
ຜ່ານການປະຕິບັດແນວທາງປ່ຽນແປງໃໝ່ຮອບດ້ານຢ່າງມີຫຼັກການຂອງພັກເຮົາ ເວົ້າລວມ, ເວົ້າສະ ເພາະການປະຕິບັດນະໂຍບາຍການເງິນ-ເງິນຕາໃນໄລຍະຜ່ານມາ ຂະແໜງການເງິນໄດ້ຕັ້ງໜ້າປະກອບ ສ່ວນເຂົ້າໃນການພັດທະນາເສດຖະກິດ, ປົວແປງຊີວິດການເປັນຢູ່ຂອງພະນັກງານ, ທະຫານ, ຕໍາຫຼວດ ແລະ ພໍ່ແມ່ປະຊາຊົນດີຂຶ້ນເປັນກ້າວໆ. ສິ່ງເຫຼົ່ານັ້ນ ໄດ້ສະແດງເຖິງຄວາມພະຍາຍາມຂອງພັກ ແລະ ລັດຖະບານ ທີ່ມີຄວາມຮັບຜິດຊອບສູງ ແນໃສ່ຜ່ານຜ່າຄວາມຫຍຸ້ງຍາກໃນການຜະລິດ, ຊີວິດການເປັນຢູ່, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງປະເທດເຮົາໃນສະເພາະໜ້າ ແລະ ຍາວນານດີຂຶ້ນເລື້ອຍໆ.
ແຕ່ຢ່າງໃດກໍດີ ສະພາບເສດຖະກິດຂອງປະເທດ ຍັງສືບຕໍ່ພົບຄວາມຫຍຸ້ງຍາກ, ການເງິນ-ເງິນຕາຍັງມີຄວາມປັ່ນປ່ວນນັບມື້ຮ້າຍແຮງ ໂດຍສະເພາະຄ່າເງິນກີບໃນຊຸມປີຜ່ານມາ ຍັງສືບຕໍ່ຕົກຕໍ່າຢ່າງໜ້າວິຕົກ, ສະແດງອອກ “ອັດຕາເງິນເຟີ້ ປີ 2021 ຢູ່ໃນລະດັບ 3,75%, ປີ 2022 ອັດຕາເງິນເຟີ້ແມ່ນເພີ່ມຂຶ້ນແບບກ້າວກະໂດດ ຢູ່ໃນລະດັບ 22,96%, ປີ 2023 ເພີ່ມຂຶ້ນຢູ່ໃນລະດັບ 31,23% ແລະ ປີ
2024 ອັດຕາເງິນເຟີ້ຫຼຸດລົງຢູ່ໃນລະດັບ 23,13%”[1]; ອັດຕາແລກປ່ຽນກີບ/ໂດລາສະຫະລັດ ສະເລ່ຍໝົດປີ 2021 ເທົ່າກັບ 10.316,11 ກີບ/1 ໂດລາສະຫະລັດ, ປີ 2022 ເທົ່າກັບ 15.055,09 ກີບ/1 ໂດລາສະຫະລັດ, ປີ 2023 ເທົ່າກັບ 18.717,82 ກີບ/1 ໂດລາສະຫະລັດ, ປີ 2024 ເທົ່າກັບ 21.564,19 ກີບ/1 ໂດລາສະຫະລັດ ແລະ ປີ 2025 ໃນໄຕມາດ 1 ອັດຕາແລກປ່ຽນສະເລ່ຍ ເທົ່າກັບ 21.599,12 ກີບ/1 ໂດລາສະຫະລັດ, ໄຕມາດ 2 ເທົ່າກັບ 21.533,98 ກີບ/1 ໂດລາສະຫະລັດ. ສະພາບເຫຼົ່ານັ້ນ ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງຕໍ່ການປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ກໍຄືສ້າງຄວາມຫຍຸ້ງຍາກ, ຝືດເຄືອງຕໍ່ຊີວິດການເປັນຢູ່ຂອງປະຊາຊົນ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ການເຄື່ອນໄຫວດໍາເນີນການຜະລິດ, ທຸລະກິດ ແລະ ການບໍລິການຕ່າງໆ; ຍິ່ງກວ່ານັ້ນແມ່ນສົ່ງຜົນກະທົບເຖິງບົດບາດການນໍາພາຂອງພັກ ແລະ ການຄຸ້ມຄອງຂອງລັດ, ສ້າງພາບພົດທີ່ບໍ່ດີຕໍ່
ການລົງທຶນຂອງຕ່າງປະເທດ.
ສະພາບດັ່ງກ່າວ ເກີດມາຈາກຫຼາຍສາເຫດ, ແຕ່ສາເຫດທີ່ສໍາຄັນກວ່າໝູ່ ແມ່ນຍ້ອນການລົງທຶນ ເພື່ອຂຸດຄົ້ນທ່າແຮງຂອງປະເທດຊາດບໍ່ທັນມີຈຸດສຸມ; ການປະຕິບັດແນວທາງເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ໄປພ້ອມໆກັບການຍາດແຍ່ງບົດຮຽນ, ທຶນຮອນຈາກປະເທດເພື່ອນມິດບໍ່ທັນໄດ້ຈັດຕັ້ງປະຕິບັດຢ່າງເອົາຈິງເອົາຈັງ, ແນວທາງຂະຫຍາຍກະສິກໍາ-ປ່າໄມ້ ຕິດພັນກັບການຂະຫຍາຍອຸດສາຫະກໍາ ແລະ ການບໍລິການແຕ່ຫົວທີບໍ່ໄດ້ຮັບການປັບປຸງຢ່າງຖືກຕ້ອງ; ການຊຸກຍູ້ສົ່ງເສີມເສດຖະກິດພາຍໃນບໍ່ທັນໄດ້ດີ, ການປະຕິບັດນະໂຍບາຍປະຢັດ ແລະ ຕ້ານການຟຸມເຟືອຍຍັງບໍ່ທັນເຂັ້ມງວດ, ເດັດຂາດ ແລະ ບໍ່ທັນກາຍເປັນສະຕິບຸກຄົນ, ສະຕິສັງຄົມ, ນໍາໄປສູ່ການນໍາໃຊ້ຊັບພະຍາກອນຢ່າງສິ້ນເປືອງ, ຫຼຸດປະສິດທິພາບໃນການພັດທະນາເສດຖະກິດ ແລະ ສັງຄົມ; ທຶນຮອນທີ່ໄດ້ມາຈາກການກູ້ຢືມ, ການຊ່ວຍເຫຼືອຂອງປະເທດເພື່ອນມິດ ແລະ ອົງການຈັດຕັ້ງສາກົນບໍ່ທັນໄດ້ຖືກນໍາໃຊ້ຢ່າງມີປະສິດທິຜົນທາງດ້ານເສດຖະກິດ ແລະ ສັງຄົມ; ພວກອິທິກໍາລັງປໍລະປັກຕໍ່ປະເທດເຮົາ ໄດ້ສົມຮູ້ຮ່ວມຄິດກັບກຸ່ມຄົນບໍ່ດີຢູ່ພາຍໃນປະເທດເຮົາ ສ້າງຄວາມປັ່ນປ່ວນໃນຂົງເຂດການເງິນ, ການຄ້າ, ທະ ນາຄານຢ່າງບໍ່ລົດລະ ແຕ່ໃນຂະນະດຽວກັນນັ້ນ ຄະນະພັກ-ຄະນະນໍາ, ພະນັກງານ-ສະມາຊິກພັກຈໍານວນໜຶ່ງໄດ້ລະເຫຼີງຄວາມຮັບຜິດຊອບຂອງຕົນ; ພິດຮ້າຍຂອງວິກິດການທາງດ້ານການເງິນຢູ່ຂົງເຂດ ແລະ ພາກພື້ນບໍ່ທັນໄດ້ຮັບການແກ້ໄຂຢ່າງສິ້ນເຊີງ.
