
ການຫັນເປັນທັນສະໄໝ (Modernization) ໝາຍເຖິງການຫັນປ່ຽນແປງທາງດ້ານເສດຖະກິດ, ສັງ ຄົມ, ການເມືອງ, ວັດທະນະທໍາຂອງປະເທດ ຫຼື ສັງຄົມ ໃຫ້ມີຄວາມກ້າວໜ້າທັນສະໄໝ ໂດຍນໍາເອົາເຕັກໂນໂລຊີ, ຄວາມຄິດ ແລະ ນະວັດຕະກໍາໃໝ່ ເຂົ້າມາຮັບໃຊ້ເພື່ອເພີ່ມປະສິດທິພາບ ແລະ ຄຸນນະພາບຂອງການຈັດຕັ້ງໄຫວວຽກງານຂົງເຂດຕ່າງໆ. ວຽກງານໂຄສະນາອົບຮົມ ແມ່ນວຽກກົກ, ແມ່ນວຽກແຖວ ໜ້າ, ແມ່ນວຽກຕົ້ນຕໍ ແລະ ສອດຫ້ອຍໄປໃນທຸກຂົງເຂດວຽກງານຂອງພັກ, ລັດ ແລະ ອົງການຈັດຕັ້ງມະຫາຊົນ.
ການໂຄສະນາອົບຮົມ ແມ່ນມີບົດບາດສໍາຄັນເຮັດໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ ມີຄວາມຮັບຮູ້, ເຂົ້າໃຈ, ຕື່ນຕົວ ແລະ ເປັນເຈົ້າການປະຕິບັດຕາມແນວທາງຂອງພັກ,ນະໂຍ ບາຍຂອງລັດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ການຫັນວຽກງານໂຄສະນາອົບຮົມຂອງພັກໄປສູ່ຄວາມທັນສະໄໝ ເປັນຂະບວນການປັບປ່ຽນ ແລະ ປະຕິຮູບວິທີການໂຄສະນາ ແລະ ອົບຮົມຂອງພັກ ໃຫ້ມີຄວາມທັນສະໄໝ ດ້ວຍການນໍາໃຊ້ເຕັກໂນໂລຊີໃໝ່, ວິທີການສື່ສານທີ່ເຂົ້າເຖິງປະຊາຊົນ ຢ່າງມີປະສິດທິພາບ ແລະ ປ່ຽນແປງເນື້ອຫາໃຫ້ສອດຄ່ອງກັບຍຸກສະໄໝ. ການຫັນປ່ຽນນີ້ ມີຄວາມໝາຍໃຫ້ການເຄື່ອນໄຫວວຽກງານໂຄສະນາອົບຮົມຂອງພັກ ສາມາດສື່ສານ ແລະ ດຶງດູດປະຊາຊົນໃຫ້ມີຄວາມສົນໃຈ ແລະ ສ້າງຄວາມເຂົ້າໃຈຢ່າງເລິກເຊິ່ງ ແລະ ເຂົ້າຮ່ວມພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ຍ້ອນແນວນັ້ນ, ຈິ່ງຮຽກຮ້ອງໃຫ້ມີການສ້າງການຫັນປ່ຽນວຽກງານໂຄສະ
ນາອົບຮົມໄປສູ່ຄຸນນະພາບໃໝ່ ເພື່ອສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່. ພ້ອມກັນນັ້ນ, ລັດ ກໍໄດ້ກໍານົດນະໂຍບາຍຕໍ່ວຽກງານໂຄສະນາອົບຮົມ ໄວ້ວ່າ: “ພັດທະນາວຽກງານສື່ມວນຊົນໃຫ້ມີຄຸນນະພາບ, ທັນສະໄໝ ແລະ ທັນການ ເພື່ອກາຍເປັນກະບອກສຽງ
ອັນແຫຼມຄົມຂອງພັກ-ລັດ ໃນການຜັນຂະຫຍາຍແນວທາງ ແລະ ນະໂຍບາຍ ຂອງພັກ ແລະ ລັດຖະບານ ໃນແຕ່ລະໄລຍະຢ່າງເລິກເຊິ່ງ ແລະ ກວ້າງຂວາງແຕ່ຂັ້ນສູນກາງຮອດທ້ອງຖິ່ນ”[1].
ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໄດ້ລະບຸວ່າ “ຕ້ອງຮັບປະກັນເຮັດໃຫ້ບັນດາອົງການເສນາທິການ ຫຼື ອົງການວິຊາການຕ່າງໆ ທີ່ເຮັດໜ້າທີ່ໃນຂົງເຂດການເມືອງ-ແນວຄິດ ແລະ ທິດສະດີຂອງພັກ ໄດ້ຮັບການຍົກລະດັບຄວາມສາມາດໃນການເຄື່ອນໄຫວປະຕິບັດພາລະບົດບາດຂອງຕົນ ເຊັ່ນ: ຄະນະໂຄສະນາອົບຮົມແຕ່ລະຂັ້ນ… ທັງນີ້ ກໍເພື່ອສາມາດຊ່ວຍສູນກາງພັກ ຄົ້ນຄວ້າ, ສ້າງບັນດາເນື້ອໃນການ
ເຄື່ອນໄຫວທີ່ສອດຄ່ອງກັບການສ້າງການຫັນປ່ຽນໃໝ່ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ”[2]. ໃນໄລ ຍະຜ່ານມາ (2024) ບັນດາອົງການຈັດຕັ້ງທີ່ເຮັດວຽກງານການເມືອງ-ແນວຄິດ ກໍຄືວຽກງານໂຄສະນາອົບຮົມຂອງພັກໄດ້ເຄື່ອນໄຫວວຽກງານຂອງຕົນມີຜົນສຳເລັດພົ້ນເດັ່ນໃນຫຼາຍດ້ານ ເປັນຕົ້ນ: ຫຼາຍເອກະ ສານຂອງພັກ ແລະ ລັດ ສືບຕໍ່ໄດ້ຮັບການຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍເຂົ້າສູ່ຊີວິດ
ຕົວຈິງ. ຄະນະພັກແຕ່ລະຂັ້ນ ໄດ້ເປັນເຈົ້າການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ລວມທັງບັນດາມະຕິກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ແລະ 9 ສະໄໝທີ XI, ຜົນສໍາເລັດກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ຄໍາສັ່ງວ່າດ້ວຍ ການກະກຽມ ແລະ ດໍາເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ສະບັບ
ເລກທີ 411/ຄລສພ, ລົງວັນທີ 8 ສິງຫາ 2023; 2 ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມ
ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ; ມະຕິວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ສະບັບເລກທີ 04/ກມສພ ແລະ ເອກະສານ ອື່ນໆ ໃຫ້ແກ່ຖັນແຖວພະນັກງານ, ລັດຖະກອນ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ ຢ່າງເປັນຂະບວນການກວ້າງຂວາງ.
