ ຄຸນງາມຄວາມດີ​ໃນ​ພາລະກິດ​ປະຕິວັດຊາດປະຊາທິປະ​ໄຕ, ​​ໃນ​ນີ້ ສໍາລັບ​ເປົ້າ ​ໝາຍທີ່​ຈະ​ໄດ້​ຮັບ​ການ​ປະຕິບັດ​ນະ​ໂຍບາຍ​ ແມ່ນ​ໄດ້​ກຳນົດໄວ້ໃນ​ມາດຕາ 5 ຂອງດຳລັດ​ເລກທີ 57/ລບ ດັ່ງ​ນີ້: ❶ ພະນັກງານອາວຸໂສທີ່ເຂົ້າການປະຕິວັດແຕ່ປີ 1954 ຄືນຫຼັງ ເຊິ່ງມີອາຍຸການປະຕິວັດ 10 ປີຕໍ່ເນື່ອງຂຶ້ນໄປ; ❷ ວີລະຊົນແຫ່ງຊາດ, ນັກຮົບແຂ່ງຂັນແຫ່ງຊາດໃນການສູ້ຮົບ ຫຼື ຮັບໃຊ້ການສູ້ຮົບ; ❸ ຜູ້ເສຍສະຫຼະຊີວິດທີ່ບໍ່ທັນໄດ້ຮັບການປະຕິບັດນະໂຍບາຍອຸດໜູນໃດມາກ່ອນ;  ❹ ຜູ້ເສຍຊີວິດໃນໜ້າທີ່ ທີ່ບໍ່ທັນໄດ້ຮັບການປະຕິບັດນະໂຍບາຍອຸດໜູນໃດມາກ່ອນ; ❺ ຜູ້ທີ່ເສຍອົງຄະປະເພດພິເສດ, ຜູ້ເສຍອົງຄະປະເພດໜຶ່ງ, ສອງ, ສາມ, ສີ່ ແລະ ຜູ້ດູແລຜູ້ເສຍອົງຄະປະເພດພິເສດ; ❻ ພະນັກງານ, ທະຫານ,
ຕໍາຫຼວດ ທີ່ເຮັດການຕໍ່ເນື່ອງສິບປີຂຶ້ນໄປ ເຊິ່ງເຂົ້າການປະຕິວັດແຕ່ວັນທີ 31 ທັນວາ ປີ 1974 ຄືນຫຼັງ ທີ່ຍັງບໍ່ໄດ້ຮັບນະໂຍບາຍໃດມາກ່ອນ;  ❼ ຄະນະຕາແສງ, ຄະນະແນວລາວຮັກຊາດ, ກອງຫຼອນທີ່ໄດ້ສູ້ຮົບ ຫຼື ຮັບໃຊ້ການສູ້ຮົບໃນພາລະກິດການປະຕິວັດຊາດ ປະຊາທິປະໄຕ ເຊິ່ງເຂົ້າການປະຕິວັດແຕ່ວັນທີ 31 ທັນວາ ປີ  1974 ຄືນຫຼັງ ແລະ ເຮັດການຕໍ່ເນື່ອງສິບປີ​​ຂຶ້ນ​ໄປ ທີ່ຍັງບໍ່ໄດ້ຮັບນະໂຍບາຍໃດມາກ່ອນ;
❽ ພໍ່ແມ່ທີ່ມີລູກເສຍສະຫຼະຊີວິດໝົດໃນພາລະກິດການປະຕິວັດຊາດ ປະຊາທິປະໄຕ ​ເຊິ່ງພໍ່ ຫຼື ແມ່ຍັງມີຊີວິດຢູ່.

