ປັບປຸງກົນໄກການພັດທະນາປະເທດຊາດໃຫ້ສົມບູນແບບ

ປັບປຸງກົນໄກການພັດທະນາໃຫ້ສົມບູນແບບ ມີຄວາມຈຳເປັນສຳລັບພັກປະຊາຊົນປະຕິວັດລາວໃນເງື່ອນໄຂໃໝ່ ຍ້ອນວ່າ ກົນໄກໃນການພັດທະນາກວມເອົາຫຼາຍຂົງເຂດ, ແຕ່ລະຂົງເຂດກໍມີຈຸດພິເສດສະເພາະ ແລະ ມີແຜນນະ
ໂຍບາຍໃນການຈັດຕັ້ງປະຕິບັດທີ່ເປັນເອກະລັກທີ່ແຕກຕ່າງກັນ. ກົນໄກການພັດທະນາສົມບູນແບບ ເປັນການສ້າງຄວາມເປັນລະບົບໃນການພັດທະນາແບບປະດິດສ້າງໃໝ່ ແມ່ນເສັ້ນທາງກ້າວໄປສູ່ອັນໃໝ່, ການປະດິດສ້າງໃໝ່ທີ່ມີປະສິດທິຜົນ ແລະ ນໍາເອົາຄຸນຄ່າໃໝ່, ຜົນປະໂຫຍດໃໝ່ມາໃຫ້ແກ່ສັງຄົມ.

ກົນໄກພັດທະນາທີ່ສົມບູນແບບ ມີຄວາມຈຳເປັນສຳລັບການພັດທະນາທີ່ມີຄຸນນະພາບສູງ, ເປັນການຍົກລະດັບຂີດຄວາມສາມາດໃນການພັດທະນານັບທັງດ້ານທິດສະດີ, ສະຕິປັນຍາ, ຫົວຄິດປະດິດສ້າງ ແລະ ພຶດຕິກຳ ທີ່ມີີຊີວິດ
ຊີວາ, ເປັນການພັດທະນາທີ່ວອ່ງໄວກວ່າ ແລະ ມີປະສິດທິຜົນກວ່າ. ກົນໄກການພັດທະນາສົມບູນແບບ ຈະປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ນຳເອົາຄວາມຮັ່ງມີເຂັ້ມແຂງມາສູ່ປະຊາຊົນ ແລະ ປະເທດຊາດ.

