ສ້າງກອງທັບປະຊາຊົນລາວໃຫ້ເຂັ້ມແຂງ ເປັນກຳລັງຫຼັກແຫຼ່ງ ໃນການປົກປ້ອງເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ຢ່າງໝັ້ນຄົງ

ກຳລັງຫຼັກແຫຼ່ງໃນການປົກປັກຮັກສາປະເທດຊາດ, ປົກປັກຮັກສາໝາກຜົນຂອງການປະຕິວັດ,ປະກອບສ່ວນຢ່າງຕັ້ງໜ້າໃນການພັດທະນາເສດຖະກິດ-ສັງຄົມ, ຟື້ນຟູການຜະລິດ ແລະ ປົວແປງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ. ປະທານ ໄກສອນພົມວິຫານ ໄດ້ເວົ້າວ່າ: “ເວລາໃດກອງທັບ ກໍນໍາ
ໜ້າທຸກວຽກງານ, ເດັດດ່ຽວໜຽວແໜ້ນ, ຜ່ານຜ່າອຸປະສັກ, ສໍາເລັດທຸກໜ້າທີ່, ຕີຊະນະສັດຕູທຸກໂຕ ສົມແລ້ວເປັນກຳລັງແກ່ນສານທີ່ເຂັ້ມແຂງຂອງການປະຕິວັດ, ເປັນເຄື່ອງມືອັນແຫຼມຄົມຂອງພັກ”[1]. ພັກເຮົາ ຍາມໃດກໍຖືເອົາວຽກງານປ້ອງກັນຊາດເປັນວຽກງານຍຸດທະສາດທີ່ພົວພັນໂດຍກົງເຖິງການຄົງຕົວ, ການຂະຫຍາຍຕົວຂອງປະເທດຊາດ ແລະ ລະບອບປະຊາທິປະໄຕປະຊາຊົນ, ເປັນເງື່ອນໄຂທີ່ເອື້ອອຳນວຍໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມ ແລະ ການທຳມາຫາກິນຂອງປະຊາຊົນ; ພັກປະຊາຊົນປະຕິວັດລາວ ເປັນຜູ້ກໍ່ຕັ້ງ, ນຳພາ, ສຶກສາອົບຮົມ, ຝຶກຝົນຫຼໍ່ຫຼອມກອງທັບປະຊາຊົນລາວໃຫ້ມີຄວາມຊື່ສັດບໍລິສຸດຕໍ່ຊາດ, ຕໍ່ພັກ ແລະ ຕໍ່ປະຊາຊົນລາວບັນດາເຜົ່າຕະຫຼອດມາ; ພັກໄດ້ວາງແນວທາງຍຸດທະສາດ, ຍຸດໂທ
ບາຍຢ່າງປະດິດສ້າງ, ສອດຄ່ອງກັບສະພາບການໃນແຕ່ລະໄລຍະ, ແທດເໝາະກັບເງື່ອນໄຂ, ຈຸດພິເສດຂອງປະເທດເຮົາ, ພັກໄດ້ຕີລາຄາວ່າ: ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ “ເປັນກໍາລັປະຈັນບານໃນການຕ້ານ, ສະກັດກັ້ນ ແລະ ທັບມ້າງກົນອຸບາຍມ້າງເພທໍາລາຍຂອງອິດທິກຳລັງປໍລະປັກ, ເປັນກຳລັງທີ່ມີຄວາມຮັບຜິດຊອບ ແລະ ໄດ້ຍົກລະດັບຄວາມສາມາດສູງຂຶ້ນໃນການປະຕິບັດໜ້າທີ່ກູ້ໄພທາງທຳມະຊາດ, ປະຕິບັດມາດຕະການສະກັດກັ້ນໂລກລະບາດ, ຊ່ວຍເຫຼືອປະຊາຊົນໃນກໍລະນີສຸກເສີນຕ່າງໆຢ່າງທັນການ”[2].

