
ຮຽນ: – ສະຫາຍ ບຸນຍັງ ວໍລະຈິດ, ອະດີດເລຂາທິການໃຫຍ່, ປະທານປະເທດ ທີ່ນັບຖື !
– ບັນດາສະຫາຍ ກໍາມະການກົມການເມືອງສູນກາງພັກ, ບັນດາສະຫາຍອະດີດການນໍາ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາພະນັກງານການທູດອາວຸໂສ ບໍານານ, ພະນັກງານຂະ ແໜງການຕ່າງປະເທດ ກໍຄືບັນດາສະຫາຍນັກການທູດທີ່ກໍາລັງປະຕິບັດໜ້າທີ່ຢູ່ພາຍໃນ ແລະ ຢູ່ຕ່າງປະເທດ ທີ່ຮັກແພງ!
– ທ່ານຍິງ ແລະ ທ່ານຊາຍ ທີ່ຮັກແພງ!
ມື້ນີ້, ຂ້າພະເຈົ້າ ມີຄວາມຮູ້ສຶກປິຕິຍິນດີ ແລະ ພາກພູມໃຈເປັນພິເສດ ທີ່ໄດ້ມີໂອກາດເຂົ້າຮ່ວມງານໂຮມຊຸມນຸມທີ່ຈັດຂຶ້ນ ເພື່ອສະເຫຼີມສະຫຼອງວັນສໍາຄັນຂອງຊາດ ກໍຄືວັນປະກາດເອກະລາດ, ພ້ອມໆກັບວັນກໍາເນີດຂອງການທູດລາວ ທີ່ບັນຈົບຄົບຮອບ 80 ປີ (12 ຕຸລາ 1945-12 ຕຸລາ 2025)
ບັນດາທ່ານ, ບັນດາສະຫາຍ ທີ່ຮັກແພງທັງຫຼາຍ !
ວັນທີ 12 ຕຸລາ 1945 ບໍ່ສະເພາະແຕ່ເປັນວັນການທູດລາວເທົ່ານັ້ນ, ແຕ່ຍັງມີຄວາມໝາຍອັນໃຫຍ່ຫຼວງສໍາລັບຊາດລາວເຮົາ ນັ້ນຄືເປັນວັນປະກາດເອກະລາດຂອງລາວເປັນຄັ້ງທໍາອິດໃນປະຫວັດສາດຂອງຊາດລາວ ເຊິ່ງກ່ອນໜ້ານັ້ນ ປະເທດລາວໄດ້ເປັນຊາດທີ່ສູນເສຍຄວາມເປັນເອກະລາດ ແລະ ບໍ່ໄດ້ມີອໍານາດອະທິປະໄຕ ດ້ວຍການທີ່ຊາດລາວເຄີຍເປັນແຕ່ເມືອງຂຶ້ນ, ເມືອງສ່ວຍຂອງຊາດອື່ນມາເປັນເວລາຫຼາຍຮ້ອຍຫຼາຍພັນປີ. ແຕ່ເຖິງຢ່າງນັ້ນກໍຕາມ ຄົນລາວບໍ່ເຄີຍລົດລະໃນການຕໍ່ສູ້ຕ້ານກັບຕ່າງຊາດ, ທີ່ເຂົ້າມາຮຸກຮານກືນກິນປະເທດຕົນ, ກົດຂີ່ໜີບເຕັງປະຊາຊົນລາວມາຢ່າງເປັນໄລຍະຕໍ່ເນື່ອງ ເຖິງວ່າການລຸກຂຶ້ນຕໍ່ສູ້ຂອງບັນພະບູລຸດ ແລະ ກຸ່ມຄົນຕ່າງໆທີ່ສະແດງເຖິງນໍ້າໃຈຮັກຊາດ, ຮັກແຜ່ນດິນຂອງຕົນມາແຕ່ລະຍຸກສະໄໝນັ້ນ ຈະບໍ່ສາມາດຍາດໄດ້ໄຊຊະນະທີ່ເຕັມເມັດເຕັມໜ່ວຍກໍຕາມ, ແຕ່ມັນກໍສະແດງເຖິງນໍ້າໃຈຮັກຊາດ, ຫວງແຫນປິຕຸພູມຂອງຕົນ, ສະແດງເຖິງຄວາມພິລະອາດຫານ, ບໍ່ກົ້ມຫົວຍອມຈໍານົນເປັນຂ້ອຍຂ້າໃຫ້ແກ່ຊາດອື່ນຂອງບັນພະບູລຸດລາວທີ່ເປັນມູນເຊື້ອຕະຫຼອດມາ, ດັ່ງທີ່ໄດ້ຈາລຶກໄວ້ໃນໜ້າປະຫວັດສາດທີ່ຂຽນເຖິງຄວາມເປັນມາຂອງປະເທດລາວ ແລະ ພົງສາວະດານເຫຼັ້ມຕ່າງໆທີ່ໄດ້ບັນທຶກໄວ້ມາໃຫ້ພວກເຮົາເຫັນຢູ່
ທຸກວັນນີ້.
ມາເຖິງວັນທີ 12 ຕຸລາ 1945 ເຫດການປະຫວັດສາດຂອງຊາດ ກໍໄດ້ເກີດຂຶ້ນ ຄື: ລັດຖະບານ
ລາວອິດສະຫຼະ ໄດ້ປະກາດອອກສູ່ໂລກຢ່າງສະຫງ່າຜ່າເຜີຍວ່າ: ນັບແຕ່ວັນທີ 12 ຕຸລາ 1945 ຕໍ່ໄປນີ້, ປະເທດລາວ ໄດ້ຮັບຄວາມເປັນເອກະລາດຈາກຈັກກະພັດລ່າເມືອງຂຶ້ນຝຣັ່ງ ແລະ ປະເທດລາວ ຈະບໍ່ຢູ່ໃຕ້ການເປັນເມືອງຂຶ້ນຂອງຊາດໃດໆອີກຕໍ່ໄປ, ເຫດການປະຫວັດສາດນີ້ໄດ້ເກີດຂຶ້ນພາຍຫຼັງຂະບວນການຕໍ່ສູ້ຕ້ານຜູ້ຮຸກຮານໄດ້ຮັບໄຊຊະນະເປັນກ້າວໆມາ ແລະ ໂອກາດທີ່ສົງຄາມໂລກຄັ້ງທີ II ກຳລັງສິ້ນສຸດລົງ, ການປະກາດເອກະລາດຂອງຊາດ ໄດ້ພ້ອມກັບການປະກາດນະໂຍບາຍ 12 ຂໍ້ ຂອງລັດຖະບານລາວອິດສະຫຼະອອກສູ່ໂລກຢ່າງເປັນທາງການ. ນະໂຍບາຍດັ່ງກ່າວ ນອກຈາກເປັນນະໂຍບາຍແຫ່ງການສ້າງປະເທດລາວໃຫ້ເປັນປະເທດເອກະລາດ, ອິດສະຫຼະພາບ, ປະຊາທິປະໄຕ, ເອກະພາບ ແລະ ຄວາມກ້າວໜ້າທາງສັງຄົມແລ້ວ, ຍັງໄດ້ປະກາດນະໂຍບາຍການຕ່າງປະເທດຂອງລັດຖະບານລາວອິດສະຫຼະ ເຊິ່ງໄດ້ບັນຍັດໄວ້ວ່າ: ປະເທດລາວຈະສ້າງຄວາມເປັນມິດໄມຕີກັບທຸກປະເທດໃນໂລກ, ຈະເຂົ້າຮ່ວມກັບວົງຄະນາຍາດສາກົນທີ່ຕໍ່ສູ້ເພື່ອສັນຕິພາບ, ເອກະລາດແຫ່ງຊາດ ແລະ ຄວາມກ້າວໜ້າທາງສັງຄົມ.
