
ພັກ ແລະ ລັດຖະບານ ເວລາໃດກໍໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານສຶກສາ, ຖືເອົາຄູສອນເປັນກົກໃນການຍົກສູງຄຸນນະພາບຂອງການສຶກສາ ກໍຄືການພັດທະນາຊັບພະຍາກອນມະນຸດໃນແຕ່ລະໄລຍະ; ຄູໄດ້ມີບົດບາດສໍາຄັນໃນການສ້າງອະນາຄົດໃຫ້ຄົນແຕ່ລະຮຸ່ນ ແລະ ໃນພາລະກິດສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ຈົນຖືກສັງຄົມຂະໜານນາມວ່າ: ຄູແມ່ນຄົນຂອງພັກ, ຄູແມ່ນວິສາວະກອນແຫ່ງດວງວິນຍານ, ຄູແມ່ນແມ່ພິມຂອງຊາດ, ຄູແມ່ນພໍ່ແມ່ຜູ້ທີສອງຂອງເດັກ, ຄູແມ່ນຜູ້ທີ່ມີຄວາມຮູ້ ແລະ ປະສົບການທີ່ສາມາດຖ່າຍທອດໃຫ້ແກ່ຜູ້ອື່ນ, ຄູຄືຜູ້ນໍາພາການປ່ຽນແປງໃໝ່ ແລະ ອື່ນໆ. ປະທານ ໄກສອນ ພົມວິຫານ ໄດ້ໃຫ້ທັດສະນະວ່າ: “ຄູ ແມ່ນຂອດທີ່ມີລັກສະນະຕັດສິນຊີ້ຂາດຂອງ
ການສຶກສາ, ຄູແມ່ນຜູ້ຕົ້ນຕໍໃນການນຳເອົາແນວທາງສຶກສາຂອງພັກໄປປະຕິບັດໃຫ້ປະກົດເປັນຈິງ, ຄູແມ່ນນັກຮົບປະຕິວັດ, ແມ່ນພະນັກງານຂອງພັກໃນສະໜາມຮົບດ້ານການສຶກສາ, ແນວທາງການສຶກສາຂອງພັກຈະໄດ້ຮັບການປະຕິບັດດີ ຫຼື ບໍ່, ພາລະກິດການສຶກສາຈະໄດ້ຮັບການສ້າງ ແລະ ຂະຫຍາຍຄືແນວໃດນັ້ນ, ສ່ວນສຳຄັນແມ່ນຂຶ້ນກັບຄູ, ພ້ອມກັນນັ້ນ ຄູກໍແມ່ນນັກຮົບຜູ້ກ້າແກ່ນໃນການຕໍ່ສູ້ຕ້ານກັບ
ການສຶກສາແບບຂ້ອຍຂ້າ, ປະຕິການຂອງສັດຕູ”[1].
ເມື່ອທົບທວນເບິ່ງແລ້ວເຫັນວ່າ ພາລະບົດບາດ, ໜ້າທີ່ຂອງຄູແມ່ນມີຄວາມສໍາຄັນ, ໜັກໜ່ວງ ແລະ ມີຂອບເຂດກວ້າງຂວາງຫຼາຍໃນການດໍາເນີນພາລະກິດການສຶກສາຂອງພັກ ແລະ ລັດຖະບານ ກໍຄືການຈັດຕັ້ງຜັນຂະຫຍາຍແຜນພັດທະນາການສຶກສາ ແລະ ກີລາ ໃນແຕ່ລະໄລຍະ ໂດຍສະເພາະແມ່ນການປະຕິຮູບວຽກງານສຶກສາ ເພື່ອຮັບປະກັນການສະໜອງການສຶກສາທີ່ມີຄຸນນະພາບໃຫ້ແກ່ຜູ້ຮຽນຢ່າງທົ່ວເຖິງ. ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ທຸກການເຄື່ອນໄຫວ, ທຸກການຫັນປ່ຽນທີ່ມີຜົນສຳເລັດ ຫຼື ບໍ່ມີຜົນສຳເລັດ, ປະເທດຊາດຈະກ້າວໜ້າ ຫຼື ຫຼ້າຫຼັງ ລ້ວນແຕ່ຂຶ້ນກັບປັດໄຈຄົນ, ເພາະວ່າຄົນແມ່ນກຳລັງດັນ, ແມ່ນກຳລັງແຮງໃນການຂັບເຄື່ອນປະຕິບັດທຸກໜ້າທີ່ວຽກງານ, ສະນັ້ນ ຢາກສ້າງຄົນໃຫ້ມີຄຸນນະພາບ, ມີຄວາມກ້າວໜ້ານັ້ນ ປັດໄຈຕົ້ນຕໍແມ່ນການສຶກສາ, ແມ່ນຂະບວນການຮຽນ-ການສອນ ເຊິ່ງຜູ້ທີ່ມີບົດບາດສຳຄັນ ແລະ ປະກອບສ່ວນເປັນຫຼັກ ເຮັດໃຫ້ການສຶກສາມີ
ຄຸນນະພາບ, ການສ້າງຄົນໃຫ້ມີຄວາມຮູ້, ຄວາມສາມາດ, ມີຄຸນສົມບັດສິນທຳປະຕິວັດນັ້ນ ແມ່ນຄູ-ອາຈານ. ຄູ-ອາຈານ ແລະ ຜູ້ບໍລິຫານການສຶກສາທຸກຂັ້ນ ໄດ້ເອົາໃຈໃສ່ຢ່າງຈົດຈໍ່ ແລະ ອຸທິດສະຕິປັນຍາ-ເຫື່ອແຮງຕໍ່ການປະຕິບັດໜ້າທີ່ການສອນຂອງຕົນດ້ວຍຄວາມພາກພຽນແລະ ມານະອົດທົນ ອັນໄດ້ເຮັດໃຫ້ວຽກງານພັດທະນາການສຶກສາໄດ້ຂະຫຍາຍຕົວນັບແຕ່ສູນກາງຮອດທ້ອງຖິ່ນ, ຕາໜ່າງການສຶກສາໄດ້ຂະຫຍາຍໄປທົ່ວປະເທດ, ເຂດຫ່າງໄກສອກຫຼີກທຸກແຫ່ງລ້ວນແຕ່ເຂົ້າເຖິງການຮຽນ-ການສອນ, ຄູອາຈານຫຼາຍໆຄົນໄດ້ກາຍເປັນຄູສອນດີ-ສອນເກັ່ງ, ກາຍເປັນຄູຊ່ຽວຊານ, ຄູປະສົບການ, ຄູຊໍານານງານ, ຜູ້ຊ່ວຍອາຈານ, ອາຈານ, ຮອງສາດສະດາຈານ ແລະ ສາດສະດາຈານ ທັງມີສະຖານະພາບ ແລະ ມີບົດບາດສູງຂຶ້ນໃນສັງຄົມ.