ຜ່ານການປະຕິບັດວຽກ​ງານ​ຕົວ​ຈິງ​ໃນ​ໄລຍະ 5 ​ປີ (2021-2025) ເຫັນວ່າສາມາດແກ້ໄຂຊີວິດ​ການ​ເປັນ​ຢູ່ ​ແລະ ຕອບ​ແທນບຸນຄຸນຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດການປະຕິວັດຊາດປະຊາທິປະໄຕ ສະເພາະ 5 ເປົ້າໝາຍບຸລິມະສິດ “ປະຕິບັດໄດ້ທັງໝົດ  5.824 ຄົນ, ຍິງ 380 ຄົນ, ເທົ່າ​ກັບ 36,40% ຂອງ​ແຜນ​ການ 5 ປີ (ແຜນ​ການ 16.000 ຄົນ), ເປັນ​ເງິນ 126.763,50 ລ້ານກວ່າກີບ”[6], ​ໃນ​ນັ້ນ ຂັ້ນສູນກາງປະ​ຕິ​ບັດໄດ້ 5.699 ຄົນ, ຍິງ 360 ຄົນ, ເປັນເງິນ 124.323,67 ລ້ານກວ່າກີບ; ສ່ວນ
ຂັ້ນທ້ອງຖິ່ນ ປະຕິບັດນະໂຍບາຍໃນ 3 ບຸລິມະສິດ ໄດ້ 125 ຄົນ, ຍິງ 20 ຄົນ, ເປັນເງິນ 2.439,82
ລ້ານກີບ. ຄຽງຄູ່ກັນນັ້ນ ກໍໄດ້ເອົາໃຈໃສ່ຄົ້ນຄວ້າ ແລະ ແກ້ໄຂອຸດໜູນເສຍອົງຄະຍ້ອນການສູ້ຮົບ ຫຼື ຮັບໃຊ້ການສູ້ຮົບ (ເປົ້າໝາຍຕໍ່ເນື່ອງ) ໄດ້  1.090 ຄົນ, ຍິງ 173 ຄົນ, ລື່ນແຜນການ 5 ປີ  14,73 ໄດ້ຄົ້ນຄວ້າ, ຢັ້ງຢືນຜົນງານໃຫ້ພະນັກງານ ເພື່ອຫັນສິດນໍາໃຊ້ທີ່ດິນລັດຄຸ້ມຄອງ ເປັນສິດນໍາໃຊ້ສ່ວນບຸກຄົນ ຈໍານວນ 260 ຄົນ, ຍິງ 60 ຄົນ; ນໍາສົ່ງພະນັກງານເສຍອົງຄະໄປຕໍ່ຂາທຽມ 1 ຄົນ ແລະ ຢັ້ງຢືນເສຍອົງຄະ 3 ຄົນ;
ຮ່ວມມືກັບອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາ ຈັດຕັ້ງປະຕິບັດ 13 ໂຄງການພັດທະນາຊີວິດການເປັນຢູ່ຄົນພິການ ໂດຍສະເພາະແມ່ນການຟື້ນຟູໜ້າທີ່ການ ແລະ ປະຕິບັດນະໂຍບາຍອຸດໜູນເງິນສົດ; ດຳເນີນການໂຄສະນາເຜີຍແຜ່ນະໂຍບາຍຕ່າງໆກ່ຽວກັບຄົນພິການ ແລະ ຜູ້ອາຍຸສູງ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈໃຫ້ແກ່ຄົນພິການ ແລະ ຜູ້ອາຍຸສູງ ຢ່າງເປັນປົກກະຕິ, ຕໍ່ເນື່ອງ.

