
ການດໍາເນີນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃນໄລຍະຜ່ານມາໄດ້ຮັບຜົນສໍາເລັດໃຫຍ່ຫຼວງຫຼາຍດ້ານ, ແຕ່ໃນຂະນະດຽວກັນ ກໍມີບາງບັນຫາຕັ້ງຂຶ້ນ ເຊັ່ນ: ການຂຸດຄົ້ນ ແລະ ນໍາໃຊ້ທ່າແຮງທາງດ້ານຊັບພະຍາກອນ ກໍຄືການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານແຫ່ງລັດ ຍັງເຮັດບໍ່ທັນໄດ້ດີ, ປະສິດທິຜົນບໍ່ສູງ ເຊິ່ງໃນກອງປະຊຸມໃຫຍ່ ຄັ້ງ
ທີ XI ຂອງພັກ ກໍໄດ້ຊີ້ໃຫ້ເຫັນວ່າ: “ການກໍານົດກົນໄກ ແລະ ມາດຕະການຄຸ້ມຄອງລາຍຮັບ-ລາຍຈ່າຍງົບປະມານຍັງມີຊ່ອງວ່າງຫຼາຍ ເຮັດໃຫ້ເຈົ້າໜ້າທີ່ສວຍໃຊ້ສິດອໍານາດ ເພື່ອຫາຜົນປະໂຫຍດສ່ວນຕົວ, ການສວຍໃຊ້ໜ້າທີ່-ຕໍາແໜ່ງໃນຂົງເຂດຄຸ້ມຄອງລາຍຮັບ-ລາຍຈ່າຍ ໄດ້ກໍ່ໃຫ້ເກີດປະກົດການຫຍໍ້ທໍ້ກວ້າງຂວາງ, ແກ່ຍາວ ເຊິ່ງບໍ່ສະເພາະແຕ່ບັ່ນທອນ
ປະສິດທິພາບຂອງກົງຈັກຄຸ້ມຄອງລາຍຮັບໂດຍກົງເທົ່ານັ້ນ ຫາກຍັງກໍ່ໃຫ້ເກີດການຮົ່ວໄຫຼງົບປະມານຢ່າງກວ້າງຂວາງໃນກົງຈັກລັດຢູ່ແຕ່ລະຂັ້ນ”[1] ການປະຕິບັດກົດໝາຍ ແລະ ລະບຽບການບໍ່ເຄັ່ງຄັດ ກາຍເປັນຊ່ອງວ່າງໃຫ້ເກີດມີປະກົດການລະເມີດວິໄນແຜນການ-ການເງິນ. ເພື່ອແກ້ໄຂບັນຫາທີ່ກ່າວມານັ້ນ ການເພີ່ມທະວີການກວດສອບງົບປະມານແຫ່ງລັດ
ກໍແມ່ນວິທີການໜຶ່ງທີ່ສໍາຄັນ, ມີຄວາມຈໍາເປັນພາວະວິໄສ ເພື່ອເຮັດໃຫ້ການຄຸ້ມຄອງງົບປະມານແຫ່ງລັດມີຄວາມເຂັ້ມແຂງ, ຖືກຕ້ອງ, ເໝາະສົມ, ຍຸຕິທໍາ, ໂປ່ງໃສ, ປະຢັດ ແລະ ຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດໄດ້ຢ່າງຄົບຖ້ວນ ພ້ອມທັງເປັນການຕ້ານການລະເມີດວິໄນແຜນການ-ການເງິນ, ການສ້າງໜີ້ສິນຄຸມເຄືອ, ສ້າງຄວາມປອດໃສຢູ່ໃນອົງການຈັດຕັ້ງລັດ, ສ້າງສະຕິໃຫ້ບັນດາຫົວໜ່ວຍງົບປະມານຂອງລັດເຄົາລົບລະບຽບ, ກົດໝາຍ, ມີວິໄນແຜນການ-ການເງິນຢ່າງເຂັ້ມງວດ, ເຮັດໃຫ້ສັງຄົມມີຄວາມເຊື່ອໝັ້ນຕໍ່ລະບົບການຈັດຕັ້ງຂອງພັກ-ລັດ ເວົ້າລວມ, ເວົ້າສະເພາະແມ່ນການຄຸ້ມຄອງ ແລະ ນໍາໃຊ້ງົບປະມານຂອງລັດໃຫ້ເກີດປະໂຫຍດສູງສຸດຕໍ່ປະເທດຊາດ.
ການກວດສອບ ແມ່ນຂະບວນການເຄື່ອນໄຫວເກັບກໍາຂໍ້ມູນ ແລະ ຫຼັກຖານຕົວຈິງກ່ຽວກັບເປົ້າໝາຍຖືກກວດສອບເຊິ່ງດໍາເນີນໂດຍອົງການກວດສອບແຫ່ງລັດ ແນໃສ່ຢັ້ງຢືນຄວາມຖືກຕ້ອງຂອງເອກະສານລາຍງານການເງິນ; ຄວາມສອດຄ່ອງທາງດ້ານກົດໝາຍ; ຜົນການຈັດຕັ້ງປະຕິບັດໃນການຄຸ້ມຄອງການນໍາໃຊ້ງົບປະມານ, ການເງິນ ແລະ ຊັບສິນຂອງລັດຂອງຫົວໜ່ວຍງົບປະມານ, ຫົວໜ່ວຍທຸລະກິດລັດລົງທຶນ ແລະ ຫົວໜ່ວຍທີ່ບໍ່ສະແຫວງຫາຜົນກໍາໄລ.