ກອງທັບປະຊາຊົນລາວ ພາຍຫຼັງໄດ້ຮັບການສ້າງຕັ້ງ (20 ມັງກອນ 1949) ກໍໄດ້ປະເຊີນໜ້າກັບສັດຕູຜູ້ຮຸກຮານທີ່ມີກໍາລັງແຮງເໜືອກວ່າຕັ້ງຫຼາຍເທົ່າ ບໍ່ວ່າທາງດ້ານກໍາລັງພົນ, ພາຫະນະ, ອາວຸດຍຸດໂທປະກອນທີ່ທັນສະໄໝ ແລະ ທາງດ້ານເສດຖະກິດ-ການເງິນທີ່ສະໜັບສະໜູນ. ພາຍໃຕ້ການນຳພາເດັດ
ຂາດ ໂດຍກົງ ແລະ ຮອບດ້ານຂອງພັກ ເລີ່ມຈາກສອງຝາມືເປົ່າ, ກຳລັງພົນບໍ່ຫຼາຍ, ອາວຸດຍຸດໂທປະກອນຍັງປະຖົມປະຖານ, ມີຈຳກັດ ແລະ ນໍາໃຊ້ຮູບການເຄື່ອນໄຫວແບບກອງໂຄສະນາປະກອບອາວຸດເປັນຕົ້ນຕໍ, ໃນເວລາສັ້ນໆກອງທັບເຮົາ ກໍໄດ້ຮັບການສະໜັບສະໜູນຈາກມະຫາຊົນ ແລະ ເຕີບໃຫຍ່ເຂັ້ມແຂງຂຶ້ນຢ່າງໄວວາ. ໄປພ້ອມໆກັບການເຕີບໃຫຍ່ຂະຫຍາຍຕົວຂອງຂະບວນການຕໍ່ສູ້ຂອງປະຊາຊົນເຮົາ, ກອງທັບເຮົາ ໄດ້ເປັນກອງກຳລັງຫຼັກແຫຼ່ງແກ່ນສານຂອງກຳລັງການເມືອງປະຕິວັດ, ເປັນກອງກຳລັງທີ່ມີອຸດົມການ, ມີມານະຈິດປະຕິວັດອັນເດັດດ່ຽວ ແລະ ມີເປົ້າໝາຍສູ້ຮົບທີ່ຈະແຈ້ງ, ຍາມໃດກໍຕິດແທດກັບຮາກຖານປະຊາຊົນ, ຍຶດໝັ້ນ ແລະ ເສີມຂະຫຍາຍທາດແທ້ປະຊາຊົນ ທັງເຮັດໜ້າທີ່ຕີສັດຕູທັງໂຄສະ
ນາປຸກລະດົມຂົນຂວາຍປະຊາຊົນ ກໍ່ສ້າງຮາກຖານການເມືອງ, ເປີດກວ້າງຖານທີ່ໝັ້ນຂອງການປະຕິວັດ, ທັງຊ່ວຍເຫຼືອປະຊາຊົນ ແລະ ຮູ້ເສີມຂະຫຍາຍກໍາລັງແຮງ-ຍາດແຍ່ງເອົາການສະໜັບສະໜູນອູ້ມຊູຈາກປະຊາຊົນ, ທັງເພີ່ມພູນຜະລິດຜົນ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ຈາກນັ້ນ ຈຶ່ງໄດ້ຮັບການປັບປຸງ ແລະ ພັດທະນາໃຫ້ເຕີບໃຫຍ່, ເຂັ້ມແຂງຂຶ້ນທາງດ້ານປະລິມານ ແລະ ຄຸນນະພາບ, ກາຍເປັນກອງທັບທີ່ມີຫຼາຍກົມກອງເຫຼົ່າຮົບທີ່ມີຄວາມສາມາດ ແລະ ມີຄວາມຊຳນິຊຳນານ ໃນສິລະປະ ຍຸດ-ຍຸດທະວິທີ ແລະ ການນໍາໃຊ້ອາວຸດນາໆຊະນິດ, ຍິ່ງຕີກໍຍິ່ງໄດ້ໄຊຊະນະ, ຍິ່ງຕີກໍຍິ່ງເຕີບໃຫຍ່, ຍິ່ງຕີກໍຍິ່ງເຂັ້ມແຂງ-ອົງອາດກ້າແກ່ນຂຶ້ນຢ່າງບໍ່ຢຸດຢັ້ງ.

