
ເພື່ອປະກອບສ່ວນເຂົ້າໃນການສະເຫຼີມສະຫຼອງວັນສ້າງຕັ້ງວາລະສານ “ອະລຸນໃໝ່” ຄົບຮອບ 40 ປີ ໃນປີ 2025 (22/3/1985 – 22/3/2025), ຂ້າພະເຈົ້າໄດ້ຂຽນບົດທີ່ໃສ່ຫົວຂໍ້ວ່າ: “ສືບຕໍ່ພັດທະນາວາ ລະສານ “ອະລຸນໃໝ່” ອົງການທິດສະດີ ແລະ ການເມືອງຂອງພັກປະຊາຊົນປະຕິວັດລາວ”. ເນື່ອງຈາກວ່າຂຽນຂຶ້ນໃນໂອກາດຄົບຮອບ 40 ປີ ຂອງວາລະສານ “ອະລຸນໃໝ່” ເພື່ອໃຫ້ບັນດາທ່ານຜູ້ອ່ານເຂົ້າໃຈ ຈຶ່ງຈຳເປັນຕ້ອງໄດ້ເນັ້ນຄືນເຖິງບັນຫາວ່າ: 1. ເປັນຫຍັງກອງປະຊຸມໃຫຍ່ຂອງພັກຄັ້ງທີ III ປີ 1982 ຈຶ່ງຕົກລົງໃຫ້ສ້າງຕັ້ງວາລະສານທິດສະດີ ແລະ ການເມືອງຂອງຕົນຂຶ້ນ, ມັນມີບົດບາດ, ໜ້າທີ່ຫຍັງແດ່ ແລະ ມີລັກສະນະສຳຄັນແນວໃດ? 2. ຫຼັງຈາກທີ່ໄດ້ຮັບການສ້າງຕັ້ງຂຶ້ນແລ້ວໃນໄລຍະ 40 ປີ ໄດ້ເຕີບໃຫຍ່ຂະຫຍາຍຕົວແນວໃດ, ປະຕິບັດບົດບາດ, ໜ້າທີ່ຂອງຕົນດີ, ອ່ອນແນວໃດ, ສ້າງໄດ້ບົດຮຽນອັນໃດແດ່ ແລະ ຍັງມີຈຸດອ່ອນຂໍ້ຈຳກັດແນວໃດເພື່ອແກ້ໄຂ?. 3. ອີງໃສ່ຈຸດດີ, ຈຸດອ່ອນ ແລະ ຄວາມຮຽກຮ້ອງຕ້ອງການດ້ານການເມືອງ-ແນວຄິດ ແລະ ທິດສະດີຂອງພັກ ຕ້ອງໄດ້ສືບຕໍ່ພັດທະນາວາລະສານ “ອະລຸນໃໝ່” ແນວໃດ ເພື່ອໃຫ້ເໝາະສົມກັບ ເປັນອົງການທິດສະດີ ແລະ ການເມືອງຂອງພັກ?.
ບັນຫາທຳອິດ, ທີ່ວ່າເປັນຫຍັງພັກເຮົາຈຶ່ງຕົກລົງສ້າງຕັ້ງວາລະສານທິດສະດີ ແລະ ການເມືອງຂອງຕົນນັ້ນ ກໍເພາະ ວ່າ ພາຍຫຼັງການປະຕິວັດປົດປ່ອຍຊາດແລ້ວ ພັກເຮົາໄດ້ນຳພາປະເທດຊາດກ້າວຂຶ້ນສູ່ສັງຄົມນິຍົມໂດຍກົງ ໂດຍບໍ່ຜ່ານໄລຍະທຶນນິຍົມ ອັນໄດ້ເຮັດໃຫ້ການຕໍ່ສູ້ຊົນຊັ້ນຢູ່ລາວໄດ້ເພີ່ມທະວີຄວາມດຸເດືອດຂ້ຽວຂາດ ແລະ ສັບສົນຕື່ມ ເພື່ອຕັດສິນໃຜເອົາຊະນະໃຜ ລະຫວ່າງສອງເສັ້ນທາງສັງຄົມນິຍົມ ແລະ ທຶນນິຍົມ. ດັ່ງນັ້ນ ມັນຈຶ່ງມີຄວາມຈຳເປັນທີ່ສຸດໃນການເລັ່ງລັດສຶກສາອົບຮົມສະມາຊິກພັກ, ພະນັກ ງານທາງດ້ານທິດສະດີມາກ-ເລນິນ, ແນວທາງນະໂຍບາຍ, ແຜນນະໂຍບາຍຂອງພັກ ແລະ ມູນເຊື້ອປະຕິ ວັດຂອງຊາດ ພ້ອມທັງບົດຮຽນໃນການນຳໃຊ້ທິດສະດີມາກ-ເລນິນ ເຂົ້າໃສ່ສະພາບຕົວຈິງຂອງປະເທດລາວ, ບົດຮຽນການປະຕິວັດສັງຄົມນິຍົມ ແລະ ການກໍ່ສ້າງສັງຄົມນິຍົມຂອງບັນດາປະເທດອ້າຍນ້ອງ. ອີງໃສ່ການເຕີບໃຫຍ່ຂະຫຍາຍຕົວຂອງການປະຕິວັດເຮົາຈາກລວງກວ້າງຫັນໄປສູ່ລວງເລິກ ແລະ ກໍມາເຖິງວັນທີ 8/2/1985 ຄະນະເລຂາທິການສູນກາງພັກ ຈຶ່ງໄດ້ມີມະຕິສະບັບ ເລກທີ 12/ຄລສພ ຕົກລົງສ້າງຕັ້ງວາລະສານທິດສະດີ ແລະ ການເມືອງຂອງພັກຢ່າງເປັນທາງການ ໂດຍໃສ່ຊື່ວ່າ “ອະລຸນໃໝ່” ເຊິ່ງໃນມະຕິໄດ້ກຳນົດວ່າ ໂດຍສືບທອດຈາກໜັງສືພິມແສງສະ ຫວ່າງໃນເມື່ອກ່ອນ, ວາລະສານ “ອະລຸນໃໝ່” ເຮັດພາລະບົດບາດເປັນອົງການທິດສະດີ ແລະ ການເມືອງຂອງພັກ, ມີໜ້າທີ່ຕົ້ນຕໍ ຄື: ໂຄສະນາເຜີຍແຜ່ ແລະ ສຶກສາອົບຮົມລັດທິມາກ-ເລນິນ, ສຶກສາອົບຮົມບັນດາທັດສະນະ, ແນວທາງນະໂຍບາຍ ແລະ ແຜນນະໂຍບາຍຂອງພັກໃຫ້ແກ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນເຜົ່າຕ່າງໆ, ຕໍ່ສູ້ປົກປັກຮັກສາຄວາມຜ່ອງໃສຂອງລັດທິມາກ-ເລນິນ, ປົກປັກຮັກສາທັດສະນະ, ແນວທາງ, ນະໂຍບາຍຂອງພັກ; ປະ ກອບສ່ວນເພີ່ມທະວີຄວາມສາມັກຄີເປັນເອກະພາບຢູ່ພາຍໃນພັກ ແລະ ສາມັກຄີສາກົນ. ວາລະສານ “ອະ ລຸນໃໝ່” ຍັງມີໜ້າທີ່ປະກອບສ່ວນເຂົ້າໃນການສະຫຼຸບສັງລວມ, ຖອດຖອນບົດຮຽນການນຳພາຂອງພັກໃນທຸກຂົງເຂດວຽກງານປະຕິວັດໃນແຕ່ລະໄລຍະ.
ເວົ້າເຖິງ 2 ລັກສະນະທິດສະດີ ແລະ ການເມືອງຂອງວາລະສານ ນັ້ນຄື:
1). ລັກສະນະທິດສະດີຂອງວາລະສານ:
– ເວລາໃດວາລະສານ ກໍຕ້ອງນຳໃຊ້ທິດສະດີມາກ-ເລນິນ ເພື່ອຈຳແນກ, ພິສູດ, ຢັ້ງຢືນແນວທາງ ແລະ ໜ້າທີ່ການເມືອງຂອງພັກ, ສະຫຼຸບບົດຮຽນຈາກພຶດຕິກຳ, ຕໍ່ສູ້ຕ້ານກັບກະແສແນວຄິດ, ທິດສະດີສວຍໂອກາດ, ລັດທິແກ້ ແລະ ບັນດາທ່າອ່ຽງທີ່ບໍ່ຖືກຕ້ອງອື່ນໆ, ປົກປັກຮັກສາຄວາມຜ່ອງໃສຂອງລັດທິມາກ-ເລນິນ, ປົກປັກຮັກສາແນວທາງ ແລະ ທັດສະນະອັນຖືກຕ້ອງຂອງພັກ.
