
ຄວາມສະເໝີພາບ ຍິງ-ຊາຍ ແມ່ນຂະບວນວິວັດແຫ່ງການສ້າງເງື່ອນໄຂໃຫ້ທັງຍິງ ແລະ ຊາຍທຸກຄົນໃນສັງຄົມ ໄດ້ມີກຽດສັກສີ, ມີໂອກາດ, ມີສິດ, ຊື່ສຽງ, ໜ້າທີ່, ອິດສະຫຼະພາບ, ຖານະ ແລະ ບົດບາດເທົ່າທຽມກັນ, ມີຄວາມຮັບຜິດຊອບ, ມີສິດໃນການນໍາໃຊ້ສິດຂອງຕົນຢ່າງເຕັມສ່ວນ, ຮອບດ້ານ ເຊິ່ງສະ ແດງອອກສິດສະເໝີພາບໃນການປາກເວົ້າ, ຂີດຂຽນ, ສິດສະເໝີພາບໃນການໄດ້ຮັບຂໍ້ມູນຂ່າວສານຢ່າງທັນການ, ການປະຕິບັດພັນທະຂອງພົນລະເມືອງ, ສິດສະເໝີພາບທາງດ້ານຜົນປະໂຫຍດ, ສິດສະເໝີພາບໃນການພັດທະນາຕົນເອງ, ພັດທະນາຄອບຄົວ ແລະ ປະເທດຊາດ ພາຍໃຕ້ລັດຖະທໍາມະນູນ ແລະ ກົດໝາຍທີ່ໄດ້ກໍານົດໄວ້, ສະນັ້ນ ຖ້າຫາກວ່າຄວາມສະເໝີພາບຍິງ-ຊາຍໄດ້ຮັບການສົ່ງເສີມໃນທຸກດ້ານທີ່ເທົ່າທຽມກັນ ກໍຈະເປັນການສ້າງເງື່ອນໄຂ, ສ້າງໂອກາດໃຫ້ເພດຍິງ-ຊາຍໄດ້ປະຕິບັດສິດ ແລະ ພັນທະຂອງຕົນຢ່າງເຕັມສ່ວນ, ປະກອບສ່ວນເຮັດໃຫ້ສັງຄົມມີຄວາມສະຫງົບ, ສາມັກຄີປອງດອງ, ສີວິໄລ ແລະ ຍືນຍົງ; ສິ່ງສໍາຄັນການເອົາລັດເອົາປຽບ, ການກົດຂີ່ຂົ່ມເຫັງເພດຍິງ ກໍຈະນັບມື້ຫຼຸດລົງ ແລະ ກ້າວໄປເຖິງຄວາມສະເໝີພາບທີ່ແທ້ຈິງໃນສັງຄົມ ເຊິ່ງໃນລັດຖະທໍາມະນູນແຫ່ງ ສປປ ລາວ ກໍໄດ້ລະບຸວ່າ: “ພົນລະ ເມືອງລາວ ໂດຍບໍ່ຈໍາແນກຍິງ-ຊາຍ, ຖານະທາງດ້ານສັງຄົມ, ລະດັບການສຶກສາ, ຄວາມເຊື່ອຖື ແລະ ຊົນເຜົ່າ ລ້ວນແຕ່ມີຄວາມສະເໝີພາບຕໍ່ໜ້າກົດໝາຍ”[1].
ໃນກົດໝາຍວ່າດ້ວຍ ຄວາມສະເໝີພາບຍິງ-ຊາຍ ໄດ້ລະບຸໄວ້ວ່າ: “ຄວາມສະເໝີພາບຍິງ-ຊາຍ ແມ່ນຄວາມເທົ່າທຽມກັນທາງດ້ານສິດ, ຜົນປະໂຫຍດ, ຄວາມຮັບຜິດຊອບ, ການຕັດສິນບັນຫາ ແລະ ໂອ ກາດໃນການພັດທະນາໃນທຸກຂົງເຂດວຽກງານຂອງສັງຄົມ ແລະ ຊີວິດຄອບຄົວ”[2] ໝາຍວ່າຄວາມສະເໝີພາບຍິງ-ຊາຍທາງດ້ານຕ່າງໆ ໂດຍບໍ່ຈໍາແນກອາຍຸ, ເຜົ່າ, ເຊື້ອຊາດ, ຖານະທາງດ້ານເສດຖະກິດ-ສັງຄົມ, ລະດັບການສຶກສາ, ອາຊີບ, ຄວາມເຊື່ອຖື, ສາສະໜາ ແລະ ພູມລໍາເນົາ ລ້ວນແຕ່ມີຄວາມສະເໝີພາບກັນ ສະແດງອອກຍິງ-ຊາຍ ມີຄວາມສະເໝີພາບໃນການເລືອກຕັ້ງ, ສະໝັກຮັບເລືອກຕັ້ງ, ໄດ້ຮັບການແຕ່ງຕັ້ງເຂົ້າໃນຕໍາແໜ່ງຂັ້ນຕ່າງໆຂອງການຈັດຕັ້ງທຸກພາກສ່ວນ ຕາມມາດຕະຖານ, ເງື່ອນໄຂທີ່ໄດ້ກໍານົດໄວ້; ເຂົ້າຮ່ວມການເຄື່ອນໄຫວວຽກງານ, ປຶກສາຫາລື, ຕົກລົງບັນຫາສໍາຄັນພື້ນຖານຂອງປະເທດຊາດ ແລະ ຂອງທ້ອງຖິ່ນ; ມີຄວາມສະເໝີພາບທາງດ້ານເສດຖະກິດ ເປັນຕົ້ນການເຂົ້າເຖິງຊັບພະຍາກອນເສດ ຖະກິດ, ການດໍາເນີນທຸລະກິດການຜະລິດ, ການຄ້າ, ການບໍລິການ, ແຫຼ່ງທຶນ, ຕະຫຼາດແຮງງານ, ການຈ້າງງານ; ມີຄວາມສະເໝີພາບໃນການອະນຸລັກ ແລະ ສົ່ງເສີມວັດທະນະທໍາ ທີ່ເປັນເອກະລັກ, ມູນເຊື້ອອັນດີງາມຂອງຊາດ ແລະ ຂອງເຜົ່າ, ຕົ້ນຕໍແມ່ນການເຄື່ອນໄຫວວັດທະນະທໍາ, ສິລະປະວັນນະຄະດີ, ການປະດິດຄິດແຕ່ງ, ເສດຖະກິດພູມປັນຍາ, ສີໄມ້ລາຍມື, ການຄຸ້ມຄອງ ແລະ ປົກປັກຮັກສາມໍລະດົກທາງດ້ານວັດທະນະທໍາ, ປະຫວັດສາດ, ທໍາມະຊາດ, ບູລະນະປະຕິສັງຂອນວັດຖຸບູຮານ ແລະປູຊະນີຍະ ສະຖານ; ຍິງ-ຊາຍ ມີຄວາມສະເໝີພາບໃນການເຂົ້າເຖິງ ແລະ ໄດ້ຮັບໂອກາດໃນການສຶກສາທີ່ມີຄຸນນະ ພາບໃນທຸກຊັ້ນ, ທຸກສາຍ, ທຸກສາຂາວິຊາ, ການຮຽນຮູ້ຕະຫຼອດຊີວິດ, ການຝຶກອົບຮົມວິຊາຊີບ, ການ
ຍົກລະດັບວິຊາສະເພາະ, ວິທະຍາສາດ, ເຕັກໂນໂລຊີ, ການສຶກສາແບບຕໍ່ເນື່ອງ, ການບໍລິຫານການສຶກສາ ແລະ ກິລາ ເພື່ອສ້າງສັງຄົມພູມປັນຍາ, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການພັດທະນາ. ພ້ອມນີ້ ຍິງ-ຊາຍ ຍັງມີຄວາມສະເໝີພາບໃນການໄດ້ຮັບການບໍລິການທາງດ້ານສາທາລະນະສຸກ, ການປິ່ນປົວໃນເວລາເຈັບເປັນ; ໄດ້ຮັບຂໍ້ມູນຂ່າວສານ, ຄໍາແນະນໍາກ່ຽວກັບການອະນາໄມ, ກັນພະຍາດ ແລະ ສົ່ງເສີມສຸຂະພາບ; ມີຄວາມສະເໝີພາບໃນການເລືອກອາຊີບ, ການມີວຽກເຮັດງານທໍາ ແລະ ປະກອບອາຊີບໃນທຸກຂະແໜງການ, ດໍາເນີນທຸລະກິດການຜະລິດ, ການຄ້າ ແລະ ການບໍລິການທີ່ບໍ່ຂັດກັບກົດໝາຍ; ໄດ້ຮັບການຝຶກອົບຮົມ, ພັດທະນາສີມືແຮງງານ, ຍົກລະດັບວິຊາຊີບ, ອອກແຮງງານທີ່ປອດໄພ, ໄດ້ຮັບເງິນເດືອນ ຫຼື ຄ່າແຮງງານ, ເງິນອຸດໜູນ ແລະ ສະຫວັດດີການອື່ນໆຢ່າງເທົ່າທຽມກັນ; ຍິງ ແລະ ຊາຍ ມີຄວາມສະເໝີພາບໃນການສະເໜີຄໍາເຫັນ, ການນໍາໃຊ້ສື່, ເຕັກໂນໂລຊີ ແລະ ການສື່ສານທຸກຮູບແບບ; ການເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ເຂົ້າຮ່ວມເຄື່ອນໄຫວວຽກງານການຕ່າງປະເທດຢູ່ພາຍໃນ ແລະ ຕ່າງປະເທດ; ຍິງ-ຊາຍ ມີສິດເສລີພາບເທົ່າທຽມກັນໃນການເລືອກຄູ່ຄອງ ເພື່ອສ້າງຄອບຄົວ, ມີສິດເລືອກເອົານາມສະກຸນຂອງຜົວ ຫຼື ເມຍ ຫຼື ຮັກສານາມສະກຸນເດີມຂອງຕົນໄວ້ກໍໄດ້; ຄູ່ຜົວເມຍມີຄວາມສະເໝີພາບກ່ຽວກັບສິດ, ພັນທະ ແລະ ຜົນປະໂຫຍດ ໃນສິນສົມສ້າງ, ການປຶກສາຫາລື, ຕົກລົງ ແລະ ແກ້ໄຂບັນຫາຄອບຄົວ, ການເລືອກບ່ອນຢູ່, ການປະກອບອາຊີບ, ການມີລູກ, ເບິ່ງແຍງລ້ຽງດູ, ການສຶກສາອົບຮົມລູກໃຫ້ເປັນພົນລະເມືອງດີຂອງຊາດ; ມີຄວາມສະເໝີພາບ ໃນການຮ້ອງທຸກຕໍ່ອົງການທີ່ກ່ຽວຂ້ອງຂອງລັດ ເພື່ອປົກປ້ອງສິດ ແລະ ຜົນປະ ໂຫຍດຂອງລັດ ຫຼື ລວມໝູ່, ຊີວິດ, ສຸຂະພາບ, ກຽດສັກສີ, ຊັບສິນ ແລະ ຜົນປະໂຫຍດອັນຊອບທໍາຂອງຕົນທີ່ຖືກລະເມີດ ຫຼື ຖືກໂຕ້ແຍ່ງຈາກບຸກຄົນ, ນິຕິບຸກຄົນ ຫຼື ການຈັດຕັ້ງ.