ຕະຫຼອດໄລຍະ 76 ປີ ແຫ່ງພາລະກິດຕໍ່ສູ້ກູ້ຊາດ, ປົກປັກຮັກສາພັດທະນາປະເທດຊາດ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ໂດຍໄດ້ຮັບການລ້ຽງດູອູ້ມຊູ ແລະ ເບິ່ງແຍງຂອງປະຊາຊົນ, ກອງທັບປະຊາຊົນລາວ ໄດ້ສືບທອດມູນເຊື້ອພິລະອາດຫານທົນທານ ໜຽວແໜ້ນ ແລະ ເດັດດ່ຽວບໍ່
ຍອມຈຳນົນຂອງຊາດລາວເຮົາ, ພະນັກງານ-ນັກຮົບກອງທັບປະຊາຊົນລາວ ແຕ່ລະຮຸ່ນລ້ວນແຕ່ໄດ້ຜ່ານຜ່າອຸປະສັກຫຍຸ້ງຍາກນາໆປະການ, ໄດ້ຊຸບຫຼໍ່ຢູ່ໃນແປວໄຟສົງຄາມປະຕິວັດ ໄດ້ເຮັດສໍາເລັດໜ້າທີ່ພາລະກຳປະຫວັດສາດອັນລໍ້າເລີດທີ່ພັກ ແລະ ປະຊາຊົນມອບໝາຍໃຫ້, ສ້າງໜ້າປະຫວັດສາດຍຸກສະໄໝ ແລະ ມູນເຊື້ອວິລະຊົນຂອງຊາດລາວວິລະຊົນຢ່າງສະຫງ່າງາມ. ກໍາລັງປ້ອງກັນຊາດ ໄດ້ປະກອບສ່ວນອັນສໍາຄັນ ແລະ ສົມກຽດໃນການປະຕິບັດ 2 ໜ້າທີ່ຍຸດທະສາດ, ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອອັນສະຫງ່າງາມ, ເຊີດຊູສະຕິລະວັງຕົວກຽມພ້ອມສູ້ຮົບ, ເປັນກໍາລັງຫຼັກແຫຼ່ງ ເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ປົກປັກຮັກສາເອກະລາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດໄວ້ໄດ້ຢ່າງໝັ້ນຄົງ ຮັບປະກັນໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ປະກອບສ່ວນຢ່າງຕັ້ງໜ້າໃນການພັດທະນາເສດຖະກິດ-ສັງຄົມ ໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ. ເວົ້າສະເພາະ ໃນໄລຍະຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ຄະນະພັກຄະນະນໍາກະຊວງປ້ອງກັນປະເທດ ໄດ້ເອົາໃຈໃສ່ຊີ້ນໍາ-ບັນຊາ ແລະ ຈັດຕັ້ງເຊື່ອມຊຶມ-ຜັນຂະຫຍາຍຢ່າງມີຈຸດສຸມ ແລະ ແທດກັບຕົວຈິງ ໂດຍສະເພາະ “ການຈັດຕັ້ງປະຕິບັດວຽກງານຄວາມໝັ້ນຄົງໃນໄລຍະ
1 ປີຜ່ານມາ ສາມາດຍາດໄດ້ຜົນສໍາເລັດຫຼາຍດ້ານ ທີ່ເປັນໜ້າພາກພູມໃຈ ໂດຍສະເພາະການເປັນປະທານກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45, ກອງປະຊຸມໄອປາ ຄັ້ງທີ 45, ກອງປະຊຸມປິ່ນອ້ອມ ແລະ ການເຄື່ອນໄຫວວຽກງານຕ່າງປະເທດຈໍານວນໜຶ່ງ, ສາມາດຮັບປະກັນໄດ້ຄວາມສະຫງົບປອດໄພ”[3], ລວມທັງການເຮັດໜ້າທີ່ຮັກສາຄວາມສະຫງົບປອດໄພໃຫ້ການນໍາພັກ-ລັດ, ແຂກພາຍໃນ ແລະ ຕ່າງປະເທດ, ບັນດາວັນບຸນປະຫວັດສາດທີ່ສໍາຄັນຂອງຊາດ, ຂອງພັກ, ຂອງກອງທັບ, ປ້ອງກັນສໍານັກງານອົງການ, ສະໜາມບິນ, ເສັ້ນທາງທຸລະກັນດານ, ບັນດາໂຄງການກໍ່ສ້າງຂອງລັດຖະບານ ມີຄວາມສະຫງົບປອດໄພ 100%. ຄຽງຄູ່ກັນນັ້ນ ກອງທັບພວກເຮົາຍັງເປັນກໍາລັງຫຼັກແຫຼ່ງໃນການປະຕິບັດໜ້າ
ທີ່ກູ້ໄພທາງທໍາມະຊາດ, ບໍ່ວ່າຈະເປັນຕ້ານໄພນໍ້າຖ້ວມ, ໄພແລ້ງ, ໄຟໄໝ້ປ່າ ແລະ ຊ່ວຍເຫຼືອປະຊາຊົນໃນກໍລະນີສຸກເສີນຕ່າງໆຢ່າງເປັນເຈົ້າການ.

