
ເພື່ອເປັນການປະກອບສ່ວນສະຫຼອງ 3 ວັນປະຫວັດສາດ ໃນປີ 2025 ຄື: 70 ປີ ວັນສ້າງຕັ້ງພັກ, 50 ປີ ວັນສະຖາປະນາ ສປປ ລາວ ແລະ 105 ປີ ວັນຄ້າຍວັນເກີດຂອງ ປະທານ ໄກສອນ ພົມວິຫານ ຜູ້ນຳທີ່ເຄົາລົບຮັກ, ຂ້າພະເຈົ້າໄດ້ຂຽນບົດທີ່ມີຊື່ວ່າ: “ສືບຕໍ່ປ່ຽນແປງໃໝ່, ສ້າງລະບອບປະຊາທິປະໄຕ ປະ ຊາຊົນ ແລະ ສ້າງບັນດາປະຖົມປັດໄຈໃຫ້ບັນລຸຈຸດໝາຍສັງຄົມນິຍົມຢູ່ລາວ”.
ຜ່ານໄລຍະເວລາ 5 ທົດສະວັດ (50 ປີ) ແຫ່ງການສ້າງລະບອບປະຊາທິປະໄຕ ປະຊາຊົນ ໂດຍສະເພາະໃນໄລຍະເກືອບ 40 ປີ ແຫ່ງການປ່ຽນແປງໃໝ່ພາຍໃຕ້ການນຳພາຂອງພັກເຮົາ, ເຖິງວ່າໄດ້ປະ ສົບກັບຫຼາຍບັນຫາຫຍຸ້ງຍາກ ແລະ ເຕັມໄປດ້ວຍສິ່ງທ້າທາຍທົດສອບຫຼາຍປະການກໍຈິງ, ແຕ່ພວກເຮົາກໍໄດ້ຮັບຜົນສຳເລັດອັນສຳຄັນຫຼາຍດ້ານທີ່ໜ້າພາກພູມໃຈ, ໂສມໜ້າຂອງປະເທດຊາດໄດ້ມີການຫັນປ່ຽນຢ່າງໃຫຍ່ຫຼວງຫຼາຍປະການ; ລັກສະນະດີເລີດຂອງລະບອບໃໝ່ລະບອບປະຊາທິປະໄຕ ປະຊາຊົນໄດ້ເຜີຍອອກນັບມື້ນັບຈະແຈ້ງທັງໃນດ້ານການເມືອງ, ເສດຖະກິດ, ສັງຄົມ ແລະ ວັດທະນະທຳ ກໍຄືຄວາມເຂັ້ມແຂງເຕີບໃຫຍ່ຂອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການເປີດກວ້າງການພົວພັນຮ່ວມມືກັບເພື່ອນມິດສາກົນ. ອັນສຳຄັນທີ່ສຸດນັ້ນ ແມ່ນພັກເຮົາສາມາດສະຫຼຸບ ແລະ ຖອດຖອນບົດຮຽນອັນລໍ້າຄ່າໄດ້ຈາກພຶດຕິກຳແຫ່ງການນຳພາພາລະກິດປ່ຽນແປງໃໝ່ຂອງຕົນ ເຊິ່ງບັນດາບົດຮຽນດັ່ງກ່າວນອກຈາກຈະຊ່ວຍໃຫ້ພວກເຮົາເຫັນແຈ້ງຕື່ມກ່ຽວກັບວິທີການ ແລະ ມາດຕະການກ້າວຂຶ້ນສູ່ສັງຄົມນິຍົມຈາກລະບອບປະ ຊາທິປະໄຕປະຊາຊົນ ແລ້ວມັນຍັງເປັນພື້ນຖານສຳລັບການສືບຕໍ່ປັບປຸງບູລະນະແນວທາງ, ແຜນນະໂຍບາຍໃຫ້ມີຄວາມສອດຄ່ອງ ແລະ ສົມບູນຍິ່ງໆຂຶ້ນ. ສາມາດເວົ້າໄດ້ວ່າ: ຜ່ານການສ້າງລະບອບປະຊາທິປະໄຕປະຊາຊົນ ໃນໄລຍະ 50 ປີ ກໍຄືການດຳເນີນພາລະກິດປ່ຽນແປງໃໝ່ໃນໄລຍະ 40 ປີມານີ້, ເສັ້ນທາງໃນລະບອບປະຊາທິປະໄຕ ປະຊາຊົນ, ສ້າງບັນດາປະຖົມປັດໄຈກ້າວຂຶ້ນສູ່ສັງຄົມນິຍົມຢູ່ປະເທດເຮົາໄດ້ເປີດກວ້າງອອກ ແລະ ເປັນຮູບປະທຳນັບມື້ຈະແຈ້ງຂຶ້ນ. ສັງກາດແຫ່ງການກໍ່ ສ້າງປະເທດລາວສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ວັດທະນາຖາວອນ; ກາລະໂອກາດແຫ່ງການສ້າງປະເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມມີຄວາມສາມັກຄີປອງດອງ, ມີປະຊາທິປະໄຕ, ຍຸຕິທໍາ, ສີວິໄລໄດ້ເຜີຍແຜ່ອອກຢ່າງສະຫວ່າງສະໄຫວຈະແຈ້ງກວ່າເກົ່າ.
- I. ສັງຄົມນິຍົມແມ່ນຈຸດໝາຍທີ່ບໍ່ປ່ຽນແປງ ແມ່ນເສັ້ນທາງກ້າວຂຶ້ນຂອງປະເທດລາວພວກເຮົາ:
ໂດຍຖືເອົາລັດທິມາກ-ເລນິນ ເປັນພື້ນຖານແນວຄິດ ແລະ ເປັນທິດສະດີເຍືອງທາງ, ນັບແຕ່ມື້ທີ່ໄດ້ຮັບການສ້າງຕັ້ງຂຶ້ນ ພັກເຮົາໄດ້ກຳນົດອຸດົມຄະຕິຂອງຕົນໄວ້ວ່າ: ນຳພາປະຊາຊົນລາວຕໍ່ສູ້ຍາດເອົາຄວາມເປັນເອກະລາດ ແລະ ເສລີພາບ, ສ້າງປະເທດຊາດໃຫ້ຮັ່ງມີເຂັ້ມແຂງ ແລະ ນຳເອົາຄວາມສົມບູນພູນສຸກມາສູ່ປະຊາຊົນບັນດາເຜົ່າ. ຈາກນັ້ນ ກໍໄດ້ກຳນົດໜ້າທີ່ພື້ນຖານຍາວນານໄວ້ວ່າ: ກຽມເງື່ອນໄຂທຸກຢ່າງທີ່ຈຳເປັນເພື່ອກ້າວຂຶ້ນສູ່ສັງຄົມນິຍົມ…
ຈາກອຸດົມຄະຕິ ແລະ ໜ້າທີ່ພື້ນຖານຍາວນານດັ່ງກ່າວ, ພັກເຮົາຈຶ່ງໄດ້ກຳນົດການຍຶດໝັ້ນຈຸດໝາຍສັງຄົມນິຍົມ ເປັນຫຼັກການທີໜຶ່ງຂອງພາລະກິດປະຕິວັດຢູ່ປະເທດເຮົາ. ເມື່ອເປັນເຊັ່ນນັ້ນ ຫຼັກການດັ່ງກ່າວ ຈຶ່ງສອດຫ້ອຍໄປໝົດໃນທຸກດ້ານການເຄື່ອນໄຫວຂອງພັກທຸກຂັ້ນ ແລະ ສະມາຊິກພັກທຸກສະຫາຍ. ຖ້າ
ຫາກການຈັດຕັ້ງພັກຢູ່ບ່ອນໃດ, ຫາກສະມາຊິກພັກຄົນໃດປະລະ ຫຼື ຫ່າງເຫີນຈາກຫຼັກການນີ້, ໝາຍຄວາມວ່າ ການຈັດຕັ້ງຢູ່ບ່ອນນັ້ນ ແລະ ສະມາຊິກພັກຄົນນັ້ນປະລະອຸດົມການ, ຂາດທັດສະນະຫຼັກໝັ້ນຊົນຊັ້ນປະຕິວັດ.
ຖ້າຫາກເບິ່ງໃນຄວາມເປັນຈິງທາງປະຫວັດສາດ, ພວກເຮົາຍິ່ງເຫັນແຈ້ງວ່າ: ປະຊາຊົນ, ພະນັກ ງານນັກຮົບ, ສະມາຊິກພັກຈຳນວນຫຼວງຫຼາຍຂອງພວກເຮົາໄດ້ເສຍສະຫຼະຊີວິດເລືອດເນື້ອເພື່ອອຸດົມຄະຕິດັ່ງກ່າວນັ້ນ. ໃນໄລຍະ 50 ປີມານີ້ ກໍໄດ້ມີການທຸ້ມເທທຶນຮອນ, ສະຕິປັນຍາ, ເຫື່ອແຮງບໍ່ຈັກວ່າເທົ່າໃດເພື່ອປະຕິບັດໜ້າທີ່ອັນຍິ່ງໃຫຍ່ນັ້ນໃຫ້ປະກົດຜົນເປັນຈິງ. ສະນັ້ນ ຈຶ່ງເວົ້າວ່າສັງຄົມນິຍົມແມ່ນຈຸດໝາຍທີ່ບໍ່ປ່ຽນແປງ ຫຼື ເປັນຈຸດໝາຍທີ່ຕ້ອງຍຶດໝັ້ນຢ່າງເດັດດ່ຽວໜຽວແໜ້ນຕໍ່ໄປ. ອັນນີ້ທັງເປັນການສືບຕໍ່ມູນເຊື້ອອັນສັກກາລະບູຊາ, ທັງເປັນການສະແດງອອກເຊິ່ງຄວາມກະຕັນຍູຮູ້ບຸນຄຸນຕໍ່ວີລະຊົນ, ຕໍ່ນັກຮົບ, ຕໍ່ພະນັກ ງານສະມາຊິກພັກ ແລະ ປະຊາຊົນທີ່ໄດ້ເສຍສະຫຼະໄປແລ້ວນັ້ນ.
ຖ້າຫາກເບິ່ງໃນດ້ານທິດສະດີ ແລະ ພຶດຕິກຳແຫ່ງການສ້າງລະບອບສັງຄົມການເມືອງ, ພວກເຮົາກໍຍິ່ງເຫັນແຈ້ງວ່າ: ສັງຄົມນິຍົມແມ່ນຈຸດມຸ່ງໝາຍອັນເໝາະສົມທີ່ສຸດສຳລັບການພັດທະນາປະເທດຂອງພວກເຮົາ ເພາະວ່າລະບອບສັງຄົມນິຍົມມີຄຸນລັກສະນະດີເລີດ ດັ່ງນີ້:
1). ລະບອບສັງຄົມນິຍົມ ແມ່ນລະບອບທີ່ປະຊາຊົນພົນລະເມືອງມີອິດສະຫຼະພາບ ແລະ ມີສິດສະ ເໝີພາບຢ່າງແທ້ຈິງ, ສະມາຊິກສັງຄົມລ້ວນແຕ່ມີຄວາມຕື່ນຕົວການເມືອງສູງ ແລະ ສາມາດເສີມຂະຫຍາຍສິດເປັນເຈົ້າຂອງຕົນເອງຢ່າງເຕັມສ່ວນ.
2). ໃນລະບອບສັງຄົມນິຍົມ ລະບົບການເມືອງໄດ້ຮັບການປັບປຸງ ແລະ ພັດທະນາເປັນຢ່າງດີ ເພື່ອຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳຂອງສະມາຊິກສັງຄົມທັງໝົດ ເຊິ່ງໃນນັ້ນ ມີພັກມາກ-ເລນິນເປັນແກນນຳ.
3). ລະບອບສັງຄົມນິຍົມ ມີກຳລັງການຜະລິດທີ່ຂະຫຍາຍຕົວສູງ, ເສດຖະກິດໄດ້ຮັບການພັດທະນາແບບຍືນຍົງ ແລະ ໝັ້ນທ່ຽງດ້ວຍການຜະລິດ ແລະ ການບໍລິການທີ່ທັນສະໄໝ, ມີຄຸນນະພາບ ແລະ ປະສິດທິຜົນສູງ, ໃນນັ້ນ ລັດເປັນຜູ້ຖືກຳມະສິດ ແລະ ຂະແໜງການທີ່ມີລັກສະນະຕັດສິນ ແລະ ມີບົດບາດຄອບງຳທົ່ວເສດຖະກິດແຫ່ງຊາດ.
4). ລະບອບສັງຄົມນິຍົມ ແມ່ນລະບອບສັງຄົມທີ່ມີຄວາມສີວິໄລ ແລະ ຍຸຕິທຳ, ສະມາຊິກ
ສັງຄົມໄດ້ຮັບການປົດປ່ອຍຈາກການກົດຂີ່ຂູດຮີດ ແລະ ການເອົາລັດເອົາປຽບກັນ, ທຸກຄົນລ້ວນແຕ່ໄດ້ຮັບການສຶກສາ, ມີວິຊາຄວາມຮູ້, ມີເງື່ອນໄຂເສີມຂະຫຍາຍຄວາມສາມາດປະດິດສ້າງຂອງຕົນໄດ້ຢ່າງເຕັມສ່ວນ ແລະ ໄດ້ຮັບການຕອບແທນຕາມປະລິມານ-ຄຸນນະພາບຂອງແຮງງານ ແລະ ມີຊີວິດການເປັນຢູ່ທີ່ສົມບູນພູນສຸກ; ຜູ້ດ້ອຍໂອກາດ, ຜູ້ຂາດຄວາມສາມາດອອກແຮງງານລ້ວນແຕ່ໄດ້ຮັບການດູແລ ແລະ ອຸປະຖຳເປັນຢ່າງດີ.
5). ໃນລະບອບສັງຄົມນິຍົມ ວັດທະນະທຳປະຈຳຊາດໄດ້ຮັບການເສີມຂະຫຍາຍຢ່າງອຸດົມຮັ່ງມີດ້ວຍສີສັນວັດທະນະທຳອັນເປັນເອກະລັກຂອງເຜົ່າຕ່າງໆ; ວັດທະນະທຳທາງດ້ານຈິດໃຈໄດ້ຮັບການພັດທະນາໃນລະດັບສູງໄປຄຽງຄູ່ກັບຄວາມທັນສະໄໝ ແລະ ຄວາມຈະເລີນທາງດ້ານວັດຖຸ; ປະຊາຊົນພົນລະເມືອງລ້ວນແຕ່ໄດ້ຮັບການບຳລຸງສ້າງໃຫ້ຂະຫຍາຍຕົວທັງ 3 ດ້ານ ໄປພ້ອມໆກັນຢ່າງກົມກຽວ ຄື: ດ້ານປັນຍາຄວາມຮູ້, ດ້ານຮ່າງກາຍ ແລະ ດ້ານຈິດໃຈ.
6). ໃນລະບອບສັງຄົມນິຍົມ ປະຊາຊົນເຜົ່າຕ່າງໆລ້ວນແຕ່ມີຄວາມສະເໝີພາບ, ມີຄວາມສາມັກຄີເປັນອັນໜຶ່ງອັນດຽວ, ຊ່ວຍເຫຼືອກັນພັດທະນາເພື່ອພ້ອມກັນກ້າວໜ້າ ແລະ ດຳລົງຊີວິດດ້ວຍສັນຕິສຸກໃນວົງຄະນະຍາດແຫ່ງຊາດເອກະພາບ.
7). ໃນລະບອບສັງຄົມນິຍົມມີການພົວພັນມິດຕະພາບ ແລະ ສາມັກຄີສາກົນຢ່າງກວ້າງຂວາງ, ມີຄວາມອາດສາມາດບົ່ມຊ້ອນອັນໃຫຍ່ຫຼວງໃນການຮ່ວມມືກັບນາໆປະເທດ ແລະ ເຈືອຈານເຂົ້າກັບສາກົນ.
ດ້ວຍຄຸນລັກສະນະດັ່ງກ່າວນັ້ນ, ສັງຄົມນິຍົມຈຶ່ງມີລັກສະນະດີເລີດ ເມື່ອທຽບກັບລະບອບສັງຄົມການເມືອງອື່ນໆ. ດ້ວຍເຫດນີ້ ພັກ ແລະ ປະຊາຊົນລາວເຮົາ ຈຶ່ງເລືອກເອົາເປັນຈຸດໝາຍແຫ່ງການກ້າວຂຶ້ນຂອງປະເທດຊາດມາແຕ່ດົນນານ, ມັນໄດ້ກາຍເປັນອາລົມຈິດ ຫຼື ອຸດົມຄະຕິທີ່ປ່ຽນປີ້ນບໍ່ໄດ້, ເພາະວ່າມັນໄດ້ຜ່ານການທົດສອບອັນຂ້ຽວຂາດ ແລະ ການເສຍສະຫຼະອັນໃຫຍ່ຫຼວງທີ່ສຸດມາແລ້ວ; ມັນແມ່ນເສັ້ນທາງ
ທີ່ຈະຕ້ອງເປັນໄປແຫ່ງການຂະຫຍາຍຕົວກ້າວຂຶ້ນຂອງປະເທດຊາດພວກເຮົາ.
