
ປີ 2025 ເປັນປີທີ່ມີຫຼາຍເຫດການສຳຄັນ, ເພາະເປັນປີຄົບຮອບໃຫຍ່ທີ່ສໍາຄັນຂອງພັກ ແລະ ຂອງຊາດ ເຊັ່ນ: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ; ໄປພ້ອມໆກັບວັນຄົບ ຮອບປີໃຫຍ່ທີ່ກ່າວມານັ້ນ ຍັງມີວັນທີ່ມີຄວາມ ໝາຍສຳຄັນທາງປະຫວັດສາດຂອງຊາດລາວເຮົາ ນັ້ນກໍຄືວັນຍຶດອຳນາດ 23 ສິງຫາ ເຊິ່ງເປັນໜຶ່ງເຫດການສຳຄັນທີ່ປະຊາຊົນລາວເຮົາຈົດຈຳບໍ່ມີວັນຫຼົງລືມໄດ້, ເພາະເປັນວັນທີ່ປະຊາຊົນລາວທັງຊາດລຸກຮືຂຶ້ນຕໍ່ສູ້ຍາດເອົາເອກະລາດ ແລະ ອິດສະຫຼະພາບຈາກພວກລ່າເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່ໄດ້ຢ່າງມີໄຊ. ການລຸກຮືຂຶ້ນຍຶດອຳນາດຈາກພວກລ່າເມືອງຂຶ້ນຂອງປະຊາຊົນລາວ ເກີດຂຶ້ນ 2 ຄັ້ງ ຄື: ຄັ້ງທີໜຶ່ງ ໃນວັນທີ 23 ສິງຫາ 1945 (ຄົບຮອບ 80 ປີ) ແລະຄັ້ງທີສອງ ໃນວັນທີ 23 ສິງຫາ 1975 (ຄົບຮອບ 50 ປີ).
ຊາດລາວເປັນຊາດໜຶ່ງທີ່ມີປະຫວັດແຫ່ງການກຳເນີດ, ດຳລົງຄົງຕົວ ແລະ ຂະຫຍາຍຕົວມາເປັນເວ ລາຫຼາຍພັນປີ ນັບແຕ່ສະຕະວັດທີ 14 ເຈົ້າຟ້າງຸ່ມໄດ້ທ້ອນໂຮມເມືອງລາວບູຮານສ້າງເປັນອານາຈັກລາວລ້ານຊ້າງ, ສະຕະວັດທີ 16 ອານາຈັກລາວລ້ານຊ້າງຖືກສັກດີນາຕ່າງດ້າວມາຮຸກຮານ ແລະ ເອົາມາເປັນເມືອງສ່ວຍ, ຕົ້ນສະຕະວັດທີ 20 ບັນດາປະເທດຈັກກະພັດໄດ້ດຳເນີນການຮຸກຮານ ແລະ ຢຶດຄອງບັນດາປະເທດໃນທະວີບຕ່າງໆເປັນຫົວເມືອງຂຶ້ນ. ໃນປີ 1893 ປະເທດລາວໄດ້ຕົກເປັນຫົວເມືອງຂຶ້ນຂອງພວກລ່າເມືອງຂຶ້ນຝຣັ່ງ, ໃນເວລານັ້ນ ປະຊາຊົນລາວໄດ້ຈົມຢູ່ໃນຄວາມເປັນຂ້ອຍຂ້າຂອງພວກລ່າເມືອງຂຶ້ນ ແລະ ຖືກກົດຂີ່ຂູດຮີດຢ່າງແສນສາຫັດ. ດ້ວຍນ້ຳໃຈຮັກຊາດ ແລະ ຄວາມຄຽດແຄ້ນຕໍ່ການກົດຂີ່ຂູດຮີດຂອງພວກລ່າເມືອງຂຶ້ນ ປະຊາຊົນລາວບັນດາເຜົ່າໄດ້ລຸກຮືຂຶ້ນຕໍ່ສູ້ຢ່າງເນື່ອງນິດລຽນຕິດ ເພື່ອທວງເອົາຄວາມເປັນເອກະລາດ, ເສລີພາບ ແລະ ຄວາມຢູ່ດີກິນດີຂອງຕົນ ເຊິ່ງໄດ້ເກີດມີຂະບວນການຕໍ່ສູ້ຂອງປະ ຊາຊົນລາວແຕ່ເໜືອຮອດໃຕ້ ເຊັ່ນ: ຂະບວນການຕໍ່ສູ້ຂອງປະຊາຊົນແຂວງສະຫວັນນະເຂດພາຍໃຕ້ການນຳພາຂອງພໍ່ກະດວດໃນປີ 1901 ຂະບວນການຕໍ່ສູ້ຂອງປະຊາຊົນພາກໃຕ້ລາວ ປີ 1902-1937 ພາຍໃຕ້ການນຳພາຂອງອົງແກ້ວ ແລະ ອົງກົມມະດຳ; ຂະບວນການຕໍ່ສູ້ພາຍໃຕ້ການນຳຂອງເຈົ້າຟ້າເມືອງສິງ ໃນປີ 1916; ຂະບວນການຕໍ່ສູ້ພາຍໃຕ້ການນຳພາຂອງເຈົ້າຟ້າປັດໃຈ ໃນປີ 1918-1922; ຂະບວນການຕໍ່ສູ້ຂອງນາຍຄູຄຳ ຢູ່ວຽງຈັນ ໃນປີ 1920 ແລະ ຂະບວນການຕໍ່ສູ້ອື່ນໆ.
ປີ 1930 ພັກກອມມູນິດອິນດູຈີນໄດ້ຮັບການສ້າງຕັ້ງຂຶ້ນ, ເຮັດໃຫ້ຂະບວນການຕໍ່ສູ້ຂອງປະຊາຊົນ 3 ຊາດອິນດູຈີນກ້າວສູ່ບາດລ້ຽວໃໝ່; ປີ 1934 ອົງຄະນະພັກແຄວ້ນລາວໄດ້ຮັບການສ້າງຕັ້ງຂຶ້ນ, ພາຍໃຕ້ການນຳພາຂອງຄະນະພັກແຄວ້ນລາວ ໄດ້ເຮັດໃຫ້ຂະບວນການຕໍ່ສູ້ຂອງປະຊາຊົນລາວກ້າວເຂົ້າສູ່ໄລ ຍະໃໝ່ ດ້ວຍຄຸນນະພາບໃໝ່, ພັກໄດ້ນຳພາປະຊາຊົນລາວລຸກຮືຂຶ້ນຍຶດອຳນາດການປົກຄອງຈາກພວກລ່າເມືອງຂຶ້ນຝຣັ່ງ ໃນວັນທີ 23 ສິງຫາ 1945. ຂະບວນການຍຶດ ອໍານາດຢູ່ວຽງຈັນ ໄດ້ເລີ່ມຈາກການຕໍ່ສູ້ຂອງກຳມະກອນໂຮງງານກັບຟາ 500 ຄົນ, ໃນງານຊຸມນຸມມິດຕິງ ເຊິ່ງມີຄົນເຂົ້າຮ່ວມໝື່ນກວ່າຄົນນັ້ນ, ຕົວແທນຂອງຝ່າຍກຳລັງປະຕິວັດໄດ້ຂຶ້ນຊີ້ແຈງແຜນນະໂຍບາຍປົດປ່ອຍຊາດຂອງພັກ ແລະ ຮຽກຮ້ອງໃຫ້ປະຊາຊົນລາວທັງຊາດ ສາມັກຄີກັນເຂົ້າເດັດດ່ຽວຕໍ່ສູ້ກູ້ເອົາເອກະລາດ ແລະ ອິດສະຫຼະພາບອັນແທ້ຈິງມາໃຫ້ປະເທດຊາດ ແລະ ປະຊາຊົນລາວ. ນັບແຕ່ນັ້ນມາ ກໍໄດ້ມີຂະບວນການລຸກຮືຂຶ້ນຍຶດອຳນາດການປົກຄອງຢູ່ຫຼາຍທ້ອງຖິ່ນ ເຊັ່ນ: ຢູ່ແຂວງສະຫວັນນະເຂດ, ທ່າແຂກ, ຊຳເໜືອ… ປະຊາຊົນລາວໄດ້ລຸກຮືຂຶ້ນໂຄ່ນລົ້ມອຳນາດການປົກຄອງເກົ່າ, ສ້າງຕັ້ງອຳນາດການປົກຄອງປະຕິວັດຂອງຕົນຂຶ້ນຢູ່ຫຼາຍທ້ອງຖິ່ນ ພ້ອມທັງໄດ້ຈັດຕັ້ງກຳລັງປະກອບອາວຸດປ້ອງກັນຕົວຂຶ້ນຢູ່ຕົວເມືອງໃຫຍ່ຕ່າງໆ.
ໄຊຊະນະຂອງການຍຶດອຳນາດໃນວັນທີ 23 ສິງຫາ 1945 ເປັນໄຊຊະນະຄັ້ງປະຫວັດສາດແຫ່ງການຕໍ່ສູ້ຍາດເອົາເອກະລາດແຫ່ງຊາດ ແລະ ອິດສະຫຼະພາບຂອງປະຊາຊົນລາວ, ເປັນເທື່ອທຳອິດທີ່ປະ ຊາຊົນລາວບັນດາເຜົ່າໄດ້ພ້ອມກັນລຸກຮືທັບມ້າງແອກຄອບຄອງຂອງພວກລ່າເມືອງຂຶ້ນຝຣັ່ງ, ໄດ້ເປີດສັງ ກາດໃໝ່ໃຫ້ປະຊາຊົນລາວລຸກຮືຂຶ້ນເປັນເຈົ້າຊາຕາກຳຂອງຕົນ, ປະທານ ໄກສອນ ພົມວິຫານ ໄດ້ເວົ້າວ່າ: “ນີ້ແມ່ນໄຊຊະນະເບື້ອງຕົ້ນຂອງປະຊາຊົນເຮົາໄດ້ຄືນມາເປັນເຈົ້າຂອງປະເທດຊາດ ແລະ ເປັນເຈົ້າຊາຕາກໍາຂອງຕົນ ພາຍຫຼັງກວ່າໜຶ່ງຮ້ອຍປີທີ່ຕົກເປັນຂ້ອຍຂ້າ ແລະ ຖືກຕັດແຍກ. ໄຊຊະນະດັ່ງກ່າວໄດ້ເປີດສັງກາດ ເຊິ່ງປະຊາຊົນພວກເຮົາໄດ້ປຸກລະດົມ ແລະ ຕື່ນຕົວເຂົ້າຮ່ວມການສູ້ຮົບອັນເປັນຕາຍກັບສັດຕູ ເພື່ອກອບກູ້ເອົາປະເທດຊາດ”[1], ທັງເປັນການເປີດສາກໃຫ້ແກ່ການເຄື່ອນໄຫວປະຕິວັດລາວກ້າວໄປສູ່ໄລ ຍະໃໝ່, ໄຊຊະນະດັ່ງກ່າວໄດ້ເຮັດໃຫ້ພັກ ແລະ ປະຊາຊົນລາວມີບົດຮຽນຫຼາຍປະການ, ສ້າງໃຫ້ພັກມີກໍາລັງປະຕິວັດໃໝ່, ມີທ່ວງທ່າໃໝ່ ແລະ ເພີ່ມຄວາມເຊື່ອໝັ້ນຕໍ່ໄຊຊະນະໃນການຕໍ່ສູ້ທີ່ເປັນທຳຕ້ານການຮຸກຮານຈາກພາຍນອກ.
ພາຍຫຼັງທີ່ພວກລ່າເມືອງຂຶ້ນຝຣັ່ງ ປະລາໄຊ, ຈັກກະພັດອາເມລິກາ ກໍໄດ້ກະໂດດເຂົ້າມາແທນເພື່ອຫວັງແຊກແຊງ ແລະ ຮຸກຮານປະເທດລາວ. ຕໍ່ໜ້າສະພາບການດັ່ງກ່າວ ໂດຍຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງການຕໍ່ສູ້ ເພື່ອຕີເອົາຊະນະສັດຕູຜູ້ຮຸກຮານ, ວັນທີ 22 ມີນາ 1955 ພັກປະຊາຊົນລາວ (ພັກປະຊາຊົນປະຕິວັດລາວໃນປັດຈຸບັນ) ກໍໄດ້ຮັບການສ້າງຕັ້ງຂຶ້ນ. ນັບແຕ່ມື້ໄດ້ຮັບການສ້າງຕັ້ງຂຶ້ນມາ, ພັກໄດ້ນຳພາປະຊາຊົນລາວບັນດາເຜົ່າດຳເນີນການຕໍ່ສູ້ຕ້ານກັບຈັກກະພັດອາເມລິກາ ເຊິ່ງເປັນໄລຍະຕໍ່ສູ້ທີ່ດຸເດືອດຂ້ຽວຂາດສັບສົນ, ຫຍຸ້ງຍາກລຳບາກກວ່າເວລາໃດໝົດຂອງການປະຕິວັດຢູ່ປະເທດເຮົາ ແລະ ເປັນໄລຍະຕໍ່ສູ້ທີ່ສະຫງ່າອົງອາດ ແລະ ມີໄຊຍິ່ງໃຫຍ່ຢູ່ໃນປະຫວັດສາດຂອງຊາດລາວເຮົາ, ການຕໍ່ສູ້ແບ່ງອອກເປັນ 3 ໄລຍະ ຄື: ໄລຍະແຕ່ປີ 1954-1963 ເປັນໄລຍະຕໍ່ສູ້ປົກປັກຮັກສາ 2 ແຂວງເຕົ້າໂຮມ, ຂະຫຍາຍກຳລັງປະຕິວັດ ແລະ ການຫັນທິດຕໍ່ສູ້ທາງດ້ານການເມືອງ ແລະ ການຕໍ່ສູ້ດ້ວຍອາວຸດ; ໄລຍະທີ 2 ແຕ່ປີ 1964-1973 ເປັນໄລຍະຕໍ່ສູ້ຜາບແພ້ຍຸດທະສາດສົງຄາມພິເສດເພີ່ມທະວີ ຂອງຈອນເຊິນ ແລະ ຍຸດທະສາດສົງຄາມພິເສດເພີ່ມທະວີຕາມທິດສະດີນິກເຊິນຂອງຈັກກະພັດອາເມລິກາ; ໄລຍະທີ 3 ແຕ່ປີ 1973-1975 ເປັນໄລຍະຕໍ່ສູ້ ເພື່ອສຳເລັດການປະຕິວັດຊາດປະຊາທິປະໄຕໃນທົ່ວປະເທດ.
ໃນເດືອນພຶດສະພາ ປີ 1975 ກົມການເມືອງສູນກາງພັກໄດ້ຮຽກປະຊຸມເປີດກວ້າງ ວາງທິດທາງ ແລະ ໜ້າທີ່ລວມໃນການຕໍ່ສູ້ຍາດເອົາໄຊຊະນະຂັ້ນສຸດທ້າຍຂອງການປະຕິວັດ ໂດຍນຳໃຊ້ 3 ບາດຄ້ອນຍຸດທະສາດ ຄື: ການລຸກຮືຂຶ້ນຂອງມະຫາຊົນ, ການໜູນໜີບຂອງກຳລັງປະກອບອາວຸດປະຕິວັດ ແລະ ການແຍກຕົວອອກຂອງກຳລັງທະຫານຂອງສັດຕູ. ພັກໄດ້ນຳພາປະຊາຊົນກະກຽມກຳລັງທຸກດ້ານ ຄື: ກໍາລັງການເມືອງ ແລະ ກຳລັງປະກອບອາວຸດ, ປຸກລຸກນໍ້າໃຈຮັກຊາດ ແລະ ຄຽດແຄ້ນສັດຕູ, ປຸກລະດົມນໍ້າໃຈຕໍ່ສູ້ຂອງປະຊາຊົນຢູ່ເຂດກວດກາຂອງຝ່າຍວຽງຈັນ, ກະກຽມແຜນການທຸກດ້ານ ເພື່ອຍຶດອໍານາດຢູ່ຕາມຕົວເມືອງໃນແຂວງຕ່າງໆ ແລະ ໄດ້ກະກຽມນະໂຍບາຍອັນລະອຽດໃຫ້ສອດຄ່ອງກັບແຕ່ລະທ້ອງຖິ່ນ ແລະ ແຕ່ລະຊັ້ນຄົນ. ພາຍໃຕ້ການນໍາພາຂອງພັກ ມະຫາຊົນຊັ້ນຄົນຕ່າງໆຢູ່ໃນເຂດປົກຄອງຂອງສັດຕູ ແລະ ໃນເຂດເປັນກາງ ເປັນຕົ້ນແມ່ນກຳມະກອນ, ຊາວນາ, ນັກຮຽນ-ນັກສຶກສາ ໄດ້ພ້ອມກັນລຸກຮືຂຶ້ນ ແລະ ເຂົ້າຮ່ວມການຕໍ່ສູ້ນັບມື້ນັບຫຼາຍ ແລະ ແຜ່ລາມກວ້າງອອກຢ່າງໄວວາ ດ້ວຍທ່ວງທ່າອັນແຂງແຮງຟົດຟື້ນ ເຊັ່ນ: ການລຸກຮືຂຶ້ນຂອງກຳມະກອນໄຟຟ້າວຽງຈັນ, ການຕໍ່ສູ້ຢ່າງໝັ້ນໜຽວຂອງປະຊາຊົນຊາວເມືອງໜອງບົກ ແຂວງຄຳມ່ວນ ແລະ ການລຸກຮືຂຶ້ນປະກາດແຍກຕົວອອກຈາກຝ່າຍວຽງຈັນຂອງກອງພັນ 102 ມາຂຶ້ນກັບລັດຖະບານປະສົມໂດຍກົງ. ກຳລັງປະກອບອາວຸດໄດ້ເຄື່ອນທັບເຂົ້າໄປຢຶດເອົາທີ່ຕັ້ງສຳຄັນໃນເຂດກວດກາຂອງສັດຕູຢ່າງໄວວາ, ຢຶດເອົາບັນດາຕົວເມືອງໃຫຍ່ ຄື: ວຽງຈັນ, ປາກເຊ, ສະຫວັນນະເຂດ ທີ່
