



ໂດຍຕອບສະໜອງຕາມການເຊື້ອເຊີນ ໃນຖານະເປັນແຂກກິດຕິມະສັກ ຂອງທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ແຫ່ງ ສ ຣັດເຊຍ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ນຳພາຄະນະຜູ້ແທນລາວ ຈາກພາກລັດ ແລະ ພາກທຸລະກິດ ເດີນທາງເຂົ້າຮ່ວມກອງປະຊຸມເວທີປຶກສາຫາລືເສດຖະກິດຕາເວັນອອກ ຄັ້ງທີ 10 (the X Eastern Economic Forum) ພາຍໃຕ້ຄຳຂວັນ: “ພາກພື້ນຕາເວັນອອກໄກ: ການຮ່ວມມືເພື່ອສັນຕິພາບ ແລະ ຄວາມສົມບູນພູນສຸກ” (the Far Eastern: Cooperation for Peace and Prosperity), ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 3-6 ກັນຍາ 2025 ທີ່ເມືອງວະລາດີວັດສະຕົກ ສ ຣັດເຊຍ.
ຈຸດປະສົງຫລັກຂອງກອງປະຊຸມດັ່ງກ່າວ ແມ່ນເພື່ອເປີດເວທີໃຫ້ແກ່ບັນດາລັດຖະບານ, ນັກການເມືອງ, ພາກທຸລະກິດ ແລະ ນັກຊ່ຽວຊານ ໄດ້ປຶກສາຫາລື ກ່ຽວກັບ ການສົ່ງເສີມການຮ່ວມມື ແລະ ການຮັບມືກັບບັນດາສິ່ງທ້າທາຍຂອງໂລກ.
ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຂຶ້ນກ່າວຄຳເຫັນໃນກອງປະຊຸມພາກຄົບຄະນະ ຮ່ວມກັບທ່ານ ປະທານາທິບໍດີ ວະລາດີເມຍ ປູຕິນ ແຫ່ງ ສ ຣັດເຊຍ ແລະ ຮ່ວມກັນສົນທະນາ ກ່ຽວກັບບັນຫາຕ່າງໆ.