- ສ້າງລະບອບປະຊາທິປະໄຕປະຊາຊົນ ເພື່ອກ້າວຂຶ້ນສູ່ສັງຄົມນິຍົມ:
ພັກເຮົາໄດ້ກຳນົດແຈ້ງວ່າ: “ລັກສະນະພື້ນຖານຂອງການປະຕິວັດປະເທດເຮົາໃນໄລຍະໃໝ່ ແມ່ນລັກສະນະປະຊາທິປະໄຕ ປະຊາຊົນ ກ້າວຂຶ້ນສັງຄົມນິຍົມເທື່ອລະກ້າວ, ຫາກບໍ່ແມ່ນຂະຫຍາຍຕົວຢູ່ນອກວົງໂຄຈອນຂອງສັງຄົມນິຍົມແຕ່ຢ່າງໃດ”[1].
ອີງຕາມທັດສະນະພື້ນຖານຂອງພັກເຮົາດັ່ງກ່າວນັ້ນ ສາມາດຢືນຢັນໄດ້ວ່າ: ການສ້າງລະບອບປະຊາທິປະໄຕປະຊາຊົນ ພາຍໃຕ້ການນຳພາຂອງພັກ, ໃນເນື້ອແທ້ກໍແມ່ນການສ້າງສັງຄົມນິຍົມ; ຍິ່ງສ້າງລະ ບອບປະຊາທິປະໄຕປະຊາຊົນ ໄດ້ຮັບຜົນສຳເລັດເທົ່າໃດ,ບັນດາໜໍ່ແໜງ ຫຼື ປະຖົມປັດໄຈສັງຄົມນິຍົມກໍຍິ່ງປະກົດຂຶ້ນຫຼາຍເທົ່ານັ້ນ, ຄຸນລັກສະນະດີເລີດຂອງສັງຄົມນິຍົມ ກໍຍິ່ງເຜີຍອອກຫຼາຍເທົ່ານັ້ນ.
ການສ້າງບັນດາປະຖົມປັດໄຈໃນລະບອບປະຊາທິປະໄຕປະຊາຊົນ ເພື່ອກ້າວສູ່ສັງຄົມນິຍົມຢູ່ປະເທດເຮົາຕ້ອງໄດ້ດຳເນີນບົນພື້ນຖານແນວທາງປ່ຽນແປງໃໝ່ຂອງພັກເຮົາ ດັ່ງນີ້:
¬ ອັນທີໜຶ່ງ: ກໍ່ສ້າງພັກໃຫ້ໜັກແໜ້ນ.
ການກໍ່ສ້າງລະບອບປະຊາທິປະໄຕປະຊາຊົນ ເພື່ອບັນລຸຈຸດໝາຍສັງຄົມນິຍົມ ແມ່ນໜ້າທີ່ອັນຍາວນານ ແລະ ຮຽກຮ້ອງໃຫ້ມີການນຳພາທີ່ໜັກແໜ້ນເຂັ້ມແຂງຂອງພັກ. ດັ່ງນັ້ນ ການສ້າງພັກໃຫ້ໜັກແໜ້ນ ເຂັ້ມແຂງ ຈຶ່ງແມ່ນຄວາມຈຳເປັນພາວະວິໄສ ເພື່ອໃຫ້ພັກສາມາດເຮັດລ້ອນພາລະກຳປະຫວັດສາດອັນມີກຽດສະຫງ່າໄດ້ຢ່າງມີໄຊ. ການກໍ່ສ້າງພັກໃຫ້ໜັກແໜ້ນເຂັ້ມແຂງແມ່ນ:
- ເຮັດໃຫ້ທົ່ວພັກມີຄວາມໜັກແໜ້ນທາງດ້ານແນວຄິດ–ການເມືອງ ຄື:
+ ຍຶດໝັ້ນໃນພື້ນຖານແນວຄິດ-ທິດສະດີຂອງພັກຄື ລັດທິມາກ-ເລນິນ ແລະ ຈຸດໝາຍສັງຄົມນິຍົມ. ອັນນີ້ເປັນຫຼັກໝັ້ນຊົນຊັ້ນປະຕິວັດ ແລະ ອຸດົມຄະຕິຂອງທົ່ວພັກພວກເຮົາ. ຕ້ອງມີຄວາມເດັດດ່ຽວຕອບຕ້ານການບິດເບືອນ, ການໃສ່ຮ້າຍ, ການທັບຖົມໂຈມຕີ ແລະ ການເຄື່ອນໄຫວຂອງອິດທິກຳລັງປໍລະປັກຫວັງລົບລ້າງລັດທິມາກ-ເລນິນ ແລະ ອຸດົມການສັງຄົມນິຍົມ.
+ ເຂົ້າໃຈຢ່າງເລິກເຊິ່ງ ແລະ ເປັນເອກະພາບໃນລະດັບສູງກ່ຽວກັບແນວທາງປ່ຽນແປງໃໝ່ຮອບ ດ້ານ ແລະ ມີຫຼັກການຂອງພັກ; ປ່ຽນແປງໃໝ່ບໍ່ແມ່ນປ່ຽນປີ້ນລະບອບ ແລະ ປະລະອຸດົມການ, ແຕ່ຫາກແມ່ນກ້າວສູ່ສັງຄົມນິຍົມດ້ວຍວິທີການ ແລະ ມາດຕະການທີ່ສອດຄ່ອງເໝາະສົມກັບສະພາບຕົວຈິງຂອງປະເທດເຮົາ.
+ ມີແນວຄິດປະຕິວັດບຸກ ຄື: ອຸທິດຕົນເພື່ອຮັບໃຊ້ຊາດ, ຮັບໃຊ້ປະຊາຊົນດ້ວຍຄວາມບໍລິສຸດຊື່ສັດ,
ຜ່ານຜ່າຄວາມຫຍຸ້ງຍາກ ແລະ ການທົດສອບຕ່າງໆ ເພື່ອເຮັດສຳເລັດໜ້າທີ່ບົນຈິດໃຈຊາດເອກະລາດ, ເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ.
ເພື່ອກໍ່ສ້າງພັກໃຫ້ໜັກແໜ້ນທາງດ້ານແນວຄິດ, ຄະນະພັກທຸກຂັ້ນ, ສະມາຊິກພັກທຸກຄົນຕ້ອງດຸໝັ່ນອ່ານ, ຄົ້ນຄວ້າ, ກຳແໜ້ນມະຕິຕ່າງໆຂອງພັກ ກໍຄືແນວທາງ-ເອກະສານ ທິດສະດີການເມືອງຂອງພັກ ເພາະວ່າແນວທາງ, ມະຕິ ແລະ ເອກະສານການເມືອງຂອງພັກນັ້ນ ໄດ້ສະແດງອອກຢ່າງສັງລວມທີ່ສຸດກ່ຽວກັບລັດທິມາກ-ເລນິນ.
- ເຮັດໃຫ້ພັກມີຄວາມໜັກແໜ້ນທາງດ້ານການຈັດຕັ້ງ ດັ່ງນີ້:
+ ປັບປຸງ ແລະ ກໍ່ສ້າງພັກໃຫ້ເປັນກຳລັງນຳໜ້າທີ່ມີຄວາມຕື່ນຕົວສູງຂອງຊົນຊັ້ນກຳມະກອນ ແລະ ຊາວຜູ້ອອກແຮງງານລາວ; ໂດຍເລີ່ມຈາກສະມາຊິກພັກແຕ່ລະສະຫາຍ, ຈາກຮາກຖານໜ່ວຍພັກ, ຄະນະພັກ ຈົນເຖິງຄະນະບໍລິຫານງານສູນກາງພັກ.
+ ເສີມສ້າງ ແລະ ເພີ່ມທະວີຄວາມສາມັກຄີເປັນເອກະພາບພາຍໃນພັກໃຫ້ໜັກແໜ້ນສະເໝີທັງທາງດ້ານແນວຄິດ ແລະ ການກະທຳ; ຕ້ານແນວຄິດຫຼາຍເຄົ້າຫຼາຍພັກ, ເອກະຊົນ, ເຫັນແຕ່ຈຸ້ມເຈື້ອພັກພວກທ້ອງຖິ່ນ ແລະ ພາກສ່ວນຕົນ ກໍຄືການກະທຳທຸກຢ່າງທີ່ເປັນການແບ່ງແຍກຄວາມເປັນກຸ່ມກ້ອນອັນດຽວພາຍໃນພັກ.
+ ຕ້ອງປະຕິບັດກົດລະບຽບຂອງພັກຢ່າງເຂັ້ມງວດ; ເດັດຂາດຕໍ່ສູ້ທີ່ຝ່າຝືນກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ; ເອົາຜູ້ທີ່ຂາດຄວາມເປັນແບບຢ່າງ, ຂາດມາດຕະຖານສະມາຊິກພັກອອກຈາກພັກ; ຕ້ອງເຮັດໃຫ້ພວກທີ່ເສື່ອມທາດ-ຂາດຄຸນສົມບັດປະຕິວັດ, ພວກສໍ້ລາດບັງຫຼວງບໍ່ມີບ່ອນລີ້ຢູ່ໃນພັກ; ເຮັດໃຫ້ຖັນແຖວພັກສົດໃສ-ຂາວສະອາດ.
+ ປະຕິບັດຫຼັກການລວມສູນປະຊາທິປະໄຕຢ່າງຖືກຕ້ອງ ແລະ ເຂັ້ມງວດ; ອັນໃດໄດ້ຕົກລົງເປັນມະຕິຂອງໝູ່ຄະນະນຳພາ ແລະ ໄດ້ມອບໝາຍຄວາມຮັບຜິດຊອບໃຫ້ແລ້ວຕ້ອງເຮັດໃຫ້ລ້ອນ, ເຮັດໃຫ້ເກີດຜົນຕົວຈິງ; ຕ້ານການເອື່ອຍອີງໃສ່ແຕ່ໝູ່ຄະນະ ບໍ່ເປັນເຈົ້າການຮັບຜິດຊອບເຮັດ, ແຕ່ພັດຢາກໄດ້ຜົນງານ.
ພ້ອມກັນນັ້ນ ກໍຕ້ອງເສີມຂະຫຍາຍປະຊາທິປະໄຕພາຍໃນພັກຢ່າງແທ້ຈິງ, ສົ່ງເສີມການແລກປ່ຽນຄວາມຄິດຄວາມເຫັນ (ນັບທັງຄວາມຄິດເຫັນແຕກຕ່າງກັນ) ພາຍໃນໝູ່ຄະນະນຳພາ ແລະ ໃນຖັນແຖວຂອງສະມາຊິກພັກ; ປະຕິບັດລະບອບການດຳເນີນຊີວິດສຳຫຼວດກວດກາຕຳນິຕິຊົມກັນເປັນປົກກະຕິ ຖືມັນເປັນກົດເກນຂະຫຍາຍຕົວ ແລະ ເປັນປັດໄຈຕັດສິນການຄົງຕົວຂອງພັກເຮົາ; ຕ້ານທັດສະນະແນວຄິດອະຄະຕິຕໍ່ຜູ້ທີ່ຕຳນິຕິຊົມຕົນ ແລະ ການກະທຳທຸກຢ່າງທີ່ເປັນການທຳລາຍປະຊາທິປະໄຕພາຍໃນພັກ.
- ເຮັດໃຫ້ການນຳພາຂອງພັກຂັ້ນຕ່າງໆເຂົ້າສູ່ແບບແຜນປະຕິວັດ, ວິທະຍາສາດ ແລະ ແທດຕົວຈິງ ຄື:
+ ຄະນະພັກທຸກຂັ້ນຕ້ອງເຄື່ອນໄຫວປະຕິບັດໜ້າທີ່ໃຫ້ຖືກຕ້ອງຕາມທີ່ໄດ້ກຳນົດໄວ້ໃນກົດລະບຽບພັກ; ຕ້ອງຢູ່ໃນທັດສະນະປະຕິວັດບຸກ ຄື: ຫ້າວຫັນເປັນເຈົ້າການໃນການເຄື່ອນໄຫວຢູ່ສະເໝີ, ປັບປຸງແບບແຜນວິທີນຳພາ ແລະ ສູ້ຊົນປະຕິບັດແນວທາງ-ມະຕິຕ່າງໆຂອງພັກໃຫ້ປະກົດເປັນຈິງ, ກ້າເຮັດ ແລະ ກ້າຮັບຜິດຊອບ, ຍາກກໍບຸກ, ທຸກກໍສູ້, ທຸລະກັນດານປານໃດກໍຕ້ອງຜ່ານຜ່າສູ້ຊົນເຮັດໃຫ້ສຳເລັດ.
+ ຄະນະພັກຂັ້ນຕ່າງໆ ຕ້ອງເຊີດຊູຄວາມປະດິດສ້າງ, ຄວາມຮູ້ຄວາມສາມາດ ແລະ ບົດຮຽນຂອງໝູ່ຄະນະນຳພາເຂົ້າໃນການຄົ້ນຄວ້າບັນຫາຕ່າງໆ, ຄາດຄະເນດ້ານບວກ-ດ້ານລົບກ່ອນຈະຕົກລົງບັນຫາທີ່ສຳຄັນ; ເບິ່ງທັງສະເພາະໜ້າ ແລະ ຍາວນານ; ເຮັດວຽກມີແຜນການ, ມີໂຄງການ, ມີການສະຫຼຸບຕີລາຄາ
ແລະ ຖອດຖອນບົດຮຽນຈາກພຶດຕິກຳສະເໝີ; ສະດຸ້ງໄວຕໍ່ບັນຫາທີ່ເກີດຂຶ້ນ ແລະ ປະຕິບັດລະບອບລາຍງານ, ຂໍຄຳຄິດເຫັນຊີ້ນຳຈາກຄະນະພັກຂັ້ນເທິງຢ່າງເຂັ້ມງວດ.
+ ຄະນະພັກທຸກຂັ້ນ ກໍຄືສະມາຊິກພັກແຕ່ລະສະຫາຍ ຕ້ອງຍຶດໝັ້ນໃນແບບແຜນນຳພາ ແລະ ເຮັດວຽກແບບຕິດແທດກັບຕົວຈິງ, ຕິດແທດກັບຮາກຖານ ແລະ ເຈືອຈານຢູ່ໃນຂະບວນການຂອງມະຫາຊົນ; ກຳແໜ້ນຄວາມມຸ່ງມາດປາຖະໜາ ຄວາມນຶກຄິດຈິດໃຈ ແລະ ຄວາມຂັດຂ້ອງຈົ່ມວ່າຂອງມະຫາຊົນ; ຊອກຫາຄວາມຈິງ-ສັດຈະທຳຈາກພຶດຕິກຳ ແລະ ຂະບວນການວຽກງານຕົວຈິງ; ຕ້ານແບບແຜນອາຍາສິດ, ຫ່າງເຫີນຮາກຖານ, ຈາກວຽກງານຕົວຈິງ, ຫ່າງເຫີນມະຫາຊົນ, ບໍ່ຫ່ວງໄຍນຳຜົນປະໂຫຍດ ແລະ ຄວາມສຸກທຸກຂອງປະຊາຊົນ.
- ເຮັດໃຫ້ສະມາຊິກພັກແຕ່ລະຄົນເປັນແບບຢ່າງນຳໜ້າມະຫາຊົນໃນທຸກວຽກງານ ແລະ ການດຳ ລົງຊີວິດ ຄື: ມີຄວາມຕື່ນຕົວຮັກຊາດສູງ, ອຸທິດຕົນຢ່າງສຸດຂີດທັງດ້ານຄວາມຮູ້ຄວາມສາມາດ, ເຫື່ອແຮງເພື່ອຮັບໃຊ້ຊາດຮັບໃຊ້ປະຊາຊົນ; ຈະແມ່ນຢູ່ບ່ອນໃດ, ໃນຖານະຕຳແໜ່ງໃດ ກໍເຮັດໜ້າທີ່ດ້ວຍຄວາມຮັບ ຜິດຊອບສູງ, ຊື່ສັດສຸຈະລິດ; ມີຄວາມອົດທົນດຸໝັ່ນ ແລະ ປະຢັດ; ມີສະຕິເຄົາລົບກົດໝາຍ ແລະ ມີລະບຽບວິໄນ, ມີຄວາມສາມັກຄີເອື້ອເຟື້ອຊ່ວຍເຫຼືອເພື່ອແຜ່; ມີນ້ຳໃຈເສຍສະຫຼະເພື່ອສ່ວນລວມ, ນິຍົມຊົມຊອບຂອງຊາດຕົນ; ບໍ່ໂລບມາກໂລພາເຫັນແກ່ແຕ່ເງິນ; ບໍ່ປະຈົບປະແຈງອີງໃສ່ບາລະມີ ແລະ ອິດທິພົນຂອງຂັ້ນເທິງເພື່ອໄດ້ຊັ້ນໄດ້ຕຳແໜ່ງ ແລະ ສວຍໂອກາດສ້າງຄວາມລໍ້າລວຍ; ບໍ່ອະຄະຕິ ແລະ ອິດສາບັງບຽດຜູ້ອື່ນ, ບໍ່ມະລຸມມະລ້ວຍ; ຂາດລະບຽບວິໄນ ແລະ ຟຸມເຟືອຍ… ຫາກສະມາຊິກພັກຜູ້ໃດ ກໍທຳຕົນເປັນແບບຢ່າງຄືແນວນັ້ນ ພັກເຮົາກໍຈະໜັກແໜ້ນທີ່ສຸດ, ມະຫາຊົນຈະມີຄວາມເຫຼື້ອມໃສໄວ້ວາງໃຈ, ເຊື່ອໝັ້ນ ແລະ ເດີນຕາມການນຳພາຂອງພັກ.