ໃນຊຸມປີຜ່ານມາ ຄະນະພັກ-ຄະນະນໍາອົງການກວດສອບແຫ່ງລັດ ໄດ້ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍເນື້ອໃນມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງອົງຄະນະພັກອົງການກວດສອບແຫ່ງລັດ ຄື: “ຍົກສູງຄວາມສາມາດນໍາພາຂອງຄະນະພັກ, ຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກ ເພື່ອສ້າງການຫັນປ່ຽນທີ່ແຂງແຮງ ແລະ ເລິກເຊິ່ງໃນວຽກງານພະນັກງານ, ວຽກງານຍົກສູງຄຸນນະພາບຂອງການກວດສອບ ແລະ ວຽກງານປະສານສົມທົບແກ້ໄຂຜົນການກວດສອບ”[2] ໄດ້ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງຂອງຕົນໃນການນໍາພາ-ຊີ້ນໍາວຽກງານກວດສອບງົບປະມານແຫ່ງລັດ ໃຫ້ມີຄວາມເຂັ້ມງວດຕໍ່ເປົ້າໝາຍຖືກກວດສອບ, ໃຫ້ຜົນການກວດສອບມີຄຸນນະພາບ ແລະ ມີປະສິດທິຜົນ ແນໃສ່ສະກັດກັ້ນ ແລະ ຕ້ານປະກົດການຫຍໍ້ທໍ້ທາງດ້ານການເງິນໃຫ້ທັນກັບສະພາບການ; ໃນນັ້ນໄດ້ເລັ່ງໃສ່ການກວດສອບການຈັດຕັ້ງປະຕິບັດນິຕິກຳ
ກ່ຽວກັບງົບປະມານໃຫ້ເຂົ້າສູ່ລະບຽບ, ກົດໝາຍ, ເຂັ້ມງວດໃນການປະຕິບັດລະບຽບວິໄນແຜນການ-ການເງິນ; ກວດສອບການສ້າງແຜນລາຍຮັບ-ລາຍຈ່າຍໃຫ້ຖືກຕ້ອງ, ຈະແຈ້ງຕາມຄວາມຮຽກຮ້ອງຕ້ອງການຂອງການພັດທະນາໃນແຕ່ລະໄລ ຍະ; ກວດສອບການສະຫຼຸບການຈັດຕັ້ງປະຕິບັດແຜນລາຍຮັບ-ລາຍຈ່າຍງົບປະມານແຫ່ງລັດຂອງບັນດາຂະແໜງການທັງຢູ່ຂັ້ນສູນກາງ ແລະທ້ອງຖິ່ນໃຫ້ຄົບຖ້ວນ; ພ້ອມທັງ ຕິດຕາມ, ຊຸກຍູ້ ແລະ ກວດສອບຄືນຕາມຜົນການກວດສອບເພື່ອຕີລາຄາສະພາບຄວາມເປັນຈິງໃນການຈັດຕັ້ງປະຕິບັດມາດຕະການແກ້ໄຂຜົນການກວດສອບໃນປີຜ່ານມາ. ພ້ອມກັນນັ້ນ ກໍໄດ້ເອົາໃຈໃສ່ບໍາລຸງ, ກໍ່ສ້າງພະນັກງານໃຫ້ມີຄຸນນະພາບ, ມີຄວາມຊຳນິຊຳນານທາງດ້ານວຽກງານວິຊາສະເພາະ ຕາມທິດຫັນເປັນມືອາຊີບ; ປັບປຸງໂຄງປະກອບກົງຈັກການຈັດຕັ້ງ, ພາລະບົດບາດໃຫ້ຄົບຖ້ວນ ແລະ ແທດເໝາະກັບໜ້າທີ່ການເມືອງໃນໄລຍະໃໝ່.
ໂດຍປະຕິບັດຕາມກົດໝາຍວ່າດ້ວຍການກວດສອບແຫ່ງລັດ, ໃນປີ 2024 ອົງການກວດສອບແຫ່ງລັດໄດ້ດໍາເນີນການກວດສອບບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2023 ຂອງບັນດາຫົວໜ່ວຍງົບ ປະມານ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ ເຊິ່ງສາມາດສັງລວມຜົນການກວດສອບໄດ້ ດັ່ງນີ້:
1). “ກວດສອບເຫັນລາຍຮັບສ່ວຍສາອາກອນ, ຊັບສິນຂອງລັດ ແລະ ລາຍຮັບອື່ນໆທີ່ບໍ່ມອບເຂົ້າງົບປະມານແຫ່ງລັດ ຈຳນວນ 294,80 ຕື້ກີບ, ໃນນັ້ນ ໄດ້ເອົາໄປໃຊ້ຈ່າຍນອກແຜນງົບປະມານແຫ່ງລັດ 85,62 ຕື້ກີບ; ຍັງເກັບຮັກສາໄວ້ຢູ່ຄັງເງິນສົດ ແລະ ຝາກໄວ້ໃນລະບົບບັນຊີເງິນຝາກຄັງເງິນ 209,18 ຕື້ກີບ”[3]
2). ມີໜີ້ຕ້ອງຮັບສ່ວຍສາອາກອນ, ຊັບສິນ ແລະ ໜີ້ຕ້ອງຮັບອື່ນໆ ຮອດທ້າຍປີ 2023 ຈໍານວນ 2.101,62 ຕື້ກີບ.
3). ມີການຄ້າງມອບພັນທະຄ່າຊັບພະຍາກອນທໍາມະຊາດ ແລະ ຄ່າພາກຫຼວງຕາມສັນຍາ ຈໍານວນ 150,16 ລ້ານໂດລາສະຫະລັດ ແລະ 210,35 ລ້ານບາດ; ໃນນັ້ນຄ່າຂຸດຄົ້ນແຮ່ຄໍາ 94,21 ລ້ານໂດລາສະຫະລັດ, ຄ່າຂຸດຄົ້ນບໍ່ຖ່ານຫີນ ແລະ ຄ່າພາກຫຼວງ 55,95 ລ້ານໂດລາສະຫະລັດ ແລະ 210,35 ລ້ານບາດ.
4). ກວດສອບເຫັນຫົວໜ່ວຍວິສາຫະກິດຂັ້ນສູນກາງຄຸ້ມຄອງ 141 ຫົວໜ່ວຍບໍ່ຍື່ນເອກະສານລາຍງານການເງິນເພື່ອໄລ່ລຽງ ແລະ ແຈ້ງມອບພັນທະອາກອນຕາມລະບຽບການ ແລະ ກົດໝາຍ.
5). ກວດສອບເຫັນຍອດເງິນລາຍຮັບວິຊາການທີ່ຄ້າງສະສາງ ແລະ ສະສົມໃນບັນຊີເງິນຝາກກົມກອງບໍລິຫານວິຊາການ (ບັນຊີ 4712000) ຈໍານວນ 1.145,81 ຕື້ກີບ, ໃນນັ້ນ ຂັ້ນສູນກາງ 1.106,67 ຕື້ກີບ ແລະ ຂັ້ນທ້ອງ
ຖິ່ນ 39,14 ຕື້ກີບ.
6). ກວດສອບເຫັນຍອດເງິນໃນບັນຊີລາຍຮັບລໍຖ້າຈັດສັນ(ບັນຊີ 547) ຄ້າງສະສາງເຂົ້າງົບປະມານແຫ່ງລັດ ຈໍານວນ 3.102,66 ຕື້ກີບ, ໃນນັ້ນ ຂັ້ນສູນກາງ 3.100,40 ຕື້ກີບ ແລະ ຂັ້ນທ້ອງຖິ່ນ 2,26 ຕື້ກີບ.
7). ກວດສອບເຫັນການເຊັນສັນຍາມອບພັນທະລ່ວງໜ້າກ່ອນມອບສິດໃຫ້ສໍາປະທານ ເພື່ອສໍາຫຼວດແຮ່ຫາຍາກ ກັບ4 ບໍລິສັດ, ແຕ່ໃນຕົວຈິງຍັງບໍ່ໄດ້ມອບເງິນພັນທະດັ່ງກ່າວເຂົ້າງົບປະມານແຫ່ງລັດ ຈໍານວນ 10,50 ລ້ານໂດລາສະຫະ ລັດ.
8). ກວດສອບເຫັນ 1 ຫົວໜ່ວຍ ບໍ່ໄດ້ມອບລາຍຮັບທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດຄໍາຕັດສິນຂອງສານເຂົ້າງົບປະມານແຫ່ງລັດ ຈໍານວນ 1,42 ຕື້ກີບ.
9). ກວດສອບເຫັນ 1 ຫົວໜ່ວຍ ເອົາເງິນຮ່ວງຜູ້ຮັບຜິດຊອບທາງແພ່ງໃຫ້ພະນັກງານ ແລະ ບຸກຄົນພາຍນອກຢືມທີ່ສະສົມຮອດທ້າຍປີ 2023 ຈໍານວນ 3,72 ຕື້ກີບ, 6,72 ລ້ານບາດ ແລະ 238.000 ໂດລາສະຫະລັດ.
10). ກວດສອບເຫັນ 1 ຫົວໜ່ວຍ ບໍ່ໄດ້ຫັນປ່ຽນທີ່ດິນປ່າໄມ້ມາເປັນທີ່ດິນອຸດສາຫະກໍາ ກ່ອນການອະນຸຍາດເຊົ່າ-ສໍາປະທານ ຈໍານວນ 35 ໂຄງການ, ເນື້ອທີ່ 140 ເຮັກຕາເພື່ອຂຸດຄົ້ນ, ປຸງແຕ່ງແຮ່ທາດໃຫ້ 35 ຫົວໜ່ວຍທຸລະກິດ ແລະ ບໍ່ໄດ້ຄິດໄລ່ຄ່າຫັນປ່ຽນທີ່ດິນຕາມລັດຖະບັນຍັດ 002/ປປທ ເຮັດໃຫ້ລັດເສຍຜົນປະໂຫຍດຢ່າງຕໍ່າ 21 ຕື້ກີບ.
11). ກວດສອບເຫັນການເຊົ່າ-ສໍາປະທານທີ່ດິນຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ, ໃນນັ້ນ ການສໍາຫຼວດ ແລະ ຄົ້ນຄວ້າບົດສຶກສາ ຄວາມເປັນໄປໄດ້ທາງດ້ານເສດຖະກິດ-ເຕັກ ນິກ ເປັນມູນຄ່າ 220,36 ຕື້ກີບ ເຊິ່ງເຫັນວາ ສູງກວ່າຄວາມເປັນຈິງ, ເຮັດໃຫ້ການປະຕິບັດ ພັນທະຄ່າຊັບພະຍາກອນ, ອາກອນເງິນ ເດືອນ, ອາກອນກຳໄລ ແລະ ພັນທະອື່ນໆ ເຂົ້າງົບປະມານແຕ່ປີ 2021-2023 ຫຼຸດແຜນ ຈໍານວນ 198,26 ຕື້ກີບ (ມອບພັນທະຕົວຈິງ ພຽງແຕ່ 22,10 ຕື້ກີບ) ແລະ ມີການຍົກເວັ້ນພາ ສີ-ອາ ກອນໂຄງການດັ່ງກ່າວ ຈໍານວນ 29,47 ລ້ານໂດລາສະຫະລັດ; ການຕິດຕາມ, ຄຸ້ມຄອງ, ກວດກາການຜະລິດຍັງບໍ່ເຂັ້ມງວດ; ການສະຫຼຸບການຜະລິດ ແລະ ຈຳໜ່າຍແຮ່ຄໍາໃນແຕ່ລະໄລຍະບໍ່ລະອຽດຊັດເຈນ.
12). ກວດສອບເຫັນ 1 ຫົວໜ່ວຍ ມີການຍົກເວັ້ນອາກອນກຳໄລການກໍ່ສ້າງເຂື່ອນໄຟ ຟ້ານໍ້າຕົກຂະໜາດນ້ອຍ 14 ໂຄງການ ເກີນລະບຽບການກຳນົດໄວ້ 5 ປີ (ລະບຽບການ 10 ປີ, ອະນຸມັດຕົວຈິງ 15 ປີ); ມີການກຳນົດຄ່າພາກຫຼວງ (ຄ່າຊັບພະຍາກອນນໍ້າ) 5 ໂຄງການ ຫຼຸດ ອັດຕາລະບຽບການກຳນົດ 4% (ລະບຽບການ 5%, ກຳນົດຕົວຈິງ 1%) ແລະ ມີ 9 ໂຄງການ ບໍ່ໄດ້ເກັບຄ່າພາກຫຼວງ (ຄ່າຊັບພະຍາກອນນໍ້າ) ໃນອັດຕາ 5% ຕາມລະບຽບການກຳນົດ.
13). ກວດສອບເຫັນເພີ່ມລາຍຈ່າຍນອກແຜນງົບປະມານແຫ່ງລັດ ຈຳນວນ 254,31 ຕື້ກີບ (ຈ່າຍລ່ວງໜ້າໃນລະບົບຄັງເງິນແຫ່ງຊາດ 168,69 ຕື້ກີບ ແລະ ຈ່າຍນອກແຜນ 85,62 ຕື້ກີບ).
14). ບໍສາມາດແຍກເງິນຈາຍລ່ວງໜາ ໃນລະບົບຄັງເງິນແຫ່ງຊາດ ຮອດທ້າຍປີ 2023 ຈໍານວນ 400,50 ຕື້ກີບ ເປັນແຕ່ລະເປົ້າໝາຍ, ແຕ່ລະຮ່ວງ ຕາມສາລະບານງົບປະມານ.
15). ກວດສອບເຫັນ 4 ຫົວໜ່ວຍ ນໍາໃຊ້ເງິນເກີນແຜນປີ 2022 ຈໍານວນ 60,91 ຕື້ກີບ ເຂົ້າໃນວຽກງານບໍລິຫານ ແລະ ຊຳລະໂຄງການນອກແຜນ ຫຼື ບໍ່ຖືກຕ້ອງຕາມເປົ້າໝາຍ.
16). ກວດສອບເຫັນ 1 ຫົວໜ່ວຍ ນໍາໃຊ້ເງິນແຮທ້ອງຖິ່ນເຂົ້າໃນຮ່ວງບໍລິຫານປົກກະຕິ ຈໍານວນ 770 ລ້ານກີບ.
