
ທີ່ດິນ ແມ່ນຊັບພະຍາກອນທໍາມະຊາດອັນລໍ້າຄ່າ ທີ່ມີລັກສະນະຕັດສິນການຄົງຕົວຂອງປະເທດຊາດ ເປັນບ່ອນດໍາລົງຊີວິດ ແລະ ທໍາມາຫາກິນຂອງພົນລະເມືອງ, ເປັນພາຫະນະການຜະລິດທີ່ສໍາຄັນ, ເປັນເງື່ອນໄຂແຫ່ງການພັດທະນາເສດຖະກິດ-ສັງຄົມ, ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ອໍານາດອະທິປະໄຕຂອງຊາດ. ທີ່ດິນ ແມ່ນຊັບສົມບັດລວມຂອງຊາດ, ຂອງວົງຄະນະຍາດແຫ່ງຊາດ. ການພັດທະນາ ແລະ ນໍາໃຊ້ທີ່ດິນ ແມ່ນບັນຫາຍຸດທະສາດ ເຊິ່ງເວລາໃດພັກ-ລັດຖະບານແຫ່ງ ສປປ ລາວ ກໍໄດ້ເອົາໃຈໃສ່ເປັນພິເສດ ໂດຍວາງນະໂຍບາຍ, ກົດໝາຍ, ກົນໄກ ແລະ ລະບຽບການຄຸ້ມຄອງ, ປົກປັກຮັກສາ, ພັດທະນາ ແລະ ນໍາໃຊ້ທີ່ດິນໃຫ້ມີປະສິດທິຜົນ, ຖືກຕ້ອງຕາມເປົ້າໝາຍ ແລະ ລະບຽບ, ກົດ
ໝາຍ ສາມາດນໍາເອົາຜົນປະໂຫຍດມາສູ່ປະເທດຊາດ ແລະ ພົນລະເມືອງລາວທຸກຄົນ.
ປະທານ ໄກສອນ ພົມວິຫານ ໄດ້ມີຄວາມເຫັນໃນກອງປະຊຸມຄົບຄະນະ ຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ IV ເດືອນມັງກອນ 1988 ວ່າ: “ໃນລະບອບໃໝ່ຂອງພວກເຮົາ, ດິນດອນທັງໝົດແມ່ນກໍາມະສິດລວມຂອງທົ່ວສັງຄົມ ເຊິ່ງແມ່ນລັດສູນກາງເປັນຕົວແທນ. ໂດຍເລີ່ມຈາກຈຸດພິເສດຂອງປະເທດເຮົາ ເຊິ່ງມີດິນດອນຫຼວງຫຼາຍ, ແຕ່ແຮງງານຊໍ້າພັດໜ້ອຍ, ຊາວໄຮ່ນາກວມສ່ວນໃຫຍ່
ຂອງປະຊາກອນ, ຖ້າຫາກວ່າບໍ່ມີນະໂຍບາຍທີ່ດິນອັນສອດຄ່ອງແລ້ວ ກໍຈະບໍ່ສາມາດເສີມຂະຫຍາຍກໍາລັງແຮງ ແລະ ສະຕິປັນຍາຂອງຊາວໄຮ່ນາ ກໍຄືຄວາມອາດສາມາດບົ່ມຊ້ອນອັນໃຫຍ່ຫຼວງຂອງການກະສິກໍາປ່າໄມ້ຂອງປະເທດເຮົາໄດ້. ເພາະສະນັ້ນ ພັກເຮົາຈຶ່ງມີແຜນນະໂຍບາຍວ່າ ເຮັດໃຫ້ລະບອບນໍາໃຊ້ທີ່ດິນ
ເປັນອັນສົມເຫດສົມຜົນ ແລະ ຖືກກົດໝາຍໂດຍມອບສິດນໍາໃຊ້ທີ່ດິນໃຫ້ຊາວກະສິກອນ, ນັບທັງຄອບຄົວທີ່ຢູ່ໃນບັນດາພາກສ່ວນເສດຖະກິດອື່ນໆ ທີ່ເຫັນວ່າມີຄວາມສາມາດເຮັດການຜະລິດກະສິກໍາໄດ້. ທຸກຄົນໄດ້ຮັບສິດນໍາໃຊ້ທີ່ດິນ, ລັດສົ່ງເສີມໃຫ້ທຸກຄົນລົງທຶນ ແລະນໍາໃຊ້ແຮງງານ ເພື່ອທໍາການຜະລິດ-ທຸລະກິດ
ໃຫ້ມີປະສິດທິຜົນເທົ່າທີ່ຈະເຮັດໄດ້”[1].