ບົນພື້ນຖານເນື້ອໃນຈິດໃຈດັ່ງກ່າວ ພັກເຮົາໄດ້ຖືສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານສົ່ງເສີມຄວາມສະເໝີພາບຍິງ-ຊາຍຢູ່ໃນທຸກຂົງເຂດວຽກງານ ໂດຍສະເພາະໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກໄດ້ເນັ້ນໜັກວ່າ: “ຊຸກຍູ້ສ້າງເງື່ອນໄຂໃຫ້ພະນັກງານນໍາພາ-ຄຸ້ມຄອງທີ່ເປັນເພດຍິງທຸກຂັ້ນ ໂດຍສະເລ່ຍໃຫ້ກວມເອົາ 20% ຂຶ້ນໄປ; ຊຸກຍູ້ສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ແມ່ຍິງໄດ້ບັນຈຸສັບຊ້ອນເຂົ້າເປັນສະມາ
ຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ເພດຍິງ ກວມ 30% ຂຶ້ນໄປ; ດັດສະນີຄວາມບໍ່ສະເໝີພາບ ຍິງ-ຊາຍ ໃຫ້ຫຼຸດລົງເປັນ 0,430, ດັດ ສະນີການພັດທະນາຄວາມສະເໝີພາບຍິງ-ຊາຍ ໃຫ້ເພີ່ມຂຶ້ນເປັນ 0,984”[3]. ເພື່ອຈັດຕັ້ງຜັນຂະຫຍາຍທິດນໍາດັ່ງກ່າວ ໃນໄລຍະຜ່ານມາ ຄະນະພັກ-ຄະນະນໍານະຄອນຫຼວງວຽງຈັນ ໄດ້ເອົາໃຈໃສ່ຊຸກຍູ້ໃຫ້ຂະແໜງການທີ່ກ່ຽວຂ້ອງກໍານົດນະໂຍບາຍ, ຍຸດທະສາດ, ແຜນງານ, ໂຄງການ, ກິດຈະກໍາ ແລະ ມາດຕະການສະເພາະທີ່ເໝາະສົມ ເພື່ອເປັນບ່ອນອີງໃນການເຄື່ອນໄຫວວຽກງານສົ່ງເສີມຄວາມສະເໝີພາບຍິງ-ຊາຍຢູ່ນະຄອນຫຼວງວຽງຈັນ ຕິິດພັນກັບການພັດທະນາແບບຍືນຍົງ, ໃນນີ້ ກອງປະຊຸມໃຫຍ່ອົງຄະນະພັກນະຄອນຫຼວງວຽງຈັນ ຄັ້ງທີ VII ກໍໄດ້ກກໍານົດວ່າ: “ສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີ ແລະ ກໍາລັງແຮງຂອງແມ່ຍິງ ເຂົ້າຮ່ວມການເຄື່ອນໄຫວທາງການເມືອງ, ເສດຖະກິດ, ວັດທະນະທຳ-ສັງຄົມ; ປະຕິບັດສິດສະເໝີພາບລະຫວ່າງຍິງ-ຊາຍ ຕາມກົດໝາຍໃຫ້ມີປະສິດທິຜົນ, ຈັດຕັ້ງນຳພາຂະບວນການປະຕິບັດຂໍ້ແຂ່ງຂັນ 3 ດີ ໃຫ້ເປັນຮູບປະທຳ”[4]. ສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ໃນນາມເປັນຕົວແທນແຫ່ງການປົກປ້ອງສິດ, ຜົນປະໂຫຍດອັນຊອບທຳຂອງແມ່ຍິງ, ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ການສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ການປຸກ ລະດົມເອື້ອຍນ້ອງແມ່ຍິງເຂົ້າຮ່ວມໃນຂະບວນການສ້າງສາ ແລະ ພັດທະນາປະເທດຊາດ ເວົ້າລວມ, ເວົ້າສະເພາະການສ້າງສາ ແລະ ພັດທະນານະຄອນຫຼວງວຽງຈັນ ຕາມທິດພັດທະນາແບບຍືນຍົງ ໂດຍໄດ້ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນ, ແຜນພັດທະນາເສດຖະກິດ-ສັງຄົມ ນະຄອນຫຼວງວຽງຈັນ 5 ປີ ຄັ້ງທີ VII, ມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງລາວທົ່ວປະເທດ ກໍຄືມະຕິກອງປະຊຸມໃຫຍ່ຜູ້ແທນແມ່ຍິງນະຄອນ ຫຼວງວຽງຈັນ ຄັ້ງທີ VIII ຕາມໜ້າທີ່ການເມືອງ ແລະ ພາລະບົດບາດຂອງຕົນ ເຊິ່ງໃນນີ້ປະກອບມີ 10 ແຜນງານ ແລະ 34 ໂຄງການ. ນອກນັ້ນ ຍັງໄດ້ເປັນເຈົ້າການໃນການຈັດຕັ້ງໂຄສະນາເຜີຍແຜ່ບັນດານິຕິກຳ ທີ່ພົວພັນເຖິງວຽກງານສົ່ງເສີມຄວາມສະເໝີພາບຍິງ-ຊາຍ ເປັນຕົ້ນແມ່ນກົດໝາຍວ່າດ້ວຍຄວາມສະ ເໝີພາບຍິງ-ຊາຍ, ກົດໝາຍວ່າດ້ວຍການປົກປ້ອງແມ່ຍິງ ແລະ ເດັກນ້ອຍ, ກົດໝາຍວ່າດ້ວຍການຕ້ານການຄ້າມະນຸດ, ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ; ສົນທິສັນຍາວ່າດ້ວຍການລົບລ້າງທຸກຮູບການຈຳແນກຕໍ່ແມ່ຍິງ, ສົນທິສັນຍາວ່າດ້ວຍສິດທິເດັກຢູ່ຂັ້ນພະແນກການ, ເມືອງ, ບ້ານ, ໂຮງຮຽນ ແລະ ໂຮງງານຕ່າງໆ; ໄດ້ເອົາໃຈໃສ່ໃນການພັດທະນາຊັບພະຍາກອນມະນຸດ ແລະ ປັບປຸງການຈັດຕັ້ງແມ່ຍິງໃຫ້ມີຄວາມເຂັ້ມແຂງ ໂດຍການສົ່ງພະນັກງານເພດ
ຍິງໄປຍົກລະດັບວິຊາສະເພາະ ແລະ ວຽກງານສະຫະພັນແມ່ຍິງ, ຍົກລະດັບທາງດ້ານທິດສະດີການເມືອງໄລຍະສັ້ນ, ໄລຍະຍາວຢູ່ພາຍໃນ ແລະ ຕ່າງປະເທດ; ຈັດຝຶກອົບຮົມຍົກລະດັບຄູຝຶກ, ຝຶກອົບຮົມຕັດຫຍິບ, ເສີມສວຍ, ປຸງແຕ່ງ, ຂັບລົດໃຫຍ່, ຊ່າງເຊື່ອມໃຫ້ໄວໜຸ່ມຍິງ-ຊາຍ ຜູ້ດ້ອຍໂອກາດ; ຈັດຝຶກອົບຮົມມາດ ຖານການດໍາເນີນງານການປົກປ້ອງ ແລະ ການບໍລິການຊ່ວຍເຫຼືອທາງດ້ານສັງຄົມແກ່ແມ່ຍິງ ແລະ ເດັກ
ຍິງ; ໄດ້ໂຄສະນາຂໍ້ມູນຂ່າວສານຜ່ານສື່ສັງຄົມອອນລາຍຕ່າງໆ ເຊັ່ນ: ເຟສບຸກ, ຕິກຕ໊ອກ, ຢູທູບ, ເວັບໄຊ, ໂທລະພາບ ແລະ ວິທະຍຸ; ໄດ້ພົວພັນຮ່ວມມືກັບສະຫະພັນແມ່ຍິງປະເທດເພື່ອນມິດຍຸດທະສາດ, ສະໜອງງົບປະມານ, ວັດຖຸອຸປະກອນ ແລະ ສ້າງເງື່ອນໄຂເອື້ອອໍານວຍໃຫ້ຍິງ-ຊາຍໄດ້ຮັບການພັດທະນາຕົນ
ເອງຢ່າງຮອບດ້ານ.