– ລັກສະນະທິດສະດີແມ່ນຈຸດທີ່ແຕກຕ່າງອັນຕົ້ນຕໍ ລະຫວ່າງວາລະສານ “ອະລຸນໃໝ່” ກັບບັນດາໜັງສືພິມ ແລະ ວາລະສານອື່ນໆ ແລະ ກໍແມ່ນມາດຖານ ເພື່ອຕັດສິນຄຸນນະພາບຂອງບົດທີ່ຂຽນລົງໃນວາລະສານ. ທິດສະດີບໍ່ໄດ້ໝາຍຄວາມວ່ານຳເອົາບົດນິພົນ ຫຼື ທິດສະດີພື້ນຖານມາກ່າວອ້າງຢ່າງຍືດຍາວ, ບໍ່ແມ່ນເຂົ້າເລິກຄົ້ນຄວ້າຢ່າງເປັນລະບົບຄົບຊຸດ-ຮອບດ້ານ ຄືກັບໂຮງຮຽນທິດສະດີຂອງພັກ ແລະ ກໍບໍ່
ແມ່ນເຂົ້າເລິກໃນການຊອກຮູ້ ຫຼື ພິສູດບັນດາບັນຫາໃຫຍ່ຄືກັບບັນດາສະຖາບັນຄົ້ນຄວ້າ ແຕ່ຫາກແມ່ນທິດສະດີທີ່ເຊື່ອມຕໍ່ກັບພຶດຕິກຳ. ໝາຍຄວາມວ່ານຳໃຊ້ທິດສະດີເຂົ້າໃນການຈຳແນກ ແລະ ອະທິບາຍ ເພື່ອເຮັດໃຫ້ແນວທາງ, ນະໂຍບາຍ ແລະ ທັດສະນະຂອງພັກໄດ້ຮັບການຢັ້ງຢືນ ແລະ ຈາກນັ້ນ ກໍສະຫຼຸບຖອດຖອນບົດຮຽນຈາກພຶດຕິກຳອອກມາເປັນທິດສະດີ. ດັ່ງນັ້ນ ທິດສະດີຢູ່ໃນບົດທີ່ພິມລົງໃນວາລະ
ສານມັນຈຶ່ງມີຊີວິດຊີວາ ປະກອບສ່ວນເຂົ້າໃນຄັງສາງຂອງທິດສະດີມາກ-ເລນິນ.
2). ລັກສະນະການເມືອງຂອງວາລະສານ:
ເວລາໃດວາລະສານ ກໍຖືເອົາການໂຄສະນາສຶກສາອົບຮົມ ແລະ ປຸກລະດົມ ເພື່ອຮັບໃຊ້ໜ້າທີ່ການເມືອງຂອງພັກ ທັງໃນສະເພາະໜ້າ ແລະ ຍາວນານ ເປັນຈຸດປະສົງ ແລະ ໜ້າທີ່ໃຈກາງຂອງຕົນ ຄື: ໂຄ ສະນາອະທິບາຍ ແລະ ແນະນຳ ເພື່ອເຮັດໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ-ມະຫາຊົນເຂົ້າໃຈເຊື່ອມຊຶມ ແລະ ກ້າວໄປເຖິງບ່ອນຈັດຕັ້ງປະຕິບັດແນວທາງ, ນະໂຍບາຍ ແລະ ທັດສະນະອັນຖືກຕ້ອງ
ຂອງພັກ ດ້ວຍຄວາມຕື່ນຕົວສູງ ແລະ ມີປະສິດທິຜົນສູງໃນວຽກງານຕົວຈິງ, ຊອກຮູ້ ເພື່ອເສີມຂະຫຍາຍບັນດາບົດຮຽນອັນດີ ແລະ ຕຳນິວິຈານບັນດາປະກົດການທີ່ຫຍໍ້ທໍ້ໃຫ້ທັນເວລາ, ຕອບແກ້ບັນດາບັນຫາ ແລະ ນຳພາແນວຄິດການເມືອງໄປຕາມທິດ “ກໍ່ສ້າງຄົນໃໝ່ສັງຄົມນິຍົມຂອງພັກ”.
ລັກສະນະທິດສະດີ ແລະ ລັກສະນະການເມືອງຂອງວາລະສານ “ອະລຸນໃໝ່” ແມ່ນ 2 ດ້ານຕົ້ນຕໍທີ່ເຊື່ອມສະໜິດຕິດພັນແບບກາຍອິນຊີດຽວ ເຊິ່ງທິດສະດີແມ່ນພື້ນຖານຂອງການເມືອງ ແລະ ການເມືອງແມ່ນວິນຍານຂອງທິດສະດີ. ຖ້າວ່າໜຶ່ງໃນສອງດ້ານຫາກປະຕິບັດບົດບາດໄດ້ດີ ຫຼື ບໍ່ດີພຽງໃດ ມັນກໍຈະກະທົບ ແລະ ດັດສະເລ່ຍຜົນໄດ້, ຜົນເສຍໄປມາເຊິ່ງກັນແລະກັນ ແຍກຫ່າງອອກບໍ່ໄດ້. ດັ່ງນັ້ນ ບັນດາບົດທີ່ຂຽນລົງໃນວາລະສານ ອາດຈະເລີ່ມຈາກມູນຫຼັກທິດສະດີ ເພື່ອອະທິບາຍໂດຍຊີ້ໃຫ້ເຫັນພື້ນຖານບ່ອນອີງທາງດ້ານທິດສະດີ, ລັກສະນະທິດສະດີ, ລັກສະນະປະຕິວັດ ແລະ ລັກສະນະວິທະຍາສາດຂອງແນວທາງ, ນະໂຍບາຍກ່ຽວກັບບັນຫານັ້ນໆ ຫຼື ອາດເລີ່ມຈາກເຫດການ ແລະ ສະພາບການໃນການປະຕິບັດຕົວຈິງ ຢູ່ໃນຂະບວນການວຽກງານໃດໜຶ່ງ ເພື່ອພິສູດ-ຢັ້ງຢືນຄືນເຖິງຄວາມຖືກຕ້ອງທາງດ້ານທິດສະດີທີ່ບົ່ງໄວ້ຢູ່ໃນແນວທາງ, ນະໂຍບາຍ ແລະ ທັດສະນະຂອງພັກກ່ຽວກັບບັນຫານັ້ນໆ ກໍລ້ວນແຕ່ໄດ້ທັງນັ້ນ. ດັ່ງນັ້ນ, ມັນຈຶ່ງເປັນອັນຈະແຈ້ງວ່າສອງລັກສະນະຕົ້ນຕໍຂອງວາລະສານ “ອະລຸນໃໝ່” ມັນທັງແມ່ນສອງດ້ານ ແລະ ກໍແມ່ນສອງທິດທາງເນື້ອໃນທີ່ສະແດງອອກຢູ່ໃນບົດຂຽນໜຶ່ງໆ ໂດຍຜ່ານວິທີການຈັດສັນ
ອັນສະຫຼາດຄ່ອງແຄ້ວ ເຊິ່ງມັນຮຽກຮ້ອງໃຫ້ພະນັກງານບັນນາທິການ (ບ.ກ) ຕ້ອງກຳແໜ້ນຢູ່ສະເໝີ. ບົດ ຮຽນຕົວຈິງທີ່ຜ່ານມາ ໄດ້ຊີ້ໃຫ້ເຫັນວ່າ: ບັນດາບົດທີ່ມີຄຸນນະພາບຍັງຕໍ່ານັ້ນ ອັນພື້ນຖານສຳຄັນກວ່າເພິ່ນກໍຄົງແມ່ນ ທິດສະດີດ້ານດຽວ-ກົນຈັກ, ນາມມະທຳ ແລະ ທິດສະດີລ້ວນໆ ທີ່ບໍ່ຮັບໃຊ້ໃຫ້ແກ່ວຽກງານຕົວຈິງ ຫຼື ວ່າຕົວຈິງທີ່ປາສະຈາກມູນຫຼັກທິດສະດີນັ້ນເອງ.
ເນື່ອງຈາກວາລະສານ “ອະລຸນໃໝ່” ແມ່ນອົງການທິດສະດີ ແລະ ການເມືອງຂອງສູນກາງພັກ ເຊິ່ງອາດເວົ້າໄດ້ວ່າ ເປັນກະບອກສຽງອັນສຳຄັນ ແລະ ເປັນຄັນທຸງນຳໜ້າຂອງຂະບວນການໃນສະໜາມຮົບທິດສະດີການເມືອງ ແລະ ແນວຄິດຂອງພັກ ຫຼື ປຽບສະເໝືອນປືນກົນໜັກທີ່ຍິງໄດ້ໄກ ແນໃສ່ເປົ້າໝາຍຍຸດທະສາດທີ່ສຳຄັນໃນແຕ່ລະໄລຍະ. ຍ້ອນແນວນັ້ນ ພະນັກງານ, ສະມາຊິກພັກ, ປະຊາຊົນ-ມະຫາຊົນ, ບັນດາພັກອ້າຍນ້ອງ ແລະ ຈົນຮອດຝ່າຍກົງກັນຂ້າມທັງຢູ່ພາຍໃນ ແລະ ຕ່າງປະເທດ ກໍລ້ວນແຕ່ເອົາໃຈໃສ່ຕິດຕາມດ້ວຍຈຸດປະສົງທີ່ແຕກຕ່າງກັນ.
ບັນຫາທີສອງ, ທີ່ວ່າຫຼັງຈາກວາລະສານ “ອະລຸນໃໝ່” ໄດ້ຮັບການສ້າງຕັ້ງຂຶ້ນແລ້ວໄດ້ເຕີບໃຫຍ່ຂະ ຫຍາຍຕົວແນວໃດ, ໄດ້ປະຕິບັດບົດບາດ, ໜ້າທີ່ໃນໄລຍະ 40 ປີ ຜ່ານມາ ດີ, ອ່ອນ ແນວໃດ, ສ້າງບົດ ຮຽນຫຍັງແດ່ ແລະ ຍັງມີບັນຫາໃດທີ່ຕ້ອງໄດ້ແກ້ໄຂ?… ຕໍ່ບັນຫາດັ່ງກ່າວນີ້ ກ່ອນອື່ນຜູ້ຂຽນຂໍຍົກເອົາບັນດາຄຳເຫັນ ແລະ ບົດຂຽນຕ່າງໆກ່ຽວກັບວາລະສານ “ອະລຸນໃໝ່” ໃນໄລຍະ 40 ປີ ຜ່ານມາໄດ້ປະຕິບັດບົດບາດ, ໜ້າທີ່ຂອງຕົນແນວໃດ?
ຕາມຄວາມເປັນຈິງແລ້ວ ນັບແຕ່ມື້ໄດ້ກຳເນີດເກີດຂຶ້ນມາ ກໍໄດ້ມີຫຼາຍຄົນມີຄຳເຫັນ ແລະ ບົດຂຽນກ່ຽວກັບວາລະສານ “ອະລຸນໃໝ່” ເຊິ່ງເລີ່ມຕົ້ນທຳອິດ ກໍແມ່ນບົດຄຳເຫັນຂອງສະຫາຍເລຂາທິການໃຫຍ່ ໄກສອນ ພົມວິຫານ ຕໍ່ການສ້າງຕັ້ງ ແລະ ພິມຈຳໜ່າຍວາລະສານ “ອະລຸນໃໝ່” ລົງວັນທີ 21/3/1985. ໃນຄຳເຫັນນັ້ນ. ກ່ອນອື່ນໝົດ ເພິ່ນໄດ້ສະແດງຄວາມປິຕິຊື່ນຊົມເປັນຢ່າງຍິ່ງທີ່ວາລະສານ “ອະລຸນໃໝ່” ຂອງພັກໄດ້ຮັບການສ້າງຕັ້ງຂຶ້ນ ແລະ ໄດ້ພິມຈຳໜ່າຍສະບັບທຳອິດໃນໂອກາດລະນຶກວັນສ້າງຕັ້ງພັກ ຄົບຮອບ 30 ປີ, ອັນນີ້ ເປັນບາດກ້າວຂະຫຍາຍຕົວໃໝ່ໃນວຽກງານໜັງສືພິມ, ວາລະສານຂອງພວກເຮົາ.
ເລຂາທິການໃຫຍ່ ໄກສອນ ພົມວິຫານ ເວົ້າວ່າ: ວາລະສານ “ອະລຸໃໝ່” ແມ່ນອົງການທິດສະດີ ແລະ ການເມືອງຂອງສູນກາງພັກ ເຊິ່ງມີໜ້າທີ່ສຳຄັນໃນການເຜີຍແຜ່, ສຶກສາອົບຮົມທິດສະດີມາກ-ເລນິນ, ທັດສະນະ, ແນວທາງນະໂຍບາຍຂອງພັກໃຫ້ແກ່ພະນັກງານ, ສະມາຊິກພັກ ແລະ ປະຊາຊົນເຜົ່າຕ່າງໆ, ມີໜ້າທີ່ຕໍ່ສູ້ປົກປັກຮັກສາຄວາມຜ່ອງໃສຂອງລັດທິມາກ-ເລນິນ, ປົກປັກຮັກສາທັດສະນະ, ແນວທາງນະໂຍບາຍຂອງພັກ, ປະກອບສ່ວນເພີ່ມທະວີຄວາມສາມັກຄີເປັນເອກະພາບຢູ່ພາຍໃນພັກ, ຄວາມສາມັກຄີສາ ກົນ. ວາລະສານ “ອະລຸນໃໝ່” ຍັງມີໜ້າທີ່ປະກອບສ່ວນເຂົ້າໃນການສະຫຼຸບສັງລວມ, ຖອດຖອນບົດຮຽນກ່ຽວກັບການນຳພາຂອງພັກໃນທຸກຂົງເຂດວຽກງານປະຕິວັດໃນແຕ່ລະໄລຍະ.
ເພິ່ນຍັງເວົ້າອີກວ່າ ເພື່ອເຮັດໃຫ້ວາລະສານ “ອະລຸນໃໝ່” ຂອງພັກເຮັດລ້ອນພາລະບົດບາດ ແລະ ໜ້າທີ່ຂອງຕົນ ຄະນະບັນນາທິການຕ້ອງເສີມຂະຫຍາຍນໍ້າໃຈຮັບຜິດຊອບ, ຍົກລະດັບຄວາມຮູ້ທາງດ້ານທິດສະດີການເມືອງ, ວິຊາການໃຫ້ສູງຂຶ້ນເລື້ອຍໆ, ຮ່ວມມືກັບວາລະສານຂອງບັນດາພັກອ້າຍນ້ອງຢ່າງ ແໜ້ນແຟ້ນ ແລະ ຫວັງວ່າບັນດາອົງການນຳພາຂອງພັກ, ລັດ ແລະ ພະນັກງານ, ສະມາຊິກພັກທຸກຄົນຈະປະກອບຄວາມຄິດຄວາມເຫັນຂອງຕົນໃຫ້ແກ່ຄະນະບັນນາທິການ ແລະ ສົ່ງບົດຂຽນໄປໃຫ້ວາລະສານ “ອະລຸນໃໝ່” ຂອງພັກ, ເຮັດໃຫ້ວາລະສານມີຄຸນນະພາບສູງຂຶ້ນຢ່າງບໍ່ຢຸດຢັ້ງ.
ໃນຕົ້ນປີ 1988 ກໍມີບົດຂຽນຂອງ ສະຫາຍວຽງສະຫວັນ ດວງສະຫວັນ, ນັກຄົ້ນຄວ້າທີ່ ສ.ສ.