ຄຽງຄູ່ກັບຜົນສໍາເລັດທີ່​ກ່າວ​ມາຂ້າງເທິງນັ້ນ ການຈັດ​ຕັ້ງ​ປະຕິບັດ​ນະ​​ໂຍບາຍຕົວຈິງ​​ຕໍ່​ຜູ້​ມີ​ຜົນງານ ແລະ ຄຸນງາມຄວາມດີ​ໃນ​ພາລະກິດປະຕິວັດ​ຊາດ ​ປະຊາທິປະ​ໄຕ ​ໃນໄລຍະຜ່ານມາ​ ເຫັນວ່າຍັງມີຂໍ້ຄົງຄ້າງຈໍານວນໜຶ່ງທີ່ຈະ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ປັບປຸງ​ແກ້​ໄຂ ​ເປັນ​ຕົ້ນແມ່ນກົນ​ໄກການປະສານງານກ່ຽວ​ກັບ​ການຄົ້ນຄວ້າ ແລະ ເກັບກໍາຂໍ້ມູນແຕ່​ລະ​ກຸ່ມເປົ້າໝາຍ​ຍັງ​ບໍ່​ຊັດ​ເຈນ​, ​ບໍ່​ທັນ​ເປັນ​ລະບົບຄົບຖ້ວນ ແລະ ບໍ່​ຄ່ອງ​ຕົວ, ​ເຮັດ​ໃຫ້ເກີດມີບັນຫາໃນການປະຕິບັດນະໂຍບາຍຊໍ້າຊ້ອນກັນ ຫຼື ບໍ່ຖືກເປົ້າໝາຍ ແລະ ອື່ນໆ; ຂອດການຈັດຕັ້ງປະຕິບັດນະໂຍບາຍຕໍ່ບາງເປົ້າໝາຍຍັງມີຄວາມຊັກຊ້າ ແລະ ບໍ່​ທັນ​ບັນ​ລຸ​ຕາມ​ຄາດ​ໝາຍ​ທີ່​ກຳ​ນົດ​ໄວ້; ການ​ສະ​ໜອງດ້ານ​ງົບ​ປະ​ມານຍັງ​ບໍ່​ທັນ​ພຽງພໍ​ກັບ​ຄວາມ​ຕ້ອງ​ການຂອງວຽກງານຕົວຈິງ; ບັນ ດານິຕິກໍາ ຫຼື ລະບຽບການກ່ຽວກັບວຽກງານດັ່ງກ່າວເຖິງວ່າຈະມີຫຼາຍ ແຕ່ບາງເນື້ອໃນບໍ່ທັນກໍານົດຈະແຈ້ງ, ບໍ່ທັນຮັດກຸມ ​ແລະ ຊັດ​ເຈນ ​ເກີດ​ມີຊ່ອງຫວ່າງ​ໃຫ້ພະນັກງານຈໍານວນໜຶ່ງສວຍໃຊ້ສ້າງຜົນປະໂຫຍດໃຫ້ແກ່ຕົນເອງ; ການປຸກລະດົມຂົນຂວາຍປະຊາຊົນ, ຊັ້ນຄົນຕ່າງໆ​ໃນ​ສັງຄົມ​ໃຫ້​ມີ​ສ່ວນຮ່ວມ​ໃນການສະ​ແດງ​ຄວາມກະຕັນຍູຕອບ​ແທນບຸນຄຸນຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດປະຕິວັດຊາດ ປະຊາທິ ປະໄຕ ຍັງບໍ່​ທັນ​ແຂງ​ແຮງ​ເທົ່າ​ທີ່​ຄວນ.