ຜ່ານການຈັດຕັ້ງປະຕິບັດວຽກງານສົ່ງເສີມຄວາມສະເໝີພາບຍິງ-ຊາຍ ຢູ່ນະຄອນຫຼວງວຽງຈັນ ເຫັນໄດ້ວ່າ ດັດສະນີຄວາມສະເໝີພາບຍິງ-ຊາຍນັບມື້ເພີ່ມຂຶ້ນ, ດັດສະນີຄວາມບໍ່ສະເໝີພາບຍິງ-ຊາຍຄ່ອຍໆຫຼຸດລົງ; ສະຫະພັນແມ່ຍິງແຕ່ລະຂັ້ນໄດ້ມີຄວາມຮັບຮູ້, ເຂົ້າໃຈກ່ຽວກັບເນື້ອໃນກົດໝາຍວ່າດ້ວຍຄວາມສະ
ເໝີພາບຍິງ-ຊາຍ, ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ, ກົດໝາຍວ່າດ້ວຍການປົກປ້ອງແມ່ຍິງ ແລະ ເດັກນ້ອຍ, ກົດໝາຍວ່າດ້ວຍການຕ້ານການຄ້າມະນຸດ, ສົນທິສັນຍາວ່າດ້ວຍການລຶບລ້າງທຸກຮູບການຈໍາແນກຕໍ່ແມ່ຍິງ; ອົງການປົກຄອງບ້ານ, ຜູ້ຊົງຄຸນວຸດທິ ແລະ ເພດຊາຍຈໍານວນໜຶ່ງ ໄດ້ມີການປັບປຸງທັດສະນະຄະຕິຕໍ່ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ; ເອື້ອຍນ້ອງແມ່ຍິງໄດ້ມີຄວາມຮັບຮູ້, ເຂົ້າໃຈໃນການນໍາໃຊ້ສິດທິຂອງຕົນ ເພື່ອປ້ອງກັນ ແລະ ປົກປ້ອງຕົນເອງຈາກການກະທຳທີ່ເປັນການຈໍາແນກ, ການກົດໜ່ວງຖ່ວງດຶງຄວາມກ້າວໜ້າຂອງແມ່ຍິງ. ສິ່ງສໍາຄັນ ເອື້ອຍນ້ອງແມ່ຍິງໄດ້ມີໂອກາດໃນການພັດທະນາຕົນເອງໃນທຸກດ້ານເທົ່າທຽມກັບເພດຊາຍ, ແມ່ຍິງຈໍານວນບໍ່ໜ້ອຍໄດ້ຖືກຄັດເລືອກ, ບັນຈຸສັບຊ້ອນເຂົ້າເປັນການນໍາໃນຂັ້ນຕ່າງໆນັບມື້ເພີ່ມຂຶ້ນ, ສະແດງອອກມາຮອດປັດຈຸບັນ “ພະນັກງານ-ລັດຖະກອນ ທົ່ວນະຄອນຫຼວງມີ 9.610 ຄົນ, ຍິງ 5.345 ຄົນ (56%), ພະນັກງານນຳພາ-ຄຸ້ມຄອງ ແລະ ສືບທອດປ່ຽນແທນໃນແຕ່ລະຕຳແໜ່ງຕ່າງໆ ເປັນຕົ້ນ: ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 1 ນະຄອນຫຼວງວຽງຈັນ 18 ທ່ານ, ຍິງ 5 ທ່ານ (28%), ສະມາ
ຊິກສະພາປະຊາຊົນນະຄອນຫຼວງວຽງຈັນ 41 ທ່ານ, ຍິງ 11 ທ່ານ (27%)…; ເປັນຫົວໜ້າພະແນກ-ອົງ ການທຽບເທົ່າ 33 ທ່ານ, ຍິງ 6 ທ່ານ (18%); ຮອງຫົວໜ້າພະແນກ 115 ທ່ານ, ຍິງ 26 ທ່ານ(23%); ເຈົ້າເມືອງ 9 ທ່ານ, ຍິງ 1 ທ່ານ (11%)…; ເລຂາພັກບ້ານ 481 ຄົນ, ຍິງ 77 ຄົນ, ຄະນະບ້ານ 2.171 ຄົນ, ຍິງ 600 ຄົນ”[5].
