
ພະນັກງານເປັນທຶນຮອນອັນປະເສີດຂອງພັກ, ເປັນຜູ້ນຳພາປະຊາຊົນ, ເປັນຜູ້ຮັບໃຊ້ປະຊາຊົນ, ເປັນຂົວຕໍ່ລະຫວ່າງພັກກັບປະຊາຊົນ; ພັກປະຊາຊົນ ປະຕິວັດລາວຍາມໃດກໍໄດ້ເນັ້ນໜັກເຖິງການກໍ່ສ້າງ-ບໍາລຸງພະນັກງານ, ສະມາຊິກພັກໃຫ້ມີຄຸນທາດການເມືອງໜັກແໜ້ນ ເປັນບັນຫາພື້ນຖານສຳຄັນ ແລະ ຮີບດ່ວນທີ່ສຸດໃນພາລະກິດປະຕິວັດ. ຄຸນທາດການເມືອງແມ່ນຄຸນທາດປະຈຳຂອງແຕ່ລະຄົນ, ແມ່ນມາດຖານກົກທີ່ມີຄວາມສຳຄັນທີ່ສຸດສຳລັບພະນັກງານຜູ້ໜຶ່ງໆທີ່ໄດ້ມາຈາກການຝຶກຝົນຫຼໍ່ຫຼອມໃນຊີວິດຕົວຈິງ. ປະທານ ໄກ ສອນ ພົມວິຫານ ໄດ້ກ່າວໄວ້ວ່າ: “ຄຸນທາດການເມືອງຂອງຖັນແຖວພະນັກງານທຸກພາກສ່ວນໃນພາລະກິດປ່ຽນແປງໃໝ່ ແມ່ນປະກອບດ້ວຍຫຼັກໝັ້ນການເມືອງໜັກແໜ້ນ, ຍຶດໝັ້ນຈຸດໝາຍສັງຄົມນິຍົມ, ຈຳແນກ
ມິດ-ສັດຕູຈະແຈ້ງ ແລະ ເດັດຂາດ, ມີຄວາມຕັ້ງໜ້າຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ, ມີຄວາມດຸໝັ່ນ, ປະຢັດມັດທະຍັດ, ຊື່ສັດບໍລິສຸດ, ຄຳເວົ້າຕ້ອງໄປຄຽງຄູ່ກັບການກະທຳ ຈຶ່ງຈະສາມາດເຮັດໜ້າທີ່ການ ເມືອງໃນໄລຍະໃໝ່ໄປເຖິງໄຊຊະນະໄດ້”[1].
ໃນເງື່ອນໄຂໃໝ່ຂອງການປະຕິວັດນີ້, ພັກເຮົາໄດ້ເລັ່ງທວງໃຫ້ຖັນແຖວພະນັກງານ-ສະມາຊິກພັກທຸກສະຫາຍມີຄຸນທາດການເມືອງ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຮູ້, ຄວາມສາມາດ, ມີຫຼັກໝັ້ນການ ເມືອງຂອງຊົນຊັ້ນກຳມະກອນທີ່ໜັກແໜ້ນ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ ຕໍ່ພາລະກິດປະຕິວັດຂອງພັກ, ຊື່ສັດບໍລິສຸດ, ມີນໍ້າໃຈຮັບໃຊ້ຊາດ, ຮັບໃຊ້ປະຊາຊົນຢ່າງບໍ່ຮູ້ອິດຮູ້ເມື່ອຍ, ມີແບບແຜນດໍາລົງຊີວິດທີ່ປອດໃສຂາວສະອາດ, ມີຄວາມກະຕືລືລົ້ນຫ້າວຫັນບຸກບືນສູ້ຊົນຝຶກຝົນຫຼໍ່ຫຼອມກໍ່ສ້າງຕົນເອງ ແລະ ອອກ ແຮງຄົ້ນຄວ້າຮໍ່າຮຽນ ເພື່ອຍົກລະດັບຄວາມຮູ້ໃນທຸກດ້ານຢ່າງບໍ່ຢຸດຢັ້ງ, ທັງມີລະບຽບວິໄນ, ມີສະຕິເຄົາລົບການຈັດຕັ້ງ ແລະ ປະຕິບັດກົດໝາຍຢ່າງເຂັ້ມງວດ. ພ້ອມກັນນັ້ນ ພັກເຮົາຍັງເນັ້ນໜັກວ່າ: “…ຊຸກຍູ້ສົ່ງເສີມຂະບວນການຝຶກຝົນຫຼໍ່ຫຼອມດ້ານຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ ຕິດພັນກັບການສຶກສາອົບຮົມແນວຄິດ ແລະ ຄຸນສົມບັດສິນທຳປະຕິວັດຂອງປະທານ ໄກສອນ ພົມວິຫານ, ພັດທະນາດ້ານຄວາມຮູ້ ແລະ ປະສົບການໃນການເຄື່ອນໄຫວນຳພາການເມືອງ ແລະ ວິຊາສະເພາະໃຫ້ສະມາຊິກພັກສູງຂຶ້ນເລື້ອຍ ໆ”[2]. ຄຸນທາດການເມືອງຂອງພະນັກງານ-ສະມາຊິກພັກ ແມ່ນທາດແທ້ປະຕິວັດທັດສະນະຫຼັກໝັ້ນ, ມີນໍ້າໃຈເສຍສະຫຼະ, ມີຄວາມຈົງຮັກພັກດີ, ເຊື່ອໝັ້ນຕໍ່ອຸດົມການຂອງພັກ, ມີຄວາມຮັບຮູ້ເຂົ້າໃຈ ແລະ ເປັນເອກະພາບຕໍ່ແນວທາງ, ແຜນນະໂຍບາຍຂອງພັກ, ມີຄວາມເດັດດ່ຽວຕ້ານແນວຄິດຫຼາຍພັກຫຼາຍເຄົ້າ, ຈຳແນກມິດ-ສັດຕູ, ມີຄວາມຊື່ສັດບໍລິສຸດຕໍ່ປະເທດຊາດ, ຕໍ່ປະຊາຊົນ, ມີສະຕິຕໍ່ການຈັດຕັ້ງ, ກົດໝາຍ, ລະ
