23 ສິງຫາ ວັນໄຊຊະນະແຫ່ງການຍຶດອຳນາດ

ປີ 2025 ເປັນປີທີ່ມີຫຼາຍເຫດການສຳຄັນ, ເພາະເປັນປີຄົບຮອບໃຫຍ່ທີ່ສໍາຄັນຂອງພັກ ແລະ ຂອງຊາດ ເຊັ່ນ: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ; ໄປພ້ອມໆກັບວັນຄົບ ຮອບປີໃຫຍ່ທີ່ກ່າວມານັ້ນ  ຍັງມີວັນທີ່​ມີ​ຄວາມ  ໝາຍສຳຄັນ​ທາງປະຫວັດສາດ​ຂອງ​ຊາດ​ລາວ​ເຮົາ ​ນັ້ນ​ກໍຄືວັນ​ຍຶດອຳນາດ 23 ສິງຫາ ເຊິ່ງເປັນໜຶ່ງ​ເຫ​ດການສຳຄັນ​ທີ່​ປະຊາຊົນ​ລາວ​ເຮົາ​ຈົດ​ຈຳ​ບໍ່ມີ​ວັນຫຼົງລືມ​ໄດ້, ເພາະ​​ເປັນ​ວັນ​ທີ່ປະຊາຊົນ​ລາວທັງ​ຊາດລຸກຮືຂຶ້ນຕໍ່ສູ້​ຍາດ​​ເອົາ​ເອກະລາດ ​ແລະ ອິດສະຫຼະພາບຈາກ​ພວກ​ລ່າ​ເມືອງ​ຂຶ້ນທັງ​ແບບ​ເກົ່າ ​​ແລະ ​ແບບ​​ໃໝ່​ໄດ້​ຢ່າງ​ມີ​ໄຊ. ການ​ລຸກ​ຮື​ຂຶ້ນ​ຍຶດອຳນາດ​ຈາກພວກ​ລ່າ​ເມືອງ​ຂຶ້ນ​ຂອງ​ປະຊາຊົນລາວ​ ເກີດຂຶ້ນ 2 ຄັ້ງ ຄື: ຄັ້ງ​ທີໜຶ່ງ ໃນ​ວັນ​ທີ 23 ສິງຫາ 1945 (ຄົບຮອບ 80 ປີ) ​ແລະຄັ້ງ​ທີສອງ ​ໃນວັນ​ທີ 23 ສິງຫາ 1975 (ຄົບຮອບ 50 ປີ).

​ຊາດລາວເປັນຊາດໜຶ່ງທີ່ມີປະຫວັດແຫ່ງການກຳເນີດ, ດຳລົງຄົງຕົວ ແລະ ຂະຫຍາຍຕົວມາເປັນເວ ລາຫຼາຍພັນປີ ນັບແຕ່ສະຕະວັດທີ 14 ເຈົ້າຟ້າງຸ່ມໄດ້ທ້ອນໂຮມເມືອງລາວບູຮານສ້າງເປັນອານາຈັກລາວລ້ານຊ້າງ, ສະຕະວັດທີ 16 ອານາຈັກລາວລ້ານຊ້າງຖືກສັກດີນາຕ່າງດ້າວມາຮຸກຮານ ແລະ ເອົາມາເປັນເມືອງສ່ວຍ, ຕົ້ນສະຕະວັດທີ 20 ບັນດາປະເທດຈັກກະພັດໄດ້ດຳເນີນການຮຸກຮານ ແລະ ຢຶດຄອງບັນດາປະເທດໃນທະວີບຕ່າງໆເປັນຫົວເມືອງຂຶ້ນ. ໃນປີ 1893 ປະ​ເທດ​ລາວ​ໄດ້​ຕົກ​ເປັນ​ຫົວ​ເມືອງ​ຂຶ້ນ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ, ​ໃນ​ເວລາ​ນັ້ນ ປະ​ຊາ​ຊົນ​ລາວ​ໄດ້​ຈົມ​ຢູ່​ໃນຄວາມ​ເປັນ​ຂ້ອຍ​ຂ້າ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ ແລະ ​ຖືກ​ກົດ​ຂີ່​ຂູດ​ຮີດ​ຢ່າງ​ແສນ​ສາຫັດ. ດ້ວຍ​ນ້ຳ​ໃຈ​ຮັກຊາດ ​ແລະ ຄວາມ​ຄຽດ​ແຄ້ນ​ຕໍ່ການ​ກົດ​ຂີ່​ຂູດ​ຮີດ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ ປະຊາຊົນ​ລາວ​ບັນດາ​ເຜົ່າ​ໄດ້​ລຸກ​ຮືຂຶ້ນ​ຕໍ່ສູ້​ຢ່າງ​ເນື່ອງນິດ​ລຽນຕິດ ​ເພື່ອ​ທວງ​ເອົາ​ຄວາມ​ເປັນ​ເອກະລາດ, ​ເສລີພາບ ​ແລະ ຄວາມຢູ່​ດີ​ກິນດີ​ຂອງ​ຕົນ ​ເຊິ່ງ​ໄດ້​ເກີດ​ມີ​ຂະ​ບວນການ​ຕໍ່ສູ້​ຂອງ​ປະ ຊາຊົນ​ລາວ​ແຕ່​ເໜືອຮອດ​ໃຕ້ ​ເຊັ່ນ: ຂະບວນ​ການ​ຕໍ່ສູ້​ຂອງປະຊາຊົນ​​ແຂວງ​ສະຫວັນ​ນະ​ເຂດ​ພາຍ​ໃຕ້​ການ​ນຳພາ​ຂອງ​ພໍ່ກະ​ດວດ​ໃນ​ປີ 1901 ຂະ​ບວນການ​ຕໍ່ສູ້​ຂອງ​ປະຊາຊົນ​ພາກ​ໃຕ້​ລາວ ປີ 1902-1937 ພາຍ​ໃຕ້​ການ​ນຳພາ​ຂອງ​ອົງແກ້ວ ​ແລະ ອົງ​ກົມມະ​ດຳ; ຂະ​ບວນການ​ຕໍ່ສູ້​ພາຍ​ໃຕ້​ການ​ນຳ​ຂອງ​ເຈົ້າຟ້າ​ເມືອງ​ສິງ ໃນ​ປີ 1916; ຂະ​ບວນການ​ຕໍ່ສູ້​ພາຍ​ໃຕ້​ການ​ນຳພາ​ຂອງ​ເຈົ້າ​​ຟ້າ​ປັດ​ໃຈ ​ໃນ​ປີ 1918-1922; ຂະ​ບວນການ​ຕໍ່ສູ້​ຂອງນາຍຄູ​ຄຳ ຢູ່​ວຽງຈັນ ​ໃນ​ປີ 1920 ​ແລະ ຂະ​ບວນການ​ຕໍ່ສູ້​ອື່ນໆ.

​ປີ 1930 ພັກ​ກອມ​ມູນິດ​ອິນດູ​ຈີນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ​​ເຮັດ​ໃຫ້​ຂະ​ບວນການ​ຕໍ່ສູ້​ຂອງ​ປະຊາຊົນ​ 3 ຊາດ​ອິນດູຈີນ​ກ້າວ​ສູ່​ບາດ​ລ້ຽວ​ໃໝ່; ປີ 1934 ອົງຄະ​ນະ​ພັກ​ແຄວ້​ນລາວ​ໄດ້​ຮັບ​ການ​ສ້າງ​ຕັ້ງຂຶ້ນ​, ພາຍ​ໃຕ້​ການ​ນຳພາ​ຂອງ​ຄະນະ​ພັກ​​ແຄວ້ນ​ລາວ ​ໄດ້​ເຮັດ​ໃຫ້​ຂະ​ບວນການ​ຕໍ່ສູ້​ຂອງ​ປະຊາຊົນລາວ​ກ້າວ​ເຂົ້າ​ສູ່​ໄລ ຍະ​ໃໝ່ ດ້ວຍ​ຄຸນ​ນະພາ​ບ​ໃໝ່, ພັກ​ໄດ້​ນຳພາ​ປະຊາຊົນ​ລາວ​ລຸກ​ຮືຂຶ້ນ​ຍຶດອຳນາດ​ການ​ປົກຄອງ​ຈາກ​ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ ​ໃນ​ວັນ​ທີ 23 ສິງຫາ 1945. ຂະບວນການຍຶດ ອໍານາດຢູ່ວຽງຈັນ ໄດ້ເລີ່ມຈາກການຕໍ່ສູ້ຂອງກຳມະກອນໂຮງງານກັບຟາ 500 ຄົນ, ໃນ​ງານຊຸມ​ນຸມມິດ​ຕິງ ​ເຊິ່ງມີ​ຄົນ​ເຂົ້າ​ຮ່ວມໝື່ນກວ່າ​ຄົນນັ້ນ, ຕົວ​ແທນ​ຂອງ​ຝ່າຍ​ກຳລັງ​ປະຕິວັດ​ໄດ້​ຂຶ້ນ​ຊີ້​ແຈງ​ແຜນ​ນະ​ໂຍບາຍ​ປົດ​ປ່ອຍ​ຊາດ​ຂອງ​ພັກ ​ແລະ ຮຽກຮ້ອງ​ໃຫ້​ປະຊາຊົນລາວ​ທັງ​ຊາດ ສາມັກຄີ​ກັນ​ເຂົ້າ​ເດັດດ່ຽວຕໍ່ສູ້​ກູ້​ເອົາ​ເອກະລາດ ​ແລະ ອິດສະຫຼະພາບ​ອັນ​ແທ້​ຈິງ​ມາ​ໃຫ້​ປະ​ເທດ​ຊາດ ​ແລະ ປະຊາຊົນ​ລາວ. ນັບ​ແຕ່​ນັ້ນ​ມາ ກໍ​ໄດ້​ມີ​ຂະ​ບວນການ​ລຸກ​ຮື​ຂຶ້ນ​ຍຶດອຳນາດ​ການ​ປົກຄອງ​ຢູ່ຫຼາຍທ້ອງ​ຖິ່ນ ​ເຊັ່ນ: ຢູ່​​ແຂວງສະຫວັນ​ນະ​ເຂ​ດ, ທ່າ​ແຂກ, ຊຳ​ເໜືອ… ປະຊາຊົນ​ລາວ​ໄດ້​ລຸ​ກຮືຂຶ້ນ​ໂຄ່ນ​ລົ້ມ​ອຳນາດ​ການປົກຄອງ​ເກົ່າ, ສ້າງ​ຕັ້ງ​ອຳນາດ​ການ​ປົກຄອງ​ປະຕິວັດ​ຂອງ​ຕົນ​ຂຶ້ນ​ຢູ່ຫຼາຍທ້ອງ​ຖິ່ນ ພ້ອ​ມທັງ​ໄດ້​ຈັດ​ຕັ້ງ​ກຳລັງ​ປະກອບ​ອາວຸດ​ປ້ອງ​ກັນ​ຕົວ​ຂຶ້ນ​ຢູ່​ຕົວ​ເມືອງ​​ໃຫຍ່​ຕ່າງໆ.

ໄຊຊະນະຂອງການຍຶດອຳນາດໃນວັນທີ 23 ສິງຫາ 1945 ເປັນໄຊຊະນະຄັ້ງປະຫວັດສາດແຫ່ງການ​ຕໍ່ສູ້​ຍາດ​ເອົາ​ເອກະລາດ​​ແຫ່ງ​ຊາດ ​ແລະ ອິດສະຫຼະພາບ​ຂອງ​ປະຊາຊົນ​ລາວ, ເປັນເທື່ອທຳອິດທີ່ປະ ຊາຊົນລາວບັນດາເຜົ່າໄດ້ພ້ອມກັນລຸກຮືທັບມ້າງ​ແອກ​ຄອບ​ຄອງ​ຂອງ​ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ, ໄດ້ເປີດສັງ ກາດໃໝ່ໃຫ້ປະຊາຊົນລາວລຸກຮືຂຶ້ນເປັນເຈົ້າຊາຕາກຳຂອງຕົນ, ປະທານ ໄກສອນ ພົມວິຫານ ໄດ້ເວົ້າວ່າ: “ນີ້ແມ່ນໄຊຊະນະເບື້ອງຕົ້ນຂອງປະຊາຊົນເຮົາໄດ້ຄືນມາເປັນເຈົ້າຂອງປະເທດຊາດ ແລະ ເປັນເຈົ້າຊາຕາກໍາຂອງຕົນ ພາຍຫຼັງກວ່າໜຶ່ງຮ້ອຍປີທີ່ຕົກເປັນຂ້ອຍຂ້າ ແລະ ຖືກຕັດແຍກ. ໄຊຊະນະດັ່ງກ່າວໄດ້ເປີດສັງກາດ ເຊິ່ງປະຊາຊົນພວກເຮົາໄດ້ປຸກລະດົມ ແລະ ຕື່ນຕົວເຂົ້າຮ່ວມການສູ້ຮົບອັນເປັນຕາຍກັບສັດຕູ ເພື່ອກອບກູ້ເອົາປະເທດຊາດ”[1], ທັງ​​​ເປັນ​ການ​ເປີດສາກ​ໃຫ້​ແກ່​ການເຄື່ອນໄຫວ​ປະຕິວັດ​ລາວກ້າວໄປສູ່ໄລ ຍະໃໝ່, ໄຊຊະນະດັ່ງກ່າວໄດ້ເຮັດໃຫ້ພັກ ແລະ ປະຊາຊົນລາວມີບົດຮຽນຫຼາຍປະການ, ສ້າງໃຫ້ພັກມີກໍາລັງປະຕິວັດໃໝ່, ມີທ່ວງທ່າໃໝ່ ແລະ ເພີ່ມຄວາມເຊື່ອໝັ້ນຕໍ່ໄຊຊະນະໃນການຕໍ່ສູ້ທີ່ເປັນທຳຕ້ານການຮຸກຮານຈາກພາຍນອກ.