¬ ອັນທີສອງ: ກໍ່ສ້າງລັດປະຊາທິປະໄຕ ປະຊາຊົນ ໃຫ້ໝັ້ນຄົງ.
ບັນຫາທີ່ເປັນພື້ນຖານກວ່າໝູ່ຂອງການປະຕິວັດ, ໃນນັ້ນ ລວມທັງການປະຕິວັດນາຍທຶນ ແລະ ປະຕິວັດກຳມາຊີບ ແມ່ນບັນຫາອຳນາດ. ຢູ່ ສປປ ລາວ ຂອງພວກເຮົາ, ລັດປະຊາທິປະໄຕ ປະຊາຊົນ ແມ່ນອົງການສິດອຳນາດທີ່ໄດ້ສ້າງຂຶ້ນມາ 5 ທົດສະວັດແລ້ວນັ້ນ (50 ປີ) ທັງແມ່ນໝາກຜົນຂອງການປະຕິວັດຊາດ-ປະຊາທິປະໄຕອັນສຸດແສນລຳບາກ ແລະ ຍືດເຍື້ອຍາວນານ, ທັງເປັນປັດໄຈຮັບປະກັນການສືບຕໍ່ພາລະກິດປະຕິວັດຂອງປະຊາຊົນເຮົາ. ຢາກໃຫ້ການສ້າງລະບອບປະຊາທິປະໄຕປະຊາຊົນ ບັນລຸຈຸດໝາຍສັງຄົມນິຍົມ, ບັນຫາທີ່ສຳຄັນກ່ອນອື່ນໝົດແມ່ນການບູລະນະ ແລະ ກໍ່ສ້າງລັດໃຫ້ໜັກແໜ້ນເຂັ້ມແຂງ ແລະ ໝັ້ນຄົງ ຄື:
1). ຕ້ອງປັບປຸງລະບົບອຳນາດລັດ (ອຳນາດນິຕິບັນຍັດ, ອຳນາດບໍລິຫານ ແລະ ອຳນາດຕຸລາ ການ) ໃຫ້ເຂັ້ມແຂງ ດ້ວຍການເສີມຂະຫຍາຍພາລະບົດບາດຂອງແຕ່ລະອົງການ ບົນພື້ນຖານການປະ ສານສົມທົບການເຄື່ອນໄຫວໃຫ້ເປັນລະບົບອັນກົມກຽວພາຍໃຕ້ການນຳພາຂອງພັກ ໂດຍເລັງໃສ່ບັນລຸຈຸດໝາຍແຫ່ງການສ້າງລັດຂອງປະຊາຊົນ, ໂດຍປະຊາຊົນ ແລະ ເພື່ອປະຊາຊົນ.
2). ບູລະນະລະບົບການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສັງຄົມ-ການເມືອງໃຫ້ເປັນກຳລັງແຮງຂອງພັກໃນການສ້າງກ້ອນກຳລັງມະຫາສາມັກຄີປວງຊົນ ຄື: ສາ ມັກຄີທຸກຊັ້ນຄົນ ແລະ ຊົນເຜົ່າ ເພື່ອຂຸດຄົ້ນກຳລັງແຮງຈາກພາຍໃນປະເທດເຂົ້າໃນການຈັດຕັ້ງປະຕິບັດແນວທາງແຜນນະໂຍບາຍຂອງພັກ; ປົກປ້ອງຜົນປະໂຫຍດອັນຊອບທຳຂອງປະຊາຊົນບັນດາຊັ້ນຄົນ, ກ່ອນອື່ນແມ່ນຜົນປະໂຫຍດຂອງກຳມະກອນ ແລະ ຊາວຜູ້ອອກແຮງງານ, ຮັບປະກັນຄວາມເປັນທຳ ແລະ ຄວາມຍຸຕິທຳແກ່ພົນລະເມືອງ.
3). ປັບປຸງກົງຈັກການຈັດຕັ້ງຂອງບັນດາອົງການລັດ ຄື: ສະພາ, ອຳນາດການປົກຄອງ, ສານ ແລະ ໄອຍະການປະຊາຊົນທຸກຂັ້ນໃຫ້ມີຄວາມເຂັ້ມແຂງ, ປອດໃສ, ເປັນກົງຈັກທີ່ຮັບໃຊ້ປະຊາຊົນ ແລະ ເພື່ອປະຊາຊົນຢ່າງແທ້ຈິງ; ກຳຈັດ-ແກ້ໄຂພະຍາດອາດຍາສິດ, ການສໍ້ລາດບັງຫຼວງ ແລະ ປະກົດການຫຍໍ້ທໍ້ອື່ນໆ ໃຫ້ໝົດໄປ; ສ້າງກົງຈັກໃຫ້ທັນສະໄໝ,ເຄື່ອນໄຫວມີປະສິດທິພາບ ແລະ ມີຜົນສັກສິດ.
4). ປະຕິບັດຍຸດທະສາດຫັນລົງຮາກຖານ, ປຸກລະດົມຂົນຂວາຍປະຊາຊົນໃຫ້ມີຄວາມຕື່ນຕົວທາງດ້ານການເມືອງ ແລະ ເສີມຂະຫຍາຍສິດເປັນເຈົ້າຂອງຕົນໄປຄຽງຄູ່ກັບການຊຸກຍູ້ການພັດທະນາເສດຖະ ກິດ-ສັງຄົມ, ປະຕິບັດໜ້າທີ່ ແລະ ພັນທະຂອງຕົນ, ຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນເປັນກ້າວໆ.
¬ ອັນທີສາມ: ປົດປ່ອຍ ແລະ ຂະຫຍາຍກຳລັງການຜະລິດຢ່າງແຂງແຮງ, ສ້າງພື້ນຖານວັດຖຸ-ເຕັກນິກທີ່ທັນສະໄໝເປັນກ້າວໆ.
ໃນຫຼັກມູນຂອງທິດສະດີມາກ-ເລນິນໄດ້ເວົ້າແຈ້ງວ່າ: ປັດໄຈຕັດສິນການແຂ່ງຂັນລະຫວ່າງທຶນນິຍົມກັບສັງຄົມນິຍົມນັ້ນ ແມ່ນລະດັັບການຂະຫຍາຍຕົວຂອງກຳລັງການຜະລິດ ແລະ ປະສິດທິຜົນເສດຖະກິດ; ຜູ້ໃດມີກຳລັງການຜະລິດທີ່ຂະຫຍາຍຕົວສູງກວ່າ, ທັນສະໄໝກວ່າ, ເສດຖະກິດມີປະສິດທິຜົນສູງກວ່າ ຜູ້ນັ້ນກໍຢູ່ໃນທ່າໄດ້ປຽບ… ອີງໃສ່ຫຼັກມູນດັ່ງກ່າວພວກເຮົາຍິ່ງເຫັນແຈ້ງວ່າ: ການຂະຫຍາຍກຳລັງການຜະລິດຢ່າງຕັ້ງໜ້າແມ່ນຄວາມຈຳເປັນພາວະວິໄສ.
ສຳລັບຢູ່ປະເທດລາວເຮົາ, ກຳລັງການຜະລິດທີ່ຫຼ້າຫຼັງເກີນໄປໄດ້ເປັນສາເຫດຕົ້ນຕໍກວ່າໝູ່ຂອງຄວາມດ້ອຍພັດທະນາ. ສະນັ້ນ ຖ້າຢາກໃຫ້ປະເທດຫຼຸດພົ້ນຈາກສະພາວະດ້ອຍພັດທະນາ ກ່ອນອື່ນໝົດຕ້ອງປົດປ່ອຍ ແລະ ຂະຫຍາຍກຳລັງການຜະລິດ. ການປົດປ່ອຍ ແລະ ຂະຫຍາຍກຳລັງການຜະລິດຢູ່ປະ
ເທດເຮົາ ກ່ອນອື່ນຕ້ອງສຸມໃສ່ຊາວກະສິກອນທີ່ມີຈໍານວນຫຼາຍກວ່າ 80% ຂອງປະຊາກອນ ດ້ວຍການຫັນປ່ຽນແບບວິທີການຜະລິດທີ່ອີງໃສ່ທຳມະຊາດ, ກຸ້ມຕົນເອງພໍໃຜພໍລາວເປັນການຜະລິດສິນຄ້າ, ພ້ອມກັນນັ້ນ ກໍຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝໃນຂະແໜງການທີ່ເປັນທ່າແຮງ ແລະ ມີເງື່ອນໄຂ. ປະເທດເຮົາຍັງເປັນໜຶ່ງໃນບັນດາປະເທດທີ່ດ້ອຍພັດທະນາກວ່າໝູ່ໃນໂລກ ເຊິ່ງພວມຢູ່ຕໍ່ໜ້າທາງເລືອກ ແລະ ສິ່ງທ້າທາຍທົດສອບອັນຂ້ຽວຂາດທີ່ສຸດ ຄື: ກ້າວຂຶ້ນດ້ວຍຈັງຫວະໄວກວ່າເກົ່າ ແລະ ໜັກແໜ້ນກວ່າເກົ່າ ເພື່ອຫຼຸດພົ້ນຈາກຄວາມດ້ອຍພັດທະນາ ຫຼື ກົງກັນຂ້າມແມ່ນການຈົມເລິກຢູ່ໃນຄວາມທຸກຍາກຫຼ້າຫຼັງ ແລະ ກາຍເປັນປະເທດທີ່ຖືກຫຼົງລືມ ຫຼື ຖືກຊາດອື່ນກືນກິນ.
ຕໍ່ໜ້າທາງເລືອກ ແລະ ສິ່ງທ້າທາຍທົດສອບດັ່ງກ່າວນັ້ນ ພັກເຮົາໄດ້ກຳນົດຄາດໝາຍສູ້ຊົນ ແລະ ທິດທາງອັນຈະແຈ້ງ ເພື່ອພາປະເທດຊາດຫຼຸດພົ້ນຈາກຄວາມດ້ອຍພັດທະນາ ຄື:
+ ປະຕິບັດລະບອບເສດຖະກິດຫຼາຍພາກສ່ວນ ແລະ ນຳໃຊ້ກົນໄກຕະຫຼາດທີ່ມີການນຳພາຂອງພັກ ແລະ ການຄຸ້ມຄອງຂອງລັດ; ເສີມຂະຫຍາຍກຳລັງແຮງສັງລວມຢູ່ພາຍໃນປະເທດຢ່າງຕັ້ງໜ້າ ສົມທົບກັບການສົ່ງເສີມການລົງທຶນຂອງຕ່າງປະເທດ ແລະ ການເປີດກວ້າງການຮ່ວມມືກັບສາກົນເພື່ອປົດປ່ອຍ ແລະ ຂະຫຍາຍກຳລັງການຜະລິດ, ຊຸກຍູ້ການຜະລິດສິນຄ້າ ເພື່ອຕອບສະໜອງຄວາມຕ້ອງການພາຍໃນ ແລະ ສົ່ງອອກ, ປັບປຸງ ແລະ ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເປັນລຳດັບ.
+ ສ້າງໂຄງປະກອບເສດຖະກິດກະສິກຳ-ປ່າໄມ້ ຕິດແໜ້ນກັບອຸດສາຫະກຳ ແລະ ການບໍລິການ ໂດຍຖືເອົາການກະສິກຳ-ປ່າໄມ້ເປັນພື້ນຖານ ແລະ ເອົາອຸດສາຫະກຳທີ່ເປັນທ່າແຮງເປັນຈຸດສຸມເລັ່ງລັດ, ພ້ອມກັນນັ້ນ ກໍພັດທະນາຂະແໜງບໍລິການໃຫ້ທັນສະໄໝ.
+ ພັດທະນາເສດຖະກິດ-ສັງຄົມຕາມເຂດແຄວ້ນຢ່າງຕັ້ງໜ້າ ໂດຍສຸມໃສ່ເຂດທີ່ເປັນທ່າແຮງ ແລະ ມີເງື່ອນໄຂສະດວກໃຫ້ຂະຫຍາຍຕົວໄປກ່ອນ ເພື່ອເປັນພື້ນຖານ ແລະ ເປັນກຳລັງແຮງຊ່ວຍຊູຂະແໜງ
ການ ແລະ ເຂດແຄວ້ນອື່ນໃຫ້ຂະຫຍາຍຕົວໄປນຳ.
+ ສົ່ງເສີມການຈັດຕັ້ງຜະລິດ ແລະ ການບໍລິການດ້ວຍຂະໜາດ ແລະ ລະດັບແຕກຕ່າງກັນ ຄື: ຂະໜາດນ້ອຍ, ຂະໜາດກາງ ແລະ ຂະໜາດໃຫຍ່; ດ້ວຍໂຄງປະກອບເຕັກໂນໂລຊີທີ່ທັນສະໄໝ, ເຄິ່ງທັນສະໄໝ ແລະ ອັນທີ່ເປັນມູນເຊື້ອ ໂດຍສອດຄ່ອງກັບແຕ່ລະບໍລິເວນ ແລະ ເງື່ອນໄຂສະເພາະໃນດ້ານຕ່າງຂອງໃຜມັນ; ດ້ວຍຮູບແບບກຳມະສິດທີ່ເໝາະສົມ ເຊັ່ນ: ກຳມະສິດຂອງລັດ, ຂອງຫຸ້ນສ່ວນ, ຮ່ວມມືກັບຕ່າງປະເທດ, ຂອງເອກະຊົນ, ຂອງຄອບຄົວ, ຂອງຕ່າງປະເທດ 100% ແລະ ອື່ນໆ.
+ ຕ້ອງພັດທະນາຊັບພະຍາກອນມະນຸດຢ່າງມີຈຸດສຸມ ແລະ ມີເປົ້າໝາຍອັນລະອຽດຈະແຈ້ງກວ່າເກົ່າ ເພື່ອໃຫ້ສາມາດກ້າວທັນຍຸກສະໄໝທີ່ວິທະຍາສາດໄດ້ກາຍເປັນກຳລັງການຜະລິດໂດຍກົງ ແລະ ຄວາມກ້າວໜ້າທາງດ້ານເຕັກໂນໂລຊີໄດ້ກາຍເປັນປັດໄຈຕັດສິນໃນຂົງເຂດການຜະລິດ, ການບໍລິການ ແລະ ການບໍລິຫານຄຸ້ມຄອງ ກໍຄືໃນການດຳລົງຊີວິດ… ເຮັດໃຫ້ຄົນ (ບຸກຄະລາກອນ) ຂອງພວກເຮົາມີຄວາມຮູ້, ມີຄວາມສາມາດທຽບທັນກັບສາກົນເປັນກ້າວໆ.
+ ໃນຊຸມປີສະເພາະໜ້ານີ້ຕ້ອງຫັນ 8 ແຜນງານບຸລິມະສິດໃຫ້ເປັນໂຄງການລະອຽດຈະແຈ້ງ, ມີພື້ນຖານຮັບປະກັນການຈັດຕັ້ງປະຕິບັດໃຫ້ສຳເລັດເປັນກ້າວໆ ໂດຍສະເພາະແມ່ນທຶນຮອນ ແລະພະນັກ ງານບຸກຄະລາກອນທີ່ມີຄວາມສາມາດ ເພື່ອຍູ້ແຮງການພັດທະນາຂະແໜງຈຸດສຸມ ຄື: ຂະແໜງການຜະລິດສະບຽງອາຫານ-ທັນຍາຫານ, ການຜະລິດສິນຄ້າ, ຢຸດຕິການຖາງປ່າເຮັດໄຮ່ ແລະ ຈັດສັນອາຊີບຄົງທີ່, ການພັດທະນາຊັບພະຍາກອນມະນຸດ, ການຮ່ວມມືກັບຕ່າງປະເທດ ແລະ ການສົ່ງເສີມຂົງເຂດການບໍລິການ.
