ສືບຕໍ່ປ່ຽນແປງໃໝ່, ສ້າງລະບອບປະຊາທິປະໄຕ ປະຊາຊົນ ແລະ ສ້າງບັນດາປະຖົມປັດໄຈໃຫ້ບັນລຸຈຸດໝາຍສັງຄົມນິຍົມຢູ່ລາວ

ເພື່ອ​ເປັນ​ການ​ປະກອບສ່ວນ​ສະຫຼອງ 3 ວັນ​ປະຫວັດສາດ​ ໃນ​ປີ 2025 ຄື: 70 ປີ ວັນສ້າງຕັ້ງພັກ, 50 ປີ ວັນສະຖາປະນາ ສປປ ລາວ ​ແລະ 105 ປີ ວັນ​ຄ້າຍ​ວັນ​ເກີດ​ຂອງ​ ປະທານ ​ໄກສອນ ພົມວິຫານ ຜູ້ນຳ​ທີ່​ເຄົາລົບ​ຮັກ, ຂ້າພະ​ເຈົ້າ​ໄດ້​ຂຽນ​ບົດທີ່​ມີ​ຊື່ວ່າ: “ສືບ​ຕໍ່​ປ່ຽນ​ແປງ​ໃໝ່, ສ້າງ​ລະບອບ​ປະຊາທິປະ​ໄຕ ປະ ຊາຊົນ ​ແລະ ສ້າງ​ບັນດາ​ປະຖົມ​ປັດ​​ໄຈ​ໃຫ້​ບັນລຸ​ຈຸດໝາຍ​ສັງຄົມ​ນິຍົມ​ຢູ່​ລາວ”.

ຜ່ານ​ໄລຍະ​ເວ​ລາ 5 ທົດ​ສະ​ວັດ (50 ປີ) ​ແຫ່ງ​ການ​ສ້າງ​ລະບອບ​ປະຊາທິປະ​ໄຕ ປະຊາຊົນ ໂດຍສະ​ເພາະໃນໄລຍະເກືອບ 40 ປີ ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ​ເຮົາ, ​ເຖິງ​ວ່າ​ໄດ້​ປະ ສົບ​ກັບ​ຫຼາຍ​ບັນຫາ​ຫຍຸ້ງຍາກ ​ແລະ ​ເຕັມ​ໄປ​ດ້ວຍ​ສິ່ງ​ທ້າ​ທາຍ​ທົດສອບ​ຫຼາຍ​ປະການ​ກໍ​ຈິງ, ​ແຕ່​ພວກ​ເຮົາ​ກໍ​ໄດ້​ຮັບ​ຜົນສຳ​ເລັດ​ອັນ​ສຳຄັນ​ຫຼາຍ​ດ້ານ​ທີ່​ໜ້າ​ພາກພູມ​ໃຈ, ​ໂສມ​ໜ້າ​ຂອງ​ປະ​ເທດ​ຊາດ​ໄດ້​ມີ​ການ​ຫັນປ່ຽນຢ່າງ​ໃຫຍ່​ຫຼວງ​ຫຼາຍ​ປະການ; ລັກສະນະ​ດີ​ເລີດ​ຂອງ​ລະບອບ​ໃໝ່​ລະບອບ​ປະຊາທິປະ​ໄຕ ​ປະຊາຊົນ​ໄດ້​ເຜີຍ​ອອກ​ນັບ​ມື້​ນັບ​ຈະ​ແຈ້ງ​ທັງ​ໃນ​ດ້ານ​ການ​ເມືອງ, ​ເສດຖະກິດ, ສັງຄົມ ​ແລະ ວັດທະນະທຳ ກໍ​ຄື​ຄວາມ​ເຂັ້ມ​ແຂງ​ເຕີບ​ໃຫຍ່​ຂອງ​ກຳລັງ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ ​ແລະ ການ​ເປີດ​ກວ້າງການ​ພົວພັນ​ຮ່ວມ​ມື​ກັບ​ເພື່ອນ​ມິດສາ​ກົນ. ອັນ​ສຳຄັນ​ທີ່​ສຸດ​ນັ້ນ ​ແມ່ນ​ພັກ​ເຮົາ​ສາມາດ​ສະຫຼຸບ ​ແລະ ຖອດ​ຖອນ​ບົດຮຽນ​ອັນ​ລໍ້າ​ຄ່າ​ໄດ້​ຈາກ​ພຶດຕິ​ກຳ​​ແຫ່ງ​ການ​ນຳພາ​ພາລະກິດ​ປ່ຽນ​ແປງ​ໃໝ່​ຂອງ​ຕົນ ​ເຊິ່ງບັນດາ​ບົດຮຽນ​ດັ່ງກ່າວ​ນອກຈາກ​ຈະ​ຊ່ວຍ​ໃຫ້​ພວກ​ເຮົາ​ເຫັນ​ແຈ້ງ​ຕື່ມ​ກ່ຽວ​ກັບ​ວິທີ​ການ ​ແລະ ມາດ​ຕະການ​ກ້າວ​ຂຶ້ນ​ສູ່​ສັງຄົມ​ນິຍົມ​ຈາກ​ລະບອບ​ປະ ຊາທິປະ​ໄຕ​ປະຊາຊົນ ​ແລ້ວ​ມັນ​ຍັງ​ເປັນ​ພື້ນຖານ​ສຳລັບ​ການ​ສືບ​ຕໍ່ປັບປຸງບູລະນະ​ແນວທາງ, ​ແຜນ​ນະ​ໂຍບາຍ​ໃຫ້​ມີ​ຄວາມ​ສອດຄ່ອງ ​ແລະ ສົມບູນ​ຍິ່ງໆ​ຂຶ້ນ. ສາມາດ​ເວົ້າ​ໄດ້​ວ່າ: ຜ່າ​ນການ​ສ້າງ​ລະບອບ​ປະຊາທິປະ​ໄຕປະຊາຊົນ ​ໃນ​ໄລຍະ 50 ປີ ກໍ​ຄື​ການ​ດຳ​ເນີນ​ພາລະກິດ​ປ່ຽນ​ແປງ​ໃໝ່​ໃນ​ໄລຍະ 40 ປີມາ​ນີ້, ​ເສັ້ນທາງ​ໃນ​ລະບອບປະຊາທິປະ​ໄຕ ປະຊາຊົນ, ສ້າງ​ບັນດາ​ປະຖົມ​ປັດ​​ໄຈ​ກ້າວຂຶ້ນ​ສູ່​ສັງຄົມ​ນິຍົມ​ຢູ່​ປະ​ເທດ​ເຮົາ​ໄດ້​ເປີດ​ກວ້າງ​ອອກ ​ແລະ ເປັນຮູບ​ປະ​ທຳ​ນັບ​ມື້​ຈະ​ແຈ້ງຂຶ້ນ. ສັງກາດ​ແຫ່ງ​ການ​ກໍ່ ສ້າງ​ປະ​ເທດ​ລາວ​ສັນຕິພາບ, ​ເອກະລາດ, ປະຊາ​ທິປະ​ໄຕ, ​ເອກະ​ພາບ ​ແລະ ວັດທະນາ​ຖາວອນ; ກາລະ​ໂອກາດ​ແຫ່ງ​ການ​ສ້າງ​ປະ​ເທດ​ຊາດ​ໃຫ້​ມັ່ງ​ຄັ່ງ​ເຂັ້ມ​​ແຂງ, ປະຊາຊົນ​ຮັ່ງມີ​ຜາ​ສຸກ, ສັງຄົມ​ມີ​ຄວາມສາມັກຄີ​ປອງ​ດອງ, ມີປະຊາທິປະ​ໄຕ, ຍຸຕິ​ທໍາ, ສີວິ​ໄລ​ໄດ້ເຜີຍ​ແຜ່​ອອກ​ຢ່າງ​ສະຫວ່າງ​ສະ​ໄຫວ​ຈະ​ແຈ້ງ​ກວ່າ​ເກົ່າ.

  1. I. ສັງຄົມນິຍົມແມ່ນຈຸດໝາຍທີ່ບໍ່ປ່ຽນແປງ​ ​ແມ່ນເສັ້ນທາງກ້າວຂຶ້ນຂອງປະເທດລາວພວກເຮົາ:

​ໂດຍ​ຖື​ເອົາລັດທິ​ມາກ-​ເລ​ນິນ ​ເປັນ​ພື້ນຖານ​ແນວ​ຄິດ ​ແລະ ​ເປັນ​ທິດ​ສະ​ດີ​ເຍືອງ​ທາງ, ນັບ​ແຕ່​ມື້​ທີ່​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ​ພັກ​ເຮົາ​ໄດ້​ກຳນົດ​ອຸດົມ​ຄະຕິ​ຂອງ​ຕົນ​ໄວ້​ວ່າ: ນຳພາ​ປະຊາຊົນ​ລາວ​ຕໍ່ສູ້​ຍາດ​ເອົາ​ຄວາມ​ເປັນ​ເອ​ກະລາດ ​ແລະ ​ເສລີພາບ, ສ້າງ​ປະ​ເທດ​ຊາດ​ໃຫ້​ຮັ່ງມີ​ເຂັ້ມ​ແຂງ ​ແລະ ນຳ​ເອົາ​ຄວາມ​ສົມບູນ​ພູນ​ສຸກ​ມາສູ່​ປະຊາຊົນ​ບັນດາ​ເຜົ່າ. ຈາກ​ນັ້ນ​ ກໍ​ໄດ້​ກຳນົດ​ໜ້າ​ທີ່​ພື້ນຖານ​ຍາວ​ນານ​ໄວ້​ວ່າ: ກຽມ​ເງື່ອນ​ໄຂ​ທຸກ​ຢ່າງ​ທີ່​ຈຳ​ເປັນ​ເພື່ອ​ກ້າວ​ຂຶ້ນ​ສູ່​ສັງຄົມ​ນິຍົມ…

ຈາກ​ອຸດົມ​ຄະຕິ ​ແລະ ໜ້າ​ທີ່​ພື້ນຖານ​ຍາ​ວນານ​ດັ່ງກ່າວ, ພັກ​ເຮົາ​ຈຶ່ງ​ໄດ້​ກຳນົດການ​ຍຶດໝັ້ນຈຸດໝາຍ​ສັງຄົມ​ນິຍົມ ​ເປັນ​ຫຼັກການ​ທີ​ໜຶ່ງ​ຂອງ​ພາລະກິດ​ປະຕິວັດ​ຢູ່​ປະ​ເທດ​ເຮົາ. ​ເມື່ອ​ເປັນ​​ເຊັ່ນ​ນັ້ນ ຫຼັກການ​ດັ່ງກ່າວ ​ຈຶ່ງ​ສອດ​ຫ້ອຍ​ໄປ​ໝົດ​ໃນ​ທຸກ​ດ້ານ​ການ​ເຄື່ອນ​ໄຫວ​ຂອງ​ພັກ​ທຸກ​ຂັ້ນ ​ແລະ ​ສະມາຊິກພັກ​ທຸກ​ສະຫາຍ. ຖ້າ​
ຫາກ​ການຈັດ​ຕັ້ງ​ພັກ​ຢູ່​ບ່ອນ​ໃດ, ຫາກ​ສະມາຊິກ​ພັກ​ຄົນ​ໃດ​ປະລະ ຫຼື ຫ່າງ​ເຫີ​ນຈາກ​ຫຼັກການ​ນີ້, ໝາຍ​ຄວາມ​ວ່າ ການຈັດ​ຕັ້ງ​ຢູ່​ບ່ອນ​ນັ້ນ ​ແລະ ສະມາຊິກ​ພັກ​ຄົນ​ນັ້ນ​ປະລະ​ອຸດົມ​ການ, ຂາດ​ທັດສະນະ​ຫຼັກ​ໝັ້ນ​ຊົນ​ຊັ້ນ​ປະຕິວັດ.

ຖ້າ​ຫາກ​ເບິ່ງໃນຄວາມ​ເປັນ​ຈິງ​ທາງ​ປະຫວັດສາດ, ພວກ​ເຮົາ​ຍິ່ງ​ເຫັນ​ແຈ້ງວ່າ: ປະຊາຊົນ, ພະນັກ ງານ​ນັກຮົບ, ສະມາຊິກ​ພັກ​ຈຳນວນຫຼວງ​ຫຼາຍ​ຂອງ​ພວກ​ເຮົາ​ໄດ້​ເສຍສະຫຼະ​ຊີວິດ​ເລືອດ​ເນື້ອ​ເພື່ອອຸດົມ​ຄະຕິ​ດັ່ງກ່າວ​ນັ້ນ. ​ໃນ​ໄລຍະ 50 ປີມາ​ນີ້ ກໍ​ໄດ້​ມີ​ການ​ທຸ້ມ​ເທ​ທຶນຮອນ, ສະຕິ​ປັນຍາ, ​ເຫື່ອ​ແຮງ​ບໍ່​ຈັກ​ວ່າ​​ເທົ່າ​ໃດ​ເພື່ອ​ປະຕິບັດໜ້າ​ທີ່​ອັນ​ຍິ່ງ​ໃຫຍ່​ນັ້ນ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ສະ​ນັ້ນ ຈຶ່ງ​ເວົ້າວ່າສັງຄົມ​ນິຍົມ​ແມ່ນ​ຈຸດໝາຍ​ທີ່​ບໍ່​ປ່ຽນ​ແປງ ຫຼື ​ເປັນຈຸດໝາຍ​ທີ່​ຕ້ອງ​ຍຶດໝັ້ນ​ຢ່າງ​ເດັດດ່ຽວ​ໜຽວ​ແໜ້ນ​ຕໍ່​ໄປ. ອັນ​ນີ້​ທັງ​ເປັນ​ການ​ສືບ​ຕໍ່​ມູນ​ເຊື້ອ​ອັນ​ສັກກາລະ​ບູຊາ, ທັງ​ເປັນ​ການສະ​ແດງ​ອອກ​ເຊິ່ງຄວາມ​ກະຕັນຍູ​ຮູ້​ບຸນຄຸນ​ຕໍ່​ວີລະ​ຊົນ, ຕໍ່​ນັກຮົບ, ຕໍ່ພະນັກ ງານ​ສະມາຊິກ​ພັກ ​ແລະ ປະຊາຊົນ​ທີ່​ໄດ້​ເສຍ​ສະຫຼະ​ໄປ​ແລ້ວ​ນັ້ນ.

ຖ້າ​ຫາກ​ເບິ່ງ​ໃນ​ດ້ານ​ທິດ​ສະ​ດີ ​ແລະ ພຶດຕິ​ກຳ​ແຫ່ງ​ການ​ສ້າງ​ລະບອບ​ສັງ​ຄົມ​ການ​ເມືອງ, ພວກ​ເຮົາ​ກໍ​ຍິ່ງ​ເຫັນ​ແຈ້ງວ່າ: ສັງຄົມ​ນິຍົມ​ແມ່ນ​ຈຸດ​ມຸ່ງ​ໝາຍ​ອັນ​ເໝາະ​ສົມ​ທີ່​ສຸດ​ສຳລັບ​ການ​ພັດທະນາ​ປະ​ເທດ​ຂອງ​ພວກ​ເຮົາ ​ເພາະວ່າ​ລະບອບ​ສັງຄົມ​ນິຍົມ​ມີ​ຄຸນ​ລັກ​ສະ​ນະ​ດີ​ເລີດ ​ດັ່ງ​ນີ້:

1). ລະບອບ​ສັງຄົມ​ນິຍົມ ​ແມ່ນ​ລະບອບ​ທີ່​ປະຊາຊົນ​ພົນລະ​ເມືອງ​ມີ​ອິດສະຫຼະພາບ ​ແລະ ມີ​ສິດສະ​  ເໝີ​ພາບ​ຢ່າງ​ແທ້​ຈິງ, ສະມາຊິກ​ສັງຄົມ​ລ້ວນ​ແຕ່​ມີ​ຄວາມ​ຕື່ນ​ຕົວ​ການ​ເມືອງ​ສູງ ​ແລະ ສາມາດ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ຕົນ​ເອງ​ຢ່າງ​ເຕັມ​ສ່ວນ.

2). ​ໃນ​ລະບອບ​ສັງຄົມ​ນິຍົມ ລະບົບ​ການ​ເມືອງ​ໄດ້​ຮັບ​ການ​ປັບປຸງ ​ແລະ ພັດທະນາ​ເປັນ​ຢ່າງ​ດີ ​ເພື່ອ​ຮັບປະກັນ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ສະມາຊິກ​ສັງຄົມ​ທັງ​ໝົດ ​ເຊິ່ງ​ໃນ​ນັ້ນ ມີ​ພັກ​ມາກ-​ເລ​ນິນ​ເປັນ​ແກນ​ນຳ.

3). ລະບອບ​ສັງຄົມ​ນິຍົມ ​ມີ​ກຳລັງ​ການ​ຜະລິດ​ທີ່​ຂະຫຍາຍຕົວ​ສູງ, ​ເສດຖະກິດ​ໄດ້​ຮັບ​ການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ ໝັ້ນ​ທ່ຽງ​ດ້ວຍ​ການ​ຜະລິດ ​ແລະ ການ​ບໍລິການ​ທີ່​ທັນ​ສະ​ໄໝ, ​ມີ​ຄຸນ​ນະພາບ ແລະ ປະສິດທິ​ຜົນ​ສູງ, ​ໃນ​ນັ້ນ ລັດ​ເປັນ​ຜູ້​ຖື​ກຳມະສິດ ​ແລະ ຂະ​ແໜງ​ການ​ທີ່​ມີ​ລັກ​ສະ​ນະ​ຕັດສິນ ​ແລະ ມີ​ບົດບາດ​ຄອບ​ງຳ​ທົ່ວ​ເສດຖະກິດ​ແຫ່ງ​ຊາດ.

4). ລະບອບ​ສັງຄົມ​ນິຍົມ​ ແມ່ນ​ລະບອບສັງຄົມ​ທີ່​ມີ​ຄວາມ​ສີວິ​ໄລ ​ແລະ ຍຸຕິ​ທຳ, ສະມາຊິກ​
ສັງ​ຄົມ​ໄດ້​ຮັບ​ການ​ປົດ​ປ່ອຍ​ຈາກ​ການ​ກົດ​ຂີ່​ຂູດ​ຮີດ ​ແລະ ການ​ເອົາ​ລັດ​ເອົາ​ປຽບກັນ, ທຸກ​ຄົນ​ລ້ວນ​ແຕ່​ໄດ້​ຮັບ​ການ​ສຶກສາ, ມີ​ວິຊາ​ຄວາມ​ຮູ້, ມີ​ເງື່ອນ​ໄຂ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ປະດິດ​ສ້າງ​ຂອງ​ຕົນ​ໄດ້​ຢ່າງ​ເຕັມ​ສ່ວນ ​ແລະ ​ໄດ້​ຮັບ​ການ​ຕອບ​ແທນ​ຕາມ​ປະລິມານ-ຄຸນ​ນະພາ​ບຂອງ​ແຮງ​ງານ ​ແລະ ມີ​ຊີວິດ​ການ​ເປັນ​ຢູ່​ທີ່​ສົມບູນ​ພູນ​ສຸກ; ຜູ້ດ້ອຍ​ໂອກາດ, ຜູ້​ຂາດ​ຄວາມ​ສາມາດ​ອອກ​ແຮງ​ງານ​ລ້ວນ​ແຕ່​ໄດ້​ຮັບ​ການ​ດູ​ແລ ​ແລະ ອຸປະຖຳ​ເປັນ​ຢ່າງ​ດີ.

5). ​ໃນ​ລະບອບ​ສັງຄົມ​ນິຍົມ ​ວັດທະນະທຳ​ປະຈຳ​ຊາດ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຢ່າງ​ອຸດົມ​ຮັ່ງມີ​ດ້ວຍ​ສີສັນ​ວັດທະນະທຳ​ອັນ​ເປັນ​ເອກະລັກ​ຂອງ​ເຜົ່າ​ຕ່າງໆ; ວັດທະນະທຳ​ທາງ​ດ້ານ​ຈິດ​ໃຈ​ໄດ້​ຮັບ​ການ​ພັດທະນາ​ໃນ​ລະດັບ​ສູງ​ໄປ​ຄຽງ​ຄູ່​ກັບ​ຄວາມ​ທັນ​ສະ​ໄໝ ​ແລະ ຄວາມຈະ​ເລີ​ນທາງ​ດ້ານ​ວັດຖຸ; ປະຊາຊົນ​ພົນລະ​ເມືອງ​ລ້ວນ​ແຕ່​ໄດ້​ຮັບ​ການ​ບຳລຸງ​ສ້າງ​ໃຫ້​ຂະຫຍາຍຕົວ​ທັງ 3 ດ້ານ​ ໄປ​ພ້ອມໆ​ກັນ​ຢ່າງ​ກົມກຽວ ​ຄື: ດ້ານ​ປັນຍາ​ຄວາມ​ຮູ້, ດ້ານ​ຮ່າງກາຍ ​ແລະ ດ້ານ​ຈິດ​ໃຈ.

6). ​ໃນ​ລະບອບ​ສັງຄົມ​ນິຍົມ ປະຊາຊົນ​ເຜົ່າ​ຕ່າງໆລ້ວນ​ແຕ່ມີ​ຄວາມ​ສະ​ເໝີ​ພາບ, ມີ​ຄວາມ​ສາມັກຄີ​ເປັນອັນໜຶ່ງ​ອັນ​ດຽວ, ຊ່ວຍ​ເຫຼືອ​ກັນ​ພັດທະນາ​ເພື່ອ​ພ້ອມ​ກັນ​ກ້າວໜ້າ ​ແລະ ດຳລົງ​ຊີວິດ​ດ້ວຍ​ສັນຕິ​ສຸກ​ໃນ​ວົງ​ຄະນະ​ຍາດ​ແຫ່ງ​ຊາດ​ເອກະ​ພາບ.

7). ​ໃນ​ລະບອບ​ສັງຄົມ​ນິຍົມ​ມີ​ການ​ພົວພັນ​ມິດຕະພາບ ​ແລະ ສາມັກຄີ​ສາກົນ​ຢ່າງກວ້າງຂວາງ, ມີ​ຄວາມ​ອາດ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ໃນ​ການ​ຮ່ວມ​ມື​ກັບ​ນາໆ​ປະ​ເທດ ​ແລະ ​ເຈືອ​ຈານ​ເຂົ້າ​ກັບ​ສາກົນ.