ບຽບການຂອງລັດ; ປົກປັກຮັກສາຄວາມສາມັກຄີພາຍໃນພັກ, ມີຄວາມດຸໝັ່ນໃນການຄົ້ົ້ນຄວ້າຮ່ຳຮຽນ ແລະ ຝຶກຝົນຫຼໍ່ຫຼອມຕົນເອງດ້ານຕ່າງໆ, ມີຄວາມເດັດດ່ຽວໜຽວແໜ້ນສູ້ຊົນຜ່ານຜ່າອຸປະສັກ ເພື່ອສຳເລັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ. ການຍົກສູງຄຸນທາດການເມືອງໃຫ້ພະນັກງານ-ສະມາຊິກພັກ ແມ່ນການຍົກສູງຄວາມຮູ້, ຄວາມສາມາດ, ຄວາມອົດທົນສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ, ຫຼັກໝັ້ນຊົນຊັ້ນ, ຄຸນສົມບັດສິນທຳປະຕິວັດ, ຄວາມຊື່ສັດບໍລິສຸດຈົງຮັກພັກດີຕໍ່ພັກ-ຕໍ່ປະເທດຊາດ, ມີແບບແຜນວິທີເຮັດວຽກແບບວິທະຍາ ສາດ, ຍົກສູງຫົວຄິດປະດິດສ້າງ ແລະ ຮູ້ຈໍາແນກມິດ-ສັດຕູໄດ້ຢ່າງຈະແຈ້ງ.
ປະຕິບັດຕາມທິດຊີ້ນໍາຂອງພັກທີ່ວາງອອກ ແນໃສ່ສ້າງໃຫ້ໄດ້ຖັນແຖວພະນັກງານສືບທອດປ່ຽນແທນທີ່ມີຄຸນນະພາບ; ຄະນະພັກ-ຄະນະນໍາຄະນະຈັດຕັ້ງສູນກາງພັກ ໄດ້ວາງທິດທາງ, ໜ້າທີ່ຈຸດສຸມຂອງຕົນອອກ ໂດຍເນັ້ນໃສ່ “ສຶກສາອົບຮົມຍົກສູງຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດໃຫ້ສະມາຊິກພັກ, ພະນັກ ງານ-ລັດຖະກອນພາຍໃນຄະນະຈັດຕັ້ງສູນກາງພັກໃຫ້ເລິກເຊິ່ງກວ່າເກົ່າ ເພື່ອນຳພາຈັດຕັ້ງປະຕິບັດໜ້າທີ່ການ ເມືອງດ້ວຍຜົນສຳເລັດທີ່ສູງກວ່າເກົ່າ”[3]; ເອົາໃຈໃສ່ຄົ້ນຄວ້າເລືອກເຟັ້ນເອົາພະນັກງານ-ສະມາຊິກພັກຜູ້ທີ່ມີມາດຖານເງື່ອນໄຂຄົບຖ້ວນ ໂດຍສະເພາະພະນັກງານຜູ້ທີ່ມີຄຸນທາດການເມືອງທີ່ໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ຫ້າວຫັນຕໍ່ໜ້າທີ່ວຽກງານທີ່ຢູ່ໃນເປົ້າໝາຍສືບທອດປ່ຽນແທນໃນຕໍາແໜ່ງງານນໍາພາ-ຄຸ້ມ
ຄອງຂັ້ນຕ່າງໆ ໄປຍົກລະດັບທາງດ້ານທິດສະດີການເມືອງ-ການປົກຄອງ, ລະດັບວິຊາສະເພາະຊັ້ນຕ່າງໆ ຢູ່ພາຍໃນ ແລະ ຕ່າງປະເທດຢ່າງເປັນປົກກະຕິ, ຈັດຕັ້ງການຝຶກອົບຮົມທິດສະດີການເມືອງ-ການປົກຄອງໄລຍະສັ້ນ ເຮັດໃຫ້ຖັນແຖວພະນັກງານ-ສະມາຊິກພັກ ໄດ້ຮັບການປັບປຸງ, ປົວແປງທາງດ້ານແນວຄິດ, ຍົກສູງດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດຂຶ້ນຕື່ມອີກກ້າວໜຶ່ງ; ອັນພົ້ນເດັ່ນພະນັກງານໄດ້ມີ
ຄວາມກະຕືລືລົ້ນ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ເພື່ອຍົກສູງມາດຖານທາງດ້ານຄຸນທາດການເມືອງ, ຄຸນສົມ ບັດສິນທຳປະຕິວັດ, ຄວາມຮູ້, ຄວາມສາມາດຕົນເອງໃຫ້ສູງຂຶ້ນທັນກັບຄວາມຮຽກຮ້ອງຕ້ອງການຕົວຈິງຂອງໜ້າທີ່ການເມືອງໃນເງື່ອນໄຂໃໝ່.
