ບົດບາດຂອງຄູ-ອາຈານ ກັບວຽກງານສຶກສາ

ພັກ ແລະ ລັດຖະບານ ເວລາໃດກໍໄດ້ໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ວຽກງານສຶກສາ, ຖືເອົາຄູສອນເປັນກົກໃນການຍົກສູງຄຸນນະພາບຂອງການສຶກສາ ກໍຄືການພັດທະນາຊັບພະຍາກອນມະນຸດໃນແຕ່ລະໄລຍະ; ຄູໄດ້ມີບົດບາດສໍາຄັນໃນການສ້າງອະນາຄົດໃຫ້ຄົນແຕ່ລະຮຸ່ນ ແລະ ໃນພາລະກິດສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ຈົນຖືກສັງຄົມຂະໜານນາມວ່າ: ຄູແມ່ນຄົນຂອງພັກ, ຄູແມ່ນວິສາວະກອນແຫ່ງດວງວິນຍານ, ຄູແມ່ນແມ່ພິມຂອງຊາດ, ຄູແມ່ນພໍ່ແມ່ຜູ້ທີສອງຂອງເດັກ, ຄູແມ່ນຜູ້ທີ່ມີຄວາມຮູ້ ແລະ ປະສົບການທີ່ສາມາດຖ່າຍທອດໃຫ້ແກ່ຜູ້ອື່ນ, ຄູຄືຜູ້ນໍາພາການປ່ຽນແປງໃໝ່ ແລະ ອື່ນໆ. ປະ​ທານ​ ໄກ​ສອນ ພົມ​ວິ​ຫານ ໄດ້​ໃຫ້​ທັດ​ສະ​ນະ​ວ່າ: “ຄູ ແມ່ນ​ຂອດ​ທີ່​ມີ​ລັກ​ສະ​ນະ​ຕັດ​ສິນ​ຊີ້​ຂາດ​ຂອງ​
ການ​ສຶກ​ສາ, ຄູ​ແມ່ນ​ຜູ້​ຕົ້ນ​ຕໍ​ໃນ​ການ​ນຳ​ເອົາ​ແນວ​ທາງ​ສຶກ​ສາ​ຂອງ​ພັກ​ໄປ​ປະ​ຕິ​ບັດ​ໃຫ້​ປະ​ກົດ​ເປັນ​ຈິງ, ຄູ​ແມ່ນ​ນັກ​ຮົບ​ປະ​ຕິ​ວັດ, ແມ່ນ​ພະ​ນັກ​ງານ​ຂອງ​ພັກ​ໃນ​ສະ​ໜາມ​ຮົບ​ດ້ານ​ການ​ສຶກ​ສາ, ແນວ​ທາງ​ການ​ສຶກ​ສາ​ຂອງ​ພັກ​ຈະ​ໄດ້​ຮັບ​ການ​ປະ​ຕິ​ບັດ​ດີ ຫຼື ​ບໍ່, ພາ​ລະ​ກິດ​ການ​ສຶກ​ສາ​ຈະ​ໄດ້​ຮັບ​ການ​ສ້າງ ແລະ ຂະ​ຫຍາຍ​ຄື​ແນວ​ໃດ​ນັ້ນ, ສ່ວນ​ສຳ​ຄັນ​ແມ່ນ​ຂຶ້ນ​ກັບ​ຄູ, ພ້ອມ​ກັນ​ນັ້ນ​ ຄູກໍ​ແມ່ນ​ນັກ​ຮົບ​ຜູ້​ກ້າ​ແກ່ນ​ໃນ​ການ​ຕໍ່​ສູ້​ຕ້ານ​ກັບ
ການ​ສຶກ​ສາ​ແບບ​ຂ້ອຍ​ຂ້າ, ປະ​ຕິ​ການ​ຂອງສັດຕູ”[1].

ເມື່ອທົບທວນເບິ່ງແລ້ວເຫັນວ່າ ພາລະບົດບາດ, ໜ້າທີ່ຂອງຄູແມ່ນມີຄວາມສໍາຄັນ, ໜັກໜ່ວງ ແລະ ມີຂອບເຂດກວ້າງຂວາງຫຼາຍໃນການດໍາເນີນພາລະກິດການສຶກສາຂອງພັກ ແລະ ລັດຖະບານ ກໍຄືການຈັດຕັ້ງຜັນຂະຫຍາຍແຜນພັດທະນາການສຶກສາ ແລະ ກີລາ ໃນແຕ່ລະໄລຍະ ໂດຍສະເພາະແມ່ນການປະຕິຮູບວຽກງານສຶກສາ ເພື່ອຮັບປະກັນການສະໜອງການສຶກສາທີ່ມີຄຸນນະພາບໃຫ້ແກ່ຜູ້ຮຽນຢ່າງທົ່ວເຖິງ. ​ໃນພາ​ລະ​ກິດ​ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ພັດ​ທະ​ນາ​ປະ​ເທດ​ຊາດ, ທຸກ​ການ​ເຄື່ອນ​ໄຫວ, ທຸກ​ການ​ຫັນ​ປ່ຽນ​ທີ່​ມີ​ຜົນ​ສຳ​ເລັດ ຫຼື ບໍ່​ມີ​ຜົນ​ສຳ​ເລັດ, ປະ​ເທດ​ຊາດ​ຈະ​ກ້າວ​ໜ້າ ຫຼື ຫຼ້າຫຼັງ ລ້ວນ​ແຕ່​ຂຶ້ນ​ກັບ​ປັດ​ໄຈ​ຄົນ, ເພາະ​ວ່າຄົນແມ່ນ​ກຳ​ລັງ​ດັນ, ແມ່ນ​ກຳ​ລັງ​ແຮງ​ໃນ​ການ​ຂັບ​ເຄື່ອນ​ປະ​ຕິ​ບັດ​ທຸກ​ໜ້າ​ທີ່​ວຽກ​ງານ, ສະ​ນັ້ນ ຢາກ​ສ້າງ​ຄົນ​ໃຫ້​ມີ​ຄຸນນ​ະພາບ, ມີ​ຄວາມ​ກ້າວ​ໜ້ານັ້ນ ປັດ​ໄຈ​ຕົ້ນ​ຕໍ​ແມ່ນ​ການ​ສຶກ​ສາ, ແມ່ນ​ຂະ​ບວນ​ການ​ຮຽນ-ການ​ສອນ ເຊິ່ງ​ຜູ້​ທີ່​ມີ​ບົດ​ບາດ​ສຳ​ຄັນ ແລະ ປະ​ກອບ​ສ່ວນ​ເປັນຫຼັກ​​ ເຮັດໃຫ້​ການ​ສຶກ​ສາ​ມີ​
ຄຸນ​ນະ​ພາບ, ການ​ສ້າງ​ຄົນ​ໃຫ້​ມີ​ຄວາມ​ຮູ້, ຄວາມສາ​ມາດ, ມີ​ຄຸນ​ສົມ​ບັດ​ສິນ​ທຳ​ປະ​ຕິ​ວັດ​ນັ້ນ ແມ່ນຄູ-ອາ​ຈານ. ຄູ-ອາຈານ ແລະ ຜູ້ບໍລິຫານການສຶກສາທຸກ​ຂັ້ນ ໄດ້ເອົາ​ໃຈ​ໃສ່​ຢ່າງ​ຈົດ​ຈໍ່ ແລະ ອຸທິດສະຕິປັນຍາ-ເຫື່ອແຮງຕໍ່ການປະຕິບັດໜ້າທີ່ການສອນຂອງຕົນດ້ວຍຄວາມພາກພຽນແລະ ມານະອົດທົນ ອັນໄດ້ເຮັດໃຫ້ວຽກງານພັດທະນາການສຶກສາໄດ້ຂະຫຍາຍຕົວນັບແຕ່ສູນກາງຮອດທ້ອງຖິ່ນ, ຕາໜ່າງການສຶກສາໄດ້ຂະຫຍາຍໄປທົ່ວປະເທດ, ເຂດຫ່າງໄກສອກຫຼີກທຸກແຫ່ງລ້ວນແຕ່ເຂົ້າເຖິງການຮຽນ-ການສອນ, ຄູອາຈານຫຼາຍໆຄົນໄດ້ກາຍເປັນຄູສອນດີ-ສອນເກັ່ງ, ກາຍເປັນຄູຊ່ຽວຊານ, ຄູປະສົບການ, ຄູຊໍານານງານ, ຜູ້ຊ່ວຍອາຈານ, ອາຈານ, ຮອງສາດສະດາຈານ ແລະ ສາດສະດາຈານ ທັງມີສະຖານະພາບ ແລະ ມີບົດບາດສູງຂຶ້ນໃນສັງຄົມ.

