ປ່ຽນແປງໃໝ່ຈິນຕະນາການ ໃນການສ້າງພື້ນຖານເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຢູ່ ສປປ ລາວ

ເລີ່ມແຕ່ມື້ໄດ້ຮັບການສ້າງຕັ້ງ, ພັກປະຊາຊົນປະຕິວັດລາວໄດ້ຢືນຢັນວ່າ: ພັກນໍາພາປະຊາຊົນບັນ ດາເຜົ່າດໍາເນີນການປະຕິວັດຊາດປະຊາທິປະໄຕ ເພື່ອຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ, ອິດສະຫຼະພາບ, ສິດປະຊາທິປະໄຕ ແລະ ຄວາມເປັນເຈົ້າຂອງປະເທດຊາດອັນແທ້ຈິງ ມາສູ່ກໍາມືຂອງປະຊາຊົນລາວບັນ
ດາເຜົ່າ, ຈາກນັ້ນ ນໍາພາປະເທດຊາດກ້າວຂຶ້ນຕາມເສັ້ນທາງສັງຄົມນິຍົມ. ໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເວົ້າສະເພາະໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ, ພັກເຮົາໄດ້ຍຶດໝັ້ນ ແລະ ເຊີດຊູຄວາມເປັນເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເປັນແນວທາງພັດທະນາ, ເປັນກົດເກນພື້ນຖານຂອງຕົນ. ໃນໄລຍະ
ຜ່ານມາ, ພັກເຮົາ ໄດ້ວາງແນວທາງການພັດທະນາ ບົນພື້ນຖານການຂຸດຄົ້ນ, ນໍາໃຊ້ກາລະໂອກາດ ແລະ ກໍາລັງແຮງສັງລວມ ເພື່ອສ້າງການຫັນປ່ຽນໃນການພັດທະນາ, ຮັບປະກັນໃຫ້ເສດຖະກິດເຕີບໂຕ ດ້ວຍຈັງຫວະທີ່ໝັ້ນທ່ຽງ ແລະ ຕໍ່ເນື່ອງ, ສ້າງພື້ນຖານການຜະລິດ ແລະ ການບໍລິການທີ່ໜັກແໜ້ນ, ເຂັ້ມແຂງ, ຮັບປະກັນການພັດທະນາຕາມທິດສີຂຽວ ຍືນຍົງ ແລະ ເປັນເຈົ້າຕົນເອງ. ຈາກພຶດຕິກໍາແຫ່ງການກໍ່ສ້າງ, ພັດທະນາພື້ນຖານເສດຖະກິດແຫ່ງຊາດໄປຕາມທິດດັ່ງກ່າວ ສາມາດຍາດໄດ້ຜົນສໍາເລັດອັນໃຫຍ່ຫຼວງ ຫຼາຍດ້ານ, ເປັນຕົ້ນແມ່ນຜົນສໍາເລັດດ້ານການພັດທະນາ ແລະ ຂະຫຍາຍທ່າແຮງບົ່ມຊ້ອນຂອງປະເທດ, ເຂດແຄວ້ນ ແລະ ທ້ອງຖິ່ນ ເພື່ອສ້າງການຜະລິດ ແລະ ການບໍລິການທີ່ເປັນປາຍແຫຼມ ຕາມ
ທິດສີຂຽວ ແລະ ຍືນຍົງ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຊົມໃຊ້ພາຍໃນ ແລະ ເປັນສິນຄ້າສົ່ງອອກຕ່າງປະເທດໃຫ້ຫຼາຍຂຶ້ນ ສົມຄູ່ກັບທ່າແຮງບົ່ມຊ້ອນ; ບູລະນະລະບອບ ລະບຽບຊຸກຍູ້ການເຄື່ອນ ໄຫວຂອງວິສາຫະກິດພາຍໃນ ນັບທັງລັດວິສາຫະກິດ ໃຫ້ມີການເຄື່ອນໄຫວຢ່າງມີປະສິດທິຜົນ; ໄດ້ປັບປຸງ
ສະພາບແວດລ້ອມການດໍາເນີນທຸລະກິດ ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ແກ່ນັກລົງທຶນພາຍໃນ ແລະ ຕ່າງ ປະເທດ, ອັນພົ້ນເດັ່ນແມ່ນການສ້າງຍຸດທະສາດແຫ່ງຊາດ ວ່າດ້ວຍການບໍລິການຂອງລັດ ຜ່ານປະຕູດຽວ,​ ຊຸກຍູ້ ແລະ ສ້າງຄວາມເຂັ້ມແຂງວຽກງານບໍລິການຜ່ານປະຕູດຽວໃຫ້ບັນດາແຂວງ, ປັບປຸງກົນໄກຄຸ້ມຄອງ
ການລົງທຶນຂອງພາຍໃນ ແລະ ຕ່າງປະເທດ ໃຫ້ສອດຄ່ອງກວ່າເກົ່າ, ເອົາໃຈໃສ່ປັບປຸງກົດໝາຍ ແລະ ນິຕິກຳລຸ່ມກົດໝາຍໃຫ້ເປັນລະບົບຄົບຊຸດ; ເປັນເຈົ້າການໃນການພົວພັນຮ່ວມມືກັບສາກົນ ເພື່ອພັດທະນາເສດຖະກິດເອກະລາດ ເປັນເຈົ້າຕົນເອງ ໂດຍສືບຕໍ່ເສີມຂະຫຍາຍນະໂຍບາຍດ້ານການຄ້າ, ເພີ່ມທະວີການຮ່ວມມືເສດຖະກິດກັບພາກພື້ນ ແລະ ສາກົນ ໃຫ້ນັບມື້ນັບຂະຫຍາຍຕົວຍິ່ງຂຶ້ນ, ອໍານວຍຄວາມສະດວກດ້ານການຄ້າ ເພື່ອຫຼຸດຜ່ອນຂອດຂັ້ນໃນການດຳເນີນທຸລະກິດ ແລະ ຂັ້ນຕອນໃນການນຳເຂົ້າ-ສົ່ງອອກສິນຄ້າ. ສປປ ລາວ ມີສາຍພົວພັນທາງການທູດກັບ 139 ປະເທດ, ມີການພົວພັນທາງການຄ້າ
ກັບຫຼາຍກວ່າ 60 ປະເທດໃນໂລກ ແລະ ໄດ້ຮ່ວມລົງນາມສັນຍາການພົວພັນການຄ້າສອງຝ່າຍເກືອບ 20 ສະບັບ ກັບ 15 ປະເທດ. ພ້ອມກັນນັ້ນ ສປປ ລາວ ຍັງໄດ້ຮັບສິດທິພິເສດທາງດ້ານການຄ້າຈາກ 42 ປະເທດໃນທົ່ວໂລກ.