ໂດຍເຫັນໄດ້ຄວາມສຳຄັນຂອງວຽກງານສຶກສາ, ໃນໄລຍະຜ່ານມາ ພັກ-ລັດຖະບານ ໄດ້ເອົາໃຈໃສ່ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການພັດທະນາ ແລະ ຍົກລະດັບຄູສອນໃຫ້ມີຄຸນນະພາບ ໂດຍການຈັດສັນງົບປະມານເຂົ້າໃສ່ວຽກງານສຶກສາ ແລະ ສະໜອງໂຕເລກລັດຖະກອນໃຫ້ຂະແໜງສຶກສາຫຼາຍພໍສົມຄວນ; ໄດ້ກຳນົດວຽກງານພັດທະນາຄູເຂົ້າໃນກອງປະຊຸມໃຫຍ່ຂອງພັກ ຕົ້ນຕໍແມ່ນ “…ສຸມ
ສ້າງຖັນແຖວຄູອາຈານທີ່ໄດ້ມາດຕະຖານດ້ານວິຊາການ ແລະ ຈັນຍາບັນ ເພື່ອຕອບສະໜອງຄວາມຕ້ອງການໃນລະບົບການສຶກສາທຸກລະດັບ ແລະ ຮັບປະກັນໃຫ້ຄົນລາວມີລະດັບການສຶກສາພື້ນຖານທີ່ມີຄຸນນະພາບ…”[2]; ພ້ອມກັນນັ້ນ ກໍໄດ້ອອກນິຕິກຳຕ່າງໆ ເພື່ອເປັນບ່ອນອີງໃນການພັດທະນາຄູ, ໃນນັ້ນ ໄດ້ອອກມະຕິຕົກລົງກ່ຽວກັບນະໂຍບາຍ ແລະ ມາດຕະການແກ້ໄຂບັນຫາຂາດແຄນຄູສອນ, ການປະລະການ
ຮຽນ ແລະ ການສົ່ງເສີມເຂົ້າຮຽນວິຊາຊີບ ເລກທີ 09/ລບ, ລົງວັນທີ 17 ກໍລະກົດ 2023; ດຳລັດວ່າດ້ວຍລັດຖະກອນຄູ ເລກທີ 202/ລບ, ລົງວັນທີ 12 ພຶດສະພາ 2023, ຂໍ້ຕົກລົງວ່າດ້ວຍການພັດທະນາວິຊາຊີບຄູແບບຕໍ່ເນື່ອງ ເລກທີ 3342/ສສກ ລົງວັນທີ 19 ກໍລະກົດ 2022 ແລະ ໄດ້ກຳນົດມາດຕະຖານຂອງຄູໄວ້ໃນກົດໝາຍວ່າດ້ວຍການສຶກສາ (ສະບັບປັບປຸງ) ຄື: “ຄູ ຕ້ອງມີມາດຕະຖານ ດັ່ງນີ້: ມີຫຼັກໝັ້ນ, ທັດສະນະການເມືອງຖືກຕ້ອງ, ຮັກ ແລະ ປົກປ້ອງລະບອບປະຊາທິປະໄຕປະຊາຊົນ; ມີຈັນຍາບັນຂອງຄູ ແລະ ມີຄຸນສົມບັດສິນທຳປະຕິວັດ; ມີຄວາມຮູ້, ຄວາມສາມາດ, ວິຊາສະເພາະໃນການສອນຢູ່ຊັ້ນຮຽນຕາມມາດຕະຖານຂອງກະຊວງສຶກສາທິການ ແລະ ກີລາ; ມີປະກາສະນີຍະບັດ ຫຼື ໃບຢັ້ງຢືນວິຊາຄູ ແລະ ໃບອະນຸຍາດການສອນ; ມີຄວາມດຸໝັ່ນຊອກຮຽນຮູ້ ແລະ ພັດທະນາຕົນເອງຢູ່ເລື້ອຍໆ; ມີສຸຂະພາບດີ”[3]. ປະທານ ໄກສອນ ພົມວິຫານ ໄດ້ໃຫ້ທັດສະນະເນັ້ນໜັກຕໍ່ການພັດທະນາ, ບຳລຸງ-ກໍ່ສ້າງຄູ ວ່າ: “ເພີ່ມທະວີຖັນແຖວຄູ ດ້ວຍວິທີສ້າງຢູ່ພາຍໃນ ແລະ ຕ່າງປະເທດ ເພື່ອຮັບປະກັນຄຸນນະພາບຂອງການສຶກສາ, ຄູທຸກໆຄົນຕ້ອງໄດ້ຮັບການບຳລຸງໃນທຸກດ້ານຢ່າງເປັນປະຈຳ ເພື່ອຍົກລະດັບຂອງເຂົາໃຫ້ສູງຂຶ້ນຢ່າງບໍ່ຢຸດຢັ້ງ. ພ້ອມກັນນັ້ນ ພັກ ແລະ ລັດ ຈະຕ້ອງເພີ່ມເຕີມບັນດາລະບອບການ, ນະໂຍບາຍອັນລະອຽດ ແລະ ເໝາະສົມຕໍ່ຄູ; ຂະແໜງການຕ່າງໆ ແລະ ຂັ້ນຕ່າງໆ ຕ້ອງປະຕິບັດບັນດາລະບອບການ, ນະໂຍບາຍຢ່າງສຸດຂັ້ນສຸດຂີດ ເພື່ອຮັບປະກັນໃຫ້ຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງຄູ ເປັນຕົ້ົ້ນແມ່ນ
ຄູທີ່ເຮັດໜ້າທີ່ສິດສອນຢູ່ເຂດຊົນເຜົ່າ, ເຂດຫ່າງໄກສອກຫຼີກ”[4].