17). ມີການກວດກາ ແລະ ຢັ້ງຢືນຜົນ ສຳເລັດການປະຕິບັດໜ້າວຽກ 5 ໂຄງການ ເກີນຕົວຈິງ ເປັນເງິນ 37,23 ຕື້ກີບ; ມີ 2 ໂຄງການ ປະຕິບັດບໍ່ຖືກຕ້ອງຕາມມາດຕະຖານເຕັກນິກ ແລະ ບໍ່ໄດ້ຈັດຕັ້ງປະຕິບັດໜ້າວຽກ ເຮັດໃຫ້ມູນຄ່າໂຄງການເກີນຄວາມເປັນຈິງ 1,58 ຕື້ກີບ.
18). ກວດສອບເຫັນການສະຫຼຸບຕົວ ເລກຊຳລະໜີ້ ດ້ວຍການອວ່າຍໜີ້ 3 ແຈຂອງ 7 ໂຄງການ ເກີນມູນຄ່າຕົວຈິງ 4,53 ຕື້ກີບ.
19). ກວດສອບເຫັນ 1 ໂຄງການ ຈັດຕັ້ງປະຕິບັດບໍ່ສອດຄ່ອງຕາມລະບຽບການ ເຊັ່ນ: ການເຊັນສັນຍາເກີນອາຍຸສຳປະທານ 8 ປີ; ກະຊວງທີ່ກ່ຽວຂ້ອງບໍ່ໄດ້ປະສານສົມທົບ ກັບຂະແໜງແຜນການ ແລະ ການລົງທຶນ ເພື່ອປະຕິບັດມາດຕະການສັ່ງເຈາະໂຄງການຂຸດ ຄົ້ນຖ່ານຫີນທີ່ມີຜົນກະທົບຕໍ່ສິ່ງແວດລ້ອມ ເຮັດໃຫ້ດິນເຈື່ອນ ແລະ ການຊຸດໂຕລົງຂອງທາງຫຼວງແຫ່ງຊາດ (R3) ຫຼື ທາງຫຼວງອາຊຽນ (AH3) ມີຄວາມຍາວ 450 ແມັດ.
20). ກວດສອບເຫັນ 1 ຫົວໜ່ວຍ ອອກໃບຕາດິນທີ່ນອນຢູ່ໃນເຂດສະຫງວນຂອງມະຫາວິທະຍາໄລ ຈຳນວນ 5 ຕອນ, ເນື້ອທີ່ 1.461 ຕາແມັດ.
21). ກວດສອບເຫັນ 3 ຫົວໜ່ວຍ ຈັດຕັ້ງປະຕິບັດໂຄງການນອກແຜນງົບປະມານ ແຫ່ງລັດ 4 ໂຄງການ, ມູນຄ່າໂຄງການ 26,18 ຕື້ກີບ, ມູນຄ່າປະຕິບັດ 24,31 ຕື້ກີບ, ມູນຄ່າຊຳລະ 13,80 ຕື້ກີບ ແລະ ຍັງຄ້າງ 12,38 ຕື້ກີບ.
22). ກວດສອບເຫັນ 2 ຫົວໜ່ວຍ ໄດ້ຫັນສິດນຳໃຊ້ທີ່ດິນ ໂດຍບໍ່ຜ່ານການປະມູນຈຳນວນ 18 ຕອນ, ເນື້ອທີ່ 17.494 ຕາແມັດ, ມູນຄ່າ 3,04 ຕື້ກີບ.
23). ຄະນະຮັບຜິດຊອບໂຄງການບໍ່ ໄດ້ດໍາເນີນມາດຕະການສັ່ງໂຈະຕາມລະບຽບ ການຕໍ່ຜູ້ເຊົ່າ-ສຳປະທານທີ່ດິນ, ຂຸດຄົ້ນບໍ່ ແຮ່ ຈຳນວນ 7 ໂຄງການ ທີ່ບໍ່ມອບເງິນຄໍ້າປະກັນ ຕາມສັນຍາ ຈໍານວນ 215.000 ໂດລາສະຫະລັດ.
24). ກວດສອບເຫັນ 1 ໂຄງການຄິດໄລ່ຄ່າຄຸ້ມຄອງໂຄງການ ແລະ ຄ່າດັດແກ້ອຸປະກອນເກີນລະບຽບການກຳນົດ 2,43 ຕື້ກີບ.
25). ກວດສອບເຫັນ 1 ໂຄງການນໍາໃຊ້ເງິນບໍລິຫານ ແລະ ຄຸ້ມຄອງໂຄງການບໍ່ຖືກຕ້ອງ ຈໍານວນ 100 ລ້ານກີບ.
26). ກວດສອບເຫັນ 6 ໂຄງການ ບໍ່ໄດ້ໄລ່ລຽງ ແລະ ຄ້າງມອບຄ່າຊັບພະຍາກອນດິນ, ຫີນ ຈໍານວນ 23,98 ຕື້ກີບ ເຂົ້າງົບປະມານແຫ່ງລັດ. ອົງການກວດສອບແຫ່ງລັດ ໄດ້ເປັນເຈົ້າການຕິດຕາມ, ຊຸກຍູ້ ແລະ ກວດສອບຄືນການແກ້ໄຂຜົນການກວດສອບ, ໃນນັ້ນ ໄດ້ຈັດກອງປະຊຸມເຜີຍແຜ່ບົດແຈ້ງຜົນການກວດສອບໃຫ້ອົງການຄຸ້ມຄອງເປົ້າໝາຍ ແລະ ເປົ້າໝາຍຖືກກວດສອບ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈ ແລະ ເປັນເອກະພາບກ່ຽວກັບຄໍາແນະນໍາ ແລະ ວິທີການແກ້ໄຂຕາມຜົນການ ກວດສອບ ທັງຢູ່ຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ; ໄດ້ອອກຄໍາແນະນໍາ ວ່າດ້ວຍການແກ້ໄຂຜົນ ການກວດສອບ ສະບັບເລກທີ 1329/ອກສລ, ລົງວັນທີ 26 ສິງຫາ 2024 ເຊິ່ງໄດ້ກຳນົດເນື້ອໃນ, ຫຼັກການ ແລະ ວິທີການແກ້ໄຂຜົນການ ກວດສອບເປັນແຕ່ລະກໍລະນີ ຕິດພັນກັບການແກ້ໄຂບັນຫາທີ່ຄຸມເຄືອສະສົມມາຫຼາຍປີ ຄື:
- ໜີ້ຕ້ອງຮັບສ່ວຍສາອາກອນ, 2. ລາຍຈ່າຍລ່ວງໜ້າໃນລະບົບຄັງເງິນແຫ່ງຊາດ, 3. ໜີ້ຕ້ອງສົ່ງ ຫຼື ໜີ້ຄ້າງຊຳລະ, 4. ຍອດເງິນຄ້າງໃນບັນຊີເງິນຝາກຄັງເງິນແຫ່ງຊາດ; ໄດ້ແຕ່ງຕັ້ງຄະນະຮັບຜິດຊອບລົງຕິດຕາມ, ຊຸກຍູ້ການແກ້ໄຂຜົນການກວດສອບຢູ່ເປົ້າໝາຍຈຳນວນໜຶ່ງ ເພື່ອຕິດຕາມຄວາມຄືບໜ້າໃນການແກ້ໄຂຜົນການກວດສອບເປັນ ແຕ່ລະໄລຍະ; ໄດ້ປະສານສົມທົບກັບເປົ້າໝາຍຖືກກວດສອບ ແລະ ອົງການຄຸ້ມຄອງເປົ້າໝາຍ ເພື່ອຊຸກຍູ້, ຕິດຕາມການແກ້ໄຂຜົນການກວດສອບເປັນປົກກະຕິ ຜ່ານກົນໄກການເຊັນບົດບັນທຶກ ແລະ ແຜນວາດລະອຽດການແກ້ໄຂ ຜົນການກວດສອບຮ່ວມກັນ. ພ້ອມກັນນັ້ນ ພາກສ່ວນທີ່ກ່ຽວຂ້ອງໄດ້ມີຄວາມພະຍາຍາມ, ເອົາໃຈໃສ່ປະຕິບັດຕາມພາລະບົດບາດ, ໜ້າທີ່ ແລະ ຂອບເຂດສິດຂອງຕົນ ເປັນຕົ້ນ: ໄດ້ວິເຄາະ, ວິໄຈ ແລະ ໄຈ້ແຍກຕາມມາດຕະການ ທີ່ໄດ້ກຳນົດໄວ້ໃນມະຕິກອງປະຊຸມສະພາແຫ່ງຊາດ ແລະ ເຫັນວ່າ ການແກ້ໄຂຜົນການ ( ກວດສອບໂດຍພື້ນຖານແລ້ວມີທ່າອ່ຽງທີ່ດີຂຶ້ນ ສະແດງອອກ ຄື: ການແກ້ໄຂຜົນການກວດສອບຕາມມະຕິ 76/ສພຊ, “ລວມ 18 ແຂວງ ມີທັງໝົດ 316 ກໍລະນີ, ຕິດພັນກັບ ຂະແໜງການເງິນ 159 ກໍລະນີ ແລະ ຕິດພັນ ກັບພາກສ່ວນອື່ນ 157 ກໍລະນີ, ເປັນເງິນ 3.424,34 ຕື້ກີບ ແລະ 6,3 ລ້ານໂດລາສະຫະລັດ, ໃນນີ້ ຍອດຍົກມາຈາກປີ 2021 ຈໍາ ນວນ 2.755,97 ຕື້ກີບ ແລະ 4,46 ລ້ານໂດລາສະຫະລັດ ແລະ ເກີດຂຶ້ນໃໝ່ ປີ 2022 ຈຳນວນ 668,37 ຕື້ກີບ ແລະ 1,86 ລ້ານໂດລາສະຫະລັດ ເຊິ່ງມີຄວາມຄືບໜ້າ ດັ່ງນີ້: ສາມາດແກ້ໄຂຂາດຕົວ 91 ກໍລະນີ, ໃນນີ້ ຕິດພັນກັບຂະແໜງການເງິນ 40 ກໍລະນີ ແລະ ຕິດພັນກັບພາກສ່ວນອື່ນ 51 ກໍລະນີ ເປັນເງິນ 950,92 ຕື້ກີບ ເທົ່າກັບ 28% ແລະ 1,96 ລ້ານໂດລາສະຫະລັດ ຫຼື ເທົ່າກັບ 31%; ໄດ້ຮັບການແກ້ໄຂ ແຕ່ບໍ່ຂາດຕົວ ມີ 188 ກໍລະນີ, ໃນນີ້ ຕິດພັນກັບຂະແໜງການເງິນ 108 ກໍລະນີ ແລະ ຕິດພັນກັບພາກສ່ວນອື່ນ 80 ກໍລະນີ; ບໍ່ໄດ້ຮັບການແກ້ໄຂ ມີ 37 ກໍລະນີ, ໃນນີ້ ຕິດພັນກັບຂະແໜງການເງິນ 12 ກໍລະນີ ແລະ ຕິດພັນກັບພາກສ່ວນອື່ນ 25 ກໍລະນີ”[4]. ໃນປີ 2024 ອົງການກວດສອບແຫ່ງລັດ ໄດ້ຈັດຕັ້ງປະຕິບັດການແກ້ໄຂຜົນການກວດສອບ ຕາມມະຕິ ກອງປະຊຸມສະພາແຫ່ງຊາດ ສະບັບເລກທີ 114/ສພຊ, ສາມາດບັນລຸຜົນສໍາເລັດດັ່ງນີ້:
“ການເກັບກູ້ລາຍຮັບທີ່ກວດສອບເຫັນເພີ່ມຂອງປີ 2022 ຈໍານວນ 198,92 ຕື້ກີບ ຂອງ 22 ຫົວໜ່ວຍ) ເຂົ້າງົບ ປະມານແຫ່ງລັດ ປະຈຳປີ 2024, ໄດ້ແກ້ໄຂ 60,09 ຕື້ກີບ ເທົ່າກັບ 30,20%; ໃນນັ້ນ ມອບເຂົ້າເປັນລາຍຮັບງົບປະ ມານແຫ່ງລັດ 6,64 ຕື້ກີບ (11 ຫົວໜ່ວຍ), ຈົດຮັບ-ຈົດຈ່າຍຜ່ານງົບປະມານແຫ່ງລັດ 53,45 ຕື້ກີບ (10 ຫົວໜ່ວຍ), ສືບຕໍ່ຈ່າຍໃນປີ 2023 ຈໍານວນ 46,53 ຕື້ກີບ (5 ຫົວໜ່ວຍ) ແລະ ຍັງຄ້າງມອບ 92,71 ຕື້ກີບ (ໃນຈໍານວນ 92,71 ຕື້ກີບ ຜິດດ່ຽງຈາກອັດຕາແລກປ່ຽນ 0,42 ຕື້ກີບ)”[5]; ການວິເຄາະ, ວິໄຈ-ໄຈ້ແຍກ ໜີ້ຕ້ອງຮັບ, ໜີ້ຕ້ອງສົ່ງ ແລະ ເງິນຈ່າຍລ່ວງໜ້າໃນລະບົບຄັງເງິນແຫ່ງຊາດ ລວມມີ: 1. ໜີ້ຕ້ອງຮັບສ່ວຍສາອາກອນ ຈໍານວນ 