ຢ່າງໃດກໍຕາມ ຜ່ານການຈັດຕັ້ງປະຕິບັດ ກໍເຫັນວ່າມີຂໍ້ຈໍາກັດ ແລະ ສິ່ງທ້າທາຍຈໍານວນໜຶ່ງ, ເປັນ ຕົ້ນຄວາມເປັນເຈົ້າຕົນເອງດ້ານເສດຖະກິດທຽບກັບເງື່ອນໄຂ, ຈຸດພິເສດ, ຄວາມສາມາດ ແລະ ທ່າແຮງບົ່ມຊ້ອນທີ່ມີຂອງປະເທດເຮົາ ຍັງບໍ່ທັນຢູ່ໃນທ່ວງທ່າທີ່ຕັ້ງໜ້າ ແລະ ໜັກແໜ້ນເທື່ອ, ຍັງເກີດມີສະພາບ
ເພິ່ງພາ, ເອື່ອຍອີງໃສ່ການກູ້ຢືມ, ການຊ່ວຍເຫຼືອລ້າ, ອາໄສການຂຸດຄົ້ນຊັບພະຍາກອນທໍາມະຊາດ ທີ່ສົ່ງອອກວັດຖຸດິບເປັນຕົ້ນຕໍ, ຂາດການປຸງແຕ່ງ ແລະ ບໍ່ຖືກທິດຍືນຍົງ. ປະເທດເຮົາ ຍັງປະເຊີນໜ້າກັບການຂາດດຸນໃນຫຼາຍດ້ານ ເຊັ່ນ: ດ້ານການຄ້າ, ພະລັງງານ, ງົບປະມານ, ເງິນຕາ ແລະ ແຮງງານ; ສັງຄົມຢູ່ປະເທດເຮົາ ຍິ່ງນັບມື້ກາຍເປັນສັງຄົມບໍລິໂພກຟຸມເຟືອຍ, ຄົນໃນຊາດ ມີຄ່ານິຍົມຊົມໃຊ້ສິນຄ້າຈາກຕ່າງ ປະເທດ ແລະ ອື່ນໆ ເຮັດໃຫ້ຄວາມສາມາດຮັບມືກັບບັນຫາຕ່າງໆທີ່ເກີດຂຶ້ນຢູ່ພາຍໃນ ແລະ ຜົນກະທົບຈາກສະພາບແວດລ້ອມພາຍນອກມີຄວາມຈໍາກັດຫຼາຍດ້ານ, ພາໃຫ້ເກີດມີຄວາມຫຍຸ້ງຍາກດ້ານເສດຖະ ກິດ-ການເງິນ, ເງິນຕາ ທີ່ສະສົມຢ່າງຕໍ່ເນື່ອງ. ດັ່ງນັ້ນ ຈຶ່ງມີຄວາມຈໍາເປັນຕ້ອງຢືນຢັນຄືນຄວາມຖືກຕ້ອງສອດຄ່ອງຂອງແນວທາງ, ແຜນນະໂຍບາຍທີ່ພັກໄດ້ວາງອອກ, ກວດກາ, ຕີລາຄາ ແລະ ປັບປຸງນະໂຍ ບາຍກ່ຽວກັບການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ເພື່ອພັດທະນາເສດຖະ
ກິດຕະຫຼາດຕາມທິດສັງຄົມນິຍົມຢູ່ປະເທດເຮົາ ໃຫ້ເປັນຮູບປະທໍາຍິ່ງຂຶ້ນ.