ດ້ວຍ​ຄຸນ​ລັກສະນະ​ດັ່ງກ່າວ​ນັ້ນ, ສັງຄົມ​ນິຍົມ​ຈຶ່ງ​ມີ​ລັກ​ສະ​ນະ​ດີ​ເລີດ ​ເມື່ອ​ທຽບ​ກັບ​ລະບອບ​ສັງຄົມ​ການ​ເມືອງ​ອື່ນ​ໆ. ດ້ວຍ​ເຫດນີ້ ພັກ ແລະ ປະຊາຊົນ​ລາວ​ເຮົາ ​ຈຶ່ງ​ເລືອກ​ເອົາ​ເປັນ​ຈຸດໝາຍ​ແຫ່ງ​ການ​ກ້າວ​ຂຶ້ນ​ຂອງ​ປະ​ເທດ​ຊາດ​ມາ​ແຕ່​ດົນ​ນານ, ມັນ​ໄດ້​ກາຍ​ເປັນ​ອາລົມ​ຈິດ​ ຫຼື ອຸດົມ​ຄະຕິ​ທີ່​ປ່ຽນ​ປີ້ນ​ບໍ່​ໄດ້, ​ເພາະວ່າ​ມັນ​ໄດ້​ຜ່ານການ​ທົດ​ສອບ​ອັນ​ຂ້ຽວຂາດ ​ແລະ ການ​ເສຍສະຫຼະ​ອັນ​ໃຫຍ່​ຫຼວງ​ທີ່​ສຸດ​ມາ​ແລ້ວ; ມັນ​ແມ່ນ​ເສັ້ນທາງ​

ທີ່​ຈະ​ຕ້ອງ​ເປັນ​ໄປ​ແຫ່ງ​ການ​ຂະຫຍາຍຕົວ​ກ້າວ​ຂຶ້ນ​ຂອງ​ປະ​ເທດ​ຊາດ​ພວກ​ເຮົາ.

  1. ສ້າງລະບອບປະຊາທິປະໄຕປະຊາຊົນເພື່ອກ້າວຂຶ້ນສູ່ສັງຄົມນິຍົມ:

ພັກ​ເຮົາ​ໄດ້​ກຳນົດ​ແຈ້ງວ່າ: “ລັກສະນະ​ພື້ນຖານ​ຂອງ​ການ​ປະຕິວັດ​ປະ​ເທດ​ເຮົາ​ໃນ​ໄລຍະ​ໃໝ່​ ແມ່ນ​ລັກສະນະປະຊາທິປະ​ໄຕ​ ປະຊາຊົນ ກ້າວ​ຂຶ້ນສັງຄົມ​ນິຍົມ​ເທື່ອ​ລະ​ກ້າວ, ຫາກ​ບໍ່​ແມ່ນ​ຂະຫຍາຍຕົວຢູ່​ນອກ​ວົງ​ໂຄຈອນຂອງ​ສັງຄົມ​ນິຍົມ​ແຕ່​ຢ່າງ​ໃດ​”[1].

ອີງ​ຕາມ​ທັດສະນະ​ພື້ນຖານ​ຂອງ​ພັກ​ເຮົາ​ດັ່ງ​ກ່າວ​ນັ້ນ ສາມາດ​ຢືນຢັນ​ໄດ້​ວ່າ: ການ​ສ້າງ​ລະບອບປະຊາທິປະ​ໄຕປະຊາຊົນ ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ, ​ໃນ​ເນື້ອ​ແທ້​ກໍ​ແມ່ນ​ການ​ສ້າງ​ສັງຄົມ​ນິຍົມ; ຍິ່ງ​ສ້າງ​ລະ ບອບປະຊາ​ທິປະ​ໄຕປະຊາຊົນ ​ໄດ້​ຮັບ​ຜົນສຳ​ເລັດ​ເທົ່າ​ໃດ,ບັນດາ​ໜໍ່​ແໜງ ຫຼື ປະຖົມ​ປັດ​​ໄຈ​ສັງຄົມ​ນິຍົມ​ກໍ​ຍິ່ງ​ປະກົດ​ຂຶ້ນ​ຫຼາຍ​ເທົ່າ​ນັ້ນ, ຄຸນ​ລັກສະ​ນະດີ​ເລີ​ດຂອງ​ສັງຄົມ​ນິຍົມ​ ກໍ​ຍິ່ງ​ເຜີຍ​ອອກ​ຫຼາຍ​ເທົ່າ​ນັ້ນ.

ການ​ສ້າງ​ບັນດາ​ປະຖົມ​ປັດ​​ໄຈ​ໃນ​ລະບອບ​ປະຊາທິປະ​ໄຕປະຊາຊົນ ​ເພື່ອ​ກ້າວ​ສູ່​ສັງຄົມ​ນິຍົມ​ຢູ່​ປະ​ເທດ​ເຮົາ​ຕ້ອງ​ໄດ້​ດຳ​ເນີນ​ບົນ​ພື້ນຖານ​ແນວທາງ​ປ່ຽນ​ແປງ​ໃໝ່​ຂອງ​ພັກ​ເຮົາ​ ດັ່ງ​ນີ້:

¬ ອັນທີໜຶ່ງ: ກໍ່ສ້າງພັກໃຫ້ໜັກແໜ້ນ.

ການ​ກໍ່ສ້າງ​ລະບອບປະຊາທິປະ​ໄຕປະຊາຊົນ ​ເພື່ອ​ບັນລຸ​ຈຸດໝາຍ​ສັງ​ຄົມ​ນິຍົມ ​ແມ່ນ​ໜ້າ​ທີ່​ອັນ​ຍາວ​ນານ ​ແລະ​ ຮຽກຮ້ອງ​ໃຫ້​ມີ​ການ​ນຳພາ​ທີ່​ໜັກ​ແໜ້ນ​ເຂັ້ມ​ແຂງ​ຂອງ​ພັກ. ດັ່ງ​ນັ້ນ ການ​ສ້າງ​ພັກ​ໃຫ້​ໜັກ​ແໜ້ນ​ ເຂັ້ມ​ແຂງ ຈຶ່ງ​​ແມ່ນຄວາມ​ຈຳ​ເປັນ​ພາວະ​ວິ​ໄສ ​ເພື່ອ​ໃຫ້​ພັກສາ​ມາດ​ເຮັດ​ລ້ອນພາລະ​ກຳ​ປະຫວັດສາດ​ອັນ​ມີ​ກຽດ​ສະຫງ່າ​ໄດ້​ຢ່າງ​ມີ​ໄຊ. ການ​ກໍ່ສ້າງ​ພັກ​ໃຫ້​ໜັກ​ແໜ້ນ​ເຂັ້ມ​ແຂງ​ແມ່ນ:

  1. ເຮັດໃຫ້ທົ່ວພັກມີຄວາມໜັກແໜ້ນທາງດ້ານແນວຄິດການເມືອງຄື:

+ ຍຶດໝັ້ນ​ໃນ​ພື້ນຖານ​ແນວ​ຄິດ-ທິດ​ສະ​ດີ​ຂອງ​ພັກ​ຄື ​ລັດທິ​ມາກ-​ເລ​ນິນ ​ແລະ ຈຸດໝາຍສັງຄົມ​ນິຍົ​ມ. ອັນ​ນີ້​ເປັນ​ຫຼັກ​ໝັ້ນ​ຊົນ​ຊັ້ນ​ປະຕິວັດ ​ແລະ ອຸດົມຄະຕິຂອງ​ທົ່ວ​ພັກ​ພວກ​ເຮົາ. ຕ້ອງ​ມີ​ຄວາມ​ເດັດດ່ຽວ​ຕອບ​ຕ້ານ​ການ​ບິດ​ເບືອນ, ການ​ໃສ່​ຮ້າຍ​, ການ​ທັບ​ຖົມ​ໂຈມ​ຕີ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ອິດ​ທິກຳລັງ​ປໍ​ລະ​ປັກ​ຫວັງລົບ​ລ້າງ​ລັດ​ທິ​ມາກ-​ເລ​ນິນ ​ແລະ ອຸດົມ​ການ​ສັງຄົມ​ນິຍົມ.

+ ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ ​ແລະ ​ເປັນ​ເອກະພາບ​ໃນ​ລະດັບ​ສູງ​ກ່ຽວ​ກັບ​ແນວທາງ​ປ່ຽນ​ແປງ​ໃໝ່ຮອບ ດ້ານ ​ແລະ ມີຫຼັກການຂອງ​ພັກ; ປ່ຽນ​ແປງ​ໃໝ່​ບໍ່​ແມ່ນ​ປ່ຽນ​ປີ້ນ​ລະບອບ ​ແລະ ປະລະ​ອຸດົມ​ການ,​ ແຕ່​ຫາກ​ແມ່ນ​ກ້າວ​ສູ່​ສັງຄົມ​ນິຍົມ​ດ້ວຍ​ວິທີ​ການ ​ແລະ ມາດ​ຕະການ​ທີ່​ສອດຄ່ອງ​ເໝາະ​ສົມ​ກັບສະ​ພາບຕົວ​ຈິງ​ຂອງ​ປະ​ເທດ​ເຮົາ.

+ ມີແນວຄິດປະຕິວັດບຸກ ຄື: ອຸທິດ​ຕົນ​ເພື່ອ​ຮັບ​ໃຊ້​ຊາດ, ຮັບ​ໃຊ້​ປະຊາຊົນ​ດ້ວຍ​ຄວາມບໍລິສຸດ​ຊື່​ສັດ,

ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ແລະ ການ​ທົດ​ສອບ​ຕ່າ​ງໆ ​ເພື່ອ​ເຮັດ​ສຳ​ເລັດໜ້າ​ທີ່​ບົນ​ຈິດ​ໃຈ​ຊາດ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ, ​ເພິ່ງ​ຕົນ​ເອງ ​ແລະ ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ.

​ເພື່ອ​ກໍ່ສ້າງ​ພັກ​ໃຫ້​ໜັກ​ແໜ້ນ​ທາງ​ດ້ານ​ແນວ​ຄິດ, ຄະນະ​ພັກ​ທຸກ​ຂັ້ນ, ສະມາຊິ​ກພັກ​ທຸກ​ຄົນ​ຕ້ອງ​ດຸ​ໝັ່ນ​ອ່ານ, ຄົ້ນຄວ້າ, ກຳ​ແໜ້ນ​ມະຕິ​ຕ່າງໆ​ຂອງ​ພັກ ​ກໍ​ຄື​ແນວທາງ-​ເອກະສານ ທິດ​ສະ​ດີກາ​ນ​ເມືອງ​ຂອງ​ພັກ ເພາະວ່າ​ແນວທາງ, ມະຕິ ​ແລະ ​ເອກະສານ​ການ​ເມືອງ​ຂອງ​ພັກ​ນັ້ນ​ ໄດ້ສະ​ແດງ​ອອກຢ່າງ​ສັງລວມທີ່​ສຸດ​ກ່ຽວ​ກັບ​ລັດ​ທິມາກ-​ເລ​ນິນ.

  1. ເຮັດໃຫ້ພັກມີຄວາມໜັກແໜ້ນທາງດ້ານການຈັດຕັ້ງດັ່ງນີ້:

+ ປັບປຸງ ​ແລະ ກໍ່ສ້າງ​ພັກ​ໃຫ້​ເປັນ​ກຳລັງນຳ​ໜ້າ​ທີ່​ມີ​ຄວາມ​ຕື່ນ​ຕົວ​ສູງ​ຂອງ​ຊົນ​ຊັ້ນ​ກຳມະກອນ ແລະ ຊາວຜູ້ອອກ​ແຮງ​ງານລາວ; ​ໂດຍ​ເລີ່​ມຈາກ​ສະມາຊິກພັກ​ແຕ່​ລະສະ​ຫາຍ, ຈາກ​ຮາກ​ຖານ​ໜ່ວຍ​ພັກ, ຄະນະ​ພັກ ​ຈົນ​ເຖິງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ.

+ ​ເສີມ​ສ້າງ ​ແລະ ​ເພີ່ມ​ທະວີ​ຄວາມ​ສາມັກຄີ​​ເປັນ​ເອກະ​ພາບ​ພາຍ​ໃນ​ພັກ​ໃຫ້​ໜັກ​ແໜ້ນ​ສະ​ເໝີ​ທັງ​ທາງ​ດ້ານ​ແນວ​ຄິດ ​ແລະ ການ​ກະທຳ; ຕ້ານ​ແນວ​ຄິດ​ຫຼາຍ​ເຄົ້າ​ຫຼາຍ​ພັກ, ​ເອກະ​ຊົນ, ​ເຫັນ​ແຕ່​ຈຸ້ມ​ເຈື້ອ​ພັກ​ພວກ​ທ້ອງ​ຖິ່ນ ​ແລະ ພາກສ່ວນ​ຕົນ ກໍ​ຄື​ການ​ກະທຳ​ທຸກ​ຢ່າງ​​ທີ່​ເປັນ​ການ​ແບ່ງ​ແຍກ​ຄວາມ​ເປັນ​ກຸ່ມ​ກ້ອນ​ອັນ​ດຽວ​ພາຍ​ໃນ​ພັກ.

+ ຕ້ອງ​ປະຕິບັດ​ກົດ​ລະບຽບ​ຂອງ​ພັກ​ຢ່າງ​ເຂັ້ມ​ງວດ; ​ເດັດຂາດ​ຕໍ່​ສູ້​ທີ່​ຝ່າຝືນ​ກົດ​ລະບຽບ​ຂອງ​ພັກ ​ແລະ ກົດໝາຍ​ຂອງ​ລັດ; ​ເອົາ​ຜູ້​ທີ່​ຂາດ​ຄວາມ​ເປັນ​ແບບຢ່າງ, ຂາດ​ມາດຕະຖານ​ສະມາຊິກ​ພັກ​ອອກ​ຈາກ​ພັກ; ຕ້ອງ​ເຮັດ​ໃຫ້​ພວກ​ທີ່​ເສື່ອມທາດ-ຂາດ​ຄຸນສົມບັດ​ປະຕິວັດ, ພວກ​ສໍ້​ລາດ​ບັງ​ຫຼວງ​ບໍ່​ມີ​ບ່ອນ​ລີ້​ຢູ່​ໃນ​ພັກ; ​ເຮັດ​ໃຫ້​ຖັນ​ແຖວ​ພັກ​ສົດ​ໃສ-ຂາວ​ສະອາດ.

+ ປະຕິບັດຫຼັກການລວມສູນ​ປະຊາທິປະ​ໄຕຢ່າງ​ຖືກຕ້ອງ ​ແລະ ​ເຂັ້ມ​ງວດ; ອັນ​ໃດ​ໄດ້​ຕົກລົງ​ເປັນ​ມະຕິ​ຂອງ​ໝູ່​ຄະນະ​ນຳພາ ​ແລະ ​ໄດ້​ມອບ​ໝາຍ​ຄວາມ​ຮັບຜິດຊອບ​ໃຫ້​ແລ້ວ​ຕ້ອງ​ເຮັດ​ໃຫ້​ລ້ອນ, ເຮັດ​ໃຫ້​ເກີດ​ຜົນ​ຕົວ​ຈິງ; ຕ້ານ​ການ​ເອື່ອຍ​ອີງ​ໃສ່​ແຕ່​ໝູ່ຄະນະ ບໍ່​ເປັນ​ເຈົ້າ​ການ​ຮັບຜິດຊອບ​ເຮັດ, ​ແຕ່​ພັດ​ຢາກ​ໄດ້ຜົນ​ງານ.
ພ້ອມ​ກັນ​ນັ້ນ ກໍ​ຕ້ອງ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕພາຍ​ໃນ​ພັກ​ຢ່າງ​ແທ້​ຈິງ, ສົ່ງ​ເສີມ​ການ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ (ນັບ​ທັງ​ຄວາມ​ຄິດ​ເຫັນ​ແຕກ​ຕ່າງ​ກັນ) ພາຍ​ໃນ​ໝູ່​ຄະນະ​ນຳພາ ​ແລະ ​ໃນ​ຖັນ​ແຖວ​ຂອງ​ສະມາຊິກ​ພັກ; ປະຕິບັດ​ລະບອບ​ການ​ດຳ​ເນີນ​ຊີວິດ​ສຳ​ຫຼວດກວດກາ​ຕຳ​ນິຕິ​ຊົມ​ກັນ​ເປັນ​ປົກກະຕິ ​ຖື​ມັນ​ເປັນ​ກົດ​ເກນ​ຂະຫຍາຍຕົວ ​ແລະ ​ເປັນ​ປັດ​​ໄຈ​ຕັດສິນ​ການ​ຄົງ​ຕົວ​ຂອງ​ພັກ​ເຮົາ; ຕ້ານ​ທັດສະນະ​ແນວ​ຄິດ​ອະຄະຕິ​ຕໍ່​ຜູ້​ທີ່​ຕຳ​ນິຕິ​ຊົມ​ຕົນ ​ແລະ ການ​ກະທຳ​ທຸກ​ຢ່າງ​ທີ່​ເປັນ​ການ​ທຳລາຍ​ປະຊາ​ທິ​ປະ​ໄຕພາຍ​ໃນ​ພັກ.

  1. ເຮັດໃຫ້ການນຳພາຂອງພັກຂັ້ນຕ່າງໆເຂົ້າສູ່ແບບແຜນປະຕິວັດ, ວິທະຍາສາດແລະແທດຕົວຈິງຄື:

+ ຄະນະ​ພັກ​ທຸກ​ຂັ້ນ​ຕ້ອງ​ເຄື່ອນ​ໄຫວປະຕິບັດ​ໜ້າ​ທີ່​ໃຫ້​ຖືກຕ້ອງ​ຕາມ​ທີ່​ໄດ້​ກຳນົດ​ໄວ້​ໃນ​ກົດ​ລະບຽບ​​ພັກ; ຕ້ອງ​ຢູ່​ໃນ​ທັດສະນະປະຕິວັດບຸກ ຄື: ຫ້າວຫັນ​ເປັນ​ເຈົ້າ​ການ​ໃນ​ການ​ເຄື່ອນ​ໄຫວຢູ່​ສະ​ເໝີ, ປັບປຸງ​ແບບ​ແຜນ​ວິທີ​ນຳພາ ​ແລະ ສູ້​ຊົນ​ປະຕິບັດ​ແນວທາງ-ມະຕິ​ຕ່າງໆ​ຂອງ​ພັກ​ໃຫ້​ປະກົດ​​ເປັນ​ຈິງ, ກ້າ​ເຮັດ ​ແລະ ກ້າ​ຮັບຜິດຊອບ, ຍາກ​ກໍ​ບຸກ, ທຸກ​ກໍ​ສູ້, ທຸລະກັນດານ​ປານ​ໃດ​ກໍ​ຕ້ອງ​ຜ່ານ​ຜ່າ​ສູ້​ຊົນ​ເຮັດ​ໃຫ້​ສຳ​ເລັດ.

+ ຄະນະ​ພັກ​ຂັ້ນ​ຕ່າງໆ ຕ້ອງ​ເຊີດ​ຊູ​ຄວາມ​ປະດິດ​ສ້າງ, ຄວາມ​ຮູ້​ຄວາມ​ສາມາດ ​ແລະ ບົດຮຽນ​ຂອງ​ໝູ່ຄະນະນຳພາ​ເຂົ້າ​ໃນ​ການຄົ້ນຄວ້າ​ບັນຫາ​ຕ່າງໆ, ຄາດ​ຄະ​ເນ​ດ້ານ​ບວກ-ດ້ານ​ລົບ​ກ່ອນ​ຈະ​ຕົກລົງ​ບັນຫາ​ທີ່​ສຳຄັນ; ​ເບິ່ງ​ທັງ​ສະ​ເພາະ​ໜ້າ ​ແລະ ຍາວ​ນານ; ​ເຮັດ​ວຽກ​ມີ​ແຜນການ, ມີ​ໂຄງການ, ມີ​ການ​ສະຫຼຸບ​ຕີ​ລາຄາ
​ແລະ ຖອດ​ຖອນ​ບົດຮຽນ​ຈາກ​ພຶດຕິ​ກຳ​ສະ​ເໝີ; ສະດຸ້ງ​ໄວ​ຕໍ່​ບັນຫາ​ທີ່​ເກີດ​ຂຶ້ນ ​ແລະ ປະຕິບັດ​ລະບອບ​ລາຍງານ, ຂໍ​ຄຳ​ຄິດ​ເຫັນ​ຊີ້​ນຳ​ຈາກ​ຄະນະ​ພັກ​ຂັ້ນ​ເທິງ​ຢ່າງ​ເຂັ້ມງວດ.

+ ຄະນະ​ພັກ​ທຸກ​ຂັ້ນ ກໍ​ຄື​ສະມາຊິກ​ພັກ​ແຕ່ລະສະຫາຍ ຕ້ອງ​ຍຶດໝັ້ນ​ໃນ​ແບບ​ແຜນ​ນຳພາ ​ແລະ ເຮັດວຽກ​ແບບ​ຕິດ​ແທດ​ກັບ​ຕົວ​ຈິງ, ຕິດ​ແທດ​ກັບ​ຮາກ​ຖານ ​ແລະ ​ເຈືອ​ຈານ​ຢູ່​ໃນ​ຂະ​ບວນການ​ຂອງ​ມະຫາຊົນ; ກຳ​ແໜ້ນ​ຄວາມ​ມຸ່ງ​ມາດ​ປາຖະໜາ ຄວາມ​ນຶກ​ຄິດ​ຈິດ​ໃຈ ​ແລະ ຄວາມ​ຂັດຂ້ອງ​ຈົ່ມ​ວ່າ​ຂອງ​ມະຫາຊົນ; ຊອກ​ຫາ​ຄວາມ​ຈິງ-ສັດຈະທຳ​ຈາກ​ພຶດຕິ​ກຳ ​ແລະ ຂະ​ບວນກາ​ນວຽ​ກງານ​ຕົວ​ຈິງ; ຕ້ານ​ແບບ​ແຜນ​ອາຍາ​ສິດ, ຫ່າງ​ເຫີ​ນຮາກ​ຖານ, ຈາກ​ວຽກ​ງານ​ຕົວ​ຈິງ, ຫ່າງ​ເຫີ​ນມະຫາຊົນ, ບໍ່​ຫ່ວງ​ໄຍນຳ​ຜົນ​ປະ​ໂຫຍ​ດ ​ແລະ ຄວາມສຸກ​ທຸກ​ຂອງ​ປະຊາຊົນ.

