
ໃນຍຸກທີ່ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ (ICT) ປ່ຽນແປງຢ່າງວ່ອງໄວ, ການຍົກລະ ດັບລະບົບ ICT ກໍຄືລະບົບດິຈີຕອນຖືເປັນແຮງຂັບເຄື່ອນສຳຄັນຕໍ່ການພັດທະນາປະເທດ. ໂດຍເຫັນໄດ້ບົດບາດ ແລະ ຄວາມສຳຄັນ, ຈໍາເປັນຂອງວຽກງານດັ່ງກ່າວ, ພັກເຮົາໄດ້ໃຫ້ທັດສະນະວ່າ: “ຄວາມກ້າວໜ້າອັນວ່ອງໄວ ແລະ ການນໍາໃຊ້ຜົນສໍາເລັດດ້ານເຕັກໂນໂລຊີ ແລະ ນະວັດຕະກໍາ ໄດ້ກາຍເປັນທາງເລືອກລວມໃນການພັດທະນາຂອງປະຊາຊາດຕ່າງໆ ເຊິ່ງບົ່ງບອກໃຫ້ພວກເຮົາຮູ້ວ່າຍຸດທະສາດການພັດທະນາໃນອະນາຄົດຂອງປະເທດເຮົາ ຕ້ອງຕັ້ງຢູ່ບົນພື້ນຖານການນໍາໃຊ້ຜົນສໍາເລັດດ້ານວິທະຍາສາດ, ນະວັດຕະກໍາຢ່າງກວ້າງຂວາງ ໂດຍຕິດພັນກັບການພັດທະນາຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ໂດຍສະເພາະໃນຂົງເຂດວິສະວະກໍາ. ດ້ວຍເຫດນັ້ນ ມີຄວາມຈໍາເປັນຢ່າງຍິ່ງທີ່ຕ້ອງຫັນປ່ຽນຢ່າງແຂງແຮງຈາກສະພາວະທີ່ເປັນຢູ່ໃນປັດຈຸບັນ ໂດຍຕິດພັນກັບການປັບປຸງບັນດາແຜນນະໂຍບາຍອັນເປັນພື້ນຖານກ່ຽວກັບການພັດທະນາຢ່າງເປັນລະບົບ, ຖືການຄົ້ນຄວ້າ, ເຜີຍແຜ່ ແລະ ນໍາໃຊ້ຜົນສໍາເລັດດ້ານວິທະຍາ ສາດ-ເຕັກໂນໂລຊີ ແລະ ນະວັດຕະກໍາອັນເໝາະສົມເປັນມາດຖານ ແລະ ເງື່ອນໄຂທີ່ຂາດບໍ່ໄດ້ໃນການ
ກໍານົດແຜນຍຸດທະສາດພັດທະນາໃນຊຸມປີຕໍ່ໜ້າ…”[1].
ເພື່ອຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈດັ່ງກ່າວ, ຄະນະພັກ-ຄະນະນໍາກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ກໍານົດວິໄສທັດການພັດທະນາເສດຖະກິດດິຈີຕອນແຫ່ງຊາດ ໄລຍະ 20 ປີ (2021-2040), ແຜນພັດທະນາເສດຖະກິດດິຈີຕອນແຫ່ງຊາດ ໄລຍະ 5 ປີ (2021-2025) ຕິດພັນກັບການຈັດຕັ້ງປະຕິບັດສອງວາລະແຫ່ງຊາດ ຄື: ການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ການແກ້ໄຂບັນຫາຢາເສບຕິດ; ແຜນພັດທະນາເຕັກໂນໂລຊີ ແລະ ການສື່ສານ 5 ປີ ຄັ້ງທີ III (2021-
2025); ການສ້າງເສດຖະກິດເອກະລາດ, ເປັນເຈົ້າຕົນເອງໃນໄລຍະໃໝ່ ແລະ ບັນດາມະຕິ, ຄໍາສັ່ງ, ຂໍ້ກໍານົດ ແລະ ລະບຽບການຕ່າງໆທີ່ກ່ຽວຂ້ອງ ໂດຍກໍານົດຈຸດໝາຍລວມໃນການ “ພັດທະນາເຕັກໂນໂລຊີ,ການສື່ສານ ແລະ ນະວັດຕະກໍາໃຫ້ມີການຂະຫຍາຍຕົວແບບກ້າວກະໂດດ; ສົ່ງເສີມ ແລະ ນໍາໃຊ້ໂທລະຄົມມະນາຄົມ, ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານໄອຊີທີ (ICT) ແລະ ດິຈີຕອນທີ່ທັນສະໄໝ, ມີຄວາມປອດໄພສູງເຂົ້າໃນທຸກຂະແໜການເສດຖະກິດ-ສັງຄົມ ແຕ່ສູນກາງລົງຮອດທ້ອງຖິ່ນ; ນໍາໃຊ້ຜົນສໍາເລັດຂອງການຄົ້ນຄວ້າ ແລະ ຖ່າຍທອດເຕັກໂນໂລຊີ ແລະ ນະວັດຕະກໍາ ເພື່ອຍູ້ແຮງຂະບວນການຜະ ລິດສິນຄ້າ, ການບໍລິການ ໃຫ້ກາຍເປັນຜະລິດຕະພັນທີ່ມີຄວາມຫຼາກຫຼາຍ, ສາມາດສ້າງມູນຄ່າເພີ່ມ ແລະ ມີຄວາມອາດສາມາດໃນການແຂ່ງຂັນ; ພັດທະນາຊັບພະຍາກອນມະນຸດທາງດ້ານດິຈີຕອນໃຫ້ມີຄຸນນະ ພາບສູງ, ສ້າງສະພາບແວດລ້ອມທີ່ດີໃຫ້ແກ່ການພັດທະນາ ແລະສົ່ງເສີມການນໍາໃຊ້ເຕັກໂນໂລຊີ ແລະ ນະວັດຕະກໍາໃໝ່ທີ່ປະຢັດພະລັງງານ, ປະຢັດວັດຖຸດິບ ແລະ ເປັນມິດກັບສິ່ງແວດລ້ອມ ເພື່ອຂັບເຄື່ອນການພັດທະນາເສດຖະກິດ-ສັງຄົມເຂົ້າສູ່ຍຸກອຸດສາຫະກໍາ 4.0, ຫັນເປັນລັດຖະບານດິຈີຕອນ ແລະ ສ້າງ