ບົນພື້ນຖານຄວາມຮັບຮູ້ທີ່ກ່າວມານັ້ນ, ພັກປະຊາຊົນປະຕິວັດລາວ ສາມາດຖອດໄດ້ບາງບົດຮຽນຈິນຕະນາການໃໝ່ ກ່ຽວກັບການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ໂດຍຈະໄດ້ສຸມໃສ່ບາງວຽກ ດັ່ງນີ້:

1). ພັກປະຊາຊົນປະຕິວັດລາວ ຖືວ່າການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງແມ່ນພາກ ສ່ວນສໍາຄັນ ແລະ ເປັນປັດໄຈພື້ນຖານຄໍ້າປະກັນຄວາມເປັນເອກະລາດ, ອໍານາດອະທິປະໄຕຂອງຊາດ. ເນື້ອແທ້ແມ່ນການຍົກສູງສະຕິຊາດ ເປັນເອກະລາດ, ເສີມຂະຫຍາຍສະຕິປັນຍາ, ກໍາລັງແຮງ ແລະ ຄວາມສາມາດຂອງຄົນໃນຊາດ ເພື່ອຂຸດຄົ້ນທ່າແຮງບົ່ມຊ້ອນດ້ານຊັບພະຍາກອນມະນຸດ, ຊັບພະຍາກອນ ທໍາມະຊາດ, ທີ່ຕັ້ງພູມສັນຖານ, ວັດທະນະທໍາ-ສັງຄົມ ຢ່າງມີການວາງແຜນ, ມີຍຸດທະສາດ ແລະ ຄໍານຶງເຖິງປະສິດທິພາບ, ປະສິດທິຜົນ ແລະ ຄວາມຄຸ້ມຄ່າຂອງການນໍາໃຊ້ຄວາມສາມາດບົ່ມຊ້ອນຂອງຊັບ ພະຍາກອນທີ່ມີ ເພື່ອຕອບສະໜອງໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດຕາມທິດພັດທະ ນາທີ່ຍືນຍົງ ສີຂຽວ, ສ້າງຄວາມຢູ່ດີກິນດີໃຫ້ປະຊາຊົນພາຍໃນຊາດ, ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ ແລະ ຄວາມໝັ້ນຄົງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.