ວຽກງານໂຄສະນາ ໄດ້ຮັບການຈັດຕັ້ງເຄື່ອນໄຫວຢ່າງຕໍ່ເນື່ອງ. ບັນດາອົງການຈັດຕັ້ງຂອງພັກ-ລັດ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນທຸກຂັ້ນໄດ້ສືບຕໍ່ເອົາໃຈໃສ່ຈັດຕັ້ງເຊື່ອມຊຶມ ແລະ ສຶກສາອົບຮົມໃຫ້ປະຊາຊົນຊັ້ນຄົນຕ່າງໆ ໄດ້ມີຄວາມຮັບຮູ້, ເຂົ້າໃຈມູນເຊື້ອປະຕິວັດ, ແນວທາງ-ແຜນນະໂຍບາຍຂອງພັກ, ລະບຽບ, ກົດໝາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມຂອງລັດ ໃນແຕ່ລະໄລຍະ, ພ້ອມທັງເຜີຍແຜ່ຜົນສໍາເລັດຂອງພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ, ປຸກລະດົມສະຕິຕື່ນຕົວ ແລະ ປະຕິບັດສິດເປັນເຈົ້າປະເທດຊາດ ກໍຄືສົ່ງເສີມຫົວຄິດປະດິດສ້າງຂອງທົ່ວສັງຄົມ ເພື່ອປະກອບສ່ວນອັນສໍາຄັນ ເຂົ້າໃນການຈັດຕັ້ງປະຕິບັດແນວທາງ-ແຜນນະໂຍບາຍຂອງ
ພັກ ຢ່າງມີຜົນສໍາເລັດ. ພ້ອມນັ້ນ ໄດ້ເອົາໃຈໃສ່ຄົ້ນຄວ້າ ແລະ ເຜີຍແຜ່ສະພາບການທີ່ພົ້ນເດັ່ນພາຍໃນ ແລະ ສາກົນ ເຊິ່ງເຮັດໃຫ້ພະນັກງານ-ສະມາຊິກພັກສ່ວນຫຼາຍມີຄວາມເຂົ້າໃຈ ແລະ ເປັນເອກະພາບຕໍ່ແນວທາງ, ນະໂຍບາຍຂອງພັກ-ລັດ, ມີສະຕິຕໍ່ກົນອຸບາຍມ້າງເພທໍາລາຍຂອງພວກຄົນບໍ່ດີ. ວຽກງານໂຄ ສະນາຜ່ານສື່ ເປັນຕົ້ນແມ່ນຜ່ານໜັງສືພິມ, ວາລະສານ, ວິທະຍຸ, ໂທລະພາບ, ສື່ສັງຄົມອອນລາຍ… ສືບ ຕໍ່ໄດ້ຮັບການເອົາໃຈໃສ່ກະຈາຍຂ່າວທີ່ຫຼາກຫຼາຍ ສອດຄ່ອງກັບສະພາບການ ແລະ ທັນເຫດການກວ່າເກົ່າ, ສ້າງເງື່ອນໄຂໃຫ້ເປົ້າໝາຍຕ່າງໆສາມາດເຂົ້າເຖິງຂໍ້ມູນຂ່າວສານທາງການ ນັບມື້ສະດວກ ແລະ ກວ້າງ ຂວາງ.
ເອກະສານອົບຮົມແນວທາງ-ແຜນນະໂຍບາຍຂອງພັກ, ນິຕິກໍາຂອງລັດ ສືບຕໍ່ໄດ້ຮັບການປັບປຸງ ແລະ ສ້າງໃໝ່ ໃຫ້ສອດຄ່ອງກັບສະພາບວຽກງານຕົວຈິງ. ໄດ້ສ້າງ ແລະ ປັບປຸງເອກະສານຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ; ເອກະສານອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານ, ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ ເພື່ອກະກຽມໃຫ້ແກ່ການດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ; ສ້າງຫົວຂໍ້ເອກະສານອົບຮົມ ດໍາເນີນຊີວິດການ
ເມືອງໃນທົ່ວພັກ ເພື່ອກ້າວເຂົ້າສູ່ກອງປະຊຸມໃຫຍ່ ຂອງພັກ ຄັ້ງທີ XII ຂອງພັກ; ຮຽບຮຽງເອກະສານອົບຮົມພະນັກງານທີ່ເຮັດວຽກງານອົບຮົມ, ປັບປຸງເອກະສານອົບຮົມພະນັກງານຫຼັກແຫຼ່ງຢູ່ບັນດາກະຊວງ, ອົງການ ແລະ ທ້ອງຖິ່ນ; ຈັດພິມເອກະສານຄູ່ຮ່ວມຊາຕາກໍາລາວ-ຈີນ ປີ 2024-2028; ຄົ້ນຄວ້າ, ສ້າງເອກະສານອົບຮົມປະຊາຊົນ ທີ່ດໍາລົງຊີວິດລຽບຕາມເສັ້ນທາງລົດໄຟລາວ-ຈີນ; ເອກະສານພັກນໍາພາ ເພື່ອ
ຄວາມຢູ່ດີກິນດີຂອງປະຊາຊົນ (70 ຄໍາຖາມ-70 ຄໍາຕອບ).
ບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ໄດ້ປັບປຸງໜ່ວຍງານຕິດຕາມ, ເກັບກໍາສະພາບແນວຄິດ-ຫາງສຽງ ຂອງພາກສ່ວນຕົນ ທາງດ້ານບຸກຄະລາກອນ ແລະ ກົນໄກການເຄື່ອນໄຫວ ໃຫ້ສາມາດດໍາເນີນວຽກງານຢ່າງຕໍ່ເນື່ອງ ແລະ ສາມາດສັງລວມໄດ້ສະພາບແນວຄິດ-ຫາງສຽງສັງຄົມ, ສະພາບການຕ່າງໆທັງພາຍໃນ ແລະ ຕ່າງປະເທດ ທັງສົມທົບກັບພາກສ່ວນທີ່ກ່ຽວຂ້ອງຈັດຕັ້ງນໍາພາແນວຄິດ ໂດຍເສີມຂະ
ຫຍາຍດ້ານຕັ້ງໜ້າ ແລະ ແກ້ໄຂບັນຫາດ້ານຫຍໍ້ທໍ້ ໃຫ້ສອດຄ່ອງ, ລວມທັງການຕອບຕ້ານຖ້ອຍທໍານອງບິດເບືອນໃສ່ຮ້າຍປ້າຍສີຂອງອິດທິກໍາລັງປໍລະປັກ ແລະ ພວກຄົນບໍ່ດີ ໄດ້ໂດຍພື້ນຖານ.
ພື້ນຖານວັດຖຸ-ເຕັກນິກ ແລະ ສິ່ງອໍານວຍຄວາມສະດວກ ໃຫ້ແກ່ການເຄື່ອນໄຫວວຽກງານໂຄສະນາອົບຮົມ ບາງດ້ານໄດ້ຮັບການເອົາໃຈໃສ່ປັບປຸງດີຂຶ້ນ. ແຕ່ລະກະຊວງ, ອົງການ ແລະ ທ້ອງຖິ່ນ ໄດ້ມີຄວາມພະຍາຍາມ ໃນການສະໜອງສິ່ງອໍານວຍຄວາມສະດວກ, ປັບປຸງພື້ນຖານໂຄງລ່າງເຕັກນິກ ໃຫ້ແກ່ການເຄື່ອນໄຫວວຽກງານໂຄສະນາອົບຮົມ ຕິດພັນກັບການຫັນເປັນທັນສະໄໝ, ເປັນຕົ້ນແມ່ນ: ການປະກອບຄອມພິມເຕີ, ໂທລະໂຄ່ງ, ເຄື່ອງສຽງ, ສະໜອງສັນຍານອິນເຕີເນັດ, ການຕິດຕັ້ງ-ປັບປຸງຫ້ອງປະຊຸມທາງໄກ, ການປັບປຸງສື່ ແລະ ລະບົບການສື່ສານອື່ນໆ, ຈັດຕັ້ງຝຶກອົບຮົມການນໍາໃຊ້ບາງໂປຼແກຼມ ແລະ ດ້ານເຕັກນິກທີ່ຈໍາເປັນ, ພ້ອມນັ້ນ ຍັງໄດ້ປຸກລະດົມຂົນຂວາຍການຊ່ວຍເຫຼືອດ້ານວັດຖຸ, ປັດໄຈຈາກພາກ
ສ່ວນຕ່າງໆໃນສັງຄົມທັງພາຍໃນ ແລະ ຕ່າງປະເທດ ເພື່ອຊຸກຍູ້ການເຄື່ອນໄຫວວຽກງານໂຄສະນາອົບຮົມ ແລະ ຊ່ວຍເຫຼືອສັງຄົມຕາມຄວາມສາມາດຕົວຈິງ. ປັບປຸງລະບົບຫ້ອງອ່ານ, ຫ້ອງສະມຸດ, ລະບົບເວບໄຊດ໌
ໃຫ້ມີເນື້ອໃນທີ່ຫຼາກຫຼາຍ, ສາມາດຊອກຫາຂໍ້ມູນສະດວກວ່ອງໄວຂຶ້ນກວ່າເກົ່າ.