ສ.ຊ ໃນບົດເລື່ອງ “ວາລະສານ ອະລຸນໃໝ່ ໃນຄວາມຮູ້ສຶກຂອງຜູ້ຂຽນ”, ສະຫາຍໄດ້ສະແດງຄວາມຊົມເຊີຍ ແລະ ເຊື່ອໝັ້ນວ່າວາລະສານ “ອະລຸນໃໝ່” ຈະເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ສົມກັບພາລະບົດບາດຂອງຕົນ ແລະ ສະຫາຍ ກໍໄດ້ຄິດວ່າໃນຂັ້ນຕໍ່ໆໄປຈະໄດ້ຮັບການຕຳນິຕິຊົມ ແລະ ໄດ້ຮັບການອູ້ມຊູຊ່ວຍເຫຼືອຈາກອົງການຈັດຕັ້ງຂອງພັກ, ລັດທຸກຂັ້ນ ກໍຄືພະນັກງານ, ສະມາຊິກພັກ ແລະ ເພື່ອນຮ່ວມງານເປັນຢ່າງດີ…
ໃນໂອກາດລະນຶກວາລະສານ “ອະລຸນໃໝ່” ຄົບຮອບ 5 ປີ (22/3/1990), ຄະນະບັນນາທິການໄດ້ຂຽນບົດໜຶ່ງທີ່ໃສ່ຫົວຂໍ້ “ວາລະສານ ອະລຸນໃໝ່ ໃນຂະບວນການປ່ຽນແປງໃໝ່” ໂດຍໄດ້ເວົ້າຄືນການປະ ຕິບັດບົດບາດ ແລະ ໜ້າທີ່ຂອງຕົນໃນ 5 ປີ ຜ່ານມາ ແລະ ທິດທາງໃນການບຸກບືນໃນຊຸມປີຕໍ່ໜ້າ ໂດຍສະເພາະແມ່ນການຮັບໃຊ້ແນວທາງປ່ຽນແປງໃໝ່ ທີ່ມະຕິກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກ ປີ 1986 ວາງອອກ ແລະ ກະກຽມໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ V ຂອງພັກ. ພ້ອມກັນນັ້ນ ກໍໄດ້ສ້າງປຶ້ມນ້ອຍຫົວໜຶ່ງໂດຍໃສ່ຊື່ວ່າ: “ເພື່ອກາຍເປັນ ບ.ກ ທີ່ດີຂອງວາລະສານ” ເຊິ່ງມີບັນດາບົດທີ່ມີເນື້ອໃນສຳຄັນ ຄື: 1. ບາງບັນຫາກ່ຽວກັບຄວາມເປັນມາຂອງໜັງສືພິມປະຕິວັດ; 2. ບາງບັນຫາກ່ຽວກັບບົດບາດ, ໜ້າທີ່ວຽກງານພະນັກງານ ແລະ ການຈັດຕັ້ງຂອງວາລະສານ “ອະລຸນໃໝ່”; 3. ເພື່ອກາຍເປັນພະນັກງານ ບ.ກ ທີ່ດີຂອງວາລະສານ. ນອກນັ້ນ ກໍມີບັນດາບົດຂຽນກ່ຽວກັບບົດຮຽນໃນການຂຽນບົດຕ່າງໆ ເຊັ່ນ: ບົດນຳ, ບົດຄວາມ, ບົດວິຈານ, ບົດຄົ້ນຄວ້າ ເພື່ອຮັບໃຊ້ວຽກບັນນາທິການ, ພະນັກງານ ກັບເອກະສານ, ບົດເຄື່ອນໄຫວແນວຄິດ…
ນັ້ນໄດ້ສະແດງໃຫ້ເຫັນວ່າ ເຖິງພຽງແຕ່ 5 ປີ ວາລະສານ ກໍເລີ່ມມີຜົນງານ, ພະນັກງານບັນນາທິ ການໄດ້ກຳແໜ້ນບົດບາດ, ໜ້າທີ່ຂອງຕົນເປັນຢ່າງດີ, ເລີ່ມສ້າງປະສົບການໃນການບໍລິຫານວຽກງານ, ບົດ ຮຽນໃນການຂຽນ ແລະ ບັນນາທິການບົດປະເພດຕ່າງໆ ແລະ ສໍ່ສະແດງໃຫ້ເຫັນເຖິງວາລະສານ “ອະລຸນໃໝ່” ຈະສາມາດເຕີບໃຫຍ່ຂະຫຍາຍຕົວກ້າວຂຶ້ນໄດ້ໃນອະນາຄົດ…
ໃນປີ 1995 ວາລະສານ “ອະລຸນໃໝ່” ມີອາຍຸຄົບຮອບ 10 ປີ ກໍໄດ້ມີການຈັດຕັ້ງສະເຫຼີມສະຫຼອງຢ່າງຄຶກຄື້ນພໍສົມຄວນ, ສະຫາຍ ວຽງໄຊ ສໍວະລິດ ບັນນາທິການໃຫຍ່ ກໍໄດ້ມີບົດລາຍງານການເຄື່ອນໄຫວຮອບດ້ານຂອງວາລະສານ “ອະລຸນໃໝ່” ໃນໄລຍະ 10 ປີ ຜ່ານມາ ແລະ ທິດທາງໃນຊຸມປີຕໍ່ໜ້າ. ຫຼັງຈາກນັ້ນ ສະຫາຍ ໂອສະກັນ ທຳມະເທວາ ກໍາມະການສູນກາງພັກ, ຜູ້ວ່າການຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ທີ່ໃຫ້ກຽດເຂົ້າຮ່ວມ ກໍໄດ້ໂອ້ລົມ ເຊິ່ງກ່ອນອື່ນທ່ານໄດ້ສະແດງຄວາມພາກພູມໃຈ ທີ່ໄດ້ເຂົ້າຮ່ວມງານສະຫຼອງວັນສ້າງຕັ້ງວາລະສານ “ອະລຸນໃໝ່” ຄົບຮອບ 10 ປີ.
ສະຫາຍ ໂອສະກັນ ທຳມະເທວາ ເວົ້າວ່າ: ພາຍຫຼັງທີ່ໄດ້ຟັງການລາຍງານໂດຍຫຍໍ້ຂອງສະຫາຍບັນນາທິການໃຫຍ່ກ່ຽວກັບການເຄື່ອນໄຫວທຸກດ້ານຂອງວາລະສານ “ອະລຸນໃໝ່”, ຂ້າພະເຈົ້າເຫັນວ່າ ຕະ ຫຼອດໄລຍະ 10 ປີ ຜ່ານມາ ເຖິງວ່າຈະມີຄວາມຫຍຸ້ງຍາກສັບສົນຫຼາຍຢ່າງ ອັນເນື່ອງມາຈາກສະພາບພາຍໃນ ແລະ ສາກົນ ມີການປ່ຽນແປງກໍຕາມ ແຕ່ວາລະສານ “ອະລຸນໃໝ່” ກໍໄດ້ມີຄວາມພະຍາຍາມສູງ,
ສູ້ຊົນຜ່ານຜ່າອຸປະສັກນານາປະການ, ອອກແຮງຄົ້ນຄວ້າ ແລະ ເຜີຍແຜ່ທິດສະດີ, ແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ, ປະກອບສ່ວນອັນສຳຄັນເຂົ້າໃນການຍົກສູງລະດັບທາງດ້ານທິດສະດີການເມືອງໃຫ້ແກ່ສະມາຊິກພັກ, ພະນັກງານ; ຕໍ່ສູ້ຕ້ານກັບແນວຄິດທີ່ຜິດພາດ, ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນພັກຢ່າງບໍ່ຢຸດຢັ້ງ ເປັນຕົ້ນແມ່ນແຕ່ກອງປະຊຸມໃຫຍ່ ຄັ້ງທີ IV ເປັນຕົ້ນມາ, ວາລະສານ “ອະລຸນໃໝ່” ໄດ້ມີຫຼາຍບົດທີ່ມີເນື້ອໃນຮັບໃຊ້ໃຫ້ແກ່ພາລະກິດປ່ຽນແປງໃໝ່ຂອງພັກ, ໃນນັ້ນ ກໍມີທັງບົດກ່ຽວກັບບັນຫາທິດສະດີລວມ, ກ່ຽວກັບບັນຫາການເມືອງ, ເສດຖະກິດ, ການປ້ອງກັນຄວາມສະຫງົບ, ວັດທະນະທຳ-ສັງຄົມ, ການກໍ່ສ້າງພັກ-ພະນັກງານ. ນອກນັ້ນ ວາລະສານ “ອະລຸນໃໝ່”
ຍັງໄດ້ພິມເຜີຍແຜ່ບັນດາເອກະສານສຳຄັນຕ່າງໆຂອງພັກ ແລະ ລັດ, ເຮັດໃຫ້ວາລະສານ “ອະລຸນໃໝ່” ກາຍເປັນປຶ້ມຄູ່ມືທີ່ສຳຄັນຂອງພະນັກງານ, ສະມາຊິກພັກແຕ່ລະຄົນ.
