
ວັນທີ 30 ກໍລະກົດ 2026, ຄະນະຜູ້ແທນວາລະສານກົ້ງສ້ານ ຂອງສູນກາງພັກກອມມູນິດຫວຽດ ນາມ ນຳໂດຍສະຫາຍ ຫງວຽນ ຫງັອກ ຮາ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເດີນທາງຢ້ຽມຢາມ ແລະປະຕິບັດໜ້າທີ່ ຢູ່ ແຂວງແຂວງ ຫຼວງພະບາງ ໂດຍມີສະຫາຍ ຫີນເພັດ ໄຊຍະສີພັນດອນ ຮັກສາການຫົວໜ້າບັນນາທິການໃຫຍ່ວາລະສານອະລຸນໃໝ່ ຂອງພັກປະຊາຊົນປະຕິວັດລາວ ເຂົ້າຮ່ວມຕິດຕາມຄະນະ ພາຍຫຼັງການສໍາເລັດການປະຕິບັດໜ້າທີ່ຢູ່ແຂວງວຽງຈັນ.
ຕອນເຊົ້າຂອງວັນທີ 31 ກໍລະກົດ 2026, ຄະນະຜູ້ແທນວາລະສານກົ້ງສ້ານ ຂອງສູນກາງພັກກອມມູນິດຫວຽດນາມນໍາພາໂດຍ ສະຫາຍ ຫງວຽນ ຫງັອກ ຮາ ຮອງຫົວໜ້າບັນນາທິການໃຫຍ່ ວາລະສານກົ້ງສ້ານ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂໍ້ານັບ ສະຫາຍ ຄໍາຫຼ້າ ລຽນປະດິດ ຮອງເລຂາຄະນະບໍລິຫານງານພັກແຂວງຫຼວງພະບາງ ທີ່ຫ້ອງວ່າການແຂວງຫຼວງພະບາງ.
ໃນໂອກາດນີ້ ສະຫາຍ ຄໍາຫຼ້າ ລຽນປະດິດ ໄດ້ກ່າວຕ້ອນຮັບ ສະຫາຍ ຫງວຽນ ຫງັອກ ຮ່າ ພ້ອມດ້ວຍຄະນະຢ່າງອົບອຸ່ນດ້ວຍໄມຕິຈິດມິດຕະພາບ ແລະສາຍສໍາພັນແບບພິເສດ ລາວ-ຫວຽດນາມ, ພ້ອມທັງລາຍງານສະພາບຈຸດພິເສດ ແລະການພັດທະນາເສດຖະກິດ ຂອງແຂວງໃຫ້ຄະນະຜູ້ແທນຊາບໂດຍສັງເຂບ.
ໃນໂອກາດນີ້ ສະຫາຍ ຫງວຽນ ຫງັອກ ຮາ ໄດ້ແຈ້ງຈຸດພິເສດ ແລະພາລະບົດບາດຂອງ ວາລະ ສານກົ້ງສ້ານ ຂອງສູນກາງພັກກອມມູນິດຫວຽດນາມ ເຊິ່ງປັດຈຸບັນແມ່ນໄດ້ຮ່ວມມືກັບວາລະສານຂອງຫຼາຍປະເທດໃນໂລກ ແລະຈັດພິມເດືອນລະ 2 ຄັ້ງ, ຈັດພີມເປັນ 5 ພາສາໃນນີ້ລວມທັງພາສາລາວ.