ສຳລັບ ຄະນະໂຄສະນາອົບຮົມສູນກາງພັກໄດ້ສົມທົບກັບກະຊວງເຕັກໂນໂລຊີ ແລະ ການສື່ສານ ຂຶ້ນແຜນຈັດຝຶກອົບຮົມຄວາມຮູ້ພື້ນຖານໃນການຫັນເປັນດິຈິຕ໋ອນ ວຽກງານໂຄສະນາອົບຮົມ ຄັ້ງທີ I ໃຫ້ພະນັກງານ ຄອສພ; ຝຶກອົບຮົມຄວາມຮູ້ພື້ນຖານຂອງລະບົບຄອມພິວເຕີໃຫ້ພະນັກງານຄະນະໂຄສະນາອົບຮົມແຂວງ 6 ແຂວງ ຄື: ແຂວງສາລະວັນ, ແຂວງຫຼວງນໍ້າທາ, ແຂວງຫຼວງພະບາງ, ແຂວງວຽງຈັນ, ແຂວງຊຽງຂວາງ ແລະ ນະຄອນຫຼວງວຽງຈັນ; ສໍາເລັດຝຶກອົບຮົມການບໍລິຫານຈັດການກະດານຂ່າວເອເລັກໂຕຼນິກ ໃຫ້ແກ່ຄະນະໂຄສະນາອົບຮົມແຂວງທົ່ວປະເທດຜ່ານລະບົບທາງໄກ; ສໍາເລັດການຈັດຝຶກອົບຮົມວິທີການຂຽນຂ່າວ, ບົດຄວາມລົງເຜີຍແຜ່ໃນສື່ເອເລັກໂຕຼນິກ ຜ່ານລະບົບທາງໄກ ໃຫ້ແກ່ພະນັກ ງານຄະນະໂຄສະນາອົບຮົມແຂວງທົ່ວປະເທດ; ອັບເດດເວັບໄຊສ ຄະນະໂຄສະນາອົບຮົມແຂວງທົ່ວປະ ເທດ ເປັນເວັບໄຊສລະບົບໃໝ່ ແລະ ຊ່ວຍແອັດມິນບັນດາແຂວງຕິດຕາມ, ແກ້ໄຂບັນຫາຕ່າງໆທີ່ເກີດຂຶ້ນໃນເວັບໄຊສ, ສ້າງວິດີໂອແນະນໍາການນໍາໃຊ້ເວັບໄຊສເວີຊັ່ນໃໝ່ ແລະ ແຊຂໍ້ມູນຂ່າວສານການເຄື່ອນໄຫວຂອງຄະນະນໍາ ຂຶ້ນເພສ ຄອສພ; ພົວພັນກັບສູນບໍລິຫານລັດດິຈິຕອນ ພະແນກປະຕູຂໍ້ມູນຂ່າວສານລາວ ເພື່ອເພີ່ມຊ່ອງທາງການເຂົ້າເຖິງຂໍ້ມູນ ໂດຍນໍາເອົາຜະລິດຕະພັນຂອງ ຄອສພ ແລະ ໂຄສະນາອົບຮົມແຂວງເຜີຍແຜ່ອອກໃນລະບົບດັ່ງກ່າວ; ຕິດຕາມ, ປັບປຸງ, ແກ້ໄຂ ລະບົບເວັບໄຊສວາລະສານໂຄສະນາ, ວາລະສານອະລຸນໃໝ່ ແລະ ເວັບໄຊສໜັງສືພິມປະຊາຊົນ ຕາມການສະເໜີຂອງພາກສ່ວນກ່ຽວຂ້ອງ; ກວດຄືນ ແລະ ອັບເດດບັນຊີລາຍຊື່ຜູ້ໃຊ້ລະບົບ G-Chat, G-Share, Email ລັດຖະບານ; ໄດ້ປະສານສົມທົບກັບບໍລິສັດລາວໂທລະຄົມກ່ຽວກັບການປັບປຸງພັດທະນາລະບົບສັນຍານອິນເຕີເນັດ ໃນທົ່ວ ຄອສພ ເພື່ອຮອງຮັບລະບົບຫ້ອງການທັນສະໄໝ; ລົງເກັບກໍາສະພາບການນໍາໃຊ້ຄອມພິວເຕີ ແລະ ລະບົບເຄືອຂ່າຍອິນເຕີເນັດ ທົ່ວຄະນະໂຄສະນາອົບຮົມສູນກາງພັກ; ຕິດຕັ້ງວິນໂດ, ໂປຣແກຣມພື້ນຖານ, ຕິດຕັ້ງແອນຕີ້ໄວລັສ, ກູ້ຂໍ້ມູນຄອມພິວເຕີ, ສ້ອມແປງຄອມພິວເຕີ, ປິ້ນເຕີ ແລະ ແກ້ໄຂສັນຍານອິນເຕີເນັດ ຢູ່ບັນດາກົມພາຍໃນ ຄອສພ ລວມທັງໝົດ 2.132 ຄັ້ງ; ສໍາເລັດການຂຶ້ນແຜນການ, ແຜນງົບປະມານຂອງຄະນະພັດທະນາໂຄງການໂຄງລ່າງພື້ນຖານ-ຄວາມປອດໄພທາງໄຊເບີ ຢູ່ສູນກາງ ແລະ ທ້ອງຖິ່ນ.