  1. ​ເຮັດ​ໃຫ້​ສະມາຊິກ​ພັກ​ແຕ່ລະຄົນ​ເປັນ​ແບບຢ່າງ​ນຳ​ໜ້າ​ມະຫາຊົນ​ໃນ​ທຸກ​ວຽກ​ງານ ແລະ ການດຳ ລົງ​ຊີວິດ ​ຄື: ມີ​ຄວາມ​ຕື່ນ​ຕົວ​ຮັກ​ຊາດ​ສູງ, ອຸທິດ​ຕົນ​ຢ່າງ​ສຸດ​ຂີດ​ທັງ​ດ້ານ​ຄວາມ​ຮູ້​ຄວາມ​ສາມາດ, ເຫື່ອແຮງ​ເພື່ອ​ຮັບ​ໃຊ້​ຊາດ​ຮັບໃຊ້​ປະຊາຊົນ; ຈະ​ແມ່ນ​ຢູ່​ບ່ອນ​ໃດ, ​ໃນ​ຖານະຕຳ​ແໜ່​ງ​ໃດ ກໍ​ເຮັດ​ໜ້າ​ທີ່​ດ້ວຍ​ຄວາມ​ຮັບ ຜິດຊອບ​ສູງ, ຊື່ສັດ​ສຸ​ຈະລິດ; ມີ​ຄວາມ​ອົດທົນ​ດຸ​ໝັ່ນ ​ແລະ ປະ​ຢັດ; ມີ​ສະຕິ​ເຄົາລົບ​ກົດໝາຍ ​ແລະ ມີລະບຽບວິ​ໄນ, ມີ​ຄວາມ​ສາມັກ​ຄີ​ເອື້ອ​ເຟື້ອຊ່ວຍ​ເຫຼືອ​ເພື່ອ​ແຜ່; ມີ​ນ້ຳ​ໃຈ​ເສຍສະຫຼະ​ເພື່ອ​ສ່ວນ​ລວມ, ນິຍົມ​ຊົມ​ຊອບ​ຂອງ​ຊາດ​ຕົນ; ບໍ່​ໂລບ​ມາກ​ໂລພາ​ເຫັນ​ແກ່​ແຕ່​ເງິນ; ບໍ່​ປະຈົບປະ​ແຈງ​ອີງ​ໃສ່​ບາ​ລະ​ມີ ​ແລະ ອິດ​ທິພົນ​ຂອງ​ຂັ້ນ​ເທິງ​ເພື່ອ​ໄດ້​ຊັ້ນ​ໄດ້​ຕຳ​ແໜ່​ງ ​ແລະ ສວຍ​ໂອກາດ​ສ້າງ​ຄວາມ​ລໍ້າລວຍ; ບໍ່​ອະຄະຕິ ​ແລະ ອິດສາ​ບັງ​ບຽດ​ຜູ້​ອື່ນ, ບໍ່​ມະ​ລຸ​ມມະ​ລ້ວຍ; ຂາດ​ລະບຽບ​ວິ​ໄນ ​ແລະ ຟຸມ​ເຟືອຍ… ຫາກ​ສະມາຊິກ​ພັກ​ຜູ້​ໃດ​ ກໍ​ທຳ​ຕົນ​ເປັນແບບຢ່າງ​ຄື​ແນວ​ນັ້ນ​ ພັກ​ເຮົາ​ກໍ​ຈະ​ໜັກ​ແໜ້ນ​ທີ່​ສຸດ, ມະຫາຊົນ​ຈະ​ມີ​ຄວາມ​ເຫຼື້ອມ​ໃສ​ໄວ້​ວາງ​ໃຈ, ​ເຊື່ອ​ໝັ້ນ ​ແລະ ​ເດີນ​ຕາມ​ການ​ນຳພາ​ຂອງ​ພັກ.

¬ ອັນທີສອງ: ກໍ່ສ້າງລັດປະຊາທິປະໄຕ ປະຊາຊົນໃຫ້ໝັ້ນຄົງ.

ບັນຫາ​ທີ່​ເປັນ​ພື້ນຖານ​ກວ່າ​ໝູ່​ຂອງ​ການ​ປະຕິວັດ, ​ໃນ​ນັ້ນ ລວມທັງ​ການ​ປະຕິວັດ​ນາຍທຶນ ​ແລະ ປະຕິວັດ​ກຳມາ​ຊີບ ​ແມ່ນ​ບັນຫາອຳນາດ. ຢູ່ ສປປ ລາວ ຂອງ​ພວກ​ເຮົາ, ລັດ​ປະຊາທິປະ​ໄຕ ປະຊາຊົນ ​ແມ່ນອົງການ​ສິດ​ອຳນາດທີ່​ໄດ້​ສ້າງ​ຂຶ້ນ​ມາ 5 ​ທົດ​ສະ​ວັດ​ແລ້ວ​ນັ້ນ (50 ປີ) ທັງ​ແມ່ນ​ໝາກຜົນ​ຂອງ​ການ​ປະຕິວັດ​ຊາດ-ປະຊາທິປະ​ໄຕ​ອັນ​ສຸດ​ແສນ​ລຳບາກ ​ແລະ ຍືດ​ເຍື້ອຍາວ​ນານ, ທັງ​ເປັນ​ປັດ​​ໄຈ​ຮັບປະກັນ​ການ​ສືບ​ຕໍ່​ພາລະກິດ​ປະຕິວັດ​ຂອງ​ປະຊາຊົນ​ເຮົາ. ຢາກ​ໃຫ້ການ​ສ້າງ​ລະບອບ​ປະຊາທິປະ​ໄຕປະຊາຊົນ ບັນ​ລຸ​ຈຸດໝາຍ​ສັງຄົມ​ນິຍົມ, ບັນຫາ​ທີ່​ສຳຄັນ​ກ່ອນ​ອື່ນ​ໝົດ​ແມ່ນ​ການ​ບູລະນະ ​ແລະ ກໍ່ສ້າງ​ລັດ​ໃຫ້ໜັກ​ແໜ້ນ​ເຂັ້ມ​ແຂງ ​ແລະ ໝັ້ນຄົງ ​ຄື:

1). ຕ້ອງ​ປັບປຸງ​ລະບົບ​ອຳນາດ​ລັດ (ອຳນາດ​ນິຕິບັນຍັດ, ອຳນາດ​ບໍລິຫານ ​ແລະ ອຳນາດຕຸລາ ການ) ​ໃຫ້​ເຂັ້ມ​ແຂງ ​ດ້ວຍ​ການ​ເສີມຂະຫຍາຍພາລະ​ບົດບາດ​ຂອງ​ແຕ່​ລະ​ອົງການ ​ບົນ​ພື້ນຖານ​ການປະ ສານ​ສົມທົບການ​ເຄື່ອນ​ໄຫວ​ໃຫ້​ເປັນ​ລະບົບ​ອັນ​ກົມກຽວ​ພາຍ​ໃຕ້​ການ​ນຳພາ​ຂອງ​ພັກ ​ໂດຍ​ເລັງ​ໃສ່​ບັນລຸ​ຈຸດໝາຍ​ແຫ່ງ​ການ​ສ້າງ​ລັດ​ຂອງ​ປະຊາຊົນ, ​ໂດຍ​ປະຊາຊົນ ​ແລະ ​ເພື່ອປະຊາຊົນ.

2). ບູລະນະລະບົບການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ອົງການ​ຈັດ​ຕັ້ງ​ມະຫາຊົນ, ອົງການຈັດ​ຕັ້ງ​ສັງຄົມ​-ການ​ເມືອງ​ໃຫ້​ເປັນ​ກຳລັງ​ແຮງ​ຂອງ​ພັກ​ໃນ​ການ​ສ້າງ​ກ້ອນ​ກຳລັງ​ມະຫາ​ສາມັກຄີ​ປວງ​ຊົນ ​ຄື: ສາ ມັກຄີ​ທຸກ​ຊັ້ນ​ຄົນ ແລະ ຊົນ​ເຜົ່າ ​ເພື່ອ​ຂຸດ​ຄົ້ນ​ກຳລັງ​ແຮງ​ຈາກ​ພາຍໃນ​ປະ​ເທດ​ເຂົ້າ​ໃນ​ການຈັດ​ຕັ້ງ​ປະຕິບັດ​ແນວທາງ​ແຜນ​ນະ​ໂຍບາຍ​ຂອງ​ພັກ; ປົກ​ປ້ອງ​ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ປະຊາຊົນ​ບັນດາ​ຊັ້ນ​ຄົນ, ກ່ອນ​ອື່ນ​ແມ່ນ​ຜົນ​ປະ​ໂຫຍ​ດຂອງ​ກຳມະກອນ ​ແລະ ຊາວ​ຜູ້​ອອກ​ແຮງ​ງານ, ຮັບປະກັນ​ຄວາມ​ເປັນ​ທຳ ​ແລະ ຄວາມ​ຍຸຕິ​ທຳ​ແກ່​ພົນລະ​ເມືອງ.

3). ປັບປຸງ​ກົງຈັກ​ການຈັດ​ຕັ້ງ​ຂອງ​ບັນດາ​ອົງການ​ລັດ​ ຄື: ສະພາ, ອຳນາດ​ການ​ປົກຄອງ, ສານ ແລະ ​ໄອ​ຍະ​ການ​ປະຊາຊົນ​ທຸກ​ຂັ້ນ​ໃຫ້​ມີ​ຄວາມ​ເຂັ້ມ​ແຂງ, ປອດ​ໃສ, ​ເປັນ​ກົງຈັກ​ທີ່​ຮັບ​ໃຊ້​ປະຊາຊົນ ແລະ ​ເພື່ອປະຊາຊົນຢ່າງ​ແທ້​ຈິງ; ກຳຈັດ​-​ແກ້​ໄຂພະຍາດ​ອາດຍາ​ສິດ, ການ​ສໍ້​ລາດ​ບັງ​ຫຼວງ ​ແລະ ປະກົດ​ການຫຍໍ້​ທໍ້ອື່ນໆ​ ໃຫ້​ໝົດ​ໄປ; ສ້າງ​ກົງຈັກ​ໃຫ້​ທັນສະ​ໄໝ,ເຄື່ອນ​ໄຫວ​ມີ​ປະສິດທິພາບ ​ແລະ ມີ​ຜົນ​ສັກສິດ.

4). ປະຕິບັດ​ຍຸດ​ທະ​ສາດ​ຫັນ​ລົງ​ຮາກ​ຖານ, ປຸກລະດົມ​ຂົນຂວາຍ​ປະຊາຊົນ​ໃຫ້​ມີ​ຄວາມ​ຕື່ນ​ຕົວທາງດ້ານ​ການ​ເມືອງ ​ແລະ ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ຕົນ​ໄປ​ຄຽງ​ຄູ່​ກັບ​ການ​ຊຸກຍູ້​ການ​ພັດທະນາເສດຖະ ກິດ-ສັງຄົມ, ປະຕິບັດ​ໜ້າ​ທີ່ ​ແລະ ພັນທະ​ຂອງ​ຕົນ, ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ໃຫ້​ດີ​ຂຶ້ນ​ເປັນ​ກ້າວໆ.

¬ ອັນທີສາມ: ປົດປ່ອຍແລະ ຂະຫຍາຍກຳລັງການຜະລິດຢ່າງແຂງແຮງ, ສ້າງພື້ນຖານວັດຖຸ-​ເຕັກນິກທີ່ທັນສະໄໝເປັນກ້າວໆ.

​ໃນ​ຫຼັກ​ມູນ​ຂອງ​ທິດ​ສະ​ດີ​ມາກ-​ເລ​ນິນ​ໄດ້​ເວົ້າ​ແຈ້ງວ່າ: ປັດ​​ໄຈ​ຕັດສິນ​ການ​ແຂ່ງຂັນ​ລະຫວ່າງ​ທຶນ​ນິຍົມ​ກັບ​ສັງຄົມ​ນິຍົມ​ນັ້ນ ​ແມ່ນ​ລະດັັບການ​ຂະຫຍາຍຕົວ​ຂອງ​ກຳລັງ​ການ​ຜະລິດ ​ແລະ ປະສິດທິ​ຜົນ​ເສດຖະກິດ; ຜູ້​ໃດ​ມີ​ກຳລັງ​ການ​ຜະລິດ​ທີ່​ຂະຫຍາຍຕົວ​ສູງ​ກວ່າ, ທັນ​ສະ​ໄໝ​ກວ່າ, ​ເສດຖະກິດ​ມີ​ປະສິດທິ​ຜົນ​ສູງ​ກວ່າ ຜູ້​ນັ້ນ​ກໍ​ຢູ່​ໃນ​ທ່າ​ໄດ້​ປຽບ… ອີງ​ໃສ່​ຫຼັກມູນດັ່ງກ່າວ​ພວກ​ເຮົາ​ຍິ່ງ​ເຫັນ​ແຈ້ງວ່າ: ການ​ຂະຫຍາຍ​ກຳລັງ​ການ​ຜະລິດ​ຢ່າງ​ຕັ້ງໜ້າ​ແມ່ນ​ຄວາມ​ຈຳ​ເປັນ​ພາວະ​ວິ​ໄສ.

ສຳລັບ​ຢູ່​ປະ​ເທດ​ລາວ​ເຮົາ, ກຳລັງ​ການ​ຜະລິດ​ທີ່​ຫຼ້າ​ຫຼັງ​ເກີນ​ໄປ​ໄດ້​ເປັນສາ​ເຫດ​ຕົ້ນ​ຕໍ​ກວ່າ​ໝູ່​ຂອງ​ຄວາມ​ດ້ອຍ​ພັດ​ທະ​ນາ. ສະ​ນັ້ນ ຖ້າ​ຢາກ​ໃຫ້​ປະ​ເທດ​ຫຼຸດ​ພົ້ນ​ຈາກ​ສະພາວ​ະດ້ອຍ​ພັດທະນາ ກ່ອນ​ອື່ນ​ໝົດ​ຕ້ອງ​ປົດ​ປ່ອຍ ແລະ ຂະຫຍາຍ​ກຳລັງ​ການ​ຜະລິດ. ການ​ປົດ​ປ່ອຍ ​ແລະ ຂະຫຍາຍກຳລັງ​ການ​ຜະລິດຢູ່​ປະ
​ເທດ​ເຮົາ ກ່ອນ​ອື່ນ​ຕ້ອງ​ສຸມ​ໃສ່​ຊາວ​ກະສິກອນ​ທີ່​ມີ​ຈໍານວນ​ຫຼາຍ​ກວ່າ 80% ຂອງ​ປະຊາກອນ ​ດ້ວຍ​ການ​ຫັນປ່ຽນ​ແບບ​ວິທີ​ການ​ຜະລິດ​ທີ່​ອີງ​ໃສ່​ທຳ​ມະ​ຊາດ, ກຸ້ມ​ຕົນ​ເອງ​ພໍ​ໃຜ​ພໍ​ລາວ​ເປັນ​ການ​ຜະລິດ​ສິນຄ້າ, ພ້ອມ​ກັນ​ນັ້ນ ກໍ​ຫັນ​ເປັນ​ອຸດສາຫະກຳ ​ແລະ ຫັນ​ເປັນ​ທັນ​ສະ​ໄໝ​ໃນ​ຂະ​ແໜງ​ການ​ທີ່​ເປັນ​ທ່າ​ແຮງ ​ແລະ ມີ​ເງື່ອນ​ໄຂ. ປະ​ເທດ​ເຮົາ​ຍັງ​ເປັນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ທີ່​ດ້ອຍ​ພັດທະນາ​ກວ່າ​ໝູ່​ໃນ​ໂລກ ​ເຊິ່ງພວມ​ຢູ່​ຕໍ່ໜ້າ​ທາງ​ເລືອກ ​ແລະ ສິ່ງ​ທ້າ​ທາຍ​ທົດ​ສ​ອບອັນ​ຂ້ຽວຂາດ​ທີ່​ສຸດ ​ຄື: ກ້າວ​ຂຶ້ນ​ດ້ວຍ​ຈັງຫວະ​ໄວ​ກວ່າ​ເກົ່າ ​ແລະ ໜັກ​ແໜ້ນ​ກວ່າ​ເກົ່າ ​ເພື່ອ​ຫຼຸດພົ້ນ​ຈາກ​ຄວາມ​ດ້ອຍ​ພັດທະນາ ຫຼື ກົງກັນ​ຂ້າມ​​ແມ່ນການ​ຈົມ​ເລິກ​ຢູ່​ໃນ​ຄວາມທຸກ​ຍາກ​ຫຼ້າ​ຫຼັງ ​ແລະ ກາຍ​ເປັນ​ປະ​ເທດ​ທີ່​ຖືກ​ຫຼົງ​ລືມ ຫຼື ຖືກ​ຊາດ​ອື່ນ​ກືນ​ກິນ.

ຕໍ່ໜ້າ​ທາງ​ເລືອກ ​ແລະ ສິ່ງ​ທ້າ​ທາຍ​ທົດ​ສອບ​ດັ່ງກ່າວ​ນັ້ນ ​ພັກ​ເຮົາ​ໄດ້​ກຳນົດ​ຄາດໝາຍ​ສູ້​ຊົນ ແລະ ທິດ​ທາງ​ອັນ​ຈະ​ແຈ້ງ ​ເພື່ອ​ພາ​ປະ​ເທດ​ຊາດ​ຫຼຸດ​ພົ້ນ​ຈາກ​ຄວາມ​ດ້ອຍ​ພັດທະນາ ​ຄື:

+ ປະຕິບັດ​ລະບອບ​ເສດຖະກິດ​ຫຼາຍ​ພາກສ່ວນ ​ແລະ ນຳ​ໃຊ້​ກົນ​ໄກ​ຕະຫຼາດ​ທີ່​ມີ​ການ​ນຳພາ​ຂອງ​ພັກ ​ແລະ ການ​ຄຸ້ມ​ຄອງ​ຂອງ​ລັດ; ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ສັງ​ລວມຢູ່​ພາຍ​ໃນ​ປະ​ເທດ​ຢ່າງ​ຕັ້ງໜ້າ ​ສົມທົບ​ກັບ​ການ​ສົ່ງ​ເສີມ​ການ​ລົງທຶນ​ຂອງ​ຕ່າງປະ​ເທດ ​ແລະ ການ​ເປີດກວ້າງ​ການ​ຮ່ວມ​ມື​ກັບ​ສາກົນ​ເພື່ອ​ປົດ​ປ່ອຍ ​ແລະ ຂະຫຍາຍ​ກຳລັງ​ການ​ຜະລິດ, ຊຸກຍູ້​ການ​ຜະລິດ​ສິນຄ້າ ​ເພື່ອ​ຕອບ​ສະໜອງ​ຄວາມ​ຕ້ອງການ​ພາຍ​ໃນ ​ແລະ ສົ່ງ​ອອກ, ປັບປຸງ ​ແລະ ຍົກ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ​ເປັນ​ລຳດັບ.

+ ສ້າງ​ໂຄງ​ປະກອບ​ເສດຖະກິດ​ກະສິກຳ-ປ່າ​ໄມ້ ຕິດ​ແໜ້ນ​ກັບ​ອຸດສາຫະກຳ ​ແລະ ການ​ບໍລິການ​ ໂດຍ​ຖື​ເອົາ​ການ​ກະສິກຳ-ປ່າ​ໄມ້​ເປັນ​ພື້ນຖານ ​ແລະ ​ເອົາ​ອຸດສາຫະກຳ​ທີ່​ເປັນທ່າ​ແຮງ​ເປັນ​ຈຸດ​ສຸມ​ເລັ່ງລັດ, ​ພ້ອມ​ກັນ​ນັ້ນ ກໍ​ພັດທະນາ​ຂະ​ແໜງ​ບໍລິການ​ໃຫ້​ທັນ​ສະ​ໄໝ.

+ ພັດທະນາ​ເສດຖະກິດ-ສັງຄົມຕາມ​ເຂດ​ແຄວ້ນ​ຢ່າງ​ຕັ້ງໜ້າ ​ໂດຍ​ສຸມ​ໃສ່​ເຂດ​ທີ່​ເປັນທ່າ​ແຮງ ​ແລະ ມີ​ເງື່ອນ​ໄຂ​ສະດວກ​ໃຫ້​ຂະຫຍາຍຕົວ​ໄປ​ກ່ອນ ​ເພື່ອ​ເປັນ​ພື້ນຖານ ​ແລະ ​ເປັນ​ກຳລັງແຮງ​ຊ່ວຍ​ຊູ​ຂະ​ແໜງ​

ການ ​ແລະ ​ເຂດ​ແຄວ້ນ​ອື່ນ​ໃຫ້​ຂະຫຍາຍຕົວ​ໄປ​ນຳ.

+ ສົ່ງ​ເສີມ​ການຈັດ​ຕັ້ງ​ຜະລິດ ​ແລະ ກາ​ນບໍລິການ​ດ້ວຍ​ຂະໜາດ ​ແລະ ລະດັບ​ແຕກ​ຕ່າງ​ກັນ​ ຄື: ຂະໜາດ​ນ້ອຍ, ຂະໜາດ​ກາງ ​ແລະ ຂະໜາດ​ໃຫຍ່​; ດ້ວຍ​ໂຄງ​ປະກອບ​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ, ​ເຄິ່ງທັນ​ສະ​ໄໝ ​ແລະ ອັນ​ທີ່​ເປັນ​ມູນ​ເຊື້ອ​ ໂດຍ​ສອດຄ່ອງ​ກັບ​ແຕ່​ລະ​ບໍລິ​ເວນ ​ແລະ ເງື່ອນ​ໄຂ​ສະ​ເພາະ​ໃນ​ດ້ານ​ຕ່າງ​ຂອງ​ໃຜ​ມັນ; ດ້ວຍ​ຮູບ​ແບບ​ກຳມະສິດ​ທີ່​ເໝາະ​ສົມ ​ເຊັ່ນ: ກຳມະສິດ​ຂອງ​ລັດ, ຂອງ​ຫຸ້ນ​ສ່ວນ, ຮ່ວມ​ມື​ກັບ​ຕ່າງປະ​ເທດ, ຂອງ​ເອກະ​ຊົນ, ຂອງ​ຄອບຄົວ, ຂອງ​ຕ່າງປະ​ເທດ 100% ​ແລະ ອື່ນໆ.

+ ຕ້ອງ​ພັດທະນາ​ຊັບພະຍາກອນ​ມະນຸດ​ຢ່າງ​ມີ​ຈຸດ​ສຸມ ​ແລະ ມີ​ເປົ້າ​ໝາຍ​ອັນ​ລະອຽດ​ຈະ​ແຈ້ງ​ກວ່າ​ເກົ່າ ​ເພື່ອ​ໃຫ້​ສາມາດ​ກ້າວ​ທັນ​ຍຸກ​ສະ​ໄໝ​ທີ່​ວິທະຍາສາດ​ໄດ້​ກາຍ​ເປັນ​ກຳລັງ​ການ​ຜະລິດ​ໂດຍ​ກົງ ​ແລະ ຄວາມ​ກ້າວໜ້າທາງ​ດ້ານ​ເຕັກ​ໂນ​ໂລ​ຊີ​ໄດ້​ກາຍ​ເປັນ​ປັດ​​ໄຈ​ຕັດສິນ​ໃນ​ຂົງ​ເຂດ​ການ​ຜະລິດ, ການ​ບໍລິການ ແລະ ການ​ບໍລິຫານ​ຄຸ້ມ​ຄອງ ​ກໍ​ຄື​ໃນ​ການ​ດຳລົງ​ຊີວິດ… ​ເຮັດ​ໃຫ້​ຄົນ (ບຸກຄະລາ​ກອນ) ຂອງ​ພວກ​ເຮົາ​ມີ​ຄວາມ​ຮູ້, ມີ​ຄວາມ​ສາມາດ​ທຽບ​ທັນ​ກັບ​ສາກົນ​ເປັນ​ກ້າວໆ.

+ ໃນ​ຊຸມ​ປີ​ສະ​ເພາະ​ໜ້າ​ນີ້​ຕ້ອງ​ຫັນ 8 ​ແຜນ​ງານບຸລິ​ມະ​ສິດ​ໃຫ້​ເປັນ​ໂຄງການ​ລະອຽດ​ຈະ​ແຈ້ງ, ມີ​ພື້ນຖານ​ຮັບປະກັນການຈັດ​ຕັ້ງ​ປະຕິບັດ​ໃຫ້​ສຳ​ເລັດ​ເປັນ​ກ້າວໆ ​ໂດຍ​ສະ​ເພາະ​ແມ່ນ​ທຶນຮອນ ​ແລະພະນັກ ງານ​ບຸກຄະລາ​ກອນ​ທີ່​ມີ​ຄວາມ​ສາມາດ ​ເພື່ອ​ຍູ້​ແຮງ​ການ​ພັດທະນາ​ຂະ​ແໜງ​ຈຸດ​ສຸມ ​ຄື: ຂະ​ແໜງ​ການ​ຜະລິດ​ສະບຽງ​ອາຫານ-ທັນ​ຍາ​ຫານ, ​ການ​ຜະລິດ​ສິນຄ້າ, ​​ຢຸດຕິ​ການ​ຖາງ​ປ່າ​ເຮັດ​ໄຮ່ ​ແລະ ຈັດ​ສັນ​ອາ​ຊີບ​ຄົງ​ທີ່, ການ​ພັດທະນາ​ຊັບພະຍາກອນ​ມະນຸດ, ​ການ​ຮ່ວມມືກັບ​ຕ່າງປະ​ເທດ ​ແລະ ການ​ສົ່ງ​ເສີມ​ຂົງ​ເຂດ​ການ​ບໍລິການ.