ບັນດາຜົນສຳເລັດດັ່ງກ່າວ ຍ້ອນຄວາມຕັດສິນໃຈ, ຄວາມເອົາໃຈໃສ່ຂອງບັນດາກົມກອງ-ທ້ອງຖິ່ນ ຕໍ່ການປະຕິບັດໜ້າທີ່ການເມືອງຂອງຕົນ ໂດຍປິ່ນອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ ເຊິ່ງມີຜົນສໍາເລັດໃນຫຼາຍດ້ານ, ເຖິງວ່າຈະມີສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ໄພພິບັດທຳມະຊາດ ແລະ ບັນຫາອື່ນໆ, ແຕ່ພະນັກງານ-ສະມາຊິກພັກ ກໍຄືນາຍ ແລະ ພົນທະຫານສ່ວນຫຼວງຫຼາຍ ຍັງມີແນວຄິດອຸ່ນອ່ຽນທຸ່ນທ່ຽງ ແລະ ຫ້າວຫັນປະຕິບັດໜ້າທີ່ວຽກງານ ສະແດງອອກຫຼາຍກົມກອງກຳລັງຫຼວງ ແລະ ກຳລັງທ້ອງຖິ່ນ ຍັງສືບຕໍ່ສຸມໃສ່ເຄື່ອນໄຫວປະ
ຕິບັດໜ້າທີ່ຢູ່ເຂດທຸລະກັນດານ-ຫ່າງໄກສອກຫຼີກ, ຕັ້ງໜ້າບຸກບືນ, ຫ້າວຫັນ, ເປັນແບບຢ່າງ, ຊີ້ນໍາບັນຊາ, ໃກ້ຊິດຕິດແທດ ແລະ ລົງເຮັດວຽກຕົວຈິງກັບອ້າຍນ້ອງດ້ວຍຄວາມຮັບຜິດຊອບສູງ ເຮັດສໍາເລັດໜ້າທີ່ການເມືອງຂອງຕົນ, ປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ; ສືບຕໍ່ເປັນກຳລັງຫຼັກແຫຼ່ງ ໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບປວງຊົນຮອບ ດ້ານຂອງພັກ.

ຄຽງຄູ່ກັບຜົນງານທີ່ຍາດມາໄດ້ ກໍຍັງມີບັນຫາທ້າທາຍຕ່າງໆ ທີ່ເກີດຈາກປັດໄຈພາຍໃນ-ພາຍນອກ, ເປັນຕົ້ນແມ່ນການນໍາພາ, ແກ້ໄຂບັນຫາຮາກຖານການເມືອງບໍ່ທັນຮັບປະກັນຄວາມໜັກແໜ້ນ, ການປຸກລະດົມທົ່ວປວງຊົນ ແລະ ການມີສ່ວນຮ່ວມຂອງສັງຄົມປະກອບສ່ວນໃນວຽກງານປ້ອງກັນຊາດ-ປ້ອງ
ກັນຄວາມສະຫງົບ ບໍ່ທັນເປັນຂະບວນກວ້າງຂວາງ ແລະ ແຂງແຮງເທົ່າທີ່ຄວນ. ສະນັ້ນ ເພື່ອສືບຕໍ່ສ້າງກອງທັບໃຫ້ມີຄວາມເຂັ້ມແຂງສາມາດເປັນກຳລັງຫຼັກແຫຼ່ງໃນການປົກປັກຮັກສາອຳນາດອະທິປະໄຕ ແລະ ໝາກຜົນການປະຕິວັດໄວ້ຢ່າງໝັ້ນຄົງ, ໃນຕໍ່ໜ້າຕ້ອງສຸມໃສ່ບາງວຽກ ດັ່ງນີ້:

  1. ເພີ່ມທະວີການຊີ້ນໍາ-ນໍາພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງປະເທດຊາດ. “ຕັ້ງໜ້າຍົກສູງສະຕິສະກັດກັ້ນ ແລະ ຕ້ານທຸກກົນອຸ ບາຍ ​ເລ່ລ່ຽມຂອງສັດຕູ, ທັບມ້າງຍຸດທະສາດຫັນປ່ຽນໂດຍສັນຕິຂອງອິທິກຳລັງປໍລະປັກ, ເປັນເຈົ້າການໃນການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ, ປົກປັກຮັກສາລະບອບໃໝ່ປະຊາທິປະໄຕປະຊາຊົນໄວ້ໃຫ້ໝັ້ນຄົງ”. ຮັບປະກັນໃຫ້ປະເທດຊາດມີສະຖຽນລະພາບທາງດ້ານການເມືອງ, ມີຄວາມສະຫງົບປອດໄພຢ່າງໜັກແໜ້ນດ້ວຍມາດຕະການຍຸດທະສາດ.
  2. ເອົາໃຈໃສ່ວຽກງານສຶກສາອົບຮົມການເມືອງ-ແນວຄິດ ໃຫ້ເລິກເຊິ່ງແທດເຖິງແຕ່ລະເປົ້າໝາຍ, ສຶກສາອົບຮົມທາດແທ້ມູນເຊື້ອກອງທັບປະຕິວັດ, ກອງທັບປະຊາຊົນໃນເງື່ອນໄຂໃໝ່ໃຫ້ດີ ຕິດພັນກັບການເກັບກຳສະພາບການເມືອງແນວຄິດຂອງພະນັກງານ-ນັກຮົບທົ່ວກອງທັບ; ສຸມໃສ່ຈັດຕັ້ງຜັນຂະຫຍາຍບັນດາມະຕິຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນປະເທດໃຫ້ເລິກເຊິ່ງ ແລະ ທົ່ວເຖິງ, ການສຶກສາອົບຮົມການເມືອງ-ແນວຄິດຕ້ອງແຫຼມຄົມ, ເຮັດດ້ວຍຫຼາຍຮູບຫຼາຍສີ, ຫຼາຍວິທີການ ແລະ ມີເນື້ອໃນອຸດົມສົມບູນເພື່ອສ້າງຄວາມຮັບຮູ້-ເຂົ້າໃຈຕໍ່ແນວທາງນະໂຍບາຍ, ລະບຽບກົດໝາຍຂອງພັກ-ລັດຢ່າງເລິກເຊິ່ງ, ແທດເຖິງ ແລະ ສ້າງໃຫ້ມີການປ່ຽນແປງຢ່າງແທ້ຈິງ; ພ້ອມນັ້ນ ຕ້ອງຍູ້ຂະບວນການເພື່ອຂໍ່ານັບຮັບຕ້ອນວັນບຸນສໍາຄັນຕ່າງໆຂອງຊາດໃຫ້ມີຂະບວນການກວ້າງຂວາງ ແລະ ມີບັນຍາກາດຟົດຟື້ນ-ຕໍ່ເນື່ອງ.
  3. ສືບຕໍ່ຈັດຕັ້ງກຳລັງລົງກໍ່ສ້າງຮາກຖານການເມືອງ, ສ້າງທ່າສະໜາມ 3 ຂັ້ນ ຕິດພັນກັບວຽກງານ