ເຫດການປະຫວັດສາດອັນຍິ່ງໃຫຍ່ທີ່ເກີດຂຶ້ນ ແລະ ຖືກຈາລຶກໄວ້ໃນໜ້າປະຫວັດສາດຂອງຊາດລາວເຮົາຄັ້ງນັ້ນ, ເນື້ອແທ້ແມ່ນໄດ້ມາຈາກການຕໍ່ສູ້ຂອງຂະບວນຮັກຊາດໃນປະເທດເຮົາທີ່ໄດ້ມີການຈັດຕັ້ງການເມືອງເປັນຫຼັກແຫຼ່ງ ຄື: ພາຍໃຕ້ການຊີ້ນຳ-ນຳພາຂອງຄະນະພັກແຄວ້ນລາວ, ຂອງພັກກອມມູນິດອິນດູຈີນ ໂດຍແມ່ນຂະບວນການແນວລາວອິດສະຫຼະເປັນໃຈກາງອອກໜ້ານຳພາໂດຍກົງ ແລະ ດຳເນີນແນວທາງຕໍ່ສູ້ຢ່າງພິລະອາດຫານ ແລະ ຍາດໄດ້ໄຊຊະນະເປັນກ້າວໆມາ… ດັ່ງນັ້ນ ຈຶ່ງສາມາດເວົ້າໄດ້ວ່າ ວັນທີ 12 ຕຸລາ 1945 ຖືກຮັບຮອງເອົາເປັນວັນການທູດລາວອີກວັນໜຶ່ງ ຕາມການຕົກລົງຂອງກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ, ໄດ້ມີແຈ້ງການຂອງຫ້ອງວ່າການສູນກາງພັກ ສະບັບເລກທີ 230/ຫສພ, ລົງວັນທີ 19 ມິຖຸນາ 2013 ເປັນຕົ້ນມາ, ພ້ອມທັງໄດ້ກຳນົດໄວ້ໃນມາດຕາ 51 ຂອງກົດໝາຍວ່າດ້ວຍຊັ້ນນັກການທູດ ສະບັບເລກທີ 85/ສພຊ, ລົງວັນທີ 9 ພະຈິກ 2020.
ຄືດັ່ງພວກເຮົາຊາບນຳກັນແລ້ວວ່າ ເອກະລາດແຫ່ງຊາດຂອງລາວທີ່ໄດ້ປະກາດອອກຄັ້ງນັ້ນ ໄດ້ມາເປັນເວລາບໍ່ພໍເທົ່າໃດ ກໍຖືກຈັກກະພັດຝຣັ່ງກະໂດດເຂົ້າມາອີກຄັ້ງໃໝ່ ແນໃສ່ຢຽບຢ້ຳທຳລາຍຄວາມເປັນເອກະລາດແຫ່ງຊາດ, ເຮັດໃຫ້ປະເທດລາວຕົກເຂົ້າໃນເງື່ອມມືຂອງຜູ້ຮຸກຮານຕື່ມອີກຄັ້ງໜຶ່ງ, ເອກະລາດແຫ່ງຊາດຂອງພວກເຮົາຍິ່ງຖືກທຳລາຍຢ່າງໜັກໜ່ວງ, ປະຊາຊົນລາວຖືກກົດຂີ່ໜີບເຕັງ, ຂະບວນການຕໍ່ສູ້ຖືກປາບປາມນາບຂູ່ແສນສາຫັດ, ລັດຖະບານລາວຖືກມ້າງເພລົງຢ່າງສິ້ນເຊີງ, ເຫດການດັ່ງກ່າວໄດ້ສ້າງຄວາມຄຽດແຄ້ນຂຶ້ນຕື່ມໃຫ້ແກ່ປະຊາຊົນເຮົາ, ແຕ່ດ້ວຍນໍ້າໃຈວັນທີ 12 ຕຸລາ ທີ່ມີພະລັງຝັງໄວ້ໃນອຸດົມຄະຕິຂອງຄົນລາວທີ່ຮັກຊາດ, ຮັກຄວາມເປັນເອກະລາດແຫ່ງຊາດນັ້ນ, ພັກເຮົາໄດ້ສືບຕໍ່ນຳພາຂະບວນການຕໍ່ສູ້ພາຍໃຕ້ຄັນທຸງຂອງແນວລາວອິດສະຫຼະ ໄດ້ສືບຕໍ່ນຳພາປຸກລະດົມປະຊາຊົນລຸກຂຶ້ນຕໍ່ສູ້ຢ່າງພິລະອາດຫານ, ບໍ່ຍອມຈຳນົນ ແລະ ການຕໍ່ສູ້ໄດ້ເກີດເປັນຂະບວນກວ້າງຂວາງອອກໃນທົ່ວປະເທດ, ປະເທດເຮົາ ກໍຕົກເຂົ້າໃນສະພາວະສົງຄາມກາງເມືອງໄປໃນຕົວ ແລະ ການສູ້ຮົບທີ່ດຸເດືອດ, ບັ້ນຮົບນີ້ໄດ້ແກ່ຍາວເປັນເວລາ 9 ປີ ຈົນມາເຖິງວັນທີ 20 ກໍລະກົດ 1954, ຝຣັ່ງຈຶ່ງຍອມລົງນາມໃນສັນຍາເຊີແນວຮັບຮູ້ເອກະລາດ ແລະ ອະທິປະໄຕ ໃຫ້ 3 ປະເທດອິນດູຈີນ, ໃນນັ້ນ ໄດ້ຮັບຮູ້ຄວາມເປັນເອກະລາດຂອງລາວພ້ອມໆກັນ. 9 ປີ ແຫ່ງການຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານແບບເກົ່າ, ເປັນ 9 ປີ ແຫ່ງຄວາມພິລະອາດຫານຂອງປວງຊົນລາວທັງຊາດພາຍໃຕ້ການນຳພາຂອງພັກ, ເປັນ 9 ປີ ແຫ່ງການຮ່ວມສຳພັນສູ້ຮົບທີ່ແໜ້ນແຟ້ນຂອງສາມຊາດອິນດູຈີນ, ເປັນ 9 ປີ ແຫ່ງການປະສົມປະສານການຕໍ່ສູ້ທາງດ້ານອາວຸດ, ດ້ານການເມືອງ, ດ້ານກົດໝາຍ ແລະ ດ້ານການທູດຢ່າງກົມກຽວສະໜິດແໜ້ນ ເຊິ່ງໄດ້ເປັນໄລຍະທີ່ໄດ້ບັນທຶກໄວ້ໃນໜ້າປະຫວັດສາດຂອງຊາດເຮົາຢ່າງສົມກຽດ. ແຕ່ສິ່ງທີ່ເປັນຄວາມສະເທືອນໃຈຂອງປະຊາຊົນລາວທັງຊາດອີກເທື່ອໃໝ່ນັ້ນ ແມ່ນການທີ່ຈັກກະພັດລ່າເມືອງຂຶ້ນແບບໃໝ່ກະໂດດເຂົ້າມາທຳລາຍມ້າງສັນຍາເຊີແນວ ປີ 1954 ກ່ຽວກັບຄວາມເປັນເອກະລາດຂອງລາວ ແລະ ປະເທດຊາດໄດ້ລຸກເປັນໄຟອີກຄັ້ງໃໝ່. ສົງຄາມອັນດຸເດືອດຂ້ຽວຂາດຄັ້ງນີ້ໄດ້ແກ່ຍາວເປັນເວລາ 20 ປີ, ແຕ່ຍ້ອນການຕໍ່ສູ້ບໍ່ຍອມຈຳນົນຂອງປະ ຊາຊົນລາວພາຍໃຕ້ການນຳພາຂອງພັກ, ກອງທັບ ແລະ ປະຊາຊົນເຮົາສາມາດຕີເອົາຊະນະສັດຕູຜູ້ຮຸກຮານ ແລະ ລູກແຫຼ້ງຕີນມືຂອງພວກເຂົາ ແລະ ກ້າວເຖິງການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ.