+ ປະຕິບັດ​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ ຫັນ​ເປັນ​ທັນ​ສະ​ໄໝ ​ດ້ວຍ​ການ​ກຳນົດ​ທິດທາງ, ຈຸດ  ໝາຍ ​ແລະ ​ໂຄງການ​ອັນ​ຈະ​ແຈ້ງ​ເປັນ​ຮູບ​ປະ​ທຳ ​ໂດຍ​ເລີ່​ມຈາກ​ຂະ​ແໜງການ​ທີ່​ເປັນ​ພື້ນຖານ ​ແລະ ຂະ​ ແໜງ​ການ​ທີ່​ເປັນ​ທ່າ​ແຮງ​ ເຊັ່ນ: ກະສິກຳ-ປ່າ​ໄມ້, ພະລັງງານ, ອຸດສາຫະກຳ​ປຸງ​ແຕ່ງ ​ແລະ ການ​ບໍລິການ.

ຕົວຢ່າງ​: ໃນ​ຂົງ​ເຂດ​ກະສິກຳ-​ປ່າ​ໄມ້ ພວກ​ເຮົາ​ອາດ​ເລີ່​ມຫັນ​ສູ່​ທັນ​ສະ​ໄໝ ​ດ້ວຍ​ການ​ນຳ​ໃຊ້​ກົນ​ຈັກ​ການ​ກະ​ເສດ, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ການ​ຜະລິດ​ກະສິກຳ​ທີ່​ທັນ​ສະ​ໄໝ ​ແລະ ກ້າວໜ້າ ຫຼື ​ເລີ່​ມຈາກ​ການ​ຜະລິດ​ແບບ​ສຸ​ມ​ເພີ່ມ​ສະມັດ​ຖະພາບ, ​ເພີ່ມ​ຜົນ​ຜະລິດ​ໃຫ້​ສູງ​ຂຶ້ນ; ພ້ອມ​ກັນ​ນັ້ນ ກໍ​ໃຊ້​ເຕັກ​ໂນ​ໂລ​ຊີ​ປຸງ​ແຕ່ງ​ຜົນ​ຜະລິດ​ກະສິກຳ-ປ່າ​ໄມ້​ທີ່​ທັນ​ສະ​ໄໝ ​ເພື່ອ​ສ້າງ​ຜະລິດຕະພັນ​ສິນຄ້າ​ທີ່​ມີ​ຄຸນ​ນະພາ​ບ​ໄດ້ມາດຕະຖານ ​ເພື່ອ​ຊົມ​ໃຊ້ພາຍ​ໃນ ​ແລະ ສົ່ງ​ອອກ​ຕ່າງປະເທດ.

ພວກ​ເຮົາ​ຕ້ອງ​ພ້ອມ​ກັນ​ຕີ​ຖອຍ​ທັດສະນະ​ທີ່​ວ່າ: ປະ​ເທດ​ເຮົາ​ບໍ່​ສາມາດ​ດຳ​ເນີນ​ການ​ຫັນ​ເປັນອຸດສາ ຫະກຳ ​ແລະ ຫັນ​ເປັນ​ທັນ​ສະ​ໄໝ​ໄດ້. ມີ​ແຕ່​ກ້າວ​ສູ່​ຄວາມ​ທັນ​ສະ​ໄໝ, ນຳໃຊ້​ຜົນສຳ​ເລັດ​ທາງ​ດ້ານວິທະຍາ ສາດ, ​ເຕັກນິກ ​ແລະ ​ເຕັກ​ໂນ​ໂລ​ຊີ​ທີ່​ກ້າວໜ້າ​ເທົ່າ​ນັ້ນ ​ຈຶ່ງ​ຈະ​ສາມາດ​ຍົກ​ລະດັບ​ປະສິດທິພາບ, ຜະລິດ​ຕະພາບຂອງ​ງານ ​ແລະ ຄຸນ​ນະພາ​ບຂອງ​ຜະລິດ​ຕະພັນຂຶ້ນ​ໄດ້; ຈາກ​ນັ້ນ​ຈຶ່ງ​ຈະ​ຍົກ​ລະດັບ​ຄວາມ​ສາມາ​ດ​ແຂ່ງຂັນຂອງ​ສິນຄ້າ, ຂອງ​ຫົວໜ່ວຍທຸລະ​ກິດ ​ກໍ​ຄື​ຂອງ​ເສດຖະກິດ​ໂດຍ​ລວມຂອງ​ປະ​ເທດ​ເຮົາ​ໄດ້. ຫາກ​ບໍ່​ດັ່ງ​ນັ້ນ​ ກໍ​ຈະ​ບໍ່​ສາມາດ​ສ້າງຄວາມ​ກ້າວໜ້າ ​ແລະ ​ໄປ​ບໍ່​ທັນ​ກັບ​ການຂະຫຍາຍຕົວ​ອັນ​ໄວວາ​​ໃນໂລກ​ປັດຈຸບັນ.

ພວກ​ເຮົາ​ຕ້ອງຊອກຮູ້​ຕົວ​ແບບ ​ແລະ ຖອດ​ຖອນ​ບົດຮຽນ​ການ​ພັດທະນາ​ທີ່​ດີ​ຂອງ​ບັນດາ​ປະ​ເທດ​ໃນ​ໂລກ ​ເພື່ອ​ມາ​ໝູນ​ໃຊ້​ໃຫ້ແທດ​ເໝາະ​ກັບ​ສະພາບ​ຂອງ​ຕົນ ​ແລະ ເລັ່ງລັດ​ພັດທະນາ​ປະ​ເທດ​ຊາດ​ໃຫ້​ຂະ ຫຍາຍຕົວ​ດ້ວຍ​ຈັງຫວະ​ໄວ​ຂຶ້ນ ​ແລະ ໝັ້ນຄົງ​ກວ່າ​ເກົ່າ.

¬ ອັນທີສີ່: ພັດທະນາສັງຄົມຢ່າງຕັ້ງໜ້າໂດຍເອົາການພັດທະນາຊັບພະຍາກອນມະນຸດເປັນໃຈກາງ.

ໃນ​ຊຸມ​ປີທີ່​ຜ່ານ​ມາ ມີ​ຫຼາຍ​ປະ​ເທດ​ໃນໂລກ​ໄດ້​ສຸມ​ໃສ່​ການ​ພັດທະນາ​ປະ​ເທດ​ໂດຍ​ເນັ້ນ​ໜັກແຕ່ບັນຫາ​ເສດຖະກິດ ​ເພື່ອ​ເພີ່ມ​ລາຍ​ໄດ້​ເປັນ​ເງິນ ​ແລະ ຖື​ເອົາ​ເງິນ​ເທົ່າ​ນັ້ນ​ເປັນ​ສິ່ງວັດແທກ​ຄວາມ​ຈະ​ເລີ​ນ, ວັດ​ແທກ​ຄວາມ​ຮັ່ງມີ​ຂອງ​ປະຊາຊົນ​ພາຍ​ໃນ​ປະ​ເທດ. ​ໃນ​ຂະນະດຽວ​ກັນ​ນັ້ນ ຊ້ຳພັດ​ບໍ່​ໄດ້​ໃຫ້​ຄວາມ​ສຳຄັນ​ເທົ່າ​ທີ່​
ຄວນ​ຕໍ່ການ​ພັດທະນາ​ສັງຄົມ ​ເປັນ​ຕົ້ນ​ແມ່ນ​ການ​ພັດທະນາ​ດ້ານ​ການ​ສຶກສາ, ສາທາລະນະ​ສຸກ, ວັດທະ ນະທຳ, ສິ່ງ​ແວດ​ລ້ອມ… ປະ​ເທດ​ເຫຼົ່າ​ນັ້ນ ​ໄດ້​ບຸກ​​ເບີກ​ທີ່​ດິນ, ຂຸດ​ຄົ້ນ​ຊັບພະຍາກອນ​ທຳ​ມະ​ຊາດ​ເປັນ​ຈຳ ນວນ​ຫຼວງ​ຫຼາຍ​ ເພື່ອ​ສ້າງ​ຄວາມ​ເຕີບ​ໂຕ​ທາງ​ເສດຖະກິດ, ​ເພີ່ມລາຍ​ໄດ້ຕໍ່​ຫົວ​ຄົນ​ໃຫ້​ສູງ​ຂຶ້ນ… ການ​ພັດທະ ນາ​ດ້ວຍ​ວິທີ​ດັ່ງກ່າວ​ນັ້ນ ​ໄດ້​ເຮັດ​ໃຫ້​ຊັບ​ພະຍາກອນທໍາ​ມະ​ຊາດ​ອັນ​ລ້ຳ​ຄ່າ​ເສຍ​ຫາຍ​ໜັກໜ່ວງ​ທີ່​ສຸດ ​ແລະ ຕ້ອງ​ຟື້ນ​ຟູ​ຄືນ​ດ້ວຍລາຄາ​​ແພງ. ​ເຖິງ​ວ່າ​ລາຍ​ໄດ້​ຕໍ່​ຫົວ​ຄົນ​ໄດ້​ເພີ່ມ​ຂຶ້ນ​ແທ້, ​ແຕ່​ບັນຫາ​ອື່ນ​ກໍ​ເພີ່ມ​ຂຶ້ນ​ນຳເຊັ່ນ: ປະຊາຊົນ​ບໍ່​ໄດ້​ຮັບ​ການສຶກສາ, ຈຳນວນ​ບໍ່​ຮູ້​ໜັງສື​ເພີ່ມ​ຂຶ້ນ, ວັດທະນະທຳ​ປະຈຳ​ຊາດ​ເສື່ອ​ມ​ເສຍ, ພະຍາດ​ບາດ​ເຍົາ​ຕ່າງໆ​ເພີ່ມ​ຂຶ້ນ ຍ້ອນ​ຕາໜ່າງສາທາລະນະ​ສຸກ​ບໍ່​ໄດ້​ຮັບ​ການ​ພັດທະນາ​ເທົ່າ​ທີ່​ຄວນ, ສະພາບ​ແວດ​ລ້ອມ​ເສື່ອມ​ໂຊມ, ປະຊາຊົນ​ພົນລະ​ເມືອງ​ຂາດ​ຄວາມ​ຕື່ນ​ຕົວ​ທາງ​ການ​ເມືອງ ​ແລະ ບໍ່​ເປັນເຈົ້າ​ການ​ເຂົ້າ​ຮ່ວມ​​ໃນວຽກ​ງານຂອງ​ຊາດ ຍ້ອນເຂົາ​ເຈົ້າ​ບໍ່​ໄດ້​ຮັບ​ຜົນ​ປະ​ໂຫຍ​ດພໍ​ເທົ່າ​​ໃດ​ຈາກ​ການ​ພັດທະນາ. ທັງ​ໝົດ​ນັ້ນ ​ໄດ້​ເປັນ​ບົດຮຽນ​ອັນ​ລ້ຳ​ຄ່າ​ສຳລັບ​ຫຼາຍ​ປະ​ເທດ​ໃນ​ໂລກ.

ຢູ່​ປະ​ເທດ​ລາວ​ເຮົາ, ພັກ​​ເຮົາໄດ້​ເນັ້ນ​ໜັກຢູ່​ໃນ​ແນວທາງ​ສະ​ເໝີ​ວ່າ: ພັດທະນາ​ເສດຖະກິດຕ້ອງ​ຕິດ  ແໜ້ນ​ກັບການ​ພັດທະ​ນາ​ສັງຄົມ; ຄົນ​ທັງ​ເປັນ​ກຳລັງ​​ແຮງຂອງ​ການ​ພັດທະນາ ​ແລະ ທັງ​ເປັນ​ຈຸດໝາຍ​ຂອງ​ການ​ພັດທະນາ (​ໂດຍ​ຄົນ ​ແລະ ​ເພື່ອ​ຄົນ), ການ​ພັດທະນາ​ເສດຖະກິດຕ້ອງ​ຕິດ​ແໜ້ນ​ກັບ​ການພັດທະນາ​ການ​ສຶກສາ, ສາທາລະນະ​ສຸກ, ຂະ​ໜົບ​ທຳນຽມ​ວັດທະນະ​​ທຳ​ອັນ​ດີງາມ​ຂອງ​ຊາດ, ການ​ປົກ​ປັກ​ຮັກ
ສາ​ຟື້ນ​ຟູ​ບູລະນະ​ຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ.

​ເວົ້າ​ລວມທີ່​ຖື​ເອົາ​ຄົນ​ເປັນ​ໃຈກາງ, ​ເປັນ​ເປົ້າ​ໝາຍ​ຂອງ​ການ​ພັດທະນາ​ແມ່ນ​ຍຸດ​ທະ​ສາດພື້ນຖານຍາວ​ນານ​ຂອງ​ພັກ​ເຮົາ. ຢາກ​ສ້າງ​ລະບອບ​ປະຊາທິປະ​ໄຕ ປະຊາຊົນ ​ເພື່ອ​ກ້າວ​ສູ່​ສັງຄົມ​ນິຍົມ​ ກໍ​ຕ້ອງ​ມີ​ຄົນ​  ໃໝ່​ຂອງ​ລະບອບ​ໃໝ່​ທີ່​ມີ​ອຸດົມ​ຄະຕິ​ສັງຄົມ​ນິຍົມ. ສະ​ນັ້ນ ອັນ​ທີ່​ເປັນ​ໃຈກາງ, ​ເປັນ​ຈຸດ​ສຸມ​ກວ່າ​ໝູ່​ຂອງ
ການ​ພັດທະນາ​ສັງຄົມ ​ຈຶ່ງ​ແມ່ນ​ການ​ພັດທະນາ​ຄົນ. ​ໃນ​ການ​ພັດທະນາ​ຄົນ​ນັ້ນ ​ອັນ​ທີ່​ສຳຄັນ ແລະ ​ເປັນ​ໃຈກາງ​ກວ່າ​ໝູ່​ແມ່ນ​ການ​ສຶກສາ. ຈາກ​ນີ້​ ເມື່ອ​ເວົ້າ​ເຖິງ​ການ​ພັດທະນາ​ສັງຄົມ, ການ​ພັດທະນາ​ການ​ສຶກສາ​ຈຶ່ງ​ຢູ່​ໃນ​ລະດັບ​ໜຶ່ງສະ​ເໝີ. ​ໃນ​ຊຸມ​ປີ​ທຳ​ອິດ​ ໃນ​ການ​ສ້າງ​ລະບອບ​ປະຊາທິປະ​ໄຕປະຊາຊົນ, ພັກ​ເຮົາ​ໄດ້​ກຳນົດ​ທັດສະນະ​ວິ​ໄສ​ທີ່​ຖືກຕ້ອງ​ທີ່​ສຸດ ​ກ່ຽວ​ກັບ​ບັນຫານີ້​ໂດຍ​ໄດ້​ເນັ້ນ​ໃນ​ແນວທາງ​ຂອງ​ພັກ​ວ່າ: “​ເອົາ​ການ​ສຶກສາ​ໄປ​ກ່ອນ​ກ້າວ​ໜຶ່ງ”.

ພັກເຮົາໄດ້ວາງຈຸດໝາຍການພັດທະນາສັງຄົມໄວ້ວ່າ: ສ້າງສັງຄົມທີ່ສີວິໄລແລະ ຍຸຕິທຳ.

ສັງຄົມ​ທີ່​ສີວິ​ໄລ ​ແມ່ນ​ສັງຄົມ​ທີ່​ປະກອບ​ດ້ວຍ​ຄົນ​ຜູ້​ທີ່​ໄດ້​ຮັບ​ການ​ສຶກສາມີ​ຄວາມ​ຮູ້, ມີ​ວິຊາ​ຊີບ ແລະ ພະລານາ​ໄມ​ດີ, ມີ​ຈິດ​ໃຈ​ຮັກ​ຊາດ, ຮັກ​ລະບອບ​ປະຊາທິປະ​ໄຕປະຊາຊົນ, ຮັກ​ຄວາມ​ເປັນ​ທຳ, ສາມັກຄີ​ຮັກຫອມ​ຕ່ອມ​ຕູ້ມ ​ແລະ ​ເອື້ອ​ເຟື້ອຊ່ວຍ​ເຫຼືອ​ກັນ, ມີ​ລະບຽບ​ວິ​ໄນ, ຊື່ສັດ, ປະຢັດ ​ແລະ ດຸ​ໝັ່ນ​ພາກ​ພຽນ, ມີ​ຈິດ​ໃຈ​ສ່ວນ​ລວມ, ມີຄ່າ​ນິຍົມ ​ແລະ ອະລິຍະ​ທຳ​ທາງ​ຈິດ​ໃຈອັນ​ຈົບງາມ.

​ເວົ້າ​ລວມການ​ສຶກສາ ​ແລະ ການ​ກໍ່ສ້າງ​ຄົນ​ ເພື່ອ​ກ້າວ​ສູ່​ສັງຄົມ​ນິຍົມ​ນັ້ນ​ ຈະ​ຕ້ອງ​ດຳ​ເນີນໄປ​ທັງ 3 ດ້ານ​ພ້ອມ​ກັນ​ຢ່າງ​ກົມກຽວ ​ຄື: ປັນຍາ​ສຶກສາ, ກາ​ຍະ​ສຶກສາ ​ແລະ ຈະລິ​ຍະ​ສຶກສາ.

+ ປັນຍາ​ສຶກສາ ​ແມ່ນ​ການ​ສຶກສາ ຫຼື ການ​ສ້າງ​ຄົນ​ໃຫ້​ເປັນ​ຄົນ​ທີ່​ມີ​ຄວາມ​ຮູ້​ໃນ​ດ້ານ​ຕ່າງໆຂອງຍຸກ​ສະ​ໄໝ, ມີ​ວິຊາ​ຊີບ​ອັນ​ແນ່ນອນ ​ເພື່ອ​ສາມາດ​ເພິ່ງ​ຕົນ​ເອງ​ໄດ້​ໃນ​ການ​ດຳລົງ​ຊີວິດ, ທັງ​ສາມາດ​ສ້າງ​ຄວາມ​ຢູ່​ດີ​ກິນ​ດີ​ແກ່​ຄອບຄົວ ​ແລະ ຄວາມ​ຮັ່ງມີ​ແກ່​ປະ​ເທດ​ຊາດ.

+ ກາ​ຍະ​ສຶກສາ ​ແມ່ນ​ການ​ສຶກສາ ຫຼື ການສ້າງ​ຄົນ​ທາງ​ດ້ານ​ຮ່າງກາຍ, ​ເຮັດ​ໃຫ້​ຄົນ​ມີ​ການ
ຈະ​ເລີ​ນ​ເຕີບ​ໂຕ​ຢ່າງ​ເຂັ້ມ​ແຂງ, ມີ​ສຸຂະພາບ ​ແລະ ພະລາ​ນາ​ໄມ​ສົມບູນ​ດີ, ມັກ​ການ​ອອກ​ແຮງ​ງານ​ປະດິດ​ສ້າງ ​ແລະ ມັກ​ການ​ຫຼິ້ນ​ກີລາ​ປະ​ເພດ​ຕ່າງໆ.

+ ຈະລິ​ຍະ​ສຶກສາ ​ແມ່ນ​ການ​ສຶກສາ ຫຼື ການ​ສ້າງ​ຄົນ​ທາງ​ດ້ານ​ຈິດ​ໃຈ, ​ເຮັ​ດ​ໃຫ້​ຄົນ​ປະພຶດ​ໃນທາງທີ່​ຖືກຕ້ອງ​ດີງາມ, ຫຼີກ​ເວັ້ນການ​ປະພຶດ​ຊົ່ວ​ທັງ​ທາງ​ກາຍ, ທາງ​ວາຈາ ​ແລະ ທາງໃຈ.

ພ້ອມ​ກັບ​ການ​ສຶກສາ ​ແລະ ການ​ກໍ່ສ້າງ​ຄົນ​ທີ່​ກ່າວ​ມາ​ນັ້ນ, ຍັງ​ມີ​ຄວາມ​ຈຳ​ເປັນ​ຢ່າງ​ຍິ່ງ​ທີ່​ຈະ​ຕ້ອງກຳ​ນົດ​ໃຫ້​ຈະ​ແຈ້ງ​ກ່ຽວ​ກັບ​ຄຸນ​ທາດ​ຂອງ​ຄົນ ຫຼື ຄ່າ​ນິຍົມ​ທີ່​ຄວນ​ປະຕິບັດ ​ແລະ ຄ່າ​ນິຍົມ​ທີ່​ຄວນ​ຕ້ານ​ສຳລັບ​ຄົນ​

ໃນ​ລະບອບ​ປະຊາທິປະ​ໄຕ ປະຊາຊົນ.

ຄົນໃນລະບອບປະຊາທິປະໄຕປະຊາຊົນ ຕ້ອງປະຕິບັດແລະ ຍົກຍ້ອງຄ່ານິຍົມ ດັ່ງນີ້:

+ ຮັກຊາດ: ທະ​ນົງ​ໃຈ​ມູນ​ເຊື້ອ​ຂອງ​ຊາດ, ເຊີດ​ຊູ​ກຽດ​ສັກ​ສີ​ຂອງ​ຊາດ, ມີ​ນ້ຳ​ໃຈ​ເສຍ​ສະຫຼະ ແລະ ອຸທິດ​ຕົນ​ເພື່ອ​ຊາດ.

+ ຮັບໃຊ້ປະຊາຊົນ: ປະຕິບັດໜ້າ​ທີ່​ດ້ວຍຄວາມ​ຮັບຜິດຊອບ​ສູງ ​ແລະ ດ້ວຍ​ຄວາມ​ຊື່ສັດບໍລິສຸດ, ນັບຖື​ຮັກ​ແພງ ​ແລະ ຊ່ວຍ​ເຫຼືອ​ປະຊາຊົນ; ​ເຮັດ​ລ້ອນໜ້າ​ທີ່​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ.

+ ຮັກລະບອບໃໝ່: ຍຶດ​ໝັ້ນ​ໃນ​ອຸດົມ​ຄະຕິ​ສັງຄົມ​ນິຍົມ, ​ເປັນ​ເຈົ້າ​ການ​ເຂົ້າ​ຮ່ວມ​ໃນທຸກວຽກ​ງານ​ດ້ວຍ​ນ້ຳ​ໃຈ​ເສຍສະຫຼະ ​ເພື່ອ​ປົກ​ປັກ​ຮັກສາ​ລະບອບ​ໃໝ່ ​ແລະ ພັດທະນາ​ປະ​ເທດ​ສູ່​ຄວາມ​ວັດທະນາ​ຖາວອນ.