ເຖິງແມ່ນວ່າ ການສົ່ງເສີມຄວາມສະເໝີພາບຍິງ-ຊາຍໃນນະຄອນຫຼວງວຽງຈັນຈະມີຜົນສໍາເລັດຫຼາຍດ້ານກໍຕາມ, ແຕ່ເມື່ອທຽບກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງການພັດທະນາໃນເງື່ອນໄຂໃໝ່ ເຫັນວ່າຍັງມີຂໍ້ຈຳກັດ, ຂໍ້ຄົງຄ້າງຈໍານວນໜຶ່ງທີ່ຈະຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂ ເປັນຕົ້ນແມ່ນຈຳນວນພະນັກ
ງານເພດຍິງ ໃນແຕ່ລະຂົງເຂດວຽກງານ ຢູ່ນະຄອນຫຼວງວຽງຈັນຍັງມີໜ້ອຍ, ແມ່ຍິງໃນຕຳແໜ່ງຄົ້ນຄວ້າບັນຫາ ແລະ ຮ່ວມຕັດສິນບັນຫາກໍຍັງມີຈຳກັດ ລວມທັງບຸກຄະລາກອນທີ່ຮັບຜິດຊອບວຽກນີ້ ຍັງມີໜ້ອຍ ບໍ່ພຽງພໍຕາມຄວາມຕ້ອງການຕົວຈິງຂອງໜ້າທີ່ວຽກງານ; ການບໍາລຸງຍົກລະດັບພະນັກງານເພດຍິງ, ແມ່ ຍິງທີ່ເປັນການນໍາຂັ້ນພະແນກການ, ຂັ້ນເມືອງ ແລະ ຂັ້ນຮາກຖານບ້ານ ທັງລະດັບວິຊາສະເພາະ ແລະ ທິດສະດີຍັງບໍ່ທັນສາມາດຕອບສະໜອງກັບຄວາມຕ້ອງການຕົວຈິງໄດ້ເທົ່າທີ່ຄວນ; ການສ້າງພະນັກງານສືບທອດປ່ຽນແທນຢູ່ແຕ່ລະຂັ້ນ ເພື່ອນໍາພາວຽກງານສະຫະພັນແມ່ຍິງບໍ່ທັນມີເປົ້າໝາຍສ້າງເປັນລະບົບ ແລະ ຕໍ່ເນື່ອງ; ການພັດທະນາຄວາມຊຳນານງານ ແລະ ຄວາມອາດສາມາດຂອງແມ່ຍິງຍັງບໍ່ເທົ່າທຽມກັບ
ເພດຊາຍ; ບາງຂົງເຂດວຽກງານຢູ່ນະຄອນຫຼວງວຽງຈັນຍັງບໍ່ທັນມີກົນໄກ, ລະບົບທີ່ເປັນເອກະພາບໃນການຕິດຕາມກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດວຽກງານສົ່ງເສີມຄວາມສະເໝີພາບຍິງ-ຊາຍ; ຂອດການປະສານງານ, ແບບແຜນວິທີເຮັດວຽກ ແລະ ມາດຕະການຈັດຕັ້ງປະຕິບັດຂອງແມ່ຍິງຢູ່ບາງ
ພາກສ່ວນ, ບາງເມືອງຍັງບໍ່ທັນເປັນອັນລະອຽດ ແລະ ແທດເໝາະກັບຕົວຈິງ. ພ້ອມດຽວກັນນັ້ນ ການໂຄ ສະນາປຸກລະດົມຂົນຂວາຍກ່ຽວກັບການຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ທີ່ແມ່ຍິງບັນດາ ເຜົ່າປະເຊີນຢູ່ຍັງບໍ່ທັນກວ້າງຂວາງ ແລະ ເລິກເຊິ່ງ ເຊັ່ນ: ການໃຊ້ຄວາມຮຸນແຮງໃນຄອບຄົວ ແລະ ສັງ ຄົມ, ການເສບ ແລະ ຄ້າຂາຍສິ່ງເສບຕິດ, ການແຕ່ງງານກັບຄົນຕ່າງປະເທດ, ການຄ້າມະນຸດ, ການ
ຊອກຫາວຽກເຮັດງານທຳ, ການອອກແຮງງານຜິດກົດໝາຍຢູ່ພາຍໃນ ແລະ ຕ່າງປະເທດ, ການຄ້າປະເວນີ, ການຢ່າຮ້າງ ແລະ ອື່ນໆ.
ເພື່ອເຮັດໃຫ້ວຽກງານສົ່ງເສີມຄວາມສະເໝີພາບຍິງ-ຊາຍ ຢູ່ນະຄອນຫຼວງວຽງຈັນ ໄດ້ຮັບການຈັດຕັ້ງປະຕິບັດຢ່າງທົ່ວເຖິງ ຄວນເອົາໃຈໃສ່ບາງບັນຫາ ດັ່ງນີ້:
ໜຶ່ງ: ສຸມໃສ່ຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກ ນະຄອນຫຼວງວຽງຈັນ, ກໍຄືບັນດາທິດທາງ, ແຜນການ ແລະ ຄາດໝາຍສູ້ຊົນທີ່ກ່ຽວຂ້ອງກັບວຽກງານສົ່ງເສີມຄວາມສະເໝີພາບຍິງ-ຊາຍ ເປັນຕົ້ນແມ່ນຄາດໝາຍສູ້ຊົນທີ່ໄດ້ກຳນົດໃນແຜນພັດທະນາແມ່ຍິງນະຄອນຫຼວງວຽງຈັນ ໄລຍະປີ 2025-2029; “ຊຸກຍູ້, ສ້າງເງື່ອນໄຂໃຫ້ສະ