ເພື່ອຈັດຕັ້ງຜັນຂະຫຍາຍທັດສະນະຊີ້ ນໍາຂອງປະທານ ໄກສອນ ພົມວິຫານ ກ່ຽວກັບກາພັດທະນາ ແລະ ນໍາໃຊ້ທີ່ດິນຢ່າງມີປະສິດທິຜົນ, ນັບມື້ຫັນເຂົ້າສູ່ຄວາມເປັນລະບຽບ ແລະ ຄຸ້ມຄອງຕາມກົດໝາຍ. ປີ 1997 ກົດໝາຍວ່າດ້ວຍທີ່ດິນສະບັບທໍາອິດໄດ້ຖືກປະກາດໃຊ້, ກົດໝາຍສະບັບນີ້ກໍານົດແຈ້ງວ່າ: ທີ່ດິນເປັນຊັບພະຍາກອນພື້ນຖານຕໍ່ການດໍາລົງຊີວິດຂອງປະຊາຊົນລາວບັນດາເຜົ່າ ແລະ ເສດຖະກິດຂອງປະເທດ; ພ້ອມນັ້ນ ກໍໄດ້ກໍານົດຂອບເຂດທີ່ດິນລະອຽດຂຶ້ນຕື່ມ ໂດຍຈໍາແນກທີ່ດິນອອກເປັນ 2 ຮູບແບບຕາມການແບ່ງເຂດ ແລະ ຈັດປະເພດທີ່ດິນ ຄື: ການແບ່ງເຂດທີ່ດິນເປັນ 3 ເຂດ ຄື: 1). ເຂດທົ່ງພຽງ; 2). ເຂດພູພຽງ ແລະ 3). ເຂດພູດອຍ ເຊິ່ງປະກອບດ້ວຍເຂດຕົວເມືອງ, ເຂດຊົນນະບົດ ແລະ ເຂດເສດຖະ ກິດສະເພາະ; ການຈັດປະເພດທີ່ດິນເປັນ 8 ປະເພດຄື: ❶ ທີ່ດິນກະສິກໍາ, ❷ ທີ່ດິນປ່າໄມ້, ❸ ທີ່ດິນບໍລິເວນນໍ້າ, ❹ ທີ່ດິນອຸດສາຫະກໍາ, ❺ ທີ່ດິນຄົມມະນາຄົມ, ❻ ທີ່ດິນວັດທະນະທໍາ, ❼ ທີ່ດິນປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ❽ ທີ່ດິນປຸກສ້າງ. ກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງ ປີ 2003 ໄດ້ເນັ້ນຕື່ມບັນຫາກໍາມະສິດທີ່ດິນ; ການສົ່ງເສີມການພັດທະນາທີ່ດິນ, ການເຊົ່າ ຫຼື ສໍາປະທານທີ່ດິນໂດຍຊາວຕ່າງດ້າວ, ຜູ້ບໍ່ມີສັນຊາດ ແລະ ຄົນຕ່າງປະເທດ; ການຈັດແບ່ງເຂດທີ່ດິນ ໂດຍໄດ້ເພີ່ມເຂດເສດຖະ ກິດພິເສດເຂົ້າຕື່ມ ເຊິ່ງໃນເຂດນີ້ແມ່ນສາມາດສໍາປະທານທີ່ດິນໄດ້ຍາວນານກວ່າເຂດອື່ນໆ (ສູງສຸດ 75 ປີ). ພ້ອມນັ້ນ ລັດຖະບານໄດ້ອອກດໍາລັດວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍທີ່ດິນ ໃນປີ 2005 ແລະ ປີ 2008; ລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 02/ປປທ, ລົງວັນທີ 18 ພະຈິກ 2009 ວ່າດ້ວຍຄ່າເຊົ່າ ແລະ ຄ່າສໍາປະທານທີ່ດິນຂອງລັດ; ດໍາລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 135/ນຍ, ລົງວັນທີ 25 ພຶດສະພາ 2009 ວ່າດ້ວຍການເອົາທີ່ດິນຂອງລັດໃຫ້ເຊົ່າ ຫຼື ສໍາປະທານ. ມາຮອດເດືອນ ມິຖຸນາ 2019 ກໍໄດ້ມີການປັບປຸງ ແລະ ຮັບຮອງເອົາກົດໝາຍວ່າດ້ວຍທີ່ດິນສະບັບໃໝ່ ເພື່ອໃຫ້ສອດຄ່ອງກັບສະພາບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມໃນໄລຍະໃໝ່ ເຊິ່ງໃນກົດໝາຍສະບັບນີ້ໄດ້ເພີ່ມຕື່ມຫຼາຍມາດຕາທີ່ສໍາຄັນ ໂດຍສະເພາະແມ່ນຫຼັກການກ່ຽວກັບວຽກງານທີ່ດິນ; ແຜນແມ່ບົດຈັດສັນທີ່ດິນ, ແຜນຍຸດທະສາດ ແລະ ແຜນການນໍາໃຊ້ທີ່ດິນ, ເປົ້າໝາຍການນໍາໃຊ້ທີ່ດິນ; ການສໍາຫຼວດທີ່ດິນ, ການພັດທະນາທີ່ດິນແຕ່ລະປະເພດ; ທຸລະກິດກ່ຽວກັບທີ່ດິນ…