+ ເພິ່ງຕົນເອງ, ດຸໝັ່ນພາກພຽນ: ທຳ​ມາ​ຫາ​ກິນ​ໂດຍ​ອີງ​ໃສ່​ເຫື່ອ​ແຮງ, ສະຕິ​ປັນຍາ​ຂອງຕົນ, ບໍ່ເອື່ອຍ​ອີງ​ໃສ່​ແຕ່​ຜູ້​ອື່ນ ​ແລະ ການຈັດ​ຕັ້ງ, ບໍ່​ເພິ່ງ​ພາ​ອາ​ໄສ​ແຕ່​ການ​ຊ່ວຍ​ເຫຼືອ​ຂອງ​ຕ່າງປະ​ເທດ; ບໍ່​ທໍ້ຖອຍ​ຕໍ່​ຄວາມ​ຍາກ​ລຳບາກ, ຕັ້ງໜ້າ​ຮ່ຳຮຽນ​ສະ​ແຫວ​ງຫາ​ຄວາມ​ຮູ້ ​ແລະ ຄວາມກ້າວໜ້າ, ມີ​ຈິດ​ໃຈ​ບຸກບືນ​ຜ່ານ​ຜ່າ​ອຸປະສັກ, ປັບປຸງ​ຕົນ​ເອງ​ຢູ່​ສະ​ເໝີ​ເພື່ອ​ປະຕິບັດ​ໜ້າ​ທີ່​ໃຫ້​ສຳ​ເລັດ.

+ ມີລະບຽບວິໄນແລະເຄົາລົບກົດໝາຍບ້ານເມືອງ: ຮູ້ຈັກ​ປະຕິບັດ​ຕາມ​ລະບຽບ, ກົດໝາຍ, ບໍ່​ລະ​ເມີດ​ເພື່ອ​ໃຫ້​ຕົນ​ມີ​ຄວາມ​ສະດວກ​ເລັກໆ​ນ້ອຍໆ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ຕົນ; ​ເຄົາລົບ​ສິດທິ​ຂອງ​ຜູ້​ອື່ນ​ເພື່ອ​ຄວາມ​ເປັນ​ລະບຽບຮຽບຮ້ອຍ ​ແລະ ຄວາມ​ສະຫງົບ​ສຸກ​ຂອງ​ສ່ວນ​ລວມ.

+ ປະຢັດແລະ ຊື່ສັດສຸດຈະລິດ: ຮູ້ຈັກ​ໃຊ້​ຮູ້ຈັກ​ຈ່າຍ​ໃຫ້​ພໍດີ ​ແລະ ​ເປັນ​ປະ​ໂຫຍ​ດ, ​ເໝາະ
​ສົມ​ກັບ​ຖານະ​ຂອງ​ຕົນ​ເອງ, ບໍ່​ຂີ້​ສໍ້​ຄົດ​ໂກງ, ບໍ່​ຍັກ​ຍອກ​ຊັບ​ສິນ ​ແລະ ຕົວະ​ຕົ້ມ​ເອົາ​ຂອງ​ຜູ້​ອື່ນ, ບໍ່​ສໍ້​ລາດ​ບັງ​ຫຼວງ, ມີ​ຄວາມ​ຈິງ​ໃຈ, ​ບໍ່​ຂີ້​ຕົວະ.

+ ສາມັກຄີ, ​ເອື້ອເຟື້ອຊ່ວຍເຫຼືອເພື່ອແຜ່: ຮັກ​ແພງ​ພີ່ນ້ອງ​ຮ່ວມ​ຊາດ ​ແລະ ​​ເພື່ອນ​ຮ່ວມ​ງານ, ຢູ່​ຮ່ວມ​ກັນ​ດ້ວຍ​ຄວາມ​ຮັກ​ໄຄ່​ໄມຕີ, ມີ​ຄວາມ​ອົດທົນ, ຮູ້​ຜ່ອນ​ສັ້ນ​ຜ່ອນ​ຍາ​ວ, ມີ​ຈິດ​ໃຈເສຍສະຫຼະ​ເພື່ອ​ຜູ້​ອື່ນ, ຮ່ວມ​ສຸກ​ຮ່ວມ​ທຸກ​ນຳ​ກັນ, ຊ່ວຍ​ເຫຼືອ​ກັນ​ດ້ວຍ​ຄວາມ​ຈິງ​ໃຈ.

+ ມີຈິດໃຈເພື່ອສ່ວນລວມແລະເສຍສະຫຼະ: ບໍ່​ເຫັນ​ແກ່​ແຕ່​ຄວາມສຸກ​ຄວາມ​ສະດວກ​ສະບາຍ​ຂອງ​ຕົນ​ເອງ, ຢາກ​ໃຫ້​ປະ​ເທດ ​ແລະ ​ເພື່ອ​ນຮ່ວມ​ຊາດ​ມີ​ຄວາມ​ຮັ່ງມີ​ຜາ​ສຸກ ​ແລະ ພ້ອມ​ທີ່​ຈະ​ອຸທິດ​ຕົນ​ເພື່ອ​ສິ່ງ​ນັ້ນ; ປົກ​ປັກ​ຮັກສາ​ຂອງ​ສ່ວນ​ລວມ ​ແລະ ສິ່ງ​ສາທາລະນະ​ປະ​ໂຫຍ​ດບໍ່​ໃຫ້​ຖືກ​ທຳລາຍ​ເສຍ​ຫາຍ, ​ໃຊ້​ສິ່ງ​ຂອງສ່ວນ​ລວມຢ່າງ​ຮູ້​ປະ​ຢັດ ​ແລະ ຮູ້​ເສຍດາຍ.

+ ນິຍົມຂອງຊາດຕົນ: ນິຍົມ​ໃຊ້​ເຄື່ອງ​ຂອງ​ທີ່​ຜະລິດ​ຢູ່​ພາຍ​ໃນ, ຄົ້ນຄວ້າ​ຜະລິດ​ສິ່ງ​ທີ່​ມີ​ຄຸນ​ນະພາ​ບ​ເພື່ອ​ສົ່ງ​ອອກ​ຂາຍ​ຕ່າງປະ​ເທດ; ​ໂຄສະນາ​ເຜີຍ​ແຜ່​ກ່ຽວ​ກັບ​ສິ່ງ​ທີ່​ດີ​ຂອງ​ຊາດ​ຕໍ່​ຊາດ​ອື່ນ, ມີ​ຈິດ​ໃຈ​ແຂ່ງຂັນ​

ເພື່ອ​ກຽດ ​ແລະ ຊື່​ສຽງ​ຂອງ​ຊາດ.

+ ສາມັກຄີກັບເພື່ອນມິດສາກົນ: ມີ​ອັດ​ທະຍາ​ໄສ​ໄມຕີ​ທີ່​ດີຕໍ່​ແຂກ​ບ້ານ​ແຂກ​ເມືອງ; ຮູ້ຂົນຂວາຍ​ຍາດ​ແຍ່ງ​ເອົາ​ການ​ສະໜັບສະໜູນຊ່ວຍ​ເຫຼືອ, ຄວາມ​ເຫັນ​ອົກ​ເ​ຫັນ​ໃຈ​ຊ່ວຍ​ເຫຼືອ​ເກື້ອ​ກູນ​ເພື່ອນ​ມິດ.

ທັງ​ໝົດ​ທີ່​ເວົ້າມານັ້ນ ​ແມ່ນ​ຄ່າ​ນິຍົມ​ທີ່​ຄົນ​ລາວ​ໃນ​ລະບອບ​ໃໝ່​ ຄວນ​ປະພຶດ​ປະຕິບັດ ​ແລະ ​ຍົກຍ້ອງ ​ເພື່ອ​ເສີມ​ຂະຫຍາຍມູນ​ເຊື້ອ​ອັນດີງາມ​ຂອງ​ຊາດ​ເຮົາ​ທີ່​ມີ​ມາ​ແລ້ວ​ນັ້ນ​ໃຫ້​ອຸດົມສົມບູນ​ຂຶ້ນ​ຕື່ມ​ອີກ; ສ້າງ​ຄຸນ​ທາດ​ປະຕິວັດ​ຂອງຄົນ​ລາວ​ໃນ​ຍຸກ​ໃໝ່​ໃຫ້​ພຽບພ້ອມ​ໃນ​ທຸກ​ດ້ານ. ​ໄປ​ພ້ອມ​ກັບ​ການ​ຍຶດໝັ້ນ​ໃນ​ຄ່າ​ນິຍົມ​ອັນ​ຖືກຕ້ອງ​ດີງາມ​ດັ່ງກ່າວ, ພວກ​ເຮົາ​ຕ້ອງ​ພະຍາຍາມ​ສະກັດ​ກັ້ນ ​ແລະ ​ແກ້​ໄຂ​ປະກົດ​ການ ຫຼື ການ​ເກີດ
​ຂຶ້ນ​ຂອງ​ຄ່າ​ນິຍົມ​ທີ່​ບໍ່​ຖືກຕ້ອງ ​ເຊັ່ນ:

+ ນິຍົມຊົມຊອບຕ່າງຊາດ, ຕິຊາດຕົນຕໍ່າ: ຍົກຍ້ອງ ​ແລະ ຊື່ນ​ຊົມ​ນຳ​ແຕ່​ຂອງ​ຕ່າງປະເທດ, ຍຸບ​ຍອບ ​ແລະ ຕິຕຽນ​ຂອງ​ຊາດ​ຕົນ​ເອງ, ບໍ່​ສົ່ງ​ເສີມ ​ແລະ ບໍ່​ນິຍົມ​ຂອງ​ຕົນ​ເອງ; ຫົດ​ຕົວ​ບໍ່​ກ້າຫານ​ເຊີດ​ຊູ​ກຽດ​ຂອງ​ຊາດ ​ແລະ ບໍ່​ສູ້​ຊົນ​ເພື່ອຜົນ​ປະ​ໂຫຍ​ດຂອງ​ຊາດ​ຕົນ.

+ ໂລບມາກໂລພາເຫັນແກ່​​ເງິນ: ທະ​ເຍີ​ທະຍານ, ຢາກ​ຮັ່ງມີ​ດ້ວຍ​ວິທີ​ບໍ່​ຖືກຕ້ອງ, ​ເຫັນ​ແກ່​ແຕ່ໄດ້ແຕ່​ມີ​ໂດຍ​ບໍ່​ຄຳນຶງ​ເຖິງ​ວ່າ​ສິ່ງ​ທີ່​ໄດ້​ມາ​ນັ້ນ ​ມີ​ຄຸນ​ນະ​ທຳ ຫຼື ບໍ່​ກໍຕາມ.

+ ປະຈົບປະ​​ແຈງ, ອີງໃສ່ບາລະມີແລະ ອິດທິພົນຂອງຜູ້ມີອຳນາດເພື່ອໃຫ້ໄດ້ຊັ້ນຕຳແໜ່ງທີ່ດີ, ມີໂອກາດສ້າງຄວາມລ້ຳລວຍ.

+ ຂາດລະບຽບວິໄນ, ​ເຮຮາມ່ວນຊື່ນສະໜຸກສະໜາ: ມັກ​ເຮັດ​ສິ່ງ​ທີ່​ຜິດ​ກັບ​ລະບຽບ-ກົດໝາຍ,​ເຮັດ​ຕາມ​ໃຈ​ຕົນ​ເອງ; ​ເຮັດ​ບໍ່​ເອົາ​ຈິງ​ເອົາ​ຈັງ​ພໍ​ແປະໆ​ບາງໆ​ມະ​ລຸ​ມມະ​ລ້ວຍ​ຂາດ​ຄວາມ​ຮັບຜິດຊອບ ຖື​ຄວາມ​ມ່ວນ​ຊື່ນ​ເປັນ​ສຳ​ຄັນ, ​ເຮັດ​ຫຼິ້ນ​ເຮັດ​ຫົວ​ບໍ່​ສົນ​ໃຈນຳ​ຜົນສຳ​ເລັດ ​ແລະ ຄຸນ​ນະພາ​ບຂອງ​ວຽກ​ງານ.

+ ເຫັນແກ່ກຸ່ມກ້ອນ, ພັກພວກ, ຈຸ້ມເຈື້ອເຊື້ອສາຍ: ​ເຮັດ​ດີ​ນຳ​ແຕ່​ພັກ​ພວກ​ພີ່ນ້ອງ​ຂອງ​ຕົນ, ເຂົາເຮັດ​ຜິດ​ກໍ​ປົກ​ປ້ອງ​ເອົາ, ​ເຮັດ​ພໍ​ປານ​ໃດປານ​ໜຶ່ງ ​ກໍ​ຍົກ​ຍໍ​ດຶງ​ຂຶ້ນ​ໃຫ້​ໄດ້​ຖານະ​ຕຳ​ແໜ່​ງດີ.

+ ເຫັນແກ່ຕົວ, ຟຸມເຟືອຍ, ນິຍົມວັດຖຸແລະ ສິ່ງຫຼູຫຼາ: ບໍ່​ເຫັນ​ແກ່​ຜູ້​ໃດ​ໝົດຂໍ​ໃຫ້​ຕົນ​ເອງ​ໄດ້ຜູ້​ດຽວ​ເປັນ​ພໍ, ​ໂອ້​ອວດ​ຄວາມ​ຮັ່ງມີ​ໃຊ້​ຈ່າຍ​ເກີນ​ຖານະ, ​ເຮັດ​ໃຈໃຫຍ່​ເພື່ອ​ໃຫ້​ໄດ້​ໜ້າ​ໄດ້​ຕາ, ​ໃຊ້​ເຄື່ອງ​ລາຄາ​ແພງ​ຊັ້ນ​ສູງ​ເພື່ອ​ສະ​ແດງຄວາມ​ລ້ຳ​ລວຍ ​ແລະ ຄວາມ​ທັນ​ສະ​ໄໝ.

+ ອະຄະຕິ, ອິດສາບັງບຽດຜູ້ອື່ນ: ບໍ່​ຢາກໃຫ້​ຜູ້​ອື່ນ​ໄດ້​ດີ​ລື່ນ​ຕົນ​ເອງ; ຜູ້​ທີ່​ຕົນ​ເອງ​ບໍ່​ມັກ​ເຖິງ​ວ່າຈະ​ດີ​ປານ​ໃດ​ກໍ​ວ່າ​ບໍ່​ດີ, ​ໃສ່​ຮ້າຍ​ປ້າຍ​ສີ​ອິດສາ​ຢູ່​ບໍ່​ແລ້ວ…

+ ຂາດຄວາມຮັບຜິດຊອບ, ​ເວົ້າຫຼາຍກວ່າເຮັດ: ບໍ່​ຕັ້ງໜ້າ​ປະຕິບັດ​ໜ້າ​ທີ່, ຄຸຍ​ໂວ​ໂອ້​ອວດຜົນງານ​ລື່ນ​ຄວາມ​ເປັນ​ຈິງ; ​ເວົ້າ​ວ່າ​ຈະ​ເຮັດ​ອັນ​ນີ້​ອັນ​ນັ້ນ​ ແຕ່​ອັນ​ໃດ​ກໍ​ເຮັດ​ບໍ່​​ແລ້ວ ​ແລະ ​ເຮັດ​ບໍ່​ເປັນ; ພົບ​ຄວາມ​

ຫຍຸ້ງຍາກ​ແລ້ວ​ທໍ້​ຖອຍ, ບໍ່​ບຸກບືນ​ເຮັດ​ສຳ​ເລັດ​ໜ້າ​ທີ່.

+ ເຊື່ອຖືງົມງວາຍ, ຖືໂຊກຖືລາງແລະໂອກາດວາດສະໜາ: ຂາດ​ຄວາມ​ເຊື່ອ​ໝັ້ນ​ໃນ​ຕົວຂອງ​ຕົວ​ເອງ, ຫັນ​ໄປ​ເຊື່ອ​ຖື​ບາງ​ສິ່ງ​ບາງ​ຢ່າງທີ່​ບໍ່​ມີ​ຕົນ​ມີ​ຕົວ, ​ເຊື່ອ​ໂຊກ​ລາງ ​ແລະ ວາດສະໜາ​ຫວັງ​ໄດ້​ດິບ​ໄດ້​ດີ, ມີ​ຄວາມສຸກ​ດ້ວຍ​ກາ​ນສ່ຽງ​ໂຊກ, ຫຼິ້ນ​ກາ​ນພະນັນ…

ເວົ້າ​ລວມ​ແລ້ວ ການ​ສຶກສາ ​ແລະ ການ​ກໍ່ສ້າງ​ຄົນ​ທີ່​ພຽບພ້ອມ​ດ້ວຍ​ອຸດົມ​ຄະຕິ ​ແລະ ຫຼັກໝັ້ນ​ປະຕິ ວັດ, ມີ​ຄວາມ​ຮູ້​ຄວາມ​ສາມາດ, ມີ​ຈະລິ​ຍະ​ທຳ ​ແລະ ຄຸນ​ນະ​ທຳ, ມີ​ສຸຂະພາບ ​ແລະ ພະລາ​ນາ​ໄມ​ແຂງ​ແຮງ, ມີ​ຊີວະ​ທັດ ​ແລະ ຄຸນສົມບັດ​ສິນ​ທຳ​ປະຕິວັດ​ ແມ່ນ​ໜ້າ​ທີ່​ຕ້ອງ​ເອົາ​ໃຈ​ໃສ່​ຢ່າງ​ຈົດ​ຈໍ່ ​ແລະ ຕ້ອງ​ໄດ້​ປະຕິບັດ​ຢ່າງ​ຕໍ່​ເນື່ອງ, ມີ​ການ​ປັບປຸງ​ແກ້​ໄຂ​ໃຫ້​ສອດຄ່ອງ​ກັບ​ການ​ປ່ຽນ​ແປງ​ຂອງ​ສະພາບ​ແວດ​ລ້ອມ​ຢູ່​ສະ​ເໝີ ມີ​ແຕ່​ເຮັດ​ແນວ​ນັ້ນ ​ຈຶ່ງ​ຈະ​ບັນລຸ​ເຖິງ​ການ​ສ້າງ​ສັງຄົມ​ທີ່​ສີວິ​ໄລ​ໄດ້.

ພ້ອມກັບການສ້າງສັງຄົມທີ່ສີວິໄລ, ພວກເຮົາຍັງຕ້ອງສ້າງສັງຄົມທີ່ມີຄວາມຍຸຕິທຳໄປພ້ອມໆກັນຄື:

+ ກ່ອນ​ອື່ນ​ໝົດ​ແມ່ນ​ເຮັດ​ແນວ​ໃດ ​ໃຫ້ການ​ພັດທະນາ ​ແລະ ການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຕິດແໜ້ນ​ກັບການ​ຍົກ​ສູງ​ລະດັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ສ່ວນ​ໃຫຍ່​ໃຫ້​ດີ​ຂຶ້ນ, ໝາຍ​ຄວາມ​ວ່າ​ໃຫ້​ປະຊາຊົນ​ຜູ້​ອອກ​ແຮງ​ງານ​ມີ​ຖານະ​ຄວາມ​ເປັນ​ຢູ່ດີ​ຂຶ້ນ; ​ໃຫ້​ຄົນ​ສ່ວນ​ຫຼາຍ​ຮັ່ງມີ​ຂຶ້ນ, ຫຼຸດ​ພົ້ນ​ຈາກ​ສະພາບ​ທຸກ​ຍາກ​ຂາດ​ເຂີນ. ສົ່ງ​ເສີມ​ໃຫ້​ປະຊາຊົນພົນລະ​ເມືອງ​ສ້າງ​ຄວາມ​ຮັ່ງມີ​ຢ່າງ​ເປັນ​ເຈົ້າ​ການ​ດ້ວຍ​ເຫື່ອ​ແຮງ, ທຶນຮອນ ​ແລະ ສະຕິ​ປັນຍາ​ຂອງ​ເຂົາ​ເຈົ້າ​ຕາມ​ກົດໝາຍ; ​ແກ້​ໄຂ​ການ​ຫຼຸດ​​ໂຕນກັນດ້ານ​ລາຍຮັບ, ສະກັດ​ກັ້ນ​ການ​ແຍກ​ຂົ້ວ​ຜູ້​ຮັ່ງມີ-ຜູ້​ທຸກ ​ເຊິ່ງຈະ​ກໍ່​ໃຫ້​ເກີດ​ເປັນ​ກຳລັງ​ປໍ​ລະ​ປັກ​ໃນ​ສັງຄົມ.

+ ຕັ້ງໜ້າ​ແກ້​ໄຂ​ບັນຫາ​ການ​ເອົາ​ປຽບ ​ແລະ ການ​ຂູດ​ຮີດ​ແຮງ​ງານ​ເກີນ​ຄວນ, ຄວບ​ຄຸມ ​ແລະ ດັດ ສົມ​ການ​ຕອບ​ແທນ​ຄ່າ​ແຮງ​ງານ​ໃຫ້​ສົມ​ເຫດ​ສົມ​ຜົນ ​ແລະ ​ເປັນ​ໄປ​ຕາມ​ກົດ​ເກນ​ການແຈກ​ຢາຍ​ຕາມ​ປະລິ ມານ ​ແລະ ຄຸນ​ນະພາ​ບຂອງ​ງານ. ​ເອົາ​ໃຈ​ໃສ່​ຫຼາຍ​ກວ່າ​ເກົ່າ​ຕໍ່​ການ​ປົກ​ປ້ອງ​ຜົນ​ປະ​ໂຫຍ​ດຂອງ​ຊາວ​ຜູ້​ອອກ​ແຮງ​ງານ​ ໄປ​ຄຽງ​ຄູ່​ກັບ​ການ​ສຶກສາ​ອົບຮົມ​ປຸກລະດົມ​ສະຕິ​ຊົນ​ຊັ້ນ ​ແລະ ລະບຽບ​ວິ​ໄນ. ການ​ຍົກ​ລະດັບ​ຄວາມ​ຊຳນິ​ຊຳນານ​ດ້ານ​ສີມື​ການ​ຊ່າງ ​ແລະ ສະຕິ​ກົດໝາຍ.