ເປັນໃຈກາງບັງຄັບບັນຊາຂອງສັດຕູ ສ້າງເປັນກຳລັງໜີບທາງການທະຫານຢ່າງແຂງແຮງໃນເຂດປົກຄອງຂອງສັດຕູ. ວັນທີ 23 ສິງຫາ 1975 ຊາວນະຄອນຫຼວງວຽງຈັນ ສອງໝື່ນກວ່າຄົນໄດ້ເຂົ້າຮ່ວມຊຸມນຸມມິດຕິງ ເພື່ອປະກາດສ້າງຕັ້ງອຳນາດການປົກຄອງປະຕິວັດຂຶ້ນ ອັນໄດ້ເຮັດໃຫ້ອຳນາດການປົກຄອງປະຕິວັດແຕ່ຂັ້ນແຂວງ, ນະຄອນຫຼວງ ລົງຮອດຂັ້ນຮາກຖານໄດ້ຮັບການສ້າງຕັ້ງຂຶ້ນໃນຂອບເຂດທົ່ວປະເທດ. ໃນວັນທີ 2 ທັນວາ 1975 ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດໄດ້ໄຂຂຶ້ນຢ່າງສະຫງ່າຜ່າເຜີຍຢູ່ນະຄອນຫຼວງວຽງຈັນ, ກອງປະຊຸມໄດ້ເປັນເອກະສັນຮັບຮອງເອົາບັນດາມະຕິຕົກລົງລົບລ້າງລະບອບລາຊາທິປະໄຕ ແລະ ສະຖາປະນາລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນຂຶ້ນແທນ; ກໍານົດເຄື່ອງໝາຍປະຈຳຊາດ, ທຸງຊາດ, ເພງຊາດ ແລະ ພາສາທາງການ.
ໄຊຊະນະຂອງການຍຶດອຳນາດ 23 ສິງຫາ 1975 ແມ່ນໝາກຜົນທີ່ເກີດຈາກການຕໍ່ສູ້ອັນຍືດເຍື້ອຍາວນານຂອງປະຊາຊົນລາວບັນດາເຜົ່າພາຍໃຕ້ການນຳພາຂອງພັກ; ແມ່ນໝາກຜົນທີ່ເກີດຈາກຫົວຄິດປະດິດສ້າງຂອງການນຳໃຊ້ 3 ບາດຄ້ອນຍຸດທະສາດ ເພື່ອຍຶດອຳນາດການປົກຄອງໃນທົ່ວປະເທດແບບ “ບົວບໍ່ຊ້ຳນ້ຳບໍ່ຂຸ່ນ”; ແມ່ນໄຊຊະນະຂອງແນວທາງປະຕິວັດອັນຖືກຕ້ອງ ແລະ ການນຳພາອັນສະຫຼາດສ່ອງໃສຂອງພັກທີ່ຮູ້ໝູນໃຊ້ລັດທິມາກ-ເລນິນເຂົ້າໃນສະພາບຕົວຈິງຂອງປະເທດເຮົາ; ແມ່ນໄຊຊະນະຂອງກຳ ລັງແຮງແຫ່ງຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງປະຊາຊົນລາວທັງຊາດ, ຂອງກອງທັບ ແລະ ປະຊາ ຊົນບັນດາເຜົ່າ; ແມ່ນໄຊຊະນະແຫ່ງຄວາມສາມັກຄີຮ່ວມສຳພັນສູ້ຮົບລະຫວ່າງປະຊາຊົນ 3 ຊາດອິນດູຈີນ (ລາວ-ຫວຽດນາມ-ກຳປູເຈຍ) ກໍຄືການສະໜັບສະໜູນ ແລະ ຊ່ວຍເຫຼືອອັນແຂງແຮງຂອງບັນດາປະເທດເພື່ອນມິດ, ປະຊາຊົນຜູ້ຮັກຫອມສັນຕິພາບ ແລະ ຄວາມກ້າວໜ້າໃນໂລກ.