ລັດຄຸ້ມຄອງທີ່ດິນຢ່າງລວມສູນເປັນເອກະພາບ ໂດຍມອບໃຫ້ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມໃນການຄຸ້ມຄອງທີ່ດິນ, ເກັບກໍາຂໍ້ມູນ-ຂ່າວສານທີ່ດິນ ແລະ ຊັບພະຍາກອນທໍາມະຊາດ, ການວາງແຜນ ແລະ ພັດທະນາທີ່ດິນ, ການຄຸ້ມຄອງບໍລິຫານທີ່ດິນ ແລະ ການກວດກາການນໍາໃຊ້ທີ່ດິນແຕ່ລະເຂດ, ແຕ່ລະປະເພດຕາມລະບຽບກົດໝາຍ ແລະ ຊີ້ນໍາການເຄື່ອນໄຫວວຽກງານຂອງອົງການຄຸ້ມຄອງທີ່ດິນຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນໃນຂອບເຂດທົ່ວປະເທດ. ໃນຊຸມປີຜ່ານມາ ກະຊວງຊັບ ພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ເປັນເຈົ້າການຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍຂອງພັກ ໂດຍສະເພາະແມ່ນມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ 026/ຄບສພ, ລົງວັນທີ 3 ສິງຫາ 2017 ກ່ຽວກັບການເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນໃນໄລຍະໃໝ່; ກົດໝາຍວ່າດ້ວຍທີ່ດິນ; ໄດ້ອອກຂໍ້ຕົກລົງວ່າດ້ວຍເນື້ອໃນແບບພິມ ແລະ ການພິມຕາມແບບພິມໃບທະ ບຽນທີ່ດິນ ແລະ ໃບຕາດິນ ເລກທີ 0672/ກຊສ, ລົງວັນທີ 19 ກຸມພາ 2021; ຂໍ້ຕົກລົງວ່າດ້ວຍທຸລະກິດກ່ຽວກັບທີ່ດິນ ເລກທີ 4392/ກຊສ, ລົງວັນທີ 25 ສິງຫາ 2022; ຂໍ້ຕົກລົງວ່າດ້ວຍການຫັນປ່ຽນປະເພດທີ່ດິນ ສະບັບເລກທີ 3806/ກຊສ, ລົງວັນທີ 29 ທັນວາ 2023; ຄໍາແນະນໍາວ່າດ້ວຍການສໍາຫຼວດວັດແທກ ແລະ ສ້າງແຜນທີ່ຕາດິນ ເລກທີ 6377/ກຊສ, ລົງວັນທີ 31 ທັນວາ 2021; ຄໍາແນະນໍາວ່າດ້ວຍການຂຶ້ນທະບຽນອອກໃບຕາດິນ ເລກທີ 0500/ກຊສ, ລົງວັນທີ 14 ກຸມພາ 2022; ຄູ່ມືແນະນໍາກ່ຽວກັບການຈັດສັນທີ່ດິນຂັ້ນບ້ານ ເລກທີ 2765/ກຊສ, ລົງວັນທີ 5 ພຶດສະພາ 2022; ຄູ່ມືກ່ຽວກັບການກວດສອບຜູ້ຮັບຜົນປະໂຫຍດທີ່ ແທ້ຈິງກ່ອນ ແລະ ຫຼັງການອອກໃບອະນຸຍາດ ດໍາເນີນທຸລະກິດກ່ຽວກັບທີ່ດິນ ຕາມຂໍ້ຕົກລົງເລກທີ 5977/ກຊສ, ລົງວັນທີ 22 ພະຈິກ 2022; ຄູ່ມືແນະນໍາກ່ຽວກັບການກວດກາວິຊາການວຽກງານຕ້ານສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍສໍາລັບທຸລະກິດທີ່ດິນທີ່ໄດ້ຮັບຮອງ ແລະ ປະກາດໃຊ້ຕາມຂໍ້ຕົກລົງເລກທີ 5978/ກຊສ, ລົງວັນທີ 22 ພະຈິກ 2022; ຄໍາແນະນໍາວ່າດ້ວຍການປະເມີນລາຄາທີ່ດິນ ເລກທີ 0040/ກຊສ, ລົງວັນທີ 12 ມັງກອນ 2023. ພ້ອມກັນນີ້ ກໍໄດ້ກະກຽມສ້າງ ແລະ ປັບປຸງນິຕິກໍາຈໍານວນໜຶ່ງ ເຊັ່ນ: ຄູ່ມືແນະນໍາການສໍາຫຼວດວັດແທກ ແລະ ສ້າງແຜນທີ່ຕາດິນ (ສໍາເລັດ 90%); ຄູ່ມືແນະນໍາການສ້າງແຜນຈັດສັນທີ່ດິນຂັ້ນເມືອງ (ສໍາເລັດ 80%); ຮ່າງປັບປຸງຄໍາແນະນໍາວ່າດ້ວຍການຈົດທະບຽນການເຄື່ອນໄຫວ ແລະ ການປ່ຽນແປງສິດນໍາໃຊ້ທີ່ດິນ; ຮ່າງດໍາລັດວ່າດ້ວຍການຈັດສັນທີ່ດິນປຸກສ້າງຂອງລັດ ເພື່ອເປັນບ່ອນຢູ່ອາໄສ ແລະ ຊື້-ຂາຍທີ່ດິນຈັດສັນຂອງລັດແບບມີກໍານົດ; ຮ່າງຂໍ້ຕົກລົງວ່າດ້ວຍເງື່ອນໄຂການຮັບຮູ້ສິດນໍາໃຊ້ທີ່ດິນຂອງປະຊາຊົນທີ່ອາໄສ ແລະ ທໍາການຜະລິດຢູ່ໃນເຂດທີ່ດິນປ່າໄມ້; ຮ່າງຂໍ້ຕົກລົງວ່າດ້ວຍການກໍານົດເນື້ອໃນແບບພິມໃບຢັ້ງຢືນການນໍາໃຊ້ທີ່ດິນຢູ່ໃນເຂດທີ່ດິນປ່າໄມ້; ຮ່າງຂໍ້ຕົກລົງວ່າດ້ວຍລະບົບຂໍ້ມູນ-ຂ່າວສານທີ່ດິນ; ຮ່າງປັບປຸງແຈ້ງການກ່ຽວກັບການອອກສໍາເນົາໃບຕາດິນຄືນໃໝ່ ເພື່ອທົດແທນໃບຕາດິນທີ່ຖືກເສຍຫາຍ ຫຼື ຖືກທໍາລາຍ; ຮ່າງຄໍາແນະນໍາວ່າດ້ວຍການຊໍາລະເງິນຊື້-ຂາຍສິດນໍາໃຊ້ທີ່ດິນຜ່ານລະບົບທະນາຄານ; ປັບປຸງຄໍາແນະນໍາກ່ຽວກັບອັດຕາການຈົດທະບຽນທີ່ດິນ; ຄໍາແນະນໍາກ່ຽວກັບການຂຶ້ນທະບຽນອອກໃບຕາດິນ; ຂໍ້ຕົກລົງວ່າດ້ວຍ
ການກໍານົດມາດຖານດ້ານບໍລິການໃນການຂຶ້ນທະບຽນທີ່ດິນ, ອອກໃບຕາດິນ ແລະ ການຈົດທະບຽນ, ນິຕິກໍາກ່ຽວກັບທີ່ດິນຕາມກົດໝາຍວ່າດ້ວຍທີ່ດິນສະບັບປັບປຸງໃໝ່ ເພື່ອສະດວກໃຫ້ແກ່ຜູ້ໃຊ້ບໍລິການ. ນອກ ຈາກນີ້ ໄດ້ເອົາໃຈໃສ່ປັບປຸງລະບົບຂໍ້ມູນ-ຂ່າວສານທີ່ດິນ ໂດຍຫັນປ່ຽນລະບົບຖານຂໍ້ມູນທີ່ດິນ, ຕິດຕັ້ງລະບົບການຂຶ້ນທະບຽນທີ່ດິນ ແລະ ຈົດທະບຽນທີ່ດິນ; ພັດທະນາລະບົບຖານຂໍ້ມູນການວາງແຜນນໍາໃຊ້ທີ່ດິນ; ພັດທະນາລະບົບຄຸ້ມຄອງ ແລະ ຂຶ້ນບັນຊີການເຊົ່າ ແລະ ສໍາປະທານທີ່ດິນລັດ; ພັດທະນາເວບໄຊ ເພື່ອໂຄສະນາເຜີຍແຜ່ ແລະ ໃຫ້ບໍລິການຂໍ້ມູນ-ຂ່າວສານທີ່ດິນໃຫ້ແກ່ພາກສ່ວນພາຍນອກ; ພັດທະນາເຊື່ອມຕໍ່ລະບົບເຄືອຂ່າຍຂໍ້ມູນ-ຂ່າວສານທີ່ດິນກັບພາກສ່ວນພາຍນອກ; ໄດ້ຮ່ວມມືກັບບໍລິສັດເອກະຊົນ (ບໍລິສັດລາວພັດທະນາ ແລະ ບໍລິການ ຈໍາກັດ) ເພື່ອປັບປຸງ ແລະ ສ້າງລະບົບໂຄງລ່າງພື້ນຖານ ICT ໃຫ້ທັນສະໄໝ ແລະ ຄຸ້ມຄອງຂໍ້ມູນ-ຂ່າວສານທີ່ດິນແຫ່ງຊາດ.
ມາຮອດປັດຈຸບັນນີ້ ໄດ້ສໍາເລັດການລົງສໍາຫຼວດ, ກວດກາ, ເກັບກໍາຂໍ້ມູນກ່ຽວກັບການວາງແຜນ ແລະ ສົ່ງເສີມການນໍາໃຊ້ທີ່ດິນລັດໃຫ້ໄປຕາມບາດກ້າວ/ຂັ້ນຕອນການສໍາຫຼວດ, ຈັດສັນ, ກໍານົດເຂດ ແລະ ຈັດແບ່ງ 8 ປະເພດທີ່ດິນ, ເຮັດໃຫ້ການຄຸ້ມຄອງ-ນໍາໃຊ້ທີ່ດິນ, ການອອກໃບຢັ້ງຢືນສໍາຫຼວດທີ່ດິນ, ໃບຢັ້ງ ຢືນການພັດທະນາທີ່ດິນຫັນເຂົ້າສູ່ລະບົບ ແລະ ສອດຄ່ອງກັບລະບຽບກົດໝາຍເທື່ອລະກ້າວ. ໃນໄລ
ຍະປີ 2021-2024 ສາມາດຂຶ້ນທະບຽນອອກໃບຕາດິນໃນຂອບເຂດທົ່ວປະເທດໄດ້ທັງໝົດ 638.477 ຕອນ, ຄາດຄະເນໝົດປີ 2025 ຈະໄດ້ຕື່ມ 500.000 ຕອນ, ລວມເປັນ 1.138.477 ຕອນ ເທົ່າກັບ 71,15% ຂອງແຜນການ 5 ປີ (ແຜນການ 1,6 ລ້ານຕອນ); ສ້າງແຜນຈັດສັນທີ່ດິນຂັ້ນເມືອງໄດ້ 45 ເມືອງ ເທົ່າກັບ 30% ຂອງຈໍານວນເມືອງໃນທົ່ວປະເທດ ແລະ ຂັ້ນບ້ານໄດ້ 3.200 ບ້ານ ເທົ່າກັບ 36% ຂອງຈໍານວນບ້ານທົ່ວປະເທດ; ສາມາດລະດົມທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າໃນວຽກງານທີ່
ດິນໄດ້ 32,5 ຕື້ກີບ ແລະ 40 ລ້ານໂດລາສະຫະລັດ; ໄດ້ຊຸກຍູ້ ແລະ ປະກອບສ່ວນໃນການສ້າງ
ຍຸດທະສາດ, ແຜນການນຳໃຊ້ທີ່ດິນຂອງບັນດາກະຊວງ, ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນສໍາເລັດບາງຂົງເຂດ ເຊັ່ນ: ຍຸດທະສາດ ແລະ ແຜນການນຳໃຊ້ທີ່ດິນກະສິກໍາ, ທີ່ດິນປ່າໄມ້, ທີ່ດິນສຶກສາ ແລະ ກີລາ, ທີ່ດິນບໍລິເວນນໍ້າ. ພ້ອມກັນນັ້ນ ກໍໄດ້ປະສານສົມທົບກັບກະຊວງກະສິກໍາ ແລະ ປ່າໄມ້ ແລະ ອົງການປົກຄອງທ້ອງຖິ່ນ ເພື່ອຈັດສັນທີ່ດິນກະສິກໍາໄດ້ 4,5 ລ້ານເຮັກຕາ ກວມເອົາ 19% ຂອງເນື້ອ