ເພື່ອຍົກສູງບົດບາດຄູຕໍ່ກັບວຽກງານສຶກສາ ກໍຄືການພັດທະນາຄູໃຫ້ໄດ້ມາດຕະຖານ ສາມາດຕອບສະໜອງການສຶກສາທີ່ມີຄຸນນະພາບໃຫ້ແກ່ຜູ້ຮຽນຢ່າງທົ່ວເຖິງ, ຄະນະພັກ-ຄະນະນຳກະຊວງສຶກສາທິການ ແລະ ກີລາ ໄດ້ເອົາໃຈໃສ່ໃນການວາງວິໄສທັດ, ຍຸດທະສາດໃນການພັດທະນາວຽກງານສຶກສາ ແລະ ກີລາ, ໃນນັ້ນ ໄດ້ສ້າງແຜນຍຸດທະສາດໃນການພັດທະນາຄູທຸກສາຍ, ທຸກລະດັບໃນແຕ່ລະໄລຍະໃຫ້ມີ
ຄວາມສອດຄ່ອງກັບຫຼັກສູດທີ່ປັບປຸງໃໝ່; ໄດ້ຂຶ້ນແຜນຄວາມຕ້ອງການຄູ, ແຜນບຳລຸງ-ກໍ່ສ້າງ, ການບັນຈຸສັບຊ້ອນຄູໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງວຽກງານຕົວຈິງ; ປັບປຸງແຜນການຝຶກງານຂອງຄູໃໝ່, ດຳເນີນການສຳຫຼວດລັດຖະກອນຄູ ແລະ ບໍລິຫານ ເພື່ອແນໃສ່ແກ້ໄຂສະພາບບັນຫາຄູເຫຼືອ-ຄູບໍ່ພໍ, ຄູອາສາສະໝັກ ແລະ ບັນຫາຂາດແຄນຄູສອນຢູ່ແຕ່ລະທ້ອງຖິ່ນຮາກຖານ ຕົ້ນຕໍແມ່ນສຸມໃສ່
ເພີ່ມປະລິມານການສ້າງຄູອະນຸບານ, ສ້າງຄູປະຖົມ ແລະ ຄູມັດທະຍົມໃນສາຍວິຊາທີ່ຂາດແຄນຄູ ດ້ວຍການສົ່ງຄູປະຈໍາການໄປຍົກລະດັບໃນລະບົບຕໍ່ເນື່ອງພັກແລ້ງໄລຍະສິ້ນປີຮຽນ ແລະ ຄັດເລືອກນັກຮຽນທີ່ຮຽນຈົບໃໝ່ໄປຮຽນຕໍ່ສາຍສຶກສາຄູໃນລະບົບປົກກະຕິຢູ່ສະຖາບັນສ້າງຄູໃນທົ່ວປະເທດ ເພື່ອເຮັດໃຫ້ຄູໄດ້ມີໂອກາດໄປຍົກລະດັບວຸດທິການສຶກສາຂອງຕົນນັບມື້ສູງຂຶ້ນ; ພັດທະນາວິຊາຊີບຄູແບບຕໍ່ເນື່ອງທັງໄລຍະສັ້ນ ແລະ ໄລຍະຍາວ; ໄດ້ປັບປຸງຫຼັກສູດການສ້າງຄູ ເພື່ອໃຫ້ສອດຄ່ອງກັບຫັກສູດສາມັນສຶກສາ, ປັບປຸງລະບົບການສຶກສານິເທດ ແລະ ພັດທະນາມາດຕະຖານສະມັດຖະພາບດ້ານໄອຊີທີຂອງຄູໃນ ສປປ ລາວ; ໄດ້ຍາດແຍ່ງການຊ່ວຍເຫຼືອຈາກຄູ່ຮ່ວມພັດທະນາ ເພື່ອມາສ້າງໂຮງຮຽນສາທິດຈໍານວນ 8 ແຫ່ງໃນທົ່ວປະເທດ ແລະ ສືບຕໍ່ສົ່ງເສີມໃຫ້ສະຖາບັນສ້າງຄູເຮັດໜ້າທີ່ໃນການກໍ່ສ້າງຄູ, ຍົກລະດັບຄູ, ລວມທັງການຈັດຝຶກອົບຮົມໃຫ້ແກ່ຄູປະຈໍາການ ແລະ ອໍານວຍການໂຮງຮຽນ; ໄດ້ປັບປຸງ-ສ້າງນິຕິກໍາ ແລະ ຄູ່ມື
ທີ່ກ່ຽວຂ້ອງກັບວຽກງານການພັດທະນາວິຊາຊີບຄູ ລວມທັງວຽກງານການສຶກສາຄູ. ຄຽງຄູ່ກັນນັ້ນ ກໍໄດ້ເອົາໃຈໃສ່ໃນການພັດທະນາ ແລະ ຍົກລະດັບຄູສອນ ດ້ວຍການຈັດຝຶກອົບຮົມໃນຫົວຂໍ້ຕ່າງໆ ເປັນຕົ້ນແມ່ນຝຶກອົບຮົມການນຳໃຊ້ຫຼັກສູດ ແລະ ປຶ້ມແບບຮຽນໃໝ່, ຈັດຝຶກອົບຮົມການສອນພາສາລາວ, ຝຶກອົບ ຮົມໃຫ້ແກ່ຄູສອນຫ້ອງຄວບ, ຄູການສຶກສາຮຽນຮ່ວມ, ຄູປະຈຳການ ເພື່ອແນໃສ່ພັດທະນາວິຊາຊີບຄູແບບຕໍ່