ພັກປະຊາຊົນປະຕິວັດລາວ ໄດ້ມີບົດຮຽນໃນການປັບປຸງກົນໄກພັດທະນາປະເທດຊາດ ນັບແຕ່ປີ 1986 ເປັນຕົ້ນມາ, ໃນໄລຍະປ່ຽນແປງໃໝ່ນີ້ ພັກປະຊາຊົນປະຕິວັດລາວ ກໍຄືປະທານ ໄກສອນ ພົມວິຫານ ໄດ້ນຳສະເໜີຮູບແບບກົນໄກພັດທະນາແບບໃໝ່ ເຊິ່ງສະແດງອອກໃນການສ້າງກົນໄກຄຸ້ມຄອງເສດຖະກິດໃໝ່ ຄ່ອຍໆລົບລ້າງກົນໄກຄຸ້ມຄອງແບບ
ລວມສູນອາດຍາສິດ, ບໍລິຫານເກື້ອກູນ ຫັນມາປະຕິບັດການຄຸ້ມຄອງແບບໄລ່ລຽງທຸລະກິດສັງຄົມນິຍົມ; ພ້ອມນີ້ ຍັງໄດ້ເນັ້ນໜັກການກໍ່ສ້າງການພົວພັນການຜະລິດໃໝ່ສັງຄົມນິຍົມ; ກໍ່ສ້າງວັດທະນະທຳໃໝ່ ແລະ ຄົນໃໝ່ສັງຄົມນິຍົມ; ກໍ່ສ້າງລະບົບຄຸ້ມຄອງໃໝ່ຕໍ່ທຸກຂົງເຂດເຄື່ອນໄຫວຂອງສັງຄົມ. ນັບແຕ່ນັ້ນມາ ກົນໄກໃນການພັດທະນາປະເທດຊາດໃນແຕ່ລະຂົງເຂດ ໄດ້ມີການຫັນປ່ຽນໄປສູ່ຄຸນນະພາບ ແລະ ມີຄວາມອຸດົມສົມບູນໃນທາງປະຕິບັດ. ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກປະຊາຊົນປະຕິວັດລາວ ໄດ້ເນັ້ນໜັກກ່ຽວກັບການປັບປຸງກົນໄກພັດທະນາໃໝ່ ວ່າ: “ພັກຕ້ອງປ່ຽນແປງໃໝ່ຈິນຕະ ນາການທາງດ້ານທິດສະດີ, ແກ້ໄຂສະພາວະຮັກສາເດີມ, ສະງັກຊັກຊ້າ, ຍົກສູງຈິດໃຈເອກະລາດ ເປັນເຈົ້າຕົນເອງ, ຍົກສູງລະດັບຄວາມສາມາດໃນການນຳພາ, ສ້າງບາດກ້າວຫັນປ່ຽນທີ່ແທ້ຈິງ ແລະ ນຳເອົາປະເທດຊາດກ້າວຂຶ້ນ”. ໃນໄລຍະ ໃໝ່,  ພັກຮັບຮູ້ແຈ້ງກ່ຽວກັບກົນໄກພັດທະນາໃນຍຸກຫັນເປັນທັນສະໄໝ ແລະ ຮັບຮູ້ທິດທາງ, ໜ້າທີ່ຂອງພັກໃນຍຸກສະ
ໄໝໃໝ່ ເຊິ່ງສະແດງອອກໃນມະຕິກອງປະຊຸມໃຫຍ່ ຄັ້ງທີ XI ທີ່ວ່າ: “ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ສົມບູນຍິ່ງຂຶ້ນ, ສ້າງການຫັນປ່ຽນແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ”. ໃນນີ້ ໄດ້ເນັ້ນໃຫ້ມີການພັດທະນາ
ໃໝ່ໃນການບູລະນະລະບົບການເມືອງທີ່ພັກເປັນແກນນຳໃຫ້ມີຄວາມເຂັ້ມແຂງ, ຮັບປະກັນໃຫ້ການເມືອງມີສະຖຽນລະພາບຢ່າງໜັກແໜ້ນ, ຄວາມສາມາດທ່າແຮງບົ່ມຊ້ອນຂອງຊາດ ໄດ້ຮັບການພັດທະນາເປັນບັນດາຂະແໜງຜະລິດ ແລະ ບໍລິ ການປາຍແຫຼມ ຕິດພັນກັບຫັນເປັນອຸດສາຫະກຳ ແລະ ທັນສະໄໝ ແລະ ຮັບປະກັນການພັດທະນາແບບສີຂຽວ ແລະ
ຍືນຍົງ; ໃນຂົງເຂດເສດຖະກິດ ພັກປະຊາຊົນ ປະຕິວັດລາວ ມີຄວາມສະດຸ້ງໄວ ໃນການແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດການເງິນ ດ້ວຍການອອກມະຕິເລກທີ 04/ກມສພ ວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ແລະ ອອກມະຕິ 05/ຄລສພ ຂອງຄະນະບໍລິຫານງານສູນກາງພັກວ່າດ້ວຍ ຜັນຂະຫຍາຍແນວທາງ
ປ່ຽນແປງໃໝ່ເຂົ້າສູ່ລວງເລິກ ດ້ວຍການສ້າງການຫັນປ່ຽນຢ່າງແຂງແຮງ ເລິກເຊິ່ງ ແລະ ຮອບດ້ານ, ໃນນີ້ ໄດ້ເນັ້ນວ່າ: “ສືບຕໍ່ສ້າງເສດຖະກິດຕະຫຼາດຕາມທິດສັງຄົມນິຍົມທີ່ມີການນຳພາຂອງພັກ, ການຄຸ້ມຄອງ-ດັດສົມຂອງລັດ, ເຄົາລົບ ແລະ ປະຕິບັດກົ​ດເກນຂອງເສດຖະກິດຕະຫຼາດຢ່າງຖືກຕ້ອງ; ພັດທະນາເສດຖະກິດເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃຫ້ເປັນຮູບປະທຳຫຼາຍຂຶ້ນທັງຢູ່ສູນກາງ ແລະ ທ້ອງຖິ່ນ”.