ທີ່ດິນທົ່ວປະເທດ ແລະ ຮ່ວມກັນຄົ້ນຄວ້າປຶກສາຫາລືກ່ຽວກັບການຮັບຮູ້ສິດນໍາໃຊ້ທີ່ດິນຂອງປະຊາຊົນທີ່ອາໄສ ແລະ ທໍາການຜະລິດຢູ່ໃນເຂດທີ່ດິນປ່າໄມ້ ໂດຍອີງໃສ່ບົດຮຽນການເຮັດທົດລອງການຮັບຮູ້ສິດນໍາໃຊ້ທີ່ດິນຂອງປະຊາຊົນທີ່ອາໄສຢູ່ໃນເຂດທີ່ດິນ 3 ປະເພດປ່າຢູ່ແຂວງຄໍາມ່ວນເປັນຕົວແບບ ເພື່ອຂະ
ຫຍາຍໄປຈັດຕັ້ງປະຕິບັດໃນຂອບເຂດທົ່ວປະເທດ; ໄດ້ດໍາເນີນການສະຫຼຸບຕີລາຄາການເຊົ່າ ແລະ ສໍາປະ ທານທີ່ດິນໃນຂອບເຂດທົ່ວປະເທດ ໂດຍໄດ້ກວດກາ ແລະ ປະເມີນຄືນການຈັດຕັ້ງປະຕິບັດຜົນການກວດກາ 438 ໂຄງການເຊົ່າ ແລະ ສໍາປະທານທີ່ດິນ ເຊິ່ງສາມາດອອກຂໍ້ຕົກລົງ ຫຼື ແຈ້ງຍົກເລີກໂຄງການໄດ້ທັງໝົດ 101 ໂຄງການ ເທົ່າກັບ 23% ຂອງໂຄງການເປົ້າໝາຍທີ່ຍົກເລີກ, ໃນນັ້ນ ຂັ້ນສູນກາງ 12 ໂຄງການ ແລະ ຂັ້ນແຂວງ 89 ໂຄງການ. ພ້ອມນັ້ນ ກໍໄດ້ລົງກວດກາຄືນໂຄງການທີ່ສະ
ເໜີສືບຕໍ່ ຈໍານວນ 66 ໂຄງການ ເຊິ່ງພົບເຫັນໂຄງການທີ່ບໍ່ມີໃບຢັ້ງຢືນດ້ານສິ່ງແວດລ້ອມ 61 ໂຄງການ.
ນອກຈາກນີ້ ໄດ້ຊຸກຍູ້ບັນດາກະຊວງຂຶ້ນບັນຊີທີ່ດິນຂອງລັດ ເຊິ່ງມີ “11 ກະຊວງໄດ້ສໍາເລັດການຂຶ້ນບັນຊີ ລວມທັງໝົດ 17.207 ຕອນ, ເນື້ອທີ່ 20.141.325,21 ເຮັກຕາ, ໃນນັ້ນ ກະຊວງປ້ອງກັນປະເທດ 1.674 ຕອນ, ເນື້ອທີ່ 91.125 ເຮັກຕາ; ກະຊວງປ້ອງກັນຄວາມສະຫງົບ 2.004 ຕອນ, ເນື້ອທີ່ 12.819,10 ເຮັກຕາ; ກະຊວງສຶກສາທິການ ແລະ ກີລາ 10.739 ຕອນ; ກະຊວງກະສິກໍາ ແລະ ປ່າໄມ້ 364 ຕອນ, ເນື້ອທີ່ 15.800.000 ເຮັກຕາ; ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ 2.266 ຕອນ; ກະຊວງສາທາລະນະສຸກ 42 ຕອນ, ເນື້ອທີ່ 1.649.911 ເຮັກຕາ; ກະຊວງໂຍທາທິການ ແລະ ຂົນສົ່ງ ເນື້ອທີ່ 519.060 ເຮັກຕາ; ກະຊວງເຕັກໂນໂລຊີ ແລະ ການສື່ສານ 22 ຕອນ; ກະຊວງອຸດສາຫະກໍາ ແລະ ການຄ້າ 74 ຕອນ, ເນື້ອທີ່ 32.472 ເຮັກຕາ; ກະຊວງແຜນການ ແລະ ການລົງ ທຶນ (ເຂດເສດຖະກິດພິເສດ) 22 ຕອນ (ເຂດ), ເນື້ອທີ່ 311,26 ເຮັກຕາ; ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ 12 ຕອນ, ເນື້ອທີ່ 311,26 ເຮັກຕາ”[2]. ພ້ອມກັນນີ້ ກໍໄດ້ຫັນການຄຸ້ມຄອງ-ບໍລິການກ່ຽວກັບທີ່ດິນເປັນທັນສະໄໝ ໂດຍເຊື່ອມໂຍງກັບຂະແໜງການເງິນ ແລະ ຜ່ານລະບົບທະ
ນາຄານ (API) ເຮັດໃຫ້ການບໍລິການມີຄວາມວ່ອງໄວ, ໂປ່ງໃສ ແລະ ສາມາດກວດສອບໄດ້; ສ້າງຈຸດສໍາຫຼວດ-ວັດແທກ (CORS) ໄດ້ 73 ສະຖານີ, ພ້ອມທັງຂຶ້ນທະບຽນອອກໃບຕາດິນໃຫ້ກັບບັນດາສະຖານີລົດໄຟ ໂດຍສະເພາະການກໍານົດເຂດສະຫງວນ ເພື່ອນໍາໃຊ້ເຂົ້າໃນການຜະລິດກະສິກໍາ, ການປຸກສ້າງ, ເຂດອຸດສາຫະກໍາ, ການຄ້າ, ບໍລິການ, ວັດທະນະທໍາ, ການທ່ອງທ່ຽວ ແລະ ເຂດອື່ນໆ ເພື່ອຮອງຮັບການລົງທຶນໃນເຂດດັ່ງກ່າວ.