+ ປະຕິບັດການຫັນເປັນອຸດສາຫະກຳ ແລະ ຫັນເປັນທັນສະໄໝ ດ້ວຍການກຳນົດທິດທາງ, ຈຸດ ໝາຍ ແລະ ໂຄງການອັນຈະແຈ້ງເປັນຮູບປະທຳ ໂດຍເລີ່ມຈາກຂະແໜງການທີ່ເປັນພື້ນຖານ ແລະ ຂະ ແໜງການທີ່ເປັນທ່າແຮງ ເຊັ່ນ: ກະສິກຳ-ປ່າໄມ້, ພະລັງງານ, ອຸດສາຫະກຳປຸງແຕ່ງ ແລະ ການບໍລິການ.
ຕົວຢ່າງ: ໃນຂົງເຂດກະສິກຳ-ປ່າໄມ້ ພວກເຮົາອາດເລີ່ມຫັນສູ່ທັນສະໄໝ ດ້ວຍການນຳໃຊ້ກົນຈັກການກະເສດ, ນຳໃຊ້ເຕັກໂນໂລຊີການຜະລິດກະສິກຳທີ່ທັນສະໄໝ ແລະ ກ້າວໜ້າ ຫຼື ເລີ່ມຈາກການຜະລິດແບບສຸມເພີ່ມສະມັດຖະພາບ, ເພີ່ມຜົນຜະລິດໃຫ້ສູງຂຶ້ນ; ພ້ອມກັນນັ້ນ ກໍໃຊ້ເຕັກໂນໂລຊີປຸງແຕ່ງຜົນຜະລິດກະສິກຳ-ປ່າໄມ້ທີ່ທັນສະໄໝ ເພື່ອສ້າງຜະລິດຕະພັນສິນຄ້າທີ່ມີຄຸນນະພາບໄດ້ມາດຕະຖານ ເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກຕ່າງປະເທດ.
ພວກເຮົາຕ້ອງພ້ອມກັນຕີຖອຍທັດສະນະທີ່ວ່າ: ປະເທດເຮົາບໍ່ສາມາດດຳເນີນການຫັນເປັນອຸດສາ ຫະກຳ ແລະ ຫັນເປັນທັນສະໄໝໄດ້. ມີແຕ່ກ້າວສູ່ຄວາມທັນສະໄໝ, ນຳໃຊ້ຜົນສຳເລັດທາງດ້ານວິທະຍາ ສາດ, ເຕັກນິກ ແລະ ເຕັກໂນໂລຊີທີ່ກ້າວໜ້າເທົ່ານັ້ນ ຈຶ່ງຈະສາມາດຍົກລະດັບປະສິດທິພາບ, ຜະລິດຕະພາບຂອງງານ ແລະ ຄຸນນະພາບຂອງຜະລິດຕະພັນຂຶ້ນໄດ້; ຈາກນັ້ນຈຶ່ງຈະຍົກລະດັບຄວາມສາມາດແຂ່ງຂັນຂອງສິນຄ້າ, ຂອງຫົວໜ່ວຍທຸລະກິດ ກໍຄືຂອງເສດຖະກິດໂດຍລວມຂອງປະເທດເຮົາໄດ້. ຫາກບໍ່ດັ່ງນັ້ນ ກໍຈະບໍ່ສາມາດສ້າງຄວາມກ້າວໜ້າ ແລະ ໄປບໍ່ທັນກັບການຂະຫຍາຍຕົວອັນໄວວາໃນໂລກປັດຈຸບັນ.
ພວກເຮົາຕ້ອງຊອກຮູ້ຕົວແບບ ແລະ ຖອດຖອນບົດຮຽນການພັດທະນາທີ່ດີຂອງບັນດາປະເທດໃນໂລກ ເພື່ອມາໝູນໃຊ້ໃຫ້ແທດເໝາະກັບສະພາບຂອງຕົນ ແລະ ເລັ່ງລັດພັດທະນາປະເທດຊາດໃຫ້ຂະ ຫຍາຍຕົວດ້ວຍຈັງຫວະໄວຂຶ້ນ ແລະ ໝັ້ນຄົງກວ່າເກົ່າ.
¬ ອັນທີສີ່: ພັດທະນາສັງຄົມຢ່າງຕັ້ງໜ້າ ໂດຍເອົາການພັດທະນາຊັບພະຍາກອນມະນຸດເປັນໃຈກາງ.
ໃນຊຸມປີທີ່ຜ່ານມາ ມີຫຼາຍປະເທດໃນໂລກໄດ້ສຸມໃສ່ການພັດທະນາປະເທດໂດຍເນັ້ນໜັກແຕ່ບັນຫາເສດຖະກິດ ເພື່ອເພີ່ມລາຍໄດ້ເປັນເງິນ ແລະ ຖືເອົາເງິນເທົ່ານັ້ນເປັນສິ່ງວັດແທກຄວາມຈະເລີນ, ວັດແທກຄວາມຮັ່ງມີຂອງປະຊາຊົນພາຍໃນປະເທດ. ໃນຂະນະດຽວກັນນັ້ນ ຊ້ຳພັດບໍ່ໄດ້ໃຫ້ຄວາມສຳຄັນເທົ່າທີ່
ຄວນຕໍ່ການພັດທະນາສັງຄົມ ເປັນຕົ້ນແມ່ນການພັດທະນາດ້ານການສຶກສາ, ສາທາລະນະສຸກ, ວັດທະ ນະທຳ, ສິ່ງແວດລ້ອມ… ປະເທດເຫຼົ່ານັ້ນ ໄດ້ບຸກເບີກທີ່ດິນ, ຂຸດຄົ້ນຊັບພະຍາກອນທຳມະຊາດເປັນຈຳ ນວນຫຼວງຫຼາຍ ເພື່ອສ້າງຄວາມເຕີບໂຕທາງເສດຖະກິດ, ເພີ່ມລາຍໄດ້ຕໍ່ຫົວຄົນໃຫ້ສູງຂຶ້ນ… ການພັດທະ ນາດ້ວຍວິທີດັ່ງກ່າວນັ້ນ ໄດ້ເຮັດໃຫ້ຊັບພະຍາກອນທໍາມະຊາດອັນລ້ຳຄ່າເສຍຫາຍໜັກໜ່ວງທີ່ສຸດ ແລະ ຕ້ອງຟື້ນຟູຄືນດ້ວຍລາຄາແພງ. ເຖິງວ່າລາຍໄດ້ຕໍ່ຫົວຄົນໄດ້ເພີ່ມຂຶ້ນແທ້, ແຕ່ບັນຫາອື່ນກໍເພີ່ມຂຶ້ນນຳເຊັ່ນ: ປະຊາຊົນບໍ່ໄດ້ຮັບການສຶກສາ, ຈຳນວນບໍ່ຮູ້ໜັງສືເພີ່ມຂຶ້ນ, ວັດທະນະທຳປະຈຳຊາດເສື່ອມເສຍ, ພະຍາດບາດເຍົາຕ່າງໆເພີ່ມຂຶ້ນ ຍ້ອນຕາໜ່າງສາທາລະນະສຸກບໍ່ໄດ້ຮັບການພັດທະນາເທົ່າທີ່ຄວນ, ສະພາບແວດລ້ອມເສື່ອມໂຊມ, ປະຊາຊົນພົນລະເມືອງຂາດຄວາມຕື່ນຕົວທາງການເມືອງ ແລະ ບໍ່ເປັນເຈົ້າການເຂົ້າຮ່ວມໃນວຽກງານຂອງຊາດ ຍ້ອນເຂົາເຈົ້າບໍ່ໄດ້ຮັບຜົນປະໂຫຍດພໍເທົ່າໃດຈາກການພັດທະນາ. ທັງໝົດນັ້ນ ໄດ້ເປັນບົດຮຽນອັນລ້ຳຄ່າສຳລັບຫຼາຍປະເທດໃນໂລກ.
ຢູ່ປະເທດລາວເຮົາ, ພັກເຮົາໄດ້ເນັ້ນໜັກຢູ່ໃນແນວທາງສະເໝີວ່າ: ພັດທະນາເສດຖະກິດຕ້ອງຕິດ ແໜ້ນກັບການພັດທະນາສັງຄົມ; ຄົນທັງເປັນກຳລັງແຮງຂອງການພັດທະນາ ແລະ ທັງເປັນຈຸດໝາຍຂອງການພັດທະນາ (ໂດຍຄົນ ແລະ ເພື່ອຄົນ), ການພັດທະນາເສດຖະກິດຕ້ອງຕິດແໜ້ນກັບການພັດທະນາການສຶກສາ, ສາທາລະນະສຸກ, ຂະໜົບທຳນຽມວັດທະນະທຳອັນດີງາມຂອງຊາດ, ການປົກປັກຮັກ
ສາຟື້ນຟູບູລະນະຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ.
ເວົ້າລວມທີ່ຖືເອົາຄົນເປັນໃຈກາງ, ເປັນເປົ້າໝາຍຂອງການພັດທະນາແມ່ນຍຸດທະສາດພື້ນຖານຍາວນານຂອງພັກເຮົາ. ຢາກສ້າງລະບອບປະຊາທິປະໄຕ ປະຊາຊົນ ເພື່ອກ້າວສູ່ສັງຄົມນິຍົມ ກໍຕ້ອງມີຄົນ ໃໝ່ຂອງລະບອບໃໝ່ທີ່ມີອຸດົມຄະຕິສັງຄົມນິຍົມ. ສະນັ້ນ ອັນທີ່ເປັນໃຈກາງ, ເປັນຈຸດສຸມກວ່າໝູ່ຂອງ
ການພັດທະນາສັງຄົມ ຈຶ່ງແມ່ນການພັດທະນາຄົນ. ໃນການພັດທະນາຄົນນັ້ນ ອັນທີ່ສຳຄັນ ແລະ ເປັນໃຈກາງກວ່າໝູ່ແມ່ນການສຶກສາ. ຈາກນີ້ ເມື່ອເວົ້າເຖິງການພັດທະນາສັງຄົມ, ການພັດທະນາການສຶກສາຈຶ່ງຢູ່ໃນລະດັບໜຶ່ງສະເໝີ. ໃນຊຸມປີທຳອິດ ໃນການສ້າງລະບອບປະຊາທິປະໄຕປະຊາຊົນ, ພັກເຮົາໄດ້ກຳນົດທັດສະນະວິໄສທີ່ຖືກຕ້ອງທີ່ສຸດ ກ່ຽວກັບບັນຫານີ້ໂດຍໄດ້ເນັ້ນໃນແນວທາງຂອງພັກວ່າ: “ເອົາການສຶກສາໄປກ່ອນກ້າວໜຶ່ງ”.
ພັກເຮົາໄດ້ວາງຈຸດໝາຍການພັດທະນາສັງຄົມໄວ້ວ່າ: ສ້າງສັງຄົມທີ່ສີວິໄລ ແລະ ຍຸຕິທຳ.
ສັງຄົມທີ່ສີວິໄລ ແມ່ນສັງຄົມທີ່ປະກອບດ້ວຍຄົນຜູ້ທີ່ໄດ້ຮັບການສຶກສາມີຄວາມຮູ້, ມີວິຊາຊີບ ແລະ ພະລານາໄມດີ, ມີຈິດໃຈຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ຮັກຄວາມເປັນທຳ, ສາມັກຄີຮັກຫອມຕ່ອມຕູ້ມ ແລະ ເອື້ອເຟື້ອຊ່ວຍເຫຼືອກັນ, ມີລະບຽບວິໄນ, ຊື່ສັດ, ປະຢັດ ແລະ ດຸໝັ່ນພາກພຽນ, ມີຈິດໃຈສ່ວນລວມ, ມີຄ່ານິຍົມ ແລະ ອະລິຍະທຳທາງຈິດໃຈອັນຈົບງາມ.
ເວົ້າລວມການສຶກສາ ແລະ ການກໍ່ສ້າງຄົນ ເພື່ອກ້າວສູ່ສັງຄົມນິຍົມນັ້ນ ຈະຕ້ອງດຳເນີນໄປທັງ 3 ດ້ານພ້ອມກັນຢ່າງກົມກຽວ ຄື: ປັນຍາສຶກສາ, ກາຍະສຶກສາ ແລະ ຈະລິຍະສຶກສາ.
+ ປັນຍາສຶກສາ ແມ່ນການສຶກສາ ຫຼື ການສ້າງຄົນໃຫ້ເປັນຄົນທີ່ມີຄວາມຮູ້ໃນດ້ານຕ່າງໆຂອງຍຸກສະໄໝ, ມີວິຊາຊີບອັນແນ່ນອນ ເພື່ອສາມາດເພິ່ງຕົນເອງໄດ້ໃນການດຳລົງຊີວິດ, ທັງສາມາດສ້າງຄວາມຢູ່ດີກິນດີແກ່ຄອບຄົວ ແລະ ຄວາມຮັ່ງມີແກ່ປະເທດຊາດ.
+ ກາຍະສຶກສາ ແມ່ນການສຶກສາ ຫຼື ການສ້າງຄົນທາງດ້ານຮ່າງກາຍ, ເຮັດໃຫ້ຄົນມີການ
ຈະເລີນເຕີບໂຕຢ່າງເຂັ້ມແຂງ, ມີສຸຂະພາບ ແລະ ພະລານາໄມສົມບູນດີ, ມັກການອອກແຮງງານປະດິດສ້າງ ແລະ ມັກການຫຼິ້ນກີລາປະເພດຕ່າງໆ.
+ ຈະລິຍະສຶກສາ ແມ່ນການສຶກສາ ຫຼື ການສ້າງຄົນທາງດ້ານຈິດໃຈ, ເຮັດໃຫ້ຄົນປະພຶດໃນທາງທີ່ຖືກຕ້ອງດີງາມ, ຫຼີກເວັ້ນການປະພຶດຊົ່ວທັງທາງກາຍ, ທາງວາຈາ ແລະ ທາງໃຈ.
ພ້ອມກັບການສຶກສາ ແລະ ການກໍ່ສ້າງຄົນທີ່ກ່າວມານັ້ນ, ຍັງມີຄວາມຈຳເປັນຢ່າງຍິ່ງທີ່ຈະຕ້ອງກຳນົດໃຫ້ຈະແຈ້ງກ່ຽວກັບຄຸນທາດຂອງຄົນ ຫຼື ຄ່ານິຍົມທີ່ຄວນປະຕິບັດ ແລະ ຄ່ານິຍົມທີ່ຄວນຕ້ານສຳລັບຄົນ
ໃນລະບອບປະຊາທິປະໄຕ ປະຊາຊົນ.
ຄົນໃນລະບອບປະຊາທິປະໄຕປະຊາຊົນ ຕ້ອງປະຕິບັດ ແລະ ຍົກຍ້ອງຄ່ານິຍົມ ດັ່ງນີ້:
+ ຮັກຊາດ: ທະນົງໃຈມູນເຊື້ອຂອງຊາດ, ເຊີດຊູກຽດສັກສີຂອງຊາດ, ມີນ້ຳໃຈເສຍສະຫຼະ ແລະ ອຸທິດຕົນເພື່ອຊາດ.
+ ຮັບໃຊ້ປະຊາຊົນ: ປະຕິບັດໜ້າທີ່ດ້ວຍຄວາມຮັບຜິດຊອບສູງ ແລະ ດ້ວຍຄວາມຊື່ສັດບໍລິສຸດ, ນັບຖືຮັກແພງ ແລະ ຊ່ວຍເຫຼືອປະຊາຊົນ; ເຮັດລ້ອນໜ້າທີ່ເພື່ອຜົນປະໂຫຍດຂອງປະຊາຊົນ.
+ ຮັກລະບອບໃໝ່: ຍຶດໝັ້ນໃນອຸດົມຄະຕິສັງຄົມນິຍົມ, ເປັນເຈົ້າການເຂົ້າຮ່ວມໃນທຸກວຽກງານດ້ວຍນ້ຳໃຈເສຍສະຫຼະ ເພື່ອປົກປັກຮັກສາລະບອບໃໝ່ ແລະ ພັດທະນາປະເທດສູ່ຄວາມວັດທະນາຖາວອນ.