ຄຽງຄູ່ກັບຜົນງານທີ່ຍາດມາໄດ້ນັ້ນ, ການເຄື່ອນໄຫວວຽກງານໂຄສະນາອົບຮົມໃນໜຶ່ງປີຜ່ານມາ ກໍຍັງມີຈຸດອ່ອນ-ຂໍ້ຄົງຄ້າງຈໍານວນໜຶ່ງ ທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ: ການເຜີຍແຜ່, ເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິ, ຄໍາສັ່ງຂອງພັກ, ບັນດານິຕິກໍາລະບຽບ, ກົດໝາຍຂອງລັດ, ການສ້າງເອກະສານນໍາພາແນວຄິດພະນັກງານ, ສະມາຊິກພັກ ແລະ ປະຊາຊົນ ຕໍ່ກັບສະພາບຄວາມຫຍຸ້ງຍາກ ແລະ ສິ່ງຫຍໍ້ທໍ້ທີ່ເກີດຂຶ້ນຢູ່ໃນສັງຄົມ ຍັງມີລັກສະນະຊັກຊ້າ ແລະ ບໍ່ຫຼາກຫຼາຍເທົ່າທີ່ຄວນ; ການສ້າງເນື້ອໃນ, ການປັບປຸງຮູບການ ແລະ ວິທີການ ໂຄສະນາອົບຮົມ ເຖິງໄດ້ມີຄວາມພະຍາຍາມ ແຕ່ຍັງມີຂໍ້ຈໍາກັດຫຼາຍດ້ານ ແລະ ບໍ່ທັນສ້າງການຫັນປ່ຽນເທົ່າທີ່ຄວນ, ເຮັດໃຫ້ວຽກງານໂຄສະນາອົບຮົມ ເຖິງໄດ້ເຮັດຫຼາຍ, ເຮັດຕໍ່ເນື່ອງ ແຕ່ປະສິດທິພາບບໍ່ທັນສູງ; ການຫັນເປັນທັນສະໄໝວຽກງານໂຄສະນາ ຍັງບໍ່ທັນເປັນລະບົບຄົບຊຸດ, ການເຂົ້າເຖິງ ແລະ ຄວາມສາມາດໃນການນໍາໃຊ້ເຕັກໂນໂລຊີ-ຂໍ້ມູນຂ່າວສານ ຂອງພະນັກງານໂຄສະນາອົບ ຮົມ ຍັງຈໍາກັດ ແລະ ບໍ່ທັນກາຍເປັນກໍາລັງແຮງໃຫ້ແກ່ວຽກງານໂຄສະນາອົບຮົມຢ່າງແທ້ຈິງ; ການສ້າງ
ແລະ ປັບປຸງກົນໄກການເຄື່ອນໄຫວວຽກງານໂຄສະນາອົບຮົມ ລະຫວ່າງສາຍຕັ້ງ ແລະ ສາຍຂວາງ ຍັງບໍ່ທັນເປັນລະບົບໂລ່ງລ່ຽນແທ້; ການປະສານສົມທົບ ຮ່ວມກັນເຮັດວຽກ, ຊ່ວຍໜູນເຊິ່ງກັນແລະກັນ ກໍຄືການນໍາໃຊ້ກໍາລັງແຮງສັງລວມ ເຂົ້າໃນວຽກງານໂຄສະນາອົບຮົມ ຍັງເຮັດໄດ້ໜ້ອຍ; ລະບອບສ່ອງແສງ, ລາຍງານ ບໍ່ເປັນປົກກະຕິ ເຮັດໃຫ້ການສັງລວມວຽກງານບໍ່ແທດຕົວຈິງເທົ່າທີ່ຄວນ.
ເພື່ອສືບຕໍ່ພັດທະນາວຽກງານໂຄສະນາອົບຮົມຂອງພັກ ຕາມທິດຫັນເປັນທັນສະໄໝເທື່ອລະກ້າວ ບັນດາອົງການທີ່ເຮັດວຽກງານການເມືອງ-ແນວຄິດ ກໍຄືວຽກງານໂຄສະນາອົບຮົມທຸກຂັ້ນ ຄວນປະຕິບັດບາງວິທີການ ດັ່ງນີ້:
- ເພີ່ມທະວີການນໍາພາ-ຊີ້ນໍາ ຂອງກົມການເມືອງສູນກາງພັກ ຕໍ່ກັບຄະນະໂຄສະນາອົບຮົມສູນກາງພັກ ໂດຍສະເພາະການຫັນວຽກງານໂຄສະນາອົບຮົມເປັນທັນສະໄໝ; ຊຸກຍູ້ການລົງທຶນໃສ່ພື້ນຖານໂຄງລ່າງການບໍລິການເຕັກໂນໂລຊີຂໍ້ມູນຂ່າວສານ, ປະກອບບຸກຄະລາກອນ ທີ່ມີຄວາມຮູ້-ຄວາມສາມາດ ທາງດ້ານເຕັກໂນໂລຊີໃໝ່ເຂົ້າໃນການຫັນວຽກງານໂຄສະນາອົບຮົມເປັນທັນສະໄໝ ເພື່ອມີກຳລັງແຮງຢ່າງຄົບຖ້ວນ ໃນການພັດທະນາວຽກງານດັ່ງກ່າວ ໃຫ້ທັນຍຸກທັນສະໄໝ. ດ້ານອື່ນ, ມີມາດຕະການ ແລະ ການກະທໍາ ເພື່ອຫຼຸດຜ່ອນຜົນກະທົບດ້ານຫຍໍ້ທໍ້ຂອງອິນເຕີແນັດ ຕໍ່ກັບຊີວິດສັງຄົມ.
- ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝເຂົ້າໃນວຽກງານໂຄສະນາອົບຮົມ. ໃນຍຸກອຸດສາຫະກຳ 4.0 ການຫັນປ່ຽນວຽກງານໂຄສະນາອົບຮົມໄປສູ່ຄຸນນະພາບໃໝ່ ມີຄວາມຈໍາເປັນຕ້ອງນໍາໃຊ້ເຕັກໂນໂລຊີ (ອິນເຕີເນັດ ແລະ ສື່ສັງຄົມອອນລາຍ) ເພື່ອຍົກລະດັບການໂຄສະນາສຶກສາອົບຮົມການເມືອງ-ແນວຄິດ, ປຸກ ລະດົມ, ເຜີຍແຜ່ແນວທາງນະໂຍບາຍຂອງພັກ-ລັດ ແນໃສ່ເຮັດໃຫ້ປະຊາຊົນບັນດາເຜົ່າໃນສັງຄົມໄດ້ຮັບຮູ້, ເຂົ້າໃຈຢ່າງກວ້າງຂວາງ, ທົ່ວເຖິງທຸກເປົ້າໝາຍ ແລະ ວ່ອງໄວ ນຳໄປຈັດຕັ້ງປະຕິບັດໃຫ້ເປັນຈິງ; ປົກປັກຮັກສາສະຖຽນລະພາບທາງດ້ານການເມືອງ ແລະ ຄວາມສະຫງົບປອດໄພຂອງສັງຄົມ. ພ້ອມກັນນັ້ນ, ທັງເປັນການນໍາໃຊ້ເຂົ້າໃນການຕອບໂຕ້ໃຫ້ທັນການຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິ ຂອງອິທິກຳລັງປໍລະປັກ ແລະ ພວກຄົນບໍ່ດີ ທີ່ສວຍໃຊ້ສື່ສັງຄົມອອນລາຍສ້າງຄວາມປັ່ນປ່ວນໃນສັງຄົມ, ໂຄສະນາບິດເບືອນ, ໃສ່ຮ້າຍປ້າຍສີແນວທາງນະໂຍບາຍຂອງພັກ-ລັດ ແລະ ສ້າງຄວາມແບ່ງແຍກ, ປຸກປັ່ນຕ່າງໆ ລະຫວ່າງ ພັກ -ລັດ ແລະ ປະຊາຊົນບັນດາເຜົ່າ; ການນໍາໃຊ້ເຕັກໂນໂລຊີ ທີ່ທັນສະໄໝເຂົ້າໃນວຽກງານໂຄສະນາອົບຮົມ ກ່ອນອື່ນໝົດ ຄະນະພັກທຸກຂັ້ນ ຄວນສ້າງ ແລະ ເປີດບັນດາເວັບໄຊສ໌, ລວມທັງສື່ອອນລາຍຂອງຕົນ ເພື່ອໂຄສະນາເຜີຍແຜ່ຂໍ້ມູນ ແລະ ຂ່າວສານການເຄື່ອນໄຫວວຽກງານໃຫ້ສັງຄົມ ສາມາດເຂົ້າເຖິງຢ່າງງ່າຍດາຍ ແລະ ຮັບຮູ້ຂ່າວສານໃໝ່ ຢ່າງທັນເຫດການ ແລະ ເປັນປົກກະຕິ. ພ້ອມກັນນັ້ນ, ກໍຊຸກຍູ້ສົ່ງເສີມ ແລະ ຄຸ້ມຄອງບັນດາບຸກຄົນທີ່ມີບົດບາດ ແລະ ຊື່ສຽງໃນເວັບໄຊສ໌ ແລະ ແຟນເພຈຕ່າງໆ ເພື່ອໃຫ້ເຂົາເຈົ້າລົງຂ່າວສານທີ່ດີ, ສ້າງສັນໃນສັງຄົມອອນລາຍ ແລະ ໃຊ້ສື່ດັ່ງກ່າວ ຕອບຕ້ານກັບຂ່າວປອມ, ຂ່າວອະກຸສົນຫຼອກລວງຂອງພວກບໍ່ດີຢ່າງທັນການ.
- ກໍ່ສ້າງ, ຍົກສູງຄຸນນະພາບບຸກຄະລາກອນ. ຕໍ່ໜ້າທ່າອ່ຽງດ້ານເຕັກໂນໂລຊີ, ນະວັດຕະກໍາແລະ ການພັດທະນາຈະສືບຕໍ່ຂະຫຍາຍຕົວຢ່າງແຂງແຮງແລະ ມີຫຼາຍສິ່ງທ້າທາຍໃໝ່ ຄະນະໂຄສະນາອົບຮົມທຸກຂັ້ນ ຕ້ອງເອົາໃຈໃສ່ກໍ່ສ້າງຖັນແຖວພະນັກງານນັກໂຄສະນາ, ປາຖະກະຖາ, ນັກບັນນາທິການ, ນັກຂຽນ, ຜູ້ເຮັດວຽກງານພິມຈໍາໜ່າຍໃຫ້ກຽມພ້ອມຮອງຮັບການປະຕິບັດໜ້າທີ່ການເມືອງໃນໄລຍະໃໝ່; ຂ້າມຜ່ານຂໍ້ຫຍຸ້ງຍາກສິ່ງທ້າທາຍ ແລະ ກ້າວເຂົ້າສູ່ການຫັນປ່ຽນໃໝ່ຢ່າງແຂງແຮງ, ເລິກເຊິ່ງ ໂດຍຍຶດໝັ້ນໃນການບໍາລຸງກໍ່ສ້າງດ້ານການເມືອງ-ແນວຄິດ, ອຸດົມການ ແລະ ຄຸນສົມບັດສິນທໍາປະຕິວັດອັນເປັນພື້ນຖານ