ຄຽງຄູ່ກັບຜົນສໍາເລັດ ກໍຍັງມີຂໍ້ຄົງຄ້າງຈໍານວນໜຶ່ງທີ່ຄວນເອົາໃຈໃສ່ໃນຕໍ່ໜ້າ ເປັນຕົ້ນແມ່ນການສ້າງແຜນຍຸດທະສາດ ແລະ ແຜນນໍາໃຊ້ທີ່ດິນຂອງບັນດາຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ, ການຈັດຕັ້ງປະຕິບັດວຽກງານທີ່ດິນ ຍັງມີຫຼາຍໜ້າວຽກບໍ່ສາມາດປະຕິບັດໄດ້ຕາມຄາດໝາຍທີ່ກໍານົດໄວ້;
ລະບົບການຈັດຕັ້ງຄຸ້ມຄອງທີ່ດິນລັດຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ຍັງບໍ່ທັນເຂັ້ມແຂງ; ການຂຶ້ນບັນຊີທີ່ດິນຂອງລັດຢ່າງລວມສູນຍັງບໍ່ທັນປະຕິບັດໄດ້ດີເທົ່າທີ່ຄວນ, ການໃຫ້ເຊົ່າ-ສໍາປະທານທີ່ດິນລັດ ເຫັນວ່າມີຫຼາຍຂະແໜງການຍັງເຮັດພໍໃຜພໍລາວ, ຍັງມີການບຸກລຸກ, ຈັບຈອງທີ່ດິນເຂດປ່າສະຫງວນ ແລະ ບາງທ້ອງຖິ່ນຍັງ ດໍາເນີນເກີນຂອບເຂດສິດທີ່ກົດໝາຍກໍານົດໄວ້; ກົນໄກການປະສານງານຍັງບໍ່ທັນເປັນລະບົບ; ການຈັດຕັ້ງປະຕິບັດກົດໝາຍ ກໍຄືນິຕິກໍາຕ່າງໆທີ່ກ່ຽວຂ້ອງບໍ່ທັນເຂັ້ມງວດ ແລະ ສັກສິດ; ການຕິດຕາມ, ກວດກາ ແລະ ປະເມີນຜົນກ່ຽວກັບການຄຸ້ມຄອງທີ່ດິນລັດ ໂດຍສະເພາະການຂຶ້ນທະບຽນທີ່ດິນ, ການແກ້ໄຂຂໍ້ຂັດແຍ່ງຍັງບໍ່ທັນເຮັດໄດ້ດີ.
ໃນແງ່ເສດຖະກິດ ທີ່ດິນແມ່ນໜຶ່ງໃນບັນດາທ່າແຮງສໍາຄັນ, ແມ່ນປັດໄຈພື້ນຖານທີ່ຂາດບໍ່ໄດ້ໃນການພັດທະນາເສດຖະກິດ-ສັງຄົມ, ແມ່ນຊັບສິນ ແລະ ທຶນຮອນທີ່ມີຄ່າສູງ ຖ້າຫາກຮູ້ພັດທະນາ ແລະ ນໍາໃຊ້ທີ່ດິນຢ່າງຖືກຕ້ອງກັບຈຸດພິເສດ ແລະ ປະເພດຂອງດິນ ກໍຈະສາມາດໃຫ້ຜົນຕອບແທນຢ່າງຍາວນານ. ເພື່ອພັດທະນາ ແລະ ນໍາໃຊ້ທີ່ດິນລັດໃຫ້ມີປະສິດທິຜົນ, ຖືກຕ້ອງສອດຄ່ອງກັບລະບຽບ, ກົດໝາຍ, ຮັບ ປະກັນການພັດທະນາໄປຕາມທິດຍືນຍົງ; ພັກເຮົາໄດ້ກໍານົດວ່າ: “ລັດຕ້ອງປະຕິບັດບົດບາດຄຸ້ມຄອງຕໍ່ທີ່ດິນຂອງວົງຄະນາຍາດຢ່າງເຂັ້ມແຂງ, ເປັນລະບົບ, ມີປະສິດທິພາບ ຕິດພັນກັບການດໍາເນີນການຈັດສັນ ແລະ ວາງແຜນພັດທະນາໃຫ້ເກີດປະໂຫຍດສູງສຸດ. ເພີ່ມທະວີຄວາມເຂັ້ມງວດໃນການຄຸ້ມຄອງດິນສະ ຫງວນຂອງລັດ, ທຸກປະເພດທີ່ດິນທີ່ເປັນສິດນໍາໃຊ້ຂອງພົນລະເມືອງ ແລະ ດິນທີ່ໃຫ້ຜູ້ປະກອບການພາຍໃນ ແລະ ຕ່າງປະເທດເຊົ່າ ແລະ ສໍາປະທານຈາກລັດ ເພື່ອຮັບປະກັນການຄຸ້ມຄອງທີ່ດິນໃຫ້ຖືກຕ້ອງຕາມກົດໝາຍຢ່າງເຂັ້ມງວດ ຄຽງຄູ່ກັບກະຕຸ້ນການພັດທະນາທີ່ດິນ ສ້າງຄຸນຄ່າໃໝ່ດ້ານເສດຖະກິດຢ່າງບໍ່ຢຸດຢັ້ງ; ດໍາເນີນມາດຕະການທີ່ເດັດຂາດຕໍ່ຜູ້ທີ່ລະເມີດກົດໝາຍ ແລະ ລະບຽບການທີ່ພົວພັນກັບການຈັບຈອງ, ຄອບຄອງທີ່ດິນລັດຂອງການຈັດຕັ້ງ ຫຼື ບຸກຄົນທີ່ຜິດກົດໝາຍ ຫຼື ຕໍ່ການລະເມີດຮ້າຍແຮງຂັ້ນຕອນການຕົກລົງຕ່າງໆ ທີ່ກ່ຽວຂ້ອງກັບການໂອນດິນລັດໃຫ້ບຸກຄົນເຊົ່າ, ສໍາປະທານ ແລະ ການລະເມີດໃນການ
ໂອນສິດນໍາໃຊ້ທີ່ດິນ ໂດຍບໍ່ຖືກຕ້ອງອື່ນໆ ເຮັດໃຫ້ລັດສູນເສຍຜົນປະໂຫຍດ ແລະ ສ້າງຄວາມກົດໜ່ວງຖ່ວງດຶງບໍ່ໜ້ອຍຕໍ່ການດໍາເນີນກິດຈະການລົງທຶນຂອງລັດ ແລະ ຜູ້ປະກອບການ, ທໍາລາຍສິ່ງແວດລ້ອມ ແລະ ລະເມີດສິດເປັນເຈົ້າຂອງຮາກຖານ ແລະ ປະຊາຊົນ”[3]. ສະນັ້ນ ໃນຕໍ່ໜ້າຄວນເອົາໃຈໃສ່ບາງບັນ ຫາ ດັ່ງນີ້:
ໜຶ່ງ, ອົງການປົກຄອງຂັ້ນສູນກາງ ແລະ ທ້ອງຖິ່ນ, ບັນດາຂະແໜງການທີ່ຮັບຜິດຊອບຄຸ້ມຄອງການນໍາໃຊ້ທີ່ດິນແຕ່ລະປະເພດ ຕ້ອງເປັນເຈົ້າການເຜີຍແຜ່ແນວທາງ, ນະໂຍບາຍ, ກົດໝາຍວ່າດ້ວຍທີ່ດິນ, ດໍາລັດວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍທີ່ດິນ ແລະ ກົດໝາຍອື່ນໆທີ່ກ່ຽວຂ້ອງດ້ວຍຫຼາຍຮູບການ ເປັນຕົ້ນແມ່ນໂຄສະນາຜ່ານສື່ວິທະຍຸ, ໂທລະພາບ, ໜັງສືພິມ, ແຜ່ນພັບ, ຈັດສໍາມະນາ ແລະ ເຊີນເອົານັກວິທະຍາກອນຜູ້ມີປະສົບການມາບັນລະຍາຍ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈ ແລະ ເຊື່ອມຊຶມແກ່ມວນຊົນ.
ສອງ, ເກັບກໍາຂໍ້ມູນ ແລະ ກວດກາຄືນບັນດາກິດຈະການທີ່ໄດ້ຮັບການສໍາປະທານທີ່ດິນຂອງລັດ ຢູ່ແຕ່ລະຂະແໜງການ ແລະ ທ້ອງຖິ່ນ ເພື່ອວິເຄາະຕີລາຄາ ແລະ ປະເມີນຜົນການຈັດຕັ້ງປະຕິບັດສັນຍາ ແລະ ລະບຽບ, ກົດໝາຍທີ່ລັດວາງອອກ.
ສາມ, ແຕ່ລະຂະແໜງການຕ້ອງປະສານສົມທົບກັບອົງການຄຸ້ມຄອງທີ່ດິນແຕ່ລະຂັ້ນ ເພື່ອຮ່ວມກັນຮັບຜິດຊອບຄຸ້ມຄອງການນໍາໃຊ້ທີ່ດິນລັດໃນຂະແໜງການຂອງຕົນໃຫ້ຖືກຕ້ອງຕາມລະບຽບ, ກົດໝາຍ, ພ້ອມທັງຍົກລະດັບຄວາມຮູ້-ຄວາມສາມາດທາງດ້ານວິຊາສະເພາະໃຫ້ແກ່ພະນັກງານ-ລັດຖະກອນ ໂດຍ
ສະເພາະການຈັດຝຶກອົບຮົມໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ ເພື່ອໃຫ້ພະນັກງານຊໍານານໃນການສໍາຫຼວດ-ວັດແທກ, ເກັບກໍາຂໍ້ມູນສໍາມະໂນຕອນດິນ, ພິສູດຫຼັກຖານ, ແກ້ໄຂຂໍ້ຂັດແຍ່ງກ່ຽວກັບທີ່ດິນ ແລະ ອື່ນໆ.