ບັນດາທ່ານ, ບັນດາສະຫາຍ !
ການຊຸມນຸມໃຫຍ່ທີ່ຈັດຂຶ້ນໃນມື້ນີ້ ແມ່ນແນໃສ່ສະເຫຼີມສະຫຼອງວັນກຳເນີດຂອງການທູດລາວ, ດັ່ງນັ້ນຕໍ່ໄປນີ້ ຂ້າພະເຈົ້າ ຂໍເນັ້ນໃສ່ສະເພາະການດຳເນີນນະໂຍບາຍການທູດ ແລະ ການເຄື່ອນໄຫວຕ່າງປະເທດຂອງລາວໃນແຕ່ລະຍຸກຂອງການປະຕິວັດໂດຍສັງເຂບ ດັ່ງນີ້:
ໄລຍະທີ 1: 9 ປີ ແຫ່ງການຕໍ່ສູ້ກອບກູ້ເອກະລາດຈາກຝຣັ່ງ: ແນວລາວອິດສະຫຼະໄດ້ປະສົມປະ ສານວຽກງານການທູດກັບການຕໍ່ສູ້ດ້ວຍກຳລັງອາວຸດ ເຊິ່ງເນື້ອແທ້ແມ່ນແນໃສ່ການໂຄສະນາ, ປະຊາສຳ ພັນ ເພື່ອຂົນຂວາຍສຽງສະໜັບສະໜູນຈາກຊາວໂລກໃຫ້ຮັບຮູ້ການຕໍ່ສູ້ອັນເປັນທຳຂອງຄົນລາວ, ເຜີຍແຜ່ກົນອຸບາຍຮຸກຮານຂອງຕ່າງຊາດ, ຕໍ່ສູ້ດ້ວຍກຳລັງອາວຸດໄປພ້ອມໆກັບການຕໍ່ສູ້ທາງກົດໝາຍ, ທາງການທູດຢ່າງກົມກຽວນັ້ນ ມັນກາຍເປັນກຳລັງແຮງອັນໃຫຍ່ຫຼວງ ເພື່ອສ້າງຄວາມຊອບທຳໃຫ້ຂະບວນການຕໍ່ສູ້ຂອງປະຊາຊົນລາວ ນຳໂດຍຝ່າຍແນວລາວອິດສະຫຼະໃນເວທີສາກົນ ເພື່ອສ້າງຄວາມຊອບທຳໃຫ້ແກ່ການຕໍ່ສູ້ດ້ວຍກຳລັງອາວຸດ. ນະໂຍບາຍຕ່າງປະເທດເວລານັ້ນ ແມ່ນສ້າງສຳພັນສູ້ຮົບຂອງ 3 ປະເທດອິນດູຈີນ ຢ່າງແໜ້ນແຟ້ນ ແລະ ກົມກຽວ, ຮັບເອົາການສະໜັບສະໜູນຊ່ວຍເຫຼືອຈາກສະຫະພາບໂຊວຽດ, ສປ ຈີນ, ບັນດາປະເທດຄ້າຍສັງຄົມນິຍົມ, ຍາດແຍ່ງເອົາສຽງສະໜັບສະໜູນຈາກບັນດາປະເທດທີ່ຕໍ່ສູ້ເພື່ອເອກະ ລາດແຫ່ງຊາດ, ຍາດແຍ່ງເອົາສຽງສະໜັບສະໜູນຈາກຂະບວນການສັນຕິພາບ ແລະ ຄວາມກ້າວໜ້າຈາກບັນດາປະເທດເປັນກາງ, ຈາກປະຊາຊົນ ຢູ່ກະໂຕຂອງບັນດາປະເທດທຶນນິຍົມ ແລະ ຈັກກະພັດລ່າເມືອງຂຶ້ນທີ່ກຳລັງຮຸກຮານຕໍ່ປະເທດເຮົາຢູ່ນັ້ນເອງ.
ການທີ່ການທູດພວກເຮົາ ດຳເນີນບົດບາດເອົາການຂົນຂວາຍຊາວໂລກຢ່າງກວ້າງຂວາງ, ເຮັດໃຫ້ໂລກຮັບຮູ້, ເຂົ້າໃຈ ແລະ ຫັນໜ້າມາສະໜັບສະໜູນການຕໍ່ສູ້ກູ້ເອກະລາດຂອງປະຊາຊົນລາວເຮົາຢ່າງເປັນຂະບວນຟົດຟື້ນກວ້າງຂວາງອອກຢ່າງບໍ່ຢຸດຢັ້ງນັ້ນ ມັນບໍ່ແມ່ນພາລະໜ້າທີ່ທຳມະດາ ເພື່ອໃຫ້ໂລກເຫັນໄດ້ສັດຈະທຳຂອງການຕໍ່ສູ້ປະຕິວັດຂອງຊາດເຮົາ, ມັນແມ່ນພາລະກິດອັນໃຫຍ່ຫຼວງ, ຕ້ອງມີຄວາມອົດທົນຢ່າງມີເປົ້າໝາຍ ແຕ່ແລ້ວໃນທີ່ສຸດຂະບວນການຕໍ່ສູ້ອັນເປັນທຳກໍໄດ້ຮັບໄຊຊະນະຈົນກ້າວໄປເຖິງການບັງຄັບໃຫ້ຝຣັ່ງຕ້ອງຍອມລົງນາມສັນຍາ ວ່າດ້ວຍຄວາມເປັນເອກະລາດຂອງ 3 ປະເທດອິນດູຈີນ ແລະ ຮັບຮູ້ຄວາມເປັນເອກະລາດ, ອຳນາດອະທິປະໄຕຂອງປະເທດລາວ ໃນປີ 1954.