+ ລັດ​ຕ້ອງ​ປະຕິບັດ​ລະບອບ​ການ​ແຈກ​ຢາຍ​ຄືນ​ໃໝ່​ໃຫ້​ສົມ​ເຫດ​ສົມ​ຜົນ, ດັດສະ​ເລ່ຍລາຍ​ໄດ້ຂອງຊັ້ນ​ຄົນ​ໃນ​ສັງຄົມ​ດ້ວຍ​ວິທີ​ທີ່ເໝາະ​ສົມ​ຕື່ມ​ອີກ ​ເພື່ອ​ບໍ່​ໃຫ້​ເກີດ​ການ​ແຍກ​ຂົ້ວໃນ​ສັງຄົມ. ການ​ປັບປຸງ​ມາດ​ຕະການ​ດັດສົມ​ລາຍ​ໄດ້ ​ແລະ ​ແຈກ​ຢາຍ​ຄືນ​ໃໝ່ ​ຕ້ອງ​ນຳ​ໄປ​ສູ່​ການ​ເຮັດ​ໃຫ້​ວຽກ​ງານ​ສະຫວັດດີ​ການ​​ສັງຄົມ​ຂອງ​ລະບອບ​ໃໝ່​ດີ​ຂຶ້ນ​ ໂດຍ​ເລັ່ງ​ໃສ່​ເປົ້າ​ໝາຍ​ຜູ້​ອອກ​ແຮງ​ງານ, ຜູ້​ດ້ອຍ​ໂອກາດ, ຜູ້​ເຖົ້າ​ແກ່​ອາວຸ​ໂສ​ກິນ​ເບ້ຍ​ບຳ ນານ​ຂາດ​ຄວາມ​ສາມາດ​ອອກ​ແຮງ​ງານ, ​ເດັກນ້ອຍ​ເຍົາວະ​ຊົນ, ຊາວ​ໜຸ່ມ​ຜູ້​ມີ​ບັນຫາ​ທາງ​ສັງຄົມ ​ແລະ ຄອບຄົວ… ໝາຍ​ຄວາມ​ວ່າ:​ ສ້າງ​ໂອກາດ​ໃຫ້​ຜູ້​ທຸກ​ຍາກ​ຂາດເຂີນ, ຜູ້​ດ້ອຍ​ໂອກາດ​ໄດ້​ປິ່ນປົວ​ຮັກສາ​ສຸຂະພາບ, ​ໄດ້​ຮ່ຳຮຽນ ​ແລະ ​ໄດ້​ສະ​ແດງ​ຄວາມ​ສາມາດ​ປະດິດ​ສ້າງ​ຂອງ​ຕົນ​ຫຼາຍ​ຂຶ້ນ, ສ້າງ​ບັນຍາ
ກາດ​ແຫ່ງ​ຄວາມ​ສະ​ເໝີ​ພາບ ​ແລະ ຄວາມ​ເປັນ​ທຳ​ໃຫ້​ດີ​ຂຶ້ນ​ໃນ​ສັງຄົມ​ເຮົາ.

+ ເນື່ອງ​ຈາກ​ວ່າການ​ກະຈາຍ​ຄວາມ​ຈະເລີ​ນຕາມ​ບໍລິ​ເວນ​ເຂດ​ແຄວ້ນຢູ່​ປະ​ເທດ​ເຮົາ​ ຍັງ​ບໍ່​ທັນສະ​ໝ່ຳສະ​ເໝີ, ຫຼາຍ​ບໍລິ​ເວນ​ຍັງ​ທຸກ​ຍາກຂາດ​ເຂີນ​ຫຼາຍ. ສະ​ນັ້ນ ການ​ກຳນົດ​ເຂ​​ດ ​ແລະ ບໍລິ​ເວນ​ຈຸດ​ສຸມ​ເພື່ອ​ການ​ພັດທະນາ​ລຶບລ້າງ​ຄວາມທຸກ​ຍາກ​ຈຶ່ງ​ເປັນ​ບັນຫາ​ສຳຄັນ​ອັນ​ຮີບ​ດ່ວນ ​ແນ​ໃສ່​ເຮັດ​ໃຫ້ການ​ຫຼຸດ​ໂຕນ​ກັນ​ດ້ານ​ການ​ພັດທະນາ​ລະຫວ່າງ​ບໍລິ​ເວນ​ເຂດ​ແຄວ້ນ​ຕ່າງໆ​ພາຍ​ໃນ​ປະ​ເທດ ​ຂອງ​ພວກ​ເຮົາ​ນັ້ນ​ຄ່ອຍໆ​ໝົດ​ໄປ​ເປັນ​ກ້າວໆ, ສ້າງ​ຄວາມ​ສະ​ເໝີ​ພາບ ​ແລະ ຄວາມ​ຍຸຕິ​ທຳ​ໃນ​ສັງຄົມ​ດ້ວຍ​ການເພີ່ມ​ທະວີ​ຄວາມ​ສັກສິດ​ຂອງ​ກົດໝາຍ, ສ້າງ​ສະຕິ​ເຄົາລົບ​ລະບຽບ-​ກົດໝາຍ ​ແລະ ຄວາມ​ມີ​ວິ​ໄນ​ໃຫ້​ເກີດ​ຂຶ້ນ ​ແລະ ປົກ​ຄຸມ​ໄປ​ທົ່ວ​ສັງຄົມ. ປະຕິບັດ​ຕາມ​ທິດ​ນຳ​ທີ່​ວ່າ: ທຸກ​ການຈັດ​ຕັ້ງ ​ແລະ ທຸກ​ຄົນ​ເຄື່ອນ​ໄຫວ​ພາຍ​ໃຕ້​ຂອບ​ເຂດ​ຂອງ​ລັດຖະ
ທຳ​ມະນູນ ​ແລະ ກົດໝາຍ, ບໍ່​ໃຫ້ການ​ຈັດ​ຕັ້ງ​ໃດ ແລະ ບຸກຄົນ​ໃດ​ຢູ່​ນອກ​ເໜືອ​ກົດໝາຍ.

+ ເຄົາລົບ​ເສລີພາບ​ໃນ​ການ​ເຊື່ອ​ຖື ​ແລະ ບໍ່​ເຊື່ອ​ຖື​ຂອງ​ພົນລະ​ເມືອງ. ພັກ ​ແລະ ລັດ​ເຮົາ​ຖືວ່າ: ພົນລະ​ເມືອງ​ລາວ​ທຸກ​ຄົນ ​ເຖິງ​ວ່າຈະ​ຖື​ສາສະໜາ​ໃດ​ກໍ​ຕາມ ​ລ້ວນ​ແຕ່​ມີ​ສິດສະ​ເໝີ​ພາບ ​ແລະ ມີ​ພັນທະ​ຕໍ່​ຊາດ ຄື: ສິດ​ໃນ​ການ​ປະກອບ​ອາຊີບ​ທຳ​ມາ​ຫາ​ກິນ​ໂດຍ​ຖືກຕ້ອງ​ຕາມ​ກົດໝາຍ ​ແລະ​ ໄດ້​ຮັບຜົນ​ປະ​ໂຫຍ​ດຕອບ​ແທນ​ຕາມ​ຄວາມ​ເໝາະ​ສົມ, ​ແຕ່​ພ້ອມ​ກັນ​ນັ້ນ ກໍ​ມີ​ພັນທະ​ເຂົ້າ​ຮ່ວມ​ໃນ​ພາລະກິດ​ລວມ​ແຫ່ງ​ການ​ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດ​ຊາດ; ບໍ່​ໃຫ້​ເອົາ​ບັນຫາ​ຄວາມ​ເຊື່ອ​ຖື ​ແລະ ບໍ່​ເຊື່​ອຖື​ມາ​ສ້າງຄວາມ​ແຕກ​ແຍກ ​ແລະ ມ້າງ​ເພ​ຄວາມ​ສາມັກຄີ​ເປັນ​ປຶກ​ແຜ່ນ​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ໂດຍ​ເດັດຂາດ; ເຊິ່ງຈະ​ເປັນ​ການ​ມ້າງ​ສະຖຽນ​ລະພາບ​ທາງ​ດ້ານ​ການ​ເມືອງ-ສັງຄົມ ​ແລະ ທຳລາຍ​ຄວາມ​ໝັ້ນຄົງ​ຂອງ​ຊາດ​ເຮົາ.

+ ຕັ້ງໜ້າ​ແກ້​ໄຂ​ບັນຫາ​​ໄພ​ສັງຄົມ, ສິ່ງເສບ​ຕິດ, ​ໂສ​ເພນີ, ການ​ພະນັນ… ທີ່​ທຳລາຍອະນາຄົດ​ຂອງ​ລູກ​ຫຼານ​ເຍົາວະ​ຊົນ, ຊາວ​ໜຸ່ມ ກໍ​ຄື​ຂອງ​ປະ​ເທດ​ຊາດ​ພວກ​ເຮົາ ​ດ້ວຍ​ຫຼາຍ​ມາດຕະການ ​ແລະ ວິທີ​ການ​ອັນ​ເປັນ​ລະບົບ​ຄົບ​ຊຸດ​ຕໍ່​ເນື່ອງ​ເປັນ​ປະຈຳ.

+ ເພີ່ມ​ຄວາມ​ເອົາ​ໃຈ​ໃສ່ ​ແລະ ​ເພີ່ມ​ຄວາມ​ສາມາດ​ໃນ​ວຽກ​ງານ​ສະຫວັດດີ​ການ​ສັງຄົມ, ກ່ອນ​ອື່ນ​ແມ່ນ​ການ​ຕອບ​ແທນ​ບຸນຄຸນ​ຂອງ​ບັນດາ​ນັກ​ປະຕິວັດ​ອາວຸ​ໂສ, ຕໍ່​ຄອບ​ຄົວ​ຂອງ​ພະນັກງານ​ນັກຮົບ​ທີ່​ໄດ້​ເສຍ ສະຫຼະຊີວິດ​ເພື່ອ​ຊາດ, ​ເພື່ອ​ການ​ປະຕິວັດ… ທັງ​ນີ້​ກໍ​ເພື່ອ​ເຊີດ​ຊູ​ກຽດ ​ແລະ ຕອບ​ແທນ​ຄຸນງາມຄວາມດີ​ຂອງ​ພວກ​ເພິ່ນ, ທັງ​ເປັນ​ການ​ປຸກລະດົມ​ຈິດ​ໃຈ​ປະຕິວັດ​ໃນ​ຖັນ​ແຖວ​ຮຸ່ນ​ສືບ​ທອດ​ຕໍ່​ໄປ.

ສະຫຼຸບ​ລວມ​ແລ້ວ ການ​ພັດທະນາ​ສັງຄົມ, ສ້າງ​ສັງຄົມ​ທີ່​ສີວິ​ໄລ ​ແລະ ຍຸຕິ​ທຳ ​ແມ່ນ​ໜ້າ​ທີ່​ສຳຄັນ​ໃນ​ການ​ສ້າງ​ລະບອບ​ປະຊາທິປະ​ໄຕ​ປະຊາຊົນ ເພື່ອ​ກ້າວ​ສູ່​ສັງຄົມ​ນິຍົ​ມ.

¬ ອັນທີຫ້າ: ​ເພີ່ມທະວີການຄຸ້ມຄອງຂອງລັດ, ​ເສີມຂະຫຍາຍດ້ານຕັ້ງໜ້າແລະ ຈຳກັດດ້ານຫຍໍ້ທໍ້ຂອງຕະຫຼາດ, ຮັບປະກັນທິດສັງຄົມນິຍົ.

​ໂດຍ​ຍຶດໝັ້ນ​ໃນ​ແນວທາງ​ແຫ່ງ​ການ​ສ້າງ​ເສດຖະກິດ​ຕະຫຼາດ​ຕາມ​ທິດ​ສັງຄົມ​ນິຍົມ, ການ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຂອງ​ລັດ​ຕ້ອງ​ແນ​ໃສ່:

+ ເສີມ​ຂະຫຍາຍ​ດ້ານ​ຕັ້ງໜ້າ ​ແລະ ຄຸນປະ​ໂຫຍ​ດຂອງ​ເສດຖະກິດ​ຕະຫຼາດ​ໃຫ້​ໄດ້​ຢ່າງ​ເຕັມ​ສ່ວນ ເພື່ອ​ຂະຫຍາຍ​ກຳລັງ​ການ​ຜະລິດແລະ ປັບປຸງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ.

+ ຈຳກັດ​ແກ້​ໄຂ​ດ້ານ​ຫຍໍ້​ທໍ້ ​ແລະ ພິດ​ໄພຂອງ​ເສດຖະກິດ​ຕະຫຼາດ​ໃຫ້​ຢູ່​ໃນ​ລະດັບ​ອັນ​ເໝາະ​ສົມ, ​ບໍ່​ໃຫ້​ເກີດ​ຄວາມ​ບໍ່​ສະຖຽນ​ລະ​ພາບ​ໃນ​ເສດຖະກິດ ​ແລະ ສັງຄົມ.

+ ເສີມ​ສ້າງ​ປັດ​​ໄຈ ​ແລະ ພື້ນຖານ​ເສດຖະກິດ​ສັງຄົມ​ນິຍົມ​ໃຫ້​ເຂັ້ມ​ແຂງ.

ເພື່ອ​ບັນລຸ​ຈຸດປະສົງ​ດັ່ງກ່າວ​ນັ້ນ ມີ​ຄວາມ​ຈຳ​ເປັນ​ຢ່າງ​ຍິ່ງ​ທີ່​ຈະ​ຕ້ອງ​ປັບປຸງ​ຈຸດ​ສຳຄັນຕ່າງໆ​ໃນ​ລະບົບ​ການ​ຄຸ້ມ​ຄອງ​ມະຫາ​ພາກ ​ດັ່ງ​ນີ້:

1). ປັບປຸງ​ວຽກ​ງານ​ສ້າງ​ແຜນການ ​ແລະ ເພີ່ມ​ຄວາມ​ເຂັ້ມ​ງວດ​ໃນ​ການຈັດ​ຕັ້ງ​ປະຕິບັດ​ແຜນການ​ທີ່​ວາງ​ອອກ.

​ແຜນການ​ມະຫາ​ພາກ ຕ້ອງ​ເປັນ​ແຜນການ​ກຳນົດ​ທິດ​ທີ່​ວາງ​ອອກ​ ບົນ​ພື້ນຖານ​ການ​ຄົ້ນຄວ້າ​ຢ່າງ​ລະ ອຽດ​ເລິກເຊິ່ງ, ມີ​ການ​ຊັ່ງຊາ​ລະຫວ່າງ​ດ້ານຕ່າງໆຢ່າງ​ເໝາະ​ສົມ ​ເພື່ອ​ຮັບປະກັນ​ຄວາມ​ສົມສ່ວນ, ຄວາມ​ສາມາດ​ຈັດ​ຕັ້ງ​ປະຕິບັດ ​ແລະ ຄວາມ​ມີ​ສະຖຽນ​ລະ​ພາບ​ໃນ​ເສດຖະກິດ​ ເປັນ​ຕົ້ນ​ແມ່ນ:

+ ຊັ່ງຊາ​ລະຫວ່າງ​ການ​ເຕີບ​ໂຕ​ຂອງ​ເສດຖະກິດ ຫຼື ອັດຕາ​ການ​ການ​ເພີ່ມ​ຂຶ້ນ​ຂອງ​ຍອດ​ມູນ​ຄ່າ​ຜະລິດ​ຕະພັນພາ​ຍ​ໃນ (GDP) ກັບ​ບໍລິ​ມາດ​ການ​ລົງທຶນ ​ແລະ ຄວາມ​ສາມາດ​ຂອງ​ແຫຼ່ງທຶນ.

+ ຊັ່ງຊາ​ລະຫວ່າງ​ການ​ເພີ່ມ​ຂຶ້ນຕົວ​ຈິງຂອງ​ຍອດ​ມູນ​ຄ່າ​ຜະລິດ​ຕະພັນ​ພາຍ​ໃນ​ ກັບ​ການ​ເພີ່ມ​ຂຶ້ນ​ຂອງ​ຄ່າ​ຄອງ​ຊີບ ຫຼື ການ​ເພີ່ມ​ຂຶ້ນຂອງ​ເງິນ​ເຟີ້, ກັບ​ການ​ເພີ່ມ​ຂຶ້ນ​ຂອງ​ປະຊາກອນ​ໃນ​ປີ.

+ ​ຊັ່ງຊາ​ລະຫວ່າງ​ການ​ລົງທຶນ​ໃນ​ຂົງເຂດ​ເສດຖະກິດ ກັບ​ການ​​ລົງທຶນ​ໃນ​ຂົງ​ເຂດ​ສັງຄົມ-ວັດທະນະ​ທຳ; ລະຫວ່າງ​ເສດຖະກິດ​ ກັບ​ການ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ; ລະຫວ່າງ​ບໍລິ​ເວນ​ເຂດ​ແຄວ້ນ​ຂອງ​ປະ​ເທດ​ໃຫ້​ມີ​ຄວາມ​ເໝາະ​ສົມ, ຮັບປະກັນ​ການ​ເສີມ​ຂະຫຍາຍ​ທ່າ​ແຮງ​ຢ່າງ​ຖືກ​ຈຸດ ​ແລະ ສ້າງ​ການ​ຫັນປ່ຽນ​ດີ​ຂຶ້ນ​ເປັນ​ກ້າວໆ.

+ ຊັ່ງຊາ​ລະຫວ່າງ​ການ​ເພີ່ມ​ມູນ​ຄ່າ​ຂາ​ອອກ​ກັບ​ຂາ​ເຂົ້າ ​ເພື່ອ​ບໍ່ໃຫ້​ເກີດ​ການ​ຂາດດູນ​ຊຳລະ​ກັບ​ຕ່າງປະ​ເທດ​ທີ່​ຮ້າຍ​ແຮງ ​ແລ້ວ​ສົ່ງ​ຜົນ​ກະທົບ​ຕໍ່​ຄ່າ​ເງິນ​ຂອງ​ຊາດ.

+ ຊັ່ງຊາ​ລະຫວ່າງ​ການ​ໃຊ້​ຈ່າຍ​ກັບ​ການ​ສະ​ສົມ​ ເພື່ອ​ໃຊ້​ເຂົ້າ​ໃນ​ເປົ້າ​ໝາຍ​ທີ່​ສຳຄັນ ​ແລະ ຈຳ​ເປັນ​ກວ່າ​ໝູ່​ໃນ​ສະ​ເພາະ​ໜ້າ ​ແລະ ຍາວນານ.

​ເວົ້າລວມ​ ແຜນການ​ແມ່ນ​ເຄື່ອງ​ມີືທີ່ມີ​ຄວາມ​ສຳຄັນ​ເປັນ​ພິ​ເສດ​ສຳລັບ​ຫັນ​ແນວທາງ​ແຜນ​ນະ​ໂຍບາຍ​ໃຫຍ່​ຂອງ​ພັກ​ເປັນ​ທິດ​ທາງ, ​ເປັນ​ໜ້າ​ທີ່​ວຽກ​ງານ, ​ເປັນ​ໂຄງການ​ລະອຽດ ​ເພື່ອ​ຈັດ​ຕັ້ງ​ປະຕິບັດ​ຕົວ​ຈິງ​ເປັນ​ແຕ່ລະ​ໄລຍະ, ທັງ​ເປັນ​ທິດ​ກຳ​ນົດ​ໃຫ້ການ​ພັດທະນາ​ເສດຖະກິດ​-ສັງຄົມ​ດຳ​ເນີນ​ໄປ​ຢ່າງ​ສອດຄ່ອງ​ກັບ​ຈຸດ
ປະສົງ ​ແລະ ​ເປົ້າ​ໝາຍ​ທີ່​ວາງ​ໄວ້. ​ແຕ່​ສິ່ງ​ດັ່ງກ່າວ​ຈະ​ເກີດ​ຂຶ້ນ​ໄດ້​ກໍ​ຕໍ່​ເມື່ອ​ແຜນການ​ນັ້ນ​ໄດ້​ຖືກ​ຈັດ​ຕັ້ງ​ປະຕິບັດ​ຢ່າງ​ເຂັ້ມ​ງວດ​ເທົ່າ​ນັ້ນ.

2). ປະຕິບັດ​ນະ​ໂຍບາຍ​ເສດຖະກິດ​ມະຫາ​ພາກ​ຢ່າງ​ເປັນ​ເອກະ​ພາບ​ກົມກຽວ​, ກ່ອນ​ອື່ນ​ແມ່ນ​ນະ​ໂຍບາຍ​ການ​ເງິນ, ນະ​ໂຍບາຍ​​ເງິນຕາ, ນະ​ໂຍບາຍ​ລາຄາ, ການ​ຄ້າ​ຂາ​ອອກ-ຂາ​ເຂົ້າ… ການ​ປະຕິບັດ​ນະ​ໂຍບາຍ​ເຫຼົ່າ​ນີ້​ຕ້ອງ​ປະຕິບັດ​ໄປ​ຕາມ​ທິດ​ທາງ​ດຽວ​ກັນ, ສະ​ໜັບ​ສະ​ໜູນ ແລະ ຊ່ວຍ​ຊູ​ເຊິ່ງກັນ​ແລະ​ກັນ​ແບບ​ຕັ້ງໜ້າ… ຫາກ​ປະຕິບັດ​ໃນ​ທາງ​ກົງກັນຂ້າມ​ ມັນ​ຈະ​ກໍ່ໃຫ້​ເກີດ​ຄວາມ​ບໍ່​ສະຖຽນ​ລະ​ພາບ​ໃນ​ລະບົບ​ເສດຖະກິດ​ມະຫາ​ພາກ​, ສ້າງ​ຄວາມ​ເສຍ​ຫາຍ​ແກ່​ການ​ເຕີບ​ໂຕທາງ​ດ້ານ​ເສດຖະກິດ.

3). ປະຕິບັດ​ການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ​ບົນພື້ນຖານ​ການ​ກຳນົດ​ພາລະ​ບົດບາດ, ສິດ ​ແລະ ໜ້າ​ທີ່​ຢ່າງ​ຈະ​ແຈ້ງ; ມີ​ລະບຽບ​ການ​ປະສານ​ສົມທົບ ​ແລະ ລະບອບ​ເຮັດ​ວຽກ​ທີ່​ເປັນ​ລະບົບ​ລວມສູນ​ເປັນ​ເອກະ​ພາບ; ມີ​ການ​ຕິດຕາມ​ກວດກາ, ສະຫຼຸບ​ຕີ​ລາຄາ​ຢ່າງ​ເປັນ​ປົກກະຕິ ​ແລະ ພາວະ​ວິ​ໄສ. ການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ​ແມ່ນ​ເພື່ອ​ກະຈາຍ​ອຳນາດ, ກະຈາຍ​ຄວາມ​ຮັບຜິດຊອບ​ໃຫ້ກວ້າງ​ອອກ ​ແລະ ມີ​ປະສິດທິພາບ​ກວ່າ​ເກົ່າ; ​ແຕ່ກໍຕ້ອງ​ຈຳກັດ​ການ​ເກີດ​ລັກສະນະ​ເຫັນ​ແຕ່​ພາກສ່ວນ, ທ້ອງຖິ່ນ ​ແລະ ອະນາ​ທິປະ​ໄຕ.

4). ສ້າງ​ກຳລັງ​ແຮງ​ທາງ​ດ້ານ​ວັດຖຸ​ ເປັນ​ຕົ້ນ​ແມ່ນສ້າງ​ລັດ​ວິ​ສາ​ຫະກິດ​ໃຫ້​ເຄື່ອນ​ໄຫວ​ມີ​ປະສິດທິ​ຜົນ ແລະ ​ມີ​ຜົນ​ກຳ​ໄລ, ສ້າງ​ຄັງ​ສິນຄ້າຕົ້ນຕໍ, ສ້າງ​ກອງ​ທຶນ​ເພື່ອ​ແຊກ​ແຊງ​ຕະຫຼາດ ​ແລະ ຊຸກຍູ້​ສົ່ງ​ເສີມ​ການ​ຜະລິດ​-ການ​ສົ່ງ​ອອກ, ສ້າງ​ຄັງ​ສຳຮອງ​ເງິນຕາ​ຕ່າງປະ​ເທດ ​ເພື່ອ​ຄ້ຳປະກັນ​ຄ່າ​ເງິນ​ຂອງ​ຊາດ ​ແລະ ອື່ນໆ. ​ເພື່ອ​ຄຸ້ມ​ຄອງ​ມະຫາ​ພາກ​ໃຫ້​ໄດ້​ດີ, ມີ​ຜົນ​ສັກສິດ ​ແລະ ຮັບປະກັນ​ໃຫ້​ລັດ​ສາມາດ​ບັນຊາ​ເສດຖະກິດ​ຕະຫຼາດ​ໄປ​ຕາມ​ທິດ​ທີ່​ວາງ​​ໄວ້​ໄດ້​ນັ້ນ ລັດ​ຈະ​ຕ້ອງ​ມີ​ກຳລັງ​​ແຮງຕົວ​ຈິງທາງ​ດ້ານການຈັດ​ຕັ້ງ ​ແລະ ທາງ​ດ້ານ​ວັດຖຸ​ ໄປ​ຄຽງ​ຄູ່​ກັບ​ການ​ມີ​ກົດໝາຍ ​ແລະ ມີ​ນະ​ໂຍບາຍ​ທີ່​ດີ.

