
ພິທີພົບປະ 2 ຝ່າຍ ລະຫວ່າງຄະນະຜູ້ແທນ ວາລະສານອະລຸນໃໝ່ ຂອງພັກປະຊາຊົນປະຕິວັດລາວ ແລະ ຄະນະຜູ້ແທນວາລະສານກົ້ງສ້ານ ຂອງພັກກອມມູນິດຫວຽດນາມ ໄດ້ຈັດຂຶ້ນໃນຕອນບ່າຍ ຂອງວັນທີ 27 ກໍລະກົດ 2026 ຢູ່ທີ່ໂຮງແຮມເມືອງແທັງ, ນະຄອນຫຼວງວຽງຈັນ. ຝ່າຍ ວາລະສານອະລຸນໃໝ່ ນຳໂດຍ ສະຫາຍ ສະຫາຍ ປອ ຄຳມອນ ຈັນທະຈິດ, ກຳມະການສຳຮອງສູນກາງພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານຜູ້ປະຈຳການສະພາທິດສະດີສູນກາງພັກ, ຜູ້ຊີ້ນໍາວາລະສານອະລຸນໃໝ່ ພ້ອມດ້ວຍຄະນະ ແລະ ຝ່າຍ ວາລະສານກົ້ງສານ ນຳໂດຍ ສະຫາຍ ຫງວຽນ ຫງັອກ ຮາ ຮອງບັນນາທິການໃຫຍ່ ວາລະສານກົ້ງສ້ານ ພ້ອມດ້ວຍຄະນະ.

ພິທີພົບປະ ສະຫາຍ ປອ ຄຳມອນ ຈັນທະຈິດ ໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງວາລະສານກົ້ງສານ ຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງສະຫາຍໄດ້ຕີລາຄາວ່າ: ການພົບປະ 2 ວາລະສານ ໃນຄັ້ງນີ້ ແມ່ນມີຄວາມໝາຍສຳຄັນ ເພາະຢູ່ໃນບັນຍາກາດທີ່ ສປປ ລາວ ດຳເນີນການເຊື່ອມຊຶມວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 64 ປີ (1962-2026); ວັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືລາວ-ຫວຽດນາມ, ຫວຽດນາມ-ລາວ ຄົບຮອບ 49 ປີ (1977-2026) ເຊິ່ງນີ້ແມ່ນໝາກຜົນແຫ່ງການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານເປັນສາຍພົວພັນໜຶ່ງບໍ່ມີສອງ, ບໍ່ຄືໃຜ ແລະ ບໍ່ມີໃຜຄືຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະແມ່ນສອງວາລະສານທີ່ໄດ້ຮັກສາ ແລະ ເສີມຂະຫຍາຍການຮ່ວມມືອັນໃກ້ຊິດ ແລະ ສະໜິດສະໜົມ ເຊິ່ງວາລະສານອະລຸນໃໝ່ ແລະ ວາລະສານກົ້ງສ້ານ ໄດ້ລົງນາມໃນບົດບັນທຶກການຮ່ວມມື ໃນປີ 2022. ໃນນັ້ນ, ໄດ້ກຳນົດຂອບເວລາໃນການຮ່ວມມື 2023-2027 ໂດຍຜ່ານການແລກປ່ຽນຄະນະຜູ້ແທນຂອງສອງຝ່າຍ, ການແລກປ່ຽນບົດຄວາມ, ບົດຂຽນດ້ານວິຊາການ; ການຈັດຕັ້ງຝຶກອົບຮົມ ແລະ ແລກປ່ຽນບົດຮຽນ-ວິຊາສະເພາະໃຫ້ແກ່ພະນັກງານວາລະສານອະລຸນໃໝ່, ອັນທີ່ພົ້ນເດັ່ນແມ່ນການຈັດຝຶກອົບຮົມເຕັກນິກການຄຸ້ມຄອງ ແລະ ນໍາໃຊ້ເວບໄຊ, ການສ້າງເວບໄຊ (ວາລະສານເອເລັກໂຕຼນິກ). ພ້ອມນັ້ນ ກໍຍັງໄດ້ໃຫ້ການສະໜັບສະໜູນອຸປະກອນຮັບໃຊ້ວຽກງານວາລະສານອະລຸນໃໝ່ຈຳນວນໜຶ່ງ ທັງໝົດນັ້ນ ເປັນການປະກອບສ່ວນເຮັດໃຫ້ການເຄື່ອນໄຫວວຽກງານວາລະສານມີປະສິດທິພາບ ແລະ ປະສິດທິຜົນ.

ສະຫາຍ ຫງວຽນ ຫງັອກ ຮາ ຮອງບັນນາທິການໃຫຍ່ ວາລະສານກົ້ງສ້ານ ກໍໄດ້ສະແດງຄວາມຂອບໃຈຕໍ່ສະຫາຍ ຄຳມອນ ຈັນທະຈິດ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມຖານອ້າຍນ້ອງ, ສະຫາຍມີຄວາມເຊື່ອໝັ້ນວ່າ: ພາຍໃຕ້ການນໍາ-ຊີ້ນໍາ ແລະ ຄວາມເອົາໃຈໃສ່ຂອງຄະນະໂຄສະນາອົບຮົມສູນກາງພັກ ຈະເຮັດໃຫ້ການພົວພັນຂອງ 2 ວາລະສານ ນັບມື້ດີຂຶ້ນ ແລະ ໜັກແໜ້ນກວ່າເກົ່າ; ພ້ອມກັນນັ້ນ ຍັງເນັ້ນໜັກສືບຕໍ່ພົວພັນຮ່ວມມືໃນຕໍ່ໜ້າ ໂດຍສະເພາະແມ່ນການແລກປ່ຽນຄະນະຜູ້ແທນຫຼາຍລະດັບຂອງສອງວາລະສານ; ຈັດຝຶກອົບຮົມຫົວຂໍ້ສະເພາະ; ການແລກປ່ຽນບົດຂຽນ; ການຫັນເປັນທັນສະໄໝໃຫ້ແກ່ວາລະສານອະລຸນໃໝ່.
ໃນໂອກາດທີ່ມາຢ້ຽມຢາມ ສປປ ລາວ ສະຫາຍ ຫງວຽນ ຫງັອກ ຮາ ຈະໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບການນໍາແຂວງວຽງຈັນ, ແຂວງຫຼວງພະບາງ ແລະ ຢ້ຽມຊົມສະຖານທີ່ຕ່າງໆພາຍໃນນະຄອນຫຼວງວຽງຈັນນໍາຕື່ມ.