ຕົ້ນຕໍ. ຄຽງຄູ່ກັບດ້ານຄວາມຮູ້, ຄວາມສາມາດເສີມຂະຫຍາຍບົດບາດຂອງເຂົາເຈົ້າຜ່ານການເພີ່ມທະວີກຳລັງຄວາມສາມາດປະດິດຄິດສ້າງ. ພະນັກງານໂຄສະນາອົບຮົມຕ້ອງມີທັກສະ, ວິທີການເຜີຍແຜ່, ສື່ສານຂໍ້ມູນ. ເອົາໃຈໃສ່ວຽກງານກໍ່ສ້າງ, ບຳລຸງ, ສັບຊ້ອນພະນັກງານ, ນັກບັນນາທິການຂອງຕົນ, ຖືເປັນສໍາຄັນວຽກງານສຶກສາອົບຮົມດ້ານການເມືອງ-ແນວຄິດ, ຄຸນສົມບັດ, ແບບແຜນດໍາລົງຊີວິດ, ເອົາໃຈໃສ່ເຖິງຄວາມຕ້ອງການ ແລະ ສິດຜົນປະໂຫຍດອັນຊອບທຳຂອງພະນັກງານໃນຂອບເຂດຄວາມຮັບຜິດຊອບຕົນ. - ການພັດທະນາວຽກງານໂຄສະນາອົບຮົມ ຕ້ອງໄປຄຽງຄູ່ກັບການຄຸ້ມຄອງເປັນຢ່າງດີ, ຕາມທິດການປະຕິວັດເປັນມືອາຊີບ, ທັນສະໄໝ, ມີຄຸນນະພາບ ແລະ ປະສິດທິຜົນຕອບສະໜອງຄວາມຮຽກຮ້ອງຕ້ອງການດ້ານຂໍ້ມູນຂ່າວສານ, ໂຄສະນາແນວທາງຂອງພັກ, ນະໂຍບາຍ, ກົດໝາຍຂອງລັດ, ເຕົ້າໂຮມ
ຄວາມສາມັກຄີມະຫາຊົນ, ສ້າງຄວາມເຫັນດີເປັນເອກະພາບໃນສັງຄົມ, ກຳນົດແນວຄິດ, ປະກອບສ່ວນຍົກສູງຄວາມຮູ້ຂອງພະນັກງານ-ສະມາຊິກພັກ ແລະ ປະຊາຊົນລາວບັນດາເຜົ່າ ສອດຄ່ອງກັບທ່າອ່ຽງພັດທະ ນາວິທະຍາສາດເຕັກໂນໂລຊີ ແລະ ຂໍ້ມູນຂ່າວສານ, ສື່ມວນຊົນໂລກ; ສົມທົບກັນຢ່າງແໜ້ນແຟ້ນບັນດາອົງການທີ່ເຮັດວຽກງານການເມືອງ-ແນວຄິດ; ກໍ່ສ້າງພື້ນຖານວັດທະນະທຳ ທີ່ເປັນມູນເຊື້ອຂອງຊາດ, ດຶງດູດ, ເຕົ້າໂຮມທຸກຊັ້ນຄົນ, ໃນການເຂົ້າຮ່ວມປົກປັກຮັກສາສີສັນວັດທະນະທຳຂອງຊາດ; ຕໍ່ສູ້, ຕໍາໜິຕິຕຽນບັນດາທັດສະນະຜິດພາດໃນດ້ານການເມືອງ, ວັດທະນະທໍາ, ສາມາດເວົ້າໄດ້ວ່າ, ນີ້ແມ່ນໜຶ່ງໃນບັນດາ
ຄວາມຮຽກຮ້ອງຕ້ອງການພື້ນຖານ ແລະ ຈໍາເປັນຍິ່ງຢູ່ທຸກໆປະເທດໃນປັດຈຸບັນ, ເມື່ອຕ້ອງຈຳກັດສະກັດກັ້ນຜົນກະທົບດ້ານຫຍໍ້ທໍ້ຂອງສັງກາດດິຈິຕ໋ອນ. - ປັບປຸງກົງຈັກການຈັດຕັ້ງ ແລະ ການເຄື່ອນໄຫວຂອງຄະນະໂຄສະນາອົບສູນກາງພັກຄືນໃໝ່ຕາມທິດກະທັດຮັດ, ປະສິດທິພາບ ເພື່ອຍົກສູງປະສິດທິຜົນຂອງການນໍາພາ, ຄຸ້ມຄອງສື່ຂອງຕົນ ເຂົ້າໃນການພັດທະນາລະບົບໃຫ້ທັນສະໄໝ.
- ຂຸດຄົ້ນນໍາໃຊ້ທຸກກຳລັງແຮງສັງລວມຂອງການຈັດຕັ້ງ ແລະ ສັງຄົມ ເຂົ້າໃນການເຄື່ອນໄຫວວຽກງານໂຄສະນາອົບຮົມ; ປັບປຸງພື້ນຖານວັດຖຸເຕັກນິກ ແລະ ສິ່ງອໍານວຍຄວາມສະດວກ ຕິດພັນກັບການຫັນເປັນທັນສະໄໝ. ສືບຕໍ່ສ້າງ-ປັບປຸງເວບໄຊດ໌ ແລະ ສື່ເອເລັກໂຕຼນິກອື່ນໆຂອງຄະນະໂຄສະນາອົບຮົມແຕ່ລະຂັ້ນ ແລະ ຂອງກະຊວງ, ອົງການຕ່າງໆ ໃຫ້ມີເນື້ອໃນອຸດົມສົມບູນ; ປັບປຸງຖານຂໍ້ມູນ, ເກັບກຳສັງ ລວມຂໍ້ມູນ ແລະ ສະໜອງຂໍ້ມູນດ້ານຕ່າງໆໃຫ້ແກ່ການເຄື່ອນໄຫວວຽກງານໂຄສະນາອົບຮົມ ດ້ວຍຫຼາຍຮູບການ, ຫຼາຍວິທີທີ່ເໝາະສົມ ແລະ ສາມາດນໍາໃຊ້ສະດວກ; ປຸກລະດົມທົ່ວສັງຄົມ ມີສ່ວນຮ່ວມໃນການພັດທະນາວຽກງານໂຄສະນາອົບຮົມ; ຈັດສັນປະກອບພະຫະນະ, ອຸປະກອນ-ເຄື່ອງມື ອັນຈໍາເປັນໃຫ້ແກ່ການເຄື່ອນໄຫວວຽກງານໂຄສະນາອົບຮົມ, ປັບປຸງຍົກລະດັບລະບົບຫ້ອງປະຊຸມທາງໄກ ໃຫ້ມີຄວາມຮັບ ປະກັນ.