ການປັບປຸງກົນໄກພັດທະນາໃຫ້ສົມບູນແບບໃນເງື່ອນໄຂໃໝ່ ຮຽກຮ້ອງຕ້ອງມີຫຼັກການທີ່ສອດຄ່ອງ, ພັກປະຊາຊົນປະຕິວັດລາວໄດ້ຍຶດໝັ້ນບາງຫຼັກການໃນການພັດທະນາ ດັ່ງນີ້:

– ຍຶດໝັ້ນອຸດົມການສັງຄົມນິຍົມຢ່າງໜັກແໜ້ນ ແລະ ໝູນໃຊ້ລັດທິມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມຂອງພັກຂອງຊາດ ແລະ ຈຸດພິເສດຂອງລາວ ຢ່າງມີຫົວຄິດປະດິດສ້າງ ແລະ ສອດຄ່ອງ
ກັບຕົວຈິງ.

– ຍຶດໝັ້ນການນຳພາເດັດຂາດ, ໂດຍກົງ, ຮອບດ້ານຂອງພັກ, ກຳແໜ້ນທັດສະນະຂອງພັກ ແລະ ຍຶດໝັ້ນໃນອັນທີ່ເປັນຫຼັກການ, ທັງຕ້ອງປະດິດສ້າງ, ຕໍ່ຍອດ, ເສີມຂະຫຍາຍ ແລະ ມີການບຸກທະລຸຢ່າງແຂງແຮງໃນເງື່ອນໄຂສະພາບການໃໝ່, ຖືການພັດທະນາປະເທດຊາດ ເປັນພາລະກິດປະຕິວັດອັນເລິກເຊິ່ງ ຕ້ອງດຳເນີນການຢ່າງຍາວນນານ, ຕໍ່ເນື່ອງ. ຍູ້ແຮງປ່ຽນແປງໃໝ່ ດ້ວຍການດຳເນີນໄປຢ່າງຮອບຄອບ, ທັງມີການຕັດສິນໃຈເດັດດ່ຽວ, ໜຽວແໜ້ນ ໂດຍນຳໃຊ້ບັນດາຮູບການ, ວິທີການ, ມາດຕະການແລະ ຂັ້ນຕອນທີ່ເໝາະສົມ, ບໍ່ອັດຕະວິໄສ, ຕ້ອງຮຽນຮູ້ຮັບເອົາອັນໃໝ່ຢ່າງມີການເລືອກ
ເຟັ້ນ ແລະ ປະດິດສ້າງ.

– ຢືດໝັ້ນຫຼັກການພັກນຳພາ, ກຳອຳນາດຕາມກົດໝາຍ, ຍົກສູງປະສິດທິພາບໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ຕາມທິດສ້າງລັດທີ່ປົກຄອງດ້ວຍກົດໝາຍຂອງປະຊາຊົນ ໂດຍປະຊາຊົນ ເພື່ອປະຊາຊົນ ພາຍໃຕ້
ການນຳພາຂອງພັກ.