ມາຊິກສະພາແຫ່ງຊາດເຂດເລືອກຕັ້ງທີ 1 (ສສຊ) ແລະ ສະມາຊິກສະພາປະຊາຊົນຂັ້ນນະຄອນຫຼວງ (ສສຂ) ມີເພດຍິງ ກວມ 30% ຂຶ້ນໄປ; ຊຸກຍູ້ສົ່ງເສີມ ແລະ ສ້າງເງື່ອນໄຂໃຫ້ແມ່ຍິງໄດ້ບັນຈຸສັບຊ້ອນເຂົ້າໃນຕຳແໜ່ງນຳພາ-ຄຸ້ມຄອງໃນແຕ່ລະຂັ້ນ ສະເລ່ຍກວມ 20% ຂຶ້ນໄປ, ໃນນັ້ນ ການນໍາທີ່ເປັນເພດຍິງຂັ້ນນະຄອນຫຼວງວຽງຈັນ ແລະ ຂັ້ນເມືອງ ກວມ 20% ຂຶ້ນໄປ, ການນໍາທີ່ເປັນເພດຍິງຂັ້ນບ້ານ ກວມ 10% ຂຶ້ນໄປ; ແມ່ຍິງໄດ້ເຂົ້າເຖິງຂໍ້ມູນຂ່າວສານທີ່ເປັນປະໂຫຍດໃນການພັດທະນາແມ່ຍິງ ແລະ ຄອບຄົວ ກວມ 80% ຂອງແມ່ຍິງທີ່ມີອາຍຸ 15 ຂຶ້ນໄປ; ຊຸກຍູ້, ສົ່ງເສີມໃຫ້ແມ່ຍິງໄດ້ຮັບການສຶກສາ ແລະ ເຂົ້າເຖິງບໍລິການທາງດ້ານສາທາລະນະສຸກຂັ້ນພື້ນຖານ, ປະກັນສັງຄົມ, ປະກັນຄຸນນະພາບຊີວິດຢ່າງທົ່ວເຖິງ; ຊຸກຍູ້, ສົ່ງເສີມແມ່ຍິງ ກາຍເປັນຜູ້ປະກອບການທີ່ຖືກຕ້ອງຕາມກົດໝາຍໃຫ້ມີຈໍານວນເພີ່ມຂຶ້ນ”[6].
ສອງ: ສືບຕໍ່ໂຄສະນາ-ເຜີຍແຜ່ບັນດາກົດໝາຍ ແລະ ນິຕິກໍາຕ່າງໆ ໃນການສົ່ງເສີມ, ປົກປ້ອງ ແລະ ຊ່ວຍເຫຼືອແມ່ຍິງ ເປັນຕົ້ນແມ່ນກົດໝາຍວ່າດ້ວຍການພັດທະນາ ແລະ ປົກປ້ອງແມ່ຍິງ, ກົດໝາຍວ່າດ້ວຍຄອບຄົວ, ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ, ກົດໝາຍວ່າດ້ວຍຄວາມສະເໝີພາບຍິງ-ຊາຍ, ກົດໝາຍວ່າດ້ວຍການຕ້ານການຄ້າມະນຸດ ແລະ ສົນທິສັນຍາວ່າດ້ວຍການລຶບລ້າງທຸກຮູບການທີ່ຈໍາແນກຕໍ່ແມ່ຍິງ; ໃຫ້ຄໍາປຶກສາ ແລະ ປະສານງານຫາພາກສ່ວນທີ່ກ່ຽວຂ້ອງໃນການຊ່ວຍເຫຼືອເບື້ອງຕົ້ນຕໍ່ຜູ້ຖືກເຄາະຮ້າຍຈາກຄວາມຮຸນແຮງ ແລະ ການຄ້າມະ ນຸດ ເພື່ອໃຫ້ທ່ວງທັນກັບສະພາບການ.
ສາມ: ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງແມ່ຍິງ, ເລັ່ງໃສ່ລຶບລ້າງທຸກຮູບແບບການ ຈໍາແນກຕໍ່ແມ່ຍິງ ແລະ ເດັກຍິງ, ສົ່ງເສີມຖານະບົດບາດ, ກຽດສັກສີ ຂອງແມ່ ແລະ ເດັກຍິງ ເພື່ອສ້າງສັງຄົມທີ່ປະຕິບັດສິດສະເໝີພາບຍິງ-ຊາຍ ປາສະຈາກການຈໍາແນກແລະ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ.
ສີ່: ຕ້ອງປັບປຸງລະບົບຂໍ້ມູນຂ່າວສານ, ສ້າງຖານຂໍ້ມູນ ແລະ ສະຖິຕິກ່ຽວກັບຄວາມສະເໝີພາບຍິງ-ຊາຍ ແລະ ການລຶບລ້າງທຸກຮູບການຈໍາແນກຕໍ່ແມ່ຍິງ ໃນຂັ້ນນະຄອນຫຼວງວຽງຈັນ, ຂັ້ນເມືອງ ແລະ ຂັ້ນບ້ານ; ສ້າງເງື່ອນໄຂ ແລະ ຊຸກຍູ້ສົ່ງເສີມການເຂົ້າເຖິງຂໍ້ມູນຂ່າວສານກ່ຽວກັບຄວາມສະເໝີພາບຍິງ-ຊາຍ ຂອງທຸກພາກສ່ວນການຈັດຕັ້ງພັກ-ລັດ, ລັດວິສາຫະກິດ, ພາກທຸລະກິດເອກະຊົນ, ບັນດາຄູ່ຮ່ວມພັດທະ ນາ, ອົງການຈັດຕັ້ງສັງຄົມ ແລະ ມວນຊົນ ເພື່ອຫຼຸດຜ່ອນການໃຊ້ຄວາມຮຸນແຮງຕໍ່ເດັກຊາຍ ແລະ ເດັກຍິງ ໃນນະຄອນຫຼວງວຽງຈັນ ໂດຍຜ່ານການສ້າງຄວາມເຂັ້ມແຂງໃຫ້ແກ່ຫຼາຍຂະແໜງການ.