​ພາຍຫຼັງທີ່​ພວກ​ລ່າ​ເມືອງ​ຂຶ້ນ​ຝຣັ່ງ ປະລາ​ໄຊ, ຈັກກະພັດ​ອາ​ເມ​ລິ​ກາ ກໍ​ໄດ້​ກະ​ໂດດ​ເຂົ້າ​ມາ​ແທນ​ເພື່ອ​ຫວັງ​ແຊກ​ແຊງ ​ແລະ ຮຸກ​ຮານ​ປະ​ເທດ​ລາວ. ຕໍ່ໜ້າສະພາບການດັ່ງກ່າວ ​ໂດຍ​ຕອບ​ສະໜອງກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ການ​ຕໍ່ສູ້​ ເພື່ອ​ຕີ​ເອົາ​ຊະນະ​ສັດຕູ​ຜູ້​ຮຸກ​ຮານ, ວັນ​ທີ 22 ມີນາ 1955 ພັກ​ປະຊາຊົນ​​ລາວ (ພັກ​ປະຊາຊົນ​ປະຕິວັດ​ລາວ​ໃນ​ປັດຈຸບັນ) ກໍ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ. ນັບແຕ່​ມື້​ໄດ້ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ມາ, ພັກ​ໄດ້​ນຳພາ​ປະຊາຊົນ​ລາວບັນດາ​ເຜົ່າ​ດຳ​ເນີນ​ການ​ຕໍ່ສູ້​ຕ້ານ​ກັບຈັກກະພັດ​ອາ​ເມ​ລິ​ກາ ​ເຊິ່ງ​ເປັນ​ໄລຍະ​ຕໍ່ສູ້​ທີ່​ດຸ​ເດືອດ​ຂ້ຽວຂາດ​ສັບສົນ, ຫຍຸ້ງຍາກ​ລຳບາກ​ກວ່າ​ເວລາ​ໃດໝົດຂອງ​ການ​ປະຕິ​ວັດ​ຢູ່​ປະ​ເທດ​ເຮົາ ​ແລະ ​ເປັນ​ໄລຍະ​ຕໍ່ສູ້​ທີ່​ສະຫງ່າ​ອົງອາດ ​ແລະ ມີ​ໄຊ​ຍິ່ງ​ໃຫຍ່​ຢູ່ໃນ​ປະຫວັດສາດຂອງ​ຊາດ​ລາວ​ເຮົາ, ການ​ຕໍ່ສູ້​ແບ່ງ​ອອກ​ເປັນ 3 ​ໄລຍະ ຄື: ໄລຍະ​ແຕ່​ປີ 1954-1963 ​ເປັນ​ໄລຍະ​ຕໍ່ສູ້​ປົກ​ປັກ​ຮັກສາ​ 2 ​ແຂວງ​ເຕົ້າ​ໂຮມ, ຂະຫຍາຍ​ກຳ​ລັງ​ປະຕິວັດ ​ແລະ ການຫັນ​ທິດຕໍ່ສູ້​ທາງ​ດ້ານ​ການ​ເມືອງ ​ແລະ ການ​ຕໍ່ສູ້​ດ້ວຍ​ອາວຸດ; ໄລຍະ​ທີ 2 ​ແຕ່​ປີ 1964-1973 ​ເປັນ​ໄລຍະ​ຕໍ່ສູ້​ຜາບ​ແພ້​ຍຸດ​ທະ​ສາດ​ສົງຄາມ​ພິ​ເສດ​ເພີ່ມ​ທະວີ​ ຂອງ​ຈອນ​ເຊິ​ນ ​ແລະ ຍຸດ​ທະ​ສາດ​ສົງ​ຄາມ​ພິ​ເສດ​ເພີ່ມ​ທະວີ​ຕາມ​ທິດ​ສະ​ດີ​ນິກ​ເຊິນຂອງ​ຈັກກະພັດ​ອາ​ເມ​ລິ​ກາ; ​ໄລຍະ​ທີ 3 ​ແຕ່​ປີ 1973-1975 ​ເປັນ​ໄລຍະ​ຕໍ່ສູ້ ​ເພື່ອສຳ​ເລັດ​ການ​ປະຕິວັດ​ຊາດປະຊາທິປະ​ໄຕໃນ​ທົ່ວ​ປະ​ເທດ.

​ໃນເດືອນພຶດສະພາ ​ປີ 1975 ກົມການເມືອງສູນກາງພັກໄດ້ຮຽກປະຊຸມເປີດກວ້າງ ​ວາງ​ທິດທາງ ແລະ ໜ້າທີ່​ລວມ​ໃນ​ການ​ຕໍ່ສູ້​ຍາດ​ເອົາ​ໄຊຊະນະ​ຂັ້ນ​ສຸດ​ທ້າຍ​ຂອງ​ການ​ປະຕິວັດ ​ໂດຍ​ນຳ​ໃຊ້ 3 ບາດ​ຄ້ອນຍຸດ​ທະ​ສາດ ຄື: ການ​ລຸກ​ຮືຂຶ້ນ​ຂອງ​ມະຫາຊົນ, ການໜູນໜີບຂອງ​ກຳລັງ​ປະກອບ​ອາວຸດປະຕິວັດ ​ແລະ ການ​ແຍກ​ຕົວ​ອອກຂອງ​ກຳລັງ​ທະຫານ​ຂອງ​ສັດຕູ. ພັກ​ໄດ້​ນຳພາ​ປະ​ຊາ​ຊົນ​ກະກຽມກຳລັງ​ທຸກ​ດ້ານ ຄື: ກໍາລັງການເມືອງ ແລະ ກຳລັງປະກອບອາວຸດ, ປຸກລຸກນໍ້າໃຈຮັກຊາດ ແລະ ຄຽດແຄ້ນສັດຕູ, ປຸກລະດົມນໍ້າໃຈຕໍ່ສູ້ຂອງປະຊາຊົນຢູ່ເຂດກວດກາຂອງຝ່າຍວຽງຈັນ, ກະກຽມແຜນການທຸກດ້ານ ເພື່ອຍຶດອໍານາດຢູ່ຕາມຕົວເມືອງໃນແຂວງຕ່າງໆ ແລະ ໄດ້ກະກຽມນະໂຍບາຍອັນລະອຽດໃຫ້ສອດຄ່ອງກັບແຕ່ລະທ້ອງຖິ່ນ ແລະ ແຕ່ລະຊັ້ນຄົນ. ພາຍໃຕ້ການນໍາພາຂອງພັກ ມະຫາຊົນ​ຊັ້ນ​ຄົນ​ຕ່າງໆຢູ່​ໃນ​ເຂດ​ປົກຄອງ​ຂອງ​ສັດຕູ ​ແລະ ​ໃນ​ເຂດ​ເປັນກາງ ​ເປັນ​ຕົ້ນ​ແມ່ນ​ກຳມະກອນ, ຊາວນາ, ນັກຮຽນ-ນັກ​ສຶກສາ ​ໄດ້​ພ້ອມ​ກັນ​ລຸກ​ຮື​ຂຶ້ນ ​ແລະ ​ເຂົ້າ​ຮ່ວມ​ການ​ຕໍ່ສູ້ນັບ​ມື້​ນັບຫຼາຍ ​ແລະ ​ແຜ່​ລາມ​ກວ້າງ​ອອກ​ຢ່າງ​ໄວວາ ດ້ວຍ​ທ່ວງ​ທ່າ​ອັນ​ແຂງ​ແຮງ​ຟົດ​ຟື້ນ ​ເຊັ່ນ: ການ​ລຸກ​ຮື​ຂຶ້ນ​ຂອງ​ກຳມະກອນ​ໄຟ​ຟ້າວຽງຈັນ, ການຕໍ່ສູ້​ຢ່າງໝັ້ນໜຽວຂອງ​ປະຊາຊົນ​ຊາວ​ເມືອງໜອງບົກ ​ແຂ​ວງຄຳ​ມ່ວນ ​ແລະ ການ​ລຸກ​ຮື​ຂຶ້ນ​ປະກາດ​ແຍກ​ຕົວ​ອອກ​ຈາກ​ຝ່າຍ​ວຽງຈັນ​ຂອງ​ກອງພັນ 102 ມາ​ຂຶ້ນ​ກັບ​ລັດຖະບານ​ປະສົມ​ໂດຍ​ກົງ. ​ກຳລັງ​ປະກອບ​ອາວຸດ​ໄດ້​ເຄື່ອນ​ທັບ​ເຂົ້າ​ໄປ​ຢຶດ​ເອົາ​ທີ່​ຕັ້ງ​ສຳຄັນ​ໃນ​ເຂດ​ກວດກາຂອງ​ສັດຕູ​ຢ່າງ​ໄວ​ວາ, ຢຶດ​ເອົາ​ບັນດາ​ຕົວ​ເມືອງ​ໃຫຍ່ ຄື: ວຽງຈັນ, ປາກ​ເຊ, ສະຫວັນ​ນະ​ເຂດ ທີ່​
ເປັນ​ໃຈ​ກາງ​ບັງຄັບ​ບັນຊາ​ຂອງ​ສັດຕູ​ ສ້າງ​ເປັນ​ກຳລັງໜີບທາງ​ການ​ທະຫານ​ຢ່າງ​ແຂງ​ແຮງ​ໃນ​ເຂດ​ປົກຄອງ​ຂອງ​ສັດຕູ. ວັນ​ທີ 23 ສິງຫາ 1975 ຊາວ​ນະຄອນຫຼວງວຽງຈັນ ສອງໝື່ນກວ່າ​ຄົນ​ໄດ້​ເຂົ້າ​ຮ່ວມ​ຊຸມນຸມ​ມິດ​ຕິງ ​ເພື່ອ​ປະກາດ​ສ້າງ​ຕັ້ງ​ອຳນາດ​ການ​ປົກຄອງ​ປະຕິວັດ​ຂຶ້ນ ອັນ​ໄດ້​ເຮັດ​ໃຫ້​ອຳນາດ​ການ​ປົກຄອງ​ປະຕິວັດ​ແຕ່​ຂັ້ນ​ແຂວງ, ນະຄອນຫຼວງ ລົງຮອດ​ຂັ້ນ​ຮາກ​ຖານ​ໄດ້​ຮັບ​ການ​ສ້າງຕັ້ງ​ຂຶ້ນ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ. ​ໃນ​ວັນ​ທີ 2 ທັນວາ 1975 ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ໄດ້​ໄຂ​ຂຶ້ນ​ຢ່າງ​ສະຫງ່າ​ຜ່າ​ເຜີຍ​ຢູ່​ນະຄອນຫຼວງວຽງຈັນ, ກອງ​ປະຊຸມ​ໄດ້​ເປັນ​ເອກະສັນ​ຮັບຮອງ​ເອົາ​ບັນດາ​ມະຕິ​ຕົກລົງ​ລົບ​ລ້າງ​ລະບອບ​ລາຊາທິປະ​ໄຕ ແລະ ສະຖາປະນາ​ລະບອບ ສາທາ​ລະນະ​ລັດ ປະຊາທິປະ​ໄຕ ປະຊາຊົນ​ຂຶ້ນ​ແທນ; ກໍານົດເຄື່ອງໝາຍປະຈຳຊາດ, ທຸງຊາດ, ເພງຊາດ ແລະ ພາສາທາງການ.

​ໄຊຊະນະ​ຂອງ​ການ​ຍຶດອຳນາດ 23 ສິງຫາ 1975 ແມ່ນໝາກຜົນ​ທີ່​ເກີດ​ຈາກ​ການ​ຕໍ່ສູ້​ອັນ​ຍືດ​ເຍື້ອຍາວ​ນານ​ຂອງ​ປະຊາຊົນ​ລາວ​ບັນດາ​ເຜົ່າພາຍ​ໃຕ້​ການ​ນຳພາ​ຂອງ​ພັກ;​ ແມ່ນໝາກຜົນ​ທີ່​ເກີດ​ຈາກ​ຫົວຄິດ​ປະດິດ​ສ້າງ​ຂອງ​ການ​ນຳ​ໃຊ້ 3 ບາດ​ຄ້ອນ​ຍຸດ​ທະ​ສາດ ​ເພື່ອ​ຍຶດອຳນາດ​ການ​ປົກຄອງໃນ​ທົ່ວ​ປະ​ເທດ​ແບບ “ບົວບໍ່ຊ້ຳ​ນ້ຳບໍ່ຂຸ່ນ”; ​ແມ່ນ​ໄຊຊະນະ​ຂອງ​ແນວທາງ​ປະຕິວັດ​ອັນ​ຖືກຕ້ອງ ​ແລະ ການ​ນຳພາ​ອັນ​ສະຫຼາດສ່ອງ​ໃສຂອງ​ພັກ​ທີ່​ຮູ້ໝູນ​ໃຊ້​ລັດທິ​ມາກ-​ເລ​ນິນ​ເຂົ້າ​ໃນ​ສະພາບ​ຕົວ​ຈິງ​ຂອງ​ປະ​ເທດ​ເຮົາ; ​ແມ່ນ​ໄຊ​ຊະນະ​ຂອງ​ກຳ ລັງ​ແຮງ​ແຫ່ງຄວາມ​ສາມັກ​ຄີ​ເປັນ​ຈິດໜຶ່ງ​ໃຈດຽວຂອງ​ປະຊາຊົນລາວ​ທັງ​ຊາດ, ຂອງ​ກອງທັບ ​ແລະ ປະຊາ ຊົນ​ບັນດາ​ເຜົ່າ; ​ແມ່ນ​ໄຊຊະນະ​ແຫ່ງ​ຄວາມ​ສາມັກຄີ​ຮ່ວມ​ສຳພັນ​ສູ້​ຮົບ​ລະຫວ່າງ​ປະຊາຊົນ 3 ຊາດ​ອິນ​ດູ​ຈີນ (ລາວ-ຫວຽດນາມ-ກຳປູ​ເຈຍ) ກໍ​ຄື​ການສະໜັບສະໜູນ ​ແລະ ຊ່ວຍ​ເຫຼືອອັນ​ແຂງ​ແຮງ​ຂອງ​ບັນດາ​ປະ​ເທດ​ເພື່ອນ​ມິດ, ປະຊາຊົນ​ຜູ້​ຮັກ​ຫອມສັນ​ຕິ​ພາບ ​ແລະ ຄວາມ​ກ້າວໜ້າ​ໃນ​ໂລກ.

ສະນັ້ນ ເພື່ອເຮັດໃຫ້ມູນເຊື້ອຂອງ​ວັນ​ທີ 23 ສິງຫາ ທີ່ມີຄວາມໝາຍສຳຄັນນີ້ ໄດ້ຮັບການຈາລຶກ, ຈົດຈຳຢ່າງບໍ່ມີວັນລືມ ແລະ ໄດ້ຮັບການເສີມຂະຫຍາຍເຂົ້າໃນ​ພາລະກິດ​ປົກ​ປັກ​ຮັກສາ ​ແລະ ສ້າງສາ​ພັດທະນາ​ປະ​ເທດ​ຊາດ ຕາມ​ແນວທາງ​ປ່ຽນ​ແປງ​ໃໝ່ຂອງ​ພັກ ​ໃຫ້ມີ​ຜົນສຳ​ເລັດ​ໃຫຍ່​ຫຼວງກວ່າ​ເກົ່າ,​ ຄະນະ​ພັກ​-ຄະນະນຳແຕ່ລະ​ຂັ້ນ​ຕ້ອງ​​ເອົາ​ໃຈ​ໃສ່​ສຶກສາ​ອົບຮົມ​ການ​ເມືອງ-​ແນວ​ຄິດ​ໃຫ້​ພະນັກງານ, ສະມາ​ຊິກ​ພັກ, ທະຫານ, ຕຳຫຼວດ, ປະຊາຊົນລາວ​ບັນດາ​ເຜົ່າ ດ້ວຍຮູບການຕ່າງໆໃຫ້ກວ້າງຂວາງ, ເລິກເຊິ່ງ ​ເຮັດ​ໃຫ້​ເຂົາ​ເຈົ້າ​ມີ​ຄວາມ​ຮັບ​ຮູ້-​ເຂົ້າ​ໃຈ​ຢ່າງ​ຖືກຕ້ອງ, ເລິກ​ເຊິ່ງກ່ຽວກັບ​ຄວາມໝາຍຄວາມ​ສຳຄັນ​ຂອງ​ວັນ​ທີ 23 ສິງຫາ ພ້ອມກັນ​ເຊີດ​ຊູ​ນ້ຳ​ໃຈຮັກຊາດ, ເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສ້າງປະເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ຍຸຕິທຳ ແລະ ສີວິໄລ.

ເອົາໃຈໃສ່ສຶກສາອົບຮົມ, ປູກຈິດສຳນຶກໃຫ້ຊາວໜຸ່ມ, ເຍົາວະຊົນ ສ້າງ​ຄວາມ​ຮັບ​ຮູ້-​ເຂົ້າ​ໃຈກ່ຽວ​ກັບຄວາມໝາຍຄວາມ​ສຳຄັນ​ຂອງ​ວັນ​ຍຶດອຳນາດ​ຢ່າງ​ເລິກ​ເຊິ່ງ, ເຮັດ​ໃຫ້ຄົນ​ຮຸ່ນ​ໜຸ່ມມີ​ຄວາມກະຕັນຍູຮູ້​ບຸນຄຸນ​ຕໍ່ຜູ້​ທີ່​ໄດ້​ເສຍສະຫຼະ​ເລືອດ​ເນື້ອ​ ເພື່ອ​ກອບ​ກູ້​ປະ​ເທດ​ຊາດ, ສ້າງ​​ໄວ​ໜຸ່ມ-​ເຍົາວະ​ຊົນ​ ​ໃຫ້ມີ​ຈິ​ດໃຈ​ຮັກ​ຊາດ, ຮັກ​ບ້ານ​ເກີດ​ເມືອງ​ນອນ, ຫ່ວງແຫນມາຕຸພູມອັນແສນຮັກຂອງຕົນ, ມີ​ຄວາມເອກອ້າ​ງທະ​ນົງ​ໃຈ​ທີ່​ໄດ້​ເກີດ​ມາ​ເປັນ​ຄົນ​ລາວ​ ແລະ ພ້ອມ​ທີ່​ຈະ​ສືບ​ທອດ​ພາລະກິດປະຕິວັດ​ທີ່​ຄົນ​ຮຸ່ນ​ຫຼັງ​ໄດ້​ສ້າງ​ມາດ້ວຍ​ຄວາມ​ບໍລິສຸດ​ສັດ​ຊື່, ​ສຸມ​ສະຕິ​ປັນຍາ, ​ເຫື່ອ​ແຮງ​ເຂົ້າ​ໃນ​ພາລະກິດ​ປົກປັກ​ຮັກສາ​ ແລະ ສ້າງສາ​ປະ​ເທດ​ຊາດ.

ປຸກລະດົມທຸກພາກສ່ວນໃນສັງຄົມເຂົ້າຮ່ວມຂະບວນການຮັກຊາດ ແລະ ພັດທະນາ, ເຊີດຊູນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ມີສ່ວນຮ່ວມໃນການເສີມສ້າງຄວາມສາມັກຄີ, ສ້າງຄຸນງາມຄວາມດີ, ປະກອບສ່ວນໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ ເພື່ອ​​ນຳພາ​ຊາດ​ລາວ​ໄປ​ສູ່​ຄວາມຈະເລີນຮຸ່ງເຮືອງສີວິໄລ./.

[1] ປຶ້ມປະຫວັດສາດສາຍພົວພັນພິເສດລາວ-ຫວຽດນາມ 1930-2007,ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ, ໜ້າ 134.

(ວາລະສານອະລຸນໃໝ່ ສະບັບປະຈຳເດືອນສິງຫາ ປີ 2025)

Leave a Reply

Your email address will not be published. Required fields are marked *