2). ພັກຖືວ່າການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ເປັນຂະບວນວິວັດແຫ່ງການພັດທະ ນາຈາກຕໍ່າຫາສູງ, ຈາກນ້ອຍຫາໃຫຍ່ ບົນພື້ນຖານການບຸກບືນສູ້ຊົນສູງສຸດ ແລະ ຕ້ອງໃຊ້ເວລາອັນແນ່ ນອນ ດ້ວຍຈິດໃຈເຄັ່ງຮ້ອນບໍ່ແກ່ຍາວ ມີບາດກ້າວເດີນທີ່ຈະແຈ້ງ. ດັ່ງນັ້ນ ຕ້ອງບຸກທະລຸດ້າຈິນຕະນາການ ໂດຍສ້າງຄວາມຮັບຮູ້, ເຂົ້າໃຈຂອງທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນຢ່າງຖືກຕ້ອງ ຕໍ່ການສ້າງຄວາມເປັນເຈົ້າ ເພື່ອຂຸດຄົ້ນນໍາໃຊ້ໃນສິ່ງທີ່ມີຢູ່ຂອງປະເທດຊາດ ແລະ ສັງຄົມລາວເຮົາ, ໃນສິ່ງທີ່ເຮົາສາມາດເຮັດໄດ້, ຮູ້ອີງໃສ່ທ່າແຮງບົ່ມຊ້ອນຂອງປະເທດ, ຮູ້ວາງແຜນໃນການຂຸດຄົ້ນ, ຄຸ້ມຄອງ, ນໍາໃຊ້ຊັບພະຍາກອນຂອງຊາດ ໃຫ້ເປັນທຶນຮອນຢ່າງມີປະສິດທິຜົນ, ສ້າງຄວາມເປັນເຈົ້າຫຼາຍຂຶ້ນໃນການຮູ້ຫາເງິນຢ່າງເປັນລະບົບ, ຮູ້ສະສົມ ແລະ ນໍາໃຊ້ທຶນຢ່າງປະຢັດ, ຮູ້ຕໍ່ຍອດ ແລະ ສ້າງມູນຄ່າເພີ່ມຂຶ້ນໃໝ່ຢ່າງບໍ່ຢຸດຢັ້ງ. ຕ້ອງໃຫ້ຄົນລາວ ຮູ້ຊອກຄົ້ນຫາລາຍຮັບ ແລະ ຮູ້ສະສົມ, ປະຢັດ ທັງຮູ້ໃຊ້ຈ່າຍ
ຢ່າງຄຸ້ມຄ່າ ແລະ ເກີດດອກອອກຜົນ; ຮູ້ຈັກຂຸດຄົ້ນ-ປົກປ້ອງຕະຫຼາດພາຍໃນ ແລະ ເຂົ້າເຖິງຍາດແຍ່ງສ່ວນແບ່ງຈາກຕະຫຼາດສາກົນ, ຮູ້ຈັກເຂົ້າເຖິງເຕັກໂນໂລຊີໃໝ່ ທີ່ທັນສະໄໝ ຂອງຍຸກສະໄໝ ແລະ ນໍາໃຊ້ສິ່ງທີ່ໂລກມີ ແລະ ມີການເລືອກເຟັ້ນ…, ຕັດສິນໃຈເດັດດ່ຽວຫັນເອົາເສດຖະກິດຂອງປະເທດເຮົາອອກສູ່ໂລກ, ນໍາໃຊ້ຊັບພະຍາກອນທີ່ມີຢູ່ໃຫ້ຄຸ້ມຄ່າ, ທັງພັດທະນາ ທັງຊອກເອົາຄວາມຮູ້ ແລະ ໂອກາດໃໝ່ໆຂອງໂລກມານໍາໃຊ້, ຍາດແຍ່ງທຶນຮອນ, ເຕັກໂນໂລຊີ ຈາກພາຍນອກ ກະທົບໃສ່ໃຫ້ອອກເປັນຜະລິດຕະພັນ, ສ້າງຍີ່ຫໍ້ສິນຄ້າ ທີ່ມີຄຸນນະພາບອອກສູ່ຕະຫຼາດໂລກໃຫ້ຫຼາຍຂຶ້ນ ແລະ ເປັນເຈົ້າການຄິດໄລ່-ໄຕ່ຕອງ ການນໍາເອົາຜະລິດຕະພັນຈາກພາຍນອກ ມາຊົມໃຊ້ຢ່າງມີຈຸດສຸມ ແລະ ມີການເລືອກເຟັ້ນ.