​​ໂດຍ​ເຫັນ​ໄດ້​ຄວາມ​ສຳ​ຄັນ​ຂອງວຽກ​ງານ​ສຶກ​ສາ, ໃນ​ໄລ​ຍະ​ຜ່ານ​ມາ ​ພັກ-ລັດຖະບານ ​ໄດ້​ເອົາ​​ໃຈ​ໃສ່​ສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ການ​ພັດທະນາ ​ແລະ ຍົກ​ລະດັບ​ຄູ​ສອນ​ໃຫ້​ມີ​ຄຸນ​ນະ​ພາບ​ ໂດຍ​ການ​ຈັດ​ສັນ​ງົບ​ປະ​ມານ​ເຂົ້າ​ໃສ່​ວຽກ​ງານ​ສຶກ​ສາ ແລະ ສະ​ໜອງ​ໂຕເລກ​ລັດ​ຖະ​ກອນ​ໃຫ້​ຂະ​ແໜງ​ສຶກ​ສາຫຼາຍ​ພໍ​ສົມຄວນ; ໄດ້​ກຳ​ນົດ​ວຽກ​ງານ​ພັດ​ທະ​ນາ​ຄູ​ເຂົ້າ​ໃນ​ກອງ​ປະ​ຊຸມ​ໃຫຍ່​ຂອງ​ພັກ ຕົ້ນ​ຕໍ​ແມ່ນ “…ສຸມ​
ສ້າງ​ຖັນ​ແຖວ​ຄູ​ອາ​ຈານ​ທີ່​ໄດ້​ມາດ​ຕະ​ຖານ​ດ້ານ​ວິ​ຊາ​ການ ແລະ ຈັນ​ຍາ​ບັນ ເພື່ອ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ໃນ​ລະ​ບົບ​ການ​ສຶກ​ສາ​ທຸກ​ລະ​ດັບ ແລະ ຮັບ​ປະ​ກັນ​ໃຫ້​ຄົນ​ລາວ​ມີ​ລະ​ດັບ​ການ​ສຶກ​ສາ​ພື້​ນ​ຖານ​ທີ່​ມີ​ຄຸນ​ນະ​ພາບ…”[2]; ພ້ອມ​ກັນນັ້ນ ກໍໄດ້​ອອກນິຕິ​ກຳ​ຕ່າງໆ ເພື່ອ​ເປັນ​ບ່ອນ​ອີງ​ໃນ​ການ​ພັດ​ທະ​ນາ​ຄູ, ​ໃນ​ນັ້ນ ​ໄດ້​ອອກ​ມະ​ຕິ​ຕົກ​ລົງ​​ກ່ຽວ​ກັບນະ​ໂຍ​ບາຍ ແລະ ມາດ​ຕະ​ການ​ແກ້​ໄຂບັນ​ຫາ​ຂາດ​ແຄນ​ຄູ​ສອນ, ການ​ປະ​ລະ​ການ​
ຮຽນ ​ແລະ ການ​ສົ່ງ​ເສີມ​ເຂົ້າ​ຮຽນ​ວິ​ຊາ​ຊີບ ເລກທີ 09/ລບ, ລົງ​ວັນ​ທີ 17 ກໍ​ລະ​ກົດ 2023; ດຳລັດ​​ວ່າ​ດ້ວຍລັດຖະກອນ​ຄູ ເລກທີ 202/ລບ, ລົງວັນ​ທີ 12 ພຶດ​ສະ​ພາ 2023, ຂໍ້​ຕົກ​ລົງ​ວ່າ​ດ້ວຍ​ການ​ພັດ​ທະ​ນາ​ວິ​ຊາ​ຊີບ​ຄູ​ແບບ​ຕໍ່​ເນື່ອງ ເລກ​ທີ 3342/ສ​ສກ ລົງ​ວັນທີ 19 ກໍ​ລະ​ກົດ 2022 ​ແລະ ໄດ້​ກຳ​ນົດ​ມາດ​ຕະ​ຖານ​ຂອງ​ຄູ​ໄວ້​ໃນກົດໝາຍ​ວ່າ​ດ້ວຍ​ການ​ສຶກສາ (ສະບັບ​ປັບປຸງ) ​​ຄື: “ຄູ ຕ້ອງ​ມີ​ມາດ​ຕະ​ຖານ ດັ່ງ​ນີ້: ມີຫຼັກ​ໝັ້ນ, ທັດ​ສະ​ນະ​ການ​ເມືອງ​ຖືກ​ຕ້ອງ, ຮັກ ແລະ ປົກ​ປ້ອງ​ລະ​ບອບປະ​ຊາ​ທິ​ປະ​ໄຕ​ປະ​ຊາ​ຊົນ; ມີ​ຈັນ​ຍາ​ບັນ​ຂອງ​ຄູ ແລະ ມີ​ຄຸນ​ສົມ​ບັດ​ສິນ​ທຳ​ປະ​ຕິ​ວັດ; ມີ​ຄວາມ​ຮູ້, ຄວາມ​ສາ​ມາດ, ວິ​ຊາ​ສະ​ເພາະ​ໃນ​ການ​ສອນ​ຢູ່​ຊັ້ນ​ຮຽນ​ຕາມ​ມາດ​ຕະ​ຖານ​ຂອງ​ກະ​ຊວງ​ສຶກ​ສາທິ​ການ ແລະ ກີ​ລາ; ມີ​ປະ​ກາ​ສະ​ນີ​ຍະ​ບັດ ຫຼື ໃບ​ຢັ້ງຢືນ​ວິ​ຊາ​ຄູ ແລະ​ ໃບ​ອະ​ນຸ​ຍາດ​ການ​ສອນ; ມີ​ຄວາມດຸ​ໝັ່ນ​ຊອກ​ຮຽນ​ຮູ້ ແລະ ພັ​ດ​ທະ​ນາ​ຕົນ​ເອງ​ຢູ່​ເລື້ອຍໆ; ມີ​ສຸ​ຂະ​ພາບ​ດີ”[3].​ ປະ​ທານ ​ໄກສອນ ພົມ​ວິ​ຫານ ໄດ້​ໃຫ້​ທັດ​ສະ​ນະ​ເນັ້ນ​ໜັກ​ຕໍ່​ການພັດ​ທະ​ນາ, ບຳ​ລຸງ-ກໍ່​ສ້າງ​ຄູ ວ່າ: “ເພີ່ມ​ທະ​ວີ​ຖັນ​ແຖວ​ຄູ ດ້ວຍ​ວິ​ທີ​ສ້າງ​ຢູ່​ພາຍ​ໃນ ແລະ ຕ່າງປະ​ເທດ ເພື່ອ​ຮັບ​ປະ​ກັນ​ຄຸນ​ນະ​ພາບ​ຂອງ​ການ​ສຶກ​ສາ, ຄູ​ທຸກໆ​ຄົນ​ຕ້ອງ​ໄດ້​ຮັບ​ການ​ບຳ​ລຸງ​ໃນທຸກ​ດ້ານ​ຢ່າງ​ເປັນ​ປະ​ຈຳ ເພື່ອ​ຍົກ​ລະ​ດັບ​ຂອງ​ເຂົາ​ໃຫ້​ສູງ​ຂຶ້ນ​ຢ່າງບໍ່​ຢຸດຢັ້ງ. ພ້ອມ​ກັນ​ນັ້ນ ພັກ ແລະ ລັດ ຈະ​ຕ້ອງ​ເພີ່ມ​ເຕີມ​ບັນ​ດາ​ລະ​ບອບ​ການ, ນະ​ໂຍ​ບາຍ​ອັນ​ລະ​ອຽດ ແລະ   ເໝາະ​ສົມ​ຕໍ່​ຄູ; ຂະແໜງ​ການ​ຕ່າງໆ ແລະ ຂັ້ນ​ຕ່າງໆ ຕ້ອງ​ປະ​ຕິ​ບັດ​ບັນ​ດາ​ລະ​ບອບ​ການ, ນະ​ໂຍ​ບາຍ​ຢ່າງ​ສຸດ​ຂັ້ນ​ສຸດ​ຂີດ ເພື່ອ​ຮັບ​ປະ​ກັນ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່​ທາງ​ດ້ານ​ວັດ​ຖຸ ແລະ ຈິດ​ໃຈ​ຂອງ​ຄູ ເປັນ​ຕົ້ົ້ນ​ແມ່ນ​
ຄູ​ທີ່​ເຮັດ​ໜ້າ​ທີ່​ສິດ​ສອນ​ຢູ່​ເຂດ​ຊົນ​ເຜົ່າ, ເຂດ​ຫ່າງໄກ​ສອກຫຼີກ”[4].