ເສດຖະກິດ-ສັງຄົມດິຈິຕອນ”[2]; ໄດ້ກໍານົດຄໍາຂວັນ: “ຍົກສູງຄວາມຮັບຜິດຊອບຕໍ່ວຽກງານເຕັກໂນໂລຊີ ແລະ ການສື່ສານ ໃຫ້ກາຍເປັນກໍາລັງແຮງຂັບເຄື່ອນໃນການຫັນເປັນດິຈີຕອນ ຕາມທິດອຸດສາຫະກໍາ ແລະ ທັນສະໄໝ”. ພ້ອມກັນນີ້ ກໍໄດ້ກໍານົດ 4 ວຽກສໍາຄັນທີ່ເປັນບຸລິມະສິດ ຄື: ❶ ສ້າງລັດຖະບານດິຈີຕອນ, ❷ ພັດທະນາລະບົບການຊໍາລະສະສາງດິຈີຕອນ, ❸ ຊຸກຍູ້ສົ່ງເສີມສະຕາດອັບ (Startup)
ຫຼື ທຸລະກິດທີ່ນໍາໃຊ້ນະວັດຕະກໍາໃໝ່ ແລະ ພັດທະນາລະບົບນິເວດດິຈີຕອນ (Eco System), ❹ ພັດທະນາບຸກຄະລາກອນດິຈີຕອນ. ນອກຈາກນີ້ ຍັງໄດ້ກໍານົດ 9 ແຜນວຽກຈຸດສຸມ ຄື: 1. ການພັດທະນາບຸກຄະລາກອນ; 2. ສ້າງ ແລະ ປັບປຸງນິຕິກໍາຮອງຮັບການຫັນເປັນດິຈີຕອນ; 3. ພັດທະນາລະບົບບໍລິຫານລັດໃຫ້ເປັນທັນສະໄໝ; 4. ພັດທະນາພື້ນຖານໂຄງລ່າງໂທລະຄົມມະນາຄົມ, ໄອຊີທີ ແລະ ດິຈີຕອນ; 5. ຄຸ້ມຄອງຄື້ນຄວາມຖີ່ວິທະຍຸສື່ສານ; 6. ພັດທະນາລະບົບຄວາມປອດໄພດ້ານໄຊເບີ; 7. ພັດທະນາ ແລະ ນໍາໃຊ້ນະວັດຕະກໍາໄອຊີທີ; 8. ພັດທະນາໄປສະນີເປັນທັນສະໄໝ; 9. ການຮ່ວມມື ແລະ ການເຊື່ອມໂຍງຕ່າງປະເທດ.
ຕະຫຼອດໄລຍະ 5 ປີຜ່ານມາ (2021-2025), ກະຊວງເຕັກໂນໂລຊີ ແລະ ການສື່ສານໄດ້ສຸມໃສ່ຈັດຕັ້ງປະຕິບັດບັນດາວຽກຈຸດສຸມ, ແຜນງານທີ່ເປັນບຸລິມະສິດ ໂດຍຖືເອົາການສຶກສາອົບຮົມການເມືອງ-ແນວຄິດເປັນກົກ, ຄົ້ນຄວ້າຮໍ່າຮຽນ, ເຜີຍແຜ່, ເຊື່ອມຊຶມແນວທາງ, ມະຕິ, ຄໍາສັ່ງ, ກົດລະບຽບພັກ, ກົດໝາຍຂອງລັດ, ປາຖະກະຖາມູນເຊື້ອວັນສໍາຄັນຂອງພັກ, ຂອງຊາດ ແລະ ເອກະສານສໍາຄັນຕ່າງໆ
ຂອງພັກ-ລັດ, ຄວບຄູ່ກັບການຊຸກຍູ້ວຽກງານເຕັກໂນໂລຊີໃຫ້ກາຍເປັນເຄື່ອງມືສຳຄັນໃນການເສີມສ້າງປະ ສິດທິພາບການພັດທະນາເສດຖະກິດ-ສັງຄົມ, ຍົກສູງຄວາມສາມາດດ້ານການບໍລິຫານຈັດການ ເຊິ່ງນຳໄປສູ່ຜົນງານທີ່ເປັນຮູບປະທຳໃນຫຼາຍດ້ານ ເຊັ່ນ: ດ້ານການພັດທະນາຫຼັກສູດ ແລະ ບຸກຄະລາກອນໄດ້ຮັບການເອົາໃຈໃສ່ຢ່າງຕໍ່ເນື່ອງ ເພື່ອຮອງຮັບຄວາມຕ້ອງການຂອງເສດຖະກິດຍຸກໃໝ່ ແລະ ການໃຫ້ບໍລິການພາກລັດທີ່ທັນສະໄໝ, ຜ່ານມາໄດ້ສໍາເລັດການເພີ່ມວິຊາພື້ນຖານປັນຍາປະດິດ (AI) 1 ຫຼັກ ສູດເຂົ້າໃນຂັ້ນປະລິນຍາຕີ ສາຂາວິສະວະກໍາເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ; ປັບປຸງສະຖາບັນຕາມກົດໝາຍວ່າດ້ວຍການສຶກສາຊັ້ນສູງ ເພື່ອຍົກລະດັບເປັນມະຫາວິທະຍາໄລ, ສະຖາບັນເຕັກໂນໂລຊີ ແລະ ການສື່ສານ ສາມາດສ້າງບຸກຄະລາກອນດ້ານໂທລະຄົມມະນາຄົມ/ໄອຊີທີ ອອກຮັບໃຊ້ສັງຄົມໄດ້ທັງໝົດ 837 ຄົນ ເທົ່າກັບ 66,96% ຂອງແຜນການ (ແຜນການປີ 1.250 ຄົນ).