ຫ້າ: ເອົາໃຈໃສ່ສ້າງຄວາມເຂັ້ມແຂງໃຫ້ກົງຈັກການຈັດຕັ້ງ ແລະ ບຸກຄະລາກອນທີ່ຮັບຜິດຊອບວຽກງານຄວາມສະເໝີພາບຍິງ-ຊາຍ ຕາມ 5 ວິທີການ ທີ່ໄດ້ກໍານົດໃນມາດຕາ 20 ຂອງກົດໝາຍວ່າດ້ວຍ ຄວາມສະເໝີພາບຍິງ-ຊາຍ ຄື: ການປູກຈິດສໍານຶກກ່ຽວກັບຄວາມສະເໝີພາບຍິງ-ຊາຍ; ການບໍ່ໃຫ້ມີການຈໍາແນກຄວາມສະເໝີພາບຍິງ-ຊາຍ; ການສົ່ງເສີມຄວາມສະເໝີພາບຍິງ-ຊາຍ; ການຮັບປະກັນ
ຄວາມສະເໝີພາບຍິງ-ຊາຍ ແລະ ການນໍາໃຊ້ສະຖິຕິແຍກເພດຍິງ-ຊາຍ.
ວຽກງານສົ່ງເສີມຄວາມສະເໝີພາບຍິງ-ຊາຍ ຢູ່ນະຄອນຫຼວງວຽງຈັນ ແມ່ນວຽກງານທີ່ມີຄວາມສໍາຄັນປະກອບສ່ວນເຂົ້າໃນຂະບວນການພັດທະນາແບບຍືນຍົງ, ແນໃສ່ຊຸກຍູ້, ສົ່ງເສີມໃຫ້ຍິງ-ຊາຍມີຄວາມເທົ່າທຽມກັນທັງທາງດ້ານສິດ, ພັນທະ, ຄວາມຮັບຜິດຊອບການເມືອງ, ການໄດ້ຮັບນະໂຍບາຍ ແລະ
ຜົນປະໂຫຍດ, ການເລື່ອນຊັ້ນ, ເລື່ອນຂັ້ນ ແລະ ການປະກອບຕຳແໜ່ງນໍາພາ-ຄຸ້ມຄອງໃນກົງຈັກລັດ; ການສົ່ງເສີມຄວາມສະເໝີພາບ ຍິງ-ຊາຍ ໄດ້ເຮັດໃຫ້ບັນດາອົງປະກອບທາງດ້ານເພດໄວ ທີ່ປະກອບເຂົ້າໃນກົງຈັກລັດ ກໍຄືພາກສ່ວນອື່ນໆໃນສັງຄົມມີຄວາມສອດຄ່ອງ ແລະສົມສ່ວນ ເຊິ່ງຕ້ອງມີເພດຍິງ, ເພດຊາຍ, ທັງຮັບປະກັນໃຫ້ຖັນແຖວແມ່ຍິງໄດ້ມີໂອກາດປະຕິບັດໜ້າທີ່ວຽກງານ, ພາລະບົດບາດຂອງຕົນຢູ່
ໃນແຕ່ລະຂົງເຂດວຽກງານ ຄຽງຄູ່ກັບເພດຊາຍໃນພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດໃນໄລຍະໃໝ່./.
[1] ລັດຖະທຳມະນູນແຫ່ງ ສປປ ລາວ(ສະບັບປັບປຸງ ປີ 2025), ມາດຕາ 36, ໜ້າ 8.
[2] ກົດໝາຍວ່າດ້ວຍຄວາມສະເໝີພາບຍິງ-ຊາຍ, ເລກທີ 77/ສພຊ, ລົງວັນທີ 28 ພະຈິກ 2019, ມາດຕາ 2, ໜ້າ 1.
[3] ເອກະສານກອງປະຊຸມໃຫຍ່ ຄັ້ງທີ XI ພັກປະຊາຊົນປະຕິວັດລາວ, ປີ 2021, ໜ້າ 127.
[4] ເອກະສານກອງປະຊຸມໃຫຍ່ອົງຄະນະພັກນະຄອນຫຼວງວຽງຈັນ ຄັ້ງທີ VII, ປີ 2020, ໜ້າ 32.
[5] ບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງນະຄອນຫຼວງວຽງຈັນ ໄລຍະ 2020-2024 ແລະ ແຜນພັດທະນາແມ່ຍິງ ປີ 2025-2029, ໜ້າ 2.
[6] ບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງນະຄອນຫຼວງວຽງຈັນ ໄລຍະ 2020-2024 ແລະ ແຜນພັດທະນາແມ່ຍິງ ປີ 2025-2029, ໜ້າ 11.
ຮຽບຮຽງໂດຍ: ນ. ວິໄລພອນ ກິນນະລີ
(ວາລະສານອະລຸນໃໝ່ ສະບັບປະຈຳເດືອນກໍລະກົດ ປີ 2025)