+ ເພິ່ງຕົນເອງ, ດຸໝັ່ນພາກພຽນ: ທຳມາຫາກິນໂດຍອີງໃສ່ເຫື່ອແຮງ, ສະຕິປັນຍາຂອງຕົນ, ບໍ່ເອື່ອຍອີງໃສ່ແຕ່ຜູ້ອື່ນ ແລະ ການຈັດຕັ້ງ, ບໍ່ເພິ່ງພາອາໄສແຕ່ການຊ່ວຍເຫຼືອຂອງຕ່າງປະເທດ; ບໍ່ທໍ້ຖອຍຕໍ່ຄວາມຍາກລຳບາກ, ຕັ້ງໜ້າຮ່ຳຮຽນສະແຫວງຫາຄວາມຮູ້ ແລະ ຄວາມກ້າວໜ້າ, ມີຈິດໃຈບຸກບືນຜ່ານຜ່າອຸປະສັກ, ປັບປຸງຕົນເອງຢູ່ສະເໝີເພື່ອປະຕິບັດໜ້າທີ່ໃຫ້ສຳເລັດ.
+ ມີລະບຽບວິໄນ ແລະ ເຄົາລົບກົດໝາຍບ້ານເມືອງ: ຮູ້ຈັກປະຕິບັດຕາມລະບຽບ, ກົດໝາຍ, ບໍ່ລະເມີດເພື່ອໃຫ້ຕົນມີຄວາມສະດວກເລັກໆນ້ອຍໆເພື່ອຜົນປະໂຫຍດຂອງຕົນ; ເຄົາລົບສິດທິຂອງຜູ້ອື່ນເພື່ອຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມສະຫງົບສຸກຂອງສ່ວນລວມ.
+ ປະຢັດ ແລະ ຊື່ສັດສຸດຈະລິດ: ຮູ້ຈັກໃຊ້ຮູ້ຈັກຈ່າຍໃຫ້ພໍດີ ແລະ ເປັນປະໂຫຍດ, ເໝາະ
ສົມກັບຖານະຂອງຕົນເອງ, ບໍ່ຂີ້ສໍ້ຄົດໂກງ, ບໍ່ຍັກຍອກຊັບສິນ ແລະ ຕົວະຕົ້ມເອົາຂອງຜູ້ອື່ນ, ບໍ່ສໍ້ລາດບັງຫຼວງ, ມີຄວາມຈິງໃຈ, ບໍ່ຂີ້ຕົວະ.
+ ສາມັກຄີ, ເອື້ອເຟື້ອຊ່ວຍເຫຼືອເພື່ອແຜ່: ຮັກແພງພີ່ນ້ອງຮ່ວມຊາດ ແລະ ເພື່ອນຮ່ວມງານ, ຢູ່ຮ່ວມກັນດ້ວຍຄວາມຮັກໄຄ່ໄມຕີ, ມີຄວາມອົດທົນ, ຮູ້ຜ່ອນສັ້ນຜ່ອນຍາວ, ມີຈິດໃຈເສຍສະຫຼະເພື່ອຜູ້ອື່ນ, ຮ່ວມສຸກຮ່ວມທຸກນຳກັນ, ຊ່ວຍເຫຼືອກັນດ້ວຍຄວາມຈິງໃຈ.
+ ມີຈິດໃຈເພື່ອສ່ວນລວມ ແລະ ເສຍສະຫຼະ: ບໍ່ເຫັນແກ່ແຕ່ຄວາມສຸກຄວາມສະດວກສະບາຍຂອງຕົນເອງ, ຢາກໃຫ້ປະເທດ ແລະ ເພື່ອນຮ່ວມຊາດມີຄວາມຮັ່ງມີຜາສຸກ ແລະ ພ້ອມທີ່ຈະອຸທິດຕົນເພື່ອສິ່ງນັ້ນ; ປົກປັກຮັກສາຂອງສ່ວນລວມ ແລະ ສິ່ງສາທາລະນະປະໂຫຍດບໍ່ໃຫ້ຖືກທຳລາຍເສຍຫາຍ, ໃຊ້ສິ່ງຂອງສ່ວນລວມຢ່າງຮູ້ປະຢັດ ແລະ ຮູ້ເສຍດາຍ.
+ ນິຍົມຂອງຊາດຕົນ: ນິຍົມໃຊ້ເຄື່ອງຂອງທີ່ຜະລິດຢູ່ພາຍໃນ, ຄົ້ນຄວ້າຜະລິດສິ່ງທີ່ມີຄຸນນະພາບເພື່ອສົ່ງອອກຂາຍຕ່າງປະເທດ; ໂຄສະນາເຜີຍແຜ່ກ່ຽວກັບສິ່ງທີ່ດີຂອງຊາດຕໍ່ຊາດອື່ນ, ມີຈິດໃຈແຂ່ງຂັນ
ເພື່ອກຽດ ແລະ ຊື່ສຽງຂອງຊາດ.
+ ສາມັກຄີກັບເພື່ອນມິດສາກົນ: ມີອັດທະຍາໄສໄມຕີທີ່ດີຕໍ່ແຂກບ້ານແຂກເມືອງ; ຮູ້ຂົນຂວາຍຍາດແຍ່ງເອົາການສະໜັບສະໜູນຊ່ວຍເຫຼືອ, ຄວາມເຫັນອົກເຫັນໃຈຊ່ວຍເຫຼືອເກື້ອກູນເພື່ອນມິດ.
ທັງໝົດທີ່ເວົ້າມານັ້ນ ແມ່ນຄ່ານິຍົມທີ່ຄົນລາວໃນລະບອບໃໝ່ ຄວນປະພຶດປະຕິບັດ ແລະ ຍົກຍ້ອງ ເພື່ອເສີມຂະຫຍາຍມູນເຊື້ອອັນດີງາມຂອງຊາດເຮົາທີ່ມີມາແລ້ວນັ້ນໃຫ້ອຸດົມສົມບູນຂຶ້ນຕື່ມອີກ; ສ້າງຄຸນທາດປະຕິວັດຂອງຄົນລາວໃນຍຸກໃໝ່ໃຫ້ພຽບພ້ອມໃນທຸກດ້ານ. ໄປພ້ອມກັບການຍຶດໝັ້ນໃນຄ່ານິຍົມອັນຖືກຕ້ອງດີງາມດັ່ງກ່າວ, ພວກເຮົາຕ້ອງພະຍາຍາມສະກັດກັ້ນ ແລະ ແກ້ໄຂປະກົດການ ຫຼື ການເກີດ
ຂຶ້ນຂອງຄ່ານິຍົມທີ່ບໍ່ຖືກຕ້ອງ ເຊັ່ນ:
+ ນິຍົມຊົມຊອບຕ່າງຊາດ, ຕິຊາດຕົນຕໍ່າ: ຍົກຍ້ອງ ແລະ ຊື່ນຊົມນຳແຕ່ຂອງຕ່າງປະເທດ, ຍຸບຍອບ ແລະ ຕິຕຽນຂອງຊາດຕົນເອງ, ບໍ່ສົ່ງເສີມ ແລະ ບໍ່ນິຍົມຂອງຕົນເອງ; ຫົດຕົວບໍ່ກ້າຫານເຊີດຊູກຽດຂອງຊາດ ແລະ ບໍ່ສູ້ຊົນເພື່ອຜົນປະໂຫຍດຂອງຊາດຕົນ.
+ ໂລບມາກໂລພາເຫັນແກ່ເງິນ: ທະເຍີທະຍານ, ຢາກຮັ່ງມີດ້ວຍວິທີບໍ່ຖືກຕ້ອງ, ເຫັນແກ່ແຕ່ໄດ້ແຕ່ມີໂດຍບໍ່ຄຳນຶງເຖິງວ່າສິ່ງທີ່ໄດ້ມານັ້ນ ມີຄຸນນະທຳ ຫຼື ບໍ່ກໍຕາມ.
+ ປະຈົບປະແຈງ, ອີງໃສ່ບາລະມີ ແລະ ອິດທິພົນຂອງຜູ້ມີອຳນາດ ເພື່ອໃຫ້ໄດ້ຊັ້ນຕຳແໜ່ງທີ່ດີ, ມີໂອກາດສ້າງຄວາມລ້ຳລວຍ.
+ ຂາດລະບຽບວິໄນ, ເຮຮາມ່ວນຊື່ນສະໜຸກສະໜານ: ມັກເຮັດສິ່ງທີ່ຜິດກັບລະບຽບ-ກົດໝາຍ,ເຮັດຕາມໃຈຕົນເອງ; ເຮັດບໍ່ເອົາຈິງເອົາຈັງພໍແປະໆບາງໆມະລຸມມະລ້ວຍຂາດຄວາມຮັບຜິດຊອບ ຖືຄວາມມ່ວນຊື່ນເປັນສຳຄັນ, ເຮັດຫຼິ້ນເຮັດຫົວບໍ່ສົນໃຈນຳຜົນສຳເລັດ ແລະ ຄຸນນະພາບຂອງວຽກງານ.
+ ເຫັນແກ່ກຸ່ມກ້ອນ, ພັກພວກ, ຈຸ້ມເຈື້ອເຊື້ອສາຍ: ເຮັດດີນຳແຕ່ພັກພວກພີ່ນ້ອງຂອງຕົນ, ເຂົາເຮັດຜິດກໍປົກປ້ອງເອົາ, ເຮັດພໍປານໃດປານໜຶ່ງ ກໍຍົກຍໍດຶງຂຶ້ນໃຫ້ໄດ້ຖານະຕຳແໜ່ງດີ.
+ ເຫັນແກ່ຕົວ, ຟຸມເຟືອຍ, ນິຍົມວັດຖຸ ແລະ ສິ່ງຫຼູຫຼາ: ບໍ່ເຫັນແກ່ຜູ້ໃດໝົດຂໍໃຫ້ຕົນເອງໄດ້ຜູ້ດຽວເປັນພໍ, ໂອ້ອວດຄວາມຮັ່ງມີໃຊ້ຈ່າຍເກີນຖານະ, ເຮັດໃຈໃຫຍ່ເພື່ອໃຫ້ໄດ້ໜ້າໄດ້ຕາ, ໃຊ້ເຄື່ອງລາຄາແພງຊັ້ນສູງເພື່ອສະແດງຄວາມລ້ຳລວຍ ແລະ ຄວາມທັນສະໄໝ.
+ ອະຄະຕິ, ອິດສາບັງບຽດຜູ້ອື່ນ: ບໍ່ຢາກໃຫ້ຜູ້ອື່ນໄດ້ດີລື່ນຕົນເອງ; ຜູ້ທີ່ຕົນເອງບໍ່ມັກເຖິງວ່າຈະດີປານໃດກໍວ່າບໍ່ດີ, ໃສ່ຮ້າຍປ້າຍສີອິດສາຢູ່ບໍ່ແລ້ວ…
+ ຂາດຄວາມຮັບຜິດຊອບ, ເວົ້າຫຼາຍກວ່າເຮັດ: ບໍ່ຕັ້ງໜ້າປະຕິບັດໜ້າທີ່, ຄຸຍໂວໂອ້ອວດຜົນງານລື່ນຄວາມເປັນຈິງ; ເວົ້າວ່າຈະເຮັດອັນນີ້ອັນນັ້ນ ແຕ່ອັນໃດກໍເຮັດບໍ່ແລ້ວ ແລະ ເຮັດບໍ່ເປັນ; ພົບຄວາມ
ຫຍຸ້ງຍາກແລ້ວທໍ້ຖອຍ, ບໍ່ບຸກບືນເຮັດສຳເລັດໜ້າທີ່.
+ ເຊື່ອຖືງົມງວາຍ, ຖືໂຊກຖືລາງ ແລະ ໂອກາດວາດສະໜາ: ຂາດຄວາມເຊື່ອໝັ້ນໃນຕົວຂອງຕົວເອງ, ຫັນໄປເຊື່ອຖືບາງສິ່ງບາງຢ່າງທີ່ບໍ່ມີຕົນມີຕົວ, ເຊື່ອໂຊກລາງ ແລະ ວາດສະໜາຫວັງໄດ້ດິບໄດ້ດີ, ມີຄວາມສຸກດ້ວຍການສ່ຽງໂຊກ, ຫຼິ້ນການພະນັນ…
ເວົ້າລວມແລ້ວ ການສຶກສາ ແລະ ການກໍ່ສ້າງຄົນທີ່ພຽບພ້ອມດ້ວຍອຸດົມຄະຕິ ແລະ ຫຼັກໝັ້ນປະຕິ ວັດ, ມີຄວາມຮູ້ຄວາມສາມາດ, ມີຈະລິຍະທຳ ແລະ ຄຸນນະທຳ, ມີສຸຂະພາບ ແລະ ພະລານາໄມແຂງແຮງ, ມີຊີວະທັດ ແລະ ຄຸນສົມບັດສິນທຳປະຕິວັດ ແມ່ນໜ້າທີ່ຕ້ອງເອົາໃຈໃສ່ຢ່າງຈົດຈໍ່ ແລະ ຕ້ອງໄດ້ປະຕິບັດຢ່າງຕໍ່ເນື່ອງ, ມີການປັບປຸງແກ້ໄຂໃຫ້ສອດຄ່ອງກັບການປ່ຽນແປງຂອງສະພາບແວດລ້ອມຢູ່ສະເໝີ ມີແຕ່ເຮັດແນວນັ້ນ ຈຶ່ງຈະບັນລຸເຖິງການສ້າງສັງຄົມທີ່ສີວິໄລໄດ້.
ພ້ອມກັບການສ້າງສັງຄົມທີ່ສີວິໄລ, ພວກເຮົາຍັງຕ້ອງສ້າງສັງຄົມທີ່ມີຄວາມຍຸຕິທຳໄປພ້ອມໆກັນ ຄື:
+ ກ່ອນອື່ນໝົດແມ່ນເຮັດແນວໃດ ໃຫ້ການພັດທະນາ ແລະ ການເຕີບໂຕຂອງເສດຖະກິດຕິດແໜ້ນກັບການຍົກສູງລະດັບຊີວິດການເປັນຢູ່ຂອງປະຊາຊົນສ່ວນໃຫຍ່ໃຫ້ດີຂຶ້ນ, ໝາຍຄວາມວ່າໃຫ້ປະຊາຊົນຜູ້ອອກແຮງງານມີຖານະຄວາມເປັນຢູ່ດີຂຶ້ນ; ໃຫ້ຄົນສ່ວນຫຼາຍຮັ່ງມີຂຶ້ນ, ຫຼຸດພົ້ນຈາກສະພາບທຸກຍາກຂາດເຂີນ. ສົ່ງເສີມໃຫ້ປະຊາຊົນພົນລະເມືອງສ້າງຄວາມຮັ່ງມີຢ່າງເປັນເຈົ້າການດ້ວຍເຫື່ອແຮງ, ທຶນຮອນ ແລະ ສະຕິປັນຍາຂອງເຂົາເຈົ້າຕາມກົດໝາຍ; ແກ້ໄຂການຫຼຸດໂຕນກັນດ້ານລາຍຮັບ, ສະກັດກັ້ນການແຍກຂົ້ວຜູ້ຮັ່ງມີ-ຜູ້ທຸກ ເຊິ່ງຈະກໍ່ໃຫ້ເກີດເປັນກຳລັງປໍລະປັກໃນສັງຄົມ.
+ ຕັ້ງໜ້າແກ້ໄຂບັນຫາການເອົາປຽບ ແລະ ການຂູດຮີດແຮງງານເກີນຄວນ, ຄວບຄຸມ ແລະ ດັດ ສົມການຕອບແທນຄ່າແຮງງານໃຫ້ສົມເຫດສົມຜົນ ແລະ ເປັນໄປຕາມກົດເກນການແຈກຢາຍຕາມປະລິ ມານ ແລະ ຄຸນນະພາບຂອງງານ. ເອົາໃຈໃສ່ຫຼາຍກວ່າເກົ່າຕໍ່ການປົກປ້ອງຜົນປະໂຫຍດຂອງຊາວຜູ້ອອກແຮງງານ ໄປຄຽງຄູ່ກັບການສຶກສາອົບຮົມປຸກລະດົມສະຕິຊົນຊັ້ນ ແລະ ລະບຽບວິໄນ. ການຍົກລະດັບຄວາມຊຳນິຊຳນານດ້ານສີມືການຊ່າງ ແລະ ສະຕິກົດໝາຍ.
+ ລັດຕ້ອງປະຕິບັດລະບອບການແຈກຢາຍຄືນໃໝ່ໃຫ້ສົມເຫດສົມຜົນ, ດັດສະເລ່ຍລາຍໄດ້ຂອງຊັ້ນຄົນໃນສັງຄົມດ້ວຍວິທີທີ່ເໝາະສົມຕື່ມອີກ ເພື່ອບໍ່ໃຫ້ເກີດການແຍກຂົ້ວໃນສັງຄົມ. ການປັບປຸງມາດຕະການດັດສົມລາຍໄດ້ ແລະ ແຈກຢາຍຄືນໃໝ່ ຕ້ອງນຳໄປສູ່ການເຮັດໃຫ້ວຽກງານສະຫວັດດີການສັງຄົມຂອງລະບອບໃໝ່ດີຂຶ້ນ ໂດຍເລັ່ງໃສ່ເປົ້າໝາຍຜູ້ອອກແຮງງານ, ຜູ້ດ້ອຍໂອກາດ, ຜູ້ເຖົ້າແກ່ອາວຸໂສກິນເບ້ຍບຳ ນານຂາດຄວາມສາມາດອອກແຮງງານ, ເດັກນ້ອຍເຍົາວະຊົນ, ຊາວໜຸ່ມຜູ້ມີບັນຫາທາງສັງຄົມ ແລະ ຄອບຄົວ… ໝາຍຄວາມວ່າ: ສ້າງໂອກາດໃຫ້ຜູ້ທຸກຍາກຂາດເຂີນ, ຜູ້ດ້ອຍໂອກາດໄດ້ປິ່ນປົວຮັກສາສຸຂະພາບ, ໄດ້ຮ່ຳຮຽນ ແລະ ໄດ້ສະແດງຄວາມສາມາດປະດິດສ້າງຂອງຕົນຫຼາຍຂຶ້ນ, ສ້າງບັນຍາ
ກາດແຫ່ງຄວາມສະເໝີພາບ ແລະ ຄວາມເປັນທຳໃຫ້ດີຂຶ້ນໃນສັງຄົມເຮົາ.
+ ເນື່ອງຈາກວ່າການກະຈາຍຄວາມຈະເລີນຕາມບໍລິເວນເຂດແຄວ້ນຢູ່ປະເທດເຮົາ ຍັງບໍ່ທັນສະໝ່ຳສະເໝີ, ຫຼາຍບໍລິເວນຍັງທຸກຍາກຂາດເຂີນຫຼາຍ. ສະນັ້ນ ການກຳນົດເຂດ ແລະ ບໍລິເວນຈຸດສຸມເພື່ອການພັດທະນາລຶບລ້າງຄວາມທຸກຍາກຈຶ່ງເປັນບັນຫາສຳຄັນອັນຮີບດ່ວນ ແນໃສ່ເຮັດໃຫ້ການຫຼຸດໂຕນກັນດ້ານການພັດທະນາລະຫວ່າງບໍລິເວນເຂດແຄວ້ນຕ່າງໆພາຍໃນປະເທດ ຂອງພວກເຮົານັ້ນຄ່ອຍໆໝົດໄປເປັນກ້າວໆ, ສ້າງຄວາມສະເໝີພາບ ແລະ ຄວາມຍຸຕິທຳໃນສັງຄົມດ້ວຍການເພີ່ມທະວີຄວາມສັກສິດຂອງກົດໝາຍ, ສ້າງສະຕິເຄົາລົບລະບຽບ-ກົດໝາຍ ແລະ ຄວາມມີວິໄນໃຫ້ເກີດຂຶ້ນ ແລະ ປົກຄຸມໄປທົ່ວສັງຄົມ. ປະຕິບັດຕາມທິດນຳທີ່ວ່າ: ທຸກການຈັດຕັ້ງ ແລະ ທຸກຄົນເຄື່ອນໄຫວພາຍໃຕ້ຂອບເຂດຂອງລັດຖະ
ທຳມະນູນ ແລະ ກົດໝາຍ, ບໍ່ໃຫ້ການຈັດຕັ້ງໃດ ແລະ ບຸກຄົນໃດຢູ່ນອກເໜືອກົດໝາຍ.
+ ເຄົາລົບເສລີພາບໃນການເຊື່ອຖື ແລະ ບໍ່ເຊື່ອຖືຂອງພົນລະເມືອງ. ພັກ ແລະ ລັດເຮົາຖືວ່າ: ພົນລະເມືອງລາວທຸກຄົນ ເຖິງວ່າຈະຖືສາສະໜາໃດກໍຕາມ ລ້ວນແຕ່ມີສິດສະເໝີພາບ ແລະ ມີພັນທະຕໍ່ຊາດ ຄື: ສິດໃນການປະກອບອາຊີບທຳມາຫາກິນໂດຍຖືກຕ້ອງຕາມກົດໝາຍ ແລະ ໄດ້ຮັບຜົນປະໂຫຍດຕອບແທນຕາມຄວາມເໝາະສົມ, ແຕ່ພ້ອມກັນນັ້ນ ກໍມີພັນທະເຂົ້າຮ່ວມໃນພາລະກິດລວມແຫ່ງການປົກປັກຮັກສາ ແລະ ພັດທະນາປະເທດຊາດ; ບໍ່ໃຫ້ເອົາບັນຫາຄວາມເຊື່ອຖື ແລະ ບໍ່ເຊື່ອຖືມາສ້າງຄວາມແຕກແຍກ ແລະ ມ້າງເພຄວາມສາມັກຄີເປັນປຶກແຜ່ນຂອງປະຊາຊົນບັນດາເຜົ່າໂດຍເດັດຂາດ; ເຊິ່ງຈະເປັນການມ້າງສະຖຽນລະພາບທາງດ້ານການເມືອງ-ສັງຄົມ ແລະ ທຳລາຍຄວາມໝັ້ນຄົງຂອງຊາດເຮົາ.
+ ຕັ້ງໜ້າແກ້ໄຂບັນຫາໄພສັງຄົມ, ສິ່ງເສບຕິດ, ໂສເພນີ, ການພະນັນ… ທີ່ທຳລາຍອະນາຄົດຂອງລູກຫຼານເຍົາວະຊົນ, ຊາວໜຸ່ມ ກໍຄືຂອງປະເທດຊາດພວກເຮົາ ດ້ວຍຫຼາຍມາດຕະການ ແລະ ວິທີການອັນເປັນລະບົບຄົບຊຸດຕໍ່ເນື່ອງເປັນປະຈຳ.
+ ເພີ່ມຄວາມເອົາໃຈໃສ່ ແລະ ເພີ່ມຄວາມສາມາດໃນວຽກງານສະຫວັດດີການສັງຄົມ, ກ່ອນອື່ນແມ່ນການຕອບແທນບຸນຄຸນຂອງບັນດານັກປະຕິວັດອາວຸໂສ, ຕໍ່ຄອບຄົວຂອງພະນັກງານນັກຮົບທີ່ໄດ້ເສຍ ສະຫຼະຊີວິດເພື່ອຊາດ, ເພື່ອການປະຕິວັດ… ທັງນີ້ກໍເພື່ອເຊີດຊູກຽດ ແລະ ຕອບແທນຄຸນງາມຄວາມດີຂອງພວກເພິ່ນ, ທັງເປັນການປຸກລະດົມຈິດໃຈປະຕິວັດໃນຖັນແຖວຮຸ່ນສືບທອດຕໍ່ໄປ.
ສະຫຼຸບລວມແລ້ວ ການພັດທະນາສັງຄົມ, ສ້າງສັງຄົມທີ່ສີວິໄລ ແລະ ຍຸຕິທຳ ແມ່ນໜ້າທີ່ສຳຄັນໃນການສ້າງລະບອບປະຊາທິປະໄຕປະຊາຊົນ ເພື່ອກ້າວສູ່ສັງຄົມນິຍົມ.
¬ ອັນທີຫ້າ: ເພີ່ມທະວີການຄຸ້ມຄອງຂອງລັດ, ເສີມຂະຫຍາຍດ້ານຕັ້ງໜ້າ ແລະ ຈຳກັດດ້ານຫຍໍ້ທໍ້ຂອງຕະຫຼາດ, ຮັບປະກັນທິດສັງຄົມນິຍົມ.
ໂດຍຍຶດໝັ້ນໃນແນວທາງແຫ່ງການສ້າງເສດຖະກິດຕະຫຼາດຕາມທິດສັງຄົມນິຍົມ, ການເພີ່ມທະວີການຄຸ້ມຄອງຂອງລັດຕ້ອງແນໃສ່:
+ ເສີມຂະຫຍາຍດ້ານຕັ້ງໜ້າ ແລະ ຄຸນປະໂຫຍດຂອງເສດຖະກິດຕະຫຼາດໃຫ້ໄດ້ຢ່າງເຕັມສ່ວນ ເພື່ອຂະຫຍາຍກຳລັງການຜະລິດແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນ.
+ ຈຳກັດແກ້ໄຂດ້ານຫຍໍ້ທໍ້ ແລະ ພິດໄພຂອງເສດຖະກິດຕະຫຼາດໃຫ້ຢູ່ໃນລະດັບອັນເໝາະສົມ, ບໍ່ໃຫ້ເກີດຄວາມບໍ່ສະຖຽນລະພາບໃນເສດຖະກິດ ແລະ ສັງຄົມ.
+ ເສີມສ້າງປັດໄຈ ແລະ ພື້ນຖານເສດຖະກິດສັງຄົມນິຍົມໃຫ້ເຂັ້ມແຂງ.
ເພື່ອບັນລຸຈຸດປະສົງດັ່ງກ່າວນັ້ນ ມີຄວາມຈຳເປັນຢ່າງຍິ່ງທີ່ຈະຕ້ອງປັບປຸງຈຸດສຳຄັນຕ່າງໆໃນລະບົບການຄຸ້ມຄອງມະຫາພາກ ດັ່ງນີ້:
1). ປັບປຸງວຽກງານສ້າງແຜນການ ແລະ ເພີ່ມຄວາມເຂັ້ມງວດໃນການຈັດຕັ້ງປະຕິບັດແຜນການທີ່ວາງອອກ.
ແຜນການມະຫາພາກ ຕ້ອງເປັນແຜນການກຳນົດທິດທີ່ວາງອອກ ບົນພື້ນຖານການຄົ້ນຄວ້າຢ່າງລະ ອຽດເລິກເຊິ່ງ, ມີການຊັ່ງຊາລະຫວ່າງດ້ານຕ່າງໆຢ່າງເໝາະສົມ ເພື່ອຮັບປະກັນຄວາມສົມສ່ວນ, ຄວາມສາມາດຈັດຕັ້ງປະຕິບັດ ແລະ ຄວາມມີສະຖຽນລະພາບໃນເສດຖະກິດ ເປັນຕົ້ນແມ່ນ:
+ ຊັ່ງຊາລະຫວ່າງການເຕີບໂຕຂອງເສດຖະກິດ ຫຼື ອັດຕາການການເພີ່ມຂຶ້ນຂອງຍອດມູນຄ່າຜະລິດຕະພັນພາຍໃນ (GDP) ກັບບໍລິມາດການລົງທຶນ ແລະ ຄວາມສາມາດຂອງແຫຼ່ງທຶນ.
+ ຊັ່ງຊາລະຫວ່າງການເພີ່ມຂຶ້ນຕົວຈິງຂອງຍອດມູນຄ່າຜະລິດຕະພັນພາຍໃນ ກັບການເພີ່ມຂຶ້ນຂອງຄ່າຄອງຊີບ ຫຼື ການເພີ່ມຂຶ້ນຂອງເງິນເຟີ້, ກັບການເພີ່ມຂຶ້ນຂອງປະຊາກອນໃນປີ.
+ ຊັ່ງຊາລະຫວ່າງການລົງທຶນໃນຂົງເຂດເສດຖະກິດ ກັບການລົງທຶນໃນຂົງເຂດສັງຄົມ-ວັດທະນະທຳ; ລະຫວ່າງເສດຖະກິດ ກັບການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ; ລະຫວ່າງບໍລິເວນເຂດແຄວ້ນຂອງປະເທດໃຫ້ມີຄວາມເໝາະສົມ, ຮັບປະກັນການເສີມຂະຫຍາຍທ່າແຮງຢ່າງຖືກຈຸດ ແລະ ສ້າງການຫັນປ່ຽນດີຂຶ້ນເປັນກ້າວໆ.
+ ຊັ່ງຊາລະຫວ່າງການເພີ່ມມູນຄ່າຂາອອກກັບຂາເຂົ້າ ເພື່ອບໍ່ໃຫ້ເກີດການຂາດດູນຊຳລະກັບຕ່າງປະເທດທີ່ຮ້າຍແຮງ ແລ້ວສົ່ງຜົນກະທົບຕໍ່ຄ່າເງິນຂອງຊາດ.
+ ຊັ່ງຊາລະຫວ່າງການໃຊ້ຈ່າຍກັບການສະສົມ ເພື່ອໃຊ້ເຂົ້າໃນເປົ້າໝາຍທີ່ສຳຄັນ ແລະ ຈຳເປັນກວ່າໝູ່ໃນສະເພາະໜ້າ ແລະ ຍາວນານ.
ເວົ້າລວມ ແຜນການແມ່ນເຄື່ອງມີືທີ່ມີຄວາມສຳຄັນເປັນພິເສດສຳລັບຫັນແນວທາງແຜນນະໂຍບາຍໃຫຍ່ຂອງພັກເປັນທິດທາງ, ເປັນໜ້າທີ່ວຽກງານ, ເປັນໂຄງການລະອຽດ ເພື່ອຈັດຕັ້ງປະຕິບັດຕົວຈິງເປັນແຕ່ລະໄລຍະ, ທັງເປັນທິດກຳນົດໃຫ້ການພັດທະນາເສດຖະກິດ-ສັງຄົມດຳເນີນໄປຢ່າງສອດຄ່ອງກັບຈຸດ
ປະສົງ ແລະ ເປົ້າໝາຍທີ່ວາງໄວ້. ແຕ່ສິ່ງດັ່ງກ່າວຈະເກີດຂຶ້ນໄດ້ກໍຕໍ່ເມື່ອແຜນການນັ້ນໄດ້ຖືກຈັດຕັ້ງປະຕິບັດຢ່າງເຂັ້ມງວດເທົ່ານັ້ນ.
2). ປະຕິບັດນະໂຍບາຍເສດຖະກິດມະຫາພາກຢ່າງເປັນເອກະພາບກົມກຽວ, ກ່ອນອື່ນແມ່ນນະໂຍບາຍການເງິນ, ນະໂຍບາຍເງິນຕາ, ນະໂຍບາຍລາຄາ, ການຄ້າຂາອອກ-ຂາເຂົ້າ… ການປະຕິບັດນະໂຍບາຍເຫຼົ່ານີ້ຕ້ອງປະຕິບັດໄປຕາມທິດທາງດຽວກັນ, ສະໜັບສະໜູນ ແລະ ຊ່ວຍຊູເຊິ່ງກັນແລະກັນແບບຕັ້ງໜ້າ… ຫາກປະຕິບັດໃນທາງກົງກັນຂ້າມ ມັນຈະກໍ່ໃຫ້ເກີດຄວາມບໍ່ສະຖຽນລະພາບໃນລະບົບເສດຖະກິດມະຫາພາກ, ສ້າງຄວາມເສຍຫາຍແກ່ການເຕີບໂຕທາງດ້ານເສດຖະກິດ.
3). ປະຕິບັດການແບ່ງຂັ້ນຄຸ້ມຄອງບົນພື້ນຖານການກຳນົດພາລະບົດບາດ, ສິດ ແລະ ໜ້າທີ່ຢ່າງຈະແຈ້ງ; ມີລະບຽບການປະສານສົມທົບ ແລະ ລະບອບເຮັດວຽກທີ່ເປັນລະບົບລວມສູນເປັນເອກະພາບ; ມີການຕິດຕາມກວດກາ, ສະຫຼຸບຕີລາຄາຢ່າງເປັນປົກກະຕິ ແລະ ພາວະວິໄສ. ການແບ່ງຂັ້ນຄຸ້ມຄອງແມ່ນເພື່ອກະຈາຍອຳນາດ, ກະຈາຍຄວາມຮັບຜິດຊອບໃຫ້ກວ້າງອອກ ແລະ ມີປະສິດທິພາບກວ່າເກົ່າ; ແຕ່ກໍຕ້ອງຈຳກັດການເກີດລັກສະນະເຫັນແຕ່ພາກສ່ວນ, ທ້ອງຖິ່ນ ແລະ ອະນາທິປະໄຕ.
4). ສ້າງກຳລັງແຮງທາງດ້ານວັດຖຸ ເປັນຕົ້ນແມ່ນສ້າງລັດວິສາຫະກິດໃຫ້ເຄື່ອນໄຫວມີປະສິດທິຜົນ ແລະ ມີຜົນກຳໄລ, ສ້າງຄັງສິນຄ້າຕົ້ນຕໍ, ສ້າງກອງທຶນເພື່ອແຊກແຊງຕະຫຼາດ ແລະ ຊຸກຍູ້ສົ່ງເສີມການຜະລິດ-ການສົ່ງອອກ, ສ້າງຄັງສຳຮອງເງິນຕາຕ່າງປະເທດ ເພື່ອຄ້ຳປະກັນຄ່າເງິນຂອງຊາດ ແລະ ອື່ນໆ. ເພື່ອຄຸ້ມຄອງມະຫາພາກໃຫ້ໄດ້ດີ, ມີຜົນສັກສິດ ແລະ ຮັບປະກັນໃຫ້ລັດສາມາດບັນຊາເສດຖະກິດຕະຫຼາດໄປຕາມທິດທີ່ວາງໄວ້ໄດ້ນັ້ນ ລັດຈະຕ້ອງມີກຳລັງແຮງຕົວຈິງທາງດ້ານການຈັດຕັ້ງ ແລະ ທາງດ້ານວັດຖຸ ໄປຄຽງຄູ່ກັບການມີກົດໝາຍ ແລະ ມີນະໂຍບາຍທີ່ດີ.
