ເພື່ອສືບຕໍ່ຈັດຕັ້ງປະຕິບັດແຜນດຳເນີນງານຈັດຕັ້ງການສະເຫຼີມສະຫຼອງ ເນື່ອງໃນໂອກາດວາລະສານອະລຸນໃໝ່ຄົບຮອບ 40 ປີ ໂດຍສະເພາະການລົງເກັບກຳຂໍ້ມູນກ່ຽວກັບແຫຼ່ງກຳເນີດຂອງວາລະສານອະລຸນໃໝ່ ເຊິ່ງເປັນວາລະສານທີ່ສືບທອດມາຈາກໜັງສືພິມແສງສະຫວ່າງໃນເມື່ອກ່ອນ ມາປະກອບເຂົ້າໃນການຄົ້ນຄວ້າ, ຮຽບຮຽງຂຽນເປັນປຶ້ມປະຫວັດຄວາມເປັນມາຂອງວາລະສານອະລຸນໃໝ່.
ໃນລະຫວ່າງວັນທີ 16-20 ມີນາ 2026, ວາລະສານອະລຸນໃໝ່ ຂອງສູນກາງພັກປະຊາຊົນປະຕິວັດລາວ ເຊິ່ງນໍາພາໂດຍສະຫາຍ ບຸນທ່ຽງ ພັນນະຈັນ, ຮອງຫົວໜ້າບັນນາທິການວາລະສານອະລຸນໃໝ່ ພ້ອມດ້ວຍຄະນະໄດ້ເດີນທາງໄປເຄື່ອນໄຫວເຮັດວຽກ, ພົບປະແລກປ່ຽນບົດຮຽນ ແລະ ເກັບກຳຂໍ້ມູນຢູ່ແຂວງຫົວພັນ; ໃຫ້ກຽດຕ້ອນຮັບໂດຍສະຫາຍ ເພັດ ມະນີພອນ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ພ້ອມດ້ວຍຄະນະ.
ໃນໂອກາດດຽວກັນ ສະຫາຍ ບຸນທ່ຽງ ພັນນະຈັນ ຮອງຫົວໜ້າບັນນາທິການວາລະສານອະລຸນໃໝ່ໄດ້ແຈ້ງຈຸດປະສົງຂອງການລົງມາເຮັດວຽກໃນຄັ້ງນີ້ ພ້ອມທັງລາຍງານສະພາບໂດຍຫຍໍ້ຂອງວາລະສານອະລຸນໃໝ່, ໃນນັ້ນ ທ່ານໄດ້ຍົກໃຫ້ເຫັນບົດບາດຄວາມສຳຄັນຂອງວາລະສານ ເຊິ່ງເປັນວາລະສານທິດສະດີ ແລະ ພຶດຕິກຳຂອງສູນກາງພັກ, ເປັນກະບອກສຽງ-ເປັນສື່ມວນຊົນຂອງພັກ. ພ້ອມດຽວກັນນັ້ນ ທັງສອງຝ່າຍກໍໄດ້ມີການສົນທະນາ, ແລກປ່ຽນບົດຮຽນດ້ານວິຊາສະເພາະ, ວຽກງານວາລະສານ ກໍຄືບາງຫົວຂໍ້ທີ່ສົນໃຈຕັ້ງຂຶ້ນ ຢ່າງກົງໄປກົງມາ, ມີລັກສະນະສ້າງສັນ, ໄດ້ທັງເນື້ອໃນ ແລະ ມີບັນຍາກາດຟົດຟື້ນ.
ນອກນັ້ນ, ວາລະສານອະລຸນໃໝ່ຍັງໄດ້ລົງເຄື່ອນໄຫວເຮັດວຽກຢູ່ເມືອງວຽງໄຊ ໂດຍສະເພາະແມ່ນໄດ້ຮ່ວມເຮັດວຽກກັບຄະນະໂຄສະນາອົບຮົມເມືອງວຽງໄຊ; ຫຼັງຈາກນັ້ນ ກໍໄດ້ລົງເກັບກຳຂໍ້ມູນ, ຮູບພາບຢູ່ສະຖານທີ່ຕົວຈິງ ບ່ອນສ້າງຕັ້ງໜັງສືພິມແສງສະຫວ່າງ ໃນຖານທີ່ໝັ້ນເຂດການປະຕິວັດ ກໍຄືຢູ່ບັນດາຖໍ້າຂອງທ່ານຜູ້ນໍາ. ສິ່ງສໍາຄັນແມ່ນໄດ້ສໍາພາດຜູ້ຊົງຄຸນວຸດທິ ທີ່ເຄີຍໄດ້ເຮັດວຽກ, ໄດ້ຮັບຮູ້ເຖິງຂໍ້ມູນການສ້າງຕັ້ງໜັງສືພິມແສງສະຫວ່າງ ທີ່ເປັນຕົ້ນກຳເນີດຂອງວາລະສານອະລຸນໃໝ່ ໃນປັດຈຸບັນ.