ເນື່ອງ ໂດຍຜ່ານວິທີການຝຶກອົບຮົມທີ່ເນັ້ນໂຮງຮຽນ ແລະ ກຸ່ມໂຮງຮຽນເປັນຫຼັກ; ຝຶກອົບຮົມຄູອະນຸບານໃນການນຳໃຊ້ສື່ການສອນ, ການຜະລິດອຸປະກອນການສອນ; ຝຶກອົບຮົມຄູມັດທະຍົມສຶກສາກ່ຽວກັບວິທີການແຕ່ງບົດສອນ, ວິທີການສອນ, ການນຳໃຊ້ສື່ ແລະ ອຸປະກອນການທົດລອງ; ຝຶກອົບຮົມຄູການສຶກສານອກໂຮງຮຽນກ່ຽວກັບການສອນຜູ້ໃຫຍ່ ແລະ ວິຊາຊີບຂັ້ນພື້ນຖານ; ຝຶກອົບຮົມຄູໃນສະຖານອາຊີວະ
ສຶກສາທາງດ້ານວິຊາການ, ວິຊາສະເພາະ ທັງພາຍໃນ ແລະ ຕ່າງປະເທດ; ຝຶກອົບຮົມຄູຝຶກກີລາ-ກາຍະກຳ ເພື່ອສຸຂະພາບ ແລະ ກີລາຄົນພິການ; ຝຶກອົບຮົມຜູ້ບໍລິຫານ, ວິຊາການ, ຄູຝຶກ, ກຳມະການຕັດສິນໃນລະດັບຕ່າງໆ ຮ່ວມກັບສະຫະພັນກີລາແຫ່ງຊາດ ແລະ ຄະນະກຳມະການໂອລິມປິກແຫ່ງຊາດລາວ ຕົ້ນຕໍແມ່ນຫົວຂໍ້ຫຼັກສູດວິທະຍາສາດການກີລາ, ການບໍລິຫານຫຼັກສູດໂຮງຮຽນພອນສະຫວັນກີລາ-ກາຍະກຳ,
ມາດຕະຖານການບໍລິຫານຈັດການກີລາ ເພື່ອຄວາມເປັນເລີດ, ການບໍລິຫານຈັດການສູນຝຶກກີລາລະດັບຊາດ, ອະນຸພາກພື້ນ ແລະ ພາກພື້ນ. ສິ່ງສໍາຄັນ ເພື່ອເປັນການແກ້ໄຂບັນຫາຂາດແຄນຄູສອນ ໃນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ໄດ້ກຳນົດວ່າ: “ແກ້ໄຂບັນຫາຄູອາສາ ແລະ ການຂາດແຄນຄູສອນຢູ່ຊົນນະບົດ, ຢູ່ຮາກຖານບ້ານ; ຄູອາສາທີ່ໄປສິດສອນໃນເຂດທຸລະກັນດານ,ຫຍຸ້ງຍາກ ຄວນໄດ້ບັນຈຸສັບຊ້ອນເຂົ້າເປັນລັດຖະກອນຄູເປັນກໍລະນີສະເພາະ ແລະ ຕ້ອງຮັບປະກັນການດຳລົງຊີວິດໃນໄລຍະປະຕິບັດໜ້າທີ່, ໃນສະເພາະໜ້າໃຫ້ສຸມໃສ່ປະຕິບັດນະໂຍບາຍອຸດໜູນຄູອາສາຕາມມະຕິ 09/ລບ ໃຫ້ຖືກຕ້ອງ ແລະ ທັນເວລາ; ປະຕິບັດນໍາໃຊ້ຄູຈາກຫຼາຍພາກສ່ວນ ໂດຍສະເພາະເອົາທະຫານ, ຕໍາຫຼວດໄປເປັນຄູ ໂດຍການຝຶກອົບຮົມວິຊາຄູໃຫ້ເຂົາເຈົ້າຄັກແນ່ ຫຼື ເອົາຄູອາສາເຂົ້າເປັນທະ
ຫານ, ເປັນຕໍາຫຼວດ ຕິດພັນກັບການເຮັດວຽກງານກໍ່ສ້າງຮາກຖານການເມືອງໄປຄຽງຄູ່ກັນ”[5]. ກະຊວງສຶກສາທິການ ແລະ ກີລາ ກໍໄດ້ອອກຄໍາແນະນໍາວ່າດ້ວຍການບັນຈຸຄູອາສາສະໝັກເຂົ້າເປັນລັດຖະກອນປ້ອງກັນຊາດ ແລະ ເປັນຄູສອນຢູ່ເຂດຫ່າງໄກສອກຫຼີກ ເລກທີ 1480/ສສກ, ລົງວັນທີ 29 ກໍລະກົດ 2025, ໃນນີ້ໄດ້ກຳນົດບັນດາເງື່ອນໄຂມາດຖານ, ຂັ້ນຕອນໃນການຈັດຕັ້ງປະຕິບັດ ເຊິ່ງປັດຈຸບັນແມ່ນພວມ
ຈັດຕັ້ງປະຕິບັດຢູ່ໃນຂອບເຂດທົ່ວປະເທດ.