3). ພັກຊີ້ບອກວ່າ ການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນເງື່ອນໄຂເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໄດ້ດີນັ້ນ ນອກຈາກຕ້ອງເປັນເຈົ້າການພັດທະນາຊັບພະຍາກອນມະນຸດແລ້ວ ຍັງຕ້ອງພັດທະນາພື້ນຖານການຜະລິດ, ການບໍລິການ, ສ້າງຜະລິດຕະພັນທີ່ຫຼາກຫຼາຍ, ພັດທະນາລະບົບການເງິນ-ເງິນຕາໃຫ້ເຂັ້ມແຂງ ແລະ ເປັນເຈົ້າການເຊື່ອມໂຍງເຂົ້າກັບສາກົນ. ສຸມໃສ່ສ້າງພື້ນຖານການ
ຜະລິດໃຫ້ໜັກແໜ້ນ, ເຂັ້ມແຂງ, ມີສິນຄ້າອຸປະໂພກ-ບໍລິໂພກພຽງພໍຕອບສະໜອງພື້ນຖານການດໍາລົງຊີ ວິດຂອງສັງຄົມລາວ ໂດຍບໍ່ເພິ່ງພາຈາກພາຍນອກດ້ານດຽວ ກ້າວສູ່ການຜະລິດ ເພື່ອສົ່ງອອກ ແລະ ເກາະກ່າຍເປັນຕ່ອງໂສ້ໃນລະບົບການຜະລິດຂອງພາກພື້ນ ແລະ ສາກົນ, ສ້າງມູນຄ່າເພີ່ມໃຫ້ແກ່ການ
ສົ່ງອອກສິນຄ້າ, ປຸງແຕ່ງຊັບພະຍາກອນທີ່ເປັນທ່າແຮງຂອງປະເທດ ໂດຍນໍາໃຊ້ເຕັກນິກ-ເຕັກໂນໂລຊີທີ່ທັນສະໄໝ. ປັບປຸງລະບົບການເງິນ-ເງິນຕາໃຫ້ເຂັ້ມແຂງ, ຖືເປັນໝາກຫົວໃຈ ຫຼື ເສັ້ນເລືອດໃຫຍ່ຂອງລະບົບເສດຖະກິດ ຂອງປະເທດ; ບົນພື້ນຖານນັ້ນຕ້ອງດໍາເນີນທຸກມາດຕະການ ເພື່ອໃຫ້ມີລະບົບການເກັບ
ລາຍຮັບເຂົ້າງົບປະມານ ໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້, ສ້າງແຫຼ່ງລາຍຮັບໃໝ່ໃຫ້ຫຼາຍ ແລະ ໜັກແໜ້ນ, ຂຸດຄົ້ນແຫຼ່ງລາຍຮັບຈາກບ່ອນທີ່ມີຄວາມສາມາດຂຸດຄົ້ນໄດ້ ແລະ ເກັບໄດ້ຕາມກົດໝາຍ ແລະ ລະບຽບການຢ່າງຍືດຍຸ່ນ, ທັງມີການປັບປຸງ ແລະ ພັດທະນາລະບົບ, ກົນໄກ ຢ່າງເປັນປະຈໍາຕາມຫຼັກວິທະຍາ ສາດທີ່ປ່ຽນແປງໄດ້ຕາມສະຖານະການຕົວຈິງໃນແຕ່ລະໄລຍະ; ຕ້ອງຮູ້ວາງແຜນໃຊ້ຈ່າຍງົບປະມານຢ່າງເຄັ່ງຄັດ, ມີປະສິດທິຜົນ, ເກີດດອກອອກຜົນໃນການພັດທະນາຫຼາຍກວ່າເກົ່າ ແລະ ສ້າງສິ່ງຕອບແທນທີ່ຄຸ້ມຄ່າກວ່າເກົ່າ.