ໄລຍະທີ 2: ແມ່ນໄລຍະແຫ່ງການຕໍ່ສູ້ຕ້ານການເຂົ້າມາຮຸກຮານຂອງຈັກກະພັດອາເມລິກາ ນັບແຕ່ປີ 1954 ເປັນຕົ້ນມາ: ປີ 1955 ພາຍຫຼັງພັກປະຊາຊົນລາວ (ພັກປະຊາຊົນປະຕິວັດລາວໃນປັດຈຸບັນ) ໄດ້ຮັບການສ້າງຕັ້ງຂຶ້ນ ເພື່ອຊີ້ນຳ-ນຳພາປະຊາຊົນລາວສືບຕໍ່ຕໍ່ສູ້ ໂດຍເອົາອົງການແນວລາວຮັກຊາດເປັນຕົວແທນ, ການຕໍ່ສູ້ເຕັມໄປດ້ວຍຄວາມດຸເດືອດຂ້ຽວຂາດເປັນພິເສດ ເພື່ອຕ້ານທານກັບສັດຕູທີ່ມີກຳລັງແຮງເໜືອກວ່າຫຼາຍເທົ່າ ເຊິ່ງຜູ້ຮຸກຮານ ແລະ ລູກແຫຼ້ງຕີນມືຂອງເຂົາໄດ້ສຸມໃສ່ໃຊ້ທຸກກຳລັງແຮງ, ລວມທັງກຳລັງທະຫານອາກາດຖະຫຼົ່ມຜືນແຜ່ນດິນລາວ ໂດຍສະເພາະເຂດປົດປ່ອຍຂອງແນວລາວຮັກຊາດ ດ້ວຍການໃຊ້ອາວຸດລ້າງຜານທຸກປະເພດທີ່ຫວັງດັບສູນກຳລັງປະຕິວັດຢ່າງໂຫດຮ້າຍປ່າເຖື່ອນທີ່ສຸດ, ແຕ່ການຕອບໂຕ້ຢ່າງເຂັ້ມແຂງຂອງກຳລັງປະຕິວັດທີ່ບໍ່ຍອມຈຳນົນຕໍ່ສັດຕູຢ່າງເດັດຂາດ ເຊິ່ງໄດ້ສະແດງອອກເຖິງການເອົາຊະນະໃນທຸກໆບັ້ນຮົບທີ່ເກີດຂຶ້ນໃນປະເທດ.
ໃນເວລາແຫ່ງການຕອບໂຕ້ສັດຕູດ້ວຍກຳລັງທະຫານນັ້ນ, ການເຄື່ອນໄຫວການທູດ ແລະ ການດຳເນີນແນວທາງການຕ່າງປະເທດຂອງພັກ ແລະ ຂອງແນວລາວຮັກຊາດໃນສະຖານະການແບບນັ້ນ ນອກ ຈາກສືບຕໍ່ນະໂຍບາຍການທູດທີ່ມີມູນເຊື້ອຂອງແນວລາວອິດສະຫຼະແລ້ວ, ນະໂຍບາຍການທູດ, ການຕ່າງປະເທດໃນໄລຍະໃໝ່ນີ້ ທີ່ຕ້ອງປັບໄປຕາມສະຖານະການຢ່າງຄ່ອງແຄ້ວ, ທັນການ ແລະ ພັກເຮົາໄດ້ມີໄຫວພິບຢ່າງແທດເໝາະກັບສະພາບການຜັນແປພາຍໃນປະເທດ ແລະ ທ່າອ່ຽງຂອງໂລກ, ສູນກາງແນວລາວຮັກຊາດ ຈຶ່ງວາງຄຳຂວັນອອກ ຄື: ການຕໍ່ສູ້ປະຕິວັດຂອງກຳລັງແນວລາວຮັກຊາດ ແມ່ນຕໍ່ສູ້ເພື່ອສ້າງປະເທດລາວໃຫ້ເດີນຕາມແນວທາງສັນຕິພາບ ເປັນກາງ, ບໍ່ຮ່ວມກຸ່ມ, ສ້າງສາຍພົວພັນມິດຕະພາບກັບປະເທດຕ່າງໆໃນໂລກ ເປັນຕົ້ນແມ່ນປະເທດໃກ້ຄຽງບົນພື້ນຖານຫຼັກການປັນຈະສີລາ (ຫຼື 5 ຫຼັກການຢູ່ຮ່ວມກັນໂດຍສັນຕິ ລະຫວ່າງປະເທດທີ່ມີລະບອບການເມືອງທີ່ແຕກຕ່າງກັນ…)
ນະໂຍບາຍການເມືອງ-ການຕ່າງປະເທດ ຫຼື ການທູດທີ່ວາງອອກໄລຍະນີ້ ແມ່ນສຸດທີ່ຖືກຕ້ອງ ແລະ ແທດກັບສະພາບຕົວຈິງຂອງຄວາມຮຽກຮ້ອງຕ້ອງການຂອງຍຸກໃໝ່, ຈາກການດຳເນີນນະໂຍບາຍການເມືອງ-ການທູດຕາມເສັ້ນທາງນີ້ ພວກເຮົາສາມາດຍາດແຍ່ງເອົາການສະໜັບສະໜູນຈາກພາຍນອກໄດ້ຢ່າງເປັນຂະບວນອັນກວ້າງຂວາງ, ເວລາດຽວກັນນັ້ນ ຂະບວນຕໍ່ສູ້ຂອງຝ່າຍແນວລາວຮັກຊາດ ຍັງໄດ້ດຶງເອົາກຳລັງເປັນກາງຮັກຊາດເຂົ້າມາຮ່ວມເປັນກຳລັງແຮງໃນຂະບວນການຕໍ່ສູ້ຕ້ານກັບຜູ້ຮຸກຮານ ແລະ ລູກແຫຼ້ງຕີນມືຂອງເຂົາ ເຮັດໃຫ້ຂະບວນການຕໍ່ສູ້ຂອງຝ່າຍຮັກຊາດສືບຕໍ່ເຂັ້ມແຂງ, ກວ້າງຂວາງຢ່າງກ້າວກະໂດດ ທັບມ້າງທຸກກົນອຸບາຍຂອງສັດຕູຜູ້ຮຸກຮານໄດ້ເປັນກ້າວໆຢ່າງເປັນໜ້າມະຫັດສະຈັນ.