ຄະນະພັກ-ຄະນະນຳ ຄະນະຈັດຕັ້ງສູນກາງພັກເວລາໃດກໍຍຶດໝັ້ນການບຳລຸງ-ກໍ່ສ້າງ, ສຶກສາອົບຮົມໃຫ້ພະນັກງານ-ສະມາຊິກພັກທາງດ້ານແນວຄິດ, ຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ ເປັນໜ້າທີ່ສຳຄັນພື້ນຖານ, ເປັນວຽກກົກ ແລະ ສອດຫ້ອຍໃນທຸກຂົງເຂດວຽກງານການນຳພາ-ຊີ້ນຳຂອງຕົນ ໂດຍໄດ້ເອົາໃຈໃສ່ສຶກສາອົບຮົມ, ນຳພາແນວຄິດ ດ້ວຍຫຼາຍຮູບການ, ຫຼາຍວິທີການ, ຫຼາຍລະດັບທີ່ສອດຄ່ອງກັບ
ສະພາບເງື່ອນໄຂຕົວຈິງ ເພື່ອຍົກສູງສະຕິຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ສະຕິຕໍ່ການຈັດຕັ້ງ, ປະຕິ ບັດລະບຽບວິໄນ, ສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ ຕິດພັນກັບການຮ່ວມຊີວິດພັກຂອງບັນດາໜ່ວຍພັກ, ວຽກງານວິຊາສະເພາະຂອງບັນດາກົມ ແລະ ຂອງອົງການຈັດຕັ້ງມະຫາຊົນ; ເປັນເຈົ້າການຈັດຕັ້ງເຜີຍແຜ່ ເຊື່ອມຊຶມແນວທາງນະໂຍບາຍຂອງພັກ-ລັດ ດ້ວຍການຈັດຕັ້ງປາຖະກະຖາເລົ່າມູນເຊື້ອໃນວັນສໍາຄັນຕ່າງໆ; ນອກນັ້ນ ຍັງໄດ້ພົບປະຮັບຟັງຄໍາເຫັນຂອງມະຫາຊົນ, ໃກ້ຊິດຕິດແທດກັບບັນດາກົມ, ສະມາຊິກພັກ ແລະ ພະນັກງານ-ລັດຖະກອນ. ຜ່ານການເຄື່ອນໄຫວວຽກງານດັ່ງກ່າວ ເຮັດໃຫ້ສະມາຊິກພັກ, ພະນັກ ງານ-ລັດຖະກອນ ກໍາໄດ້ມູນເຊື້ອ, ຄວາມຮັບຮູ້ດ້ານທິດສະດີສູງຂຶ້ນ, ມີຄວາມເຊື່ອໝັ້ນຕໍ່ແນວທາງນະໂຍ ບາຍຂອງພັກ-ລັດ, ເປັນເອກະພາບສູງຂຶ້ນກວ່າເກົ່າ; ມີຄວາມສະດຸ້ງໄວ ແລະ ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທຳລາຍຂອງອິທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີ; ມີຄວາມຮັບຜິດຊອບ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນ, ສະພາບແນວຄິດການກະທໍາທີ່ບໍ່ຖືກຕ້ອງຂອງສະມາຊິກພັກ-ພະນັກງານຈໍານວນໜຶ່ງມີການຫັນ ປ່ຽນດີຂຶ້ນ.
ຄະນະພັກ-ຄະນະນຳຄະນະຈັດຕັ້ງສູນກາງພັກ ຍັງໄດ້ເອົາໃຈໃສ່ຍົກສູງຄຸນທາດການເມືອງໃຫ້ພະ ນັກງານ-ສະມາຊິກພັກ ຕິດພັນກັບການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ເຊິ່ງໃນປີ 2024 ຄະນະຈັດຕັ້ງສູນກາງພັກ ໄດ້ຮັບນາມມະຍົດເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 8 ໜ່ວຍ, ມີສະມາຊິກພັກແຂງ 133 ສະຫາຍ, ຍິງ 56 ສະຫາຍ, ກາງ 8 ສະຫາຍ, ຍິງ 3 ສະຫາຍ; ໄດ້ຄົ້ນຄວ້າ ແລະ ບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ ແລະ ກໍາມະການໜ່ວຍພັກ ຈໍານວນ 12 ສະຫາຍ, ຍິງ 2 ສະຫາຍ. ຄຽງຄູ່ກັນນັ້ນ ກໍໄດ້ເປັນເຈົ້າການຕິດຕາມມະຫາຊົນກ້າວໜ້າເຂົ້າເປັນສະມາຊິກພັກໄດ້ 19 ສະ
ຫາຍ, ຍິງ 8 ສະຫາຍ; ອອກບັດໃຫ້ສະມາຊິກພັກສົມບູນ 18 ສະຫາຍ, ຍິງ 7 ສະຫາຍ; ໄດ້ນໍາໃຊ້
ໂປຣແກຣມຄຸ້ມຄອງສະມາຊິກພັກໃນການເກັບກໍາຊີວະປະຫວັດສະມາຊິກພັກ, “ທົ່ວອົງຄະນະພັກຄະນະຈັດຕັ້ງສູນກາງພັກ ມີສະມາຊິກພັກທັງໝົດ 177 ສະຫາຍ, ຍິງ 72 ສະຫາຍ; ຄະນະບໍລິຫານງານພັກ ມີ 10 ສະຫາຍ, ຍິງ 2 ສະຫາຍ; ຄະນະໜ່ວຍພັກມີ 24 ສະຫາຍ, ຍິງ 4 ສະຫາຍ. ມີພະນັກງານທັງໝົດ 189 ສະຫາຍ, ຍິງ 82 ສະຫາຍ, ໃນນີ້ ມີພະນັກງານຂັ້ນສູນກາງຄຸ້ມຄອງ 13 ສະຫາຍ, ຍິງ 4 ສະຫາຍ, ພະນັກງານຂັ້ນຮອງຫົວໜ້າກົມ 21 ສະຫາຍ, ຍິງ 6 ສະຫາຍ; ພະນັກງານຂັ້ນຫົວໜ້າພະແນກ 35 ສະ ຫາຍ, ຍິງ 16 ສະຫາຍ; ພະນັກງານຂັ້ນຮອງຫົວໜ້າພະແນກ 39 ສະຫາຍ, ຍິງ 18 ສະຫາຍ; ພະນັກ ງານວິຊາການ 81 ສະຫາຍ, ຍິງ 38 ສະຫາຍ”[4]. ພາຍຫຼັງທີ່ໂຮມກະຊວງພາຍໃນຂຶ້ນກັບຄະນະຈັດຕັ້ງສູນ
ກາງພັກ, “ປັດຈຸບັນ ໂຄງປະກອບການຈັດຕັ້ງປະກອບມີ 12 ກົມ ແລະ ທຽບເທົ່າ, ມີ 51 ພະແນກ, ມີພະ
ນັກງານ-ລັດຖະກອນທັງໝົດ 384 ສະຫາຍ”[5].
ວຽກງານກໍ່ສ້າງ-ບໍາລຸງພະນັກງານ, ໄດ້ສຳເລັດການຂຶ້ນແຜນບໍາລຸງ-ກໍ່ສ້າງພະນັກງານພາຍໃນຄະນະຈັດຕັ້ງສູນກາງພັກໄລຍະປີ2024-2026; ປີ 2024 ໄດ້ຈັດຕັ້ງບໍາລຸງຮໍ່າຮຽນທິດສະດີການເມືອງຂັ້ນຕົ້ນ 3 ເດືອນ ໃຫ້ພະນັກງານ 24 ສະຫາຍ, ຍິງ 12 ສະຫາຍ; ສົ່ງພະນັກງານໄປບຳລຸງຍົກລະດັບຢູ່ພາຍໃນ ແລະ ຕ່າງປະເທດ 22 ສະຫາຍ, ຍິງ 6 ສະຫາຍ; ໄປກໍ່ສ້າງຍົກລະດັບໄລຍະຍາວ ຢູ່ພາຍໃນ ແລະ ຕ່າງປະເທດ 7 ສະຫາຍ, ຍິງ 3 ສະຫາຍ. ນອກຈາກນັ້ນ ຍັງໄດ້ຈັດຝຶກອົບຮົມກ່ຽວກັບວຽກງານໂຄສະນາ-ປາຖະກະຖາ, ການສ້າງຄູຝຶກທີ່ດີ, ຂຽນບົດໂຄງການລົງທຶນຂອງລັດ, ຝຶກອົບຮົມລັດຖະກອນໃໝ່, ມີພະນັກງານເຂົ້າຮ່ວມ 93 ສະຫາຍ, ຍິງ 40 ສະຫາຍ.
ຜົນສຳເລັດທີ່ຍາດມາໄດ້ນັ້ນ ຍ້ອນຄະນະພັກ-ຄະນະນຳຄະນະຈັດຕັ້ງສູນກາງພັກ ມີຄວາມສາມັກຄີເປັນເອກະພາບ ຕິດພັນກັບການເຊີດຊູນໍ້າໃຈຮັກຊາດ, ເສີມຂະຫຍາຍຈິດໃຈເອກະລາດເປັນເຈົ້າຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ; ຍູ້ແຮງບົດບາດວຽກງານສຶກສາອົບຮົມການເມືອງ-ແນວຄິດ ສອດຫ້ອຍເຂົ້າທຸກຂົງເຂດວຽກງານ ເຮັດໃຫ້ຖັນແຖວພະນັກງານ-ສະມາຊິກພັກ ຢູ່ຄະນະຈັດຕັ້ງສູນກາງພັກມີຫຼັກໝັ້ນຊົນຊັ້ນກຳມະກອນໜັກແໜ້ນ, ມີທັດສະນະຫຼັກໝັ້ນຈຳແນກມິດ-ສັດຕູຢ່າງຈະແຈ້ງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ເດັດດ່ຽວໜຽວແໜ້ນເດີນຕາມຈຸດໝາຍ ແລະ ອຸດົມການສັງຄົມນິຍົມ, ມີຄວາມຕັ້ງໜ້າຮັບໃຊ້ຊາດດ້ວຍຄວາມບໍລິສຸດຊື່ສັດ, ຮັບໃຊ້ປະຊາຊົນຢ່າງສຸດໃຈ ສາມາດເວົ້າໄດ້ວ່າ: ພະນັກງານ-ສະມາຊິກພັກຂອງຄະນະຈັດຕັ້ງສູນກາງພັກຍັງຮັກສາໄດ້ຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ເປັນແບບຢ່າງ, ເປັນແວ່ນແຍງທີ່ໃສແຈ້ງ, ຕັ້ງໜ້າຝຶກຝົນຫຼໍ່ຫຼອມຕົນເອງ ເຮັດສຳເລັດໜ້າທີ່, ເປັນພະນັກງານສືບທອດທີ່ດີຂອງພັກເວົ້າລວມ, ເວົ້າສະເພາະຂອງຄະນະຈັດຕັ້ງສູນກາງພັກ.
ເຖິງຢ່າງໃດກໍຕາມ, ການຍົກສູງຄຸນທາດການເມືອງໃຫ້ພະນັກງານ-ສະມາຊິກພັກ ຢູ່ຄະນະຈັດຕັ້ງສູນກາງພັກ ຍັງມີບາງດ້ານທີ່ຕ້ອງໄດ້ເອົາໃຈໃສ່ສືບຕໍ່ແກ້ໄຂ ເປັນຕົ້ນ: ການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ສະມາຊິກພັກເຖິງວ່າໄດ້ເຮັດເປັນປົກກະຕິ ແຕ່ກໍຍັງບໍ່ທັນທົ່ວເຖິງທຸກເປົ້າໝາຍ ເຮັດໃຫ້ຄວາມຮັບຮູ້ ແລະ ເຂົ້າໃຈຕໍ່ແນວທາງແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດບໍ່ທັນໜັກແໜ້ນ ແລະ
ເລິກເຊິ່ງເທົ່າທີ່ຄວນ; ການກໍ່ສ້າງ-ຊ່ວຍເຫຼືອຕໍານິສົ່ງຂ່າວຍັງມີຄວາມຈົ່ງຈຽມກັນ ເຮັດໃຫ້ຜູ້ມີຈຸດອ່ອນຂໍ້ຂາດຕົກບົກຜ່ອງບໍ່ມີການປ່ຽນແປງໄປໃນທາງທີ່ດີຂຶ້ນ; ສະຕິຄວາມເປັນເຈົ້າການ, ຄວາມເສຍສະຫຼະຕໍ່ການຈັດຕັ້ງບໍ່ທັນສູງເທົ່າທີ່ຄວນ, ຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ວຽກງານຂອງສະມາຊິກພັກ-ພະ ນັກງານບາງສະຫາຍຍັງບໍ່ທັນສູງ, ການຄົ້ນຄວ້າ, ວິເຄາະວິໄຈບັນຫາຍັງບໍ່ລະອຽດເລິກເຊິ່ງ ເຮັດໃຫ້ປະສິດທິຜົນວຽກງານຈໍານວນໜຶ່ງບໍ່ສູງ, ຊັກຊ້າແກ່ຍາວເວລາ; ພະນັກງານ-ສະມາຊິກພັກຈໍານວນໜຶ່ງ ເກີດມີພະຍາດອາຍາສິດ ຫ່າງເຫີນຈາກມະຫາຊົນ, ສວຍໃຊ້ໜ້າທີ່ ເພື່ອສະແຫວງຫາຜົນປະໂຫຍດສ່ວນຕົວ, ຂາດລະບຽບວິໄນ, ຂາດຄວາມເປັນແບບຢ່າງ, ຫຼິ້ນກິນຟຸມເຟືອຍ, ມີແນວຄິດປະຈົບປະແຈງພັກພວກກຸ່ມກ້ອນ ແລະ ຈຸ້ມເຈື້ອເຊື້ອສາຍ.
ເພື່ອເຮັດໃຫ້ການຍົກສູງດ້ານຄຸນທາດການເມືອງໃຫ້ພະນັກງານ-ສະມາຊິກພັກ ຢູ່ຄະນະຈັດຕັ້ງສູນກາງພັກ ມີຄວາມໜັກແໜ້ນຂຶ້ນກວ່າເກົ່ານັ້ນ ຄວນສຸມໃສ່ວຽກງານ ດັ່ງນີ້:
❶ ຄະນະພັກ-ຄະນະນຳ ຕ້ອງເອົາໃຈໃສ່ຢ່າງໃກ້ຊິດຕິດແທດນໍາພາ-ຊີ້ນໍາວຽກງານການເມືອງ-ແນວຄິດເປັນວຽກກົກ, ເປັນວຽກງານແຖວໜ້າໄປກ່ອນໝູ່, ເອົາໃຈໃສ່ປັບປຸງປົວແປງຄຸນທາດການເມືອງ, ຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດຂອງພະນັກງງານ-ສະມາຊິກພັກ, ສ້າງສະຕິເຄົາລົບ ແລະ ປະຕິບັດລະບຽບວິໄນຢ່າງເຂັ້ມງວດ, ຕ້ານ ແລະ ສະກັດກັ້ນແນວຄິດເອກະຊົນ, ອາຍາສິດ, ແນວຄິດກຸ່ມກ້ອນ, ເຊື້ອສາຍ, ຫ່າງເຫີນມະຫາຊົນ, ຫຼິ້ນກິນຟຸມເຟືອຍ; ເມື່ອພົບເຫັນປະກົດການດັ່ງກ່າວຄະນະພັກ-ຄະນະນໍາຕ້ອງແກ້ໄຂຢ່າງເດັດຂາດ ແລະ ໃຫ້ທັນເຫດການ.
❷ ຕັ້ງໜ້າສຶກສາອົບຮົມວຽກງານການເມືອງ-ແນວຄິດໃຫ້ຖັນແຖວພະນັກງານ-ສະມາຊິກພັກທຸກສະ ຫາຍຢ່າງເລິກເຊິ່ງເຖິງຖອງ ແລະ ທົ່ວເຖິງ, ພ້ອມທັງຈັດຕັ້ງເປັນລະບົບຄົບຊຸດ, ມີແຜນງານ, ໂຄງການການເມືອງລະອຽດຈະແຈ້ງ, ທັງປຸກລະດົມຂົນຂວາຍມະຫາຊົນເຂົ້າຮ່ວມ ແນໃສ່ສ້າງໃຫ້ໄດ້ສະຕິຕື່ນຕົວ ແລະ ຄວາມຮູ້ດ້ານການເມືອງ ໂດຍຈັດຕັ້ງເຜີຍແຜ່, ເຊື່ອມຊຶມແນວທາງນະໂຍບາຍ, ບັນດາມະຕິ, ຄໍາສັ່ງຂອງພັກ, ກົດໝາຍ ແລະ ລະບຽບການ ຂອງລັດ, ເອກະສານສໍາຄັນຕ່າງໆ ໃຫ້ຮັບຮູ້, ໃຫ້ເຂົ້າໃຈຢ່າງໜັກ
ແໜ້ນ ແລະ ສາມາດນໍາໄປປະຕິບັດໃຫ້ເກີດປະໂຫຍດໃນພາກຕົວຈິງ ດ້ວຍຫຼາຍຮູບ, ຫຼາຍວິທີການຢ່າງມີຊີວິດຊີວາ ເພື່ອໃຫ້ເຂົ້າເຖິງແຕ່ລະກຸ່ມເປົ້າໝາຍ.
❸ ຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ ແລະ ຕິດພັນກັບການແກ້ບັນຫາຕົວຈິງທີ່ເກີດຂຶ້ນໃຫ້ທັນເວລາ ແນໃສ່ຈໍາກັດຈຸດອ່ອນ, ຂໍ້ຄົງຄ້າງຜ່ານມາຂອງໜ່ວຍພັກ, ຂອງກົມ ແລະ ພະນັກງານ-ສະມາຊິກພັກໃຫ້ຕົກໄປເທື່ອລະກ້າວ ທັງສືບຕໍ່ຍົກລະດັບທາງດ້ານທິດສະດີການເມືອງຂັ້ນຕົ້ນ, ຂັ້ນກາງໃຫ້ພະນັກງານຈໍານວນໜຶ່ງ.
❹ ເອົາໃຈໃສ່ຍົກລະດັບຄວາມຮູ້, ຄວາມສາມາດຂອງພະນັກງານ-ສະມາຊິກພັກທາງດ້ານທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມວິຫານ ເພື່ອໝູນໃຊ້ເຂົ້າໃນວຽກງານຕົວຈິງຂອງຕົນ ກໍຄືໃນພາລະກິດປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກເຮົາ, ເດີນຕາມເສັ້ນທາງກ້າວຂຶ້ນສັງຄົມນິຍົມ; ຄຽງຄູ່ກັນນັ້ນ ຕ້ອງເອົາໃຈໃສ່ບໍາລຸງ-ກໍ່ສ້າງພະນັກງານ-ສະມາຊິກພັກທາງດ້ານວິຊາສະເພາະ ວຽກງານກໍ່ສ້າງພັກ, ວຽກງານພະນັກງານ ແລະ ວຽກງານຈັດຕັ້ງໃຫ້ມີຄຸນນະພາບສູງຂຶ້ນກວ່າເກົ່າ.
❺ ເພີ່ມທະວີວຽກງານກວດກາ ດ້ວຍການສ້າງກົນໄກການກວດກາທີ່ເປັນລະບົບຄົບຊຸດ, ກວດກາພັກ, ກວດກາລັດ, ຕ້ານ ແລະ ສະກັດກັ້ນບັນດາປະກົດການຫຍໍ້ທໍ້ໃນຖັນແຖວພະນັກງານ-ສະມາຊິກພັກ, ກວດກາຕາມກົດລະບຽບພັກ, ຕາມກົດໝາຍ ແລະ ລະບຽບການຂອງລັດ; ຖືເອົາວຽກງານກວດກາສອດຫ້ອຍເຂົ້າໃນວຽກງານວິຊາສະເພາະຂອງຕົນເອງ, ເມື່ອກວດກາພົບເຫັນແລ້ວ ຕ້ອງມີມາດຕະການເດັດຂາດໃນການແກ້ໄຂ ແລະ ປັບປຸງຕາມກົດລະບຽບພັກ, ກົດໝາຍຂອງລັດ ແລະ ຮັບປະກັນໃຫ້ໄດ້ຄວາມຍຸຕິທຳ.
❻ ເອົາໃຈໃສ່ກໍ່ສ້າງ, ຄຸ້ມຄອງ, ນໍາໃຊ້ພະນັກງານໃຫ້ຖືກຕ້ອງ, ມີຄຸນນະພາບ; ສ້າງແຜນກໍານົດພະນັກງານ, ຕິດຕາມ, ກວດກາ ແລະ ປະເມີນຜົນພະນັກງານເປັນປົກກະຕິ; ຖືເອົາແຜນກໍານົດພະນັກງານເປັນພື້ນຖານໃຫ້ແກ່ການກໍ່ສ້າງ ແລະ ບໍາລຸງພະນັກງານ; ສ້າງພະນັກງານຕາມທິດຫັນເປັນໜຸ່ມເທື່ອລະກ້າວ, ຮັບປະກັນດ້ານຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທໍາປະຕິວັດ, ມີຄວາມຈົງຮັກພັກດີຕໍ່ພັກ, ມີນໍ້າໃຈຮັບໃຊ້ຊາດ, ຮັບໃຊ້ປະຊາຊົນດ້ວຍຄວາມບໍລິສຸດໃຈ, ມີຄວາມຮູ້, ຄວາມສາມາດສົມຄູ່ກັບຕໍາ
ແໜ່ງໜ້າທີ່ຮັບຜິດຊອບ, ຫັນການຄຸ້ມຄອງສະມາຊິກພັກ, ພະນັກງານ-ລັດຖະກອນໃຫ້ເປັນລະບົບ, ເອກະພາບ, ທັນສະໄໝ; ດໍາເນີນການຕີລາຄາພະນັກງານໃຫ້ເປັນປົກກະຕິ, ບົນພື້ນຖານມາດຕະຖານພະນັກງານແຕ່ລະປະເພດ ແລະ ປະສິດທິຜົນຂອງການປະຕິບັດໜ້າທີ່ວຽກງານ, ຮັບປະກັນຄວາມປອດໃສ, ທ່ຽງທໍາ ແລະ ພາວະວິໄສ; ປະຕິບັດບັນດານະໂຍບາຍຕໍ່ພະນັກງານໃຫ້ຖືກຕ້ອງຕາມແນວທາງນະໂຍບາຍຂອງພັກ-ລັດ ແລະ ເໝາະສົມກັບຄວາມສາມາດຕົວຈິງໃນແຕ່ລະໄລຍະ.