– ຍຶດໝັ້ນຫຼັກການຖືປະຊາຊົນເປັນກົກ, ທຸກໆແນວທາງ, ນະໂຍບາຍຕ້ອງເລີ່ມຈາກຄວາມຮຽກຮ້ອງຕ້ອງການ, ຄວາມມຸ່ງມາດປາຖະໜາ ແລະ ສິດຜົນປະໂຫຍດອັນຊອບທຳຂອງປະຊາຊົນຢ່າງແທ້ຈິງ; ຮັດແໜ້ນສາຍພົວພັນອັນສະໜິດສະໜົມກັບປະຊາຊົນ, ອີງໃສ່ປະຊາຊົນ ເພື່ອສ້າງສາ ແລະ ພັດທະນາປະເທດຊາດ; ປັບປຸງ ແລະ ເພີ່ມທະວີຄວາມເຊື່ອ
ໝັ້ນຂອງປະຊາຊົນຕໍ່ກັບພັກ, ລັດ, ລະບອບສັງຄົມນິຍົມ.

ການປັບປຸງກົນໄກການພັດທະນາໃຫ້ສົມບູນແບບ ແມ່ນຄວາມຮຽກຮ້ອງຕ້ອງການຂອງພັກ; ຈຸດປະສົງລະດັບຄາດ

ໝາຍຂອງການພັດທະນາປະເທດຊາດໃນໄລຍະໃໝ່ນີ້ ແມ່ນກວມເອົາຫຼາຍຂົງເຂດ. ສຳລັບການພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ເປັນການເສີມຂະຫຍາຍບົດບາດ ແລະ ກຳລັງແຮງຂອງບັນດາພາກສ່ວນເສດຖະກິດຢ່າງ
ແຂງແຮງ, ​ຮັບ​ຮູ້​ແຈ້ງ​ຄຸນ​ລັກສະນະ​ເສດຖະກິດ​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ​ຂອງ ​ສປປ ລາວ, ​ແມ່ນຮູບ​ແບບ​ການຈັດ​ຕັ້ງ​ເສດຖະກິດ​ບົນ​ພື້ນຖານ​ຫຼັກການ ​ແລະ ປະຕິບັດ​ບັນດາ​ກົດ​ເກນ​ຂອງ​ເສດຖະກິດ​ຕະຫຼາດ, ດ້ວຍ​ຫຼາຍ​ຮູບ​ແບບ​ກໍາມະສິດ, ຫຼາຍ​ພາກສ່ວນ​ເສດຖະກິດ, ຫຼາຍ​ຮູບ​ແບບ​ວິ​ສາ​ຫະກິດ, ເຄື່ອນ​ໄຫວ​ຕາມ​ກົນ​ໄກ​ຕະຫຼາດ, ມີ​ການ​ຄຸ້ມ​ຄອງ, ດັດສົມ​ຂອງ​ລັດ, ຮັບປະກັນ​ໄປ​ຕາມ​ທິດ​ສັງຄົມ​ນິຍົມ ​ພາຍ​ໃຕ້​ການ​ນໍາພາ​ຂອງ​ພັກ.

ລະດັບຄາດໝາຍດ້ານກົນໄກການລົງທຶນທີ່ມີຄຸນນະພາບ, ຍືນຍົງ ແລະ ສີຂຽວ ແມ່ນປັບປຸງສະພາບແວດລ້ອມການ ດໍາເນີນທຸລະກິດ ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ນັກລົງທຶນພາຍໃນ ແລະ ຕ່າງປະເທດ, ອັນພົ້ນເດັ່ນແມ່ນການສ້າງຍຸດທະສາດແຫ່ງຊາດວ່າດ້ວຍການບໍລິການຂອງລັດຜ່ານປະຕູດຽວ,​ ຊຸກຍູ້ ແລະ ສ້າງຄວາມເຂັ້ມແຂງວຽກງານບໍລິການ
ຜ່ານປະຕູດຽວໃຫ້ບັນດາແຂວງ, ປັບປຸງກົນໄກຄຸ້ມຄອງການລົງທຶນຂອງພາຍໃນ ແລະ ຕ່າງປະເທດ ໃຫ້ສອດຄ່ອງກວ່າເກົ່າ, ເອົາໃຈໃສ່ປັບປຸງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍໃຫ້ເປັນລະບົບຄົບຊຸດ.