ບັນດາສາເຫດທີ່ກ່າວມາຂ້າງເທິງນັ້ນໄດ້ສົ່ງຜົນກະທົບໄປລວງດຽວທີ່ມີລັກສະນະເອກະພາບກັນ ເຊິ່ງພາໃຫ້ເກີດສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງປະເທດເຮົາຢ່າງຮ້າຍແຮງ ແລະ ແກ່ຍາວມາເຖິງປັດຈຸບັນນີ້.
ຢາກແກ້ໄຂບັນຫາດັ່ງກ່າວ ກ່ອນອື່ນໝົດພວກເຮົາຕ້ອງເລີ່ມຈາກການເຂົ້າໃຈຄວາມສໍານຶກຕ່າງໆ ໂດຍສະເພາະແມ່ນຄວາມສໍານຶກກ່ຽວກັບວິກິດການດ້ານເສດຖະກິດ, ວິກິດການການເງິນ-ເງິນຕາ ກັບການປ່ຽນແປງຄ່າເງິນແຕກຕ່າງກັນແນວໃດ? ການປ່ຽນແປງຄ່າເງິນມີການພົວພັນເຖິງວິກິດການດ້ານເສດຖະ ກິດ ຫຼື ບໍ່? ແລະ ບັນຫາອື່ນໆອີກຈໍານວນໜຶ່ງ.
ຫຼາຍຄົນອາດຈະຮູ້ດີແລ້ວວ່າ ວິກິດການທາງດ້ານເສດຖະກິດ ແມ່ນຂະບວນວິວັດແຫ່ງການຊຸດໂຊມ ແລະ ກ້າວໄປເຖິງການຜະລິດ-ຈໍລະຈອນສິນຄ້າຂອງບັນດາຂະແໜງການເສດຖະກິດ (ກະສິກໍາ-ອຸດສາ ຫະກໍາ ແລະ ອື່ນໆ) ຢຸດສະງັກ, ທຶນກໍ່ສ້າງກິດຈະການສໍາຄັນຕົ້ນຕໍຖືກຄາດເຄື່ອນ, ໄພວ່າງງານຂະຫຍາຍຕົວຢ່າງກວ້າງຂວາງ, ສະຖາບັນທາງເສດຖະກິດ ການເງິນ-ເງິນຕາມີຄວາມສັ່ນສະເທືອນຢ່າງຮ້າຍແຮງ; ວິກິດການທາງດ້ານການເງິນ ຄືສະພາວະທີ່ລະບົບການເງິນຂອງປະເທດບໍ່ໝັ້ນຄົງຢ່າງຮຸນແຮງ ແລະ ກະທັນຫັນ; ສ່ວນວິກິດການເງິນຕາ ຄືສະພາວະທີ່ຄ່າເງິນຂອງປະເທດຫຼຸດລົງຢ່າງວ່ອງໄວ, ຮ້າຍແຮງຜິດປົກກະຕິ; ການປ່ຽນແປງຄ່າເງິນ ແມ່ນການທີ່ອັດຕາແລກປ່ຽນຂອງສະກຸນເງິນມີການແຂງຄ່າຂຶ້ນ ຫຼື ອ່ອນຄ່າລົງຕາມປົກກະຕິ ເຊິ່ງເກີດຈາກກົນໄກຕະຫຼາດ ຫຼື ການປ່ຽນແປງປັດໄຈພື້ນຖານທາງ
ເສດຖະກິດ, ການປ່ຽນແປງຄ່າເງິນຍັງແມ່ນພາກສ່ວນໜຶ່ງຂອງວິກິດການທາງດ້ານເສດຖະກິດ, ສ່ອງແສງເຖິງການປັ່ນປ່ວນອັນສະຫຼັບສັບຊ້ອນຂອງລະບົບເງິນຕາ-ສິນເຊື່ອທັງພາຍໃນ ແລະ ຕ່າງປະເທດ ເຊິ່ງເກີດມາຈາກການເຄື່ອນໄຫວຂອງກົດເກນສະໜອງ ແລະ ຄວາມຕ້ອງການ ບໍ່ສາມາດຮັກສາຄວາມດຸ່ນດ່ຽງຢູ່ໃນເກນປົກກະຕິ, ລາຄາບໍ່ໄດ້້ສ່ອງແສງຢ່າງຖືກຕ້ອງ, ເຕັມປ່ຽມຕາມຄວາມຮຽກຮອງຕ້ອງການຂອງກົດເກນຄຸນຄ່າ (ລາຄາປອມແປງ) ອັນໄດ້ສົ່ງຜົນກະທົບຕໍ່ພື້ນຖານເສດຖະກິດໃນລະດັບອັນແນ່ນອນໃດ ໜຶ່ງ. ວິກິດການດ້ານເສດຖະກິດ, ວິກິດການດ້ານເງິນຕາ ກັບການປ່ຽນແປງຂອງຄ່າເງິນ ມີຄວາມແຕກຕ່າງກັນທາງດ້ານລະດັບ, ຂະໜາດ, ຂອບເຂດ ແລະ ເປົ້າໝາຍທີ່ຈະບັນລຸ; ແຕ່ມັນກໍມີການພົວພັນເຊິ່ງກັນແລະກັນຕາມເສັ້ນທາງວິທີສັດຈະວິພາກ ແລະ ສ້າງຜົນສະທ້ອນບໍ່ດີເຖິງສະຖຽນລະພາບທາງການ
ເມືອງ, ເສດຖະກິດ, ຊີວິດການເປັນຢູ່ຂອງທົ່ວສັງຄົມ.
ດ້ວຍຄວາມເປັນຫ່ວງເປັນໄຍຕໍ່ການພັດທະນາປະເທດຊາດ, ຕໍ່ຊີວິດການເປັນຢູ່ຂອງທົ່ວສັງຄົມ, ພັກ ແລະ ລັດຖະບານ ໄດ້ມີຄວາມພະຍາຍາມແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໂດຍຍົກລະດັບໃຫ້ເປັນວາລະແຫ່ງຊາດ; ໄດ້ອອກມະຕິວ່າດ້ວຍການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ສະບັບເລກທີ 04/ກມສພ, ລົງວັນທີ 11 ເມສາ 2024. ພ້ອມກັນນັ້ນ ກໍໄດ້ຄົ້ນຄວ້າຈັດຕັ້ງ
ການສໍາມະນາດ້ວຍຫຼາຍລະດັບຫຼາຍປະເພດ ເພື່ອເຮັດໃຫ້ທຸກຄົນເຂົ້າໃຈເຖິງກົກປາຍສາເຫດການປ່ຽນ ແປງຂອງຄ່າເງິນກີບ, ພ້ອມກັນຊອກຫາວິທີການ, ມາດຕະການແກ້ໄຂທີ່ມີປະສິດທິຜົນຕົວຈິງ. ແຕ່ຢ່າງໃດກໍດີຍັງສັງເກດເຫັນວ່າ ສື່ມວນຊົນບາງປະເພດ, ນັກເສດຖະສາດບາງຄົນຍັງມີທັດສະນະ ແລະ ຄວາມເຫັນ
ໃນແງ່ມູມທີ່ແຕກຕ່າງກັນ; ດ້ວຍເຫດນີ້ ຜູ້ຂຽນຂໍສະແດງບາງທັດສະນະ ແລະ ຄໍາຄິດເຫັນອັນນ້ອຍໆຂອງຕົນເຂົ້າໃນການວິເຄາະກ່ຽວກັບການປ່ຽນແປງຂອງຄ່າເງິນກີບ ແລະ ວິທີແກ້ໄຂຈໍານວນໜຶ່ງ.
- ຕະຫຼາດປະເພດຕ່າງໆຢູ່ໃນ ສປປ ລາວ ມີຄວາມສະຖຽນລະພາບແລ້ວ ຫຼື ຍັງ?
ຄໍາຖາມທໍາອິດນີ້ ໄດ້ຊັກຊວນພວກເຮົາຕ້ອງຄົ້ນຄວ້າ ແລະ ເຂົ້າໃຈຢ່າງຖືກລະດັບເຖິງປັດໄຈສໍາຄັນທາງດ້ານມະຫາພາກທີ່ມີການພົວພັນໂດຍທາງກົງ ຫຼື ໂດຍທາງອ້ອມ ເຖິງສາເຫດຂອງຂະບວນວິວັດແຫ່ງການເລີ່ມຕົ້ນຂອງຄ່າເງິນກີບຢູ່ປະເທດເຮົາ. ຄືດັ່ງຫຼາຍຄົນຮູ້ດີແລ້ວວ່າ ຕະຫຼາດຈະມີຄວາມສະຖຽນລະພາບໃນລະດັບອັນແນ່ນອນໃດໜຶ່ງ ກ່ອນອື່ນໝົດມັນຂຶ້ນກັບສອງປັດໄຈສໍາຄັນ ຄື: ❶ ປັດໄຈການສະໜອງຕ້ອງຄົງຕົວຢູ່ໃນເກນປົກກະຕິ ເມື່ອທຽບໃສ່ຄວາມຕ້ອງການ (ບໍ່ຫຼຸດຫຼາຍ ແລະ ບໍ່ເຫຼືອຫຼາຍເກີນໄປ); ❷ ຄວາມສັກສິດຂອງກົນໄກຕະຫຼາດຕ້ອງສະແດງອອກຢ່າງເຕັມປ່ຽມ (ບໍ່ເກື້ອກູນ). ຄຸນລັກສະນະລວມຂອງພື້ນຖານເສດຖະກິດທີ່ພວມມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ກ່ອນອື່ນແມ່ນປະລິມານລວມຍອດ
ການສະໜອງໃນທຸກດ້ານຕ້ອງຕອບສະໜອງໃຫ້ແກ່ການຜະລິດ ແລະ ການໃຊ້ສອຍຂອງສັງຄົມຢູ່ໃນລະ ດັບປົກກະຕິ (ບໍ່ຫຼາຍ ແລະ ບໍ່ໜ້ອຍເກີນໄປ) ໝາຍຄວາມວ່າ ຄວາມຕ້ອງການຂອງການໃຊ້ສອຍບໍ່ເກີນຄວາມສາມາດຕົວຈິງຂອງງົບປະມານປະຈໍາປີ ແລະ ລວມຍອດຜະລິດຕະພັນພາຍໃນ (GDP); ແຕ່ສະພາບຄວາມເປັນຈິງຂອງປະເທດເຮົາໃນໄລຍະຜ່ານມາ ໄດ້ສະແດງອອກໃຫ້ເຫັນຢ່າງຈະແຈ້ງວ່າ ການຜະລິດສິນຄ້າຢູ່ພາຍໃນປະເທດມີໜ້ອຍ, ຜູ້ຜະລິດສິນຄ້າ ຫຼື ຜູ້ທີ່ດໍາເນີນທຸລະກິດຈໍານວນບໍ່ໜ້ອຍຍັງຂາດຄວາມຕື່ນຕົວໃນການແຂ່ງຂັນ, ຍັງຄົງທໍາການຜະລິດແບບດັ້ງເດີມ, ບໍ່ປັບຕົວຕໍ່ທ່າອ່ຽງເສດຖະກິດຍຸກໃໝ່ ເຊິ່ງອາດເປັນອຸປະສັກຕໍ່ການພັດທະນາລະບົບການຜະລິດພາຍໃນປະເທດ, ປະລິມານຂອງສິນຄ້າໃຊ້ສອຍ (ອຸປະໂພກ ແລະ ບໍລິໂພກ) ສ່ວນຫຼວງຫຼາຍຕ້ອງນໍາເຂົ້າຈາກປະເທດອື່ນ. ຈາກສະພາບເຫຼົ່ານັ້ນ ໄດ້
ກໍ່ໃຫ້ເສຍຄວາມດຸ່ນດ່ຽງຕໍ່ບາງປະເພດສິນຄ້າທີ່ສາມາດຜະລິດຢູ່ພາຍໃນປະເທດ.