ການທີ່ພັກເຮົາສະດຸ້ງໄວ, ໄດ້ຫັນທິດການຕໍ່ສູ້ຫຼາຍຄັ້ງ, ລວມລາວຫຼາຍເທື່ອ ແມ່ນການປະຕິບັດຍຸດທະສາດຢ່າງເດັດດ່ຽວໜຽວແໜ້ນ ແລະ ໃນເວລາດຽວກັນ ແມ່ນປະຕິບັດຍຸດທະວິທີທັງຕໍ່ສູ້ດ້ວຍກຳລັງອາວຸດ, ຕໍ່ສູ້ດ້ວຍກົດໝາຍ ແລະ ການທູດໄປພ້ອມໆກັນ ສາມາດເຮັດໃຫ້ກົນອຸບາຍທຳລາຍມ້າງເພສັນຍາຕ່າງໆຂອງຝ່າຍກົງກັນຂ້າມທີ່ເປັນສັດຕູຂອງກຳລັງປະຕິວັດໃຫ້ປະລາໄຊລົງເປັນກ້າວໆ.
ພວກເຮົາຕ້ອງຍອມຮັບນຳກັນວ່າ ແນວລາວຮັກຊາດເປັນຝ່າຍການເມືອງຝ່າຍຊ້າຍເວລານັ້ນ ແຕ່ໄດ້ສົ່ງສຽງປ່າວປະກາດຕໍ່ໂລກເຖິງແນວທາງການຕໍ່ສູ້ອັນເປັນທຳ ເພື່ອສ້າງປະເທດລາວໃຫ້ເປັນປະເທດເອກະ ລາດ, ສັນຕິພາບ, ເປັນກາງ… ໄດ້ກາຍເປັນກະບອກສຽງແຫ່ງສັດຈະທຳ, ເປັນກຳລັງແຮງດັງກ້ອງສະໜັ່ນໄປທົ່ວທຸກມຸມໂລກ… ອາດເວົ້າໄດ້ວ່າການເຄື່ອນໄຫວການເມືອງ-ການທູດຂອງແນວລາວຮັກຊາດໃນເວລານັ້ນ ດຶງດູດໄດ້ຄວາມສົນໃຈ, ການສະໜັບສະໜູນ, ຄວາມເຫັນໃຈ ແລະ ການໃຫ້ກຳລັງໃຈອັນໃຫຍ່ຫຼວງຂອງສາກົນຕໍ່ການປະຕິວັດປົດປ່ອຍຊາດ ພາຍໃຕ້ການນຳພາຂອງພັກເຮົາຢ່າງມະຫັດສະຈັນຢ່າງແທ້ຈິງ.
ຜົນງານອັນໃຫຍ່ຫຼວງຂອງການທູດປະຕິວັດ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນໄຊຊະນະສຸດທ້າຍຄືການສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975 ຢ່າງສະຫງ່າຜ່າເຜີຍ ແລະ ການປະກາດສ້າງຕັ້ງລະບອບໃໝ່ຂອງປະເທດເຮົາຄັ້ງປະຫວັດສາດນີ້, 48 ປະເທດ ທີ່ມີສາຍພົວພັນການທູດກັບລາຊະອານາຈັກລາວທັງໝົດ ບໍ່ມີປະເທດໃດຕັດຄວາມສຳພັນທາງການທູດກັບລະບອບໃໝ່ຂອງພວກເຮົາ, ທຸກໆປະເທດສືບຕໍ່ຮັບຮູ້ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ທີ່ເປັນລັດໃໝ່ຖືກຕ້ອງຕາມກົດໝາຍ, ລວມທັງປະເທດທີ່ເປັນຄູ່ຕໍ່ສູ້ໂດຍກົງກັບຂະບວນການປະຕິວັດຂອງລາວເຮົາ ກໍຕ້ອງໄດ້ສືບຕໍ່ຮັບຮູ້ຢ່າງເປັນທາງການໂດຍປະລິຍາຍ, ນີ້ຄືໄຊຊະນະອັນໃຫຍ່ຫຼວງຂອງນະໂຍບາຍທາງການທູດຂອງກຳລັງປະຕິວັດຂອງພວກເຮົາ.
ໄລຍະທີ 3: ການທູດແຫ່ງການຟື້ນຟູປະເທດພາຍຫຼັງສົງຄາມ ຫຼື ເອີ້ນວ່າ ໄລຍະຮຳບາດແຜ
ສົງຄາມ: ຈຸດພິເສດຂອງການດຳເນີນແນວທາງການທູດ ແລະ ການຕ່າງປະເທດຂອງພັກເຮົາ ກໍຄືຂອງ ສປປ ລາວ ທີ່ເກີດໃໝ່ເວລານີ້ ຄື:
– ແມ່ນການເຄື່ອນໄຫວຕ້ານກັບຂະບວນການປັ່ນປ່ວນທີ່ສ້າງກະແສຕ້ານ ແລະ ໃສ່ຮ້າຍປ້າຍສີລະບອບໃໝ່.
– ການເຄື່ອນໄຫວຕອບຕ້ານຂະບວນການແບ່ງແຍກ, ຈຳແນກປະຊາຊົນສອງຝ່າຍອອກຈາກກັນຢ່າງດຸເດືອດ.
– ເຮັດການເຄື່ອນໄຫວຕ້ານກັບການປັ່ນປ່ວນ, ຊັກຈູງໃຫ້ພົນລະເມືອງລາວໜີອອກຈາກປະເທດ ແນໃສ່ຍຸບຍອບ, ບັ່ນທອນອິດທິພົນບົດບາດຂອງລະບອບໃໝ່.
- ເຄື່ອນໄຫວທາງການທູດ ຕ້ານກັບການປິດລ້ອມທາງເສດຖະກິດຂອງຕ່າງປະເທດ ໂດຍສະເພາະປະເທດທີ່ມີນະໂຍບາຍທີ່ເປັນປໍລະປັກຕໍ່ ສປປ ລາວ ທີ່ໜຸ່ມນ້ອຍ.
– ເຄື່ອນໄຫວສະກັດກັ້ນ ແລະ ຕໍ່ຕ້ານການໃຊ້ກຳລັງກໍ່ກວນຕາມຊາຍແດນ ແລະ ກົນອຸບາຍ
ເຄື່ອນໄຫວບຽດຢຶດດິນແດນຂອງ ສປປ ລາວ ທີ່ເກີດໃໝ່ຂອງອິດທິກຳລັງປໍລະປັກ.