4). ພັກປະຊາຊົນປະຕິວັດລາວ ຖືວ່າຍົກສູງຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເສີມຂະຫຍາຍຄວາມບາກບັ່ນສູ້ຊົນສູງສຸດຂອງຕົນເອງ ເປັນສິ່ງຕັດສິນຕົ້ນຕໍ; ໃນການຮັບປະກັນຄວາມເປັນເອກະລາດ, ເປັນເຈົ້າຕົນເອງ ໃຫ້ສະແດງອອກຢ່າງເປັນຮູບປະທໍາທາງດ້ານເສດຖະກິດ, ການຮ່ວມມືດ້ານເສດຖະກິດກັບພາຍນອກ ແລະ ການເຊື່ອມໂຍງສາກົນ, ທັງເປັນການສ້າງເງື່ອນໄຂ, ຄວາມເຊື່ອໝັ້ນອັນໜັກແໜ້ນໃນການຍາດແຍ່ງ ແລະ ຮັບເອົາການສະໜັບສະໜູນຊ່ວຍເຫຼືອຈາກເພື່ອນມິດສາກົນໃຫ້ກາຍເປັນແຫຼ່ງທຶນຮອນ ເພື່ອພັດທະນາ ຫຼື ນໍາໃຊ້ຢ່າງມີປະສິດທິຜົນສູງສຸດ.

5). ພັກປະຊາຊົນປະຕິວັດລາວ ກໍານົດແຈ້ງວ່າ ການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ ແມ່ນແນໃສ່ເຮັດໃຫ້ຄົນລາວ, ສັງຄົມລາວ ໄດ້ປັບປຸງວິຖີຊີວິດ ແລະ ສ້າງວິທີການທໍາມາຫາກິນແບບໃໝ່, ສາມາດເສີມຂະຫຍາຍຫົວຄິດປະດິດສ້າງ, ຄວາມດຸໝັ່ນຂະຫຍັນພຽນ, ເປັນຜູ້ປະກອບການທີ່ເຂັ້ມແຂງ, ເປັນເຈົ້າຕົນເອງ; ຍົກສູງສະມັດຖະພາບການຜະລິດ, ຮູ້ສ້າງສາພັດທະນາດ້ວຍສະຕິປັນຍາ, ດ້ວຍຄວາມສາມາດທີ່ຢືນຢູ່ ແລະ ເດີນໜ້າດ້ວຍຂາຂອງຕົນເອງຢ່າງເປັນເຈົ້າການ ແລະ ສາມາດແຂ່ງຂັນໄດ້; ມີຄ່ານິຍົມສິນຄ້າລາວໃຫ້ຫຼາຍຂຶ້ນ, ຮູ້ນໍາໃຊ້ຊັບພະຍາກອນທີ່ພວກເຮົາມີຢູ່ໃຫ້ເປັນທຶນຮອນ, ແຕ່ຊັບພະຍາກອນຂອງຊາດ ຕ້ອງໄດ້ຮັບການປົກປັກຮັກສາ ແລະ ສາມາດນໍາໃຊ້ໄດ້ຢ່າງຍືນຍົງ ແລະ ຍາວນານ, ເຮັດໃຫ້ປະຊາຊົນລາວ ໄດ້ຮັບຜົນປະໂຫຍດຈາກການພັດທະນາຢ່າງຍຸຕິທໍາ, ສ້າງຄວາມຮັ່ງມີທົ່ວເຖິງ ແລະ ມີຄວາມຍືນຍົງໄປຕາມໆກັນ./.

ຂຽນໂດຍ: ສຈ. ປອ. ກິແກ້ວ ໄຂຄໍາພິທູນ*

* ກຳມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີແຫ່ງ ສປປ ລາວ.

(ວາລະສານອະລຸນໃໝ່ ສະບັບປະຈຳເດືອນກຸມພາ ປີ 2025)

Leave a Reply

Your email address will not be published. Required fields are marked *