
ໃນວັນທີ 29 ກໍລະກົດ 2026 ຄະນະຜູ້ແທນວາລະສານກົ້ງສ້ານ ນຳໂດຍສະຫາຍ ຫງວຽນ ຫງັອກ ຮາ ຮອງຫົວໜ້າບັນນາທິການໃຫຍ່ ວາລະສານກົງສ້ານ ຂອງພັກຄອມມູນິດຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວເຮັດວຽກຢູ່ແຂວງ ວຽງຈັນ ໂດຍມີສະຫາຍ ຫີນເພັດ ໄຊຍະສີພັນດອນ ຮັກສາການຫົວໜ້າບັນນາທິການໃຫຍ່ວາລະສານອະລຸນໃໝ່ ຂອງພັກປະຊາຊົນປະຕິວັດລາວ ເຂົ້າຮ່ວມຕິດຕາມຄະນະ.
ສະຫາຍ ພອນແກ້ວ ຂຸນພົນ ຮອງເລຂາພັກແຂວງວຽງຈັນ ໄດ້ໃຫ້ກຽດຕ້ອນຮັບຢ່າງອົບອຸ່ນແກ່ສະຫາຍ ຫງວຽນ ຫງັອກ ຮາ ຮອງຫົວໜ້າບັນນາທິການໃຫຍ່ ວາລະສານກົ້ງສ້ານ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ແຂວງວຽງຈັນ.
ໃນໂອກາດນີ້, ສະຫາຍ ພອນແກ້ວ ຂຸນພົນ ໄດ້ສະແດງຄວາມຍິນດີ ແລະຕີລາຄາສູງຕໍ່ການມາຢ້ຽມຢາມຂອງຄະນະຜູ້ແທນ ຊຶ່ງເປັນການສືບຕໍ່ສາຍພົວພັນມິດຕະພາບແບບພິເສດ ແລະຄວາມຮ່ວມມືຮອບດ້ານລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ. ພ້ອມກັນນີ້ ໄດ້ລາຍງານສະພາບລວມຂອງການພັດທະນາແຂວງວຽງຈັນ ໂດຍສະເພາະທ່າແຮງດ້ານກະສິກຳ, ດ້ານການທ່ອງທ່ຽວ ແລະຈຸດເດັ່ນຂອງແຂວງ ເຊັ່ນ: ເມືອງວັງວຽງ, ເມືອງເຟືອງ ແລະ ເມືອງແກ້ວອຸດົມ ທີ່ມີທ່າແຮງດ້ານທຳມະຊາດ ແລະ ການທ່ອງທ່ຽວ. ພ້ອມນີ້, ໄດ້ແຈ້ງໃຫ້ແຂກຊາບກ່ຽວກັບວຽກໂຄສະນາອົບຮົມແຂວງເຊິ່ງເຮັດວຽກງານໂຄສະນາເຜີຍແຜ່ແນວທາງຂອງພັກເພື່ອເຮັດໃຫ້ປະຊາຊົນເຊື່ອມຊຶມແນວທາງຂອງພັກແລະພ້ອມກັນຈັດຕັ້ງປະຕິບັດໃຫ້ມີຜົນສຳເລັດເປັນແຕ່ລະໄລຍະ.

ຈາກນັ້ນ, ສະຫາຍ ຫງວຽນ ຫງອກ ຮາ ຮອງຫົວໜ້າບັນນາທິການໃຫຍ່ ວາລະສານກົ້ງສ້ານ ໄດ້ສະແດງຄວາມຂອບໃຈຢ່າງສູງຕໍ່ການຕ້ອນຮັບຢ່າງອົບອຸ່ນຂອງການນຳແຂວງວຽງຈັນ ພ້ອມທັງຕີລາຄາສູງຕໍ່ຜົນສຳເລັດການພັດທະນາເສດຖະກິດ-ສັງຄົມຂອງແຂວງວຽງຈັນ ໃນໄລຍະຜ່ານມາ.