ດ້ານການບໍລິຫານລັດແບບເອເລັກໂຕຣນິກ (E-Goverment) ຕິດພັນກັບການພັດທະນາພື້ນຖານໂຄງລ່າງເຕັກໂນໂລຊີ ແລະ ການສື່ສານ: ຊຸກຍູ້ສົ່ງເສີມໃຫ້ຂະແໜງການ ທັງພາກລັດ ແລະ ເອກະຊົນ ນໍາໃຊ້ສູນດິຈີຕອນໄດ້ 78 ພາກສ່ວນ ເທົ່າກັບ 40% ຂອງແຜນການ; ສໍາເລັດການພັດທະນາແອັບພຼີເຄຊັນແບບລວມສູນດິຈີຕອນ ເປັນຕົ້ນແມ່ນ M-Money ແລະ U-Money ເຊິ່ງເປັນລະບົບຊໍາລະເງິນ
ຜ່ານມືຖື ແລະ ອິນເຕີເນັດ; ສໍາເລັດການສ້າງ ແລະ ຂະຫຍາຍລະບົບເຄືອຂ່າຍພາຍໃນພາກລັດເຊື່ອມໂຍງບັນດາອົງການຈັດຕັ້ງລັດ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ 36 ຫ້ອງການ ເທົ່າກັບ 53% ຂອງແຜນການ 5 ປີ, ສາມາດເຊື່ອມໂຍງເຂົ້າກັບລະບົບລັດຖະບານດິຈີຕອນໄດ້ຢ່າງສະດວກ, ວ່ອງໄວ ແລະ ປອດໄພ; ໄດ້ຄົ້ນຄວ້າແຜນພັດທະນາລະບົບເຊື່ອມໂຍງຂໍ້ມູນພາກລັດ ເພື່ອແລກປ່ຽນ ແລະ ລວມສູນຂໍ້ມູນ
ພາກລັດ, ລະບົບຂໍ້ມູນເປີດພາກລັດ ເພື່ອໃຫ້ທຸກພາກສ່ວນສາມາດນໍາໃຊ້, ລວມທັງລະບົບ Dashboard ເພື່ອເປັນມາດຕະຖານໃນການບໍລິຫານຂໍ້ມູນສະຖິຕິພາກລັດໃຫ້ເປັນເອກະພາບ; ສໍາເລັດການຂະຫຍາຍລະບົບກອງປະຊຸມທາງໄກ (Video Conference) ໄດ້ 97 ພາກສ່ວນ ເທົ່າກັບ 142,4% ຂອງແຜນ ການ 5 ປີ, ສ້າງບັນຊີຜູ້ນໍາໃຊ້ໄດ້ທັງໝົດ 20.893 ບັນຊີ; ສໍາເລັດການຕິດຕັ້ງ ແລະ ຂະຫຍາຍລະບົບອີເມລ (e-mail) ໄດ້ 44 ພາກສ່ວນ ເທົ່າກັບ 64,70% ຂອງແຜນການ, ມີ 58 ໂດເມນ ແລະ ມີບັນຊີຜູ້ຊົມໃຊ້ ຈໍານວນ 5.589 ບັນຊີ; ສໍາເລັດການພັດທະນາ, ປັບປຸງ ແລະ ຂະຫຍາຍການນໍາໃຊ້ລະບົບຫ້ອງການທັນສະໄໝ (e-Office) ໄດ້ 28 ຫ້ອງການ ເທົ່າກັບ 60% ຂອງແຜນການ ແລະ ສໍາເລັດການຕິດຕັ້ງ-ທົດລອງນໍາໃຊ້ຢູ່ທ້ອງຖິ່ນຈຳນວນ 17 ຫ້ອງວ່າການແຂວງ; ພັດທະນາ ແລະ ຂະຫຍາຍບັນຊີລາຍຊື່ລະບົບສື່ສານພາກລັດ (G-Chat) ໄດ້ 15.000 ບັນຊີ ເທົ່າກັບ 30% ຂອງແຜນການ, ຂະຫຍາຍການ ນໍາໃຊ້ໄດ້ 24.231 ລາຍຊື່; ພັດທະນາ ແລະ ຂະຫຍາຍການນໍາໃຊ້ລະບົບເວັບໄຊຂອງພາກລັດ (G-Wed Platform) ໄດ້ 57 ພາກສ່ວນ ເທົ່າກັບ 126,66% ຂອງແຜນການ; ສໍາເລັດການຕິດຕັ້ງ, ພັດ ທະນາ ແລະ ເປີດນໍາໃຊ້ລະບົບຈັດເກັບ, ນໍາໃຊ້ເອກະສານພາກລັດຮ່ວມກັນ (G-Chat/G-Drive) ໄດ້ 15.261 ບັນຊີ, ສາມາດຮອງຮັບໄດ້ 16.000 ບັນຊີ; ສ້າງລະບົບແລກປ່ຽນ ແລະ ຢັ້ງຢືນຂໍ້ມູນພາກລັດ ໄດ້ 3.386.686 ບັນຊີ; ສົ່ງເສີມ ແລະ ຮ່່ວມມືກັບພາກທຸລະກິດພັດທະນາລະບົບບໍລິການສັງຄົມຕ່າງໆໃຫ້ມີຄຸນນະພາບ, ມີຄວາມຍຸຕິທໍາ ແລະ ປອດໄພ, ໃນນັ້ນ ສໍາເລັດການພັດທະນາຕໍ່ຍອດແອັບ Lao KYC ເປັນ Super App (Gov-X) ເຊື່ອມຕໍ່ລະບົບປະກັນສັງຄົມ, ລະບົບຖານຂໍ້ມູນວິສາຫະກິດແຫ່ງຊາດ, ລະບົບໃບຂັບຂີ່ ແລະ ລະບົບຄັງປັນຍາລາວ; ສໍາເລັດການສ້າງສູນບໍລິການຂໍ້ມູນຂ່າວສານເອເລັກໂຕຣນິກຢູ່ທ້ອງຖິ່ນໄດ້ 1 ແຫ່ງ; ຂະຫຍາຍພື້ນທີ່ຈັດເກັບຂໍ້ມູນຂອງລະບົບຄລາວ (Cloud) ຈາກ 495 TB ເປັນ 595 TB ເພື່ອຮັບຮອງຮັບການຕິດຕັ້ງລະບົບບໍລິຫານລັດດ້ວຍເອເລັກໂຕຣນິກ ແລະ ລະບົບຊັອບແວຕ່າງໆໃນການຫັນເປັນທັນສະໄໝ ແລະ ສໍາເລັດການຂະຫຍາຍລະບົບບໍລິການຮັບຝາກເວັບໄຊເພີ່ມຂຶ້ນໄດ້ 