1.973,57 ຕື້ກີບ (ເພີ່ມຂຶ້ນເປັນ 2.068,31 ຕື້ກີບ ຍ້ອນອັດຕາແລກປ່ຽນ), ເກີດຂຶ້ນໃນປີ ຈຳນວນ 491,60 ຕື້ກີບ, ໄດ້ແກ້ໄຂ 310,86 ຕື້ກີບ ແລະ ຍັງຄ້າງ 2.249,04 ຕື້ກີບ, ໃນນັ້ນ ແກ້ໄຂໄດ້ ຫຼື ສາມາດ ວິເຄາະ, ວິໄຈ-ໄຈ້ແຍກໄດ້ 1.488,36 ຕື້ກີບ ເທົ່າກັບ 66,18% ແລະ ຍັງຄ້າງມອບ 760,68 ຕື້ກີບ, 2. ໜີ້ຕ້ອງຮັບຊັບສິນຈໍານວນ 1.317,68 ຕື້ກີບ (ເພີ່ມຂຶ້ນເປັນ 1.486,64 ຕື້ກີບ ຍ້ອນອັດຕາແລກປ່ຽນ), ເກີດຂຶ້ນໃນປີ 877,07 ຕື້ກີບ, ໄດ້ແກ້ໄຂ 89.08 ຕື້ກີບ ແລະ ຍັງຄ້າງ 2.274,63 ຕື້ກີບ, ໃນນັ້ນ ແກ້ໄຂໄດ້ ຫຼື ສາມາດວິເຄາະ, ວິໄຈ-ໄຈ້ແຍກໄດ້ 1.095,16 ຕື້ກີບ ເທົ່າກັບ 48,15% ແລະ ຍັງຄ້າງມອບ 1.179,47 ຕື້ກີບ, 3. ໜີ້ຕ້ອງຮັບອື່ນໆ ຈໍານວນ 225,20 ຕື້ກີບ (ເພີ່ມຂຶ້ນເປັນ 232,64 ຕື້ກີບ ຍ້ອນອັດຕາແລກປ່ຽນ), ເກີດຂຶ້ນໃນປີ 212,72 ຕື້ກີບ, ໄດ້ແກ້ໄຂ 36,52 ຕື້ກີບ ແລະ ຍັງຄ້າງ 408,85 ຕື້ກີບ, ໃນນັ້ນ ແກ້ໄຂໄດ້ ຫຼື ສາມາດວິເຄາະ, ວິໄຈໄຈ້ແຍກໄດ້ 247,38 ຕື້ກີບ ເທົ່າກັບ 60,50% ແລະ ຍັງຄ້າງ 161,47 ຕື້ກີບ, 4.ເງິນຈ່າຍລ່ວງໜ້າໃນລະບົບຄັງເງິນແຫ່ງຊາດ ຈໍານວນ 1.244,81 ຕື້ກີບ, ເກີດຂຶ້ນໃນ ປີ 168,69 ຕື້ກີບ, ໄດ້ແກ້ໄຂ 41,92 ຕື້ກີບ ແລະ ຍັງຄ້າງ 1.371,58 ຕື້ກີບ, ໃນນັ້ນ ແກ້ໄຂໄດ້ ຫຼື ສາມາດວິເຄາະ, ວິໄຈໄຈ້ແຍກໄດ້ 971,09 ຕື້ກີບ ເທົ່າກັບ 70,80% ແລະ ຍັງຄ້າງມອບ 400,50 ຕື້ກີບ; ການສະສາງມອບເງິນຍອດເຫຼືອບັນຊີ ເງິນຝາກກົມກອງບໍລິຫານວິຊາການ (ບັນຊີ 4712000) ຈໍານວນ 520,19 ຕື້ກີບ (ເພີ່ມຂຶ້ນເປັນ 591,85 ຕື້ກີບ ຍ້ອນອັດຕາແລກປ່ຽນ), ມອບເຂົ້າງົບປະມານແລ້ວ 555,63 ຕື້ກີບ, ສະສາງໃຫ້ບັນດາຫົວໜ່ວຍງົບປະມານ 7,54 ຕື້ກີບ ແລະ ຍັງຄ້າງມອບ 28,68 ຕື້ກີບ; ການສະສາງມອບເງິນຍອດເຫຼືອໃນບັນຊີລາຍຮັບລໍ່ຖ້າຈັດສັນ (ບັນຊີ 547) ຈຳນວນ 187,44 ຕື້ກີບ (ເພີ່ມຂຶ້ນເປັນ 191,76 ຕື້ກີບ ຍ້ອນອັດຕາແລກປ່ຽນ), ໄດ້ແກ້ໄຂ 180,51 ຕື້ກີບ ເທົ່າກັບ 94,14%, ໃນນັ້ນ ມອບເຂົ້າງົບປະມານ 179,56 ຕື້ກີບ, ສະສາງໃຫ້ບັນດາຫົວໜ່ວຍງົບປະມານ 830 ລ້ານກີບ ແລະ ໂອນໃຫ້ບັນດາກະຊວງ 120 ລ້ານກີບ ແລະ ຍັງຄ້າງ 11,25 ຕື້ກີບ…
ຜ່ານການເຄື່ອນໄຫວວຽກງານກວດສອບງົບປະມານແຫ່ງລັດ ໄດ້ສະແດງໃຫ້ເຫັນວ່າ: ການຈັດຕັ້ງປະຕິບັດໂຄງ ການ ຫຼື ວຽກງານຈໍານວນໜຶ່ງບໍ່ຖືກຕ້ອງຕາມຂັ້ນຕອນ, ເປັນ ການລະເມີດລະບຽບ, ກົດໝາຍ ເຊັ່ນ: ບໍ່ມີການສໍາຫຼວດ-ອອກແບບ ແລະ ບໍ່ໄດ້ຮັບຮອງຈາກຂະແໜງການທີ່ກ່ຽວຂ້ອງ ຫຼື ມີການຮັບຮອງ ກໍຮັບຮອງເປັນແບບຮູບການ, ບໍ່ມີການປະເມີນ, ປະມູນ, ການສະຫຼຸບບໍລິມາດວຽກບໍ່ຖືກກັບຕົວຈິງ ແລະ ບັນຫາອື່ນໆ; ໃນບາງກໍລະນີ ເມື່ອກວດສອບເຫັນແລ້ວ ແຕ່ການແກ້ໄຂຍັງບໍ່ທັນເຂັ້ມງວດ ແລະ ເດັດຂາດ ເຊິ່ງເປັນບັນຫາຄຸມເຄືອຢູ່ໃນລະບົບກົງຈັກການຈັດຕັ້ງຂອງລັດ; ກົດ ໝາຍ ແລະ ນິຕິກຳລຸ່ມກົດໝາຍ ທີ່ຮັບໃຊ້ວຽກງານກວດສອບຍັງມີຈຳກັດ; ການດໍາ ເນີນການກວດສອບຍັງບໍ່ທັນຄົບຖ້ວນ ແລະ ທົ່ວເຖິງທຸກຫົວໜ່ວຍງົບປະມານ ໂດຍສະເພາະ ຢູ່ຂັ້ນທ້ອງຖິ່ນ ຍັງບໍ່ທັນໄດ້ດຳເນີນການກວດສອບຮອດຂັ້ນເມືອງ, ເຮັດໃຫ້ລະບົບການຄຸ້ມຄອງ ແລະ ນໍາໃຊ້ງົບປະມານ ຍັງບໍ່ທັນເຂັ້ມແຂງ, ສະແດງອອກມີການລະເມີດວິໄນແຜນການ-ການເງິນ, ການນໍາໃຊ້ງົບປະມານຂອງລັດບໍ່ມີປະສິດທິພາບ ແລະ ປະສິດທິຜົນ; ກົນໄກ ປະສານງານຍັງບໍ່ທັນໂລ່ງລ່ຽນ ແລະ ບໍ່ທັນຫັນ ເຂົ້າສູ່ລະບົບກວດສອບທີ່ທັນສະໄໝ, ບໍ່ສາມາດເຊື່ອມຈອດຖານຂໍ້ມູນລາຍຮັບ-ລາຍຈ່າຍ ຂອງບັນດາຫົວໜ່ວຍງົບປະມານຂັ້ນສູນກາງ ແລະ ທ້ອງຖິ່ນ, ການກະກຽມຂໍ້ມູນໃຫ້ຄະນະ ກວດສອບ ຍັງບໍ່ທັນເປັນລະບົບ, ເຮັດໃຫ້ມີຄວາມຫຍຸ້ງຍາກໃນການສ້າງແຜນການກວດ ສອບລະອຽດ, ການຄັດເລືອກກຸ່ມຕົວຢ່າງໃນ ການກວດສອບ ແລະ ການວິເຄາະ-ວິໄຈຂໍ້ມູນຕ່າງໆ; ການຕິດຕາມກວດກາ ແລະ ການປະເມີນຜົນການກວດສອບງົບປະມານແຫ່ງລັດ ຍັງເຮັດບໍ່ທັນຕໍ່ເນື່ອງ ແລະ ການແກ້ໄຂຜົນການກວດສອບຍັງເຮັດໄດ້ໜ້ອຍ.
ເພື່ອເຮັດໃຫ້ການກວດສອບງົບປະມານແຫ່ງລັດ ນັບມື້ມີຄວາມໜັກແໜ້ນ, ເຂັ້ມແຂງ ແລະ ຫັນເຂົ້າສູ່ລະບຽບ, ກົດໝາຍຢ່າງເຂັ້ມງວດ ອົງການກວດສອບແຫ່ງລັດ ແລະ ພາກສ່ວນທີ່ກ່ຽວຂ້ອງ ຄວນເອົາໃຈໃສ່ບາງບັນຫາ ດັ່ງນີ້:
ໜຶ່ງ, ເພີ່ມທະວີການປັບປຸງ ແລະ ສ້າງນິຕິກຳຢ່າງເປັນລະບົບຄົບຊຸດ ເພື່ອເປັນ ເຄື່ອງມືໃນການເຄື່ອນໄຫວວຽກງານກວດສອບແຫ່ງລັດ ເຊັ່ນ: ມາດຕະຖານໃນການເກັບ ກຳຂໍ້ມູນການກວດສອບ, ມາດຕະຖານການສ້າງແຜນການກວດສອບ, ມາດຕະຖານການສະຫຼຸບ ແລະ ລາຍງານຜົນການກວດສອບ, ມາດຕະຖານການກວດສອບ 3 ປະເພດ (ການ ກວດສອບເອກະສານລາຍງານການເງິນ, ການກວດສອບຄວາມສອດຄ່ອງທາງດ້ານລະບຽບກົດໝາຍ ແລະ ການກວດສອບຜົນການຈັດຕັ້ງ ປະຕິບັດ) ແລະ ມາດຕະຖານຮັບປະກັນຄຸນນະ ພາບຂອງຜົນການກວດສອບ.
ສອງ, ດໍາເນີນການກວດສອບໃຫ້ທົ່ວ ເຖິງທຸກຫົວໜ່ວຍງົບປະມານ ທັງຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນ (ຂັ້ນສູນກາງລົງເລິກກວດ ສອບແຕ່ລະກົມຂອງກະຊວງໃນຂົງເຂດເສດຖະກິດ-ແຜນການ-ການເງິນ; ຂັ້ນທ້ອງຖິ່ນ ກວດສອບແຕ່ລະພະແນກການ, ບັນດາເມືອງ) ບົນພື້ນຖານປະຕິບັດຖືກຕ້ອງຕາມຫຼັກການ ແລະ ຂັ້ນຕອນຂອງການກວດສອບ. ພ້ອມກັນ ນັ້ນ ກໍກຳນົດເນື້ອໃນ, ຈຸດສຸມ ແລະ ໄລຍະເວລາຂອງການກວດສອບ, ອັນສໍາຄັນແມ່ນລົງ ເລິກຫົວຂໍ້ສະເພາະທີ່ເຫັນວ່າມີຄວາມສ່ຽງສູງ ເຊັ່ນ: ກວດສອບການຈັດເກັບລາຍຮັບ ຈາກພາສີ-ອາກອນ; ການເຊົ່າ-ສຳປະທານ ທີ່ດິນຂອງລັດ; ລາຍຈ່າຍການປະກອບທຶນ; ການປ່ອຍສິນເຊື່ອ ແລະ ໜີ້ສິນໃນລະບົບທະນາຄານ; ກວດສອບລາຍຮັບ-ລາຍຈ່າຍ, ລວມທັງ ປະສິດທິພາບ, ປະສິດທິຜົນໃນການດໍາເນີນ ທຸລະກິດ, ການມອບພັນທະເຂົ້າງົບປະມານແຫ່ງລັດຂອງລັດວິສາຫະກິດ ແລະ ອື່ນໆ.
ສາມ, ພັດທະນາລະບົບການກວດ ສອບແຫ່ງລັດໃຫ້ເຂັ້ມແຂງ ແລະ ທັນສະໄໝ ຕາມມາດຕະຖານສາກົນ, ໃນນັ້ນ ສຸມໃສ່ເຊື່ອມ ຕໍ່ລະບົບຖານຂໍ້ມູນທາງດ້ານບັນຊີ-ການເງິນ ຂອງເປົ້າໝາຍຖືກກວດສອບ ໂດຍຜ່ານເອເລັກໂຕຣນິກ ແລະ ຊຸດຄໍາສັ່ງຄອມພິວເຕີ.