ການຍົກສູງຄຸນທາດການເມືອງຂອງຖັນແຖວພະນັກງານ-ສະມາຊິກພັກ ແຕ່ລະສະຫາຍບໍ່ແມ່ນເກີດຂຶ້ນເອງໂດຍບໍ່ເຮັດຫຍັງ, ແຕ່ມັນເກີດຂຶ້ນໄດ້ຍ້ອນຜ່ານການສຶກສາອົບຮົມການເມືອງ-ແນວຄິດ, ຜ່ານການຝຶກຝົນຫຼໍ່ຫຼອມຢ່າງລະອິດລະອ້ຽວ, ອົດທົນດ້ວຍໄລຍະເວລາອັນຍາວນານພໍສົມຄວນ, ທັງມີລັກສະນະຮອບດ້ານຂອງພະນັກງານ-ສະມາຊິກພັກຜູ້ໜຶ່ງ ເຊິ່ງໃນນີ້ປັດໄຈສຳຄັນຕັດສິນກວ່າໝູ່ໝົດແມ່ນຕ້ອງຜ່ານການບຳລຸງ-ກໍ່ສ້າງຢ່າງເປັນລະບົບຄົບຊຸດທາງດ້ານທິດສະດີ ໂດຍສະເພາະແມ່ນທິດສະດີມາກ-ເລນິນ, ແນວຄິດໄກສອນ ພົມ ວິຫານ, ແນວທາງນະໂຍບາຍຂອງພັກ, ກົດໝາຍ ແລະ ລະບຽບການຂອງລັດ ດ້ວຍການປູກຝັງຈິດສໍານຶກໄວ້ຢູ່ໃນລະບົບແນວຄິດ, ຈິດຕະສາດຂອງພະນັກງານ-ສະມາຊິກພັກ ເຮັດໃຫ້ເຂົາເຈົ້າເຫຼົ່ານັ້ນເກີດມີຈິດໃຈຮັກຊາດ, ຮັກລະບອບໃໝ່ ແລະ ຮັກບ້ານເກີດເມືອງນອນຂອງຕົນ, ມີທັດສະນະຫຼັກໝັ້ນຊົນຊັ້ນກຳມະກອນ, ມີຄວາມເດັດດ່ຽວໜຽວແໜ້ນເດີນຕາມອຸດົມການສັງຄົມນິຍົມທີ່ພັກ ແລະ ປະຊາຊົນກໍານົດຈຸດໝາຍເອົາໄວ້, ມີຈຸດຢືນທີ່ຖືກຕ້ອງ ບໍ່ງໍ້ງ່ຽງຕໍ່ສະພາບການໃດໆ, ມີແບບແຜນດໍາລົງຊີວິດທີ່ປອດໃສຂາວສະອາດ, ມີຄວາມເປັນແບບຢ່າງໃຫ້ແກ່ມະຫາຊົນ ທັງມີຄວາມເປັນເອກກະພາບຕໍ່ແນວທາງຂອງພັກ ແລະ ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ ກໍຄືຕໍ່ອະນາຄົດຂອງປະເທດຊາດຢ່າງແທ້ຈິງ./.
[1] ໄກສອນ ພົມວິຫານ, ບາງບົດຮຽນຕົ້ນຕໍຂອງການປະຕິວັດ, ສຳນັກພິມຈຳໜ່າຍ ສປປ ລາວ, ປີ 1979, ໜ້າ 301.
[2] ເອກະສານກອງປະຊຸມໃຫຍ່ ຄັ້ງທີ XI ພັກປະຊາຊົນປະຕິວັດລາວ, ປີ 2021, ໜ້າ 86.
[3] ເອກະສານກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IX ອົງຄະນະພັກຄະນະຈັດຕັ້ງສູນກາງພັກ, ປີ 2021, ໜ້າ 23.
[4] ບົດສະຫຼຸບການຊີ້ນຳ-ນຳພາວຽກງານຂອງຄະນະຈັດຕັ້ງສູນກາງພັກ ປະຈຳປີ 2024 ແລະ ທິດທາງໜ້າທີ່ ປະຈຳປີ 2025, ໜ້າ 2.
[5] ເວັບໄຊ້ ຂອງຄະນະຈັດຕັ້ງສູນກາງພັກ (www.pccob.gov.la), ລົງຂ່າວວັນທີ 19/6/2025.
ຂຽນໂດຍ: ຄຳສະໜິດ ໄຊບຸນເຮືອງ
(ວາລະສານອະລຸນໃໝ່ ສະບັບປະຈຳເດືອນກັນຍາ ປີ 2025)