– ໄລຍະນີ້ ແມ່ນໄລຍະທີ່ການທູດ ສປປ ລາວ ຕ້ອງໄດ້ເຄື່ອນໄຫວຢ່າງໜັກ ເພື່ອຕໍ່ສູ້ຕ້ານການ
ແຊກແຊງຂອງຝ່າຍກົງກັນຂ້າມທີ່ຫວັງມ້າງເພທຳລາຍອຳນາດການປົກຄອງຂອງລະບອບໃໝ່ ທີ່ໜຸ່ມນ້ອຍໃຫ້ລົ້ມສະຫຼາຍລົງແຕ່ຫົວທີ. ດັ່ງນັ້ນ ວຽກງານການທູດ, ການຕ່າງປະເທດໄດ້ເປີດສາກແນວຮົບໃໝ່ເພື່ອຕໍ່ສູ້ຢ່າງແໜ້ນໜຽວ, ມີໄຫວພິບ, ທັງເຕັມໄປດ້ວຍຄວາມທໍລະຫົດອົດທົນ, ແຕ່ໃນທີ່ສຸດກໍໄດ້ປະກອບສ່ວນສຳຄັນເຂົ້າໃນພາລະກິດປົກປັກຮັກສາລະບອບໃໝ່ໄວ້ໄດ້ຢ່າງໝັ້ນຄົງ ໂດຍຖືໄດ້ວ່າ: ການທູດຍາມໃດກໍເປັນຮົ້ວເຫຼັກກັ້ນວົງນອກໄວ້ ເພື່ອປ້ອງກັນປະເທດຊາດ, ແຕ່ຮົ້ວເຫຼັກຊັ້ນນີ້ພັດເປັນຮົ້ວທີ່ຊອກຫາບໍ່ເຫັນຕົວຕົນ, ແຕ່ໄດ້ເຮັດໜ້າທີ່ປົກປ້ອງຄວາມສະຫງົບປອດໄພຂອງປະຊາຊົນລາວບັນດາເຜົ່າໃນຍາມຂັບຂັນ-ຫຼໍ່ແຫຼມນັ້ນ.
ໄລຍະທີ 4: ການທູດລາວໃນໄລຍະ 40 ປີ ແຫ່ງການປະຕິບັດແນວທາງປ່ຽນແປງໃໝ່ຂອງພັກ: ເປັນການທູດທີ່ເຕັມໄປດ້ວຍສີສັນທີ່ຫຼາກຫຼາຍ, ເນື້ອໃນຮູບແບບທີ່ອຸດົມສົມບູນຢ່າງແທ້ຈິງ, ການທູດລາວໄລຍະນີ້ ຕ້ອງໄດ້ປັບຕົວເຂົ້າກັບສະຖານະການ, ສະພາບການທີ່ສາມາດສະໜອງກັບຄວາມຮຽກຮ້ອງຕ້ອງການຂອງການພັດທະນາປະເທດໃນໄລຍະໃໝ່.
ການທີ່ການທູດລາວສືບຕໍ່ປະຕິບັດນະໂຍບາຍການຕ່າງປະເທດສັນຕິພາບ, ມິດຕະພາບ, ນັບຖືຄວາມເປັນເອກະລາດ, ບໍ່ແຊກແຊງເຂົ້າກິດຈະການພາຍໃນຂອງກັນແລະກັນ, ຕ່າງຝ່າຍຕ່າງມີຜົນປະໂຫຍດເປັນຫຼັກການພື້ນຖານ, ໃນນັ້ນ ການທູດໃນໄລຍະນີ້ ແມ່ນການເປີດກວ້າງການພົວພັນໄປສູ່ຫຼາຍທິດ, ຫຼາຍຝ່າຍ ແລະ ຫຼາຍຮູບແບບ, ເພີ່ມມິດຫຼຸດຜ່ອນສັດຕູ, ການທູດການເມືອງ ຕິດພັນກັບການທູດເສດຖະ ກິດ, ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ແລະ ຫຼ້າສຸດ ເພື່ອປະຕິບັດແນວທາງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ການທູດລາວເຮົາຕ້ອງສ້າງແນວທາງການທູດເສດຖະກິດເອກະລາດ ແລະ ເປັນເຈົ້າຕົນເອງ ໄປຕາມໆກັນ. ເຖິງວ່າສະພາບຂອງໂລກມີການຜັນແປຢ່າງສັບສົນ, ແຕ່ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຍັງມຸ່ງໜ້າສົ່ງເສີມນະໂຍບາຍໂລກາພິວັດ, ສົ່ງເສີມໂລກຫຼາຍຂົ້ວອຳນາດ ຍັງເປັນແນວທາງຫຼັກຂອງການທູດລາວໃນຍຸກສະໄໝ.
ຜົນຂອງການເຄື່ອນໄຫວການທູດຮັບໃຊ້ແນວທາງປ່ຽນແປງໃໝ່ ໃນ 40 ປີ ຜ່ານມານັ້ນແມ່ນໃຫຍ່ຫຼວງ, ເປັນຮູບປະທຳທີ່ຈັບຕ້ອງໄດ້ຢ່າງແທ້ຈິງ, ທັງການທູດຂອງລັດ, ຂອງພັກ, ການທູດປະຊາຊົນ… ເຮັດໃຫ້ອິດທິພົນບົດບາດຂອງປະເທດເຮົາໄດ້ຖືກຍົກສູງຂຶ້ນ ແລະ ມີການພົວພັນກວ້າງຂວາງອອກຢ່າງບໍ່ຢຸດຢັ້ງ. ປັດຈຸບັນນີ້ ສປປ ລາວ ມີສາຍພົວພັນການທູດກັບ 151 ປະເທດ, ມີ 145 ພັກການເມືອງ, ໄດ້ເຂົ້າເປັນສະມາຊິກອົງການຈັດຕັ້ງສາກົນ ແລະ ພາກພື້ນຫຼາຍກວ່າ 141 ອົງການໃນໂລກ, ໄດ້ສຳເລັດຢ່າງຈົບງາມໃນການເປັນເຈົ້າພາບຈັດກອງປະຊຸມລະດັບໂລກ ແລະ ພາກພື້ນຫຼາຍໆຄັ້ງ. ຜົນການເຄື່ອນໄຫວຂອງການທູດໄລຍະໃໝ່ສະແດງອອກໃຫ້ເຫັນວ່າ: ປະເທດເຮົາໄດ້ຮັບການຊ່ວຍເຫຼືອສະໜັບສະໜູນທຶນຮອນເພື່ອການພັດທະນາຈາກເພື່ອນມິດເປັນຈຳນວນຫຼວງຫຼາຍ, ການລົງທຶນຂອງຕ່າງປະເທດ ກໍເຂົ້າມາຢ່າງຕໍ່ເນື່ອງ, ນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວລາວນັບມື້ນັບຫຼາຍ, ປະເທດເຮົາກຳລັງຈະສາມາດອອກຈາກສະຖານະພາບການເປັນປະເທດດ້ອຍພັດທະນາໃນຊຸມປີຕໍ່ໜ້ານີ້, ປະເທດເຮົາກຳລັງຫັນຈາກປະເທດທີ່ບໍ່ມີຊາຍແດນຕິດກັບທະເລໃຫ້ກາຍເປັນປະເທດເຊື່ອມໂຍງ, ເຊື່ອມຈອດ… ການທູດຂອງປະເທດເຮົາໄດ້ປະກອບສ່ວນເຂົ້າໃນການສ້າງສະພາບແວດລ້ອມແຫ່ງສັນຕິພາບ, ຄວາມໝັ້ນຄົງຂອງຊາດເຮົາ, ທັງປະກອບສ່ວນເຂົ້າໃນການຕໍ່ສູ້ເພື່ອສັນຕິພາບ ແລະ ຄວາມໝັ້ນຄົງຂອງພາກພື້ນ ແລະ ສາກົນ… 80 ປີທີ່ຜ່ານມາ ຈາກທີ່ຊື່ວ່າ ປະເທດລາວ ແມ່ນຍັງບໍ່ເປັນທີ່ຮູ້ຈັກຂອງຄົນສ່ວນໃຫຍ່ໃນໂລກນີ້, ແຕ່ມາ
ດຽວນີ້ ລາວກໍເປັນປະເທດໜຶ່ງທີ່ປະກົດຕົວຂຶ້ນມາເປັນລັດໜຶ່ງ ທີ່ຖືກໂລກເຄົາລົບນັບຖືເທົ່າທຽມກັບລັດເອກະລາດ, ມີອິດສະຫຼະພາບ ແລະ ອຳນາດອະທິປະໄຕ ປະເທດໜຶ່ງໃນໂລກ.