ປະເທດຂອງພວກເຮົາເປັນປະເທດກະສິກໍາຫຼ້າຫຼັງ, ສະມັດຖະພາບຕໍ່າ, ຕົ້ນທຶນສູງ, ລາຍຮັບຈາກການຜະລິດກະສິກໍາບໍ່ສາມາດທົດແທນຕົ້ນທຶນໄດ້ຢ່າງສົມສ່ວນ. ສິ່ງທີ່ຄວນເອົາໃຈໃສ່ຕໍ່ຈຸດພິເສດຂອງການຜະລິດກະສິກໍາ ແມ່ນຄວາມສ່ຽງຕໍ່ສະພາບດິນຟ້າ-ອາກາດ; ການຕອບສະໜອງຜະລິດຕະພັນຂອງຂະ
ແໜງກະສິກໍາໃຫ້ແກ່ຜູ້ບໍລິໂພກ ຍັງຢູ່ໃນລະດັບບໍ່ທັນປົກກະຕິ ສະໝໍ່າສະເໝີ; ການຄຸ້ມຄອງບໍລິຫານຂອງລັດ ຕໍ່ພາກສ່ວນເສດຖະກິດ/ສິນຄ້າທີ່ມີລັກສະນະຜູກຂາດສູງຍັງບໍ່ມີປະສິດທິຜົນເທົ່າທີ່ຄວນ ເຊິ່ງເປັນຂໍ້ຈໍາກັດທີ່ສົ່ງຜົນຕໍ່ສະຖຽນລະພາບຂອງຕະຫຼາດ ແລະ ຜົນປະໂຫຍດຂອງປະຊາຊົນ. ສະພາບເຫຼົ່ານັ້ນ ໄດ້ສ້າງຄວາມປັ່ນປ່ວນໃຫ້ແກ່ການສະໜອງຕາມກົນໄກເສລີເໜືອຊັ້ນເຊີງ ມີສ່ວນກະທົບຕໍ່ສະພາບຄ່າເງິນກີບເຊັ່ນດຽວກັນ.
ຖ້າພວກເຮົາສັງເກດເບິ່ງຕາມຄວາມເປັນຈິງແລ້ວ, ກົນໄກຕະຫຼາດຢູ່ປະເທດເຮົາຍັງບໍ່ສາມາດເສີມຂະຫຍາຍພາລະບົດບາດດັດສົມການພົວພັນລະຫວ່າງການສະໜອງກັບຄວາມຕ້ອງການຢ່າງພຽງພໍ ໂດຍສະເພາະແມ່ນດັດສົມການພົວພັນລະຫວ່າງຜູ້ຜະລິດກັບຜູ້ໃຊ້ສອຍ. ເມື່ອເປັນຄືແນວນັ້ນ ຈຶ່ງເຮັດໃຫ້ກົດ ເກນສະໜອງ ແລະ ຄວາມຕ້ອງການຖືກຜັນແປຜິດປົກກະຕິ ອັນໄດ້ເຮັດໃຫ້ແຜນນະໂຍບາຍຂອງລັດຖະບານໃນຖານະເປັນອັດຕະພາບ ທີ່ແກ້ໄຂບັນຫາການພົວພັນສິນຄ້າ-ເງິນຕາ, ຕະຫຼາດພາຍໃນກັບຕະຫຼາດສາກົນຖືກຜ່າມ້າງໄປເລື້ອຍໆ. ສະພາບເຫຼົ່ານັ້ນ ສ້າງຄວາມກົດດັນໃນແງ່ແຕກຕ່າງກັນໃຫ້ແກ່ຜູ້ຜະລິດ ແລະ ຜູ້ໃຊ້ສອຍ.
- ລັດຖະບານມີຄວາມຈໍາເປັນແຊກແຊງໂດຍກົງ ຫຼື ບໍ່?
ທັດສະນະອັນສະເໝີຕົ້ນສະເໝີປາຍ ທີ່ໄດ້ຂຽນຢູ່ໃນແນວທາງປ່ຽນແປງໃໝ່ຢ່າງຮອບດ້ານຂອງພັກເຮົາ ແມ່ນຮັບຮູ້ກົນໄກເສດຖະກິດຕະຫຼາດ ແລະ ຈະນໍາໃຊ້ກົນໄກຕະຫຼາດຕາມທິດສັງຄົມນິຍົມທີ່ຢູ່ພາຍໃຕ້ການນໍາພາຂອງພັກ, ການຄຸ້ມຄອງ ແລະ ກວດກາຂອງລັດຖະບານຢ່າງເຂັ້ມງວດ, “ບໍ່ແມ່ນຈະປ່ອຍປະໃຫ້ກົນໄກເສດຖະກິດຕະຫຼາດຂະຫຍາຍຕົວແບບຕະພຶດຕະພື”. ຈິງຢູ່ວ່າກົນໄກຕະຫຼາດປຽບເໝືອນ “ຝາມືທີ່ບໍ່ມີຮ່ອງຮອຍ” ເພື່ອດັດສົມການຜະລິດກັບການໃຊ້ສອຍ, ລະຫວ່າງຕະຫຼາດພາຍໃນກັບຕະຫຼາດສາກົນ, ແຕ່່ບໍ່ຄວນລືມເຖິງຄຸນລັກສະນະໜຶ່ງ ທີ່ມີຄວມສໍາຄັນບໍ່ໜ້ອຍຕໍ່ຈິດຕະສາດຂອງຜູ້ຜະລິດ ແລະ ຜູ້ໃຊ້ສອຍ ຄື: ສໍາລັບຜູ້ຜະລິດ ເມື່ອໃດກໍເອົາໃຈໃສ່ເພື່ອປະຕິບັດກົດເກນມູນຄ່າ, ເຫັນແກ່ກໍາໄລ, ເຂົາຈະເບິ່ງລັກສະນະເສດຖະກິດຫຼາຍກວ່າລັກສະນະສັງຄົມ; ແຕ່ກົງກັນຂ້າມສໍາລັບຜູ້ໃຊ້ສອຍ ເມື່ອໃດເຂົາກໍ
ຈະເອົາໃຈໃສ່ເຖິງລາຄາ, ຄຸນປະໂຫຍດຂອງການໃຊ້ສອຍໃນຊີວິດສ່ວນຕົວ ແລະ ຄອບຄົວຂອງເຂົາໝາຍຄວາມວ່າ ຕ້ອງການຊື້ສິນຄ້າທີ່ມີລາຄາຖືກ ແລະ ຄຸນນະພາບດີ. ໃນກໍລະນີຄືແນວນີ້ ມີຄວາມຈໍາເປັນທີ່ສຸດຕໍ່ການແຊກແຊງຂອງລັດຖະບານ ເພື່ອແນໃສ່ເຮັດໃຫ້ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ,ຊີວິດການເປັນຢູ່ຂອງປະຊາຊົນມີຄວາມສະຫງົບ, ການເມືອງມີສະຖຽນລະພາບ; ຄວາມຢ້ານກົວ, ຄວາມກັງວົນຂອງຜູ້ດໍາເນີນທຸລະກິດ ແລະ ຜູ້ໃຊ້ສອຍຕໍ່ສະພາບເງິນເຟີ້ໄດ້ຮັບການແກ້ໄຂ ດ້ວຍການປະສານສົມທົບຢ່າງກົມກຽວລະຫວ່າງ “ຝາມືທີ່ມີຮອງຮອຍ” ແລະ “ຝາມືທີ່ບໍ່ມີຮ່ອງຮອຍ”.