3 ສ້າງ ໂດຍສຸມໃສ່ບໍລິເວນຊາຍແດນ, ເຂດຫ່າງໄກສອກຫຼີກ, ບັນດາຈຸດສຸມຂອງກະຊວງ; ສົມທົບແໜ້ນ 3 ດ້ານໄປພ້ອມໆກັນ (ດ້ານການເມືອງ, ເສດຖະກິດ ແລະ ການທະຫານ) ກັບການປັບປຸງລະບົບການຈັດຕັ້ງຢູ່ຮາກຖານໃຫ້ໜັກແໜ້ນເຂັ້ມແຂງໃນທຸກດ້ານ, ເອົາໃຈໃສ່ຍົກສູງສະຕິລະວັງຕົວ, ກຽມ
ພ້ອມສູ້ຮົບ, ເດັດດ່ຽວຕອບຕ້ານທຸກການເຄື່ອນໄຫວຂອງສັດຕູຢ່າງທັນການ; ສຸມໃສ່ແກ້ໄຂເຂດທີ່ຍັງບໍ່ມີຄວາມສະຫງົບ, ໜໍ່ແໜງທີ່ຈະພາໃຫ້ເກີດຄວາມບໍ່ສະຫງົບ ແລະ ມີມາດຕະການແກ້ໄຂຄ່ອງແຄ້ນເດັດ ຂາດ; ສືບຕໍ່ປະຕິບັດມາດຕະການຍຸດທະສາດຫັນລົງຮາກຖານ “ປະຕິບັດ 4 ເນື້ອໃນ 4 ຄາດໝາຍ, ກຳປະຊາຊົນ, ຈັດຕັ້ງກໍາລັງປະຈຳຢູ່ແຕ່ລະບ້ານ, ປັບປຸງອົງການປົກຄອງຂັ້ນຮາກຖານໃຫ້ໜັກແໜ້ນເຂັ້ມແຂງ.