ສີ່, ການອະນຸມັດໃຫ້ເຊົ່າ ຫຼື ສໍາປະທານທີ່ດິນແກ່ຄົນຕ່າງປະເທດ ຫຼື ການຈັດຕັ້ງຂອງບຸກຄົນທີ່ມາເຄື່ອນໄຫວລົງທຶນຢູ່ໃນ ສປປ ລາວ ຕ້ອງປະຕິບັດຕາມກົດໝາຍວ່າດ້ວຍການສົ່ງເສີມການລົງທຶນຕ່າງ ປະເທດ, ກົດໝາຍວ່າດ້ວຍທີ່ດິນ, ດໍາລັດວ່າດ້ວຍການຈັດຕັ້ງປະຕິບັດກົດໝາຍທີ່ດິນ ໂດຍແມ່ນລັດຖະ ບານ, ອົງການຄຸ້ມຄອງທີ່ດິນແຫ່ງຊາດ, ອົງການຄຸ້ມຄອງທີ່ດິນແຂວງ ເປັນຜູ້ຕົກລົງຕາມແຕ່ລະກໍລະນີ.
ຫ້າ, ດໍາເນີນການສໍາຫຼວດຈັດສັນທີ່ດິນ, ກໍານົດເຂດ, ກໍານົດປະເພດທີ່ດິນ, ວາງແຜນອະນຸລັກ ແລະ ນໍາໃຊ້ທີ່ດິນທີ່ຈະອະນຸມັດໃຫ້ສໍາປະທານ, ແຕ່ກ່ອນອະນຸມັດຕ້ອງໄດ້ປະຕິບັດຕາມຂັ້ນຕອນ ເປັນຕົ້ນສຶກສາຂໍ້ມູນທາງດ້ານເສດຖະກິດ-ສັງຄົມ, ຄວາມເໝາະສົມທາງດ້ານທໍາມະຊາດ (ດິນ, ອາກາດ, ຄວາມສູງຈາກລະດັບໜ້ານໍ້າທະເລ, ປະລິມານນໍ້າຝົນ, ແຫຼ່ງນໍ້າ, ສິດນໍາໃຊ້ທີ່ດິນ, ແຮງງານທ້ອງຖິ່ນ; ສໍາຫຼວດສະພາບປ່າໄມ້; ສ້າງບົດວິພາກເສດຖະກິດ-ເຕັກນິກ) ໂດຍຜ່ານການຮັບຮອງຈາກຂະແໜງການທີ່ກ່ຽວ ຂ້ອງ; ສ້າງບົດລາຍງານປະເມີນຜົນກະທົບຕໍ່ສິ່ງແວດລ້ອມທໍາມະຊາດ ແລະ ສັງຄົມ, ລວມທັງມາດຕະ ການແກ້ໄຂຢ່າງເໝາະສົມ ໂດຍມີການຢັ້ງຢືນຮັບຮອງຈາກຂະແໜງການທີ່ກ່ຽວຂ້ອງ; ສ້າງແຜນດໍາເນີນງານ ໂດຍເລັ່ງໃສ່ການປົກປັກຮັກສາແຫຼ່ງນໍ້າ ແລະ ສິ່ງແວດລ້ອມ, ການບຸກເບີກເນື້ອທີ່, ການພັດທະ
ນາບ້ານ ເພື່ອສົ່ງເສີມປະຊາຊົນໃຫ້ມີສ່ວນຮ່ວມໃນການຄຸ້ມຄອງ.
ການພັດທະນາ ແລະ ນໍາໃຊ້ທີ່ດິນ ແມ່ນຂະບວນການທີ່ເຮັດໃຫ້ທີ່ດິນໄດ້ຮັບການປົກປັກຮັກສາ, ນໍາໃຊ້ ແລະ ພັດທະນາຢ່າງມີປະສິດທິຜົນ, ມີຄວາມສະຫງົບ, ຍຸຕິທໍາ, ຖືກຕ້ອງຕາມເປົ້າໝາຍ ແລະ ລະ ບຽບ, ກົດໝາຍ. ສະນັ້ນ ບັນດາພາກສ່ວນທີ່ກ່ຽວຂ້ອງຕ້ອງເອົາໃຈໃສ່ຈັດຕັ້ງຄຸ້ມຄອງຢ່າງເປັນລະບົບ ດ້ວຍການວາງນະໂຍບາຍ, ລະບຽບການ, ກໍານົດວິທີການ ແລະ ມາດຕະການຄຸ້ມຄອງ ເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບຜົນສໍາເລັດຕາມລະດັບຄາດໝາຍ, ປະກອບສ່ວນສໍາຄັນເຂົ້າໃນການພັດທະນາເສດຖະ ກິດ-ສັງຄົມ ກໍຄືການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າໃຫ້ນັບມື້ຫຼຸດລົງເທື່ອລະກ້າວ./.
[1] ໄກສອນ ພົມວິຫານ, ນິພົນເລືອກເຟັ້ນເຫຼັ້ມ 3, ສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ປີ 1997, ໜ້າ 30.
[2] ບົດສະຫຼຸບກາງສະໄໝ ແຜນພັດທະນາ 5 ປີ (2021-2025) ແລະ ທິດທາງແຜນການເຄິ່ງທ້າຍສະໄໝ ຂອງຂະແໜງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ປີ 2023, ໜ້າ 7.
[3] ເອກະສານກອງປະຊຸມໃຫຍ່ ຄັ້ງທີ XI ພັກປະຊາຊົນປະຕິວັດລາວ, ປີ 2021, ໜ້າ 53.
ຂຽນໂດຍ: ທະນົງໄຊ ແກ້ວໂຍທີ
(ວາລະສານອະລຸນໃໝ່ ສະບັບປະຈຳເດືອນເມສາ ປີ 2025)