5). ສ້າງ​ສູນ​ຂໍ້​ມູນ​ຂ່າວສານ, ລະບົບ​ດັດສະ​ນີໝາຍ, ລະບົບ​ລິຂະສິດ ​ແລະ ລະບົບ​ມາດຕະຖານ​ຂອງ​ຊາດ; ສ້າງ​ສະ​ຖາ​ບັນ ຫຼື ສູນ​ສຶກສາຄົ້ນຄວ້າ​ວິ​ໄຈ​ບັນຫາ​ຕ່າງໆ​ ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ຄຸ້ມ​ຄອງ​ຂອງ​ລັດ.

ການ​ຄຸ້ມ​ຄອງ​ຂອງ​ລັດ ມີ​ບົດບາດ​ຕັດສິນຕໍ່​ການ​ຂະຫຍາຍຕົວ​ໃຫ້​ໄປ​ຖືກ​ທິດ​ຕາມ​ແນວທາງ ແລະ ຈຸດ

ໝາຍ​ຂອງ​ພັກ; ສະ​ນັ້ນ ການ​ຮຽນ​ຮູ້-​ຍົກ​ລະດັບ​ຄວາມ​ສາມາດ ​ແລະ ການ​ເພີ່ມ​ທະວີ​ຄວາມ​ສັກສິດ​ໃນ​ການ​ຄຸ້ມ​ຄອງ​ເສດຖະກິດ​ຕະຫຼາດ ຈິ່ງ​ແມ່ນໜ້າທີ່​ສຳຄັນ ​ແລະ ຮີບ​ດ່ວນ​ສຳລັບ​ພະນັກງານ​ນຳພາ-ຄຸ້ມ​ຄອງ​ຂອງ​ພວກເຮົາ.

¬ ອັນທີຫົກ: ປັບປຸງແລະ ສ້າງກົດໝາຍໃຫ້ສົມບູນ, ຄົບຖ້ວນ; ຮັບປະກັນຄວາມສັກສິດ
ຂອງກົດໝາຍ.

ກົດໝາຍ ​ແມ່ນ​ເຄື່ອງມື​ຕົ້ນຕໍ​ຂອງ​ການ​ຄຸ້ມ​ຄອງ, ​ເພາະວ່າ​ການ​ປະຕິບັດສິດ​ອຳນາດ​ທັງ​ໝົດ​ຂອງ​ລັດ​ຈະ​ດຳ​ເນີນ​ໄປ​ໂດຍ​ຜ່ານ​ກົດໝາຍ. ລັດ​ເຮົາ​ອຳນວຍ​ຄວບ​ຄຸມ​ການ​ເຄື່ອນ​ໄຫວ​ຂອງ​ສັງຄົມ​ໃນ​ທຸກ​ດ້ານ​ຕາມ​ກົດໝາຍ. ສະ​ນັ້ນ ສິ່ງ​ສຳຄັນ​ກ່ອນ​ເພິ່ນ​ໝົດ​ແມ່ນ​ເຮັດ​ແນວ​ໃດ​ໃຫ້​ກົດໝາຍ​ແຕ່​ລະສະ​ບັບທີ່​ວາງ​ອອກ​ນັ້ນ ​
ເປັນ​ການ​ຜັນ​ຂະຫຍາຍ​ບັນດາ​ແນວທາງ​ແຜນ​ນະໂຍບາຍ ​ຂອງ​ພັກ​ໃນ​ດ້ານ​ຕ່າງໆ​ອອກ​ເປັນ​ຂໍ້ຄວາມ​ໃນ​ກົດໝາຍ​ໃຫ້​ຊັດ​ເຈນ, ​ໃຫ້​ແນວທາງແຜນ​ນະ​ໂຍບາຍ​ກາຍ​ເປັນການ​ກະທຳ, ກາຍ​ເປັນ​ການ​ປະ​ພຶດຂອງ​ພົນລະ​ເມືອງ​ໃນ​ສັງຄົມ; ​ເພາະວ່າພົນລະ​ເມືອງ​ປະຕິບັດ​ສິດ​ເສລີພາບຂອງ​ຕົນ​ຕາມ​ກົດໝາຍ. ກົດໝາຍ​ຕ້ອງ​ສະ​ແດງ​ໃຫ້​ເຫັນ​ທາດ​ແທ້​ຊົນ​ຊັ້ນ ​ແລະ ອຸດົມ​ຄະຕິ​ຂອງລະບອບ​ປະຊາທິປະ​ໄຕປະຊາຊົນ ກໍ​ຄື​ຄວາມ​ມຸ່ງ​ມາດ​ປາ​ຖະໜາ​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ໃນ​ດ້ານ​ຕ່າງໆ; ຫາກ​ບໍ່​ດັ່ງ​ນັ້ນ ​ກົດໝາຍ​ຈະ​ບໍ່​ເປັນ​ທີ່​ຍອມຮັບ​ ​ແລະ ຈະ​ບໍ່​ໄດ້​ຮັບ​ການ​ເຄົາລົບ-ປະຕິບັດ​ຈາກ​ປະຊາຊົນ. ສ່ວນ​ໃນ​ດ້ານ​ໜຶ່ງ​ອີກ ກົດໝາຍ​ຂອງ​ປະ​ເທດ ​ກໍ​ຍັງ​ຕ້ອງສອດຄ່ອງກັບ​ກົດ​ໝາຍ​ສາກົນ ທັງ​ນີ້​ກໍເພື່ອສ້າງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ເພື່ອນ​ມິດສາ​ກົນ​ນັ້ນ​ເອງ.

ພ້ອມ​ກັບ​ການ​ອອກ​ກົດໝາຍ ​ແລະ ປັບປຸງ​ກົດໝາຍ​ໃຫ້​ຄົນ​ຖ້ວນ​ສົມບູນ, ພວກ​ເຮົາ​ຕ້ອງ​ເພີ່ມ​ທະວີ​ຄວາມ​ສັກສິດ​ຂອງ​ກົດໝາຍ, ​ເພາະວ່າ​ກົດໝາຍ​ທີ່​ວາງ​ອອກ​ຫາກ​ບໍ່​ມີ​ໃຜ​ເຂົ້າ​ໃຈ ​ແລະ ບໍ່​ມີ​ໃຜ​ເຄົາລົບປະຕິ ບັດ, ກົດໝາຍ​ນັ້ນ ​ກໍ​ບໍ່​ມີ​ຄວາມ​ໝາຍ​ຫຍັງ​ໝົດ. ​ເພື່ອ​ໃຫ້​ກົດໝາຍ​ສັກສິດ ​ຄວນ​ເພີ່ມ​ຄວາມ​ເອົາ​ໃຈ​ໃສ່​ຕໍ່​ບາງ​ບັນຫາ ​ດັ່ງ​ນີ້:

+ ອອກກົດໝາຍໃຫ້ຖືກກັບຄວາມຈຳເປັນແລະ ຄວາມຮຽກຮ້ອງຕ້ອງການ.

+ ເນື້ອ​ຄວາມ​ຂອງກົດໝາຍ​ຕ້ອງ​ຮັດກຸມ ແລະ ຊັດ​ເຈນ.

+ ເຜີຍ​ແຜ່​ກົດໝາຍ​ໃຫ້​ກວ້າງຂວາງ​ເລິກ​ເຊິ່ງ ​ແລະ ທົ່ວ​ເຖິງ.

+ ທຸກ​ຄົນ​ຕ້ອງ​ຍອມຮັບ ​ແລະ ​ເຄົາລົບ​ປະຕິບັດ​ຢ່າງ​ແທ້​ຈິງ.

+ ມີ​ການ​ກວດກາ​ການ​ປະຕິບັດ​ກົດໝາຍ​ຢ່າງ​ເດັດຂາດ​ເຂັ້ມ​ງວດ; ຖືກຕ້ອງ​ວ່າ​ຖືກ, ຜິດ​ຕ້ອງວ່າ​ຜິດ ບໍ່​ໃຫ້​ມີ​ຜູ້​ໃດຢູ່​ເໜືອ​ກົດໝາຍ.

¬ ອັນທີເຈັດ: ປົກປັກຮັກສາແລະ ເສີມຂະຫຍາຍວັດທະນະທຳຂອງຊາດ.

ບັນພະ​ບູລຸດຂອງ​ຊາດ​ເຮົາ​ໄດ້​​ບອກສອນ​ໄວ້​ວ່າ: “ວັດທະນະທຳ​ບອກ​ຊາດ”, “​ເສຍ​ວັດທະນະທຳ ​ກໍ​ຄື​ເສຍ​ຊາດ”. ອັນ​ນີ້ ​ແມ່ນ​ຄຳ​ທີ່​ມີ​ຄວາມ​ໝາຍ​ເລິກ​ເຊິ່ງທີ່​ສຸດ ​ແລະ ຊີ້​ບອກ​ຄວາມ​ຈຳ​ເປັນ​ຕ້ອງ​ປົກ​ປັກ​ຮັກສາ ແລະ ພັດທະນາ​ວັດທະນະທຳ​ຂອງ​ຊາດ​ໃຫ້​ຄົງ​ຢູ່​ຕາບ​ເທົ່າ​ໃດໆ. ໜ້າ​ທີ່​ທີ່​ກວມ​ລວມກວ່າ​ໝູ່​ໃນ​ດ້ານ​ນີ້​ ແມ່ນ​ການສຶກສາ​ອົບຮົມ​ໃຫ້​ປະຊາຊົນ​ບັນດາ​ຊັ້ນ​ຄົນ ​ແລະ ທຸກ​ຊົນ​ເຜົ່າ​ເປັນ​ເຈົ້າ​ການ​ອະນຸລັກ​ຮັກສາ​ມູນ​ເຊື້ອ​ວັດ ທະນະທຳ, ມໍລະດົກ​ທາງ​ວັດທະນະທຳ​ຂອງ​ຕົນ. ພ້ອມ​ກັນ​ນັ້ນ ລັດ​ຕ້ອງ​ໄດ້​ລົງທຶນ​ເຂົ້າ​ໃສ່​ການ​ພັດທະນາ​ວັດທະນະທຳ​ຂອງ​ຊາດ ​ດ້ວຍ​ແຫຼ່ງທຶນ​ຈາກ​ງົບປະມານ​ຂອງ​ລັດ ສົມທົບ​ກັບ​ການ​ປຸກລະດົມ​ຊຸກ​ຍູ້ການ​ປະ ກອບສ່ວນ​ຂອງ​ບັນດາ​ພາກສ່ວນ​ເສດຖະກິດ, ປະຊາຊົນ​ບັນດາ​ຊັ້ນ​ຄົນ​ໃນ​ທົ່ວ​ປະ​ເທດ. ການ​ປົກ​ປັກ​ຮັກສາ ແລະ ພັດທະນາ​ວັດທະນະທຳ​ແມ່ນ​ວຽກ​ລະອຽດ​ອ່ອນ ​ແລະ ສັບສົນ​ພໍ​ຄວນ; ຫາກ​ບໍ່​ຮູ້​ຮັກສາ ​ແລະ ບໍ່​ຮູ້​ພັດທະນາ ​ມັນ​ຈະ​ເປັນ​ການ​ທຳລາຍ​ຕົນ​ເອງ​ໂດຍ​ທີ່​ເຮົາ​ບໍ່​ຮູ້ສຶກ​ຕົວ. ສະ​ນັ້ນ ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ບາງ​ບັນຫາ ​ດັ່ງ​ນີ້:

1). ຕ້ອງທຳການສຶກສາຄົ້ນຄວ້າໃຫ້ລະອຽດໃຫ້ເລິກເຊິ່ງກ່ຽວກັບມູນເຊື້ອແລະ ມໍລະດົກທາງດ້ານວັດທະນະທຳຂອງແຕ່ລະທ້ອງຖິ່ນ, ​ແຕ່ລະຊົນເຜົ່າເພື່ອສະຫງວນເປັນເອກະລັກ, ​ເປັນສົມບັດທາງດ້ານວັດທະນະທຳຂອງຊາດເຮົາ. ພ້ອມ​ກັນ​ນັ້ນ ກໍ​ຕ້ອງ​ມີ​ແຜນການ, ມີ​ໂຄງການ​ອະນຸລັກ ​ແລະ ປົກ​ປັກ​ຮັກສາ​ທີ່​ລະອຽດ ​ໂດຍ​ມີ​ການ​ແຍກ​ປະ​ເພດ ​ແລະ ຄວາມ​ສຳຄັນ​ຂອງ​ແຕ່ລະ​ເປົ້າ​ໝາຍ, ທັງ​ມີ​ການ​ປະສານ​ສົມທົບ​ໃນ​ການ​ຄຸ້ມ​ຄອງ​ເປັນ​ຢ່າງ​ດີ.

2). ຕ້ອງຟື້ນຟູບູລະນະແລະເສີມຂະຫຍາຍວັດທະນະທຳແຫ່ງຊາດ. ຊາດ​ລາວ​ເຮົາ​ມີ​ວັດທະນະທຳ​ປະຈຳ​ຊາດ​ມາ​ເປັນ​ເວລາ​ຍາວນານ, ​ໃນ​ວັດທະນະທຳ​ອັນ​ອຸດົມ​ຮັ່ງມີ​ນັ້ນ ສ່ວນ​ໜຶ່ງ​ໄດ້​ສູນຫາຍ​ໄປ​ຕາມ​ການ​ເວລາ ​ແລະ ສ່ວນໜຶ່ງບໍ່​ເໝາະ​ສົມ​ສຳລັບ​ການ​ສືບ​ທອດ​ຕໍ່​ໄປ. ສະ​ນັ້ນ ຈຶ່ງ​ມີ​ຄວາມ​ຈຳ​ເປັນ​ຢ່າງ​ຍິ່ງ​ ທີ່​ຈະ​ຕ້ອງ​ທຳ​ການ​ຟື້ນ​ຟູ​ບູລະນະ​ອັນ​ທີ່​ສູນຫາຍ​ໄປ​ໃຫ້​ກັບ​ຄືນ​ມາ​ມີ​ຊີວິດ​ຊີວາ​ໃຫ້​ຄຸນ​ປະ​ໂຫຍ​ດ​ແກ່​ສັງຄົມ ​ທັງ​​ເປັນ​ສິ່ງ​ເອກ​ອ້າງ​ຕໍ່​ຊາວ​ໂລກ; ພ້ອມ​ກັນ​ນັ້ນ ກໍ​ຕ້ອງ​ປັບປຸງ​ເສີມ​ຂະຫຍາຍ​ວັດທະນະທຳ​ທີ່​ມີ​ຢູ່​ໃນ​ປັດຈຸບັນ ​ໃຫ້​ມັນ​ເໝາະ​ສົມ​ສອດຄ່ອງ​ກັບ​ເງື່ອນ​ໄຂ​ການ​ດຳລົງ​ຊີວິດ ​ແລະ ຍຸກ​ສະ​​ໄໝໃໝ່. ອັນ​ນີ້ ​ບໍ່​ໝາຍ​ຄວາມ​ວ່າ​ປ່ຽນ​ປີ້ນ​ວັດທະນະທຳ​ຂອງ​ຊາດ ​ແຕ່​ຫາກ​ແມ່ນ​ການ​ດັດ​ປັບ​ອັນ​ທີ່​ບໍ່​ທັນ​ແທດ​ເໝາະ, ອັນ​ທີ່​ບໍ່​ທັນ​ສະດວກ​ສຳລັບ​ການ​ນຳ​ໄປ​ປະຕິບັດ​ນັ້ນ​ ໃຫ້​ສອດຄ່ອງ​ເໝາະ​ສົມ​ກັບ​ຍຸກ​ສະ​ໄໝ, ​ໃຫ້​ສາມາດ​ສືບ​ທອດ​ຕໍ່​ໄປ​ໄດ້.

3). ຕ້ອງມີການສືບທອດແລະ ສົ່ງເສີມວັດທະນະທຳ. ໝາຍ​ຄວາມ​ຕ້ອງ​ເຮັດ​ໃຫ້​ວັດທະນະທຳ​ກາຍ​ເປັນຄ​ວາ​ມຮູ້, ກາຍ​ເປັນ​ທັດສະນະ​ຄະຕິ, ກາຍ​ເປັນ​ພາກ​ປະຕິບັດ​ ​ແລະ ​ເປັນ​ກິດຈະກຳ​ຂອງ​ຄົນ​ໃນ​ການ​ດຳລົງ​ຊີວິດ​ແຕ່​ລະ​ມື້​ແຕ່​ລະ​ວັນ. ສະ​ນັ້ນ ຕ້ອງ​ເອົາ​ວິຊາ​ວັດທະນະທຳ​ເຂົ້າໃນ​ຫຼັກສູດ​ການ​ຮຽນ​-ການ​ສອນ​ໃນ​ໂຮງຮຽນ​ຊັ້ນ​ຕ່າງໆ; ສ້າງ​ກິດຈະກຳ ແລະ ​ເທດສະການ​ທາງ​ດ້ານ​ວັດທະນະທຳ​ຂຶ້ນ​ຢ່າງ​ເປັນ​ປົກກະຕິ ​
ເພື່ອ​ສົ່ງ​ເສີມ​ໃຫ້​ມີ​ການ​ສືບ​ທອດ​ວັດທະນະທຳ​ຕໍ່ໆ​ໄປ​ບໍ່​ໃຫ້​ຈືດຈາງ ​ແລະ ສູນຫາຍ.

4). ຕ້ອງມີການເພີ່ມທະວີການແລກປ່ຽນທາງວັດທະນະທຳແລະ ການໂຄສະນາປະຊາສຳພັນກ່ຽວກັບວັດທະນະທຳໃຫ້ກວ້າງຂວາງທັງຢູ່ພາຍໃນປະເທດແລະ ຕ່າງປະເທດ. ພ້ອມກັນ​ນັ້ນ ກໍ​ຕ້ອງ​ມີ​ການ​ກໍ່ສ້າງ​ບຸກຄະລາ​ກອນ​ທາງ​ດ້ານ​ວັດທະນະທຳ​ຢ່າງ​ຕັ້ງໜ້າ​​ກວ່າ​ເກົ່າ.

¬ ອັນທີແປດ: ສ້າງກຳລັງປ້ອງກັນຊາປ້ອງກັນຄວາມສະຫງົບໃຫ້ເຂັ້ມແຂງແລະ ທັນສະໄໝເປັນກ້າວໆ.

ກ້າວ​ເຂົ້າ​ສູ່​ສະຕະ​ວັດ​ທີ XXI ​ເຖິງວ່າ​ທ່າ​ອ່ຽງ​ໂຍະຍານ, ຢູ່​ຮ່ວມ​ກັນ​ໂດຍ​ສັນຕິ, ການ​ຕໍ່ສູ້​ຮຽກຮ້ອງ​ໃຫ້​ມີ​ສັນຕິພາບ ​ແລະ ການ​ຮ່ວມ​ມື​ກັນ​ຍັງ​ເປັນ​ທ່າ​ອ່ຽງກວມ​ລວມກວ່າ​ໝູ່; ​ເຖິງ​ວ່າ​ສົງຄາມ​ຂະໜາດ​ໃຫຍ່ ​ແລະ ສົງຄາມ​ໂລກ​ເປັນ​ສິ່ງ​ທີ່​ຫຼີກ​ລ່ຽງ​ໄດ້​ກໍ​ຈິງ, ​ແຕ່​ບັນຫາ​ສົງຄາມ​ເຢັນ ​ແລະ ​ການດຳ​ເນີນ​ຍຸດ​ທະ​ສາດ​ຫັນປ່ຽນ​ໂດຍ​ສັນຕິ​ຂອງ​ອິດ​ທິກຳລັງ​ປໍ​ລະ​ປັກ​ຕໍ່​ປະ​ເທດ​ສັງຄົມ​ນິຍົມ​ຍັງ​ຈະ​ມີ​ຢູ່; ພວກ​ຈັກກະພັດ​ທີ່​ຖື​ລັດທິ​ເຈົ້າ​ອຳນາດ ​ຍັງ​ທະ​ເຍີ​ທະຍານ​ຢາກ​ເຮັດ​ໃຫ້​ໂລກ​ເປັນ​ຂົ້ວ​ດຽວ​ ພາຍ​ໃຕ້​ການ​ບັນຊາ​ຂອງ​ປະ​ເທດ​ອະພິມະຫາ​ອຳນາດປະ​ເທດ​ດຽວ ​ຍັງ​ເປັນ​ໄພ​ຂົ່ມຂູ່​ຕໍ່​ຄວາມ​ເປັນ​ເອກະລາດ, ຕໍ່​ອະທິປະ​ໄຕ​ຂອງ​ຊາດ​ຕ່າງໆ​ ກໍ​ຄື​ຕໍ່​ສັນຕິພາບ​ໂລກ; ອັນທີ່​ເອີ້ນ​ວ່າ “ສິດທິ​ມະນຸດ”, “​ເສລີພາບ ​ແລະ ປະຊາທິປະ​ໄຕ” ຍັງ​ເປັນ​ບັນຫາ ​ແລະ ​ເງື່ອນ​ໄຂ​ສຳລັບ​ການ​ສວຍ​ໃຊ້​ເພື່ອ​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ​ຕ່າງໆ, ຄວາມ​ຂັດ​ແຍ່ງ​ດ້ານ​ເຊື້ອ​ຊາດ, ສາສະໜາ ​ແລະ ສົງຄາມ ​ຍັງ​ຈະ​ເກີດ​ຂຶ້ນ​ຢູ່​ບາງ​ບ່ອນ; ນອກ​ນັ້ນ​ຍັງ​ມີ​ບັນຫາ​ການ​ຄ້າ​ຢາ​ເສບ​ຕິດ, ບັນຫາ​ການ​ກໍ່​ອາດຊະຍາ​ກຳ​ຂ້າມ​ຊາດ ​ແລະ ບັນຫາ​ທີ່​ຈະ​ກໍ່​ໃຫ້​ເກີດ​ຄວາມ​ບໍ່​ສະຫງົບ​ພາຍ​ໃນ​ຍັງ​ຈະ​ເກີດ​ຂຶ້ນ.