  1. ເພີ່ມທະວີການນໍາພາຂອງພັກຕໍ່ກຳລັງປະກອບອາວຸດ ຕິດພັນກັບການສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ, ສ້າງກົມກອງ 3 ປອດ, ກົມກອງ-ນັກຮົບວັດທະນະທໍາໃຫ້ມີຄຸນນະພາບ ແລະ ສ້າງພະນັກງານສືບທອດປ່ຽນແທນໃຫ້ຄົບເງື່ອນໄຂມາດຖານ ແລະ ເອົາໃຈໃສ່ຈັດຕັ້ງໃຫ້ຕໍ່ເນື່ອງ. ໃນນີ້ ແມ່ນສຸມໃສ່ການດໍາເນີນກອງປະຊຸມຂອງຄະນະພັກ ແຕ່ລະກົມກອງໃນທົ່ວກຳລັງປ້ອງກັນຊາດໃຫ້ສຳເລັດ.
  2. ເອົາໃຈໃສ່ຄົ້ນຄວ້າຫຼັກສູດການຮຽນ-ການສອນ ໃຫ້ແກ່ໂຄງການກໍ່ສ້າງ-ບຳລຸງຢູ່ບັນດາສະຖາບັນການສຶກສາ, ວຽກງານອົບຮົມຫັດແອບ, ບັບປຸງລະບຽບແບບແຜນຂອງກອງທັບໃຫ້ມີຄຸນນະພາບຕິດແທດກັບໜ້າທີ່ການເມືອງຂອງກອງທັບໃນໄລຍະໃໝ່; ເອົາໃຈໃສ່ສ້າງພະລາທິການກັບທີ່ ຕົ້ນຕໍແມ່ນຮັບປະ
    ກັນໃຫ້ໄດ້ດ້ານສະບຽງອາຫານ, ການຈັດຕັ້ງລ້ຽງດູທັບ, ຮັບປະກັນເງິນເດືອນ-ເງິນກິນ, ດ້ານເຄື່ອງນຸ່ງຫົ່ມ, ນໍ້າມັນເຊື້ອໄຟ, ຢາປົວພະຍາດ, ການຈັດຊື້-ຈັດຫາ, ວຽກງານຂົນສົ່ງ; ຍູ້ແຮງການຜະລິດ ແລະ ຂະ ຫຍາຍເຂດຜະລິດກະສິກຳຂັ້ນກະຊວງ ແລະ ຂອງບັນດາກົມກອງ ເພື່ອຍົກລະດັບຊີວິດການເປັນຢູ່ຂອງກອງທະຫານໃຫ້ດີຂຶ້ນ, ຜະລິດເປັນສິນຄ້າເພື່ອສ້າງລາຍຮັບໃຫ້ກະຊວງ ແລະ ກົມກອງ; ເອົາໃຈໃສ່ວຽກງານເຕັກນິກການທະຫານ, ປົກປັກຮັກສາ ແລະ ບົວລະບັດພາຫະນະເຕັກນິກ, ອາວຸດ-ກະສຸນໃຫ້ດີ, ປັບປຸງຄືນລະບົບສາງຄັງເກັບມ້ຽນ, ເອກະສານນິຕິກຳໃນການຄຸ້ມຄອງ-ນໍາໃຊ້ໃຫ້ເຂົ້າສູ່ລະບົບ, ຮັບປະກັນຄຸນນະພາບ ແລະ ຕິດຕາມແຜນການດັດແປງພາຫະນະ-ເຕັກນິກ, ຜະລິດເຄື່ອງອາໄຫຼ່, ສ້ອມແປງພາຫະນະໃຫ້ສຳເລັດຕາມແຜນການ.
  3. ເຊື່ອມຊຶມກຳແໜ້ນ ແລະ ປະຕິບັດແນວທາງການຕ່າງປະເທດຂອງພັກໃຫ້ຖືກຕ້ອງ, ເພີ່ມທະວີການພົວພັນຮ່ວມມືກັບກອງທັບຂອງບັນດາປະເທດອ້າຍນ້ອງເພື່ອນມິດຍຸດທະສາດ ແລະ ເພື່ອນມິດໃກ້ຄຽງ ແລະ ໃນໂລກ ເພື່ອປະກອບສ່ວນເຂົ້າໃນການເສີມສ້າງສັນຕິພາບ, ສະຖຽນລະພາບ ແລະ ການ
    ຮ່ວມມືກັບພາກພື້ນ ແລະ ສາກົນ. ສ້າງກອງທັບປະຊາຊົນລາວໃຫ້ໜັກແໜ້ນເຂັ້ມແຂງ ແມ່ນວຽກງານໜຶ່ງທີ່ມີຄວາມສຳຄັນ, ແນໃສ່ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມໝັ້ນຄົງ ແລະ ການຂະ ຫຍາຍຕົວອັນໜັກແໜ້ນຂອງລະບອບປະຊາທິປະໄຕປະຊາຊົນ. ສະນັ້ນ ກອງທັບຕ້ອງເອົາໃຈໃສ່ເສີມຂະ ຫຍາຍມູນເຊື້ອອັນດີງາມຂອງຕົນ, ເປັນກອງທັບທີ່ມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ປະເທດຊາດ ແລະ ຕໍ່ປະ ຊາຊົນ; ມີຄຸນທາດການເມືອງໜັກແໜ້ນ, ຄຸນສົມບັດສິນທຳປະຕິວັດ, ມີລະບຽບວິໄນເຂັ້ມງວດ, ມີຄວາມຮູ້, ຄວາມສາມາດໃນການນໍາພາ-ບັນຊາ, ມີມານະຈິດປະຕິວັດສູງສົ່ງ, ມີຄວາມຮູ້ທາງດ້ານວິທະຍາສາດການທະຫານ, ມີຄວາມຊໍານິຊໍານານດ້ານວິຊາສະເພາະໃນການສູ້ຮົບ ແລະ ນໍາໃຊ້ອາວຸດທັນສະໄໝ; ເຊີດຊູນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເພື່ອໃຫ້ສົມກັບເປັນກຳລັງແກ່ນສານຂອງການປະຕິວັດ, ເປັນເຄື່ອງມືອັນແຫຼມຄົມຂອງພັກ, ເປັນກຳລັງທີ່ເຮັດໜ້າທີ່ປົກປ້ອງເອກະລາດ, ອໍານາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງຊາດລາວຢ່າງແທ້ຈິງ./.

[1] ເອກະສານຄູ່ມືປາຖະກະຖາ, ຄະນະໂຄສະນາອົບຮົມສູນກາງພັກ, ປີ 2018, ໜ້າ 4.

[2] ເອກະສານກອງປະຊຸມໃຫຍ່ ຄັ້ງທີ XI ພັກປະຊາຊົນປະຕິວັດລາວ, ປີ 2021, ໜ້າ 16.

[3] ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 9, ສະໄໝທີ XI, ປີ 2024, ໜ້າ 4.

(ຂຽນໂດຍ: ເຄນໄຊ ພິມ​ບຸນ​ເລີຍ)

(ວາລະສານອະລຸນໃໝ່ ປະຈຳເດືອນມັງກອນ ປີ 2025)

Leave a Reply

Your email address will not be published. Required fields are marked *