​ໃນຕໍ່​ໜ້າ​ນີ້, ຄະນະພັກ-ຄະນະນໍາກະຊວງແຮງງານ ແລະ ສະຫວັດດີການສັງຄົມ ​ໄດ້ວາງທິດທາງ, ຄາດໝາຍສູ້ຊົນ ແລະ ແຜນວຽກຈຸດສຸມ ຄື: ສືບ​ຕໍ່ປະຕິບັດນະໂຍບາຍສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດປະຕິວັດຊາດ ປະຊາທິປະໄຕ ແລະ ຜູ້ເສຍອົງຄະຮາກຖານຢ່າງເໝາະສົມ; ຕັ້ງໜ້າປະສານສົມທົບກັບຂະແໜງການ ແລະ ທ້ອງຖິ່ນ ກວດກາຂໍ້ມູນຢ່າງລະອຽດ, ຈັດສັນງົບປະມານໃຫ້ພຽງພໍ, ທັງຊຸກຍູ້ປຸກລະດົມທຸກພາກສ່ວນໃນສັງຄົມປະກອບສ່ວນເຂົ້າໃນວຽກນີ້ໃຫ້ຫຼາຍຂຶ້ນ; ເອົາໃຈໃສ່ຄຸ້ມຄອງ, ກວດກາ ແລະ ຢັ້ງຢືນຜົນງານໃຫ້ຜູ້ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດຮັບໃຊ້ການປະຕິວັດຊາດ ປະຊາທິປະໄຕ ເພື່ອຫັນທີ່ດິນລັດ ແລະ ເຮືອນລັດຄຸ້ມຄອງ ທີ່ຜູ້ກ່ຽວໄດ້ຮັບ
ການອະນຸມັດໃຫ້ອາໄສຢູ່ມາກ່ອນ ໄປເປັນກຳມະສິດສ່ວນບຸກຄົນ; ສືບຕໍ່ກວດກາຂໍ້ມູນບັນຊີລາຍຊື່ ແລະປະຕິບັດນະໂຍບາຍເງິນອຸດໜູນເສຍອົງຄະຍ້ອນການສູ້ຮົບ ແລະ ຮັບໃຊ້ການສູ້ຮົບໃຫ້ຖືກຕາມລະບຽບຫຼັກການ; ປັບປຸງກົນໄກການປະສານງານຂອງຄະນະກຳມະການ ເພື່ອຄົນພິການ ແລະ ຜູ້ອາຍຸສູງແຕ່ລະຂັ້ນໃຫ້ເຂັ້ມແຂງ, ສົ່ງເສີມການພັດທະນາຄຸນນະພາບຊີວິດການເປັນຢູ່ຂອງຄົນພິການ ແລະ ຜູ້ອາຍຸສູງໃຫ້
ດີຂຶ້ນ. ເມື່ອ​ຮອດ​ປີ 2030 ສູ້​ຊົນ​ “ປະ​ຕິ​ບັດ​ນະ​ໂຍບາຍສະແດງຄວາມກະຕັນຍູຮູ້ບຸນຄຸນ​ຕໍ່​ຜູ້ມີ​ຜົນ​ງານ ແລະ ຄຸນ​ງາມ​ຄວາມ​ດີ​ໃນ​ພາ​ລະ​ກິດ​ປະ​ຕິ​ວັດ​ຊາດ​ປະ​ຊາ​ທິ​ປະ​ໄຕ ໃນ 2 ເປົ້າໝາຍ ຈໍານວນທີ່ຢູ່ໃນຖານຂໍ້ມູນ 36.172 ຄົນ, ເປັນເງິນ 575.412 ລ້ານກວ່າກີບ; ປະຕິບັດນະໂຍບາຍອຸດໜູນໃຫ້ຜູ້ເສຍອົງຄະຮາກຖານທີ່ຢູ່ໃນການຄຸ້ມຄອງຕາມລະບຽບການ ໃຫ້ໄດ້ 552 ຄົນ; ຊ່ວຍເຫຼືອ ແລະ ພັດທະນາຄຸນນະພາບຊີວິດ
ຄົນພິການ ໃຫ້ໄດ້ 2.000 ຄົນ ແລະ ຜູ້ອາຍຸສູງ ໃຫ້ໄດ້ 1.000 ຄົນ”[7].

​ເພື່​ອເຮັດ​ໃຫ້ທິດ​ທາງ​ແຜນການ, ຄາດໝາຍສູ້ຊົນດັ່ງ​ກ່າວ​ໄດ້​ຮັບການຈັດຕັ້ງປະຕິບັດຢ່າງ​ເປັນ​ຮູບ​ປະ​ທຳ ແລະ ມີ​ຜົນ​​ສຳເລັດ​ຕາມ​ລະດັບຄາດ​ໝາຍ ຄວນເອົາໃຈໃສ່ ດັ່ງນີ້:

ໜຶ່ງ: ເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກ-ຄະນະນໍາຂະແໜງແຮງງານ ແລະ ສະຫວັດດີການສັງຄົມທຸກຂັ້ນ ໃນການຄົ້ນຄວ້າ, ເຊື່ອມຊຶມ, ກໍາແໜ້ນ ແລະ ໂຄສະນາເຜີຍແຜ່ແຜນພັດທະນາແຮງງານແລະ ສະຫວັດດີການສັງຄົມຢ່າງເລິກເຊິ່ງ, ກວ້າງຂວາງໃນຂອບເຂດທົ່ວປະເທດ ແນໃສ່ສ້າງຄວາມຮັບຮູ້, ເຂົ້າໃຈ, ມີຄວາມເປັນເອກະພາບໃນການຈັດຕັ້ງປະຕິບັດບັນດາທິດທາງ, ໜ້າທີ່ລວມ, ແຜນວຽກຈຸດສຸມ, ຄາດໝາຍສູ້ຊົນ, ໂຄງການ ແລະ ກິດຈະກຳຕ່າງໆໃນແຕ່ລະດ້ານໃຫ້ມີປະສິດທິຜົນຕາມທີ່ກໍານົດໄວ້.