200 ເວັບໄຊ; ໄດ້ເຊັນສັນຍາ ແລະ ເຊື່ອມຕໍ່ເຕັກນິກລວມສູນການສື່ສານສັນຍານອິນເຕີເນັດຂອງບໍລິສັດ ລາວໂທລະຄົມມະນາຄົມ, ບໍລິສັດ ອີທີແອລ ຈໍາກັດ, ບໍລິສັດ ສະຕາ ໂທລະຄົມ, ບໍລິສັດ ເບສເທເລຄອມ ຈໍາກັດ, ບໍລິສັດ ພລາເນັດ ຈໍາກັດ, ບໍລິສັດ ດາວທຽມລາວ ເອເຊຍ-ປາຊີຟິກ, ບໍລິສັດມັງກອນເຕັກໂນໂລຊີ, ບໍລິສັດ ຈະເລີນຊັບ, ບໍລິສັດ ເອັສແອວທີ ແລະ ບໍລິສັດ ຈີດີເອັມເອັສ. ນອກຈາກນີ້ ໄດ້ສໍາເລັດການເຊັນສັນຍາ ແລະ ເຊື່ອມຕໍ່ເຕັກນິກລວມສູນໂທລະຄົມມະນາຄົມ (ໂທລະສັບ-ຂໍ້ຄວາມສັ້ນພາຍໃນປະເທດ ແລະ ຂາເຂົ້າຈາກຕ່າງປະເທດ); ສົ່ງເສີມການບໍລິການ ແລະ ການນໍາໃຊ້ລະຫັດຊື່ອິນເຕີເນັດ.La ແລະ ລາວ ທັງພາຍໃນ ແລະ ຕ່າງປະເທດ ຈາກ 45.000 ລະຫັດຊື່ໃນປີ 2021 ມາເປັນ 52.000 ລະຫັດຊື່ໃນປີ 2025; ສໍາເລັດການທົດລອງສ້າງຊື່ E-mail ເປັນພາສາລາວ, ການສ້າງລະຫັດຊື່ອິນເຕີເນັດ ແລະ ປະສານງານໃນການສໍາຮອງເວັບໄຊກອງປະຊຸມສຸດຍອດອາຊຽນ ໃນປີ 2024; ສໍາເລັດການສ້າງລະບົບອອກໃບຮັບຮອງລາຍເຊັນເອເລັກໂຕຣນິກແຫ່ງຊາດ ເພື່ອເປັນສູນກາງຄຸ້ມຄອງການອອກໃບຮັບຮອງທັງໝົດຂອງ ສປປ ລາວ; ສໍາເລັດການສ້າງລະບົບອອກໃບຮັບຮອງລາຍເຊັນເອເລັກໂຕຣນິກພາກລັດ ແລະ ລະບົບອອກໃບຮັບຮອງລາຍເຊັນເອເລັກໂຕຣນິກທົ່ວໄປ; ສໍາເລັດການເຊື່ອມຕໍ່ລະບົບຫ້ອງການທັນສະໄໝ ແລະ ລະບົບຄຸ້ມຄອງການເງິນພາກລັດຂອງກະຊວງການເງິນ; ໄດ້ຈັດສັນຄື້ນຄວາມຖີ່ໃຫ້ບັນດາບໍລິສັດຜູ້ໃຫ້ບໍລິການທາງດ້ານໂທລະຄົມມະນາຄົມທົດລອງນໍາໃຊ້ລະບົບ 5G; ສໍາເລັດການສ້າງສະຖານີກວດກາຄື້ນຄວາມຖີ່ວິທະຍຸສື່ສານແບບບໍ່ມີຄົນປະຈໍາ ໄດ້ 3 ສະຖານີ; ນໍາໃຊ້ເລກໝາຍໂທລະຄົມໄດ້ທັງໝົດ
23.450.000 ເລກໝາຍ, ເລກໝາຍພິເສດ (3 ແລະ 4 ຕົວເລກ) ໄດ້ 192 ເລກໝາຍ ແລະ ຂຶ້ນທະ
ບຽນເລກໝາຍໂທລະສັບມືຖືໄດ້ 7.443.716 ເລກໝາຍ.
ພື້ນຖານໂຄງລ່າງໂທລະຄົມມະນາຄົມໄດ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ສາມາດຂະຫຍາສະຖານີຮັບສົ່ງສັນຍານໂທລະສັບມືຖືໄດ້ທັງໝົດ 8.904 ສະຖານີ, ປົກຄຸມ 18 ແຂວງ, 148 ເມືອງ ແລະ 8.245 ບ້ານ, ເຮັດໃຫ້ທົ່ວປະເທດມີສັນຍານມືຖືແຍກຕາມລະບົບ 2G ກວມ 97%, 3G ກວມ 86% ແລະ 4G ກວມ 77% ຂອງບ້ານທັງໝົດ; ສ່ວນລະບົບ 5G ປັດຈຸບັນນໍາໃຊ້ໄດ້ໃນບາງແຂວງ ເຊັ່ນ: ນະຄອນຫຼວງວຽງຈັນ, ຫຼວງພະບາງ, ເຂດເສດຖະກິດພິເສດສາມຫຼ່ຽມຄໍາ, ສະຫວັນນະເຂດ ແລະ ຈໍາປາສັກ. ພ້ອມກັນນີ້ ກໍໄດ້ຂະຫຍາຍເຄືອຂ່າຍສາຍສົ່ງໂທລະຄົມມະນາຄົມສາຍໄຍແກ້ວເຂົ້າເຖິງບັນດາແຂວງ, ເທດສະບານເມືອງໄດ້ 4.253 ກິໂລແມັດ, ມີຈຸດເຊື່ອມຕໍ່ສາຍສົ່ງໂທລະຄົມ ແລະ ອິນເຕີເນັດ 18 ຈຸດ; ສົ່ງເສີມພາກລັດ ແລະ ເອກະຊົນ ຫັນມານໍາໃຊ້ດາວທຽມລາວ ໄດ້ 16 ພາກສ່ວນ ເທົ່າກັບ 80% ຂອງແຜນການ 5 ປີ; ສໍາເລັດການຕິດຕັ້ງສະຖານີລະບົບສື່ສານ VSAT ຮັບໃຊ້ວຽກງານພາກລັດໄດ້ 204 ສະຖານີ, ໃນນັ້ນ ວິທະຍຸກະຈາຍສຽງແຫ່ງຊາດ 93 ສະຖານີ, ກອງທັບ 80 ສະຖານີ, ປກສ 9 ສະຖານີ, ໂທລະພາບສູນກາງ ແລະ ທ້ອງຖິ່ນ 11 ສະຖານີ, ເຂື່ອນໄຟຟ້ານໍ້າອູ 7 ສະຖານີ, ກອງຄຸ້ມຄອງຈະລາ ຈອນອາກາດ 4 ສະຖານີ.