ບົນພື້ນຖານນັ້ນ, ເພື່ອຮອງຮັບໃຫ້ແກ່ການຂະຫຍາຍການສຶກສາສາຍສາມັນ ແລະ ສະໜອງຄູທົດແທນຄູທີ່ສູນເສຍໃນຮູບແບບຕ່າງໆ “ໃນໄລຍະ 5 ປີຜ່ານມາ ໄດ້ມີການກໍ່ສ້າງຄູໃໝ່ ຈໍານວນ 4.350 ຄົນ, ໃນນັ້ນ ມີຄູການສຶກສາກ່ອນໄວຮຽນ ຈໍານວນ 1.155 ຄົນ, ຄູປະຖົມສຶກສາ ຈໍານວນ 955 ຄົນ ແລະ ຄູມັດທະຍົມສຶກສາ ຈໍານວນ 2.240 ຄົນ. ໃນຂະນະທີ່ນັກຮຽນຄູທີ່ຈົບອອກໄປ ຈໍານວນ 5.080 ຄົນ ປະ ກອບດ້ວຍນັກຮຽນຄູສອນການສຶກສາກອ່ນໄວຮຽນ ຈໍານວນ 1.551 ຄົນ, ນັກຮຽນຄູປະຖົມສຶກສາຈໍາ
ນວນ 1.444 ຄົນ ແລະ ນັກຮຽນຄູຊັ້ນມັດທະຍົມສຶກສາ ຈໍານວນ 2.085 ຄົນ”[6]; ຈໍານວນຄູສອນໃນຊັ້ນການສຶກສາກ່ອນໄວຮຽນ, ຊັ້ນປະຖົມສຶກສາ ແລະ ມັດທະຍົມສຶກສາ ຫຼາຍກວ່າ 20% ໄດ້ຮັບການຝຶກອົບ ຮົມແຕ່ລະປີ.
ເຖິງຢ່າງໃດກໍຕາມ, ການຍົກສູງບົດບາດຄູສອນ ກໍຄືການບຳລຸງ-ກໍ່ສ້າງຄູໃນໄລຍະຜ່ານມາ ເມື່ອທຽບໃສ່ກັບຄວາມຮຽກຮ້ອງຕ້ອງການຕົວຈິງແລ້ວເຫັນວ່າຍັງມີຂໍ້ຄົງຄ້າງ ແລະ ສິ່ງທ້າທາຍຈໍານວນໜຶ່ງທີ່ຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂ ເປັນຕົ້ນແມ່ນບັນຫາຂາດແຄນຄູສອນ, ເຖິງວ່າຈະມີນັກຮຽນຄູທີ່ຮຽນຈົບເປັນຈໍານວນຫຼວງຫຼາຍ ແຕ່ນັກຮຽນຄູດັ່ງກ່າວ ທີ່ໄດ້ຮັບບັນຈຸເຂົ້າເປັນລັດຖະກອນຄູ ແມ່ນມີຈໍານວນໜ້ອຍ, ເນື່ອງຈາກຕົວເລກລັດຖະກອນຄູໃໝ່ທີ່ໄດ້ຮັບອະນຸມັດໃນແຕ່ລະປີມີຈໍາກັດ, ອັນເປັນສາເຫດເຮັດໃຫ້ຈໍານວນຜູ້ສະໝັກເຂົ້າຮຽນໃນສະຖາບັນສ້າງຄູໃນແຕ່ລະປີແມ່ນຫຼຸດລົງຢ່າງຕໍ່ເນື່ອງ. ຄຸນນະພາບການສອນຂອງຄູຈໍານວນໜຶ່ງບໍ່ບັນລຸຕາມເກນມາດຕະຖານ; ການສ້າງແຜນຄວາມຕ້ອງການຄູ, ແຜນກໍ່ສ້າງຄູຍັງບໍ່ທັນສອດຄ່ອງກັບຄວາມຕ້ອງການຕົວຈິງໃນແຕ່ລະຊັ້ນ, ແຕ່ລະສາຍຮຽນ, ຍັງບໍ່ທັນສຸມໃສ່ວິຊາທີ່ຂາດແຄນຄູ; ການພັດທະນາວິຊາຊີບຄູແບບຕໍ່ເນື່ອງຍັງບໍ່ທັນໄດ້ອີງໃສ່ຄວາມຕ້ອງການຝຶກອົບຮົມຂອງຄູທີ່ແທ້ຈິງ; ການບັນຈຸສັບຊ້ອນ ແລະ ຈັດສັນຄູຍັງຈັດຕັ້ງປະຕິບັດບໍ່ທັນໄດ້ດີເທົ່າທີ່ຄວນ, ເຮັດໃຫ້ເກີດມີບັນຫາຄູເຫຼືອ, ຄູບໍ່ພໍ (ເປັນພະຍາດຊຳເຮື້ອແກ່ຍາວ) ໃນຕົວເມືອງສ່ວນຫຼາຍແມ່ນມີຄູເຫຼືອ, ແຕ່ຢູ່ຊົນນະບົດເຂດຫ່າງໄກສອກຫຼີກ