ເພື່ອເຮັດໃຫ້ຕະຫຼາດປະເທດເຮົາມີສະຖຽນລະພາບ, ລັດຖະບານຕ້ອງໃຊ້ເຄື່ອງມືອັນໃດແດ່ ເພື່ອຄວບຄຸມຕະຫຼາດ, ເຮັດໃຫ້ກົດເກນສະໜອງ ແລະ ຄວາມຕ້ອງການຫຍັບເຂົ້າຫາກັນເທື່ອລະກ້າວ?
- ບັນດາເຄື່ອງມືດັດສົມຕະຫຼາດຂອງປະເທດເຮົາເຄື່ອນໄຫວໄດ້ລະດັບໃດ ແລະ ຕ້ອງໄດ້ເຮັດຫຍັງແດ່?
ໃຜໆກໍຮູ້ດີແລ້ວວ່າ ເຄື່ອງມືທີ່ສັກສິດກວ່າໝູ່ໃນນະໂຍບາຍການດັດສົມໄພເງິນເຟີ້ຂອງທຸກປະເທດໃນໂລກ, ກ່ອນອື່ນໝົດ ຕ້ອງເວົ້າເຖິງການກໍານົດນະໂຍບາຍການເງິນ ແລະ ເງິນຕາຢ່າງສອດຄ່ອງ ແລະ ຊັດເຈນ, ແຕ່ລະປະເທດອາດຈະເອີ້ນຊື່ແຕກຕ່າງກັນ ອາດຈະແມ່ນລາຄາດຽວ ຫຼື ລອຍໂຕກໍແລ້ວແຕ່. ເປົ້າໝາຍຕົ້ນຕໍຂອງນະໂຍບາຍການເງິນ-ເງິນຕາເຫຼົ່ານັ້ນ ເພື່ອແນໃສ່ຈໍາກັດເງິນເຟີ້ເທື່ອລະກ້າວ ແລະ
ກ້າວໄປເຖິງຈຸດຢຸດຕິສະພາບເງິນເຟີ້ໃນລະດັບອັນແນ່ນອນໃດໜຶ່ງ.
ກ່ອນອື່ນໝົດ ພວກເຮົາຄວນຕີລາຄາສະພາບການເງິນ-ເງິນຕາໃຫ້ຖືກຕ້ອງຕາມສະພາວະຄວມເປັນຈິງທີ່ພວມຄົງຕົວຢູ່ໃນຊູ່ມື້ນີ້ວ່າ: ສະພາບການເງິນ-ເງິນຕາຂອງປະເທດເຮົາເຖິງວ່າຈະຜ່ານພົ້ນຍ່ານຂອງກົນໄກອາຍາສິດ-ເກື້ອກູນ ໄປສູ່ການນໍາໃຊ້ກົນໄກຕະຫຼາດ, ແຕ່ກໍຍັງມີຄວາມຫຍຸ້ງຍາກໃນການຄວບຄຸມ-ບັນຊາ ເພື່ອດັດສົມປະລິມານຂອງເງິນຕາທີ່ເຄື່ອນໄຫວຢູ່ໃນຂົງເຂດຈໍລະຈອນ ເຊິ່ງໄດ້ສ້າງຜົນກະທົບບໍ່ພຽງແຕ່ໃນຂອບເຂດຂອງການສະໜອງ ແລະ ຄວາມຕ້ອງການສິນຄ້າ-ເງິນຕາເທົ່ານັ້ນ ຫາກຍັງລວມໄປສູ່ຂົງເຂດອື່ນໆທີ່ບໍ່ສາມາດຄາດຄະເນໄດ້ລ່ວງໜ້າອີກດ້ວຍ.
ການນໍາໃຊ້ນະໂຍບາຍການເງິນໃນຖານະທີ່ເປັນເຄື່ອງມືອັນສໍາຄັນ ເພື່ອຄວບຄຸມ-ບັນຊາງົບປະມານ ໃຫ້ເຄື່ອນໄຫວຖືກທິດທາງ ແລະ ຖືກເປົ້າໝາຍທີ່ກໍານົດໄວ້, ເຮັດໃຫ້ສະພາບຄ່າເງິນກີບມີສະຖຽນລະພາບ ແລະ ປົກກະຕິ. ແຕ່ສະພາບຕົວຈິງຂອງບາງປະກົດການທີ່ສ່ອງແສງເຖິງການປະຕິບັດພາລະບົດບາດຕົ້ນຕໍ
ຂອງການເງິນແຫ່ງຊາດ ໄດ້ຊີ້ໃຫ້ເຫັນວ່າ ການອະນຸມັດໃຊ້ຈ່າຍງົບປະມານແຫ່ງລັດ ບໍ່ໄດ້ຮັບປະກັນພາລະບົດບາດດັດສົມໃຫ້ບັນດາອົງການບໍລິຫານ, ພາກສ່ວນເສດຖະກິດຂອງລັດ ແລະ ເອກະຊົນເຄື່ອນໄຫວຖືກຕ້ອງຕາມເປົ້າໝາຍທີ່ໄດ້ລະບຸຢູ່ໃນແຜນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍຄືແຜນພັດທະ ນາ ຂອງຂະແໜງການຕົນຢ່າງເຂັ້ມງວດ ເຊິ່ງເຮັດໃຫ້ງົບປະມານແຫ່ງຊາດມີຄວາມບົກແຫ້ງເປັນໜ້າຫວັ່ນວິຕົກ, ໃນສະພາບຄືແນວນັ້ນ ເພື່ອທົດແທນຄວາມຂາດເຂີນ ແລະ ບົກແຫ້ງຂອງງົບປະມານແຫ່ງຊາດ, ລັດຖະບານຕ້ອງປຸກລະດົມແຫຼ່ງທຶນພາຍໃນປະເທດ ແລະ ກູ້ຢືມຈາກຕ່າງປະເທດໃນປະລິມານອັນແນ່ ນອນ ເພື່ອຕາບຈູນຕໍ່ຄວາມບົກແຫ້ງ ແລະ ທັງຊໍາລະໜີ້ສິນຂອງຕ່າງປະເທດດ້ວຍເງິນສະກຸນແຂງ. ເປັນ
ທໍາມະດາຢູ່ແລ້ວວ່າ ໃນເມື່ອລັດຖະບານໄດ້ຈ່າຍເປັນເງິນຕາຕ່າງປະເທດຄືແນວນັ້ນ ທະນາຄານແຫ່ງລັດເອງຕ້ອງມີບໍລິມາດເງິນກີບຢູ່ໃນການຄອບຄອງຂອງຕົນຈໍານວນຫຼວງຫຼາຍ ພຽງພໍ ເພື່ອຄໍ້າປະກັນໃຫ້ແກ່ການແລກປ່ຽນ ແລະ ເຮັດບົດບາດເປັນໃຈກາງຂອງການຊໍາລະສະສາງ; ແຕ່ຄວາມຈິງແລ້ວ ທະນາຄານບໍ່ມີຄວາມສາມາດດຶງດູດທຶນເຂົ້າຢູ່ຂົງເຂດຈໍລະຈອນໄດ້ຢ່າງພຽງພໍ. ສະພາບເຫຼົ່ານັ້ນ ໄດ້ສ້າງຄວາມຫຍຸ້ງ ເຫຍີງ, ໄພພິບັດຂອງວິກິດການແຜ່ລາມໄປຢ່າງທະວີຄູນຕາມທ່າອ່ຽງປີນຂັ້ນໄດ.
ຈາກການວິເຄາະ ແລະ ຕໍານິວິຈານດ້ວຍເຫດ ແລະ ຜົນບາງປະການຄືດັ່ງທີ່ກ່າວມາແລ້ວນັ້ນ ພໍສາມາດໃຫ້ທັດສະນະທີ່ມີລັກສະນະຫຼັກການຈໍານວນໜຶ່ງ ເພື່ອຈໍາກັດສະພາບວິກິດການດ້ານລາຄາເງິນກີບຂອງປະເທດເຮົາ ຄືດັ່ງລຸ່ມນີ້:
ໜຶ່ງ: ວິກິດການໃດກໍຕາມ ໂດຍສະເພາະແມ່ນວິກິດການທາງດ້ານເສດຖະກິດ, ການເງິນ-ເງິນຕາ ໄດ້ເຮັດໃຫ້ສະພາບເສດຖະກິດອ່ອນແອ, ຊຸດໂຊມເທື່ອລະກ້າວ, ຊີວິດການເປັນຢູ່ຂອງພະນັກງານ, ທະ ຫານ, ຕໍາຫຼວດ ແລະ ປະຊາຊົນພົບຄວາມຫຍຸ້ງຍາກ ເຊິ່ງສະແດງອອກ ຄື:
ປະການທີ 1: ວິກິດການໄດ້ສ້າງຄວາມຫຍຸ້ງຍາກໃຫ້ແກ່ການປຸກລະດົມທຶນຂອງທຸກພາກສ່ວນເສດ ຖະກິດເຂົ້າສູ່ການຜະລິດ-ທຸລະກິດຕ່າງໆ (ທຶນບຸກຄົນ, ເອກະຊົນ, ເອກະເທດພາຍໃນ ແລະຕ່າງປະເທດ). ຕາມທໍາມະດາແລ້ວ ຜູ້ມີເງິນທີ່ບໍ່ຕ້ອງການລົງທຶນດ້ວຍຕົນເອງ ເຂົາເຈົ້າຕ້ອງໄປຝາກ ຫຼື ໃຫ້ຜູ້ອື່ນກູ້ຢືມ
ເພື່ອເອົາດອກເບ້ຍ, ເຂົາເຈົ້າສາມາດເຂົ້າໃຈເງື່ອນໄຂ, ເຫດຜົນຕ່າງໆ ໂດຍສະເພາະສາມາດກໍານົດອັດຕາດອກເບ້ຍຂອງເງິນ ຫຼື ເງິນກູ້ຢ່າງສົມເຫດສົມຜົນ. ແຕ່ໃນເມື່ອວິກິດເກີດຂຶ້ນຢ່າງບັງເອີນ ແລະ ແກ່ຍາວ, ຜູ້ໃຫ້ກູ້ຢືມ ຫຼື ຜູ້ຢືມຈະຢູ່ໃນສະພາບມີຄວາມລັງເລ ແລະ ກ້າວໄປເຖິງການຮັກສາເງິນໄວ້ໃນການຄອບຄອງຂອງຕົນ; ແຕ່ມີອີກຈໍານວນໜຶ່ງທີ່ຕ້ອງການເຮັດທຸລະກິດ, ແຕ່ບໍ່ມີທຶນພຽງພໍ ເພາະສະນັ້ນ
ທັງສອງກໍລະນີດັ່ງກ່າວລ້ວນແຕ່ເສຍຜົນປະໂຫຍດ.
ປະການທີ 2: ວິກິດການໄດ້ກໍ່ຄວາມເສຍຫາຍໃຫ້ແກ່ການປະຕິບັດແຜນການຂອງບັນດາອົງການຂອງລັດ ແລະ ເອກະຊົນ, ສ້າງຄວາມບໍ່ດຸ່ນດ່ຽງ ລະຫວ່າງແຜນງານກັບແຜນເງິນຢ່າງຮ້າຍແຮງ, ພາໃຫ້ຄົນກຸ່ມໜຶ່ງ ຫຼື ບຸກຄົນໃດໜຶ່ງໄດ້ປຽບ ແລະ ກົງກັນຂ້າມຄົນກຸ່ມອື່ນ ຫຼື ບຸກຄົນອື່ນເສຍປຽບ, ຫຼຸບທຶນຢ່າງມະຫາສານ.
ປະການທີ 3: ສ້າງຄວາມສິ້ນເປືອງດ້ານເຫື່ອແຮງ ແລະ ສະຕິປັນຍາຂອງການນໍາໃນທຸກລະດັບ ເພື່ອຄົ້ນຄວ້າ-ປຶກສາຫາລືກ່ຽວກັບວິທີການ, ມາດຕະການຕ່າງໆໃນການແກ້ໄຂວິກິດການດັ່ງກ່າວ.