ຕາໜ່າງໄປສະນີຂະຫຍາຍຕົວໄປທົ່ວທຸກແຂວງ ແຕ່ຕົວເມືອງຫາຊົນນະບົດ ກວມ 100%, ມີປ່ອງບໍລິການ 1.172 ປ່ອງ ແລະ ເຊື່ອມໂຍງກັບ 192 ປະເທດໃນໂລກ, ນໍາໃຊ້ລະຫັດໄປສະນີ 5 ໂຕເລກເຂົ້າໃນການຄັດແຍກ, ເຮັດໃຫ້ການແຈກຢາຍມີຄວາມວ່ອງໄວຂຶ້ນ ແລະ ຫົວໜ່ວຍບໍລິການເພີ່ມຂຶ້ນເປັນ 63 ບໍລິສັດ; ສໍາເລັດການສ້າງລະບົບສູນລວມຕິດຕາມ, ກວດກາເຄື່ອງຝາກ ໂດຍເຊື່ອມໂຍງກັບແພຼດ
ຟອມການຄ້າ ແລະ ລະບົບຊໍາລະແບບເອເລັກໂຕຣນິກ, ເຮັດໃຫ້ບໍລິມາດການຮັບຝາກທັງພາຍໃນ ແລະ ຕ່າງປະເທດ ເພີ່ມຂຶ້ນ 7.263 ໂຕນ/ປີ. ພ້ອມກັນນີ້ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈຫຼາຍກວ່າ 35 ສະ ບັບ ເພື່ອກະກຽມຄວາມພ້ອມໃນການຫັນໄປສູ່ລັດຖະບານດິຈີຕອນ, ສັງຄົມດິຈີຕອນ ແລະ ເສດຖະກິດດິຈີຕອນ ເປັນຕົ້ນແມ່ນການພັດທະນາ ແລະ ໃຫ້ບໍລິການລະບົບບໍລິຫານລວມສູນການເຊື່ອມຕໍ່, ການຄຸ້ມ
ຄອງຄວາມປອດໄພທາງອິນເຕີເນັດແຫ່ງຊາດ, ການສ້າງສວນອຸທິຍານດິຈີຕອນ, ຝຶກອົບຮົມຊ່ຽວຊານໄອທີ, ພັດທະນາ ແລະ ບໍລິການລະບົບເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ ຢູ່ ສປປ ລາວ; ສໍາເລັດການສ້າງບົດຮຽນວິຊາການດ້ານຄວາມຮູ້ພື້ນຖານກ່ຽວກັບການຫັນເປັນດິຈີຕອນ ຈໍານວນ 5 ເຫຼັ້ມ, ພ້ອມທັງຈັດກອງປະຊຸມເຜີຍແຜ່ຝຶກອົບຮົມ, ສໍາມະນາຢູ່ສູນກາງ ແລະ ທ້ອງຖິ່ນ ໄດ້ຫຼາຍກວ່າ 20 ຄັ້ງ, ມີຜູ້ເຂົ້າຮ່ວມຫຼາຍກວ່າ 1.500 ຄົນ; ຈັດງານສັບປະດາດິຈີຕອນລາວ ໄດ້ 3 ຄັ້ງ, ຈັດກອງປະຊຸມພົບປະບໍລິສັດເອກະຊົນ ແລະ ພາກສ່ວນຕ່າງໆໄດ້ຫຼາຍກວ່າ 300 ພາກສ່ວນ, ມີຜູ້ເຂົ້າຮ່ວມ 11.763 ເທື່ອຄົນ; ສ້າງລາຍຮັບໄດ້ທັງ ໝົດ 707,20 ຕື້ກວ່າກີບ ເທົ່າກັບ 102,55% ຂອງແຜນການ 5 ປີ, ໃນນີ້ ກະຊວງເຕັກໂນໂລຊີເກັບຄ່າທໍານຽມ ແລະ ຄ່າບໍລິການໄດ້ 61,51 ຕື້ກວ່າກີບ ແລະ ກະຊວງການເງິນ ປະຕິບັດໄດ້ 656,82 ຕື້ກວ່າກີບ.
ດ້ານນະໂຍບາຍ ແລະ ນິຕິກຳ: ສ້າງ ແລະ ປັບປຸງນະໂຍບາຍ, ນິຕິກໍາໃນຂົງເຂດເຕັກໂນໂລຊີ ແລະ ການສື່ສານ ເພື່ອຮອງຮັບການຫັນເປັນດິຈີຕອນ, ເສດຖະກິດດິຈີຕອນ ໄດ້ທັງໝົດ 28 ສະບັບ; ໃນນັ້ນ ສ້າງ ແລະ ປັບປຸງກົດໝາຍ ໄດ້ 3 ສະບັບ, ກໍາລັງດໍາເນີນການ 3 ສະບັບ, ສ້າງຍຸດທະສາດໄດ້ 1 ສະບັບ, ດໍາລັດ 2 ສະບັບ, ກໍາລັງດໍາເນີນການ 4 ສະບັບ, ສ້າງຂໍ້ຕົກລົງໄດ້ 14 ສະບັບ ແລະ ຄໍາແນະນໍາໄດ້ 1 ສະບັບ.
ການຮ່ວມມືກັບຕ່າງປະເທດ: ໄດ້ລົງນາມການເປັນຄູ່ຮ່ວມມືດິຈີຕອນກັບ ສສ. ຫວຽດນາມ ສ້າງ ແລະ ເປີດນໍາໃຊ້ລະບົບ SOC, ລະບົບການຮຽນ-ການສອນແບບເປີດກວ້າງ (LMOOC); ໄດ້ເຊັນສັນຍາການຮ່ວມມືດ້ານໄອຊີທີກັບກະຊວງອຸດສາຫະກໍາ ແລະ ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ (MIIT) ສປ ຈີນ, ກະຊວງດິຈີຕອນ ເພື່ອເສດຖະກິດ ແລະ ສັງຄົມ ຂອງຣາຊະອານາຈັກໄທ; ຮ່ວມມືກັບອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ດໍາເນີນໂຄງການ RFF ເພື່ອສໍາຫຼວດ ແລະ ເກັບກໍາຂໍ້ມູນການປະເມີນຄວາມພ້ອມດ້ານດິຈີຕອນທົ່ວປະເທດ, ຄົ້ນຄວ້າສ້າງມາດຕະຖານຂອບວຽກ ແລະ ແຜນແມ່ບົດລັດຖະບານດິຈີຕອນ ແລະ ໂຄງການຕົວແບບ (G-Room, Super App, Skill Assessment); ຮ່ວມມືກັບທະນາຄານໂລກດໍາເນີນການປະເມີນສະພາບການພັດທະນາ ແລະ ກາລະໂອ ກາດດ້ານດິຈີຕອນ ຢູ່ ສປປ ລາວ; ຮ່ວມກັບອົງການສະຫະປະຊາຊາດເພື່ອການພັດທະນາເສດຖະ
ກິດ-ສັງຄົມປະຈຳພາກພື້ນອາຊີ-ປາຊີຟິກ (UNESCAP) ດໍາເນີນໂຄງການເຊື່ອມໂຍງດ້ານດິຈີຕອນ ແລະ ການຂົນສົ່ງ ເພື່ອຄວາມໝັ້ນຄົງທາງດ້ານເສດຖະກິດ-ສັງຄົມໃນຊົນນະບົດ; ຮ່ວມມືກັບ ສ.ເກົາຫຼີ ສ້າງສູນຮ່ວມມືລັດດິຈີຕອນ ປີ 2023-2025; ຮ່ວມກັບອົງການສົ່ງເສີມເຕັກໂນໂລຊີຂໍ້ມູນຂ່າວສານ (NIPA) ສ.ເກົາຫຼີ ພາຍໃຕ້ກິດຈະກໍາ (World Friend Korea NIPA Advisor 2023-2024) ແລະ ຮ່ວມກັບອົງ ການຂໍ້ມູນຂ່າວສານແຫ່ງຊາດ (NIA) ສ.ເກົາຫຼີ ພາຍໃຕ້ກິດຈະກໍາ (World Friend Korea IT Volunteer Program 2023); ຮ່ວມມືກັບບັນດາປະເທດອາຊຽນສ້າງກິດຈະກໍາ 3 ຫົວຂໍ້: (ສ້າງມາດຕະຖານ ເພື່ອແລກປ່ຽນຂໍ້ມູນຂ່າວສານທີ່ກ່ຽວຂ້ອງກັບໄພພິບັດໃນພາກພື້ນອາຊຽນ ປີ 2023, ສຶກສາການພັດທະນາລະບົບຢັ້ງຢືນຕົວຕົນດິຈີຕອນ ປີ 2024 ແລະ ສຶກສາການພັດທະນາແພຼດຟອມພາກລັດ ປີ 2025). ນອກຈາກນີ້ ໄດ້ສໍາເລັດການຈັດຕັ້ງສໍາມະນາ ແລະ ສະເຫຼີມສະຫຼອງການຍອມຮັບລະຫັດຊື່
ອິນເຕີເນັດພາສາລາວ (ລາວ) ແລະ ທຸກພາສາໃນໂລກ; ເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຮ່ວມມືໃນຂົງເຂດວຽກງານພັດທະນາຊັບພະຍາກອນອິນເຕີເນັດ ລະຫວ່າງສູນອິນເຕີເນັດແຫ່ງຊາດ ສປປ ລາວ ແລະ ສູນອິນເຕີເນັດແຫ່ງຊາດ ສສ ຫວຽດນາມ; ເຊັນບົດບັນທຶກຄວາມເຂົ້າໃຈກັບສູນຮັບຮອງເອເລັກໂຕຣນິກ ສສ ຫວຽດນາມ ວ່າດ້ວຍການຮ່ວມມືໃນວຽກງານລາຍເຊັນດິຈີຕອນ, ການຮັບຮອງທາງເອເລັກໂຕຣນິກ ແລະ ຈັດຝຶກອົບຮົມດ້ານເຕັກນິກວິຊາການໃຫ້ບຸກຄະລາກອນຂອງ ສປປ ລາວ ໄດ້ 4 ຄັ້ງ ແລະ ໄປແລກປ່ຽນບົດຮຽນຢູ່ ສສ ຫວຽດນາມ ໄດ້ 3 ຄັ້ງ.