ລະດັບຄາດໝາຍໃນການປັບປຸງກົນໄກການເຊື່ອມໂຍງ, ເຊື່ອມຈອດຂອງ ສປປ ລາວ ໃນພາກພື້ນ ແລະ ສາກົນ ແມ່ນສ້າງການຫັນປ່ຽນໃນການພັດທະນາໂຄງລ່າງພື້ນຖານທີ່ສາມາດເຊື່ອມຈອດ-ເຊື່ອມໂຍງພາຍໃນ, ພາກພື້ນ ແລະ ສາ ກົນ ເພື່ອເອື້ອອຳນວຍໃຫ້ແກ່ການຜະລິດ, ບໍລິການ, ການຄ້າ, ການລົງທຶນນັບມື້ນັບຂະຫຍາຍຕົວຍິ່ງຂຶ້ນ.

ໃນເງື່ອນໄຂໃໝ່, ວິທະຍາສາດເຕັກໂນໂລຊີກ້າວໜ້າຂະຫຍາຍຕົວຢ່າງກ້າວກະໂດດຄືປັດຈຸບັນ, ມີຫຼາຍບັນຫາໃໝ່ໃນສັງຄົມເກີດຂຶ້ນ ຮຽກຮ້ອງເຖິງຄຸນນະພາບການພັດທະນາໃນຍຸກໃໝ່ທີ່ດີກວ່າ; ພັກປະຊາຊົນປະຕິວັດລາວ ມີຄວາມສະດຸ້ງໄວ ດ້ວຍການດຳເນີນແຜນນະໂຍາຍສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານໃນການປັບປຸງກົນໄກການພັດທະນາໃຫ້ສົມບູນແບບ ດັ່ງນີ້:

1). ສືບຕໍ່ຍຶດໝັ້ນນະໂຍບາຍພັດທະນາເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ໃຫ້ມີຄຸນນະພາບ ແລະ ສົມບູນແບບ ໂດຍເລີ່ມຈາກການຍົກສູງຄວາມຮັບຮູ້ກ່ຽວກັບເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ ແມ່ນຕົວແບບເສດຖະກິດສັງລວມຂອງປະເທດເຮົາໃນໄລຍະຂ້າມຜ່ານຂຶ້ນສັງຄົມນິຍົມ. ເປັນພື້ນຖານເສດຖະກິດຕະຫຼາດທີ່ທັນສະໄໝ, ເປັນພື້ນ
ຖານເສດຖະກິດທີ່ມີການເຊື່ອມໂຍງສາກົນຢ່າງເລິກເຊິ່ງ, ເຄື່ອນໄຫວຕາມກົດເກນເສດຖະກິດຕະຫຼາດຢ່າງຄົບຖ້ວນແລະ ເປັນເອກະພາບ, ມີການຄຸ້ມຄອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ໂດຍແມ່ນພັກປະຊາຊົນປະຕິວັດລາວເປັນຜູ້ນຳພາ, ຮັບປະກັນທິດສັງຄົມນິຍົມ, ສຸມໃສ່ຜັນຂະຫຍາຍຕາມຈິດໃຈມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຕາມທິດ: “ນຳໃຊ້ຊັບພະຍາກອນທຳມະຊາດຢ່າງຄຸ້ມຄ່າ, ສົ່ງເສີມພັດທະນາທຸກທ່າແຮງບົ່ມຊ້ອນ ແລະ ທ່າແຮງທີ່ມີຢ່າງສົມເຫດສົມຜົນ ເພື່ອຂະຫຍາຍໃຫ້ເປັນຂະແໜງການຜະລິດ ແລະ ບໍລິການທີ່ເປັນປາຍແຫຼມ ຮັບປະກັນການເຕີບໂຕທີ່ມີຄຸນນະພາບຕາມທິດສີຂຽວ ແລະ ຍືນຍົງ; ສົ່ງເສີມວິສາຫະກິດພາຍໃນໃຫ້ຂະຫຍາຍຕົວ ແລະ ເຂັ້ມແຂງ; ປະຕິຮູບລັດວິສາຫະກິດຢ່າງຈິງຈັງ ໂດຍກຳນົດແຈ້ງ ແລະ ປະຕິບັດຢ່າງເຂັ້ມງວດຫຼັກການຈັດຕັ້ງ ແລະ ເຄື່ອນໄຫວທີ່ຮັບປະກັນການປົກປ້ອງຊັບສິນຂອງລັດ”. ໃນການປັບປຸງກົນໄກການພັດທະນານັ້ນ ພັກປະຊາຊົນປະຕິວັດລາວ ໄດ້ອອກມະຕິເລກທີ 05/ຄລສພ ໂດຍກຳນົດຈຸດສຸມ: “ເພີ່ມທະວີການຄົ້ນຄວ້າ, ວິເຄາະ, ວິໄຈ, ກະກຽມບັນຫາສຳຄັນຈຳນວນໜຶ່ງ ເພື່ອເປັນພື້ນຖານໃຫ້ແກ່ການປັບປຸງລັດຖະທຳມະນູນ, ກົດໝາຍ, ລະບຽບການ, ລະບອບກົນໄກ, ກົງຈັກ, ການຈັດຕັ້ງນຳພາ, ຄຸ້ມຄອງຂອງພັກ ແລະ ລັດເຮົາ ໃຫ້ສາມາດຕົກລົງຮັບຮອງ ແລະ ນຳເຂົ້າສູ່ການຈັດຕັ້ງປະຕິບັດ.