ໃນໂອກາດນີ້, ຕາງໜ້າໃຫ້ສູນກາງພັກ ແລະ ຄະນະໂຄສະນາອົບຮົມສູນກາງພັກ ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍຊົມເຊີຍຜົນສຳເລັດດັ່ງກ່າວຢ່າງສຸດໃຈ!
ສະຫາຍ ໂອສະກັນ ທຳມະເທວາ ຍັງໄດ້ຍົກໃຫ້ເຫັນຄວາມຮຽກຮ້ອງຕ້ອງການໃໝ່ ເປັນຕົ້ນແມ່ນດ້ານການເມືອງ-ແນວຄິດ ແລະ ທິດສະດີ… ຮຽກຮ້ອງວາລະສານ “ອະລຸນໃໝ່” ຕ້ອງບຸກຂຶ້ນຕື່ມໃນທຸກດ້ານ, ຂ້າພະເຈົ້າເຊື່ອໝັ້ນວ່າ ວາລະສານ “ອະລຸນໃໝ່” ຈະໃຊ້ທຸກຄວາມພະຍາຍາມຜ່ານຜ່າຄວາມຫຍຸ້ງ ຍາກຕ່າງໆ, ເຮັດສຳເລັດໜ້າທີ່ ທີ່ພັກມອບໝາຍໃຫ້ຢ່າງຈົບງາມ, ສົມກັບວ່າເປັນອົງການທິດສະດີ ແລະ ພຶດຕິກຳຂອງພັກ.
ໃນປີ 2005 ວາລະສານ “ອະລຸນໃໝ່” ຄົບຮອບ 20 ປີ ກໍໄດ້ມີການຈັດຕັ້ງພິທີສະເຫຼີມສະ
ຫຼອງລະນຶກຢ່າງຄຶກຄື້ນ, ສະຫາຍ ສີສຸກ ພິລາວົງ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ບ.ກ ໃຫຍ່ວາລະສານ “ອະລຸນໃໝ່” ໄດ້ຂຽນບົດ “ການກຳເນີດເຕີບໃຫຍ່ຂະຫຍາຍຕົວຂອງວາລະສານອະລຸນ ໃໝ່” ແລະ ມີການຈັດຕັ້ງກອງປະຊຸມສໍາມະນາວິທະຍາສາດໃນຫົວເລື່ອງ: “ໝູນໃຊ້ລັດທີມາກ-ເລນິນ ເຂົ້າໃສ່ສະພາບຕົວຈິງຂອງລາວຢ່າງປະດິດສ້າງ” ໃນພິທີສະເຫຼີມສະຫຼອງມີ ສະຫາຍ ຈູມມະລີ ໄຊຍະສອນ ຜູ້ປະຈຳການກົມການເມືອງສູນກາງພັກ, ຮອງປະທານປະເທດເຂົ້າຮ່ວມ ແລະ ມີຄຳເຫັນໂອ້ລົມ ເຊິ່ງທັງມີການຍ້ອງຍໍຊົມເຊີຍຜົນງານວາລະສານ “ອະລຸນໃໝ່” ສ້າງມາໄດ້ໃນໄລຍະ 20 ປີ, ທັງຕຳນິ ແລະ ຊີ້ທິດເຍືອງທາງໃຫ້ແກ່ວາລະສານໃນຊຸມປີຕໍ່ໜ້າ. ໃນໂອກາດດັ່ງກ່າວນີ້, ວາລະສານ “ອະລຸນໃໝ່” ໄດ້ມີກຽດຮັບຫຼຽນໄຊແຮງງານ ຊັ້ນ II ແລະ ຕໍ່ມາໃນປີ 2017 ກໍໄດ້ຮັບຫຼຽນໄຊແຮງງານ ຊັ້ນ I ຕື່ມອີກ.
ໃນໂອກາດສະເຫຼີມສະຫຼອງວາລະສານ “ອະລຸນໃໝ່” ຄົບຮອບ 30 ປີ (22/3/1985-22/3/2015),
ສະຫາຍ ປອ. ບົວຈັນ ເພັງສະຫວັດ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ບ.ກ ໃຫຍ່ວາລະ ສານ “ອະລຸນໃໝ່” ໄດ້ຂຽນບົດທີ່ໃສ່ຫົວເລື່ອງວ່າ: “ວາລະສານອະລຸນໃໝ່ປະກອບສ່ວນໂຄສະນາ, ເຜີຍແຜ່ແນວທາງ, ນະໂຍບາຍຂອງພັກ ຢ່າງສະເໝີຕົ້ນສະເໝີປາຍ”, ພ້ອມທັງຈັດຕັ້ງກອງປະຊຸມສໍາມະນາວິ
ທະຍາສາດໃນຫົວເລື່ອງ: “ພັດທະນາວາລະສານ ອະລຸນໃໝ່ ໃຫ້ມີຄຸນນະພາບ, ສືບຕໍ່ເປັນອົງການທິດສະດີ ແລະ ພຶດຕິກຳຂອງພັກ” ເຊິ່ງມີຫຼາຍຄົນເຂົ້າຮ່ວມ ແລະ ມີຄຳເຫັນ, ມີທັງວົງການສື່ມວນຊົນລາວ, ຕົວແທນສື່ມວນຊົນຕ່າງປະເທດ (ຫວຽດນາມ ແລະ ສປ ຈີນ), ໃນໂອກາດນີ້ ຂ້າພະເຈົ້າ (ໝູນແກ້ວ ອໍລະບູນ) ກໍໄດ້ຂຽນບົດໜຶ່ງທີ່ໃສ່ຫົວຂໍ້ວ່າ: “ພັດທະນາວາລະສານອະລຸນໃໝ່ຂອງພັກ ໃຫ້ມີຄຸນນະພາບ ແລະ ທັນສະໄໝ”. ກອງປະຊຸມສຳມະນາວິທະຍາສາດຄັ້ງນີ້ ມີ ສະຫາຍ ສຈ.ດຣ ກິແກ້ວ ໄຂຄຳພິທູນ, ກໍາມະການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ໃຫ້ກຽດເຂົ້າຮ່ວມ ແລະ ໂອ້ລົມຕໍ່ກອງປະຊຸມ ເຊິ່ງທ່ານກໍໄດ້ຊົມເຊີຍຍ້ອງຍໍຜົນງານທີ່ວາລະສານ “ອະລຸນໃໝ່” ຍາດມາໄດ້ໃນໄລຍະ 30 ປີ, ທັງມີການຕຳນິ, ຊີ້ໃຫ້ເຫັນຈຸດອ່ອນ ແລະ ທັງແນະນຳບາງບັນຫາສຳຄັນທີ່ວາລະສານຕ້ອງເອົາໃຈໃສ່ແກ້ໄຂ ແລະ ປັບປຸງໃນຊຸມປີຕໍ່ໆໄປ.
ໃນໂອກາດວາລະສານ “ອະລຸນໃໝ່” ຄົບຮອບ 35 ປີ (2020) ຂ້າພະເຈົ້າໄດ້ຂຽນ 5 ບົດຮຽນ
ທີ່ສຳຄັນຂອງວາລະສານ “ອະລຸນໃໝ່” ຄື: 1. ວາລະສານ “ອະລຸນໃໝ່” ເວລາໃດກໍຕ້ອງຕິດພັນສະໜິດ ແໜ້ນກັບແນວທາງ, ທັດສະນະຂອງພັກ; 2. ເວລາໃດ ກໍຕ້ອງເຊື່ອມຊຶມກຳແໜ້ນບົດບາດທິດສະດີ ແລະ ການເມືອງຂອງຕົນ; 3. ຕ້ອງເອົາໃຈໃສ່ກໍ່ສ້າງຖັນແຖວພະນັກງານບັນນາທິການໃຫ້ດີ; 4. ກໍ່ສ້າງ ແລະ ຂະຫຍາຍເພື່ອນຮ່ວມງານ; 5. ຕ້ອງເຮັດວຽກເພື່ອນຜູ້ອ່ານໃຫ້ດີ ແລະ ຮູ້ໂຄສະນາໃຫ້ແກ່ຕົນເອງ.
ພິເສດໃນງານພົບປະສ້າງສັນ ເພື່ອລະນຶກວາລະສານ “ອະລຸນໃໝ່” ຄົບຮອບ 39 ປີ, ກຽມໃຫ້ແກ່ວັນຄົບຮອບ 40 ປີ ໃນປີ 2025 ທີ່ຈັດຂຶ້ນໃນວັນທີ 26/3/2024 ທີ່ສຳນັກງານວາລະສານ “ອະລຸນໃໝ່” (ໜອງບອນ) ໄດ້ພ້ອມກັນຫວນຄືນເຖິງຄວາມເປັນມາ, ທີ່ຕັ້ງບົດບາດ, ໜ້າທີ່ສຳຄັນ ແລະ ກວດກາຄືນການປະຕິບັດບົດບາດໜ້າທີ່ຂອງວາລະສານ “ອະລຸນໃໝ່” ໃນ 39 ປີ ຜ່ານມາ ແລະ ກຽມເຂົ້າປີທີ 40.
ມີອັນດີ, ອັນອ່ອນແນວໃດ, ພ້ອມກັນສົນທະນາລົງເລິກວ່າ ຕໍ່ໄປຈະສືບຕໍ່ພັດທະນາວາລະສານ “ອະລຸນ ໃໝ່” ແນວໃດ ເພື່ອໃຫ້ສົມກັບເປັນອົງການທິດສະດີ ແລະ ການເມືອງຂອງສູນກາງພັກ ແລະ ເປັນປືນກົນໜັກທີ່ຍິງໄດ້ໄກໃສ່ຈຸດໝາຍຍຸດທະສາດແຕ່ລະໄລຍະຕາມທີ່ ປະທານໄກສອນ ພົມວິຫານ ໄດ້ໃຫ້ການຊີ້ນຳໄວ້.
ເວົ້າລວມແລ້ວ ນັບແຕ່ມື້ທີ່ວາລະສານ “ອະລຸນໃໝ່” ໄດ້ຮັບການສ້າງຕັ້ງຂຶ້ນມາ ກໍໄດ້ມີຜູ້ນຳທີ່ສຳຄັນຂອງພັກ, ຂອງລັດ ທັງພາຍໃນ ແລະ ຕ່າງປະເທດຫຼາຍຄົນ ນັບທັງຜູ້ນຳສູງສຸດຂອງພັກ ແລະ ລັດເຮົາ ກໍໄດ້ມີຄຳເຫັນ ແລະ ຂຽນບົດກ່ຽວກັບວາລະສານ “ອະລຸນໃໝ່”. ນັ້ນສະແດງເຖິງວ່າ ການນຳຂອງພັກ ແລະ ລັດເຮົາ ເວລາໃດ ກໍໄດ້ເອົາໃຈໃສ່ອົງການທີ່ເປັນເຄື່ອງມືຂອງຕົນເປັນຢ່າງດີ. ນອກນັ້ນ ກໍມີນັກວິຊາ
ການ, ນັກຄົ້ນຄວ້າ ນັບທັງເພື່ອນຮ່ວມງານຫຼາຍຄົນຍັງໄດ້ມີຄຳເຫັນ ແລະ ຂຽນບົດສຳຄັນມາພິມລົງໃນວາລະສານ “ອະລຸນໃໝ່” ນັ້ນສະແດງໃຫ້ເຫັນເຖິງຄວາມເຂົ້າໃຈເຖິງທີ່ຕັ້ງບົດບາດສຳຄັນຂອງວາລະສານ “ອະລຸນໃໝ່” ອົງການທິດສະດີ ແລະ ການເມືອງຂອງສູນກາງພັກ.
ຜ່ານຄຳຄິດຄຳເຫັນ, ບັນດາບົດຂຽນກ່ຽວກັບວາລະສານ “ອະລຸນໃໝ່” ແຕ່ລະໄລຍະທີ່ໄດ້ເວົ້າມາເທິງນັ້ນ ໄດ້ສ່ອງແສງເຖິງຄວາມເຕີບໃຫຍ່ຂະຫຍາຍຕົວຂອງວາລະສານ “ອະລຸນໃໝ່” ມີຄວາມສາມາດປະຕິບັດບົດບາດ, ໜ້າທີ່ຂອງຕົນເປັນຢ່າງດີ, ປະກອບສ່ວນເຂົ້າໃນພາລະກິດປ່ຽນແປງໃໝ່, ສືບຕໍ່ສ້າງ ແລະ ຂະຫຍາຍລະບອບປະຊາທິປະໄຕກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ ເປັນຕົ້ນແມ່ນປະກອບສ່ວນໃນສະໜາມຮົບການເມືອງ ແນວຄິດ ທິດສະດີ ແລະ ວັດທະນະທຳຂອງພັກ ຢ່າງສົມກຽດ.
ເວົ້າເຖິງການເຕີບໃຫຍ່ຂະຫຍາຍຕົວຂອງວາລະສານ “ອະລຸນໃໝ່” ໂດຍພື້ນຖານແມ່ນເຫັນດີນຳບົດຂຽນຂອງ ສະຫາຍ ປອ. ບົວຈັນ ເພັງສະຫວັດ ທີ່ຂຽນໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງວາລະສານ ຄົບຮອບ 30 ປີ ໃນປີ 2015 ໃນຫົວເລື່ອງວ່າ: “30 ປີ ການເຕີບໃຫຍ່ ແລະ ຂະຫຍາຍຕົວຂອງວາລະ ສານ “ອະລຸນໃໝ່” ເຊິ່ງໄດ້ຢັ້ງຢືນວ່າ: ວາລະສານ ໄດ້ເຕີບໃຫຍ່ຂະຫຍາຍຕົວຜ່ານ 3 ໄລຍະ, ມາປັດ
ຈຸບັນເປັນ 4 ໄລຍະ ຄື:
ໄລຍະທີ 1 ແຕ່ປີ 1985 – 1990;
ໄລຍະທີ 2 ແຕ່ປີ 1991 – 2000;
ໄລຍະທີ 3 ແຕ່ປີ 2001 – 2015;
ໄລຍະທີ 4 ແຕ່ປີ 2016 – ປັດຈຸບັນ.