ຊໍ້າພັດບໍ່ມີຄູພຽງພໍ; ຄູ-ອາຈານຈຳນວນໜຶ່ງຂາດນໍ້າໃຈບຸກບືນ, ບໍ່ທັນເອົາໃຈໃສ່ໃນການຝຶກຝົນຫຼໍ່ຫຼອມພັດທະນາຕົນເອງ ເຮັດໃຫ້ຄວາມຮັບຜິດຊອບ, ຈັນຍາບັນ ແລະ ຄຸນນະພາບຂອງການສອນບໍ່ສູງເທົ່າທີ່ຄວນ; ການຝຶກອົບຮົມຄູທາງດ້ານວິຊາສະເພາະຍັງເຮັດບໍ່ທັນທົ່ວເຖິງ, ບໍ່ປົກກະຕິ ແລະ ຕໍ່ເນື່ອງ; ການຄຸ້ມຄອງ, ບໍລິຫານໂຮງຮຽນຂອງຜູ້ບໍລິຫານໂຮງຮຽນຈໍານວນໜຶ່ງບໍ່ມີຄວາມເຂັ້ມແຂງ ແລະ ຂາດປະສົບການ; ສະພາບຊີວິດການເປັນຢູ່ ກໍຄືເງື່ອນໄຂໃນການປະຕິບັດໜ້າທີ່ວຽກງານຂອງຄູ-ອາຈານ ແລະ ຜູ້ບໍລິຫານການສຶກສາຍັງມີຄວາມຫຍຸ້ງຍາກ, ນະໂຍບາຍສະໜອງຕໍ່ຄູ-ອາຈານ ໂດຍສະເພາະຜູ້ທີ່ໄປປະຕິບັດໜ້າທີ່ສິດສອນຢູ່ຊົນນະບົດ, ເຂດຫ່າງໄກສອກຫຼີກຍັງບໍ່ທັນເໝາະສົມກັບສະພາບເງື່ອນໄຂຕົວຈິງ.
ເພື່ອສືບຕໍ່ຍົກສູງບາດບາດຂອງຄູ ກໍຄືການພັດທະນາ, ຍົກລະດັບຄຸນນະພາບການສອນຂອງຄູໃຫ້ໄດ້ມາດຕະຖານດ້ານວິຊາການ, ພັກ-ລັດຖະບານ ກໍຄືກະຊວງສຶກສາທິການ ແລະ ກີລາໄດ້ວາງທິດທາງ, ວຽກງານຈຸດສຸມ ໂດຍສຸມໃສ່ສ້າງແຜນຄວາມຕ້ອງການຄູ, ແຜນກໍ່ສ້າງຄູທຸກຊັ້ນ, ທຸກສາຍໃນແຕ່ລະທ້ອງ
ຖິ່ນໃຫ້ສອດຄ່ອງກັບແຜນຄວາມຕ້ອງການຕົວຈິງ; ສົ່ງເສີມໃຫ້ບັນດາວິທະຍາໄລຄູ ເຮັດໜ້າທີ່ໃນການກໍ່ ສ້າງຄູ, ຝຶກອົບຮົມຄູປະຈໍາການ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ໂຮງຮຽນສາທິດໃນວິທະຍາໄລຄູ ເພື່ອເປີດໂອກາດຝຶກການຮຽນ-ການສອນ ແລະ ຖອດຖອນບົດຮຽນພາຍໃນຫ້ອງຮຽນ ສໍາລັບນັກສຶກສາພາຍໃນວິທະຍາໄລຄູ; ສືບຕໍ່ກໍານົດເງື່ອນໄຂ ແລະ ມາດຕະຖານນັກສຶກສາທີ່ຈະເຂົ້າຮຽນໃນສາຍສ້າງຄູ, ພ້ອມທັງ
ຄັດເລືອກ ແລະ ສະໜອງທຶນການສຶກສາທີ່ເໝາະສົມສໍາລັບຜູ້ທີ່ເຂົ້າຮຽນຄູ; ຄົ້ນຄວ້າສ້າງນິຕິກໍາ ເພື່ອຮັບປະກັນໃຫ້ນັກສຶກສາຄູທີ່ຮຽນຈົບ ສາມາດໄດ້ຮັບການບັນຈຸເປັນລັດຖະກອນຄູ; ພັດທະນາຫຼັກສູດ AI ເຂົ້າໃນຫຼັກສູດການກໍ່ສ້າງ ແລະ ຫຼັກສູດການຝຶກອົບຮົມຄູປະຈໍາການ; ສ້າງຖານຂໍ້ມູນ ຫຼື Platform ສໍາລັບການຮຽນຮູ້, ການຝຶກອົບຮົມຄູ, ການຕິດຕາມການປະຕິບັດໜ້າທີ່ຂອງຄູ, ລວມທັງການເກັບໜ່ວຍກິດການຝຶກອົບຮົມຄູ. ເມື່ອຮອດປີ 2030 ສູ້ຊົນເຮັດໃຫ້ ອັດຕາຄູປະຈໍາການ ແລະ ຜູ້ເຮັດວຽກສຶກສາ
ນິເທດທຸກຊັ້ນ ໄດ້ຮັບການພັດທະນາວິຊາຊີບແບບຕໍ່ເນື່ອງ ສະເລ່ຍ 20% ຕໍ່ປີ.
ເພື່ອເຮັດໃຫ້ທິດທາງແຜນການພັດທະນາ, ຍົກລະດັບຄູ ກໍຄືການຍົກສູງຖານະບົດບາດຂອງຄູ-ອາຈານຕໍ່ກັບວຽກງານສຶກສາ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ຄວນເອົາໃຈໃສ່ບາງດ້ານ ດັ່ງນີ້:
ໜຶ່ງ: ເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກ, ຄະນະນໍາທຸກຂັ້ນຂອງຂະແໜງສຶກສາ ຢ່າງໃກ້ ຊິດຕິດແທດໃນການຈັດຕັ້ງປະຕິບັດທິດທາງແຜນການພັດທະນາວຽກງານສຶກສາ, ວິທະຍາສາດ ແລະ ກີ ລາ ໂດຍການຫັນເປັນແຜນງານ, ໂຄງການລະອຽດຂອງແຕ່ລະທ້ອງຖິ່ນ, ທັງມີການຕິດຕາມກວດກາ, ປະເມີນຜົນ, ສະຫຼຸບ, ລາຍງານ, ຖອດຖອນບົດຮຽນເປັນແຕ່ລະໄລຍະ.
ສອງ: ເອົາໃຈໃສ່ບໍລຸງກໍ່ສ້າງ ແລະ ພັດທະນາຍົກລະດັບຄູ-ອາຈານ ໃຫ້ໄດ້ມາດຕະຖານດ້ານວິຊາການ, ມີຈັນຍາບັນ ໂດຍການຂຶ້ນແຜນກຳນົດບໍາລຸງສ້າງ, ຍົກລະດັບຄູ-ອາຈານ ໃຫ້ຖືກກັບຄວາມຕ້ອງການຕົວຈິງ ແນໃສ່ແກ້ໄຂບັນຫາຄູເຫຼືອບໍ່ພໍ ແລະ ບັນຫາຂາດແຄນຄູສອນ; ຕ້ອງຄັດເລືອກເອົານັກຮຽນຈົບໃໝ່ຜູ້ດີເດັ່ນເຂົ້າຮຽນໃນໂຮງຮຽນສ້າງຄູ, ຫຼີກເວັ້ນການເອົາຄົນມາເປັນຄູໂດຍບໍ່ຜ່ານໂຮງຮຽນສ້າງຄູ; ສຸມໃສ່ບໍາລຸງສ້າງຄູເວລາພັກແລ້ງເປັນປະຈໍາ ແລະ ຕ້ອງມີແຜນການບໍາລຸງໃຫ້ຄູ ຜັດປ່ຽນກັນ
ມາຮຽນ, ມາຍົກລະດັບຄວາມຮູ້, ຄວາມສາມາດໃນການສິດສອນ, ທັງເອົາໃຈໃສ່ຄຸ້ມຄອງ ແລະ ນໍາໃຊ້ຄູໃຫ້ຖືກຕ້ອງ, ສອດຄ່ອງກັບຄວາມຮູ້ທີ່ຮຽນມາຢ່າງສົມເຫດສົມຜົນ.
ສາມ: ຄົ້ນຄວ້າ, ປັບປຸງລະບອບນະໂຍບາຍຕໍ່ຄູ-ອາຈານ ໃຫ້ດີຂຶ້ນກວ່າເກົ່າ, ສົມຄູ່ກັບສະພາບເງື່ອນໄຂໃນປັດຈຸບັນ. ປະທານໄກສອນ ພົມວິຫານ ໄດ້ໃຫ້ທັດສະນະວ່າ: “ລະບອບນະໂຍບາຍຕໍ່ຄູ ແມ່ນຂອດສໍາຄັນທີ່ມີຄຸນປະໂຫຍດຊ່ວຍໃຫ້ຂອດສ້າງ, ບໍາລຸງຄູ, ຄຸ້ມຄອງ ແລະ ນໍາໃຊ້ໄດ້ດີ. ມີນະໂຍ ບາຍຕໍ່ຄູດີ ແລະ ປະຕິບັດນະໂຍບາຍຕໍ່ຄູທັນເວລາ ຈະເປັນສິ່ງຊຸກຍູ້ໃຫ້ຄູມີນໍ້າໃຈອຸ່ນອຽນຕໍ່ວຽກງານ, ເບີກບານມ່ວນຊື່ນ ແລະ ພະຍາຍາມເຮັດລ້ອນໜ້າທີ່ຂອງຕົນ… ຕ້ອງສືບຕໍ່ຄົ້ນຄວ້າເພື່ອເຮັດໃຫ້ນະໂຍ
ບາຍນັ້ນຄົບຖ້ວນຂຶ້ນຕື່ມ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການສ້າງຖັນແຖວຄູໃນໄລຍະ ໃໝ່ ເຊັ່ນ: ນະໂຍບາຍຕໍ່ຫົວໜ້າໂຮງຮຽນ, ຕໍ່ຄູຜູ້ເຮັດວຽກຢູ່ບ່ອນຫຍຸ້ງຍາກ, ຕໍ່ຄູເພດຍິງທີ່ມີລູກອ່ອນ… ພິເສດແມ່ນຕ້ອງເອົາໃຈໃສ່ປົວແປງຊີວິດການເປັນຢູ່ຂອງຄູທາງດ້ານວັດຖຸ ແລະ ຈິດໃຈ…”[7].
ສີ່: ປັບປຸງພື້ນຖານໂຄງລ່າງ ແລະ ສ້າງສິ່ງອໍານວຍຄວາມສະດວກໃນການຈັດການຮຽນ-ການສອນຢູ່ບັນດາສະຖາບັນສ້າງຄູໃຫ້ພຽງພໍເປັນຕົ້ນແມ່ນຫ້ອງວິໄຈ, ຫ້ອງທົດລອງ, ຫ້ອງສະໝຸດ ແລະ ອຸປະກອນການຮຽນ-ການສອນທີ່ມີຄຸນນະພາບໄດ້ມາດຕະຖານ ແນໃສ່ເຮັດໃຫ້ການຮຽນ-ການສອນ, ການຝຶກສອນ ມີການປະສານສົມທົບກັນຫຼາຍຂຶ້ນລະຫວ່າງພາກທິດສະດີ ແລະ ພຶດຕິກຳຕົວຈິງ.
ຫ້າ: ປຸກລະດົມຂົນຂວາຍທຸກພາກສ່ວນໃນສັງຄົມປະກອບສ່ວນເຂົ້າໃນການພັດທະນາວຽກງານສຶກສາ ຕາມພາລະບົດບາດຂອງຕົນ, ຕົ້ນຕໍແມ່ນການສຶກສາອົບຮົມແນວຄິດລູກຫຼານ, ນ້ອງນ້ອຍນັກຮຽນ-ນັກສຶກສາ, ຊ່ວຍເຫຼືອຄູອາຈານໃນການປະຕິບັດໜ້າທີ່, ມີສ່ວນຮ່ວມໃນຂະບວນການສ້າງສະພາບແວດລ້ອມທີ່ດີ ເພື່ອໃຫ້ນັກຮຽນ-ນັກສຶກສາມີຄວາມສົນໃຈ, ມັກຮັກໃນການຄົ້ນຄວ້າຊອກຮູ້ຮໍ່າຮຽນ ແລະ ເກີດ
ການຮຽນຮູ້ຫຼາຍຂຶ້ນກວ່າເກົ່າ.
ຄູ-ອາຈານ ແມ່ນຜູ້ຕາງໜ້າສັງຄົມ, ຕາງໜ້າໃຫ້ພັກ-ລັດໃນການສຶກສາອົບຮົມ, ກໍ່ສ້າງຄົນໜຸ່ມນ້ອຍ ກໍຄືການສ້າງຊັບພະຍາກອນມະນຸດໃຫ້ມີແນວຄິດ, ອຸດົມການໄປຕາມແນວທາງນະໂຍບາຍຂອງພັກ-ລັດ, ສາມາດກາຍເປັນຜູ້ສືບທອດທີ່ດີຂອງພັກ, ຂອງຊາດໃນອະນາຄົດ. ສະນັ້ນ ວຽກງານບໍາລຸງກໍ່ສ້າງຄູ ຈຶ່ງເປັນປັດໄຈຕັດສິນການຂະຫຍາຍຕົວຂອງການສຶກສາ ທັງດ້ານປະລິມານ ແລະ ຄຸນນະພາບ, ໝາຍຄວາມ
ວ່າວຽກງານສ້າງຄູ ຕ້ອງໄປກ່ອນວຽກງານອື່ນຂອງການສຶກສາບາດກ້າວໜຶ່ງ, ເຮັດໄດ້ຄືແນວນັ້ນ ການຍົກສູງຄຸນນະພາບການສອນ ແລະ ບົດບາດຂອງຄູກໍຈະນັບມື້ສູງຂຶ້ນ./.
[1] ໄກສອນ ພົມວິຫານ, ຊາບຊຶມແນວທາງການສຶກສາຂອງພັກ, ຕັ້ງໜ້າຂະຫຍາຍພາລະກິດການສຶກສາຂອງພັກ, ຕັ້ງໜ້າຂະ ຫຍາຍພາລະກິດການສຶກສາ, ປີ 1974, ໜ້າ 92.
[2] ເອກະສານກອງປະຊຸມໃຫຍ່ ຄັ້ງທີ XI ພັກປະຊາຊົນປະຕິວັດລາວ, ປີ 2021, ໜ້່າ 69.
[3] ກົດໝາຍວ່າດ້ວຍການສຶກສາ (ສະບັບປັບປຸງ), ເລກທີ 62/ສພຊ, ລົງວັນທີ 16 ກໍລະກົດ 2015, ມາດຕາ 49, ໜ້າ 15.
[4] ໄກສອນ ພົມວິຫານ, ນິພົນເລືອກເຟັ້ນ, ເຫຼັ້ມ 2 ກ່ຽວກັບການສ້າງເສດຖະກິດໃນສະໄໝຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ, ປີ 1987, ໜ້າ 509.
[5] ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8, ສະໄໝທີ XI, ໜ້າ 8.
[6] ແຜນພັດທະນາການສຶກສາ, ວິທະຍາສາດ ແລະ ກີລາ 5 ປີ (2026-2030), ໜ້າ 5.
[7] ໄກສອນ ພົມວິຫານ, ຊາບຊຶມແນວທາງການສຶກສາຂອງພັກ, ຕັ້ງໜ້າຂະຫຍາຍພາລະກິດການສຶກສາ, ປີ 1974, ໜ້າ 99-100.
ຂຽນໂດຍ: ທອງຈັນ ສິງແກ້ວ
(ວາລະສານອະລຸນໃໝ່ ສະບັບປະຈຳເດືອນຕຸລາ ປີ 2025)