2). ສ້າງການຫັນປ່ຽນອັນເປັນພື້ນຖານໃນການດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດ ໂດຍອີງໃສ່ຈຸດພິເສດ ແລະ ທ່າຂະຫຍາຍຕົວໃໝ່ໃນການພົວພັນດ້ານເສດຖະກິດ-ການຄ້າໃນໂລກ. ສຸມໃສ່ສ້າງການຫັນປ່ຽນໃຫ້ແຂງແຮງໃນດ້ານດຶງດູດການລົງທຶນ, ສືບຕໍ່ປັບປຸງນະໂຍບາຍ, ລະບົບກົນໄກຄຸ້ມຄອງເຂດເສດຖະກິດພິເສດທີ່ມີແລ້ວ ເພື່ອສົ່ງເສີມ
ໃຫ້ມີການລົງທຶນພື້ນຖານໂຄງລ່າງອັນຈຳເປັນ ແລະ ສ້າງເປັນບັນດາເຂດຕົ້ນຕໍດຶງດູດການລົງທຶນແບບມີຈຸດສຸມເຂົ້າໃນການຜະລິດ ແລະ ບໍລິການ; ແກ້ໄຂບັນຫາຫຍຸ້ງເຫຍີງອືດອາດໃນການພິຈາລະນາໂຄງການລົງທຶນ ກໍຄືການຄຸ້ມ
ຄອງການລົງທຶນໃຫ້ມີຄວາມໂປ່ງໃສ, ວ່ອງໄວ, ໂລ່ງລ່ຽນ ແລະ ເປັນລະບົບຮັດກຸມ ດ້ວຍການຫຼຸດຂອດບໍລິຫານທີ່ຄຸມເຄືອ, ປັບປຸງພື້ນຖານໂຄງລ່າງຂໍ້ມູນທີ່ອຸດົມສົມບູນ, ການສະໜອງແຮງງານໃຫ້ແກ່ໂຄງການລົງທຶນ, ສ້າງຄວາມສະດວກໃນການເຂົ້າ-ອອກເມືອງຂອງນັກລົງທຶນຕ່າງປະເທດ. ພັກປະຊາຊົນປະຕິວັດລາວ ໄດ້ອອກມະຕິ 04/ກມສພ ໂດຍສຸມໃສ່: “ປັບໂຄງສ້າງການລົງທຶນຄືນໃໝ່, ຍົກສູງປະສິດທິຜົນການລົງທຶນຂອງລັດ, ສຸມງົບປະມານເຂົ້າໃນບັນດາໂຄງການຈຸດສຸມ ເພື່ອແກ້ໄຂບັນຫາການພັດທະນາຂອງຊາດ… ສ້າງເງື່ອນໄຂສະດວກ ເພື່ອດຶງດູດການລົງທຶນຂອງພາກເອກະຊົນ ແລະ ການລົງທຶນໂດຍກົງຈາກຕ່າງປະເທດ”.