5). ສ້າງສູນຂໍ້ມູນຂ່າວສານ, ລະບົບດັດສະນີໝາຍ, ລະບົບລິຂະສິດ ແລະ ລະບົບມາດຕະຖານຂອງຊາດ; ສ້າງສະຖາບັນ ຫຼື ສູນສຶກສາຄົ້ນຄວ້າວິໄຈບັນຫາຕ່າງໆ ເພື່ອຮັບໃຊ້ໃຫ້ແກ່ການຄຸ້ມຄອງຂອງລັດ.
ການຄຸ້ມຄອງຂອງລັດ ມີບົດບາດຕັດສິນຕໍ່ການຂະຫຍາຍຕົວໃຫ້ໄປຖືກທິດຕາມແນວທາງ ແລະ ຈຸດ
ໝາຍຂອງພັກ; ສະນັ້ນ ການຮຽນຮູ້-ຍົກລະດັບຄວາມສາມາດ ແລະ ການເພີ່ມທະວີຄວາມສັກສິດໃນການຄຸ້ມຄອງເສດຖະກິດຕະຫຼາດ ຈິ່ງແມ່ນໜ້າທີ່ສຳຄັນ ແລະ ຮີບດ່ວນສຳລັບພະນັກງານນຳພາ-ຄຸ້ມຄອງຂອງພວກເຮົາ.
¬ ອັນທີຫົກ: ປັບປຸງ ແລະ ສ້າງກົດໝາຍໃຫ້ສົມບູນ, ຄົບຖ້ວນ; ຮັບປະກັນຄວາມສັກສິດ
ຂອງກົດໝາຍ.
ກົດໝາຍ ແມ່ນເຄື່ອງມືຕົ້ນຕໍຂອງການຄຸ້ມຄອງ, ເພາະວ່າການປະຕິບັດສິດອຳນາດທັງໝົດຂອງລັດຈະດຳເນີນໄປໂດຍຜ່ານກົດໝາຍ. ລັດເຮົາອຳນວຍຄວບຄຸມການເຄື່ອນໄຫວຂອງສັງຄົມໃນທຸກດ້ານຕາມກົດໝາຍ. ສະນັ້ນ ສິ່ງສຳຄັນກ່ອນເພິ່ນໝົດແມ່ນເຮັດແນວໃດໃຫ້ກົດໝາຍແຕ່ລະສະບັບທີ່ວາງອອກນັ້ນ
ເປັນການຜັນຂະຫຍາຍບັນດາແນວທາງແຜນນະໂຍບາຍ ຂອງພັກໃນດ້ານຕ່າງໆອອກເປັນຂໍ້ຄວາມໃນກົດໝາຍໃຫ້ຊັດເຈນ, ໃຫ້ແນວທາງແຜນນະໂຍບາຍກາຍເປັນການກະທຳ, ກາຍເປັນການປະພຶດຂອງພົນລະເມືອງໃນສັງຄົມ; ເພາະວ່າພົນລະເມືອງປະຕິບັດສິດເສລີພາບຂອງຕົນຕາມກົດໝາຍ. ກົດໝາຍຕ້ອງສະແດງໃຫ້ເຫັນທາດແທ້ຊົນຊັ້ນ ແລະ ອຸດົມຄະຕິຂອງລະບອບປະຊາທິປະໄຕປະຊາຊົນ ກໍຄືຄວາມມຸ່ງມາດປາຖະໜາຂອງປະຊາຊົນບັນດາເຜົ່າໃນດ້ານຕ່າງໆ; ຫາກບໍ່ດັ່ງນັ້ນ ກົດໝາຍຈະບໍ່ເປັນທີ່ຍອມຮັບ ແລະ ຈະບໍ່ໄດ້ຮັບການເຄົາລົບ-ປະຕິບັດຈາກປະຊາຊົນ. ສ່ວນໃນດ້ານໜຶ່ງອີກ ກົດໝາຍຂອງປະເທດ ກໍຍັງຕ້ອງສອດຄ່ອງກັບກົດໝາຍສາກົນ ທັງນີ້ກໍເພື່ອສ້າງຄວາມເຊື່ອໝັ້ນຕໍ່ເພື່ອນມິດສາກົນນັ້ນເອງ.
ພ້ອມກັບການອອກກົດໝາຍ ແລະ ປັບປຸງກົດໝາຍໃຫ້ຄົນຖ້ວນສົມບູນ, ພວກເຮົາຕ້ອງເພີ່ມທະວີຄວາມສັກສິດຂອງກົດໝາຍ, ເພາະວ່າກົດໝາຍທີ່ວາງອອກຫາກບໍ່ມີໃຜເຂົ້າໃຈ ແລະ ບໍ່ມີໃຜເຄົາລົບປະຕິ ບັດ, ກົດໝາຍນັ້ນ ກໍບໍ່ມີຄວາມໝາຍຫຍັງໝົດ. ເພື່ອໃຫ້ກົດໝາຍສັກສິດ ຄວນເພີ່ມຄວາມເອົາໃຈໃສ່ຕໍ່ບາງບັນຫາ ດັ່ງນີ້:
+ ອອກກົດໝາຍໃຫ້ຖືກກັບຄວາມຈຳເປັນ ແລະ ຄວາມຮຽກຮ້ອງຕ້ອງການ.
+ ເນື້ອຄວາມຂອງກົດໝາຍຕ້ອງຮັດກຸມ ແລະ ຊັດເຈນ.
+ ເຜີຍແຜ່ກົດໝາຍໃຫ້ກວ້າງຂວາງເລິກເຊິ່ງ ແລະ ທົ່ວເຖິງ.
+ ທຸກຄົນຕ້ອງຍອມຮັບ ແລະ ເຄົາລົບປະຕິບັດຢ່າງແທ້ຈິງ.
+ ມີການກວດກາການປະຕິບັດກົດໝາຍຢ່າງເດັດຂາດເຂັ້ມງວດ; ຖືກຕ້ອງວ່າຖືກ, ຜິດຕ້ອງວ່າຜິດ ບໍ່ໃຫ້ມີຜູ້ໃດຢູ່ເໜືອກົດໝາຍ.
¬ ອັນທີເຈັດ: ປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳຂອງຊາດ.
ບັນພະບູລຸດຂອງຊາດເຮົາໄດ້ບອກສອນໄວ້ວ່າ: “ວັດທະນະທຳບອກຊາດ”, “ເສຍວັດທະນະທຳ ກໍຄືເສຍຊາດ”. ອັນນີ້ ແມ່ນຄຳທີ່ມີຄວາມໝາຍເລິກເຊິ່ງທີ່ສຸດ ແລະ ຊີ້ບອກຄວາມຈຳເປັນຕ້ອງປົກປັກຮັກສາ ແລະ ພັດທະນາວັດທະນະທຳຂອງຊາດໃຫ້ຄົງຢູ່ຕາບເທົ່າໃດໆ. ໜ້າທີ່ທີ່ກວມລວມກວ່າໝູ່ໃນດ້ານນີ້ ແມ່ນການສຶກສາອົບຮົມໃຫ້ປະຊາຊົນບັນດາຊັ້ນຄົນ ແລະ ທຸກຊົນເຜົ່າເປັນເຈົ້າການອະນຸລັກຮັກສາມູນເຊື້ອວັດ ທະນະທຳ, ມໍລະດົກທາງວັດທະນະທຳຂອງຕົນ. ພ້ອມກັນນັ້ນ ລັດຕ້ອງໄດ້ລົງທຶນເຂົ້າໃສ່ການພັດທະນາວັດທະນະທຳຂອງຊາດ ດ້ວຍແຫຼ່ງທຶນຈາກງົບປະມານຂອງລັດ ສົມທົບກັບການປຸກລະດົມຊຸກຍູ້ການປະ ກອບສ່ວນຂອງບັນດາພາກສ່ວນເສດຖະກິດ, ປະຊາຊົນບັນດາຊັ້ນຄົນໃນທົ່ວປະເທດ. ການປົກປັກຮັກສາ ແລະ ພັດທະນາວັດທະນະທຳແມ່ນວຽກລະອຽດອ່ອນ ແລະ ສັບສົນພໍຄວນ; ຫາກບໍ່ຮູ້ຮັກສາ ແລະ ບໍ່ຮູ້ພັດທະນາ ມັນຈະເປັນການທຳລາຍຕົນເອງໂດຍທີ່ເຮົາບໍ່ຮູ້ສຶກຕົວ. ສະນັ້ນ ຕ້ອງໄດ້ເອົາໃຈໃສ່ບາງບັນຫາ ດັ່ງນີ້:
1). ຕ້ອງທຳການສຶກສາຄົ້ນຄວ້າໃຫ້ລະອຽດ ໃຫ້ເລິກເຊິ່ງກ່ຽວກັບມູນເຊື້ອ ແລະ ມໍລະດົກທາງດ້ານວັດທະນະທຳຂອງແຕ່ລະທ້ອງຖິ່ນ, ແຕ່ລະຊົນເຜົ່າ ເພື່ອສະຫງວນເປັນເອກະລັກ, ເປັນສົມບັດທາງດ້ານວັດທະນະທຳຂອງຊາດເຮົາ. ພ້ອມກັນນັ້ນ ກໍຕ້ອງມີແຜນການ, ມີໂຄງການອະນຸລັກ ແລະ ປົກປັກຮັກສາທີ່ລະອຽດ ໂດຍມີການແຍກປະເພດ ແລະ ຄວາມສຳຄັນຂອງແຕ່ລະເປົ້າໝາຍ, ທັງມີການປະສານສົມທົບໃນການຄຸ້ມຄອງເປັນຢ່າງດີ.
2). ຕ້ອງຟື້ນຟູບູລະນະ ແລະ ເສີມຂະຫຍາຍວັດທະນະທຳແຫ່ງຊາດ. ຊາດລາວເຮົາມີວັດທະນະທຳປະຈຳຊາດມາເປັນເວລາຍາວນານ, ໃນວັດທະນະທຳອັນອຸດົມຮັ່ງມີນັ້ນ ສ່ວນໜຶ່ງໄດ້ສູນຫາຍໄປຕາມການເວລາ ແລະ ສ່ວນໜຶ່ງບໍ່ເໝາະສົມສຳລັບການສືບທອດຕໍ່ໄປ. ສະນັ້ນ ຈຶ່ງມີຄວາມຈຳເປັນຢ່າງຍິ່ງ ທີ່ຈະຕ້ອງທຳການຟື້ນຟູບູລະນະອັນທີ່ສູນຫາຍໄປໃຫ້ກັບຄືນມາມີຊີວິດຊີວາໃຫ້ຄຸນປະໂຫຍດແກ່ສັງຄົມ ທັງເປັນສິ່ງເອກອ້າງຕໍ່ຊາວໂລກ; ພ້ອມກັນນັ້ນ ກໍຕ້ອງປັບປຸງເສີມຂະຫຍາຍວັດທະນະທຳທີ່ມີຢູ່ໃນປັດຈຸບັນ ໃຫ້ມັນເໝາະສົມສອດຄ່ອງກັບເງື່ອນໄຂການດຳລົງຊີວິດ ແລະ ຍຸກສະໄໝໃໝ່. ອັນນີ້ ບໍ່ໝາຍຄວາມວ່າປ່ຽນປີ້ນວັດທະນະທຳຂອງຊາດ ແຕ່ຫາກແມ່ນການດັດປັບອັນທີ່ບໍ່ທັນແທດເໝາະ, ອັນທີ່ບໍ່ທັນສະດວກສຳລັບການນຳໄປປະຕິບັດນັ້ນ ໃຫ້ສອດຄ່ອງເໝາະສົມກັບຍຸກສະໄໝ, ໃຫ້ສາມາດສືບທອດຕໍ່ໄປໄດ້.
3). ຕ້ອງມີການສືບທອດ ແລະ ສົ່ງເສີມວັດທະນະທຳ. ໝາຍຄວາມຕ້ອງເຮັດໃຫ້ວັດທະນະທຳກາຍເປັນຄວາມຮູ້, ກາຍເປັນທັດສະນະຄະຕິ, ກາຍເປັນພາກປະຕິບັດ ແລະ ເປັນກິດຈະກຳຂອງຄົນໃນການດຳລົງຊີວິດແຕ່ລະມື້ແຕ່ລະວັນ. ສະນັ້ນ ຕ້ອງເອົາວິຊາວັດທະນະທຳເຂົ້າໃນຫຼັກສູດການຮຽນ-ການສອນໃນໂຮງຮຽນຊັ້ນຕ່າງໆ; ສ້າງກິດຈະກຳ ແລະ ເທດສະການທາງດ້ານວັດທະນະທຳຂຶ້ນຢ່າງເປັນປົກກະຕິ
ເພື່ອສົ່ງເສີມໃຫ້ມີການສືບທອດວັດທະນະທຳຕໍ່ໆໄປບໍ່ໃຫ້ຈືດຈາງ ແລະ ສູນຫາຍ.
4). ຕ້ອງມີການເພີ່ມທະວີການແລກປ່ຽນທາງວັດທະນະທຳ ແລະ ການໂຄສະນາປະຊາສຳພັນກ່ຽວກັບວັດທະນະທຳໃຫ້ກວ້າງຂວາງທັງຢູ່ພາຍໃນປະເທດ ແລະ ຕ່າງປະເທດ. ພ້ອມກັນນັ້ນ ກໍຕ້ອງມີການກໍ່ສ້າງບຸກຄະລາກອນທາງດ້ານວັດທະນະທຳຢ່າງຕັ້ງໜ້າກວ່າເກົ່າ.
¬ ອັນທີແປດ: ສ້າງກຳລັງປ້ອງກັນຊາດ–ປ້ອງກັນຄວາມສະຫງົບໃຫ້ເຂັ້ມແຂງ ແລະ ທັນສະໄໝເປັນກ້າວໆ.
ກ້າວເຂົ້າສູ່ສະຕະວັດທີ XXI ເຖິງວ່າທ່າອ່ຽງໂຍະຍານ, ຢູ່ຮ່ວມກັນໂດຍສັນຕິ, ການຕໍ່ສູ້ຮຽກຮ້ອງໃຫ້ມີສັນຕິພາບ ແລະ ການຮ່ວມມືກັນຍັງເປັນທ່າອ່ຽງກວມລວມກວ່າໝູ່; ເຖິງວ່າສົງຄາມຂະໜາດໃຫຍ່ ແລະ ສົງຄາມໂລກເປັນສິ່ງທີ່ຫຼີກລ່ຽງໄດ້ກໍຈິງ, ແຕ່ບັນຫາສົງຄາມເຢັນ ແລະ ການດຳເນີນຍຸດທະສາດຫັນປ່ຽນໂດຍສັນຕິຂອງອິດທິກຳລັງປໍລະປັກຕໍ່ປະເທດສັງຄົມນິຍົມຍັງຈະມີຢູ່; ພວກຈັກກະພັດທີ່ຖືລັດທິເຈົ້າອຳນາດ ຍັງທະເຍີທະຍານຢາກເຮັດໃຫ້ໂລກເປັນຂົ້ວດຽວ ພາຍໃຕ້ການບັນຊາຂອງປະເທດອະພິມະຫາອຳນາດປະເທດດຽວ ຍັງເປັນໄພຂົ່ມຂູ່ຕໍ່ຄວາມເປັນເອກະລາດ, ຕໍ່ອະທິປະໄຕຂອງຊາດຕ່າງໆ ກໍຄືຕໍ່ສັນຕິພາບໂລກ; ອັນທີ່ເອີ້ນວ່າ “ສິດທິມະນຸດ”, “ເສລີພາບ ແລະ ປະຊາທິປະໄຕ” ຍັງເປັນບັນຫາ ແລະ ເງື່ອນໄຂສຳລັບການສວຍໃຊ້ເພື່ອແຊກແຊງເຂົ້າວຽກງານພາຍໃນຂອງປະເທດຕ່າງໆ, ຄວາມຂັດແຍ່ງດ້ານເຊື້ອຊາດ, ສາສະໜາ ແລະ ສົງຄາມ ຍັງຈະເກີດຂຶ້ນຢູ່ບາງບ່ອນ; ນອກນັ້ນຍັງມີບັນຫາການຄ້າຢາເສບຕິດ, ບັນຫາການກໍ່ອາດຊະຍາກຳຂ້າມຊາດ ແລະ ບັນຫາທີ່ຈະກໍ່ໃຫ້ເກີດຄວາມບໍ່ສະຫງົບພາຍໃນຍັງຈະເກີດຂຶ້ນ.