ຄຽງຄູ່ກັບຜົນງານທີ່ຍາດມາໄດ້ນັ້ນ ກໍຍັງມີຂໍ້ຄົງຄ້າງທີ່ຕ້ອງໄດ້ເອົາໃຈໃສ່ປັບປຸງ ແລະ ແກ້ໄຂ ເປັນ ຕົ້ນແມ່ນການຈັດຕັ້ງຜັນຂະຫຍາຍແຜນງານ ແລະ ການກໍານົດຕົວຊີ້ວັດຂອງແຕ່ລະວຽກຈຸດສຸມຢູ່ຂັ້ນກົມ/ທຽບເທົ່າ ແລະ ບັນດາພະແນກຂອງແຂວງ/ນະຄອນຈໍານວນໜຶ່ງ ຍັງບໍ່ທັນຈະແຈ້ງ, ມີບາງຄາດໝາຍສູ້ຊົນບໍ່ທັນບັນລຸໄດ້ຕາມແຜນການ; ຜ່ານມາໄດ້ມີການເຊັນສັນຍາຮ່ວມມືກັບຫຼາຍບໍລິສັດ ແຕ່ຂອດການຈັດຕັ້ງ
ປະຕິບັດຍັງຊັກຊ້າ; ການຊຸກຍູ້ສົ່ງເສີມການນໍາໃຊ້ເຕັກໂນໂລຊີດິຈີຕອນເຂົ້າໃນວຽກງານຍັງບໍ່ທັນກວ້າງ ຂວາງ; ບຸກຄະລາກອນທີ່ມີທັກສະດ້ານເຕັກໂນໂລຊີສື່ສານຂໍ້ມູນຂ່າວສານ ແລະ ດິຈີຕອນຍັງຈໍາກັດທັງດ້ານປະລິມານ ແລະ ຄຸນນະພາບຍັງບໍ່ທັນສາມາດຕອບສະໜອງໄດ້ດີຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານ; ໂຄງການລົງທຶນຂອງລັດ ໂດຍສະເພາະໂຄງລ່າງພື້ນຖານເຕັກນິກຫຼາຍໂຄງການບໍ່ສາມາດຈັດຕັ້ງປະຕິບັດໄດ້ ເນື່ອງຈາກງົບປະມານບໍ່ພຽງພໍ; ລະບົບຄວາມປອດໄພທາງອິນເຕີເນັດຍັງບໍ່ທັນຮັບປະກັນໄດ້ດີ; ການຄຸ້ມຄອງສື່ສັງຄົມອອນລາຍ, ຄວາມປອດໄພທາງໄຊເບີ, ວິທີການຕອບໂຕ້ ຍັງບໍ່ທັນກັບສະພາບການ ແລະ ການເຊື່ອມໂຍງ-ເຊື່ອມຕໍ່ລະບົບຖານຂໍ້ມູນຂ່າວສານຍັງບໍ່ທັນລວມສູນ.
ໃນແຜນພັດທະນາ 5 ປີ ຄັ້ງທີ IV (2026-2030) ຂອງຂະແໜງເຕັກໂນໂລຊີ ແລະ ການສື່ສານ ໄດ້ກຳນົດຄໍາຂວັນ “ຍົກສູງບົດບາດການນໍາພາຜັນຂະຫຍາຍການນໍາໃຊ້ເຕັກໂນໂລຊີ ດິຈີຕອນກາຍເປັນກໍາລັງຂັບເຄື່ອນທີ່ແຂງແຮງຕໍ່ການພັດທະນາປະເທດ ຫັນເປັນລັດຖະບານດິຈີຕອນ, ເສດຖະກິດດິຈີຕອນ ແລະ ສັງຄົມດິຈີຕອນໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ ແລະ ຍືນຍົງ”[3]. ສະນັ້ນ ເພື່ອຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດຄຳຂວັນດັ່ງກ່າວໃຫ້ເປັນຈິງ ທັງເປັນການປັບປຸງ-ແກ້ໄຂບັນຫາຄົງຄ້າງທີ່ໄດ້ກ່າວ
ມາກ່ອນໜ້ານີ້ຄວນເອົາໃຈໃສ່ ດັ່ງນີ້:
❶ ເພີ່ມທະວີການເຮັດວຽກງານການເມືອງ-ແນວຄິດຢ່າງຕໍ່ເນື່ອງ ແລະ ເປັນປະຈໍາໃຫ້ພະນັກງານທຸກລະດັບມີຄຸນທາດການເມືອງໜັກແໜ້ນ, ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ວຽກງານ, ພ້ອມທັງປັບປຸງການຈັດຕັ້ງໃຫ້ມີຄວາມໜັກແໜ້ນເຂັ້ມແຂງ, ຮັບປະກັນຄວາມສາມັກຄີເປັນເອກະພາບພາຍໃນໃຫ້ແໜ້ນ
ແຟ້ນ, ພ້ອມກັນສູ້ຊົນປະຕິບັດວຽກງານໃຫ້ມີຜົນສໍາເລັດຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ.
❷ ໃຫ້ຄວາມສຳຄັນຕໍ່ການກໍ່ສ້າງ ແລະ ພັດທະນາບຸກຄະລາກອນ ເພື່ອຮັບປະກັນທັງດ້ານປະລິມານ ແລະ ຄຸນນະພາບ ໂດຍສະເພາະຢ່າງຍິ່ງໃນການຝຶກອົບຮົມ ແລະ ຍົກລະດັບທັກສະດ້ານດິຈີຕອນ ເຊັ່ນ: ການບໍລິຫານຈັດການລະບົບຄລາວ (Cloud), ການບໍລິຫານລັດແບບເອເລັກໂຕຣນິກ (E-Goverment), ການຜະລິດສື່ອອນລາຍ, ການວິເຄາະຂໍ້ມູນ, ການຈັດການລະບົບເຄືອຂ່າຍ ແລະ ຄວາມປອດໄພທາງ
ໄຊເບີ້, ການພັດທະນາແອັບພຼີເຄຊັນທີ່ຕອບສະໜອງຕໍ່ຄວາມຕ້ອງການຂອງປະຊາຊົນ ແລະ ອົງກອນ. ການດຳເນີນການເຫຼົ່ານີ້ມີເປົ້າໝາຍ ເພື່ອກຽມຄວາມພ້ອມບຸກຄະລາກອນໃຫ້ກ້າວເຂົ້າສູ່ລະບົບດິຈີຕອນທີ່ສັບຊ້ອນໄດ້ຢ່າງມີປະສິດທິພາບ ແລະ ຍັງຊ່ວຍສ້າງນັກເຕັກໂນໂລຊີຮຸ່ນໃໝ່ທີ່ມີຄວາມພ້ອມໃນການຕໍ່
ຍອດໂຄງການໄອຊີທີຂອງປະເທດໃນໄລຍະຍາວອີກດ້ວຍ.
❸ ຊຸກຍູ້ບັນດາຂະແໜງການ ແຕ່ສູນກາງຮອດທ້ອງຖິ່ນໃຫ້ເຫັນຄວາມສໍາຄັນຂອງວຽກງານຫັນເປັນ ດິຈີຕອນຂອງ ສປປ ລາວ, ເອົາໃຈໃສ່ໃນການໂຄສະນາເຜີຍແຜ່ບັນດາກົດໝາຍ ແລະ ນິຕິກໍາຕ່າງໆທີ່ກ່ຽວຂ້ອງ; ພັດທະນາວຽກງານບໍລິຫານລັດດ້ວຍເອເລັກໂຕຣນິກຢ່າງລວມສູນ, ມີມາດຕະຖານດຽວກັນ, ສ້າງສູນກາງເຊື່ອມໂຍງ ແລະ ແລກປ່ຽນຂໍ້ມູນຂ່າວສານພາກລັດ, ລວມທັງການພັດທະນາແພຼດຟອມ
ຕ່າງໆ ເພື່ອຊ່ວຍໃຫ້ການບໍລິການປະຊາຊົນສະດວກ, ວ່ອງໄວ ແລະ ໂປ່ງໃສ, ທັງເປັນການປັບປຸງຂະບວນການເຮັດວຽກພາຍໃນອົງການລັດໃຫ້ກະທັດຮັດ, ຫຼຸດຜ່ອນຂັ້ນຕອນທີ່ຊໍ້າຊ້ອນ ແລະ ເພີ່ມປະສິດ ທິພາບການບໍລິຫານ.
❹ ເພີ່ມທະວີການປັບປຸງ ແລະ ສ້າງນິຕິກໍາ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ, ຜັນຂະຫຍາຍ ແລະ ປົກປ້ອງຜົນປະໂຫຍດຂອງພາກລັດ, ພາກທຸລະກິດ ແລະ ຜູ້ຊົມໃຊ້ໃຫ້ແທດ
ເໝາະ ແລະ ຕອບສະໜອງໄດ້ກັບການຂະຫຍາຍຕົວແບບກ້າວກະໂດດຂອງວຽກງານໄອຊີທີ; ເພີ່ມທະວີໃຫ້ຄວາມຮູ້ ແລະ ສ້າງຄວາມເຂົ້າໃຈແກ່ສັງຄົມອອນລາຍໃນທາງທີ່ສ້າງສັນ ແລະ ເກີດປະໂຫຍດ ເພື່ອຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ໃຫ້ຫຼຸດໜ້ອຍຖອຍລົງ.
❺ ເພີ່ມທະວີການຮ່ວມມືກັບຕ່າງປະເທດ ໂດຍສະເພາະບັນດາປະເທດເພື່ອນມິດຍຸດທະສາດ, ພ້ອມທັງຍາດແຍ່ງເອົາການຊ່ວຍເຫຼືອຈາກບັນດາອົງການຈັດຕັ້ງພາຍໃນ, ພາກພື້ນ ແລະ ສາກົນ ເຊິ່ງເປັນປັດໄຈສຳຄັນທີ່ຊ່ວຍເລັ່ງການພັດທະນາດ້ານເຕັກໂນໂລຊີ ແລະ ການສື່ສານ, ເຮັດໃຫ້ປະເທດເຮົາສາມາດພັດທະນາກົດໝາຍ, ມາດຕະຖານລະບົບ ແລະ ບຸກຄະລາກອນໃຫ້ທັນສະໄໝ, ສອດຄ່ອງກັບແນວທາງຂອງສາກົນ.
ການພັດທະນາເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ແລະ ລະບົບດິຈີຕອນ ໃຫ້ມີຄວາມທັນສະ ໄໝ ແມ່ນປັດໄຈໜຶ່ງທີ່ມີຄວາມສຳຄັນຢ່າງຍິ່ງໃນຂະບວນການພັດທະນາປະເທດ, ຊຸກຍູ້ການພັດທະນາເສດ ຖະກິດ-ສັງຄົມ ກ້າວເຂົ້າສູ່ຍຸກອຸດສາຫະກໍາ 4.0, ການຫັນເປັນລັດຖະບານດິຈີຕອນ ແລະ ສ້າງເສດຖະ ກິດ-ສັງຄົມດິຈີຕອນຢ່າງເປັນຮູບປະທຳ. ສະນັ້ນ ທຸກພາກສ່ວນທີ່ກ່ຽວຂ້ອງຈຳເປັນຕ້ອງຍົກສູງຄວາມຮັບ ຜິດຊອບໂດຍນໍາໃຊ້ກົນໄກການຄຸ້ມຄອງຕາມທິດ 3 ສ້າງ; ປັບປຸງ ແລະ ປະສານສົມທົບລະຫວ່າງແຜນ ການ, ແຜນງົບປະມານ ແລະ ແຜນບຸກຄະລາກອນໃຫ້ສອດຄ່ອງກັນ; ເພີ່ມທະວີຂອດປະສານງານຢ່າງກົມກຽວລະຫວ່າງພາກລັດດ້ວຍກັນ (ສາຍຕັ້ງ ແລະ ສາຍຂວາງ), ພາກລັດກັບເອກະຊົນ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເຕັກໂນໂລຊີ ແລະ ການສື່ສານ ໃຫ້ບັນລຸຕາມເປົ້າໝາຍທີ່ກໍານົດໄວ້./.
[1] ເອກະສານກອງປະຊຸມໃຫຍ່ ຄັ້ງທີ XI ພັກປະຊາຊົນປະຕິວັດລາວ, ປີ 2021, ໜ້າ 38-39.
[2] ແຜນພັດທະນາເຕັກໂນໂລຊີ ແລະ ການສື່ສານ 5 ປີ ຄັ້ງທີ IV (2026-2030), ໜ້າ 1.
[3] ແຜນພັດທະນາເຕັກໂນໂລຊີ ແລະ ການສື່ສານ 5 ປີ ຄັ້ງທີ IV (2026-2030), ໜ້າ 35.
ຂຽນໂດຍ: ຄໍາພັນ ຂະທຸມພົມ
(ວາລະສານອະລຸນໃໝ່ ສະບັບປະຈຳເດືອນກັນຍາ ປີ 2025)