3). ສ້າງກົນໄກເຊື່ອມໂຍງ, ​ເຊື່ອມຈອດໃນພາກພື້ນ ແລະ ສາກົນ ບົນຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອອຳນວຍຄວາມສະດວກໃຫ້ແກ່ການຜະລິດ, ການບໍລິການ, ການຄ້າ ແລະ ການລົງທຶນ. ສ້າງເງື່ອນໄຂ, ຄວາມເຊື່ອໝັ້ນອັນໜັກແໜ້ນໃນການຍາດແຍ່ງ ແລະ ຮັບເອົາການສະໜັບສະໜູນ ຊ່ວຍເຫຼືອຈາກເພື່ອນມິດຍຸດທະສາດ, ເພື່ອນມິດສາກົນ ບົນພື້ນຖານເສີມຂະຫຍາຍເນື້ອໃນຈິດໃຈມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ຕາມທິດ: “ເພີ່ມທະວີຄວາມເປັນເຈົ້າການປະຕິບັດການພົວພັນກັບຕ່າງປະເທດ, ສ້າງເງື່ອນໄຂສະດວກ ແລະ ນຳ
ຜົນປະໂຫຍດຕົວຈິງໃຫ້ແກ່ການພັດທະນາປະເທດຊາດ”. ເອົາໃຈໃສ່ພັດທະນາວິທະຍາສາດເຕັກໂນໂລຊີ ແລະ ນະວັດຕະກຳເຂົ້າໃນການຜະລິດ, ການບໍລິການ ແລະ ການຄຸ້ມຄອງບໍລິຫານລັດໃຫ້ເປັນຮູບປະທຳຫຼາຍຂຶ້ນ, ຫັນເປັນດິຈິຕອນໃຫ້ສົມບູນແບບ ເປັນຕົ້ນສ້າງເສດຖະກິດດິຈິຕອນ, ສັງຄົມດິຈິຕອນ ແລະ ລັດຖະບານດິຈິຕອນ ເພື່ອແນໃສ່ຊຸກຍູ້ສົ່ງເສີມການເຊື່ອມໂຍງເຊື່ອມຈອດທີ່ມີປະສິດທິຜົນ. ຖືເອົາການເຊື່ອມໂຍງ, ເຊື່ອມຈອດເປັນການເສີມຂະຫຍາຍສາຍພົວພັນຮ່ວມມືຫຼາຍທິດ, ຫຼາຍຝ່າຍ, ຫຼາຍລະດັບ ແລະ ຫຼາຍຮູບແບບກັບນາໆຊາດຢ່າງມີປະສິດທິຜົນ, ນຳເອົາຜົນປະໂຫຍດມາໃຫ້ແກ່ປະຊາຊົນ ແລະ ປະເທດຊາດ./.

ສຈ.ປອ ກິແກ້ວ ໄຂຄໍາພິທູນ*

*  ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ.

(ວາລະສານອະລຸນໃໝ່ ສະບັບປະຈຳເດືອນມີນາ ປີ 2025)

Leave a Reply

Your email address will not be published. Required fields are marked *