ສະນັ້ນ ເພື່ອເຮັດໃຫ້ມູນເຊື້ອຂອງວັນທີ 23 ສິງຫາ ທີ່ມີຄວາມໝາຍສຳຄັນນີ້ ໄດ້ຮັບການຈາລຶກ, ຈົດຈຳຢ່າງບໍ່ມີວັນລືມ ແລະ ໄດ້ຮັບການເສີມຂະຫຍາຍເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງປ່ຽນແປງໃໝ່ຂອງພັກ ໃຫ້ມີຜົນສຳເລັດໃຫຍ່ຫຼວງກວ່າເກົ່າ, ຄະນະພັກ-ຄະນະນຳແຕ່ລະຂັ້ນຕ້ອງເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ, ສະມາຊິກພັກ, ທະຫານ, ຕຳຫຼວດ, ປະຊາຊົນລາວບັນດາເຜົ່າ ດ້ວຍຮູບການຕ່າງໆໃຫ້ກວ້າງຂວາງ, ເລິກເຊິ່ງ ເຮັດໃຫ້ເຂົາເຈົ້າມີຄວາມຮັບຮູ້-ເຂົ້າໃຈຢ່າງຖືກຕ້ອງ, ເລິກເຊິ່ງກ່ຽວກັບຄວາມໝາຍຄວາມສຳຄັນຂອງວັນທີ 23 ສິງຫາ ພ້ອມກັນເຊີດຊູນ້ຳໃຈຮັກຊາດ, ເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ສ້າງປະເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ຍຸຕິທຳ ແລະ ສີວິໄລ.
ເອົາໃຈໃສ່ສຶກສາອົບຮົມ, ປູກຈິດສຳນຶກໃຫ້ຊາວໜຸ່ມ, ເຍົາວະຊົນ ສ້າງຄວາມຮັບຮູ້-ເຂົ້າໃຈກ່ຽວກັບຄວາມໝາຍຄວາມສຳຄັນຂອງວັນຍຶດອຳນາດຢ່າງເລິກເຊິ່ງ, ເຮັດໃຫ້ຄົນຮຸ່ນໜຸ່ມມີຄວາມກະຕັນຍູຮູ້ບຸນຄຸນຕໍ່ຜູ້ທີ່ໄດ້ເສຍສະຫຼະເລືອດເນື້ອ ເພື່ອກອບກູ້ປະເທດຊາດ, ສ້າງໄວໜຸ່ມ-ເຍົາວະຊົນ ໃຫ້ມີຈິດໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ຫ່ວງແຫນມາຕຸພູມອັນແສນຮັກຂອງຕົນ, ມີຄວາມເອກອ້າງທະນົງໃຈທີ່ໄດ້ເກີດມາເປັນຄົນລາວ ແລະ ພ້ອມທີ່ຈະສືບທອດພາລະກິດປະຕິວັດທີ່ຄົນຮຸ່ນຫຼັງໄດ້ສ້າງມາດ້ວຍຄວາມບໍລິສຸດສັດຊື່, ສຸມສະຕິປັນຍາ, ເຫື່ອແຮງເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ.
ປຸກລະດົມທຸກພາກສ່ວນໃນສັງຄົມເຂົ້າຮ່ວມຂະບວນການຮັກຊາດ ແລະ ພັດທະນາ, ເຊີດຊູນໍ້າໃຈຮັກຊາດ, ຮັກບ້ານເກີດເມືອງນອນ, ມີສ່ວນຮ່ວມໃນການເສີມສ້າງຄວາມສາມັກຄີ, ສ້າງຄຸນງາມຄວາມດີ, ປະກອບສ່ວນໃນພາລະກິດສ້າງສາ ແລະ ພັດທະນາປະເທດຊາດ ເພື່ອນຳພາຊາດລາວໄປສູ່ຄວາມຈະເລີນຮຸ່ງເຮືອງສີວິໄລ./.
[1] ປຶ້ມປະຫວັດສາດສາຍພົວພັນພິເສດລາວ-ຫວຽດນາມ 1930-2007,ສຳນັກພິມຈຳໜ່າຍການເມືອງແຫ່ງຊາດ, ໜ້າ 134.
(ວາລະສານອະລຸນໃໝ່ ສະບັບປະຈຳເດືອນສິງຫາ ປີ 2025)