ແຕ່ລະໄລຍະຂະຫຍາຍຕົວໄດ້ຈຳແນກເຖິງການຈັດຕັ້ງ, ພະນັກງານ, ຮູບການ, ເນື້ອໃນ, ສິລະປະໃນການຈັດພິມຈຳໜ່າຍ, ເງື່ອນໄຂຄວາມສະດວກ-ຫຍຸ້ງຍາກ ແລະ ພາຫະນະເຄື່ອງມື…
- ໃນໄລຍະຕົ້ນ ມີພະນັກງານບັນນາທິການ 3 ຄົນ ແລະ ພະນັກງານອີກໜຶ່ງຄົນ ເປັນ
4 ຄົນ, ຮອດປີ 1988 ຈຶ່ງໄດ້ຮັບການປັບປຸງ, ເພີ່ມຈຳນວນພະນັກງານເປັນ 20 ຄົນ (ຕາມການກຳນົດແມ່ນ 25 ຄົນ), ການພິມຈຳໜ່າຍເປັນລາຍໄຕມາດ (3 ເດືອນ), ຈຳນວນພິມກໍພຽງແຕ່ 1.000 ຫົວ, ເຄື່ອງມືພິມແມ່ນໃຊ້ພິມດີດ, ເນື້ອໃນຈຸດໜັກແມ່ນຮັບໃຊ້ພາລະກິດປ່ຽນແປງໃໝ່ ເຊິ່ງກວມເອົາກອງປະຊຸມໃຫຍ່ ຄັ້ງທີ IV ຂອງພັກ 1986 ແລະ ກຽມໃຫ້ແກ່ກອງປະຊຸມໃຫຍ່ຂອງພັກ ຄັ້ງທີ V ທີ່ຈະເປີດຂຶ້ນໃນຕົ້ນປີ 1991… - ໃນໄລຍະສອງ ແມ່ນແຕ່ປີ 1991 – 2000 ກວມເອົາກອງປະຊຸມໃຫຍ່ ຄັ້ງທີ V, VI ແລະ ກຽມໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ VII ທີ່ເປີດຂຶ້ນຕົ້ນປີ 2001. ການພິມຈຳໜ່າຍປ່ຽນຈາກ 3 ເດືອນເປັນລາຍ 2 ເດືອນ (6 ສະບັບ/ຕໍ່ປີ), ຈຳນວນພິມ ກໍເພີ່ມຂຶ້ນເປັນ 2.000 ຫົວ, ການຈໍາໜ່າຍກໍກວ້າງຂວາງກວ່າເກົ່າ…
- ໄລຍະທີສາມ ເປັນໄລຍະຍາວແຕ່ປີ 2001 – 2015 ກວມເອົາກອງປະຊຸມໃຫຍ່ຂອງພັກ ຄັ້ງທີ VII, VIII ແລະ IX. ເປັນໄລຍະທີ່ມີເງື່ອນໄຂຄວາມສະດວກຫຼາຍດ້ານໂດຍສະເພາະແມ່ນພື້ນຖານວັດຖຸເຕັກນິກ ແລະ ເງື່ອນໄຂເຮັດວຽກຂອງພະນັກງານ, ວາລະສານໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າ, ການພິມຈຳໜ່າຍກໍເພີ່ມຂຶ້ນເປັນ 8 ສະບັບຕໍ່ປີ, ເນື້ອໃນ, ຮູບແບບ, ສີສັນ ກໍໄດ້ຮັບການປັບປຸງຈາກແຕ່ການ
ພິມຂາວດຳ ໄດ້ພິມສອດສີ, ປະກອບຮູບພາບ, ມີຄວາມສວຍງາມ, ດຶງດູດຜູ້ອ່ານດີຂຶ້ນ, ນຳໃຊ້ເຄື່ອງມືທັນສະໄໝ, ວຽກມີຄວາມວ່ອງໄວ ແລະ ທັນການກວ່າເກົ່າ, ເປົ້າໝາຍຈຳໜ່າຍ ກໍກວ້າງຂວາງກວ່າເກົ່າຫຼາຍ, ວາລະສານໄດ້ນຳເຂົ້າຜ່ານເວັບໄຊ ຂອງຄະນະໂຄສະນາອົບຮົມສູນກາງ, ສ່ວນເນື້ອໃນ ກໍໄດ້ຮັບການປັບປຸງໃຫ້ມີຄຸນນະພາບ, ເພີ່ມລັກສະນະຕໍ່ສູ້, ລັກສະນະຕຳນິວິຈານ, ເພີ່ມປະເພດບົດຂຽນ, ມີຄໍລຳຫຼາກ
ຫຼາຍຂຶ້ນຕື່ມ… - ໄລຍະທີສີ່ ແມ່ນແຕ່ປີ 2016 ກວມເອົາກອງປະຊຸມໃຫຍ່ ຄັ້ງທີ X ແລະ ຄັ້ງທີ XI ເປັນ
ຕົ້ນມາ ແລະ ກໍເປັນໄລຍະໜຶ່ງ ທີ່ສືບຕໍ່ປັບປຸງໃນຮອບດ້ານ ທັງການຈັດຕັ້ງ, ພະນັກງານ, ຄະນະບັນນາທິການໜຸ່ມມີລະດັບຄວາມຮູ້ສູງ, ການພິມຈໍາໜ່າຍ ກໍເປັນລາຍເດືອນ ແລະ ມີວາລະສານເອເລັກໂຕຼນິກ (ເວບໄຊ໌) ເປັນຂອງຕົນເອງ.
ສິ່ງທີ່ຢັ້ງຢືນວ່າວາລະສານ “ອະລຸນໃໝ່” ໄດ້ມີການເຕີບໃຫຍ່ຂະຫຍາຍຕົວ, ປະຕິບັດບົດບາດ, ໜ້າທີ່ຂອງຕົນເປັນຢ່າງດີນັ້ນ ກ່ອນອື່ນໝົດ ແມ່ນບັນດາເນື້ອໃນບົດທີ່ວາລະສານໄດ້ຄົ້ນຄວ້າ ແລະ ພິມລົງວາລະສານ “ອະລຸນໃໝ່” ແຕ່ລະໄລຍະ ເຊິ່ງໃນນີ້ ຂໍຍົກບາງບົດ ຄື: ບົດກ່ຽວກັບການປ່ຽນແປງໃໝ່ຈິນ ຕະນາການແມ່ນຄວາມຈຳເປັນພາວະວິໄສ, ບົດຄວາມໝາຍສຳຄັນປະຫວັດສາດຂອງການປະຕິວັດເດືອນສິງຫາ, ບົດກ່ຽວກັບການຮັບຮູ້ສັງຄົມນິຍົມຄືນໃໝ່, ບົດກ່ຽວກັບກ້າວຂຶ້ນສັງຄົມນິຍົມ ຈາກລະບອບປະຊາທິປະໄຕ, ລັດທິມາກ-ເລນິນ ເປັນພື້ນຖານແນວຄິດ ແລະ ເປັນເຂັມທິດຊີ້ນຳການກະທຳຕ່າງໆຂອງພັກເຮົາ, ບັນຫາພັກກຳອຳນາດ, ຈາກລະບອບປະຊາທິປະໄຕປະຊາຊົນກ້າວຂຶ້ນສັງຄົມນິຍົມ ໂດຍບໍ່ຜ່ານລະບອບທຶນນິຍົມຢູ່ລາວ, ປະຊາທິປະໄຕ ແລະ ບັນຫາຫຼາຍເຄົ້າ ຫຼາຍພັກ, ສືບຕໍ່-ຕໍ່ຕ້ານຍຸດທະສາດຫັນປ່ຽນໂດຍສັນຕິ, ບົດຮຽນຂອງຍຸກສະໄໝ, ເດັດດ່ຽວຕ້ານໄພອັນຕະລາຍຂອງພັກກອມມູນິດກຳອຳນາດ… ເວົ້າລວມບັນດາບົດທີ່ຄົ້ນຄວ້າ ແລະ ພິມລົງວາລະສານ “ອະລຸນໃໝ່” ຜ່ານມາແມ່ນລ້ວນແຕ່ເປັນພື້ນຖານຮັບໃຊ້ແກ່ການກຳນົດແນວທາງນະໂຍບາຍຂອງພັກ, ມີເນື້ອໃນເຜີຍແຜ່ສຶກສາອົບຮົມພະນັກງານ, ສະມາຊິກພັກ ແລະ ປະຊາຊົນແຕ່ລະໄລຍະຢ່າງຖືກຕ້ອງ, ທັນການ… ເຊິ່ງໄດ້ຮັບການຊົມເຊີຍຍ້ອງຍໍຈາກພະນັກງານການນຳຂັ້ນສູງຂອງພັກ ແລະ ລັດ ດັ່ງທີ່ໄດ້ເວົ້າມາ, ພ້ອມກັນນັ້ນກໍໄດ້ຮັບຫຼຽນໄຊແຮງງານ ຊັ້ນ II, ຊັ້ນ I ທີ່ເປັນສິ່ງຢັ້ງຢືນຕື່ມອີກ.