- ສະໜອງງົບປະມານ, ພາຫະນະ, ວັດຖຸອຸປະກອນ ຮັບໃຊ້ແກ່ວຽກງານໂຄສະນາອົບຮົມໃຫ້ສົມຄູ່ກັບວຽກງານຕົວຈິງ. ການສະໜອງງົບປະມານ, ອຸປະກອນການເຄື່ອນໄຫວໃຫ້ແກ່ວຽກງານໃຫ້ພຽງພໍກັບຄວາມຕ້ອງການຕົວຈິງ ແລະ ທັນເວລາ ແມ່ນບັນຫາປັດໄຈສໍາຄັນ ແລະ ມີຄວາມຈໍາເປັນຢ່າງຍິ່ງ ທັງມີລັກສະນະຮັບປະກັນຄຸນນະພາບ ກໍຄືປະສິດທິຜົນຂອງວຽກງານ. ສະນັ້ນ, ຈິ່ງມີຄວາມຈໍາເປັນຕ້ອງຫັນວຽກ
ງານໂຄສະນາອົບຮົມໄປຕາມທິດທັນສະໄໝ ດ້ວຍການປະກອບ ແລະ ນໍາໃຊ້ວັດຖຸອຸປະກອນ, ເຄື່ອງມືຮັບໃຊ້ທີ່ທັນສະໄໝ ແລະ ສະໜອງງົບປະມານຮັບໃຊ້ໃຫ້ພຽງພໍກັບວຽກງານຕົວຈິງ ໃນສະເພາະໜ້ານີ້ ຄວນສຸມໃສ່ປັບປຸງຍົກລະດັບສູນຂໍ້ມູນຂ່າວສານ ຂອງຄະນະໂຄສະນາອົບຮົມສູນກາງພັກ ແລະ ສ້າງຕາໜ່າງຂໍ້
ມູນຂ່າວສານ ຢູ່ຂັ້ນແຂວງຈໍານວນໜຶ່ງ ທີ່ມີເງື່ອນໄຂເພື່ອສະໜອງຂໍ້ມູນໃຫ້ແກ່ຜູ້ເຮັດວຽກງານໂຄສະນາອົບຮົມ ຢູ່ຂັ້ນທ້ອງຖິ່ນ ແລະ ສູນກາງ, ສ້າງເວັບໄຊສ໌, ສ້າງອີເມວ ແລະ ອື່ນໆ ຮັບປະກັນໃຫ້ແກ່ການຮັບ -ສົ່ງຂໍ້ມູນຂ່າວສານໃຫ້ມີຄວາມວ່ອງໄວ, ສະໜອງງົບປະມານ, ປະກອບພາຫະນະ ແລະ ວັດຖຸອຸປະກອນຮັບໃຊ້ໃຫ້ແກ່ວຽກງານໂຄສະນາອົບຮົມຂັ້ນເມືອງ ເພື່ອດໍາເນີນວຽກງານໂຄສະນາສຶກສາອົບຮົມການເມືອງຂອງພັກ ໃນຂັ້ນທ້ອງຖິ່ນໃຫ້ໄດ້ດີກວ່າເກົ່າ.
ເພື່ອສ້າງການຫັນປ່ຽນວຽກງານໂຄສະນາອົບຮົມໄປສູ່ຄຸນນະພາບໃໝ່ ແລະ ທັນສະໄໝ ໃຫ້ສູງຂຶ້ນເລື້ອຍໆ, ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່ນີ້ ຮຽກຮ້ອງໃຫ້ຄະນະພັກທຸກຂັ້ນ, ສະມາຊິກພັກທຸກສະຫາຍ ຕ້ອງຮັບຮູ້ເຂົ້າໃຈ ແລະ ເຫັນໄດ້ບົດບາດຄວາມສຳ
ຄັນຂອງວຽກງານໂຄສະນາອົບຮົມ, ບັນຫາສຳຄັນ ທັງເປັນປັດໄຈຕັດສິນ ແມ່ນຕ້ອງເພີ່ມທະວີການນໍາພາຂອງຄະນະພັກທຸກຂັ້ນ ຕໍ່ວຽກງານໂຄສະນາອົບຮົມ ດ້ວຍການບັນຈຸພະນັກງານເຂົ້າໃສ່ວຽກງານນີ້ໃຫ້ມີຈໍານວນພຽງພໍ ແລະຮັບປະກັນດ້ານຄຸນນະພາບ ພ້ອມທັງສະໜອງງົບປະມານ, ພາຫະນະ ແລະ ວັດຖຸອຸປະກອນ ໃຫ້ສົມຄູ່ກັບຄວາມຕ້ອງການຕົວຈິງ, ເຮັດໄດ້ແນວນັ້ນ ວຽກງານໂຄສະນາອົບຮົມຈະມີຄຸນ
ນະພາບດີຂຶ້ນກວ່າເກົ່າ ເພື່ອສູ້ຊົນເຮັດໃຫ້ປະຊາຊົນຫຼຸດພົ້ນອອກຈາກຄວາມທຸກຍາກ, ປະເທດຫຼຸດພົ້ນຈາກສະຖານະພາບດ້ອຍພັດທະນາ, ເຮັດໃຫ້ປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມສາ ມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທໍາ ແລະ ສີວິໄລ./.
[1] ແຜນພັດທະນະາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ໜ້າ 86.
[2] ເອກະສານກອງປະຊຸມໃຫຍ່ ຄັ້ງທີ IX ພັກປະຊາຊົນປະຕິວັດລາວ, ປີ 2021, ໜ້າ 84.
ທ່ານ ນ. ວິລະວອນ ພັນທະວົງ*
(ວາລະສານອະລຸນໃໝ່ ສະບັບປະຈຳເດືອນເມສາ ປີ 2025)
* ຄະນະປະຈຳພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ.