
ວຽກງານວັດທະນະທໍາ ເປັນໃຈກາງແຫ່ງການສື່ສານຄວາມສໍາພັນເຂົ້າໃຈເຊິ່ງກັນແລະກັນຂອງບັນ ດາປະເທດໃນເວທີຕ່າງໆຂອງພາກພື້ນ ແລະ ສາກົນ ໃນການອະນຸລັກຮັກສາ ແລະ ສົ່ງເສີມວິຖີຊີວິດວັດ ທະນະທໍາຂອງມວນມະນຸດໃນໂລກທີ່ມີຄວາມຫຼາກຫຼາຍທາງເຊື້ອຊາດ, ຄວາມເຊື່ອຖື, ສາສະໜາ, ຮີດ ຄອງປະເພນີ, ເອກະລັກຂອງແຕ່ລະປະເທດ ແລະ ອື່ນໆ ບົນພື້ນຖານການເຄົາລົບອະທິປະໄຕຂອງແຕ່ລະຊາດ. ການພັດທະນາວັດທະນະທຳແບບກົມກຽວ, ຍືນຍົງ ແມ່ນມີຄວາມໝາຍສໍາຄັນ ແລະ ຈໍາເປັນ ເຊິ່ງເປັນເປົ້າໝາຍລວມຂອງການພັດທະນາແບບຍືນຍົງຂອງທຸກປະເທດໃນໂລກ ໂດຍພື້ນຖານຂອງແນວຄິດການພັດທະນາແບບຍືນຍົງ ຈະຂຶ້ນຢູ່ກັບຄວາມສໍາພັນລະຫວ່າງ 3 ປັດໄຈ ຄື: ສັງຄົມ, ເສດຖະກິດ ແລະ ສິ່ງແວດລ້ອມ. ສະນັ້ນ ເພື່ອເຮັດໃຫ້ການພັດທະນາວັດທະນະທໍາກົມກຽວ ທັງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມມີຄວາມຍືນຍົງ ມັນຮຽກຮ້ອງທຸກພາກສ່ວນໃຫ້ມີສ່ວນຮ່ວມໃນການພັດທະນາ ທັງລະ ດັບທ້ອງຖິ່ນ, ລະດັບຊາດ, ພາກພື້ນ ແລະ ສາກົນ.
ການຮ່ວມມືເພື່ອພັດທະນາວັດທະນະທໍາແບບກົມກຽວ, ຍືນຍົງ ແມ່ນການເຊື່ອມໂຍງສາກົນ ແລະ ການເຊື່ອມຈອດກັບພາກພື້ນ, ແມ່ນການເປີດປະຕູສູ່ໂລກພາຍນອກ. ບົນພື້ນຖານຄວາມສຳຄັນດັ່ງກ່າວ ພັກເຮົາ ໄດ້ຖືສໍາຄັນໃນການສ້າງຄວາມສີວິໄລທາງດ້ານວັດຖຸ ແລະ ຈິດໃຈຢ່າງກົມກຽວກັນ, ຄຸນຄ່າມູນເຊື້ອທາງວັດທະນະທໍາທີ່ເປັນເອກະລັກຂອງຊາດ ກໍຄືຂອງແຕ່ລະເຜົ່າໄດ້ຖືກຮັບຮູ້, ອະນຸລັກຮັກສາ, ຊຸກຍູ້ສົ່ງເສີມ ແລະ ພັດທະນາເປັນກ້າວໆ ເປັນຕົ້ນແມ່ນການນຸ່ງຖື, ການຂັບລໍາ, ການຕໍ່າຫູກທໍໄໝ, ການຢູ່ການກິນທີ່ເປັນເອກະລັກຂອງບັນດາເຜົ່າ ພ້ອມທັງຈໍາກັດຮັດແຄບຮີດຄອງປະເພນີຈໍານວນໜຶ່ງທີ່ກົດໜ່ວງຖ່ວງດຶງການພັດທະນາ. ປະທານ ໄກສອນ ພົມວິຫານ ໄດ້ໃຫ້ທັດສະນະວ່າ: “ສູ້ຊົນເອົາວຽກງານວັດທະ ນະທໍາ-ແນວຄິດໄປກ່ອນກ້າວໜຶ່ງ” ແລະ “ການເສຍວັດທະນະທໍາຄືເສຍຊາດ ການຮັກສາວັດທະນະທໍາຄືຮັກຊາດ”. ພ້ອມກັນນີ້ ພັກກໍໄດ້ໃຫ້ທັດສະນະຕໍ່ການພັດທະນາວັດທະນະທຳວ່າ: “…ຊຸກຍູ້ສົ່ງເສີມການອະ ນຸລັກ, ປົກປັກຮັກສາ, ຟື້ນຟູ, ສືບທອດ, ເສີມຂະຫຍາຍມູນເຊື້ອ ແລະ ຄຸນຄ່າມໍລະດົກວັດທະນະທຳທີ່ເປັນເອກະລັກຂອງຊາດໃຫ້ຍືນຍົງ, ສ້າງແບບແຜນດຳລົງຊີວິດວັດທະນະທຳໃໝ່, ພັດທະນາອະລິຍະທຳທາງດ້ານຈິດໃຈຂອງສັງຄົມ, ພ້ອມທັງຮັບເອົາຄຸນຄ່າວັດທະນະທຳທີ່ກ້າວໜ້າ ແລະ ສອດຄ່ອງກັບຍຸກສະໄໝຢ່າງມີການເລືອກເຟັ້ນ, ຕ້ານວັດທະນະທຳທີ່ເສື່ອມຊາມ, ການເຊື່ອຖືງົມງວາຍ ແລະ ຫຼ້າຫຼັງ…”[1] ແລະ ໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍໄດ້ໃຫ້ທັດສະນະຢໍ້າຕື່ມວ່າ: “ເສີມຂະຫຍາຍຄຸນຄ່າທາງດ້ານວັດທະນະທໍາທີ່ເປັນເອກະລັກຂອງຊາດ ແລະ ພັດທະນາຄວາມສີວິໄລດ້ານຈິດໃຈຂອງສັງຄົມຢ່າງບໍ່ຢຸດຢັ້ງ…ລັດຕ້ອງມີຍຸດທະສາດພັດທະນາດ້ານວັດທະນະທໍາຢ່າງຈະແຈ້ງ ໂດຍຕິດພັນກັບການອະນຸລັກຟື້ນຟູບັນ ດາມໍລະດົກວັດທະນະທໍາທາງວັດຖຸ ແລະ ບໍ່ແມ່ນວັດຖຸຂອງຊາດ ລວມທັງວັດຖຸບູຮານ ແລະ ຮ່ອງຮອຍປະຫວັດສາດ; ສົ່ງເສີມພັດທະນາຍົກລະດັບ ແລະ ຄຸ້ມຄອງການນໍາໃຊ້ພາສາລາວຢ່າງເປັນລະບົບ; ຟື້ນຟູ ແລະ ສົ່ງເສີມເອກະລັກດ້ານສິລະປະວັນນະຄະດີ ກໍຄືຄຸນຄ່າວັດທະນະທໍາດ້ານຈິດໃຈຂອງຊາດ-ຂອງເຜົ່າຢ່າງເປັນລະບົບ; ເອົາໃຈໃສ່ເຜີຍແຜ່ບັນດາຄຸນຄ່າດ້ານຈິດໃຈທີ່ກ້າວໜ້າໃນຍຸກສະໄໝ ເພື່ອຍົກລະດັບການພັດທະນາວັດທະນະທໍາອັນດີງາມທີ່ເປັນເອກະລັກຂອງຊາດໃຫ້ສູງຂຶ້ນ ແລະ ກົມກືນກັບຍຸກສະໄໝ ຄຽງຄູ່ກັບການພັດທະນາເສດຖະກິດຂອງປະເທດເຮົາ”[2].
ໂດຍຍຶດໝັ້ນແນວທາງການເມືອງຂອງພັກໃນການພົວພັນຮ່ວມມືກັບສາກົນ. ໃນໄລຍະຜ່ານມາ ພັກ-ລັດຖະບານໄດ້ຕັ້ງໜ້າສົ່ງເສີມການພົວພັນຮ່ວມມືກັບຕ່າງປະເທດໃນຫຼາຍຮູບແບບ, ຫຼາຍທິດ, ຫຼາຍຝ່າຍ ແລະ ຕ່າງຝ່າຍຕ່າງມີຜົນປະ ໂຫຍດ; ເພີ່ມທະວີການພົວພັນຮ່ວມມືຮອບດ້ານກັບບັນດາປະເທດເພື່ອນມິດຍຸດທະສາດສັງຄົມນິຍົມ. ໃນເງື່ອນໄຂໂລກາພິວັດທີ່ບໍ່ມີພົມແດນໄດ້ກາຍເປັນທ່າອ່ຽງພາວະວິໄສອັນໜຶ່ງຂອງຍຸກສະໄໝ, ເຮັດໃຫ້ມີການແລກປ່ຽນທາງວັດທະນະທໍາ ແລະ ຄວາມສໍາພັນລະຫວ່າງປະເທດເປັນກິດຈະກໍາ ເພື່ອໃຫ້ປະຊາຊົນໄດ້ມີຄວາມເຂົ້າໃຈມໍລະດົກທາງວັດທະນະທໍາຂອງຊາດອື່ນ, ເຂົ້າໃຈຄວາມຄ້າຍຄື ແລະ ຄວາມແຕກຕ່າງກັນເຊິ່ງເປັນເງື່ອນໄຂໃຫ້ເກີດການເລືອກເຟັ້ນ ແລະ ການພັດທະນາສິ່ງໃໝ່ທາງດ້ານວັດທະນະທໍາທີ່ມີຄຸນຄ່າເໝາະສົມກັບສັງຄົມລາວໃນອະນາຄົດ. ໃນການພັດທະນາວັດທະນະທຳແບບກົມກຽວ, ຍືນຍົງ ອົງການສະຫະປະຊາຊາດໄດ້ພິຈາລະນາ ແລະ ມີມະຕິປະກາດ “ທົດສະວັດໂລກ ເພື່ອການພັດທະນາວັດທະນະທໍາ” ໂດຍເນັ້ນ 4 ເນື້ອໃນຕົ້ນຕໍ ຄື: ❶ ການຍອມຮັບປັດໄຈໃນດ້ານວັດ ທະນະທໍາໃນການພັດທະນາ; ❷ ການສົ່ງເສີມເອກະລັກທາງດ້ານວັດທະນະທໍາ; ❸ ການຂະຫຍາຍຂອບເຂດການຮ່ວມມືທີ່ມີສ່ວນຮ່ວມໃນກິດຈະການດ້ານວັດທະນະທໍາ; ❹ ການສົ່ງເສີມການຮ່ວມມືດ້ານວັດທະນະທໍາລະຫວ່າງປະເທດ.
ຜ່ານການຈັດຕັ້ງປະຕິບັດການຮ່ວມມືເພື່ອພັດທະນາວັດທະນະທຳແບບກົມກຽວ, ຍືນຍົງ ກໍຄືການຈັດຕັ້ງປະຕິບັດຍຸດທະສາດການເຊື່ອມໂຍງສາກົນ ແລະ ການເຊື່ອມຈອດກັບພາກພື້ນ, ການເປີດປະຕູສູ່ໂລກພາຍນອກ ແມ່ນຖືເອົາວຽກງານທ່ອງທ່ຽວເປັນກົນໄກສໍາຄັນໃນການຮ່ວມມື, ໃນນັ້ນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ເປັນເຈົ້າການໃນການປະສານງານກັບບັນດາຂະແໜງການທີ່ກ່ຽວຂ້ອງທັງພາກລັດ ແລະ ພາກທຸລະກິດ ຢູ່ຂັ້ນສູນກາງ ແລະ ທ້ອງຖິ່ນຢ່າງຕັ້ງໜ້າ ເພື່ອພ້ອມກັນແກ້ໄຂ້ບັນດາສິ່ງອັດຕັນທີ່ເປັນອຸປະສັກຕໍ່ວຽກງານພັດທະນາການທ່ອງທ່ຽວ, ທັງພ້ອມກັນກໍານົດບັນດາກິດຈະກໍາທ່ອງທ່ຽວຕ່າງໆໃຫ້ມີຄວາມຫຼາກຫຼາຍເພື່ອເປັນການໂຄສະນາ, ດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ຽວຊົມປະເທດລາວໃຫ້ຫຼາຍຂຶ້ນ; ການຮ່ວມມືໃນການພັດທະນາວັດທະນະທໍາໃນລະດັບພາກພື້ນ ແລະ ສາກົນລັດຖະບານ
ແຫ່ງ ສປປ ລາວ ໄດ້ຍູ້ແຮງການຮ່ວມມືພະຫຸພາຄີ ແລະ ທະວິພາຄີ, ກາຍເປັນສະມາຊິກເປັນທາງການຂອງຫຼາຍອົງການ ຈັດຕັ້ງສາກົນ, ສະມາຄົມ ແລະ ເວທີປາໄສສາກົນທີ່ສໍາຄັນ ເຊັ່ນ: ອາຊຽນ (ປະຊາຄົມວັດທະນະທໍາ-ສັງຄົມ), ເອເປກ, ອາເຊມ, ອົງການການຄ້າໂລກ, ອົງການການສຶກສາວິທະຍາສາດ ແລະ ວັດທະນະທໍາແຫ່ງສະຫະປະຊາຊາດ ແລະ ອື່ນໆ. ຄຽງຄູ່ກັນນັ້ນ ກໍໄດ້ເອົາໃຈໃສ່ຈັດຕັ້ງປະຕິບັດການຮ່ວມມືເພື່ອການພັດທະນາວັດທະນະທໍາໃນລະດັບທ້ອງຖິ່ນ ແລະ ລະດັບຊາດ ຢ່າງເປັນປະຈໍາ ໂດຍການຈັດກິດຈະກໍາສົ່ງເສີມການທ່ອງທ່ຽວຢ່າງຕັ້ງໜ້າ ແລະ ເປັນຂະບວນຄຶກຄື້ນໃນທົ່ວປະເທດ, ຢູ່ບັນດາແຂວງກໍໄດ້ສ້າງກິດຈະກໍາການທ່ອງທ່ຽວພາຍໃນແຂວງ ຕະຫຼອດຮອດຂັ້ນເມືອງຕາມສະພາບເງື່ອນໄຂ, ທ່າແຮງດ້ານການທ່ອງທ່ຽວຂອງຕົນ, ເຮັດໃຫ້ນັກທ່ອງທ່ຽວເຂົ້າມາທ່ຽວຊົມປະເທດລາວນັບມື້ຫຼາຍຂຶ້ນ; ສິ່ງທີ່ດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວຊົມປະເທດເຮົາ ຕົ້ນຕໍແມ່ນສົນໃຈກ່ຽວກັບຂົງເຂດວັດທະນະທໍາ ທີ່ມີສະຖາປັດຕະຍະກໍາ, ວັດວາອາຮາມ, ສະຖານທີ່ສໍາຄັນຕ່າງໆ ບວກໃສ່ກັບເອກະລັກນິໄສໃຈຄໍຂອງຄົນລາວທີ່ເປັນຄົນຍິ້ມແຍ້ມແຈ່ມໃສ, ອ່ອນນ້ອມຖ່ອມຕົນ, ມີຈິດໃຈໂອບເອື້ອອາລີ, ສາມັກຄີຊ່ວຍເຫຼືອເຊິ່ງກັນແລະກັນ ລວມທັງດ້ານສິລະປະດົນຕີ, ວິຖີຊີວິດ, ຂະນົບທໍານຽມ, ປະເພນີ, ຮີດ 12 ຄອງ 14 ຂອງຄົນລາວທີ່ສະແດງອອກໃນເທດສະການຕ່າງໆ, ການຈັດມະຫາກໍາການສະແດງທາງສິລະປະວັດທະນະທໍາໃນລະດັບພາກພື້ນ ແລະ ລະດັບນາໆຊາດ; ໄດ້ເປີດປີທ່ອງທ່ຽວລາວ 2018, ປີທ່ອງທ່ຽວລາວ-ຈີນ 2019 ແລະ ປີທ່ອງທ່ຽວລາວຄັ້ງຫຼ້າສຸດ 2024 ເພື່ອດຶງດູດເອົານັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດໃຫ້ຫຼາຍຂຶ້ນ. ນອກນັ້ນ ໃນເປົ້າໝາຍການພັດທະນາແບບຍືນຍົງ ແລະ ການເຕີບໂຕສີຂຽວ ທີ່ຕິດພັນກັບການທ່ອງທ່ຽວມີ 2 ເປົ້າໝາຍຫຼັກ ຄື: ການທ່ອງທ່ຽວຂອງ ສປປ ລາວ ຕ້ອງມີຄຸນນະພາບ, ໄດ້ມາດຕະຖານໄປຕາມທິດສີ ຂຽວ ຍືນຍົງ ແລະ ສາມາດແຂ່ງຂັນກັບພາກພື້ນ ເຊິ່ງຜ່ານມາ ກໍໄດ້ຈັດກິດຈະກໍາ ເພື່ອກະຕຸກຊຸກຍູ້ໃຫ້ແກ່ວຽກງານດັ່ງກ່າວ ເຊັ່ນ: ການຈັດງານສະແດງແນວທາງການພັດທະນາການທ່ອງທ່ຽວແບບຍືນຍົງການ ຈັດຕັ້ງປະຕິບັດມາດຕະຖານການທ່ອງທ່ຽວອາຊຽນ ເພື່ອແນໃສ່ການຈະເລີນເຕີບໂຕໃນຮູບແບບສີຂຽວຂອງ
ຂະແໜງການທ່ອງທ່ຽວ.
ມາຮອດປັດຈຸບັນ ສໍາເລັດການສ້າງແລ້ວຈໍານວນ 9 ມາດຕະຖານ ເຊັ່ນ: ມາດຕະຖານເມືອງທ່ອງທ່ຽວສະອາດອາຊຽນ, ມາດຕະຖານໂຮງແຮມຂຽວອາຊຽນ, ມາດຕະຖານເຮືອນພັກແຮມປະຊາຊົນອາຊຽນ, ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ, ມາດຕະຖານນວດແຜນບູຮານອາຊຽນ, ມາດຕະຖານຫ້ອງນໍ້າສາທາລະນະສະອາດອາຊຽນ, ມາດຕະຖານການຈັດລະດັບສະຖານທີ່ທ່ອງທ່ຽວຂອງ ສປປ ລາວ, ມາດຕະຖານຫ້ອງປະຊຸມ ສປປ ລາວ ແລະ ມາດຕະຖານບໍລິສັດທ່ອງທ່ຽວ. ທົ່ວປະເທດມີ
ມໍລະດົກໂລກທີ່ເປັນວັດຖຸຈໍານວນ 3 ແຫ່ງ, ມໍລະດົກໂລກທີ່ບໍ່ເປັນວັດຖຸ 2 ລາຍການ, ມໍລະດົກລະດັບພາກພື້ນ 1 ແຫ່ງ ແລະ ມໍລະດົກແຫ່ງຊາດ 13 ແຫ່ງ; ມີແຫຼ່ງທ່ອງທ່ຽວ 2.208 ແຫ່ງ, ໃນນັ້ນ ມີແຫຼ່ງທ່ອງທ່ຽວທາງທໍາມະຊາດ 1.318 ແຫ່ງ, ແຫຼ່ງທອງທ່ຽວທາງວັດທະນະທໍາ 596 ແຫ່ງ ແລະ ແຫຼ່ງທອງທ່ຽວທາງປະຫວັດສາດ 294 ແຫ່ງ; ມີສະໜາມບິນສາກົນ 4 ແຫ່ງ, ມີດ່ານສາກົນ 27 ດ່ານ, ໃນນີ້ ສາ ມາດເອົາວິຊາກັບດ່ານ 14 ດ່ານ; ໄດ້ເອົາໃຈໃສ່ຍົກລະດັບພື້ນຖານໂຄງລ່າງ ແລະ ສິ່ງອໍານວຍຄວາມສະດວກດ້ານຕ່າງໆ ເພື່ອຮັບໃຊ້ການທ່ອງທ່ຽວ ເປັນຕົ້ນໄດ້ປັບປຸງ ແລະ ສ້າງຫ້ອງຂໍ້ມູນຂ່າວສານການ ທ່ອງທ່ຽວ 28 ແຫ່ງ, ສ້າງຫ້ອງນໍ້າສາທາລະນະຢູ່ສະຖານທີ່ທ່ອງທ່ຽວ 18 ແຫ່ງ, ສ້າງສະຖານທີ່ຈອດ
ລົດຢູ່ສະຖານທີ່ທ່ອງທ່ຽວໄດ້ 8 ແຫ່ງ, ສ້າງກະດານຂໍ້ມູນຂ່າວສານຢູ່ສະຖານທີ່ທ່ອງທ່ຽວໄດ້ 10 ແຫ່ງ, ສ້າງສາລາຊົມວິວ 8 ແຫ່ງ, ສ້າງທ່າເຮືອ-ຂັ້ນໄດຂຶ້ນລົງເຮືອໄດ້ 8 ຈຸດ ແລະ ສ້າງສູນຫັດຖະກໍາໄດ້ 8 ແຫ່ງ. ພັດທະນາຕົວແບບການທ່ອງທ່ຽວປະຊາຊົນມີສ່ວນຮ່ວມຢູ່ແຕ່ລະທ້ອງຖິ່ນທົ່ວປະເທດມີຈໍານວນ 91 ລາຍການ, ໃນນີ້ ມີ 5 ລາຍການໄດ້ຖືກຮັບຮອງເປັນມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມອາຊຽນ; ພັດທະນາເຮືອນພັກແຮມປະຊາຊົນ (ໂຮມສະເຕ) ໄດ້ທັງໝົດ 240 ຫຼັງ, ກວມເອົາ 27 ບ້ານ, 21 ເມືອງ ຍົກເວັ້ນນະຄອນຫຼວງວຽງຈັນ ແລະ ແຂວງໄຊສົມບູນ, ໃນນັ້ນ ມີ 4 ບ້ານໄດ້ຖືກຮັບຮອງເປັນບ້ານທີ່ໄດ້ມາດຕະຖານເຮືອນພັກແຮມປະຊາຊົນອາຊຽນ. ທົ່ວປະເທດ ມີໂຮງແຮມທັງໝົດ 695 ແຫ່ງ, ເຮືອນພັກ ແລະ ຣີສອດ 3.430 ແຫ່ງ; ຈັດລະດັບໂຮງແຮມໄດ້ 73 ແຫ່ງ, ໃນນີ້ ໂຮງແຮມລະດັບ 5 ດາວມີ 7 ແຫ່ງ, ໂຮງແຮມ 4ດາວ ມີ 11 ແຫ່ງ, ໂຮງແຮມ 3 ດາວມີ 24 ແຫ່ງ, ໂຮງແຮມ 2 ດາວ ມີ 17 ແຫ່ງ ແລະ ໂຮງແຮມ 1 ດາວມີ 14 ແຫ່ງ; ຈັດລະດັບເຮືອນພັກ ໄດ້ທັງໝົດ 57 ແຫ່ງ, ໃນນັ້ນ ເຮືອນພັກ 3 ດອກຈໍາປາ ມີ 11 ແຫ່ງ, 2 ດອກຈໍາປາ ມີ 26 ແຫ່ງ ແລະ 1 ດອກຈໍາປາ ມີ 20 ແຫ່ງ. ໃນໄລຍະ 2 ປີເຄິ່ງ (2021-ເດືອນມິຖຸນາ 2023) ໄດ້ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວຊົມປະເທດລາວຫຼາຍຂຶ້ນ ສະແດງອອກ “ມີນັກທ່ອງທ່ຽວພາຍໃນ 3.171.559 ເທື່ອຄົນ, ສ້າງລາຍຮັບໄດ້ 478.142.582 ໂດລາສະຫະລັດ, ສະເລ່ຍການພັກເຊົາ 3 ວັນ/ຄົນ; ມີນັກທ່ອງທ່ຽວສາກົນ 2.968.801 ເທື່ອຄົນ ຫຼື ເທົ່າກັບ 19,63% ຂອງແຜນການຕ້ອນຮັບນັກທ່ອງທ່ຽວສາກົນ (15.116.154 ເທື່ອຄົນ), ສ້າງລາຍຮັບໄດ້ 572.373.427 ໂດລາສະຫະລັດ, ສະເລ່ຍໄລຍະພັກເຊົາແມ່ນ 7 ວັນ/ຄົນ; ສ້າງລາຍຮັບຈາກນັກທ່ອງທ່ຽວພາຍໃນ,ພາກພື້ນ ແລະ ສາກົນ ຈຳນວນ 631.128.855 ໂດລາສະຫະລັດ”[3].
ຄຽງຄູ່ກັບຜົນສຳເລັດຂ້າງເທິງນັ້ນການຮ່ວມມືເພື່ອພັດທະນາວັດທະນະທໍາແບບກົມກຽວ, ຍືນຍົງ ເຫັນວ່າ ຍັງມີດ້ານອ່ອນຂໍ້ຄົງຄ້າງຈຳນວນໜຶ່ງທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ເປັນຕົ້ນແມ່ນກົດໝາຍ ແລະ ນິຕິກໍາກ່ຽວກັບການຄຸ້ມຄອງດ້ານວັດທະນະທໍາ-ທ່ອງທ່ຽວຢູ່ໃນສັງຄົມ ຍັງບໍ່ທັນຄົບຊຸດ, ການໂຄສະນາ, ເຜີຍແຜ່ບັນດານິຕິກໍາທາງດ້ານວັດທະນະທໍາ-ທ່ອງທ່ຽວບໍ່ທັນທົ່ວເຖິງ, ການຄຸ້ມຄອງຍັງບໍ່ທັນຮັດກຸມ, ບໍ່ຕໍ່ເນື່ອງ ແລະ ການຕິດຕາມກວດກາບໍ່ທັນເຂັ້ມງວດ; ພື້ນຖານໂຄງລ່າງສິ່ງອໍານວຍຄວາມສະດວກບໍ່ໄດ້ຮັບການພັດທະນາເທົ່າທີ່ຄວນ; ການພັດທະນາ ແລະ ປັບປຸງແຫຼ່ງທ່ອງທ່ຽວທີ່ໂດດເດັ່ນຢູ່ບັນດາແຂວງຍັງບໍ່ທັນມີຈຸດສຸມ, ຂາດການຄົ້ນຄວ້າໃນການນໍາເອົາຂໍ້ມູນປະຫວັດຄວາມເປັນມາຂອງແຫຼ່ງທ່ອງທ່ຽວມາໂຄສະ ນາເຜີຍແຜ່;ການຄຸ້ມຄອງ ແລະ ບໍລິຫານສະຖານທີ່ທ່ອງທ່ຽວຍັງບໍ່ທັນເປັນລະບົບ, ກິດຈະກໍາການທ່ອງ
ທ່ຽວຍັງບໍ່ທັນຫຼາກຫຼາຍ, ການບໍລິການຍັງບໍ່ທັນເຮັດໄດ້ດີ ແລະ ໄດ້ມາດຕະຖານເທົ່າທີ່ຄວນ; ການໂຄສະນາດຶງດູດນັກທ່ອງທ່ຽວຈາກພາກພື້ນ ແລະ ສາກົນ ຍັງບໍ່ທັນເຂົ້າເຖິງກຸ່ມຕະຫຼາດເປົ້າໝາຍເທົ່າທີ່ຄວນ; ການບໍລິການໃຫ້ແກ່ນັກທ່ອງທ່ຽວຢູ່ບັນດາດ່ານສາກົນເຂົ້າ-ອອກເມືອງຕ່າງໆ, ການຮັກສາຄວາມສະອາດ ແລະ ການປົກປັກຮັກສາສິ່ງແວດລ້ອມ ຕາມທິດສີຂຽວຢູ່ບັນດາເຂດບໍລິການການທ່ອງທ່ຽວຍັງ
ເຮັດບໍ່ໄດ້ດີ; ການຂຸດຄົ້ນທ່າແຮງທາງດ້ານການທ່ອງທ່ຽວແບບອະນຸລັກປະຊາຊົນມີສ່ວນຮ່ວມຍັງບໍ່ທັນເລິກເຊິ່ງ; ການປູກຈິດສໍານຶກດ້ານການທ່ອງທ່ຽວໃຫ້ປະຊາຊົນໃນທ້ອງຖິ່ນຕ່າງໆ ຍັງບໍ່ທັນໄດ້ຮັບການຈັດຕັ້ງປະຕິບັດຢ່າງຕໍ່ເນື່ອງ; ຜູ້ປະກອບການທາງດ້ານທຸລະກິດການທ່ອງທ່ຽວທີ່ມີປະສົບການ ແລະ ເປັນມືອາຊີບຍັງມີຈໍານວນໜ້ອຍ, ຄຸນນະພາບໃນການບໍລິການຍັງບໍ່ທັນສູງ; ການລົງທຶນຢູ່ໃນຂະແໜງການທ່ອງທ່ຽວຍັງບໍ່ທັນສົມຄູ່ກັບການຂະຫຍາຍຕົວຂອງວຽກງານດັ່ງກ່່າວ; ກົນໄກການສ້າງ ແລະ ສົ່ງເສີມວິຊາຊີບສີມືແຮງງານໃນຂະແໜງທ່ອງທ່ຽວຍັງມີຈໍາກັດ.
ເພື່ອສືບຕໍ່ສົ່ງເສີມການຮ່ວມມືເພື່ອພັດທະນະນາວັດທະນະທໍາແບບກົມກຽວຍືນຍົງ ຢູ່ປະເທດເຮົາ ໃຫ້ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທຳ ແລະ ມີຜົນສຳເລັດຕາມລະດັບຄາດໝາຍນັ້ນ, ຄວນເອົາໃຈໃສ່ບາງດ້ານ ດັ່ງນີ້:
1). ຈັດຕັ້ງຜັນຂະຫຍາຍມະຕິເລກທີ 25/ກມສພ, ລົງວັນທີ 17 ພຶດສະພາ 2021 ວ່າດ້ວຍການເພີ່ມທະວີການນໍາພາຂອງພັກ ຕໍ່ກັບວຽກງານວັດທະນະທໍາໃນໄລຍະໃໝ່ ເຊິ່ງໄດ້ກໍານົດທິດທາງລວມຂອງວຽກງານວັດທະນະທໍາ.
2). ພັດທະນາວັດທະນະທໍາແບບກົມກຽວ, ຍືນຍົງ ຕ້ອງເສີມຂະຫຍາຍເຂົ້າສູ່ລວງເລິກ ໂດຍເອົາ ໃຈໃສ່ໃນການຮ່ວມມືເພື່ອການພັດທະນາແບບກົມກຽວ, ຍືນຍົງ ຕາມວິໄສທັດຂອງວຽກງານວັດທະນະທໍາ ແລະ ທ່ອງທ່ຽວ ຮອດປີ 2030 ເປັນພື້ນຖານໃນການພັດທະນາ ເຊັ່ນ: ການອະນຸລັກ, ປົກປັກຮັກສາ, ສືບທອດ, ຟື້ນຟູ ແລະ ເສີມຂະຫຍາຍມູນເຊື້ອຄຸນຄ່າມໍລະດົກວັດທະນະທໍາອັນດີງາມຂອງຊາດໃຫ້ມີ
ຄວາມຍືນຍົງ, ປັບປຸງ ແລະ ພັດທະນາຜະລິດຕະພັນວັດທະນະທໍາໃຫ້ມີຄວາມຫຼາກຫຼາຍ,ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ; ພັດທະນາ ແລະ ສົ່ງເສີມການທ່ອງທ່ຽວໃຫ້ກາຍເປັນອຸດສາຫະກໍາທັນສະໄໝ, ຄົບວົງຈອນ ແລະ ເປັນຂະແໜງເສດຖະກິດນໍາໜ້າ ປະກອບສ່ວນເຂົ້າໃນການ
ພັດທະນາເສດຖະກິດ-ສັງຄົມ ໃນລະດັບທີ່ແນ່ນອນ.
3). ປັບປຸງ ແລະ ແກ້ໄຂບັນດາຂໍ້ຄົງຄ້າງຕ່າງໆໃຫ້ສາມາດຈັດຕັ້ງປະຕິບັດໄດ້ຕາມແຜນການ ແລະ ຄາດໝາຍທີ່ວາງໄວ້ ເປັນຕົ້ນແມ່ນສ້າງ ແລະ ປັບປຸງບັນດາກົດໝາຍ, ນິຕິກໍາຕ່າງໆໃນຂະແໜງວັດທະນະທໍາ ແລະ ທ່ອງທ່ຽວໃຫ້ຮັດກຸມ, ສອດຄ່ອງກັບສະພາບຄວາມເປັນຈິງໃນແຕ່ລະໄລຍະ; ສ້າງ ແລະ
ພັດທະນາພື້ນຖານໂຄງລ່າງໃນຂະແໜງວັດທະນະທໍາ ແລະ ທ່ອງທ່ຽວໃຫ້ສົມຄູ່ກັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ; ໂຄສະນາ, ເຜີຍແຜ່ ແລະ ສົ່ງເສີມວັດທະນະທໍາອັນດີງາມຂອງຊາດອອກສູ່ສັງ ຄົມ ທັງພາຍໃນ ແລະ ຕ່າງປະເທດ, ທັງແລກປ່ຽນຮ່ວມມືດ້ານວັດທະນະທໍາກັບສາກົນຢ່າງມີການ
ເລືອກເຟັ້ນ ແລະ ສອດຄ່ອງກັບຍຸກສະໄໝ; ພັດທະນາ ແລະ ປັບປຸງສະຖານທີ່ທ່ອງທ່ຽວ, ຜະລິດຕະພັນ ແລະ ການບໍລິການທ່ອງທ່ຽວໃຫ້ມີຄຸນນະພາບ ແລະ ມີຄວາມຍືນຍົງ.
4). ປະສານສົມທົບ ແລະ ຮ່ວມມືກັບບັນດາຂະແໜງການທີ່ກ່ຽວຂ້ອງ ທັງພາກລັດ ແລະ ພາກທຸລະກິດທັງພາຍໃນ ແລະ ຕ່າງປະເທດໃນການພັດທະນາ, ໂຄສະນາ ແລະ ຄຸ້ມຄອງການທ່ອງທ່ຽວໃຫ້ມີປະສິດທິພາບ ພ້ອມທັງສົ່ງເສີມຂອບຂອງການຮ່ວມມືກັບບັນດາປະເທດເພື່ອນມິດ ເຊັ່ນ: ສສ ຫວຽດນາມ, ສປ ຈີນ, ໂຄງການຮ່ວມມືໃນຂອບອາຊຽນ, ໂຄງການຮ່ວມມືກັບໄຈກາ, ອົງການຮ່ວມມືຂອງປະເທດຕ່າງໆໃນວຽກງານພັດທະນາຊັບພະຍາກອນມະນຸດ; ສົ່ງເສີມການຮ່ວມມືສອງຝ່າຍ, ຫຼາຍຝ່າຍ ແລະ ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງຂຶ້ນ ຕົ້ນຕໍແມ່ນການແລກປ່ຽນຄະນະຜູ້ແທນ, ການເຂົ້າຮ່ວມຝຶກອົບຮົມ, ຍົກລະດັບ ແລະ ທັດສະນະສຶກສາ.
5). ການຄຸ້ມຄອງສະຖານທີ່ທ່ອງທ່ຽວລວມທັງການບໍລິຫານຄວນສົມທົບກັບບັນດາແຂວງ ແລະ ພາກທຸລະກິດລົງເກັບກໍາຂໍ້ມູນຢູ່ແຫຼ່ງທ່ອງທ່ຽວ, ຄົ້ນຄວ້າບັນດາຂໍ້ສະເໜີຂອງພາກທຸລະກິດ ເພື່ອນໍາສະເໜີຕໍ່ລັດຖະບານໃນການແກ້ໄຂບັນຫາ, ຕິດຕາມ, ກວດກາ ແລະ ກໍານົດນະໂຍບາຍໃຫ້ສອດຄ່ອງກັບການຄຸ້ມຄອງບັນດາສະຖານທີ່ທ່ອງທ່ຽວຢູ່ທ້ອງຖິ່ນ; ຮ່ວມມືກັບບັນດາແຂວງ ໃນການປັບປຸງຄຸນນະພາບການບໍລິການຂອງພະນັກງານນໍາທ່ຽວ ແລະ ຜ່ານຮ່າງກົດລະບຽບຂອງກຸ່ມພະນັກງານນໍາທ່ຽວ; ຈັດຝຶກອົບຮົມການຮັກສາຄຸນນະພາບການບໍລິການໃຫ້ແກ່ຜູ້ບໍລິຫານ, ຜູ້ຈັດການຂອງບໍລິສັດທ່ອງທ່ຽວ; ບັນດາຫົວໜ່ວຍທຸລະກິດພັກແຮມ, ທຸລະກິດທ່ອງທ່ຽວ, ຮ້ານອາຫານ ແລະ ການບັນເທີງ ຕ້ອງເອົາໃຈໃສ່ຈັດຕັ້ງປະຕິບັດນິຕິກໍາຕ່າງໆ ພ້ອມທັງເປັນເຈົ້າການຜັນຂະຫຍາຍມາເປັນລະບຽບການສະເພາະຂອງຫົວໜ່ວຍທຸລະກິດຕົນເອງ. ການຮ່ວມມືເພື່ອພັດທະນາວັດທະນະທໍາແບບກົມກຽວ, ຍືນຍົງ ແມ່ນມີຄວາມສໍາຄັນ ແລະ ຈໍາເປັນພາວະວິໄສໃນການພັດທະນາປະເທດຊາດ, ແມ່ນການປະກອບສ່ວນຂອງຊັບພະຍາກອນມະນຸດທີ່ມີຄວາມຮູ້ຄວາມສາມາດ, ມີຄຸນສົມບັດສິນທໍາປະຕິວັດ, ມີແບບແຜນການເຮັດວຽກ, ມີແບບແຜນການດໍາລົງຊີວິດ ສາມາດປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ, ສັງຄົມ ເພື່ອປົກປັກຮັກສາ ແລະ ພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງສີວິໄລ ດ້ວຍການພັດທະນາວັດທະນະທໍາໃຫ້ກົມກຽວກັບການພັດທະນາເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ, ເຮັດໃຫ້ເສດຖະກິດມີການເຕີບໂຕຢ່າງຕໍ່ເນື່ອງ, ໝັ້ນ
ທ່ຽງ ແລະ ສົມດູນ, ພຽບພ້ອມໄປດ້ວຍເອກະລັກວັດທະນະທໍາອັນດີງາມຂອງຊາດ, ຂອງເຜົ່າໄດ້ຮັບການປົກປັກຮັກສາ. ພ້ອມກັນນັ້ນຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກໍໄດ້ຮັບການປົກປັກຮັກສາ, ທັງບູລະນະນໍາໃຊ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ ເຊິ່ງບໍ່ພຽງແຕ່ຮັບໃຊ້ຄົນຮຸ່ນປັດຈຸບັນເທົ່ານັ້ນ, ແຕ່ຍັງຕ້ອງຮັບປະກັນໃຫ້ຄົນຮຸ່ນອະນາຄົດໄດ້ສືບຕໍ່ນໍາໃຊ້ຢ່າງຍາວນານ./.
[1] ເອກະສານກອງປະຊຸມໃຫຍ່ ຄັ້ງທີ X ພັກປະຊາຊົນປະຕິວັດລາວ, ປີ 2016, ໜ້າ 45-46.
[2] ເອກະສານກອງປະຊຸມໃຫຍ່ ຄັ້ງທີ XI ພັກປະຊາຊົນປະຕິວັດລາວ, ປີ 2021, ໜ້າ 72-73.
[3] ບົດສະຫຼຸບກາງສະໄໝ ແລະ ທິດທາງທ້າຍສະໄໝຂອງແຜນພັດທະນາວຽກງານຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ 5 ປີ (2021-2025), ເລກທີ 299/ຖວທ, ລົງວັນທີ 02 ຕຸລາ 2023.
(ຂຽນໂດຍ: ໄຊສົມພອນ ຫາວັນນະລາດ)
(ວາລະສານອະລຸນໃໝ່ ປະຈຳເດືອນມັງກອນ ປີ 2025)