ສຳລັບຂ້າພະເຈົ້າແລ້ວ ໃນຖານະເປັນພະນັກງານຜູ້ໜຶ່ງ (ອາດວ່າເປັນຜູ້ທຳອິດກໍໄດ້) ທີ່ພັກໄດ້ມອບໝາຍໃຫ້ຄົ້ນຄິດສ້າງຕັ້ງວາລະສານທິດສະດີ ແລະ ການເມືອງຂອງພັກ ທີ່ໃສ່ຊື່ວ່າ: “ອະລຸນໃໝ່” ມາແຕ່ປີ 1983, ມາຮອດປີ 1985 ວາລະສານໄດ້ຮັບການສ້າງຕັ້ງ ໂດຍແມ່ນມື້ສ້າງ ສະຫາຍ ຄຳມາ ພົມກອງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ເປັນບັນນາທິການໃຫຍ່ ແລະ ຕົນເອງກໍໄດ້ຮັບການ
ແຕ່ງຕັ້ງເປັນຮອງ, ສະຫາຍ ຄໍາໄພ ສຸພາວົງໄຕ ໄດ້ເປັນຄະນະ ແລະ ຕໍ່ມາປີ 1988 ຂ້າພະເຈົ້າຈຶ່ງ
ໄດ້ຮັບແຕ່ງຕັ້ງເປັນ ບ.ກ ໃຫຍ່ ຈົນຮອດປີ 1991, ຈາກນັ້ນ ກໍແມ່ນໄດ້ເຮັດວຽກໃນຂົງເຂດການເມືອງ-ແນວຄິດ, ທິດສະດີ ແລະ ວັດທະນະທຳ ເປັນເວລາຫຼາຍປີ ຈົນຮອດປີ 2011 ຈຶ່ງໄດ້ພັກຜ່ອນຮັບບຳນານ (ແຕ່ປີ 1983 – 2011) ເກືອບ 30 ປີ. ຂໍຢັ້ງຢືນວ່າ: ວາລະສານ “ອະລຸນໃໝ່” ໄດ້ຮັບການສ້າງຕັ້ງຂຶ້ນແລ້ວ ກໍໄດ້ຜ່ານຜ່າຄວາມຫຍຸ້ງຍາກ, ບຸກບືນກ້າວຂຶ້ນ ແລະ ປະຕິບັດບົດບາດ, ໜ້າທີ່ ແລະ ທັດສະນະສຳຄັນຂອງຕົນເປັນຢ່າງດີ, ປະກອບສ່ວນເຂົ້າໃນສະໜາມຮົບການເມືອງ-ແນວຄິດ, ທິດສະດີ ແລະ ວັດ ທະນະທຳຂອງພັກເປັນຢ່າງດີ ແລະ ສົມກຽດຂອງຕົນ.
ແຕ່ແນວໃດກໍດີ ຕົນເອງໃຫ້ຂໍ້ສັງເກດ ແລະ ປະເມີນການປະຕິບັດບົດບາດ, ໜ້າທີ່ຂອງວາລະສານ “ອະລຸນໃໝ່” ໃນໄລຍະຜ່ານມານັ້ນພຽງແຕ່ໃນລະດັບດີ ຫາກບໍ່ທັນດີເດັ່ນແທ້ເທື່ອ, ພ້ອມກັນນັ້ນ ກໍຍັງມີຈຸດອ່ອນ ແລະ ຂາດຕົກບົກຜ່ອງຫຼາຍຢ່າງ ນັບທັງດ້ານເນື້ອໃນ, ຮູບການ, ການປັບປຸງການຈັດຕັ້ງ, ພະນັກ
ງານທີ່ບໍ່ທັນສອດຄ່ອງ ແລະ ໄປບໍ່ທັນກັບຄວາມຮຽກຮ້ອງຕ້ອງການ…
ບັນຫາທີ່ສາມ, ໂດຍອີງໃສ່ຈຸດດີ, ຈຸດອ່ອນ-ຄົງຄ້າງຂອງວາລະສານ “ອະລຸນໃໝ່” ໃນໄລຍະຫຼາຍສິບປີຜ່ານມາ ແລະ ສະພາບຄວາມຮຽກຮ້ອງຕ້ອງການໃນໄລຍະໃໝ່ ເປັນຕົ້ນແມ່ນຄວາມຮຽກຮ້ອງຕ້ອງ ການທາງດ້ານການເມືອງ-ແນວຄິດ, ທິດສະດີ ແລະ ວັດທະນະທຳ ຈຶ່ງເຫັນຈຳເປັນຕ້ອງໄດ້ສືບຕໍ່ພັດທະ ນາວາລະສານ “ອະລຸນໃໝ່” ໃຫ້ມີຄຸນນະພາບ ແລະ ທັນສະໄໝ ເພື່ອສືບຕໍ່ເປັນອົງການທິດສະດີ ແລະ ພຶດຕິກຳຂອງພັກ ເຊິ່ງກ່ອນອື່ນໝົດແມ່ນຕ້ອງໄດ້ປັບປຸງການຈັດຕັ້ງ-ພະນັກງານ ບຸກຄະລາກອນ ແລະ ຍົກລະດັບເນື້ອໃນຂອງວາລະສານຂຶ້ນຕື່ມອີກ.
ກ່ຽວກັບພະນັກງານ-ບຸກຄະລາກອນນັ້ນ ຕ້ອງແມ່ນຜູ້ທີ່ມີທາດແທ້ການເມືອງໜັກແໜ້ນ, ມີຄວາມເຫັນດີເປັນເອກະພາບກັບທັດສະນະແນວທາງນະໂຍບາຍຂອງພັກ, ມີລະດັບຄວາມຮູ້ຈົບມະຫາວິທະຍາໄລຂຶ້ນເມືອ, ມີລະດັບທິດສະດີມາກ-ເລນິນ ແຕ່ຂັ້ນສູງຂຶ້ນເມືອ ຕ້ອງໄດ້ຜ່ານປະສົບການ, ມີລະດັບຄວາມສາ
ມາດໃນການຄົ້ນຄວ້າ, ຂຽນ ແລະ ຮູ້ຮຽບຮຽງບັນນາທິການ, ມີເງື່ອນໄຂ ແລະ ໂອກາດໄດ້ເຂົ້າຮ່ວມກອງປະຊຸມທີ່ສຳຄັນ, ປຶກສາຫາລື, ພິຈາລະນາບັນຫາທີ່ສຳຄັນຂອງສູນກາງພັກ ແລະ ລັດຖະບານ. ດ້ານຈຳນວນ ກໍໃຫ້ພຽງພໍກັບໂຄງປະກອບການຈັດຕັ້ງ ອາດແມ່ນ 25 ຄົນຂຶ້ນໄປ, ພ້ອມທັງປະກອບວັດຖຸເຕັກນິກທັນສະໄໝ.
ດ້ານເນື້ອໃນຂອງວາລະສານ ກໍຕ້ອງໄດ້ຍົກລະດັບຂຶ້ນຕື່ມ ເປັນຕົ້ນແມ່ນການສອດແຊກທາງດ້ານທິດສະດີ ແລະ ພຶດຕິກຳ, ເພີ່ມບົດຕຳນິວິຈານ…
ບັນຫາສຳຄັນທີ່ຕ້ອງແກ້ໄຂແມ່ນທັດສະນະ ແລະ ຄວາມເຂົ້າໃຈຕໍ່ກ່ຽວກັບທີ່ຕັ້ງບົດບາດ, ໜ້າທີ່, ການຈັດຕັ້ງ ແລະ ບຸກຄະລາກອນຂອງວາລະສານ “ອະລຸນໃໝ່”. ໃນດ້ານບົດບາດການຈັດຕັ້ງນັ້ນ ຢ່າງໜ້ອຍກໍຄວນຮັກສາຄືກັບເວລາທີ່ສ້າງຕັ້ງຂຶ້ນທຳອິດ ຄື: ເປັນອົງການທິດສະດີ ແລະ ການເມືອງຂອງສູນກາງພັກ, ມີຄະນະບັນນາທິການ ເຊິ່ງຜູ້ເປັນຫົວໜ້າມີຖານະເທົ່າກັບຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫຼື ຖ້າເປັນໄປໄດ້ ກໍອາດແມ່ນກຳມະການສູນກາງພັກຍິ່ງເປັນການດີ, ປະກອບພະນັກງານທີ່ມີຄວາມຮູ້ສູງ ແລະ ມີຄວາມສາມາດ, ຕອບສະໜອງງົບປະມານການເງິນ, ພາຫະນະ, ເຄື່ອງມື, ອຸປະກອນ, ສະພາບແວດລ້ອມການເຮັດວຽກ ແລະ ມີນະໂຍບາຍ ກົນໄກອັນເໝາະສົມ./.
ຂຽນໂດຍ: ກ. ອໍລະບູນ
(ວາລະສານອະລຸນໃໝ່ ສະບັບປະຈຳເດືອນມີນາ ປີ 2025)