ເພື່ອຍົກສູງບົດບາດຄູຕໍ່ກັບວຽກງານສຶກສາ ກໍຄືການພັດທະນາຄູໃຫ້ໄດ້ມາດຕະຖານ ສາມາດຕອບສະໜອງການສຶກສາທີ່ມີຄຸນນະພາບໃຫ້ແກ່ຜູ້ຮຽນຢ່າງທົ່ວເຖິງ, ຄະ​ນະ​ພັກ-ຄະ​ນະນຳກະ​ຊວງ​ສຶກ​ສາ​ທິ​ການ ແລະ ກີ​ລາ ໄດ້ເອົາໃຈ​ໃສ່​​​ໃນ​ການ​​ວາງວິ​ໄສ​ທັດ, ຍຸດ​ທະ​ສາດ​ໃນ​ການ​ພັດ​ທະ​ນາ​ວຽກ​ງານ​ສຶກ​ສາ ແລະ ກີ​ລາ, ໃນນັ້ນ ​ໄດ້​ສ້າງ​ແຜນ​ຍຸດ​ທະ​ສາດ​ໃນການພັດ​ທະນາ​ຄູ​ທຸກ​ສາຍ, ທຸກ​ລະດັບໃນ​ແຕ່ລະ​ໄລຍະ​ໃຫ້​ມີ​
ຄວາມ​ສອດຄ່ອງ​ກັບ​ຫຼັກສູດ​​ທີ່​ປັບປຸງ​ໃໝ່; ໄດ້ຂຶ້ນ​ແຜນ​ຄວາມ​ຕ້ອງ​ການ​ຄູ, ແຜນ​ບຳ​ລຸງ-ກໍ່​ສ້າງ, ການບັນ​ຈຸສັບ​ຊ້ອນ​ຄູໃຫ້​ສອດ​ຄ່ອງ​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງວຽກ​ງານ​ຕົວ​ຈິງ​​; ປັບ​ປຸງ​ແຜນການ​ຝຶກ​ງານ​ຂອງ​ຄູ​ໃໝ່, ດຳ​ເນີ​ນການ​ສຳຫຼວດ​ລັດ​ຖະ​ກອນ​ຄູ ແລະ ບໍ​ລິ​ຫານ ​ເພື່ອ​ແນ​ໃສ່​ແກ້​ໄຂ​ສະ​ພາບ​ບັນ​ຫາ​ຄູ​ເຫຼືອ-ຄູບໍ່​ພໍ, ຄູ​ອາ​ສາ​ສະ​ໝັກ ແລ​ະ ​ບັນຫາ​ຂາດ​ແຄນ​ຄູ​ສອນຢູ່​ແຕ່ລະ​ທ້ອງ​ຖິ່ນ​ຮາກ​ຖານ ຕົ້ນຕໍ​ແມ່ນ​ສຸ​ມ​ໃສ່​
ເພີ່ມປະລິມານ​ການ​ສ້າງ​ຄູ​ອະນຸບານ, ສ້າງ​ຄູ​ປະຖົມ ​ແລະ ຄູ​ມັດທະຍົມ​ໃນ​ສາຍ​ວິຊາ​ທີ່​ຂາດ​ແຄນຄູ ດ້ວຍ​ການ​ສົ່ງ​ຄູ​ປະຈໍາການ​ໄປ​ຍົກ​ລະ​ດັບໃນລະບົບ​ຕໍ່​ເນື່ອງ​ພັກ​ແລ້ງໄລ​ຍະ​ສິ້ນ​ປີ​ຮຽນ ແລະ ຄັດ​ເລືອກນັກຮຽນທີ່​ຮຽນ​ຈົບ​ໃໝ່ໄປ​ຮຽນ​ຕໍ່​ສາຍ​ສຶກ​ສາ​ຄູໃນລະບົບ​ປົກກະຕິ​ຢູ່​ສະ​ຖາ​ບັນ​ສ້າງ​ຄູ​ໃນ​ທົ່ວ​ປະ​ເທດ ເພື່ອ​ເຮັດ​ໃຫ້​ຄູ​ໄດ້​ມີ​ໂອ​ກາດໄປ​ຍົກ​ລະ​ດັບ​ວຸດ​ທິ​ການ​ສຶກ​ສາ​ຂອງ​ຕົນ​ນັບ​ມື້​ສູງ​ຂຶ້ນ; ພັດທະນາ​ວິຊາ​ຊີບ​ຄູ​ແບບ​ຕໍ່​ເນື່ອງ​ທັງ​ໄລຍະ​ສັ້ນ ​ແລະ ​ໄລຍະ​ຍາວ; ໄດ້ປັບປຸງຫຼັກສູດການສ້າງຄູ  ເພື່ອໃຫ້ສອດຄ່ອງກັບຫັກສູດສາມັນສຶກສາ, ປັບປຸງລະບົບການສຶກສານິເທດ ແລະ ພັດທະນາມາດຕະຖານສະມັດຖະພາບດ້ານໄອຊີທີຂອງຄູໃນ ສປປ ລາວ; ໄດ້ຍາດແຍ່ງການຊ່ວຍເຫຼືອຈາກຄູ່ຮ່ວມພັດທະນາ ເພື່ອມາສ້າງໂຮງຮຽນສາທິດຈໍານວນ 8 ແຫ່ງໃນທົ່ວປະເທດ ແລະ ສືບຕໍ່ສົ່ງເສີມໃຫ້ສະຖາບັນສ້າງຄູເຮັດໜ້າທີ່ໃນການກໍ່ສ້າງຄູ, ຍົກລະດັບຄູ, ລວມທັງການຈັດຝຶກອົບຮົມໃຫ້ແກ່ຄູປະຈໍາການ ແລະ ອໍານວຍການໂຮງຮຽນ; ໄດ້ປັບປຸງ-ສ້າງນິຕິກໍາ ແລະ ຄູ່ມື
ທີ່ກ່ຽວຂ້ອງກັບວຽກງານການພັດທະນາວິຊາຊີບຄູ ລວມທັງວຽກງານການສຶກສາຄູ.  ຄຽງ​ຄູ່​ກັນ​ນັ້ນ ກໍໄດ້ເອົາ​ໃຈ​ໃສ່​ໃນ​ການ​ພັດ​ທະ​ນາ ແລະ ຍົກ​ລະ​ດັບ​ຄູ​ສອນ ດ້ວຍການ​​​​ຈັດ​ຝຶກ​ອົບ​ຮົມ​ໃນ​ຫົວ​ຂໍ້​ຕ່າງໆ ເປັນ​ຕົ້ນ​ແມ່ນ​ຝຶກ​ອົບ​ຮົມ​ການ​ນຳ​ໃຊ້ຫຼັກ​ສູດ ແລະ ປຶ້ມ​ແບບ​ຮຽນ​ໃໝ່, ​ຈັດຝຶກ​ອົບຮົມ​ການ​ສອນ​ພາ​ສາ​ລາວ, ຝຶກ​ອົບ​ ຮົ​ມ​ໃຫ້​ແກ່​ຄູ​ສອນ​ຫ້ອງ​ຄວບ, ຄູ​ກາ​ນສຶກ​ສາ​ຮຽນ​ຮ່ວມ, ຄູ​ປະຈຳ​ການ ເພື່ອ​​ແນ​ໃສ່ພັດ​ທະ​ນາ​ວິ​ຊາ​ຊີບ​ຄູ​ແບບ​​ຕໍ່
ເນື່ອງ ໂດຍ​ຜ່ານ​ວິ​ທີ​ການ​ຝຶກ​ອົບ​ຮົມ​ທີ່​ເນັ້ນ​ໂຮງ​ຮຽນ ແລະ ກຸ່ມ​ໂຮງ​ຮຽນ​ເປັນຫຼັກ; ຝຶກ​ອົບ​ຮົມ​ຄູ​ອະ​ນຸ​ບານ​ໃນ​ການ​ນຳ​ໃຊ້​ສື່​ການ​ສອນ, ການ​ຜະລິດ​ອຸ​ປະ​ກອນ​ການ​ສອນ; ຝຶກ​ອົບ​ຮົມ​ຄູ​ມັດ​ທະ​ຍົມ​ສຶກ​ສາ​ກ່ຽວ​ກັບ​ວິ​ທີ​ການ​ແຕ່ງ​ບົດ​ສອນ, ວິ​ທີ​ການ​ສອນ, ການ​ນຳ​ໃຊ້​ສື່ ແລະ ອຸ​ປະ​ກອນ​ການ​ທົດ​ລອງ​; ຝຶກ​ອົບ​ຮົມ​ຄູ​ການ​ສຶກ​ສາ​ນອກ​ໂຮງ​ຮຽນ​ກ່ຽວ​ກັບ​ການ​ສອນ​ຜູ້​ໃຫຍ່ ແລະ ວິ​ຊາ​ຊີບຂັ້ນ​ພື້ນ​ຖານ; ຝຶກ​ອົບ​ຮົມ​ຄູ​ໃນ​ສະ​ຖານ​ອາ​ຊີ​ວະ
​ສຶກ​ສາ​ທາງ​ດ້ານ​ວິ​ຊາ​ການ, ວິ​ຊາ​ສະ​ເພາະ ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ; ​ຝຶກ​ອົບ​ຮົມ​ຄູ​ຝຶກ​ກີ​ລາ-ກາ​​ຍະ​ກຳ ເພື່ອ​ສຸ​ຂະ​ພາບ ແລະ ກີ​ລາ​ຄົນ​ພິ​ການ; ຝຶກ​ອົບ​ຮົມ​ຜູ້​ບໍ​ລິ​ຫານ, ວິ​ຊາ​ການ, ຄູ​ຝຶກ, ກຳ​ມະ​ການ​ຕັດ​ສິນ​ໃນ​ລະ​ດັບ​ຕ່າງໆ ຮ່ວມ​ກັບ​ສະ​ຫະ​ພັນ​ກີ​ລາ​ແຫ່ງ​ຊາດ ແລະ ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ແຫ່ງ​ຊາດ​ລາວ ຕົ້ນ​ຕໍ​ແມ່ນ​ຫົວຂໍ້ຫຼັກ​ສູດ​ວິ​ທະ​ຍາ​ສາດ​ການ​ກີ​ລາ, ການ​ບໍ​ລິ​ຫານຫຼັກ​ສູດ​ໂຮງ​ຮຽນ​ພອນ​ສະ​ຫວັນ​ກີ​ລາ-ກາ​ຍະ​ກຳ,
ມາດ​ຕະ​ຖານ​ການ​ບໍ​ລິ​ຫານ​ຈັດ​ການ​ກີ​ລາ ​ເພື່ອ​ຄວາມ​ເປັນ​ເລີດ, ການ​ບໍ​ລິ​ຫານ​ຈັດ​ການ​ສູນ​ຝຶກ​ກີ​ລາ​ລະ​ດັບ​ຊາດ, ອະ​ນຸ​ພາກ​ພື້ນ ແລະ ພາກ​ພື້ນ. ສິ່ງສໍາຄັນ ເພື່ອເປັນການແກ້ໄຂບັນຫາຂາດແຄນຄູສອນ ໃນກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8 ສະໄໝທີ XI ໄດ້ກຳນົດວ່າ: “ແກ້ໄຂບັນຫາຄູອາສາ ແລະ ການຂາດແຄນຄູສອນຢູ່ຊົນນະບົດ, ຢູ່ຮາກຖານບ້ານ; ຄູອາສາທີ່ໄປສິດສອນໃນເຂດທຸລະກັນດານ,ຫຍຸ້ງຍາກ ຄວນໄດ້ບັນຈຸສັບຊ້ອນເຂົ້າເປັນລັດຖະກອນຄູເປັນກໍລະນີສະເພາະ ແລະ ຕ້ອງຮັບປະກັນການດຳລົງຊີວິດໃນໄລຍະປະຕິບັດໜ້າທີ່, ໃນສະເພາະໜ້າໃຫ້ສຸມໃສ່ປະຕິບັດນະໂຍບາຍອຸດໜູນຄູອາສາຕາມມະຕິ 09/ລບ ໃຫ້ຖືກຕ້ອງ ແລະ ທັນເວລາ; ປະຕິບັດນໍາໃຊ້ຄູຈາກຫຼາຍພາກສ່ວນ ໂດຍສະເພາະເອົາທະຫານ, ຕໍາຫຼວດໄປເປັນຄູ ໂດຍການຝຶກອົບຮົມວິຊາຄູໃຫ້ເຂົາເຈົ້າຄັກແນ່ ຫຼື ເອົາຄູອາສາເຂົ້າເປັນທະ
ຫານ, ເປັນຕໍາຫຼວດ ຕິດພັນກັບການເຮັດວຽກງານກໍ່ສ້າງຮາກຖານການເມືອງໄປຄຽງຄູ່ກັນ”[5]. ກະຊວງສຶກສາທິການ ແລະ ກີລາ ກໍໄດ້ອອກຄໍາແນະນໍາວ່າດ້ວຍການບັນຈຸຄູອາສາສະໝັກເຂົ້າເປັນລັດຖະກອນປ້ອງກັນຊາດ ແລະ ເປັນຄູສອນຢູ່ເຂດຫ່າງໄກສອກຫຼີກ ເລກທີ 1480/ສສກ, ລົງວັນທີ 29 ກໍລະກົດ 2025, ໃນນີ້ໄດ້ກຳນົດບັນດາເງື່ອນໄຂມາດຖານ, ຂັ້ນຕອນໃນການຈັດຕັ້ງປະຕິບັດ ເຊິ່ງປັດຈຸບັນແມ່ນພວມ
ຈັດຕັ້ງປະຕິບັດຢູ່ໃນຂອບເຂດທົ່ວປະເທດ.