ຮຽນບັນດາທ່ານ, ບັນດາສະຫາຍ !
ເຖິງວ່າພາລະກຳອັນໃຫຍ່ຫຼວງຂອງວຽກງານການທູດຂອງປະເທດເຮົາ ພາຍໃຕ້ການນຳພາຂອງພັກໃນທຸກຍຸກທຸກສະໄໝໄດ້ຮັບຜົນສຳເລັດອັນໃຫຍ່ຫຼວງ, ລ້ຳເລີດ ທີ່ເປັນໜ້າພາກພູມໃຈນັ້ນກໍຕາມ, ແຕ່ພາລະໜ້າທີ່ອັນໜັກໜ່ວງ, ທ້າທາຍຍັງຢືນຢູ່ຕໍ່ໜ້າພວກເຮົາ ໂດຍສະເພາະຕໍ່ໜ້າບັນດາສະຫາຍທີ່ເປັນນັກການທູດ, ນັກການເມືອງຕ່າງປະເທດ ທີ່ຈະໄດ້ຜ່ານຜ່າເພື່ອໃຫ້ປະເທດຊາດເຮົາສາມາດຢືນຢູ່ໄດ້ຢ່າງໝັ້ນທ່ຽງ, ໜັກແໜ້ນ, ສະຫງ່າງາມ ແລະ ພ້ອມເດີນໜ້າໄດ້ຢ່າງໝັ້ນໃຈດ້ວຍຄວາມເຂັ້ມແຂງ ເບິ່ງໄປໜ້າຢ່າງເຫັນອະນາຄົດທີ່ສົດໃສດ້ວຍຄວາມຫວັງໃນຄຸນນະພາບໃໝ່, ເປັນປະເທດທີ່ທັນສະໄໝຂຶ້ນໃຫ້ທັນຍຸກທີ່ກ້າວໜ້າຂອງໂລກໄດ້. ເພື່ອຢາກໄດ້ແນວນັ້ນ ການທູດລາວເຮົາຕ້ອງມີການກະກຽມພ້ອມແນວໃດແດ່? ຫວັງວ່ານັກການທູດຈະຄົ້ນຫາຄຳຕອບໃຫ້ໄດ້.
ຂ້າພະເຈົ້າ ໄດ້ແຕ່ຄິດວ່າ ໃນສະພາບຂອງໂລກທີ່ມີການປ່ຽນແປງຢ່າງສັບສົນ, ໄວວາ, ເຂັ້ມຂຸ້ນຂຶ້ນນີ້, ສະພາບການສາມາດຜັນແປ ແລະ ປ່ຽນປີ້ນໄດ້ໃນທຸກໆມື້, ມັນຮຽກຮ້ອງໃຫ້ນັກການທູດກາຍເປັນນັກຮົບປະຈັນບານທີ່ເຂັ້ມແຂງທາງດ້ານສະຕິປັນຍາ, ມັນສະໝອງ ແລະ ກຳລັງກາຍ ເພື່ອກຽມພ້ອມເຂົ້າສູ່ສະໜາມຮົບແຫ່ງ “ສົງຄາມນ້ຳລາຍ”, ແຕ່ບາງຄັ້ງ ສົງຄາມນ້ຳລາຍກໍອາດກາຍເປັນລູກປືນໄດ້, ແຕ່ກົງ ກັນຂ້າມ ກໍສາມາດເປັນອາວຸດແຫ່ງການສ້າງສັນຕິພາບ ແລະ ມິດຕະພາບໄດ້… ສົງຄາມຕ່າງໆທີ່ມີຄວາມເຂັ້ມຂຸ້ນເທົ່າໃດ ນັກການທູດຍິ່ງຕ້ອງເຂັ້ມແຂງ, ທັນສະພາບການ ແລະ ເລິກເຊິ່ງທາງດ້ານຄວາມຄິດ, ສະດຸ້ງໄວຕໍ່ສະຖານະການທີ່ເກີດຂຶ້ນ, ຮັບມືຢ່າງທັນເຫດການ, ເປັນເສນາທິການໃຫ້ພັກ, ລັດຖະບານຢ່າງສະຫຼາດມີພິກໄຫວ, ຄົ້ນຄວ້າເລິກເຊິ່ງເຖິງຖອງບັນຫາທີ່ເກີດຂຶ້ນ, ເອົາທັດສະນະໃຫ້ຊັດເຈນ, ບໍ່ຜິດເຂວ… ນີ້ຄືຄວາມຮຽກຮ້ອງຕ້ອງການຂອງສະພາບການໃໝ່… ນັກການທູດ ຖ້າຂາດການຕິດຕາມຂ່າວ, ຕິດຕາມສະຖານະການພຽງບໍ່ເທົ່າໃດຊົ່ວໂມງເທົ່ານັ້ນ ກໍອາດຈະຕົກຂ່າວ, ບໍ່ທັນຂ່າວ ແລະ ຂໍ້ມູນຂອງເຫດການກໍຄາດເຄື່ອນ, ຊັກຊ້າໄປໄດ້. ດັ່ງນັ້ນ ບັນດາສະຫາຍນັກການທູດທຸກລະດັບ, ຜູ້ຊີ້ນຳ-ນຳພາ ແລະ ຜູ້ດຳເນີນວຽກງານການເມືອງຕ່າງປະເທດຕ້ອງດຸໝັ່ນ, ຂະຫຍັນພຽນ ສ້າງຕົວໃຫ້ທັນຍຸກທັນສະໄໝຢູ່ທຸກໆເວລາ, ຮຽນຮູ້ຢູ່ເປັນປະຈຳ. ຜູ້ທີ່ເກັ່ງທາງການທູດຕ້ອງໜັກແໜ້ນທາງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ນັກການທູດຕ້ອງເປັນຄົນທ່ຽງຕົງ, ເປັນຜູ້ບໍລິສຸດໃຈຮັບໃຊ້ຊາດ, ຮັບໃຊ້ພັກ, ຮັບໃຊ້ປະຊາຊົນ, ຖືຜົນປະໂຫຍດລວມເປັນທີ່ຕັ້ງ, ເດັດດ່ຽວປົກປ້ອງຜົນປະໂຫຍດຂອງຊາດ, ຂອງປະຊາຊົນ, ຮູ້ພາສາຕ່າງປະເທດດີ, ເລິກເຊິ່ງ ແມ່ນອາວຸດປະຈຳຕົວທີ່ແຫຼມຄົມຂອງນັກການທູດ, ຮຽນຮູ້ພາສາຕ່າງ
ປະເທດແລ້ວຍັງບໍ່ພໍ, ຕ້ອງຮຽນໃຫ້ຮູ້ພາສາການທູດອີກດ້ວຍ.