ພຶດຕິກໍາໄດ້ຊີ້ໃຫ້ເຫັນວ່າ ບັນດາປະກົດການທີ່ພົວພັນເຖິງ “ສຸຂະພາບຂອງເສດຖະກິດ” ໄດ້ສະແດງອອກຢ່າງສັບສົນ ແລະ ຂຶ້ນກັບຫຼາຍປັດໄຈ, ແຕ່ລະປັດໄຈມີທ່າອ່ຽງຂະຫຍາຍຕົວແຕກຕ່າງກັນ, ປະຕິເສດເຊິ່ງກັນແລະກັນ. ເພາະສະນັ້ນ ໃນເມື່ອຄົ້ນຄວ້າ-ຊອກຫາຂໍ້ສະຫຼຸບໃດໜຶ່ງບໍ່ຄວນຟ້າວຟັ່ງແບບເດັດຖານວ່າ ຜົນໄດ້ຮັບອັນນີ້ເກີດມາຈາກສາເຫດຂອງປັດໄຈອັນນັ້ນ ໃນເມື່ອຕົນເອງບໍ່ທັນໄດ້ມີການສໍາຫຼວດກວດກາ ຫຼື ຫາກວ່າປະຖິ້ມປັດໄຈໃດໜຶ່ງ ເຖິງແມ່ນວ່າປັດໄຈນັ້ນບໍ່ແມ່ນປັດໄຈໂດຍກົງກໍຕາມ ແຕ່ກໍມີຄຸນປະໂຫຍດໃນລະດັບໃດໜຶ່ງໃຫ້ແກ່ປັດໄຈອື່ນເພື່ອເສີມຂະຫຍາຍຄຸນປະໂຫຍດຂອງຕົນ.
ດ້ວຍເຫດນັ້ນ ເມື່ອຄົ້ນຄວ້າເຖິງສາເຫດຂອງວິກິດການໃດໜຶ່ງ ຫຼື ວາງວິທີທາງ ແລະ ວາງມາດຕະການໃດເພື່ອຕ້ານກັບວິກິດການ ພວກເຮົາຕ້ອງວາງບັນຫາເຫຼົ່ານັ້ນ ບົນພື້ນຖານທັດສະນະພາວະວິໄສ, ຮອບດ້ານ ແລະ ເຂັ້ມງວດ.
ສອງ: ຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ ແມ່ນປັດໄຈໜຶ່ງທີ່ມີຄວາມສໍາຄັນ ແລະ ມີການພົວພັນໂດຍກົງເຖິງການສ້າງລາຍຮັບ ແລະ ການໃຊ້ຈ່າຍງົບປະມານຂອງລັດໃຫ້ມີປະສິດທິຜົນໃນການພັດທະນາເສດຖະກິດ-ສັງຄົມ. ດ້ວຍເຫດນັ້ນ ລັດຖະບານ ໂດຍສະເພາະແມ່ນບັນດາກະຊວງ-ອົງການ ແລະ ສະຖາບັນທີ່ມີຄວາມຮັບຜິດຊອບໂດຍກົງໃນການກວດກາ, ຄຸ້ມຄອງ ແລະ ຊອກຫາແຫຼ່ງລາຍຮັບ-ລາຍຈ່າຍງົບປະມານແຫ່ງລັດ ຕ້ອງວາງມາດຕະການຕ່າງໆ ແລະ ປະຕິບັດມາດຕະການເຫຼົ່ານັ້ນຢ່າງເຄັ່ງຄັດ, ບໍ່ອະນຸຍາດໃຫ້ອົງການໃດ ສັ່ງຈ່າຍງົບປະມານໂດຍປາສະຈາກຄວາມຮັບຜິດຊອບຂອງຕົນໄດ້ຢ່າງເດັດຂາດ.
ສາມ: ໃນເງື່ອນໄຂປົກກະຕິແລ້ວ ອັດຕາຊື້-ຂາຍ ແລກປ່ຽນຕ້ອງປະຕິບັດຕາມກົດເກນການສະໜອງ ແລະ ຄວາມຕ້ອງການແບບອັດຕະໂນມັດ, ສ່ວນການແຊກແຊງຂອງລັດໄດ້ກະທົບໃນເມື່ອສັງເກດເຫັນວ່າ ກົນໄກຕະຫຼາດສະແດງບົດບາດຂອງຕົນບໍ່ໄປຕາມກົດເກນການສະໜອງ ແລະ ຄວາມຕ້ອງການ (ປອມ
ແປງ) ເຊິ່ງຈະສ້າງຜົນສະທ້ອນບໍ່ດີໃຫ້ແກ່ການຂະຫຍາຍເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນ. ໃນກໍລະນີຈໍາເປັນ ລັດຖະບານກໍຕ້ອງຕັດງົບປະມານສໍາລັບບັນດາໂຄງການທີ່ເຫັນວ່າບໍ່ມີປະສິດທິຜົນ.
ສີ່: ສືບຕໍ່ຄົ້ນຄວ້າຊອກຫາມາດຕະການຕ່າງໆ ເພື່ອກໍານົດນະໂຍບາຍສິນເຊື່ອ ໂດຍສອດຄ່ອງກັບສະພາວະຄວາມເປັນຈິງຂອງສະພາບລາຄາໃນປັດຈຸບັນ ໂດຍສະເພາະແມ່ນການຄົ້ນຄວ້າດັດປັບອັດຕາດອກເບ້ຍເງິນກູ້-ເງິນຝາກ ເພື່ອຈູງໃຈຂອງທຸກພາກສ່ວນເສດຖະກິດ ແລະ ທຸກຄົນປະກອບສ່ວນນໍາໃຊ້ເງິນຖືກເປົ້າໝາຍ. ວິທີຫຼຸດອັດຕາດອກເບ້ຍເງິນກູ້ບົນພື້ນຖານການຫຼຸດຜ່ອນລາຍຈ່າຍບໍລິການຂອງທະນາ ຄານເອງເທື່ອລະກ້າວ ກໍເປັນວິທີໜຶ່ງເພື່ອຊ່ວຍໃຫ້ສະພາບເສດຖະກິດດີຂຶ້ນ. ພ້ອມກັນນັ້ນ ພະຍາຍາມດັດປັບອັັດຕາແລກປ່ຽນເງິນກີບກັບສະກຸນເງິນຕາຕ່າງປະເທດ ຕາມກົດເກນສະໜອງ ແລະ ຄວາມຕ້ອງການ, ສ້າງຄວາມສອດຄ່ອງລະຫວ່າງກົດເກນຄຸນຄ່າ ແລະ ລາຄາທີ່ສາມາດຍອມຮັບທົ່ວໄປໃນແຕ່ລະໄລຍະ.
ຫ້າ: ເດັດດ່ຽວຫຼີກເວັ້ນແກ້ໄຂການຂາດດຸນ/ບົກແຫ້ງຂອງງົບປະມານ ແລະ ເງິນຕາ ດ້ວຍການສັ່ງພິມທະນາບັດເພີ່ມຈໍານວນຫົວໜ່ວຍ ຫຼື ປະລິມານ ຫຼື ດ້ວຍວິທີກູ້ຢືມເງິນຕາຕ່າງປະເທດ. ນັກເສດຖະ ສາດທັງຫຼາຍລ້ວນແຕ່ຮູ້ດີວ່າ ໃນເວລາສຸຂະພາບຂອງເສດຖະກິດກໍາລັງອ່ອນແອຊຸດໂຊມທີ່ເກີດຈາກວິກິດການດ້ານຕ່າງໆ ໂດຍສະເພາະແມ່ນວິກິດການເງິນ-ເງິນຕາ, ການພິມທະນາບັດເພີ່ມ ໂດຍສະເພາະ
ແມ່ນເພີ່ມຈຳນວນຫົວໜ່ວຍບໍ່ພຽງແຕ່ບໍ່ສາມາດແກ້ໄຂ ແລະ ປິ່ນປົວສຸຂະພາບຂອງເສດຖະກິດໄດ້ເທົ່ານັ້ນ ຫາກຍັງຈະເພີ່ມຄວາມອ່ອນແອຊຸດໂຊມແບບມ້າກະໂດດເວົ້າແນວນິີ້ບໍ່ໝາຍຄວາມວ່າ ຕ້ອງປະຕິເສດທຸກໆກໍລະນີທີ່ສັ່ງພິມເພີ່ມປະລິມານ ຫຼື ເພີ່ມຫົວໜ່ວຍຂອງທະນາບັດທີ່ສ່ອງແສງຖືກຕ້ອງເຖິງຫຼັກການ, ກົດເກນເສດຖະກິດ ໂດຍສະເພາະແມ່ນກົດເກນການສະໜອງ ແລະ ຄວາມຕ້ອງການ, ກົດເກນ ເພີ່ມສະມັດຖະພາບຂອງງານຢ່າງບໍ່ຢຸດຢັ້ງ, ກົດເກນການສະສົມ ແລະ ໃຊ້ສອຍ ເປັນຕົ້ນ.
ຫົກ: ການປຸກລະດົມຂະບວນການສ້າງລາຍຮັບເຂົ້າງົບປະມານເປັນວຽກໜຶ່ງທີ່ມີບົດບາດສໍາຄັນ ເພື່ອແກ້ໄຂຄວາມຫຍຸ້ງຍາກທີ່ກໍາລັງປະສົບຢູ່ໃນປັດຈຸບັນ. ແຕ່ການປຸກລະດົມຂະບວນການດັ່ງກ່າວ ຕ້ອງປະຕິ ບັດບົນພື້ນຖານທັດສະນະບໍ່ໃຫ້ມີຜົນສະທ້ອນຕໍ່ຄວາມອາດສາມາດຈະເຮັດໃຫ້ລາຄາ ແລະ ການສະ
ໜອງເພີ່ມຂຶ້ນແບບອັດຕະໂນມັດ ເພາະມັນຈະສ້າງຄວາມຫຍຸ້ງຍາກໃຫ້ແກ່ການລົງທຶນສໍາລັບກິດຈະການສໍາຄັນຕົ້ນຕໍ, ອີກເບື້ອງໜຶ່ງຈະສ້າງຜົນກະທົບບໍ່ດີຕໍ່ປະລິມານຂອງການສະໜອງນັ້ນເອງ.
ເຈັດ: ລັດຖະບານຮີບຮ້ອນກໍານົດນະໂຍບາຍປະຢັດມັດທະຍັດໃຫ້ເປັນນະໂຍບາຍໃຫຍ່ທີ່ມີຄວາມ ໝາຍລະດັບຊາດ ເພື່ອຊຸກຍູ້ ແລະ ສົ່ງເສີມພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ພົນລະ ເມືອງລາວທຸກຄົນ ມີສະຕິຕື່ນຕົວ ມີແຜນການໃນການໃຊ້ຈ່າຍທຶນຮອນ-ເງິນຕາຂອງລັດ ແລະ ຂອງສ່ວນຕົວ, ຄອບຄົວ ໃຫ້ມີປະໂຫຍດສູງສຸດແກ່ການພັດທະນາເສດຖະກິດ-ສັງຄົມ ທັງຮັບປະກັນໃຫ້ແກ່ການໃຊ້ຈ່າຍໃນຄອບຄົວຂອງຕົນ. ກະຊວງການເງິນຄວນກໍານົດ ແລະ ປະຕິບັດນະໂຍບາຍໃນການປະກອບພາຫະນະ, ເຄື່ອງໃຊ້ສອຍທີ່ຈໍາເປັນໃຫ້ອົງການ, ສໍານັກງານ ແລະ ບຸກຄົນຢ່າງສົມເຫດສົມຜົນ ໂດຍສອດຄ່ອງກັບລະດັບເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນເຮົາ.
ການຮັກສາສະຖຽນລະພາບຄ່າເງິນ ຄືສ່ວນໜຶ່ງຂອງການປົກປ້ອງຜົນປະໂຫຍດຂອງຊາດ ແລະ ປະຊາຊົນ ພາຍໃຕ້ການນໍາພາຂອງພັກ ກໍຄືການຄຸ້ມຄອງຂອງລັດ. ເພື່ອຄວາມມັ່ງຄັ່ງ-ເຂັ້ມແຂງຂອງປະເທດຊາດ, ເພື່ອຄວາມຮັ່ງມີ-ຜາສຸກຂອງປະຊາຊົນລາວທຸກທົ່ວໜ້າ ແລະ ເພື່ອຄວາມສີວິໄລ, ຍຸຕິທໍາໃນທົ່ວສັງຄົມ ທຸກຄົນຕ້ອງຖືວ່າການຕ້ານ ແລະ ສະກັດກັ້ນວິກິດການການເງິນຕາ-ລາຄາ ເປັນທັດສະ
ນະປະຕິວັດອັນເລິກເຊິ່ງ ແລະ ສຸດກົກສຸດປາຍ./.
[1] https://Laos.Lsb.gov.la
ຮຽບຮຽງໂດຍ: ນ. ມະນີສອນ ສີດໍາພັນ
(ວາລະສານອະລຸນໃໝ່ ສະບັບປະຈຳເດືອນສິງຫາ ປີ 2025)