ອັນ​ນີ້​ໄດ້​ຊີ້​ບອກ​ແຈ້ງ​ວ່າ: ການ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ​ຍັງ​ຈະ​ເປັນ​ໜ້າ​ທີ່​ຍຸດ​ທະ​ສາດ​ອັນ​ສຳຄັນ​ຍິ່ງ; ການ​ປົກ​ປ້ອງ​ເອກະລາດ ​ແລະ ອະທິປະ​ໄຕ​ຂອງ​ຊາດ, ການ​ປົກ​ປັກ​ຮັກສາ​ຜືນ​ແຜ່ນດິນ​ອັນ​ຄົບ​ຖ້ວນ, ການ​ຮັກສາ​ສະຖຽນ​ລະ​ພາບ​ທາງ​ການ​ເມືອງ, ຄວາມ​ສະຫງົບ​ປອດ​ໄພ ​ແລະ ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ໃນ​ສັງຄົມ ​ຍັງ​ເປັນວຽກ​ທີ່​ຕ້ອງ​ເອົາ​ໃຈ​ໃສ່​ຢ່າງ​ຈົດ​ຈໍ່​ສະ​ເໝີ​ ເພື່ອ​ສ້າງ​ສະພາບ​ແວດ​ລ້ອມ ຫຼື ​ເງື່ອນ​ໄຂ​ອັນ​ອຳນວຍ​ໃຫ້​ແກ່​ການ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ​ຂອງ​ພວກ​ເຮົາ. ສະ​ນັ້ນການ​ກໍ່ສ້າງ​ກອງທັບ ແລະ ກຳລັງ​ປ້ອງ​ກັນຄວາມ​ສະຫງົບ​ໃຫ້​ເຂັ້ມ​ແຂງ-ທັນ​ສະ​ໄໝ ຈຶ່ງ​ແມ່ນ​ຄວາມ​ຈຳ​ເປັນ​ພາວະ​ວິ​ໄສ ​ເພື່ອ​ໃຫ້​ສາມາດ​ເຮັດ​ສຳ​ເລັດ​ໜ້າ​ທີ່​ວຽກ​ງານ​ດັ່ງກ່າວ​ນັ້ນ​ ຢ່າງ​ສົມ​ກຽດ. ສິ່ງ​ດັ່ງກ່າວ​ນັ້ນ ​ຮຽກຮ້ອງ​ໃຫ້​ມີ​ການ​ລົງທຶນ​ໃນ​ລະດັບ​ອັນ​ເໝາະ​ສົມ ​ຕິດ​ແໜ້ນ​ກັບ​ການ​ປະຕິບັດ​ແນວທາງ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ປວງ​ຊົນ​ຮອບດ້ານ​ຂອງ​ພັກ.

ຄະນະ​ພັກ ​ແລະ ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​ຕ້ອງ​ເອົາ​ໃຈ​ໃສ່​ປັບປຸງ​ກໍ່ສ້າງ, ຊີ້​ນຳ ​ແລະ ສະໜັບ​ສະ​ໜູນຊ່​ວຍ​ເຫຼືອບັນດາ​ກຳລັງ​ປະກອບ​ອາວຸດ​ພວກ​ເຮົາ, ​ເສີມ​ຂະຫຍາຍ​ທາດແທ້ ​ແລະ ມູນ​ເຊື້ອ​ຂອງ​ກຳລັງ​ປະກອບ​ອາວຸດ​ປະຕິວັດ​ຢ່າງສຸດຂີດ​ຄື ​ທັງ​ເປັນ​ກຳລັງ​ສູ້​ຮົບ, ທັງ​ເປັນ​ກຳລັງ​ເສດຖະກິດ​ທຳ​ການ​ເພີ່ມ​ພູນ​ຜະລິດຜົນ ​ແລະ ທັງ​ເປັນ​ກຳລັງ​ການ​ເມືອງ​ທີ່​ຊື່ສັດ, ຈົງ​ຮັກ​ພັກດີ​ຂອງ​ພັກ. ຕ້ອງ​ກໍ່ສ້າງ​ກຳລັງ​ປະກອບ
ອາວຸດ​ຂອງ​ພວກ​ເຮົາ​ບົນ​ພື້ນຖານ​ທັດສະນະ ​ແລະ ຫຼັກການ​ທີ່​ວ່າ: ​ເອົາ​ການ​ກໍ່ສ້າງ​ທາງ​ດ້ານການ​ເມືອງ​ເປັນ​ພື້ນຖານ, ​ເອົາ​ຄຸນ​ນະພາ​ບ​ເປັນ​ຕົ້ນຕໍ, ສ້າງ​ການ​ພົວພັນ​ໃນ​ດ້ານ​ຕ່າງໆ​ໃຫ້​ດີ ​ເປັນ​ຕົ້ນ​ກາ​ນພົວພັນ​ກັບ​ປະຊາຊົນ, ການ​ພົວພັນ​ລະຫວ່າງ​ພະນັກງານກັບ​ນັກຮົບ, ລະຫວ່າງ​ຈຳນວນ​ກັບ​ຄຸນ​ນະພາ​ບ, ລະຫວ່າງ​ການຈັດ​ຕັ້ງ​ກັບ​ແນວ​ຄິດ, ລະຫວ່າງ​ອາວຸດ​ກັບ​ຄົນ, ລະຫວ່າງ​ກຳລັງ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ພວກ​ເຮົາ​ກັບ​ກຳລັງ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ປະ​ເທດ​ອ້າຍ​ນ້ອງ​ເພື່ອນ​ມິດ.

​ເວົ້າ​ລວມ​ແລ້ວ ​ແມ່ນ​ການ​ສ້າງ​ບັນດາກຳລັງ​ປະກອບ​ອາວຸດ​ປະຕິວັດ​ໃຫ້​ເປັນ​ຂອງ​ປະຊາຊົນ, ​ເປັນ​ຫຼັກ​ແຫຼ່ງ​ໃນ​ວຽກ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ​ທົ່ວ​ປວງ​ຊົນ​ຮອບດ້ານ ກໍ​ຄື​ໃນ​ການ​ສ້າງສາ​ພັດທະນາ​ປະ​ເທດ​ຊາດ​ຂອງ​ພວກ​ເຮົາ.

¬ ອັນທີເກົ້າ: ສ້າງສາຍພົວພັນມິດຕະພາບແລະເພີ່ມທະວີການຮ່ວມມືກັບເພື່ອນມິດສາກົນ, ​ເຈືອຈານເຂົ້າກັບບັນດາປະເທດໃນພາກພື້ນແລະໃນໂລກ.

ການ​ສ້າງສາ​ພັດທະນາ​ປະ​ເທດ​ຂອງ​ພວກ​ເຮົາ​ໃຫ້​ບັນລຸ​ເຖິງ​ຄວາມ​ວັດທະນາ​ຖາວອນ​ນັ້ນ ​ຈະ​ຕ້ອງ​ດຳ​ເນີນ​ໄປ​ບົນ​ພື້ນຖານ​ການ​ມີ​ສະພາບ​ແວດ​ລ້ອມ​ພາຍ​ນອກ​ອັນ​ອຳນວຍ ຫຼື ມີ​ສາຍ​ພົວພັນ​ມິດຕະພາບ ແລະ ການ​ຮ່ວມ​ມື​ຢ່າງ​ກວ້າງຂວາງ​ກັບ​ບັນດາ​ປະ​ເທດ​ໃນ​ໂລກ ​ແລະ ອົງການ​ຈັດ​ຕັ້ງ​ສາກົນ​ຕ່າງໆ.

ການ​ມີ​ມິດຕະພາບ​ທີ່​ດີ​ກັບ​ທຸກ​ປະ​ເທດ, ກ່ອນ​ອື່ນ​ແມ່ນກັບ​ບັນດາ​ປະ​ເທດ​ເພື່ອນ​ບ້ານ​ໃກ້​ຄຽງ​ໃນ​ພາກ​ພື້ນ​ດຽວ​ກັນ​ນັ້ນ ​ແມ່ນ​ສອດຄ່ອງ​ກັບ​ຄວາມ​ມຸ່ງ​ມາດ​ປາຖະໜາ​ຂອງ​ປະຊາຊົນ​ເຮົາ ​ແລະ ສອດຄ່ອງ​ກັບ​ທ່າ​ອ່ຽງລວມຂອງ​ໂລກ​ໃນ​ປັດຈຸບັນ ​ເພາະວ່າ​ການ​ມີ​ມິດຕະພາບ​ທີ່​ດີ​ກັບ​ປະຊາ​ຊາດ​ຕ່າງໆ​ນັ້ນ ຈະ​ຊ່ວຍ​ເສີມ​ສ້າງ
​ຄວາມ​ເຂົ້າອົກ​ເຂົ້າ​ໃຈ, ກໍ່ໃຫ້​ເກີດ​ຄວາມ​ສຳພັນທີ່​ເປັນ​ການ​ສະໜັບສະໜູນ​ຊ່ວຍ​ເຫຼືອ​ກັນ ​ແລະ ​ເກີດ​ການ​ຮ່ວມ​ມື​ທີ່​ມີ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ລະຫວ່າງ​ປະ​ເທດ​ເຮົາ​ກັບປະ​ເທດ​ອື່ນໆ.

ດ້ວຍ​ມູນ​ເຊື້ອ​ປະຫວັດສາດ​ພັກ, ລັດ ​ແລະ ປະຊາຊົນ​ເຮົາ ​ສືບ​ຕໍ່​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ ​ແລະ ສາມັກ​ຄີພິ​ເສດ​ກັບ​ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ; ຮັດ​ແໜ້ນ​ມິດຕະພາບ, ສາມັກຄີ, ຮ່ວມ​ຊະຕາ​ດຽວ​ກັນ​ຖານ​ອ້າ​ຍນ້ອງ​ກັບ​ພັກ, ລັດ ​ແລະ ປະຊາຊົນ​ຈີນ; ສາມັກຄີ, ຮ່ວມ​ມື​ກັບປະ​ເທດ​ສັງຄົມ​ນິຍົມ​ອື່ນໆ.

​ໂດຍ​ກຳ​ແໜ້ນ​ຈຸດ​ພິ​ເສດ​ຂອງ​ສະພາບ​ການ​ໃນ​ໂລກ​ປັດຈຸບັນ ​ທີ່​ພວມ​ຫັນປ່ຽນ​ສູ່​ທິດ​ທີ່ມີ​ຫຼາຍ​ຂົ້ວ ແລະ ມີ​ການ​ຕໍ່​ສູ້​ແຂ່ງ​ຂັນ​ກັນຢ່າງ​ດຸ​ເດືອດ​ຂ້ຽວຂາດ, ທັງ​ມີ​ການ​ຮ່ວມ​ມື​ກັນ​ແບບ​ຫຼາຍ​ຮູບຫຼາຍສີ, ຫຼາຍ​ຝ່າຍ, ຫຼາຍ​ລະດັບ ​ແບບຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດນັ້ນ ພວກ​ເຮົາ​ຕ້ອງ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື​ສາກົນ​ດ້ວຍ​ຈິດ​ໃຈ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ ​ແລະ ດ້ວຍ​ຄວາມ​ເປັນ​ເຈົ້າ​ການ​ທີ່​ສູງ​ກວ່າ​ເກົ່າ. ຄວາມ​ກ້າວໜ້າ​ທາງ​ດ້ານ​ວິທະຍາສາດ, ​ເຕັກນິກ ​ແລະ ການ​ປະຕິວັດ​ດ້ານ​ເຕັກ​ໂນ​ໂລ​ຊີ, ການ​ຫັນ​ເປັນ​ສາກົນ ​ແລະ ຫັນ​ເປັນ​ກຸ່ມ​ການ​ຮ່ວມ​ມື​ທີ່​ພວມ​ດຳເນີນ​ໄປ​ຢ່າງ​ເຄັ່ງຮ້ອນ​ໃນ​ໂລກ​ປັດຈຸບັນ ​ໄດ້​ຈຳ​ໃຫ້ພວກ​ເຮົາ​ຕ້ອງ​ເຈືອ​ຈານ​ເຂົ້າ​ກັບ​ສາກົນ​ ໂດຍ​ຫຼີກ​ລ່ຽງບໍ່​ໄດ້. ​ໃນ​ການ​ເຈືອ​ຈານ​ນັ້ນ ພວກ​ເຮົາ​ຈະ​ຕ້ອງ​ບໍ່​ເສຍ​ທິດ, ບໍ່​ເສື່ອ​ມທາດ ​ແລະ ບໍ່​
ຖືກ​ກືນ​ກິນ; ຕ້ອງ​ມີ​ການ​ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ຊາດ, ຕ້ອງ​ຮັກສາ​ສະຖຽນ​ລະ​ພາບ ​ແລະ ຄວາມ​ໝັ້ນຄົງຂອງ​ລະບອບ​ການ​ເມືອງ​ໄວ້​ໃຫ້​ໄດ້​ຢ່າງ​ໝັ້ນຄົງ, ທັງ​ຮັກສາ​ເອກະລັກ​ວັດທະນະທຳ​ອັນ​ດີງາມ​ຂອງ​ຊາດ​ເຮົາ​ໄວ້​ໄດ້. ຢາກ​ເຮັດ​ແນວ​ນັ້ນ​ໄດ້ ​ກ່ອນ​ອື່ນ​ໝົດ​ແມ່ນ:

+ ຕ້ອງ​ເຊີດ​ຊູ​ສະຕິຊາດ, ​ເອກະລາດ, ​ເປັນ​ເຈົ້າ​ຕົນ​ເອງ​ໃຫ້​ສູງ​ກວ່າ​ເວລາ​ໃດ​ໝົດ; ຕ້ອງປັບປຸງ ແລະ ກໍ່ສ້າງ​ພາຍ​ໃນ​ຂອງ​ພວກ​ເຮົາໃຫ້​ເຂັ້ມ​ແຂງ​ ຄື: ສ້າງ​ລະບອບ​ການ​ເມືອງ​ໃຫ້​ໜັກ​ແໜ້ນ; ສ້າງ​ເສດຖະກິດ​ໃຫ້​ນັບ​ມື້​ມີ​ພື້ນຖານແຂງ​ແກ່ນ, ມີ​ປະສິດທິພາບ ​ແລະ ຄວາມ​ສາມາດ​ແຂ່ງຂັນ​ສູງ; ສ້າງ​ສັງຄົມ​ທີ່​ສົດ​​ໃສ, ຍຸຕິ​ທຳ.

+ ຕ້ອງ​ມີ​ແຜນ​ຍຸດ​ທະ​ສາດ​ພັດທະນາ​ປະ​ເທດ​ທີ່​ຕິດ​ແໜ້ນ​ກັບ​ຍຸດ​ທະ​ສາດ​ການ​ຮ່ວມ​ມື​ສາກົນ.

+ ມີ​ລະບົບ​ກົດໝາຍ ​ແລະ ລະບຽບ​ການພົວພັນ​ຮ່ວມ​ມື​ສາກົນ​ອັນ​ຈະ​ແຈ້ງ​ເປັນ​ລະບົບ.

+ ມີ​ລະບົບ​ການຈັດ​ຕັ້ງ​ຄຸ້ມ​ຄອງ​ທີ່​ລວມສູນ​ເປັນ​ເອກະ​ພາບ, ມີ​ລະບຽບ​ການ​ບໍລິຫານ ​ແລະ ປະສານງານ​ທີ່​ທັນ​ສະ​ໄໝ, ສະດວກ ​ແລະ ວ່ອງ​ໄວ.

+ ມີ​ການ​ກໍ່ສ້າງ​ບຳລຸງ​ຍົກ​ລະດັບ​ພະນັກງານ​ທີ່​ເຮັດ​ວຽກ​ງານ​ພົວພັນ​ຮ່ວມ​ມື​ກັບ​ຕ່າງປະ​ເທດ​ເປັນ​ປົກ ກະຕິ ​ເພື່ອ​ຄວາ​ມໜັກ​ແໜ້ນທາງ​ດ້ານ​ການ​ເມືອງ-​ແນວ​ຄິດ, ​ເກັ່ງ​ທາງ​ດ້ານ​ວິຊາ​ສະ​ເພາະ ​ແລະ ພາສາ, ທັງ​ຄ່ອງ​ແຄ້ວ​ນິ້ມ​ນວນ ແລະ ມີ​ໄຫວ​ພິບ, ມີ​ລະບອບ​ການ​ຄຸ້ມ​ຄອງ​ນຳ​ໃຊ້​ເຂົາ​ເຈົ້າ​ເປັນ​ຢ່າງ​ດີ.

ການ​ສືບ​ຕໍ່​ພາລະກິດ​ປ່ຽນ​ແປງ​ໃໝ່, ສ້າງ​ລະບອບ​ປະຊາທິປະ​ໄຕ​ປະຊາຊົນ ​ເພື່ອ​ກ້າວ​ສູ່​ສັງຄົມ​ນິຍົມ​ຢູ່​ປະ​ເທດ​ຂອງ​ພວກ​ເຮົາ​ບໍ່​ອາດ​ຕັດ​ແຍກ​ຈາກ​ການ​ພົວພັນ ​ແລະ ຮ່ວມ​ມື​ກັບເພື່ອນ​ມິດສາ​ກົນ; ພວກ​ເຮົາ​ຕ້ອງ​ເປັນ​ເຈົ້າ​ການ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ສັງ​ລວມພາຍ​ໃນ​ຊາດ ​ສົມທົບ​ກັບ​ກຳລັງ​ແຮງ​ຂອງ​ສາກົນ ​ເພື່ອ​ເຮັດ​ໃຫ້​ພາລະກິດ​ອັນ​ມີ​ກຽດ​ສະຫງ່າ​ນັ້ນ ​ບັນລຸ​ຜົນສຳ​ເລັດ​ຢ່າງ​ຈົບງາມ.

​ເພື່ອ​ທົບ​ທວນຄືນ​ແນວທາງ​ປ່ຽນ​ແປງ​ໃໝ່ ນັບ​ແຕ່​ມື້​ມີ​ແນວ​ຄິດ​ລິ​ເລີ່​ມຈົນ​ເຖິງ​ການ​ປະກອບ​ສ້າງ​ເປັນ​ແນວທາງ​ພື້ນຖານ​ຂອງ​ພັກເຮົາ, ​ເພື່ອ​​ໄຈ້​ແຍກ​ລະອຽດ​ບັນດາ​ບົດຮຽນ​ທີ່​ພັກ​ເຮົາ​ຖອດ​ຖອນ​ມາ​ໄດ້​ຈາກ​ກາ​ນ ນຳພາພາລະກິດ​ປ່ຽນ​ແປງ​ໃໝ່​ນັ້ນ ພວກ​ເຮົາ​ໄດ້​ເຫັນ​ແຈ້ງວ່າ ​ແນວທາງ​ດັ່ງກ່າວ​ນັ້ນ ​ແມ່ນ​ລະອຽດ​ຄົບ​​ຖ້ວນ ແລະ ຈະ​ແຈ້ງ​ພໍ​ສົມຄວນ​ແລ້ວ; ຜ່ານ​ການຈັດ​ຕັ້ງ​ປະຕິບັດ​ເຖິງ​ວ່າ​ຍັງ​ມີ​ຂໍ້ຄົງຄ້າງ, ຈຸດ​ບົກ​ຜ່ອງ​ຈຳນວນ​ໜຶ່ງ​ກໍ​ຕາມ, ​ແຕ່​ໝາກຜົນ​ທີ່​ບັນລຸ​ໄດ້​ນັ້ນ ​ແມ່ນ​ມີ​ຄວາມ​ສຳຄັນ ​ແລະ ​ເປັນ​ພື້ນຖານ​ໃຫ້​ແກ່​ການ​ສືບ​ຕໍ່​ກ້າວ​ຂຶ້ນ​ຂອງ​ປະ​ເທດຊາດ​ພວກ​ເຮົາ. ສິ່ງ​ທີ່​ສຳຄັນ​ນັ້ນ ​ແມ່ນ​ພັກ​ເຮົາ​ສາມາດ​ຖອດ​ຖອນ​ບົດຮຽນ​ຈາກ​ພຶດຕິ​ກຳ​ທີ່​ມີ​ຊີວິດ​ຊີວາ ​ເພື່ອ​ມາ​ເພີ່ມ​ຄວາມ​ຮັ່ງມີ​ແກ່​ຄັງ​ສາງ​ທິດ​ສະດີ-​ແນວທາງ​ຂອງ​ຕົນ. ບັນດາ​ບົດຮຽນ​ດັ່ງກ່າວ​ນັ້ນ ຍັງ​ໄດ້​ເປັນ​ທຶນຮອນ​ອັນ​ປະ​ເສີດ​ສຳລັບ​ການ​ໝູນ​ໃຊ້​ເປັນ​ບ່ອນ​ອີງ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ນຳພາ-​ຊີ້​ນຳ​ຂອງ​ຄະນະ​ພັກ​ຂັ້ນ​ຕ່າງໆ ​ກໍ​ຄື​ພະນັກງານ​ນຳພາ​ຫຼັກ​ແຫຼ່ງຂອງ​ພວກ​ເຮົາ​ຢູ່​ທ້ອງ​ຖິ່ນ ​ແລະ ຂະ​ແໜງ​ການ-​ອົງການຕ່າງໆ.

ພາລະກິດ​ປ່ຽນ​ແປງ​ໃໝ່, ການ​ສ້າງ​ລະບອບ​ປະຊາທິປະ​ໄຕ ​ປະຊາຊົນ, ສ້າງ​ບັນດາ​ປະຖົມ​ປັດ​​ໄຈ ເພື່ອ​ກ້າວ​ສູ່​ສັງຄົມ​ນິຍົມ​ແມ່ນ​ພາລະກິດ​ຫຍຸ້ງຍາກ ​ແຕ່​ມີ​ກຽດ​ສະຫງ່າ ​ແລະ ມີ​ອະນາ​ຄົດ​ອັນ​ສະຫວ່າງ​ສະ​ໄຫວ; ທົ່ວ​ພັກ, ທົ່ວ​ກອງທັບ ​ແລະ ທົ່ວ​ປວງ​ຊົນ​ເຮົາ ຈົ່ງ​ສາມັກຄີ​ກັນ​ບຸກບືນ​ສູ້​ຊົນ​ເຮັດ​ໃຫ້​ສຳ​ເລັດດ້ວຍ​ໝາກຜົນ​ອັນ​ສະຫງ່າ​ງາມ ​ເພື່ອ​ສ້າງ​ປະ​ເທດ​ລາວ​ມັ່ງ​ຄັ່ງ​ເຂັ້ມ​ແຂງ, ປະຊາຊົນ​ລາວ​ມີ​ຄວາມ​ຮັ່ງມີ​ຜາ​ສຸກ, ສັງຄົມ​ສາມັກ​ຄີ​ປອງ​ດອງ, ສະ​ເໝີ​ພາບ, ສີວິ​ໄລ ​ແລະ ຍຸຕິທຳ./.

[1] ເອກະສານກອງປະຊຸມສູນກາງພັກ ຄັ້ງທີ 7 (ສະໄໝທີ IV), ໜ້າ 45.

ຂຽນໂດຍ: ກ. ອໍລະບູນ

(ວາລະສານອະລຸນໃໝ່ ສະບັບປະຈຳເດືອນກໍລະກົດ ປີ 2025)

Leave a Reply

Your email address will not be published. Required fields are marked *