ຮຽນບັນດາສະຫາຍ !
ໃນຖານະທີ່ເຄີຍເປັນຜູ້ຮ່ວມງານກັບບັນດາສະຫາຍເປັນເວລາຫຼາຍປີມານັ້ນ, ຂ້າພະເຈົ້າ ກໍຮັບຮູ້
ຄວາມຫຍຸ້ງຍາກລຳບາກ, ຄວາມທໍລະຫົດອົດທົນ, ຄວາມເສຍສະຫຼະ, ການປະເຊີນກັບຄວາມທ້າທາຍຂອງນັກການທູດໄດ້ເປັນຢ່າງດີ. ໃນໂອກາດນີ້, ຂ້າພະເຈົ້າ ຂໍຊົມເຊີຍຜົນງານ ແລະ ຜົນສຳເລັດຂອງວຽກງານການທູດທີ່ບັນດາສະຫາຍຍາດມາໄດ້ ໂດຍສືບຕໍ່ມູນເຊື້ອໃນ 80 ປີ ຂອງການກຳເນີດຂອງການທູດລາວຜ່ານມາ ເຊິ່ງເປັນ 80 ປີ ແຫ່ງການຊີ້ນຳ-ນຳພາທີ່ອົງອາດກ້າແກ່ນ, ສະຫຼາດສ່ອງໃສຂອງພັກ ນຳໂດຍ ປະທານໄກສອນ ພົມວິຫານ ທີ່ເຄົາລົບຮັກຂອງປວງຊົນລາວທັງຊາດ ແລະ ບັນດາຜູ້ນຳ, ຜູ້ກໍ່ຕັ້ງພັກເຮົາ ແລະ ຜູ້ສືບທອດຈາກຮຸ່ນຕໍ່ຮຸ່ນມາເຖິງວັນນີ້. ພວກເພິ່ນເປັນຜູ້ໃຫ້ກຳເນີດການທູດລາວ ແລະ ທັງກະໂຕພວກເພິ່ນເອງໄດ້ເປັນນັກການທູດທີ່ສະຫຼາດແຫຼມຄົມຢ່າງແທ້ຈິງ, ພວກເພິ່ນໄດ້ປະມໍລະດົກຂອງການທູດລາວໄວ້ໃຫ້ພວກເຮົາສືບທອດເດີນຕາມ, ຜູ້ນຳປະຕິວັດໄດ້ມີຄຳເວົ້າທີ່ເປັນຄະຕິເຕືອນໃຈໄວ້ໃຫ້ພວກເຮົາ ບົນເສັ້ນທາງແຫ່ງຊີວິດປະຕິວັດວ່າ: “ຍິ່ງຫຍຸ້ງຍາກ ກໍຍິ່ງອົດທົນ, ຍິ່ງສັບສົນ ກໍຍິ່ງທຸ່ນທ່ຽງ, ຍິ່ງລະອິດລະອ້ຽວຂ້ຽວຂາດ ກໍຍິ່ງສ້າງໄດ້ຄວາມສະຫຼາດສ່ອງໃສ…”.
ຮຽນບັນດາສະຫາຍ ທີ່ນັບຖື !
ເຖິງວ່າ ຂ້າພະເຈົ້າ ມີໂອກາດຮ່ວມວຽກຮ່ວມງານກັບບັນດາສະຫາຍໃນຂົງເຂດວຽກງານຕ່າງປະເທດມາແລ້ວ, ແຕ່ຍາມໃດຕົນກໍຖືວ່າເປັນຜູ້ໜຶ່ງທີ່ຕ້ອງທັງເຮັດທັງຮຽນ. ເຖິງວ່າໄດ້ພະຍາຍາມສະສົມບົດຮຽນເລັກໜ້ອຍ ແຕ່ກໍຢາກຈະນຳເອົາຄວາມຮູ້ສຶກ ແລະ ບາງຄວາມຊົງຈຳສ່ວນຕົວຂອງຕົນທີ່ມີໄວ້ໃນໃຈ ເພື່ອແບ່ງປັນດ້ວຍຄຳເວົ້າສັ້ນໆທີ່ຂ້າພະເຈົ້າເຄີຍໄດ້ຝາກໄວ້ໃຫ້ນັກການທູດລາວຍຸກໃໝ່ ແຕ່ປີ 2022 ແລ້ວນັ້ນ, ຂໍທົບທວນຄືນ ເພື່ອເປັນການປິດທ້າຍຂອງຄຳເຫັນຂ້າພະເຈົ້າ ດັ່ງນີ້: ການທູດລາວຍຸກໃໝ່ ແນໃສ່ເປີດກວ້າງ, ເປັນການທູດຫຼາຍທິດ, ຫຼາຍຝ່າຍ, ຫຼາຍຮູບແບບ ທີ່ດຳເນີນມາ ແລະ ຈະດຳເນີນຕໍ່ໄປ ຢາກໃຫ້ເອົາໃຈໃສ່ ຄືດັ່ງນີ້:
ຕໍ່ດ້ານໜຶ່ງ:
ສ້າງຄວາມເຊື່ອໝັ້ນ ດ້ວຍໃຈເປັນມິດ
ລິເລີ່ມຄວາມຄິດ ດ້ວຍໃຈສ້າງສັນ
ຮູ້ເຖິງທັນ ຄວາມເປັນແກ່ນແທ້
ຮູ້ຈັກແກ້ ອຸປະສັກຂັດສົນ
ຮູ້ນຳຜົນ ແກ່ທັງສອງຝ່າຍ
ຕໍ່ອີກດ້ານໜຶ່ງ:
ຮູ້ໄວ້ກ່ອນ ທຸກເຈຕະນາລົມ
ຕ້ອງແຫຼມຄົມ ໃຊ້ຄວາມຄິດອ່ານ
ກຽມວຽກບ້ານ ໃຫ້ລະອຽດພຽງພໍ
ບໍ່ຕ້ອງລໍ ໃຫ້ຖືກບຸກກ່ອນ
ນໍ້າໃຈວັນປະກາດເອກະລາດ 12 ຕຸລາ ຍັງຝັງເລິກໄວ້ໃນຈິດໃຈຂອງພວກເຮົາ, ຂໍອວຍພອນໃຫ້ວັນການທູດລາວ ຄົບຮອບ 80 ປີ ຈົ່ງໝັ້ນຍືນ, ນັກການທູດລາວ ຈົ່ງເຂັ້ມແຂງແຮງກ້າກ້າວຂຶ້ນ !
(ຂໍຂອບໃຈ)
(ທີ່ຫໍປະຊຸມແຫ່ງຊາດ, ວັນທີ 10 ຕຸລາ 2025)
(ວາລະສານອະລຸນໃໝ່ ສະບັບປະຈຳເດືອນຕຸລາ ປີ 2025)