ອັນນີ້ໄດ້ຊີ້ບອກແຈ້ງວ່າ: ການປ້ອງກັນຊາດ-ປ້ອງກັນຄວາມສະຫງົບຍັງຈະເປັນໜ້າທີ່ຍຸດທະສາດອັນສຳຄັນຍິ່ງ; ການປົກປ້ອງເອກະລາດ ແລະ ອະທິປະໄຕຂອງຊາດ, ການປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນ, ການຮັກສາສະຖຽນລະພາບທາງການເມືອງ, ຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ຍັງເປັນວຽກທີ່ຕ້ອງເອົາໃຈໃສ່ຢ່າງຈົດຈໍ່ສະເໝີ ເພື່ອສ້າງສະພາບແວດລ້ອມ ຫຼື ເງື່ອນໄຂອັນອຳນວຍໃຫ້ແກ່ການສ້າງສາພັດທະນາປະເທດຊາດຂອງພວກເຮົາ. ສະນັ້ນການກໍ່ສ້າງກອງທັບ ແລະ ກຳລັງປ້ອງກັນຄວາມສະຫງົບໃຫ້ເຂັ້ມແຂງ-ທັນສະໄໝ ຈຶ່ງແມ່ນຄວາມຈຳເປັນພາວະວິໄສ ເພື່ອໃຫ້ສາມາດເຮັດສຳເລັດໜ້າທີ່ວຽກງານດັ່ງກ່າວນັ້ນ ຢ່າງສົມກຽດ. ສິ່ງດັ່ງກ່າວນັ້ນ ຮຽກຮ້ອງໃຫ້ມີການລົງທຶນໃນລະດັບອັນເໝາະສົມ ຕິດແໜ້ນກັບການປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານຂອງພັກ.
ຄະນະພັກ ແລະ ອຳນາດການປົກຄອງທຸກຂັ້ນຕ້ອງເອົາໃຈໃສ່ປັບປຸງກໍ່ສ້າງ, ຊີ້ນຳ ແລະ ສະໜັບສະໜູນຊ່ວຍເຫຼືອບັນດາກຳລັງປະກອບອາວຸດພວກເຮົາ, ເສີມຂະຫຍາຍທາດແທ້ ແລະ ມູນເຊື້ອຂອງກຳລັງປະກອບອາວຸດປະຕິວັດຢ່າງສຸດຂີດຄື ທັງເປັນກຳລັງສູ້ຮົບ, ທັງເປັນກຳລັງເສດຖະກິດທຳການເພີ່ມພູນຜະລິດຜົນ ແລະ ທັງເປັນກຳລັງການເມືອງທີ່ຊື່ສັດ, ຈົງຮັກພັກດີຂອງພັກ. ຕ້ອງກໍ່ສ້າງກຳລັງປະກອບ
ອາວຸດຂອງພວກເຮົາບົນພື້ນຖານທັດສະນະ ແລະ ຫຼັກການທີ່ວ່າ: ເອົາການກໍ່ສ້າງທາງດ້ານການເມືອງເປັນພື້ນຖານ, ເອົາຄຸນນະພາບເປັນຕົ້ນຕໍ, ສ້າງການພົວພັນໃນດ້ານຕ່າງໆໃຫ້ດີ ເປັນຕົ້ນການພົວພັນກັບປະຊາຊົນ, ການພົວພັນລະຫວ່າງພະນັກງານກັບນັກຮົບ, ລະຫວ່າງຈຳນວນກັບຄຸນນະພາບ, ລະຫວ່າງການຈັດຕັ້ງກັບແນວຄິດ, ລະຫວ່າງອາວຸດກັບຄົນ, ລະຫວ່າງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງພວກເຮົາກັບກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບຂອງປະເທດອ້າຍນ້ອງເພື່ອນມິດ.
ເວົ້າລວມແລ້ວ ແມ່ນການສ້າງບັນດາກຳລັງປະກອບອາວຸດປະຕິວັດໃຫ້ເປັນຂອງປະຊາຊົນ, ເປັນຫຼັກແຫຼ່ງໃນວຽກປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ກໍຄືໃນການສ້າງສາພັດທະນາປະເທດຊາດຂອງພວກເຮົາ.
¬ ອັນທີເກົ້າ: ສ້າງສາຍພົວພັນມິດຕະພາບ ແລະ ເພີ່ມທະວີການຮ່ວມມືກັບເພື່ອນມິດສາກົນ, ເຈືອຈານເຂົ້າກັບບັນດາປະເທດໃນພາກພື້ນ ແລະ ໃນໂລກ.
ການສ້າງສາພັດທະນາປະເທດຂອງພວກເຮົາໃຫ້ບັນລຸເຖິງຄວາມວັດທະນາຖາວອນນັ້ນ ຈະຕ້ອງດຳເນີນໄປບົນພື້ນຖານການມີສະພາບແວດລ້ອມພາຍນອກອັນອຳນວຍ ຫຼື ມີສາຍພົວພັນມິດຕະພາບ ແລະ ການຮ່ວມມືຢ່າງກວ້າງຂວາງກັບບັນດາປະເທດໃນໂລກ ແລະ ອົງການຈັດຕັ້ງສາກົນຕ່າງໆ.
ການມີມິດຕະພາບທີ່ດີກັບທຸກປະເທດ, ກ່ອນອື່ນແມ່ນກັບບັນດາປະເທດເພື່ອນບ້ານໃກ້ຄຽງໃນພາກພື້ນດຽວກັນນັ້ນ ແມ່ນສອດຄ່ອງກັບຄວາມມຸ່ງມາດປາຖະໜາຂອງປະຊາຊົນເຮົາ ແລະ ສອດຄ່ອງກັບທ່າອ່ຽງລວມຂອງໂລກໃນປັດຈຸບັນ ເພາະວ່າການມີມິດຕະພາບທີ່ດີກັບປະຊາຊາດຕ່າງໆນັ້ນ ຈະຊ່ວຍເສີມສ້າງ
ຄວາມເຂົ້າອົກເຂົ້າໃຈ, ກໍ່ໃຫ້ເກີດຄວາມສຳພັນທີ່ເປັນການສະໜັບສະໜູນຊ່ວຍເຫຼືອກັນ ແລະ ເກີດການຮ່ວມມືທີ່ມີຜົນປະໂຫຍດຮ່ວມກັນລະຫວ່າງປະເທດເຮົາກັບປະເທດອື່ນໆ.
ດ້ວຍມູນເຊື້ອປະຫວັດສາດພັກ, ລັດ ແລະ ປະຊາຊົນເຮົາ ສືບຕໍ່ເພີ່ມທະວີສາຍພົວພັນມິດຕະພາບ ແລະ ສາມັກຄີພິເສດກັບພັກ, ລັດ ແລະ ປະຊາຊົນຫວຽດນາມ; ຮັດແໜ້ນມິດຕະພາບ, ສາມັກຄີ, ຮ່ວມຊະຕາດຽວກັນຖານອ້າຍນ້ອງກັບພັກ, ລັດ ແລະ ປະຊາຊົນຈີນ; ສາມັກຄີ, ຮ່ວມມືກັບປະເທດສັງຄົມນິຍົມອື່ນໆ.
ໂດຍກຳແໜ້ນຈຸດພິເສດຂອງສະພາບການໃນໂລກປັດຈຸບັນ ທີ່ພວມຫັນປ່ຽນສູ່ທິດທີ່ມີຫຼາຍຂົ້ວ ແລະ ມີການຕໍ່ສູ້ແຂ່ງຂັນກັນຢ່າງດຸເດືອດຂ້ຽວຂາດ, ທັງມີການຮ່ວມມືກັນແບບຫຼາຍຮູບຫຼາຍສີ, ຫຼາຍຝ່າຍ, ຫຼາຍລະດັບ ແບບຕ່າງຝ່າຍຕ່າງມີຜົນປະໂຫຍດນັ້ນ ພວກເຮົາຕ້ອງສືບຕໍ່ເພີ່ມທະວີການຮ່ວມມືສາກົນດ້ວຍຈິດໃຈເອກະລາດ, ເປັນເຈົ້າຕົນເອງ ແລະ ດ້ວຍຄວາມເປັນເຈົ້າການທີ່ສູງກວ່າເກົ່າ. ຄວາມກ້າວໜ້າທາງດ້ານວິທະຍາສາດ, ເຕັກນິກ ແລະ ການປະຕິວັດດ້ານເຕັກໂນໂລຊີ, ການຫັນເປັນສາກົນ ແລະ ຫັນເປັນກຸ່ມການຮ່ວມມືທີ່ພວມດຳເນີນໄປຢ່າງເຄັ່ງຮ້ອນໃນໂລກປັດຈຸບັນ ໄດ້ຈຳໃຫ້ພວກເຮົາຕ້ອງເຈືອຈານເຂົ້າກັບສາກົນ ໂດຍຫຼີກລ່ຽງບໍ່ໄດ້. ໃນການເຈືອຈານນັ້ນ ພວກເຮົາຈະຕ້ອງບໍ່ເສຍທິດ, ບໍ່ເສື່ອມທາດ ແລະ ບໍ່
ຖືກກືນກິນ; ຕ້ອງມີການຮັບປະກັນຜົນປະໂຫຍດຂອງຊາດ, ຕ້ອງຮັກສາສະຖຽນລະພາບ ແລະ ຄວາມໝັ້ນຄົງຂອງລະບອບການເມືອງໄວ້ໃຫ້ໄດ້ຢ່າງໝັ້ນຄົງ, ທັງຮັກສາເອກະລັກວັດທະນະທຳອັນດີງາມຂອງຊາດເຮົາໄວ້ໄດ້. ຢາກເຮັດແນວນັ້ນໄດ້ ກ່ອນອື່ນໝົດແມ່ນ:
+ ຕ້ອງເຊີດຊູສະຕິຊາດ, ເອກະລາດ, ເປັນເຈົ້າຕົນເອງໃຫ້ສູງກວ່າເວລາໃດໝົດ; ຕ້ອງປັບປຸງ ແລະ ກໍ່ສ້າງພາຍໃນຂອງພວກເຮົາໃຫ້ເຂັ້ມແຂງ ຄື: ສ້າງລະບອບການເມືອງໃຫ້ໜັກແໜ້ນ; ສ້າງເສດຖະກິດໃຫ້ນັບມື້ມີພື້ນຖານແຂງແກ່ນ, ມີປະສິດທິພາບ ແລະ ຄວາມສາມາດແຂ່ງຂັນສູງ; ສ້າງສັງຄົມທີ່ສົດໃສ, ຍຸຕິທຳ.
+ ຕ້ອງມີແຜນຍຸດທະສາດພັດທະນາປະເທດທີ່ຕິດແໜ້ນກັບຍຸດທະສາດການຮ່ວມມືສາກົນ.
+ ມີລະບົບກົດໝາຍ ແລະ ລະບຽບການພົວພັນຮ່ວມມືສາກົນອັນຈະແຈ້ງເປັນລະບົບ.
+ ມີລະບົບການຈັດຕັ້ງຄຸ້ມຄອງທີ່ລວມສູນເປັນເອກະພາບ, ມີລະບຽບການບໍລິຫານ ແລະ ປະສານງານທີ່ທັນສະໄໝ, ສະດວກ ແລະ ວ່ອງໄວ.
+ ມີການກໍ່ສ້າງບຳລຸງຍົກລະດັບພະນັກງານທີ່ເຮັດວຽກງານພົວພັນຮ່ວມມືກັບຕ່າງປະເທດເປັນປົກ ກະຕິ ເພື່ອຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ເກັ່ງທາງດ້ານວິຊາສະເພາະ ແລະ ພາສາ, ທັງຄ່ອງແຄ້ວນິ້ມນວນ ແລະ ມີໄຫວພິບ, ມີລະບອບການຄຸ້ມຄອງນຳໃຊ້ເຂົາເຈົ້າເປັນຢ່າງດີ.
ການສືບຕໍ່ພາລະກິດປ່ຽນແປງໃໝ່, ສ້າງລະບອບປະຊາທິປະໄຕປະຊາຊົນ ເພື່ອກ້າວສູ່ສັງຄົມນິຍົມຢູ່ປະເທດຂອງພວກເຮົາບໍ່ອາດຕັດແຍກຈາກການພົວພັນ ແລະ ຮ່ວມມືກັບເພື່ອນມິດສາກົນ; ພວກເຮົາຕ້ອງເປັນເຈົ້າການເສີມຂະຫຍາຍກຳລັງແຮງສັງລວມພາຍໃນຊາດ ສົມທົບກັບກຳລັງແຮງຂອງສາກົນ ເພື່ອເຮັດໃຫ້ພາລະກິດອັນມີກຽດສະຫງ່ານັ້ນ ບັນລຸຜົນສຳເລັດຢ່າງຈົບງາມ.
ເພື່ອທົບທວນຄືນແນວທາງປ່ຽນແປງໃໝ່ ນັບແຕ່ມື້ມີແນວຄິດລິເລີ່ມຈົນເຖິງການປະກອບສ້າງເປັນແນວທາງພື້ນຖານຂອງພັກເຮົາ, ເພື່ອໄຈ້ແຍກລະອຽດບັນດາບົດຮຽນທີ່ພັກເຮົາຖອດຖອນມາໄດ້ຈາກການ ນຳພາພາລະກິດປ່ຽນແປງໃໝ່ນັ້ນ ພວກເຮົາໄດ້ເຫັນແຈ້ງວ່າ ແນວທາງດັ່ງກ່າວນັ້ນ ແມ່ນລະອຽດຄົບຖ້ວນ ແລະ ຈະແຈ້ງພໍສົມຄວນແລ້ວ; ຜ່ານການຈັດຕັ້ງປະຕິບັດເຖິງວ່າຍັງມີຂໍ້ຄົງຄ້າງ, ຈຸດບົກຜ່ອງຈຳນວນໜຶ່ງກໍຕາມ, ແຕ່ໝາກຜົນທີ່ບັນລຸໄດ້ນັ້ນ ແມ່ນມີຄວາມສຳຄັນ ແລະ ເປັນພື້ນຖານໃຫ້ແກ່ການສືບຕໍ່ກ້າວຂຶ້ນຂອງປະເທດຊາດພວກເຮົາ. ສິ່ງທີ່ສຳຄັນນັ້ນ ແມ່ນພັກເຮົາສາມາດຖອດຖອນບົດຮຽນຈາກພຶດຕິກຳທີ່ມີຊີວິດຊີວາ ເພື່ອມາເພີ່ມຄວາມຮັ່ງມີແກ່ຄັງສາງທິດສະດີ-ແນວທາງຂອງຕົນ. ບັນດາບົດຮຽນດັ່ງກ່າວນັ້ນ ຍັງໄດ້ເປັນທຶນຮອນອັນປະເສີດສຳລັບການໝູນໃຊ້ເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວນຳພາ-ຊີ້ນຳຂອງຄະນະພັກຂັ້ນຕ່າງໆ ກໍຄືພະນັກງານນຳພາຫຼັກແຫຼ່ງຂອງພວກເຮົາຢູ່ທ້ອງຖິ່ນ ແລະ ຂະແໜງການ-ອົງການຕ່າງໆ.
ພາລະກິດປ່ຽນແປງໃໝ່, ການສ້າງລະບອບປະຊາທິປະໄຕ ປະຊາຊົນ, ສ້າງບັນດາປະຖົມປັດໄຈ ເພື່ອກ້າວສູ່ສັງຄົມນິຍົມແມ່ນພາລະກິດຫຍຸ້ງຍາກ ແຕ່ມີກຽດສະຫງ່າ ແລະ ມີອະນາຄົດອັນສະຫວ່າງສະໄຫວ; ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນເຮົາ ຈົ່ງສາມັກຄີກັນບຸກບືນສູ້ຊົນເຮັດໃຫ້ສຳເລັດດ້ວຍໝາກຜົນອັນສະຫງ່າງາມ ເພື່ອສ້າງປະເທດລາວມັ່ງຄັ່ງເຂັ້ມແຂງ, ປະຊາຊົນລາວມີຄວາມຮັ່ງມີຜາສຸກ, ສັງຄົມສາມັກຄີປອງດອງ, ສະເໝີພາບ, ສີວິໄລ ແລະ ຍຸຕິທຳ./.
[1] ເອກະສານກອງປະຊຸມສູນກາງພັກ ຄັ້ງທີ 7 (ສະໄໝທີ IV), ໜ້າ 45.
ຂຽນໂດຍ: ກ. ອໍລະບູນ
(ວາລະສານອະລຸນໃໝ່ ສະບັບປະຈຳເດືອນກໍລະກົດ ປີ 2025)