ສີ່, ສືບຕໍ່ປັບປຸງກົນໄກປະສານງານໃຫ້ໂລ່ງລ່ຽນ, ວ່ອງໄວ ແລະ ທັນສະໄໝ ເພື່ອອຳນວຍຄວາມສະດວກໃນການປະສານງານ, ການສະໜອງຂໍ້ມູນ, ເອກະສານຫຼັກຖານການນໍາໃຊ້ງົບປະມານປະຈຳປີຂອງເປົ້າໝາຍທີ່ ຖືກກວດສອບໃຫ້ແກ່ອົງການກວດສອບແຫ່ງລັດຕາມການສະເໜີ.
ຫ້າ, ສືບຕໍ່ປັບປຸງກົງຈັກການຈັດຕັ້ງ, ພາລະບົດບາດ, ໜ້າທີ່, ຂອບເຂດສິດ, ລະບອບ, ລະບຽບການເຄື່ອນໄຫວຂອງອົງການກວດ ສອບແຫ່ງລັດໃຫ້ຮັດກຸມ ແລະ ຈະແຈ້ງ; ສ້າງ-ບຳລຸງຍົກລະດັບຄວາມຮູ້-ຄວາມສາມາດທາງດ້ານວິຊາສະເພາະ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ຈັນຍາບັນ, ຈັນຍາທຳ ໃຫ້ແກ່ພະນັກງານກວດສອບ ແນໃສ່ຮັບປະກັນໃຫ້ການເຄື່ອນໄຫວປະຕິບັດໜ້າທີ່ໄດ້ຢ່າງຄ່ອງຕົວ, ມີປະສິດທິຜົນ. ພ້ອມກັນນັ້ນ ກໍເອົາໃຈໃສ່ຕິດຕາມກວດກາ, ຊຸກຍູ້ສົ່ງເສີມການປະຕິບັດໜ້າທີ່ວຽກງານຂອງພະນັກງານ-ນັກກວດສອບຢ່າງໃກ້ຊິດ ເພື່ອຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ.
ຫົກ, ເພີ່ມທະວີການປະສານສົມທົບ ກັບບັນດາອົງການແຫ່ງສິດອຳນາດລັດ ເຊັ່ນ: ສະພາແຫ່ງຊາດ, ອົງການກວດກາແຫ່ງລັດ, ອົງການໄອຍະການປະຊາຊົນ, ສານປະຊາຊົນ, ອົງການປົກຄອງຂັ້ນສູນກາງ ແລະ ທ້ອງຖິ່ນໃນການຍົກສູງຄວາມຮັບຜິດຊອບຕໍ່ການແກ້ໄຂຜົນການກວດສອບໃຫ້ມີຜົນສັກສິດ, ພ້ອມທັງສ້າງກົນໄກໃນການຕິດຕາມກວດກາແກ້ໄຂຜົນການກວດສອບ ໂດຍໃຫ້ບັນດາຂະແໜງການທີ່ກ່ຽວຂ້ອງມີສ່ວນຮ່ວມ, ປະຕິບັດລະບຽບ, ກົດໝາຍຕໍ່ພາກສ່ວນ ຫຼື ຜູ້ລະເມີດວິໄນແຜນການ-ການເງິນຢ່າງເຂັ້ມງວດ, ເດັດຂາດ (ມາດຕະການທາງດ້ານບໍລິຫານ, ທາງແພ່ງ ແລະ ທາງອາຍາ).
ເພີ່ມທະວີການກວດສອບງົບປະມານ ແຫ່ງລັດ ແມ່ນການເພີ່ມຄວາມຂະຫຍັນຂັນແຂງ, ຍົກສູງຄວາມຮັບຜິດຊອບ, ຄວາມຈູບຈ້າວຫ້າວຫັນ ແລະ ຄວາມເຂັ້ມງວດໃນການດໍາເນີນການກວດສອບງົບປະມານເພື່ອເຮັດໃຫ້ການຄຸ້ມຄອງ ແລະ ນໍາໃຊ້ງົບປະມານ ຂອງລັດ ຢູ່ບັນດາກະຊວງ-ອົງການ ແລະທ້ອງຖິ່ນ ມີປະສິດທິພາບ ແລະ ປະສິດທິຜົນ ສະນັ້ນ ທຸກພາກສ່ວນທີ່ກ່ຽວຂ້ອງຕ້ອງເປັນເຈົ້າການເຂົ້າຮ່ວມວຽກງານກວດສອບດ້ວຍການ ໃຫ້ຄວາມຮ່ວມມື, ສະໜອງຂໍ້ມູນໃຫ້ແກ່ອົງ ການກວດສອບ ແນໃສ່ກຳຈັດ, ປາບປາມທຸກຮູບແບບໃນການຄຸ້ມຄອງ-ນໍາໃຊ້ງົບປະມານ ແຫ່ງລັດທີ່ບໍ່ຖືກຕ້ອງຕາມລະບຽບ, ກົດໝາຍ, ການລະເມີດວິໄນແຜນການ-ການເງິນໃຫ້ນັບ ມື້ຫຼຸດໜ້ອຍຖອຍລົງ ແລະ ໝົດໄປ. ພ້ອມດຽວກັນ ກໍເປັນການປະກອບສ່ວນສ້າງຄວາມໂປ່ງໃສໃນອົງການພັກ-ລັດ, ເຮັດໃຫ້ບົດບາດການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ ນັບມື້ໄດ້ຮັບການຍົກສູງ, ທັງໄດ້ຮັບຄວາມໄວ້ເນື້ອເຊື່ອໃຈຈາກປະຊາຊົນ./.
[1] ເອກະສານກອງປະຊຸມໃຫຍ່ຄັ້ງທີ XI ພັກປະຊາຊົນປະຕິວັດລາວ, ປີ 2021, ໜ້າ 111.
[2] ເອກະສານກອງປະຊຸມໃຫຍ່ຄັ້ງທີ II ຂອງອົງຄະນະພັກອົງການກວດສອບແຫ່ງລັດ, ປີ 2022, ໜ້າ 8.
[3] ບົດລາຍງານການຈັດຕັ້ງປະຕິບັດແຜນການປະຈຳປີ 2024 ແລະ ແຜນການປະຈຳປີ 2025; ຜົນການກວດສອບປະຈຳປີ 2024 ຂອງອົງການກວດສອບແຫ່ງລັດ ຕໍ່ກອງປະຊຸມໃຫຍ່ສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX , ໜ້າ 12.
[4] ບົດລາຍງານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ 2024 ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ IX, ໜ້າ 9.
[5] ບົດລາຍງານການຈັດຕັ້ງປະຕິບັດແຜນການປະຈຳປີ 2024 ແລະ ແຜນການປະຈຳປີ 2025; ຜົນການກວດສອບປະຈຳປີ 2024 ຂອງອົງການກວດສອບແຫ່ງລັດ ຕໍ່ກອງປະຊຸມໃຫຍ່ສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX , ໜ້າ 9.
(ຂຽນໂດຍ: ເພັງສະຫວັນ ເລັ່ງສະຫວັດ)