ສອງ: ຂະແໜງແຮງງານ ແລະ  ສະຫວັດດີການສັງຄົມທຸກຂັ້ນ, ລວມທັງບັນດາຂະແໜງການທີ່ກ່ຽວຂ້ອງ ຕ້ອງເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍບັນດາທິດທາງແຜນການດັ່ງກ່າວ ເປັນແຜນງານ, ໂຄງການລະອຽດ, ຖືກຕ້ອງສອດຄ່ອງກັບສະພາບເງື່ອນໄຂຄວາມເປັນຈິງຂອງແຕ່ລະທ້ອງຖິ່ນ; ມີການຕິດຕາມ, ກວດກາ, ສະຫຼຸບລາຍງານ, ຖອດຖອນບົດຮຽນຢ່າງເປັນປະຈໍາ ແນໃສ່ເຮັດໃຫ້ການປະ​ຕິ​ບັດ​ນະ​ໂຍ​ບາຍຕໍ່​ຜູ້
ມີ​ຜົນ​ງານ ແລະ ຄຸນ​ງາມ​ຄວາມ​ດີ​ໃນ​ພາ​ລະ​ກິດການ​ປະ​ຕິ​ວັດ​ຊາດ​ ປະ​ຊາ​ທິ​ປະ​ໄຕ ມີຄວາມຖືກຕ້ອງຍຸຕິທໍາ ແລະ ທັນການ.

ສາມ: ເອົາໃຈໃສ່ສ້າງຄວາມເຂັ້ມແຂງໃຫ້ພະນັກງານ-ລັດຖະກອນຂະແໜງແຮງງານ ແລະ ສະຫວັດດີການສັງຄົມ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໃຫ້ມີຄວາມຮູ້, ຄວາມສາມາດ, ມີຫົວຄິດປະດິດສ້າງດ້ານວິຊາການ, ລວມທັງການຄົ້ນຄວ້າ ແລະ ນໍາໃຊ້ບົດຮຽນ, ປະສົບການຂອງຕ່າງປະເທດ, ອົງການຈັດຕັ້ງສາກົນ ເຂົ້າ
ໃນການຈັດຕັ້ງປະຕິບັດວຽກງານຕົວຈິງ.

ສີ່: ເພີ່ມທະວີການປະສານງານ ແລະ ແບ່ງຄວາມຮັບຜິດຊອບໃນການຈັດຕັ້ງປະຕິບັດນະໂຍບາຍຂອງອົງການຈັດຕັ້ງແຕ່ຂັ້ນສູນກາງຮອດທ້ອງຖິ່ນໃຫ້ມີຄວາມເປັນເອກະພາບ, ຄ່ອງຕົວ; ຄົ້ນຄວ້າຈັດສັນບຸລິມະສິດເປົ້າໝາຍຕ່າງໆ ເພື່ອແກ້ໄຂນະໂຍບາຍຕາມຄວາມເໝາະສົມ; ປັບປຸງຖານຂໍ້ມູນບັນຊີລາຍຊື່ໃຫ້ເປັນລະບົບຄົບຊຸດ, ຖືກຕ້ອງ, ຊັດເຈນ ແລະ ສາມາດກວດສອບໄດ້.

ຫ້າ: ເອົາໃຈໃສ່ປຸກລະດົມຂົນຂວາຍ, ຊຸກຍູ້ບັນດາຂະແໜງການທີ່ກ່ຽວຂ້ອງ, ອົງການປົກຄອງທ້ອງຖິ່ນ, ບັນດາພາກສ່ວນເສດຖະກິດ ທັງພາກລັດ ແລະ ເອກະຊົນໃນທົ່ວສັງຄົມໃຫ້ມີສ່ວນຮ່ວມປະກອບສ່ວນທາງດ້ານວັດຖຸ ແລະ ຈິດໃຈ ເພື່ອສະແດງຄວາມກະຕັນຍູຕອບບຸນແທນຄຸນຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມ ດີໃນພາລະກິດການປະຕິວັດ ຊາດປະຊາທິປະໄຕ ໃຫ້ຫຼາຍຂຶ້ນກວ່າເກົ່າ.

ການປະຕິບັດນະໂຍບາຍຕໍ່ຜູ້ທີ່ມີຜົນງານ ແລະ ຄຸນງາມຄວາມດີໃນພາລະກິດການປະຕິວັດຊາດປະຊາທິປະໄຕ ຖືເປັນວຽກງານໜຶ່ງທີ່ມີຄວາມສໍາຄັນ, ທັງເປັນໜ້າທີ່ການເມືອງທີ່ພັກ-ລັດຖະບານຈະໄດ້ສຸມໃສ່ຈັດຕັ້ງປະຕິບັດໃຫ້ມີຜົນສໍາເລັດຢ່າງເປັນຮູບປະທຳ ເພື່ອເປັນການສະແດງຄວາມກະຕັນຍູຕອບບຸນແທນ
ຄຸນ​ຕໍ່ພະນັກງານ​ປະຕິວັດອາວຸ​ໂສ, ວີລະ​ຊົນແຫ່ງຊາດ, ນັກຮົບ​ແຂ່ງຂັນ ​ແລະ ພະນັກງານບໍານານ, ພະນັກງານ​ເສຍ​ອົງຄະ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ຜູ້​ທີ່ເສຍສະຫຼະຊີວິດ, ເລືອດເນື້ອ, ເຫື່ອແຮງ, ສະຕິປັນຍາຂອງຕົນເຂົ້າໃນພາລະກິດການປະຕິວັດຊາດ ປະຊາທິປະໄຕ, ທັງເປັນການປະ ກອບສ່ວນຍົກລະດັບຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ສົມຄູ່ກັບຜົນງານ ແລະ ຄຸນງາມຄວາມດີທີ່ພວກເພິ່ນ
ໄດ້ມີຕໍ່ປະເທດຊາດ ແລະ ປະຊາຊົນລາວບັນດາເຜົ່າ, ດັ່ງຄໍາເວົ້າທີ່ວ່າ: “ບໍ່ມີພວກເພິ່ນໃນມື້ນັ້ນ ກໍບໍ່ມີພວກເຮົາໃນມື້ນີ້”./.

[1] ດຳລັດວ່າດ້ວຍການປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດປະຕິວັດຊາດປະຊາທິປະໄຕ, ເລກທີ 57/ລບ, ລົງວັນທີ 27/1/2025, ໜ້າ 1.

[2] ເອກະສານກອງປະຊຸມໃຫຍ່ ຄັ້ງທີ X ພັກປະຊາຊົນປະຕິວັດລາວ, ປີ 2016, ໜ້າ 46.

[3] ເອກະສານກອງປະຊຸມໃຫຍ່ ຄັ້ງທີ XI ພັກປະຊາຊົນປະຕິວັດລາວ, ປີ 2021, ໜ້າ 71.

[4] ແຜນພັດທະນາແຮງງານ ແລະ ສະຫວັດດີການສັງຄົມ 5 ປີ ຄັ້ງທີ V ໄລຍະປີ 2021-2025, ໜ້າ 28.

[5] ດຳລັດວ່າດ້ວຍການປະຕິບັດນະໂຍບາຍຕໍ່ຜູ້ມີຜົນງານ ແລະ ຄຸນງາມຄວາມດີ ໃນພາລະກິດປະຕິວັດຊາດປະຊາທິປະໄຕ, ເລກທີ 57/ລບ, ລົງວັນທີ 27/1/2025, ໜ້າ 1.

[6] ແຜນພັດທະນາແຮງງານ ແລະ ສະຫວັດດີການສັງຄົມ 5 ປີ ຄັ້ງທີ VI ໄລຍະປີ 2026-2030, ໜ້າ 15.

[7] ແຜນພັດທະນາແຮງງານ ແລະ ສະຫວັດດີການສັງຄົມ 5 ປີ ຄັ້ງທີ VI (2026-2030), ໜ້າ 38.

ຂຽນໂດຍ: ທຳມະວົງ ບຸບຜາພອນ

(ວາລະສານອະລຸນໃໝ່ ສະບັບປະຈຳເດືອນກັນຍາ ປີ 2025)

Leave a Reply

Your email address will not be published. Required fields are marked *