ບົນພື້ນຖານນັ້ນ, ເພື່ອຮອງຮັບໃຫ້ແກ່ການຂະຫຍາຍການສຶກສາສາຍສາມັນ ແລະ ສະໜອງຄູທົດແທນຄູທີ່ສູນເສຍໃນຮູບແບບຕ່າງໆ “ໃນໄລຍະ 5 ປີຜ່ານມາ ໄດ້ມີການກໍ່ສ້າງຄູໃໝ່ ຈໍານວນ 4.350 ຄົນ, ໃນນັ້ນ ມີຄູການສຶກສາກ່ອນໄວຮຽນ ຈໍານວນ 1.155 ຄົນ, ຄູປະຖົມສຶກສາ ຈໍານວນ 955 ຄົນ ແລະ ຄູມັດທະຍົມສຶກສາ ຈໍານວນ 2.240 ຄົນ. ໃນຂະນະທີ່ນັກຮຽນຄູທີ່ຈົບອອກໄປ ຈໍານວນ 5.080 ຄົນ ປະ ກອບດ້ວຍນັກຮຽນຄູສອນການສຶກສາກອ່ນໄວຮຽນ ຈໍານວນ 1.551 ຄົນ, ນັກຮຽນຄູປະຖົມສຶກສາຈໍາ
ນວນ 1.444 ຄົນ ແລະ ນັກຮຽນຄູຊັ້ນມັດທະຍົມສຶກສາ ຈໍານວນ 2.085 ຄົນ”[6]; ຈໍານວນຄູສອນໃນຊັ້ນການສຶກສາກ່ອນໄວຮຽນ, ຊັ້ນປະຖົມສຶກສາ ແລະ ມັດທະຍົມສຶກສາ ຫຼາຍກວ່າ 20% ໄດ້ຮັບການຝຶກອົບ ຮົມແຕ່ລະປີ.

ເຖິງ​ຢ່າງ​ໃດ​ກໍ​ຕາມ, ການຍົກສູງບົດບາດຄູສອນ ກໍຄືການບຳລຸງ-ກໍ່ສ້າງຄູໃນ​ໄລ​ຍະ​ຜ່ານມາ ເມື່ອ​ທຽບ​ໃສ່​ກັບ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການຕົວຈິງແລ້ວ​ເຫັນ​ວ່າຍັງ​ມີ​ຂໍ້​ຄົງ​ຄ້າງ ແລະ ສິ່ງ​ທ້າ​ທາຍ​ຈໍານວນ​ໜຶ່ງທີ່​​ຕ້ອງ​ໄດ້​ເອົາ​ໃຈ​ໃສ່ປັບປຸງ​ແກ້​ໄຂ ​ເປັນ​ຕົ້ນ​ແມ່ນ​​ບັນ​ຫາ​ຂາດ​ແຄນ​ຄູ​ສອນ, ເຖິງວ່າຈະມີນັກຮຽນຄູທີ່ຮຽນຈົບເປັນຈໍານວນຫຼວງຫຼາຍ ແຕ່ນັກຮຽນຄູດັ່ງກ່າວ ທີ່ໄດ້ຮັບບັນຈຸເຂົ້າເປັນລັດຖະກອນຄູ ແມ່ນມີຈໍານວນໜ້ອຍ, ເນື່ອງຈາກຕົວເລກລັດຖະກອນຄູໃໝ່ທີ່ໄດ້ຮັບອະນຸມັດໃນແຕ່ລະປີມີຈໍາກັດ, ອັນເປັນສາເຫດເຮັດໃຫ້ຈໍານວນຜູ້ສະໝັກເຂົ້າຮຽນໃນສະຖາບັນສ້າງຄູໃນແຕ່ລະປີແມ່ນຫຼຸດລົງຢ່າງຕໍ່ເນື່ອງ. ຄຸນ​ນະ​ພາບ​ການ​ສອນ​ຂອງ​ຄູ​ຈໍານວນ​ໜຶ່ງບໍ່​ບັນລຸ​ຕາມເກນ​ມາດ​ຕະ​ຖານ; ການ​ສ້າງ​ແຜນ​​ຄວາມຕ້ອງ​ການ​ຄູ, ແຜນກໍ່​ສ້າງ​ຄູຍັງ​ບໍ່​ທັນ​ສອດ​ຄ່ອງກັບ​ຄວາມ​ຕ້ອງ​ການ​ຕົວ​ຈິງ​ໃນ​ແຕ່​ລະ​ຊັ້ນ, ແຕ່ລະ​ສາຍຮຽນ, ​ຍັງ​ບໍ່​ທັນ​ສຸມ​ໃສ່​ວິ​ຊາ​ທີ່​ຂາດແຄນ​ຄູ; ການ​ພັດ​ທະ​ນາ​ວິ​ຊາ​ຊີບ​ຄູ​ແບບ​ຕໍ່​ເນື່ອງ​ຍັງບໍ່ທັນ​ໄດ້​ອີງ​ໃສ່​ຄວາມ​ຕ້ອງ​ການ​ຝຶກ​ອົບ​ຮົມ​ຂອງ​ຄູ​ທີ່​ແທ້​ຈິງ; ການ​ບັນ​ຈຸ​ສັບ​ຊ້ອນ ແລະ ຈັດ​ສັນ​ຄູຍັງ​ຈັດ​ຕັ້ງ​ປະ​ຕິ​ບັດ​ບໍ່​ທັນ​ໄດ້​ດີ​ເທົ່າ​ທີ່​ຄວນ, ເຮັດໃຫ້​ເກີດ​ມີ​ບັນ​ຫາ​ຄູ​ເຫຼືອ, ຄູບໍ່​ພໍ (ເປັນພະຍາດຊຳເຮື້ອແກ່ຍາວ) ໃນ​ຕົວ​ເມື​ອງ​ສ່ວນຫຼາຍ​ແມ່ນ​ມີ​ຄູ​ເຫຼືອ, ແຕ່​ຢູ່​ຊົນ​ນະ​ບົດ​​ເຂດຫ່າງ​ໄກ​ສອກຫຼີກ
ຊໍ້າ​ພັດ​ບໍ່​ມີ​ຄູ​ພຽງ​ພໍ; ຄູ-ອາ​ຈານ​ຈຳ​ນວນ​ໜຶ່ງ​ຂາດນໍ້າ​ໃຈ​ບຸກ​ບືນ, ບໍ່​ທັນ​ເອົາ​ໃຈ​ໃສ່​ໃນ​ການ​ຝຶກ​ຝົນຫຼໍ່ຫຼອມ​ພັດ​ທະ​ນາ​ຕົນ​ເອງ ເຮັດ​ໃຫ້​ຄວາມ​ຮັບ​ຜິດ​ຊອບ, ຈັນ​ຍາ​ບັນ ແລະ ຄຸນ​ນະ​ພາບ​ຂອງ​ການ​ສອນບໍ່​ສູງ​ເທົ່າ​ທີ່​ຄວນ; ການ​ຝຶກ​ອົບ​ຮົມ​ຄູ​ທາງ​ດ້ານ​ວິ​ຊາ​ສະ​ເພາະ​ຍັງ​ເຮັດ​ບໍ່​ທັນ​ທົ່ວ​ເຖິງ, ບໍ່​ປົກ​ກະ​ຕິ ແລະ ຕໍ່​ເນື່ອງ; ການ​ຄຸ້ມ​ຄອງ, ບໍ​ລິ​ຫານ​ໂຮງ​ຮຽນ​ຂອງ​ຜູ້​ບໍ​ລິ​ຫານ​ໂຮງ​ຮຽນຈໍາ​ນວນ​ໜຶ່ງບໍ່​ມີ​ຄວາມ​ເຂັ້ມ​ແຂງ ແລະ ຂາດ​ປະ​ສົບ​ການ; ສະ​ພາບ​ຊີ​ວິດ​ການ​ເປັນ​ຢູ່ ກໍ​ຄື​ເງື່ອນ​ໄຂ​ໃນ​ການປະ​ຕິ​ບັດ​ໜ້າ​ທີ່​ວຽກ​ງານ​ຂອງ​ຄູ-ອາ​ຈານ ແລະ ຜູ້​ບໍ​ລິ​ຫານ​ການ​ສຶກ​ສາຍັງ​ມີຄວາມ​ຫຍຸ້ງ​ຍາກ, ນະ​ໂຍ​ບາຍ​ສະ​ໜອງ​ຕໍ່​ຄູ-ອາ​ຈານ ໂດຍ​ສະ​ເພາະ​ຜູ້​ທີ່​ໄປ​ປະຕິບັດ​ໜ້າ​ທີ່​ສິດສອນ​ຢູ່​ຊົນນະບົດ, ​ເຂດ​ຫ່າງ​ໄກ​ສອກຫຼີກ​ຍັງບໍ່​ທັນ​ເໝາະ​ສົມກັບສະພາບເງື່ອນໄຂຕົວຈິງ.

​ເພື່ອ​ສືບ​ຕໍ່ຍົກສູງບາດບາດຂອງຄູ ກໍຄືການພັດທະນາ, ຍົກ​ລະ​ດັບຄຸນ​ນະ​ພາບ​ການສອນຂອງຄູ​ໃຫ້ໄດ້ມາດຕະຖານດ້ານວິຊາການ, ພັກ-ລັດຖະບານ​ ກໍ​ຄືກະຊວງ​ສຶກສາ​ທິການ ​ແລະ ກີລາ​ໄດ້​ວາງທິດ​ທາງ, ​ວຽກ​ງານ​ຈຸດສຸມ ​ໂດຍ​ສຸມ​ໃສ່ສ້າງ​ແຜນ​ຄວາມ​ຕ້ອງ​ການ​ຄູ, ແຜນກໍ່​ສ້າງ​ຄູ​ທຸກ​ຊັ້ນ, ທຸກ​ສາຍ​ໃນ​ແຕ່​ລະ​ທ້ອງ​
ຖິ່ນ​ໃຫ້​ສອດ​ຄ່ອງ​ກັບ​ແຜນ​ຄວາມ​ຕ້ອງ​ການ​ຕົ​ວຈິງ; ສົ່ງເສີມໃຫ້ບັນດາວິທະຍາໄລຄູ  ເຮັດໜ້າທີ່ໃນການກໍ່ ສ້າງຄູ, ຝຶກອົບຮົມຄູປະຈໍາການ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ໂຮງຮຽນສາທິດໃນວິທະຍາໄລຄູ ເພື່ອເປີດໂອກາດຝຶກການຮຽນ-ການສອນ ແລະ ຖອດຖອນບົດຮຽນພາຍໃນຫ້ອງຮຽນ ສໍາລັບນັກສຶກສາພາຍໃນວິທະຍາໄລຄູ; ສືບຕໍ່ກໍານົດເງື່ອນໄຂ ແລະ ມາດຕະຖານນັກສຶກສາທີ່ຈະເຂົ້າຮຽນໃນສາຍສ້າງຄູ, ພ້ອມທັງ
ຄັດເລືອກ ແລະ ສະໜອງທຶນການສຶກສາທີ່ເໝາະສົມສໍາລັບຜູ້ທີ່ເຂົ້າຮຽນຄູ; ຄົ້ນຄວ້າສ້າງນິຕິກໍາ ເພື່ອຮັບປະກັນໃຫ້ນັກສຶກສາຄູທີ່ຮຽນຈົບ ສາມາດໄດ້ຮັບການບັນຈຸເປັນລັດຖະກອນຄູ; ພັດທະນາຫຼັກສູດ AI ເຂົ້າໃນຫຼັກສູດການກໍ່ສ້າງ ແລະ ຫຼັກສູດການຝຶກອົບຮົມຄູປະຈໍາການ; ສ້າງຖານຂໍ້ມູນ ຫຼື Platform ສໍາລັບການຮຽນຮູ້, ການຝຶກອົບຮົມຄູ, ການຕິດຕາມການປະຕິບັດໜ້າທີ່ຂອງຄູ, ລວມທັງການເກັບໜ່ວຍກິດການຝຶກອົບຮົມຄູ. ເມື່ອຮອດປີ 2030 ສູ້ຊົນເຮັດໃຫ້ ອັດຕາຄູປະຈໍາການ ແລະ ຜູ້ເຮັດວຽກສຶກສາ
ນິເທດທຸກຊັ້ນ ໄດ້ຮັບການພັດທະນາວິຊາຊີບແບບຕໍ່ເນື່ອງ ສະເລ່ຍ 20% ຕໍ່ປີ.

​​ເພື່ອເຮັດໃຫ້ທິດທາງແຜນການພັດທະນາ, ຍົກລະດັບຄູ ກໍຄືການຍົກສູງຖານະບົດບາດຂອງຄູ-ອາຈານຕໍ່ກັບວຽກງານສຶກສາ ໄດ້ຮັບການຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ ຄວນເອົາໃຈໃສ່ບາງດ້ານ ດັ່ງນີ້:

ໜຶ່ງ: ເພີ່ມທະວີການນໍາພາ-ຊີ້ນໍາຂອງຄະນະພັກ, ຄະນະນໍາທຸກຂັ້ນຂອງຂະແໜງສຶກສາ ຢ່າງໃກ້ ຊິດຕິດແທດໃນການຈັດຕັ້ງປະຕິບັດທິດທາງແຜນການພັດທະນາວຽກງານສຶກສາ, ວິທະຍາສາດ ແລະ ກີ ລາ ໂດຍການຫັນເປັນແຜນງານ, ໂຄງການລະອຽດຂອງແຕ່ລະທ້ອງຖິ່ນ, ທັງມີການຕິດຕາມກວດກາ, ປະເມີນຜົນ, ສະຫຼຸບ, ລາຍງານ, ຖອດຖອນບົດຮຽນເປັນແຕ່ລະໄລຍະ.

ສອງ: ເອົາໃຈໃສ່ບໍລຸງກໍ່ສ້າງ ແລະ ພັດທະນາຍົກລະດັບຄູ-ອາຈານ ໃຫ້ໄດ້ມາດຕະຖານດ້ານວິຊາການ, ມີຈັນຍາບັນ ໂດຍການຂຶ້ນແຜນກຳນົດບໍາລຸງສ້າງ, ຍົກລະດັບຄູ-ອາຈານ ໃຫ້ຖືກກັບຄວາມຕ້ອງການຕົວຈິງ ແນໃສ່ແກ້ໄຂບັນຫາຄູເຫຼືອບໍ່ພໍ ແລະ ບັນຫາຂາດແຄນຄູສອນ; ຕ້ອງຄັດເລືອກເອົານັກຮຽນຈົບໃໝ່ຜູ້ດີເດັ່ນເຂົ້າຮຽນໃນໂຮງຮຽນສ້າງຄູ, ຫຼີກເວັ້ນການເອົາຄົນມາເປັນຄູໂດຍບໍ່ຜ່ານໂຮງຮຽນສ້າງຄູ; ສຸມໃສ່ບໍາລຸງສ້າງຄູເວລາພັກແລ້ງເປັນປະຈໍາ ແລະ ຕ້ອງມີແຜນການບໍາລຸງໃຫ້ຄູ ຜັດປ່ຽນກັນ
ມາຮຽນ, ມາຍົກລະດັບຄວາມຮູ້, ຄວາມສາມາດໃນການສິດສອນ, ທັງເອົາໃຈໃສ່ຄຸ້ມຄອງ ແລະ ນໍາໃຊ້ຄູໃຫ້ຖືກຕ້ອງ, ສອດຄ່ອງກັບຄວາມຮູ້ທີ່ຮຽນມາຢ່າງສົມເຫດສົມຜົນ.

ສາມ: ຄົ້ນຄວ້າ, ປັບປຸງລະບອບນະໂຍບາຍຕໍ່ຄູ-ອາຈານ ໃຫ້ດີຂຶ້ນກວ່າເກົ່າ, ສົມຄູ່ກັບສະພາບເງື່ອນໄຂໃນປັດຈຸບັນ. ປະທານໄກສອນ ພົມວິຫານ ໄດ້ໃຫ້ທັດສະນະວ່າ: “ລະບອບນະໂຍບາຍຕໍ່ຄູ ແມ່ນຂອດສໍາຄັນທີ່ມີຄຸນປະໂຫຍດຊ່ວຍໃຫ້ຂອດສ້າງ, ບໍາລຸງຄູ, ຄຸ້ມຄອງ ແລະ ນໍາໃຊ້ໄດ້ດີ. ມີນະໂຍ ບາຍຕໍ່ຄູດີ ແລະ ປະຕິບັດນະໂຍບາຍຕໍ່ຄູທັນເວລາ ຈະເປັນສິ່ງຊຸກຍູ້ໃຫ້ຄູມີນໍ້າໃຈອຸ່ນອຽນຕໍ່ວຽກງານ, ເບີກບານມ່ວນຊື່ນ ແລະ ພະຍາຍາມເຮັດລ້ອນໜ້າທີ່ຂອງຕົນ… ຕ້ອງສືບຕໍ່ຄົ້ນຄວ້າເພື່ອເຮັດໃຫ້ນະໂຍ
ບາຍນັ້ນຄົບຖ້ວນຂຶ້ນຕື່ມ ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງການສ້າງຖັນແຖວຄູໃນໄລຍະ ໃໝ່ ເຊັ່ນ: ນະໂຍບາຍຕໍ່ຫົວໜ້າໂຮງຮຽນ, ຕໍ່ຄູຜູ້ເຮັດວຽກຢູ່ບ່ອນຫຍຸ້ງຍາກ, ຕໍ່ຄູເພດຍິງທີ່ມີລູກອ່ອນ… ພິເສດແມ່ນຕ້ອງເອົາໃຈໃສ່ປົວແປງຊີວິດການເປັນຢູ່ຂອງຄູທາງດ້ານວັດຖຸ ແລະ ຈິດໃຈ…”[7].

ສີ່: ປັບປຸງພື້ນຖານໂຄງລ່າງ ແລະ ສ້າງສິ່ງອໍານວຍຄວາມສະດວກໃນການຈັດການຮຽນ-ການສອນຢູ່ບັນດາສະຖາບັນສ້າງຄູໃຫ້ພຽງພໍເປັນຕົ້ນແມ່ນຫ້ອງວິໄຈ, ຫ້ອງທົດລອງ, ຫ້ອງສະໝຸດ ແລະ ອຸປະ​ກອນ​ການ​ຮຽນ-ການ​ສອນທີ່ມີຄຸນນະພາບໄດ້ມາດຕະຖານ ແນໃສ່ເຮັດໃຫ້ການຮຽນ-ການສອນ, ການຝຶກສອນ ມີການປະສານສົມທົບກັນຫຼາຍຂຶ້ນລະຫວ່າງພາກທິດສະດີ ແລະ ພຶດຕິກຳຕົວຈິງ.

ຫ້າ: ປຸກລະດົມຂົນຂວາຍທຸກພາກສ່ວນໃນສັງຄົມປະກອບສ່ວນເຂົ້າໃນການພັດທະນາວຽກງານສຶກສາ ຕາມພາລະບົດບາດຂອງຕົນ, ຕົ້ນຕໍແມ່ນການສຶກສາອົບຮົມແນວຄິດລູກຫຼານ, ນ້ອງນ້ອຍນັກຮຽນ-ນັກສຶກສາ, ຊ່ວຍເຫຼືອຄູອາຈານໃນການປະຕິບັດໜ້າທີ່, ມີສ່ວນຮ່ວມໃນຂະບວນການສ້າງສະພາບແວດລ້ອມທີ່ດີ ເພື່ອໃຫ້ນັກຮຽນ-ນັກສຶກສາມີຄວາມສົນໃຈ, ມັກຮັກໃນການຄົ້ນຄວ້າຊອກຮູ້ຮໍ່າຮຽນ ແລະ ເກີດ
ການຮຽນຮູ້ຫຼາຍຂຶ້ນກວ່າເກົ່າ.

ຄູ-ອາຈານ ແມ່ນຜູ້ຕາງໜ້າສັງຄົມ, ຕາງໜ້າໃຫ້ພັກ-ລັດໃນການສຶກສາອົບຮົມ, ກໍ່ສ້າງຄົນໜຸ່ມນ້ອຍ ກໍຄືການສ້າງຊັບພະຍາກອນມະນຸດໃຫ້ມີແນວຄິດ, ອຸດົມການໄປຕາມແນວທາງນະໂຍບາຍຂອງພັກ-ລັດ, ສາມາດກາຍເປັນຜູ້ສືບທອດທີ່ດີຂອງພັກ, ຂອງຊາດໃນອະນາຄົດ. ສະນັ້ນ ວຽກງານບໍາລຸງກໍ່ສ້າງຄູ ຈຶ່ງເປັນປັດໄຈຕັດສິນການຂະຫຍາຍຕົວຂອງການສຶກສາ ທັງດ້ານປະລິມານ ແລະ ຄຸນນະພາບ, ໝາຍຄວາມ
ວ່າວຽກງານສ້າງຄູ ຕ້ອງໄປກ່ອນວຽກງານອື່ນຂອງການສຶກສາບາດກ້າວໜຶ່ງ, ເຮັດໄດ້ຄືແນວນັ້ນ ການຍົກສູງຄຸນນະພາບການສອນ ແລະ ບົດບາດຂອງຄູກໍຈະນັບມື້ສູງຂຶ້ນ./.

[1] ໄກສອນ ພົມວິຫານ, ຊາບຊຶມແນວທາງການສຶກສາຂອງພັກ, ຕັ້ງໜ້າຂະຫຍາຍພາລະກິດການສຶກສາຂອງພັກ, ຕັ້ງໜ້າຂະ ຫຍາຍພາລະກິດການສຶກສາ, ປີ 1974, ໜ້າ 92.

[2] ເອກະສານກອງປະຊຸມໃຫຍ່ ຄັ້ງທີ XI ພັກປະຊາຊົນປະຕິວັດລາວ, ປີ 2021, ໜ້່າ 69.

[3] ກົດໝາຍວ່າດ້ວຍການສຶກສາ (ສະບັບປັບປຸງ), ເລກທີ 62/ສພຊ, ລົງວັນທີ 16 ກໍລະກົດ 2015, ມາດຕາ 49, ໜ້າ 15.

[4] ໄກສອນ ພົມວິຫານ, ນິພົນເລືອກເຟັ້ນ, ເຫຼັ້ມ 2 ກ່ຽວກັບການສ້າງເສດຖະກິດໃນສະໄໝຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ, ປີ 1987, ໜ້າ 509.

[5] ມະຕິກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 8, ສະໄໝທີ XI, ໜ້າ 8.

[6] ແຜນພັດທະນາການສຶກສາ, ວິທະຍາສາດ ແລະ ກີລາ 5 ປີ (2026-2030), ໜ້າ 5.

[7] ໄກສອນ ພົມວິຫານ, ຊາບຊຶມແນວທາງການສຶກສາຂອງພັກ, ຕັ້ງໜ້າຂະຫຍາຍພາລະກິດການສຶກສາ, ປີ 1974, ໜ້າ 99-100.

ຂຽນໂດຍ: ທອງຈັນ ສິງແກ້ວ

(ວາລະສານອະລຸນໃໝ່ ສະບັບປະຈຳເດືອນຕຸລາ ປີ 2025)

Leave a Reply

Your email address will not be published. Required fields are marked *